Scripture Stories
ອັບ​ຣາ​ຮາມ ແລະ ນາງ​ຊາ​ຣາ


“ອັບ​ຣາ​ຮາມ ແລະ ນາງ​ຊາ​ຣາ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2021)

“ອັບ​ຣາ​ຮາມ ແລະ ນາງ​ຊາ​ຣາ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

ປະ​ຖົມ​ມະ​ການ 11–15; 17; ອັບ​ຣາ​ຮາມ 1–2

ອັບ​ຣາ​ຮາມ ແລະ ນາງ​ຊາ​ຣາ

ຄຳ​ສັນ​ຍາ​ເພື່ອ​ເປັນ​ພອນ​ໃຫ້​ແກ່​ຄອບ​ຄົວ​ມະ​ນຸດ​ຊາດ

ຮູບ​ພາບ
ທູດ​ຊ່ວຍ​ເຫລືອ​ອັບ​ຣາ​ຮາມ​ຈາກ​ປະ​ໂລ​ຫິດ

ອັບ​ຣາ​ຮາມ​ໄດ້​ອາ​ໄສ​ຢູ່​ໃນ​ເມືອງ​ອູ​ເຣ. ພວກ​ປະ​ໂລ​ຫິດ​ທີ່​ຊົ່ວ​ຮ້າຍ​ຢູ່​ທີ່​ນັ້ນ​ຢາກ​ຖວາຍ​ເພິ່ນ​ໃຫ້​ກັບ​ຮູບ​ເຄົາ​ລົບ​ຂອງ​ພວກ​ເຂົາ. ອັບ​ຣາ​ຮາມ​ໄດ້​ອະ​ທິ​ຖານ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊ່ວຍ​ຊີ​ວິດ​ເພິ່ນ​ໄວ້.

ອັບ​ຣາ​ຮາມ 1:1–20

ຮູບ​ພາບ
ອັບ​ຣາ​ຮາມ ແລະ ນາງ​ຊາ​ຣາ​ອອກ​ເດີນ​ທາງ​ດ້ວຍ​ໂຕ​ອູດ

ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ອັບ​ຣາ​ຮາມ ແລະ ນາງ​ຊາ​ຣາ ເມຍ​ຂອງ​ເພິ່ນ​ໃຫ້​ໜີ​ໄປ​ຈາກ​ເມືອງ​ອູ​ເຣ ແລະ ເດີນ​ທາງ​ໄປ​ຍັງ​ດິນ​ແດນ​ທີ່​ຢູ່​ຫ່າງ​ໄກ. ພຣະ​ອົງ​ໄດ້​ສັນ​ຍາ​ວ່າ​ຈະ​ໃຫ້​ພອນ​ແກ່​ພວກ​ເພິ່ນ​ໃນ​ການ​ເດີນ​ທາງ.

ປະ​ຖົມ​ມະ​ການ 12:1–3; ອັບ​ຣາ​ຮາມ 2:2–4

ຮູບ​ພາບ
ອັບ​ຣາ​ຮາມ ແລະ ນາງ​ຊາ​ຣາ​ກຳ​ລັງ​ດູ​ແລ​ຝູງ​ສັດ

ອັບ​ຣາ​ຮາມ ແລະ ນາງ​ຊາ​ຣາ​ໄດ້​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໜີ​ຈາກ​ເມືອງ​ອູ​ເຣ. ແຕ່​ພວກ​ເພິ່ນ​ຮູ້​ສຶກ​ເສົ້າ​ໃຈ​ຍ້ອນ​ວ່າ​ພວກ​ເພິ່ນ​ບໍ່​ສາ​ມາດ​ມີ​ລູກ​ໄດ້. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປອບ​ໂຍນ​ພວກ​ເພິ່ນ. ພຣະ​ອົງ​ສັນ​ຍາ​ວ່າ ພວກ​ເພິ່ນ​ຈະ​ມີ​ລູກ​ຄົນ​ໜຶ່ງ.

ປະ​ຖົມ​ມະ​ການ 11:30–31; 15:1–6; 17:2–16; ອັບ​ຣາ​ຮາມ 2:6–9

ຮູບ​ພາບ
ພຣະ​ເຈົ້າ​ປະ​ກົດ​ຕົວ​ຕໍ່​ອັບ​ຣາ​ຮາມ

ອັບ​ຣາ​ຮາມ​ໄດ້​ອະ​ທິ​ຖານ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ພຣະ​ອົງ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ຢ້ຽມ​ຢາມ​ອັບ​ຣາ​ຮາມ ແລະ ໄດ້​ເອີ້ນ​ພຣະ​ອົງ​ເອງ​ວ່າ ເຢ​ໂຮ​ວາ. ພຣະ​ເຢ​ໂຮ​ວາ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ອັບ​ຣາ​ຮາມ. ພຣະ​ອົງ​ໄດ້​ສັນ​ຍາ​ວ່າ ອັບ​ຣາ​ຮາມ​ຈະ​ມີ​ຖາ​ນະ​ປະ​ໂລ​ຫິດ. ພຣະ​ອົງ​ຍັງ​ໄດ້​ສັນ​ຍາ​ອີກ​ວ່າ ຜ່ານ​ທາງ​ຄອບ​ຄົວ​ຂອງ​ອັບ​ຣາ​ຮາມ, ຄອບ​ຄົວ​ທັງ​ໝົດ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ໄດ້​ຮັບ​ພອນ.

ອັບ​ຣາ​ຮາມ 2:6–11

ຮູບ​ພາບ
ອັບ​ຣາ​ຮາມ ແລະ ນາງ​ຊາ​ຣາ​ເດີນ​ທາງ​ດ້ວຍ​ໂຕ​ອູດ

ຂະ​ນະ​ທີ່​ອັບ​ຣາ​ຮາມ ແລະ ນາງ​ຊາ​ຣາ​ເດີນ​ທາງ​ຢູ່​ນັ້ນ, ພວກ​ເພິ່ນ​ຕ້ອງ​ຊອກ​ຫາ​ອາ​ຫານ. ພວກ​ເພິ່ນ​ພະ​ຍາ​ຍາມ​ອາ​ໄສ​ຢູ່​ໃນ​ດິນ​ແດນ​ທີ່​ເອີ້ນ​ວ່າ ກາ​ນາ​ອານ. ຢູ່​ທີ່​ນັ້ນ​ບໍ່​ມີ​ອາ​ຫານ, ດັ່ງ​ນັ້ນ​ພວກ​ເພິ່ນ​ຈຶ່ງ​ຕ້ອງ​ໄປ​ປະ​ເທດ​ເອ​ຢິບ. ແຕ່​ວ່າ​ການ​ດຳ​ລົງ​ຊີ​ວິດ​ຢູ່​ປະ​ເທດ​ເອ​ຢິບ​ນັ້ນ​ອັນ​ຕະ​ລາຍ​ສຳ​ລັບ​ພວກ​ເພິ່ນ.

ປະ​ຖົມ​ມະ​ການ 12:10–20; ອັບ​ຣາ​ຮາມ 2:21–25

ຮູບ​ພາບ
ອັບ​ຣາ​ຮາມ ແລະ ນາງ​ຊາ​ຣາ​ແນມ​ເບິ່ງ​ຝູງ​ສັດ

ອັບ​ຣາ​ຮາມ ແລະ ນາງ​ຊາ​ຣາ​ໄດ້​ໜີ​ຈາກ​ປະ​ເທດ​ເອ​ຢິບ ແລະ ກັບ​ຄືນ​ມາ​ອາ​ໄສ​ຢູ່​ກາ​ນາ​ອານ. ພວກ​ເພິ່ນ​ໄດ້​ເອົາ​ອາ​ຫານ ແລະ ສັດ​ຈຳ​ນວນ​ໜຶ່ງ​ຈາກ​ປະ​ເທດ​ເອ​ຢິບ​ກັບ​ມາ​ນຳ. ກາ​ນາ​ອານ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ດິນ​ແດນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ສັນ​ຍາ​ໄວ້​ກັບ​ພວກ​ເພິ່ນ.

ປະ​ຖົມ​ມະ​ການ 13:1–4, 12; ອັບ​ຣາ​ຮາມ 2:19

ຮູບ​ພາບ
ເມນ​ຄີ​ເສ​ເດັກ​ກຳ​ລັງ​ເວົ້າ​ລົມ​ກັບ​ອັບ​ຣາ​ຮາມ ແລະ ນາງ​ຊາ​ຣາ

ພຣະ​ຜູ້​ເປັນ​ເຈົ້າ​ກໍ​ໄດ້​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ ວ່າ​ອັບ​ຣາ​ຮາມ​ຈະ​ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ. ມື້​ໜຶ່ງ ອັບ​ຣາ​ຮາມ ແລະ ນາງ​ຊາ​ຣາ​ໄດ້​ພົບ​ກັບ​ກະ​ສັດ​ທີ່​ຊອບ​ທຳ​ອົງ​ໜຶ່ງ​ຊື່​ວ່າ ເມນ​ຄີ​ເສ​ເດັກ. ອັບ​ຣາ​ຮາມ​ໄດ້​ຈ່າຍ​ສ່ວນ​ສິບ​ໃຫ້​ເພິ່ນ.

ປະຖົມມະການ 14:18–24; ແອວ​ມາ 13:15

ຮູບ​ພາບ
ເມນ​ຄີ​ເສ​ເດັກ​ກຳ​ລັງ​ມອບ​ພອນ​ໃຫ້​ແກ່​ອັບ​ຣາ​ຮາມ

ອັບ​ຣາ​ຮາມ​ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ​ຈາກ​ເມນ​ຄີ​ເສ​ເດັກ. ນີ້​ແມ່ນ​ຖາ​ນະ​ປະ​ໂລ​ຫິດ​ອັນ​ດຽວ​ກັນ​ກັບ​ທີ່​ສາດ​ສະ​ດາ​ອາ​ດາມ ແລະ ສາດ​ສະ​ດາ​ໂນ​ອາ​ໄດ້​ຮັບ.

ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ, ປະ​ຖົມ​ມະ​ການ 14:36–40; ອັບ​ຣາ​ຮາມ 1:2–4; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:14

ຮູບ​ພາບ
ອັບ​ຣາ​ຮາມ ແລະ ນາງ​ຊາ​ຣາ

ອັບ​ຣາ​ຮາມ ແລະ ນາງ​ຊາ​ຣາ​ມີ​ຄວາມ​ສຸກ​ຢູ່​ໃນ​ກາ​ນາ​ອານ, ແຕ່​ພວກ​ເພິ່ນ​ຍັງ​ເປັນ​ກັງ​ວົນ​ຍ້ອນ​ວ່າ​ພວກ​ເພິ່ນ​ບໍ່​ມີ​ລູກ. ພວກ​ເພິ່ນ​ໄດ້​ໄວ້​ວາງ​ໃຈ​ໃນ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ວ່າ​ມື້​ໜຶ່ງ​ຄອບ​ຄົວ​ຂອງ​ພວກ​ເພິ່ນ​ຈະ​ເຕີບ​ໂຕ ແລະ ເປັນ​ພອນ​ໃຫ້​ທັງ​ແຜ່ນ​ດິນ​ໂລກ.

ປະ​ຖົມ​ມະ​ການ 13:12; 15:3–6

ພິມ