Scripture Stories
ເອ​ລີ​ຊາ​ປິ່ນ​ປົວ​ນາ​ອາ​ມານ


“ເອ​ລີ​ຊາ​ປິ່ນ​ປົວ​ນາ​ອາ​ມານ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ເອ​ລີ​ຊາ​ປິ່ນ​ປົວ​ນາ​ອາ​ມານ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

2 ກະ​ສັດ 5

ເອ​ລີ​ຊາ​ປິ່ນ​ປົວ​ນາ​ອາ​ມານ

ວິ​ທີ​ທີ່​ການ​ອັດ​ສະ​ຈັນ​ຍິ່ງ​ໃຫຍ່​ໄດ້​ເກີດ​ຂຶ້ນ​ຫລັງ​ຈາກ​ສັດ​ທາ​ອັນ​ລຽບ​ງ່າຍ

ຮູບ​ພາບ
ນາ​ອາ​ມານ​ນອນ​ປ່ວຍ​ຢູ່​ເທິງ​ຕຽງ

ຢູ່​ແດນ​ໄກ​ໃນ​ປະ​ເທດ​ຊີ​ເຣຍ ມີ​ຊາຍ​ຄົນ​ໜຶ່ງ​ອາ​ໄສ​ຢູ່​ຊື່​ວ່າ ນາ​ອາ​ມານ. ເພິ່ນ​ເປັນ​ຜູ້​ບັນ​ຊາ​ການ​ທີ່​ຍິ່ງ​ໃຫຍ່​ໃນ​ກອງ​ທັບ​ຊີ​ເຣຍ. ແຕ່​ນາ​ອາ​ມານ​ເປັນ​ພະ​ຍາດ​ຜິວ​ໜັງ​ທີ່​ເຈັບ​ປວດ​ເອີ້ນ​ວ່າ ຂີ້​ທູດ.

2 ກະ​ສັດ 5:1

ຮູບ​ພາບ
ເດັກ​ຍິງ​ຊາວ​ອິດ​ສະ​ຣາ​ເອນ​ກຳ​ລັງ​ເວົ້າ​ກັບ​ເມຍ​ຂອງ​ນາ​ອາ​ມານ

ຄົນ​ຮັບ​ໃຊ້​ຂອງ​ເມຍ​ນາ​ອາ​ມານ​ເປັນ​ເດັກ​ຍິງ​ຊາວ​ອິດ​ສະ​ຣາ​ເອນ. ເດັກ​ຍິງ​ມີ​ສັດ​ທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ. ນາງ​ເວົ້າ​ວ່າ ຖ້າ​ຫາກ​ນາ​ອາ​ມານ​ສາ​ມາດ​ໄປ​ຫາ​ສາດ​ສະ​ດາ​ເອ​ລີ​ຊາ, ນາ​ອາ​ມານ​ຈະ​ຫາຍ​ດີ​ພະ​ຍາດ.

2 ກະ​ສັດ 5:2–4

ຮູບ​ພາບ
ນາ​ອາ​ມານ​ກຳ​ລັງ​ເດີນ​ທາງ​ໄປ​ຊອກ​ຫາ​ເອ​ລີ​ຊາ

ນາ​ອາ​ມານ​ໄດ້​ເດີນ​ທາງ​ໄກ​ເພື່ອ​ໄປ​ຊອກ​ຫາ​ເອ​ລີ​ຊາ. ນາ​ອາ​ມານ​ຄິດ​ວ່າ ເພິ່ນ​ຈະ​ຫາຍ​ດີ​ໂດຍ​ການ​ອັດ​ສະ​ຈັນ​ທີ່​ຍິ່ງ​ໃຫຍ່.

2 ກະ​ສັດ 5:5–8

ຮູບ​ພາບ
ນາ​ອາ​ມານ​ກຳ​ລັງ​ເວົ້າ​ກັບ​ຄົນ​ຮັບ​ໃຊ້​ຂອງ​ເອ​ລີ​ຊາ

ນາ​ອາ​ມານ​ໄດ້​ມາ​ເຖິງ​ເຮືອນ​ຂອງ​ເອ​ລີ​ຊາ​ກັບ​ຄົນ​ຮັບ​ໃຊ້, ຝູງ​ມ້າ, ແລະ ລົດ​ຮົບ​ຂອງ​ເພິ່ນ. ເອ​ລີ​ຊາ​ໄດ້​ສົ່ງ​ຄົນ​ຮັບ​ໃຊ້​ຂອງ​ເພິ່ນ​ໄປ​ໃຫ້​ຄຳ​ແນະ​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແກ່​ນາ​ອາ​ມານ. ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປິ່ນ​ປົວ​ນາ​ອາ​ມານ ຖ້າ​ຫາກ​ເພິ່ນ​ລົງ​ໄປ​ອາບ​ນ້ຳ​ຢູ່​ໃນ​ແມ່​ນ້ຳ​ຈໍ​ແດນ​ເຈັດ​ເທື່ອ.

2 ກະ​ສັດ 5:9–10

ຮູບ​ພາບ
ນາ​ອາ​ມານ​ກຳ​ລັງ​ເວົ້າ​ຈົ່ມ​ຢູ່​ແຄມ​ແມ່​ນ້ຳ

ນາ​ອາ​ມານ​ໄດ້​ໃຈ​ຮ້າຍ​ຍ້ອນ​ວ່າ ເພິ່ນ​ຢາກ​ໃຫ້​ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອອກ​ມາ​ຫາ​ເພິ່ນ ແລະ ປິ່ນ​ປົວ​ເພິ່ນ​ຢ່າງ​ໄວ. ນາ​ອາ​ມານ​ໄດ້​ເວົ້າ​ຈົ່ມ​ວ່າ ແມ່​ນ້ຳ​ຈໍ​ແດນ​ບໍ່​ດີ​ເທົ່າ​ກັບ​ແມ່​ນ້ຳ​ໃຫຍ່​ຢູ່​ປະ​ເທດ​ຊີ​ເຣຍ.

2 ກະ​ສັດ 5:11–12

ຮູບ​ພາບ
ຄົນ​ຮັບ​ໃຊ້​ກຳ​ລັງ​ເວົ້າ​ກັບ​ນາ​ອາ​ມານ​ຢູ່​ແຄມ​ແມ່​ນ້ຳ

ແຕ່​ຄົນ​ຮັບ​ໃຊ້​ຂອງ​ນາ​ອາ​ມານ​ໄດ້​ຖາມ​ນາ​ອາ​ມານ​ວ່າ ເປັນ​ຫຍັງ​ເພິ່ນ​ຈຶ່ງ​ບໍ່​ຢາກ​ເຮັດ​​ສິ່ງ​ທີ່​ງ່າຍໆ​ແບບ​ນັ້ນ. ເຖິງ​ແມ່ນ​ວ່າ​ມັນ​ບໍ່​ສົມ​ເຫດ​ສົມ​ຜົນ​ຕໍ່​ນາ​ອາ​ມານ, ແຕ່​ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຂໍ​ໃຫ້​ເພິ່ນ​ເຮັດ.

2 ກະ​ສັດ 5:13

ຮູບ​ພາບ
ນາ​ອາ​ມານ​ໃນ​ແມ່​ນ້ຳ​ຈໍ​ແດນ, ຫາຍ​ດີ

ນາ​ອາ​ມານ​ຢຸດ​ທະ​ນົງ​ຕົວ ແລະ ໄດ້​ຟັງ​ຄວາມ​ຄົນ​ຮັບ​ໃຊ້​ຂອງ​ເພິ່ນ. ເພິ່ນ​ໄດ້​ລົງ​ອາບ​ນ້ຳ​ໃນ​ແມ່​ນ້ຳ​ຈໍ​ແດນ​ເຈັດ​ເທື່ອ. ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປິ່ນ​ປົວ​ນາ​ອາ​ມານ, ດັ່ງ​ທີ່​ເອ​ລີ​ຊາ​ກ່າວ​ໄວ້. ນາ​ອາ​ມານ​ຮູ້​ວ່າ​ເອ​ລີ​ຊາ​ເປັນ​ສາດ​ສະ​ດາ ແລະ ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ມີ​ຈິງ.

2 ກະ​ສັດ 5:14–15

ພິມ