Scripture Stories
ເນ​ເຫ​ມີ​ຢາ


“ເນ​ເຫ​ມີ​ຢາ,” ເລື່ອງ​ພຣະ​ຄໍາ​ພີ​ເດີມ (2022)

“ເນ​ເຫ​ມີ​ຢາ,” ເລື່ອງ​ພຣະ​ຄໍາ​ພີ​ເດີມ

ເນ​ເຫ​ມີ​ຢາ 1–246

ເນ​ເຫ​ມີ​ຢາ

ການ​ສ້າງ​ກຳ​ແພງ​ເມືອງ​ເຢ​ຣູ​ຊາ​ເລັມ​ຂຶ້ນ​ໃໝ່

ຮູບ​ພາບ
ເນ​ເຫ​ມີ​ຢາ, ກະ​ສັດ​ແນມ​ເບິ່ງ

ເນ​ເຫ​ມີ​ຢາ​ເປັນ​ຄົນ​ຢິວ​ທີ່​ອາ​ໄສ​ຢູ່​ໃນ​ເປີ​ເຊຍ. ເພິ່ນ​ເປັນ​ຜູ້​ຮັບ​ໃຊ້​ທີ່​ກະ​ສັດ​ໄວ້​ວາງ​ໃຈ. ມື້​ໜຶ່ງ​ເນ​ເຫ​ມີ​ຢາ​ໄດ້​ຍິນ​ວ່າ ຊາວ​ຢິວ​ໃນ​ເມືອງ​ເຢ​ຣູ​ຊາ​ເລັມ​ທຸກ​ທໍ​ລະ​ມານ​ຫລາຍ. ກຳ​ແພງ​ທີ່​ປົກ​ປ້ອງ​ເມືອງ​ເຢ​ຣູ​ຊາ​ເລັມ​ໄດ້​ຖືກ​ທຳ​ລາຍ ແລະ ຍັງ​ບໍ່​ໄດ້​ຖືກ​ສ້າງ​ຂຶ້ນ​ໃໝ່​ເທື່ອ. ເມືອງ​ເຢ​ຣູ​ຊາ​ເລັມ​ຕົກ​ຢູ່​ໃນ​ຂັ້ນ​ອັນ​ຕະ​ລາຍ. ເນ​ເຫ​ມີ​ຢາ​ໄດ້​ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ​ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຊ່ວຍ​ເຫລືອ.

ເນ​ເຫ​ມີ​ຢາ 1

ຮູບ​ພາບ
ກະ​ສັດ​ກຳ​ລັງ​ເວົ້າ​ລົມ​ກັບ​ເນ​ເຫ​ມີ​ຢາ​ກ່ຽວ​ກັບ​ກຳ​ແພງ

ກະ​ສັດ​ໄດ້​ຖາມ​ເນ​ເຫ​ມີ​ຢາ​ວ່າ ເປັນ​ຫຍັງ​ເພິ່ນ​ຈຶ່ງ​ໂສກ​ເສົ້າ. ເພິ່ນ​ໄດ້​ບອກ​ກະ​ສັດ​ເຖິງ​ສິ່ງ​ອັນ​ຕະ​ລາຍ​ໃນ​ເມືອງ​ເຢ​ຣູ​ຊາ​ເລັມ. ກະ​ສັດ​ເວົ້າ​ວ່າ ເພິ່ນ​ສາ​ມາດ​ຊ່ວຍ​ໄດ້. ເນ​ເຫ​ມີ​ຢາ​ໄດ້​ຂໍ​ກັບ​ໄປ​ເມືອງ​ເຢ​ຣູ​ຊາ​ເລັມ ແລະ ສ້າງ​ກຳ​ແພງ​ຂຶ້ນ​ໃໝ່. ກະ​ສັດ​ໄດ້​ແຕ່ງ​ຕັ້ງ​ໃຫ້​ເນ​ເຫ​ມີ​ຢາ​ເປັນ​ຜູ້​ນຳ ແລະ ມອບ​ອຸ​ປະ​ກອນ​ທີ່​ເພິ່ນ​ຕ້ອງ​ການ​ໃຫ້​ເພິ່ນ.

ເນ​ເຫ​ມີ​ຢາ 2:2–8

ຮູບ​ພາບ
ເນ​ເຫ​ມີ​ຢາ​ກຳ​ລັງ​ສ້າງ​ພຣະ​ວິ​ຫານ, ສັດ​ຕູ​ແນມ​ເບິ່ງ

ເນ​ເຫ​ມີ​ຢາ ແລະ ຊາວ​ຢິວ​ໄດ້​ເລີ່ມ​ຕົ້ນ​ສ້າງ​ກຳ​ແພງ​ເມືອງ​ເຢ​ຣູ​ຊາ​ເລັມ​ຂຶ້ນ​ໃໝ່. ແຕ່​ພວກ​ສັດ​ຕູ​ຂອງ​ພວກ​ເຂົາ​ໄດ້​ເຍາະ​ເຍີ້ຍ​ພວກ​ເຂົາ ແລະ ພະ​ຍາ​ຍາມ​ຢຸດ​ຢັ້ງ​ພວກ​ເຂົາ.

ເນ​ເຫ​ມີ​ຢາ 2:17–20

ຮູບ​ພາບ
ຜູ້​ຄົນ​ກຳ​ລັງ​ເຍາະ​ເຍີ້ຍ​ເນ​ເຫ​ມີ​ຢາ

ພວກ​ສັດ​ຕູ​ພະ​ຍາ​ຍາມ​ຫລອກ​ໃຫ້​ເນ​ເຫ​ມີ​ຢາ​ໜີ​ໄປ​ຈາກ​ເມືອງ. ແຕ່​ເນ​ເຫ​ມີ​ຢາ​ບໍ່​ໄດ້​ໜີ. ເພິ່ນ​ໄດ້​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ. ເພິ່ນ​ກຳ​ລັງ​ເຮັດ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່.

ເນ​ເຫ​ມີ​ຢາ 6:2–4

ຮູບ​ພາບ
ເນ​ເຫ​ມີ​ຢາ​ກຳ​ລັງ​ຢືນ​ຢູ່​ເທິງ​ກຳ​ແພງ​ທີ່​ສຳ​ເລັດ

ເນ​ເຫ​ມີ​ຢາ​ໄດ້​ບອກ​ຜູ້​ຄົນ​ຂອງ​ເພິ່ນ​ບໍ່​ໃຫ້​ຢ້ານ. ພວກ​ເຂົາ​ໄດ້​ວາງ​ທະ​ຫານ​ຍາມ​ອ້ອມ​ກຳ​ແພງ​ເພື່ອ​ຮັກ​ສາ​ມັນ​ໃຫ້​ປອດ​ໄພ. ຊາວ​ຢິວ​ສືບ​ຕໍ່​ສ້າງ​ກຳ​ແພງ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ກຳ​ລັງ​ໃຫ້​ຊາວ​ຢິວ, ແລະ ພວກ​ເຂົາ​ໄດ້​ສ້າງ​ກຳ​ແພງ​ສຳ​ເລັດ​ພາຍ​ໃນ 52 ວັນ. ເມືອງ​ເຢ​ຣູ​ຊາ​ເລັມ​ປອດ​ໄພ​ຄືນ​ອີກ​ຄັ້ງ.

ເນ​ເຫ​ມີ​ຢາ 4:6–15; 6:5–9, 15–16

ພິມ