Scripture Stories
ຄວາມ​ຝັນ​ທີ່​ດົນ​ໃຈ​ຂອງ​ໂຢ​ເຊັບ


“ຄວາມ​ຝັນ​ທີ່​ດົນ​ໃຈ​ຂອງ​ໂຢ​ເຊັບ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ຄວາມ​ຝັນ​ທີ່​ດົນ​ໃຈ​ຂອງ​ໂຢ​ເຊັບ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

ປະ​ຖົມ​ມະ​ການ 3037

ຄວາມ​ຝັນ​ທີ່​ດົນ​ໃຈ​ຂອງ​ໂຢ​ເຊັບ

ຄອບ​ຄົວ​ດີ້ນ​ລົນ​ທີ່​ຈະ​ຮັກ​ກັນ​ແລະ​ກັນ

ຮູບ​ພາບ
ຢາ​ໂຄບ ແລະ ໂຢ​ເຊັບ​ທີ່​ນຸ່ງ​ເສື້ອ​ລ່າມ

ນາງ​ຣາ​ເຊັນ ແລະ ຢາ​ໂຄບ​ໄດ້​ອະ​ທິ​ຖານ​ເປັນ​ເວ​ລາ​ຫລາຍ​ປີ ກ່ອນ​ຈະ​ໄດ້​ລູກ​ຊາຍ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ພວກ​ເພິ່ນ​ເມື່ອ​ໂຢ​ເຊັບ​ໄດ້​ເກີດ​ມາ. ໂຢ​ເຊັບ​ເປັນ​ລູກ​ຊາຍ​ຄົນ​ໂປດ​ຂອງ​ຢາ​ໂຄບ, ແລະ ເພິ່ນ​ໄດ້​ເອົາ​ເສື້ອ​ລ່າມ​ພິ​ເສດ​ຜືນ​ໜຶ່ງ​ໃຫ້​ລາວ. ພວກ​ລູກ​ຊາຍ​ໃຫຍ່​ສິບ​ຄົນ​ຂອງ​ຢາ​ໂຄບ​ມີ​ຄວາມ​ອິດ​ສາ.

ປະ​ຖົມ​ມະ​ການ 30:22–24; 37:1–4

ຮູບ​ພາບ
ໂຢ​ເຊັບ​ກຳ​ລັງ​ເລົ່າ​ຄວາມ​ຝັນ​ກ່ຽວ​ກັບ​ເຂົ້າ

ເມື່ອ​ໂຢ​ເຊັບ​ມີ​ອາ​ຍຸ​ໄດ້ 17 ປີ, ລາວ​ໄດ້​ມີ​ຄວາມ​ຝັນ​ທີ່​ດົນ​ໃຈ​ວ່າ ລາວ​ກຳ​ລັງ​ມັດ​ເຂົ້າ​ຢູ່​ໃນ​ທົ່ງ​ກັບ​ພວກ​ອ້າຍ​ນ້ອງ​ຂອງ​ລາວ. ຟ່ອນ​ເຂົ້າ​ຂອງ​ໂຢ​ເຊັບ​ຕັ້ງ​ຂຶ້ນ​ຊື່. ແຕ່​ຟ່ອນ​ເຂົ້າ​ຂອງ​ພວກ​ອ້າຍ​ນ້ອງ​ຂອງ​ລາວ​ໄດ້​ຂາບ​ລົງ​ຕໍ່​ໜ້າ​ຟ່ອນ​ເຂົ້າ​ຂອງ​ໂຢ​ເຊັບ. ເມື່ອ​ໂຢ​ເຊັບ​ເລົ່າ​ຄວາມ​ຝັນ​ຂອງ​ລາວ​ໃຫ້​ພວກ​ອ້າຍ​ຂອງ​ລາວ​ຟັງ, ພວກ​ເຂົາ​ກໍ​ໃຈ​ຮ້າຍ​ໃຫ້​ລາວ.

ປະ​ຖົມ​ມະ​ການ 37:2, 5–8

ຮູບ​ພາບ
ໂຢ​ເຊັບ​ກຳ​ລັງ​ເລົ່າ​ຄວາມ​ຝັນ​ກ່ຽວ​ກັບ​ດວງ​ດາວ

ຕໍ່​ມາ, ໂຢ​ເຊັບ​ກໍ​ໄດ້​ມີ​ຄວາມ​ຝັນ​ທີ່​ດົນ​ໃຈ​ອີກ. ໃນ​ຄວາມ​ຝັນ​ນີ້, ຕາ​ເວັນ, ດວງ​ເດືອນ, ແລະ ດວງ​ດາວ 11 ດວງ ໄດ້​ກົ້ມ​ຂາບ​ລາວ. ໂຢ​ເຊັບ​ໄດ້​ເລົ່າ​ຄວາມ​ຝັນ​ໃຫ້​ຄອບ​ຄົວ​ຂອງ​ລາວ​ຟັງ. ຄວາມ​ຝັນ​ນີ້​ຟັງ​ແລ້ວ​ຄື​ວ່າ ໂຢ​ເຊັບ​ຈະ​ໄດ້​ເປັນ​ຜູ້​ປົກ​ຄອງ​ເໜືອ​ຄອບ​ຄົວ. ພວກ​ອ້າຍ​ຂອງ​ໂຢ​ເຊັບ​ຈຶ່ງ​ໃຈ​ຮ້າຍ​ໃຫ້​ລາວ​ຫລາຍ​ກວ່າ​ເກົ່າ. ພວກ​ເຂົາ​ບໍ່​ມັກ​ຄວາມ​ຝັນ​ຂອງ​ລາວ.

ປະ​ຖົມ​ມະ​ການ 37:9–11

ຮູບ​ພາບ
ໂຢ​ເຊັບ​ກຳ​ລັງ​ໄປ​ຈອບ​ເບິ່ງ​ພວກ​ອ້າຍ​ຂອງ​ລາວ

ມື້​ໜຶ່ງ​ພວກ​ອ້າຍ​ຂອງ​ໂຢ​ເຊັບ​ໄດ້​ໄປ​ລ້ຽງ​ແກະ​ຢູ່​ໄກ​ບ້ານ. ຢາ​ໂຄບ​ໄດ້​ສົ່ງ​ໂຢ​ເຊັບ​ໃຫ້​ໄປ​ຈອບ​ເບິ່ງ​ພວກ​ເຂົາ.

ປະ​ຖົມ​ມະ​ການ 37:12–19

ຮູບ​ພາບ
ພວກ​ອ້າຍ​ຂອງ​ໂຢ​ເຊັບ

ພວກ​ອ້າຍ​ຂອງ​ໂຢ​ເຊັບ​ບາງ​ຄົນ​ຢາກ​ຂ້າ​ລາວ. ພວກ​ເຂົາ​ໄດ້​ກຸມ​ແກ້​ເສື້ອ​ລ່າມ​ຂອງ​ລາວ​ອອກ ແລະ ໄດ້​ໂຍນ​ລາວ​ລົງ​ໃນ​ສ້າງ​ທີ່​ບໍ່​ມີ​ນ້ຳ.

ປະ​ຖົມ​ມະ​ການ 37:20–24

ຮູບ​ພາບ
ໂຢ​ເຊັບ​ຢູ່​ໃນ​ນ້ຳ​ສ້າງ

ຂະ​ນະ​ທີ່​ໂຢ​ເຊັບ​ຢູ່​ໃນ​ນ້ຳ​ສ້າງ, ພວກ​ອ້າຍ​ຂອງ​ລາວ​ກໍ​ເຫັນ​ພວກ​ພໍ່​ຄ້າ​ກຳ​ລັງ​ເດີນ​ທາງ​ໄປ​ປະ​ເທດ​ເອ​ຢິບ. ພວກ​ອ້າຍ​ໄດ້​ຕັດ​ສິນ​ໃຈ​ຂາຍ​ໂຢ​ເຊັບ​ໃຫ້​ເປັນ​ຂ້າ​ທາດ​ຂອງ​ພວກ​ພໍ່​ຄ້າ ເປັນ​ຈຳ​ນວນ​ເງິນ 20 ຫລຽນ.

ປະ​ຖົມ​ມະ​ການ 37:25–28

ຮູບ​ພາບ
ເລືອດ​ຕິດ​ເສື້ອ​ລ່າມ​ຂອງ​ໂຢ​ເຊັບ

ແລ້ວ​ພວກ​ອ້າຍ​ຂອງ​ໂຢ​ເຊັບ​ໄດ້​ເອົາ​ເລືອດ​ແບ້​ທາ​ໃສ່​ເສື້ອ​ລ່າມ​ຂອງ​ລາວ. ພວກ​ອ້າຍ​ໄດ້​ໄປ​ຫາ​ພໍ່​ຂອງ​ພວກ​ເຂົາ, ແລະ ເອົາ​ເສື້ອ​ລ່າມ​ໃຫ້​ເພິ່ນ​ເບິ່ງ. ພວກ​ເຂົາ​ໄດ້​ເວົ້າ​ຕົວະ​ຢາ​ໂຄບ ແລະ ບອກ​ເພິ່ນ​ວ່າ ສັດ​ປ່າ​ໄດ້​ຂ້າ​ໂຢ​ເຊັບ.

ປະ​ຖົມ​ມະ​ການ 37:31–33

ຮູບ​ພາບ
ຢາ​ໂຄບ​ຮ້ອງ​ໄຫ້

ຢາ​ໂຄບ​ຮ້ອງ​ໄຫ້​ເພາະ​ເພິ່ນ​ຄິດ​ວ່າ ໂຢ​ເຊັບ​ຕາຍ​ເສຍ​ແລ້ວ.

ປະ​ຖົມ​ມະ​ການ 37:32–35

ຮູບ​ພາບ
ໂຢ​ເຊັບ​ເປັນ​ຢູ່​ໃນ​ຖາ​ນະ​ຂ້າ​ທາດ​ຢູ່​ປະ​ເທດ​ເອ​ຢິບ

ແຕ່​ໂຢ​ເຊັບ​ຍັງ​ມີ​ຊີ​ວິດ​ຢູ່. ລາວ​ຢູ່​ຫ່າງ​ໄກ​ຈາກ​ບ້ານ​ໃນ​ປະ​ເທດ​ເອ​ຢິບ, ເປັນ​ຢູ່​ໃນ​ຖາ​ນະ​ຂ້າ​ທາດ.

ປະ​ຖົມ​ມະ​ການ 37:36

ພິມ