Scripture Stories
ສາດ​ສະ​ດາ​ເອ​ລີ​ຢາ


“ສາດ​ສະ​ດາ​ເອ​ລີ​ຢາ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ສາດ​ສະ​ດາ​ເອ​ລີ​ຢາ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

1 ກະ​ສັດ 16–18

ສາດ​ສະ​ດາ​ເອ​ລີ​ຢາ

ສັດ​ທາ​ຂອງ​ແມ່​ຄົນ​ໜຶ່ງ ແລະ ການ​ອັດ​ສະ​ຈັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

ຮູບ​ພາບ
ເອ​ລີ​ຢາ​ກຳ​ລັງ​ເວົ້າ​ລົມ​ກັບ​ກະ​ສັດ​ອາ​ຮາບ ແລະ ລາ​ຊີ​ນີ​ເຢ​ເຊ​ເບນ

ຝົນ​ບໍ່​ຕົກ​ຢູ່​ໃນ​ອາ​ນາ​ຈັກ​ອິດ​ສະ​ຣາ​ເອນ, ແລະ ນ້ຳ​ກໍ​ກຳ​ລັງ​ຈະ​ແຫ້ງ​ໝົດ​ໄປ. ກະ​ສັດ​ອາ​ຮາບ ແລະ ລາ​ຊີ​ນີ​ເຢ​ເຊ​ເບນ​ບໍ່​ມັກ​ບັນ​ດາ​ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ພວກ​ເພິ່ນ​ໄດ້​ສັ່ງ​ໃຫ້​ຂ້າ​ສາດ​ສະ​ດາ​ບາງ​ທ່ານ. ກະ​ສັດ ແລະ ລາ​ຊີ​ນີ​ໄດ້​ອະ​ທິ​ຖານ​ຕໍ່​ຮູບ​ເຄົາ​ລົບ​ເພື່ອ​ຂໍ​ໃຫ້​ຝົນ​ຕົກ. ແຕ່​ສາດ​ສະ​ດາ​ເອ​ລີ​ຢາ​ໄດ້​ບອກ​ພວກ​ເພິ່ນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ສົ່ງ​ຝົນ​ມາ​ເປັນ​ເວ​ລາ​ຫລາຍ​ປີ.

1 ກະ​ສັດ 16:29–33; 17:1; 18:13

ຮູບ​ພາບ
ເອ​ລີ​ຢາ​ກຳ​ລັງ​ລີ້​ຊ່ອນ​ຕົວ​ຈາກ​ພວກ​ທະ​ຫານ

ກະ​ສັດ ແລະ ລາ​ຊີ​ນີ​ໄດ້​ໃຈ​ຮ້າຍ​ໃຫ້​ເອ​ລີ​ຢາ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຕືອນ​ເອ​ລີ​ຢາ​ວ່າ ໃຫ້​ໄປ​ລີ້​ເພາະ​ວ່າ​ຊີ​ວິດ​ຂອງ​ເພິ່ນ​ຕົກ​ຢູ່​ໃນ​ຂັ້ນ​ອັນ​ຕະ​ລາຍ.

1 ກະ​ສັດ 17:2–3

ຮູບ​ພາບ
ເອ​ລີ​ຢາ​ກຳ​ລັງ​ຄຸ​ເຂົ່າ​ຢູ່​ທີ່​ຫ້ວຍ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ນຳ​ເອ​ລີ​ຢາ​ໄປ​ທີ່​ຫ້ວຍ ແລະ ໄດ້​ສົ່ງ​ກາ​ເອົາ​ອາ​ຫານ​ໄປ​ໃຫ້​ເພິ່ນ​ກິນ. ແຕ່​ເປັນ​ເພາະ​ບໍ່​ມີ​ຝົນ, ຫ້ວຍ​ກໍ​ໄດ້​ແຫ້ງ​ແລ້ງ, ແລະ ເອ​ລີ​ຢາ​ກໍ​ບໍ່​ມີ​ນ້ຳ​ຈະ​ດື່ມ.

1 ກະ​ສັດ 17:4–7

ຮູບ​ພາບ
ເອ​ລີ​ຢາ​ກຳ​ລັງ​ເວົ້າ​ລົມ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ນຳ​ເອ​ລີ​ຢາ​ໄປ​ຫາ​ຜູ້​ຍິງ​ຄົນ​ໜຶ່ງ​ຢູ່​ເມືອງ​ທີ່​ຫ່າງ​ໄກ​ແຫ່ງ​ໜຶ່ງ. ເອ​ລີ​ຢາ​ໄດ້​ຂໍ​ນ້ຳ ແລະ ເຂົ້າ​ຈີ່​ຈາກ​ນາງ. ແຕ່​ນາງ​ກໍ​ມີ​ພຽງ​ພໍ​ສຳ​ລັບ​ຕົວ​ນາງ​ເອງ ແລະ ລູກ​ຊາຍ​ຂອງ​ນາງ​ອີກ​ມື້​ໜຶ່ງ​ເທົ່າ​ນັ້ນ.

1 ກະ​ສັດ 17:8–12

ຮູບ​ພາບ
ເອ​ລີ​ຢາ​ກຳ​ລັງ​ເວົ້າ​ລົມ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ

ເອ​ລີ​ຢາ​ກໍ​ຮູ້​ວ່າ​ນັ້ນ​ແມ່ນ​ອາ​ຫານ​ຄາບ​ສຸດ​ທ້າຍ​ຂອງ​ນາງ. ເພິ່ນ​ໄດ້​ສັນ​ຍາ​ກັບ​ນາງ​ວ່າ ຖ້າ​ຫາກ​ນາງ​ລ້ຽງ​ເຂົ້າ​ເພິ່ນ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຈັດ​ຫາ​ອາ​ຫານ​ໃຫ້​ແກ່​ຄອບ​ຄົວ​ຂອງ​ນາງ​ຈົນ​ກວ່າ​ຝົນ​ຈະ​ຕົກ​ຄືນ​ອີກ.

1 ກະ​ສັດ 17:13–14

ຮູບ​ພາບ
ເອ​ລີ​ຢາ, ຜູ້​ຍິງ, ແລະ ເດັກ​ກຳ​ລັງ​ກິນ​ເຂົ້າ

ຜູ້​ຍິງ​ຄົນ​ນັ້ນ​ໄດ້​ເຮັດ​ເຂົ້າ​ຈີ່​ໃຫ້​ເອ​ລີ​ຢາ. ແລ້ວ​ນ້ຳ​ມັນ ແລະ ແປ້ງ​ເຂົ້າ​ຈີ່​ຂອງ​ນາງ​ກໍ​ເພີ່ມ​ທະ​ວີ​ຂຶ້ນ. ມັນ​ໄດ້​ມີ​ອາ​ຫານ​ພຽງ​ພໍ​ສຳ​ລັບ​ເອ​ລີ​ຢາ ແລະ ຄອບ​ຄົວ​ຂອງ​ນາງ​ເປັນ​ເວ​ລາ​ຫລາຍ​ວັນ.

1 ກະ​ສັດ 17:15–16

ຮູບ​ພາບ
ຜູ້​ຍິງ​ກຳ​ລັງ​ໄວ້​ທຸກ​ລູກ​ທີ່​ຕາຍ​ໄປ

ມື້​ໜຶ່ງ​ລູກ​ຊາຍ​ຂອງ​ຜູ້​ຍິງ​ຄົນ​ນັ້ນ​ເປັນ​ໄຂ້ ແລະ ໄດ້​ຕາຍ​ໄປ. ນາງ​ໄດ້​ຖາມ​ເອ​ລີ​ຢາ​ວ່າ ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ປ່ອຍ​ໃຫ້​ສິ່ງ​ນີ້​ເກີດ​ຂຶ້ນ​ກັບ​ນາງ.

1 ກະ​ສັດ 17:17–20

ຮູບ​ພາບ
ຜູ້​ຍິງ​ກຳ​ລັງ​ໂອບ​ກອດ​ລູກ

ເອ​ລີ​ຢາ​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ. ເພິ່ນ​ໄດ້​ອວຍ​ພອນ​ລູກ​ຊາຍ​ຂອງ​ນາງ ແລະ ໄດ້​ທູນ​ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ອະ​ນຸ​ຍາດ​ໃຫ້​ທ້າວ​ນ້ອຍ​ກັບ​ຄືນ​ມີ​ຊີ​ວິດ. ທ້າວ​ນ້ອຍກໍ​ໄດ້​ຫາຍ​ໃຈ​ອີກ, ແລະ ຜູ້​ຍິງ​ຄົນ​ນັ້ນ​ກໍ​ຮູ້​ວ່າ ເອ​ລີ​ຢາ​ເປັນ​ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

1 ກະ​ສັດ 17:21–24

ພິມ