Scripture Stories
ໄພ​ພິ​ບັດ​ຕ່າງໆ​ໃນ​ປະ​ເທດ​ເອ​ຢິບ


“ໄພ​ພິ​ບັດ​ຕ່າງໆ​ໃນ​ປະ​ເທດ​ເອ​ຢິບ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ໄພ​ພິ​ບັດ​ຕ່າງໆ​ໃນ​ປະ​ເທດ​ເອ​ຢິບ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

ອົບ​ພະ​ຍົບ 4–5; 7–12

ໄພ​ພິ​ບັດ​ຕ່າງໆ​ໃນ​ປະ​ເທດ​ເອ​ຢິບ

ການ​ເລືອກ​ຂອງ​ຟາ​ໂຣ​ຕໍ່​ຕ້ານ​ພຣະ​ຜູ້​ເປັນ​ເຈົ້າ

ຮູບ​ພາບ
ໂມ​ເຊ ແລະ ອາ​ໂຣນ​ກຳ​ລັງ​ເວົ້າ​ລົມ​ກັບ​ຟາ​ໂຣ

ໂມ​ເຊ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໄດ້​ກັບ​ຄືນ​ໄປ​ປະ​ເທດ​ເອ​ຢິບ. ໂມ​ເຊ ແລະ ອາ​ໂຣນ​ອ້າຍ​ຂອງ​ເພິ່ນ​ໄດ້​ໄປ​ຫາ​ຟາ​ໂຣ ແລະ ໄດ້​ຂໍ​ຮ້ອງ​ໃຫ້​ເພິ່ນ​ປ່ອຍ​ຊາວ​ອິດ​ສະ​ຣາ​ເອນ​ໃຫ້​ເປັນ​ອິດ​ສະ​ລະ ແລະ ໜີ​ໄປ​ຈາກ​ປະ​ເທດ​ເອ​ຢິບ. ຟາ​ໂຣ​ໄດ້​ໃຈ​ຮ້າຍ ແລະ ປະ​ຕິ​ເສດ. ເພິ່ນ​ໄດ້​ບັງ​ຄັບ​ໃຫ້​ຊາວ​ອິດ​ສະ​ຣາ​ເອນ​ເຮັດ​ວຽກ​ໜັກ​ຫລາຍ​ຂຶ້ນ.

ອົບ​ພະ​ຍົບ 4:10–16; 5:1–18

ຮູບ​ພາບ
ແມ່​ນ້ຳ​ກາຍ​ເປັນ​ເລືອດ

ເພາະ​ວ່າ​ຟາ​ໂຣ​ບໍ່​ໄດ້​ຮັບ​ຟັງ​ພຣະ​ຜູ້​ເປັນ​ເຈົ້າ, ຊາວ​ເອ​ຢິບ​ຈຶ່ງ​ຖືກ​ສາບ​ແຊ່ງ​ດ້ວຍ​ໄພ​ພິ​ບັດ​ຢ່າງ​ຮ້າຍ​ແຮງ. ທຳ​ອິດ, ແມ່​ນ້ຳ​ທຸກ​ສາຍ​ໃນ​ເອ​ຢິບ​ໄດ້​ກາຍ​ເປັນ​ເລືອດ. ໂມ​ເຊ​ໄດ້​ຂໍ​ຮ້ອງ​ຟາ​ໂຣ​ອີກ​ວ່າ ໃຫ້​ປ່ອຍ​ຊາວ​ອິດ​ສະ​ຣາ​ເອນ​ໄປ, ແຕ່​ຟາ​ໂຣ​ກໍ​ເວົ້າ​ວ່າ​ບໍ່.

ອົບ​ພະ​ຍົບ 7:14–25

ຮູບ​ພາບ
ຝູງ​ກົບ​ກຳ​ລັງ​ເຕັ້ນ​ຂຶ້ນ​ເທິງ​ຕົວ​ຊາວ​ເອ​ຢິບ

ຕໍ່​ຈາກ​ນັ້ນ, ພຣະ​ຜູ້​ເປັນ​ໄດ້​ສົ່ງ​ຝູງ​ກົບ​ມາ​ຍັງ​ປະ​ເທດ​ເອ​ຢິບ. ມັນ​ໄດ້​ຢູ່​ທົ່ວ​ທຸກ​ບ່ອນ. ຟາ​ໂຣ​ໄດ້​ເວົ້າ​ວ່າ ເພິ່ນ​ຈະ​ປ່ອຍ​ຊາວ​ອິດ​ສະ​ຣາ​ເອນ​ໄປ ຖ້າ​ຫາກ​ຝູງ​ກົບ​ໜີ​ໄປ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໃຫ້​ຝູງ​ກົບ​ໜີ​ໄປ, ແຕ່​ຟາ​ໂຣ​ບໍ່​ໄດ້​ປ່ອຍ​ຊາວ​ອິດ​ສະ​ຣາ​ເອນ​ໄປ. ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ຝູງ​ຮີ້ນ ແລະ ຝູງ​ເຫລືອກ​ມາ.

ອົບ​ພະ​ຍົບ 8:1–32

ຮູບ​ພາບ
ຊາວ​ເອ​ຢິບ ແລະ ຝູງ​ສັດ​ຕາຍ

ຕໍ່​ຈາກ​ນັ້ນ, ສັດ​ຂອງ​ຊາວ​ເອ​ຢິບ​ກໍ​ໄດ້​ຕາຍ​ໝົດ, ແຕ່​ສັດ​ຂອງ​ຊາວ​ອິດ​ສະ​ຣາ​ເອນ​ບໍ່​ໄດ້​ຕາຍ​ຈັກ​ໂຕ. ແລ້ວ​ຊາວ​ເອ​ຢິບ​ເກີດ​ຕຸ່ມ​ຝີ​ຕາມ​ຕົນ​ຕົວ​ຂອງ​ພວກ​ເຂົາ.

ອົບ​ພະ​ຍົບ 9:3–12

ຮູບ​ພາບ
ໝາກ​ເຫັບ ແລະ ພະ​ຍຸ​ໄຟ​ທຳ​ລາຍ​ປະ​ເທດ​ເອ​ຢິບ

ພະ​ຍຸ​ຮ້າຍ​ພ້ອມ​ດ້ວຍ​ໝາກ​ເຫັບ ແລະ ໄຟ​ກໍ​ໄດ້​ມາ​ສູ່​ປະ​ເທດ​ເອ​ຢິບ​ນຳ​ອີກ. ສິ່ງ​ນີ້​ໄດ້​ກໍ່​ໃຫ້​ເກີດ​ການ​ທຳ​ລາຍ​ທີ່​ຮ້າຍ​ແຮງ.

ອົບ​ພະ​ຍົບ 9:22–35

ຮູບ​ພາບ
ຝູງ​ຕັກ​ກະ​ແຕນ​ກິນ​ຜົນ​ລະ​ປູກ

ຟາ​ໂຣ​ຍັງ​ບໍ່​ຍອມ​ປ່ອຍ​ຊາວ​ອິດ​ສະ​ຣາ​ເອນ​ໄປ. ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ຝູງ​ຕັກ​ກະ​ແຕນ​ມາ, ແລະ ມັນ​ໄດ້​ກິນ​ອາ​ຫານ​ຂອງ​ຜູ້​ຄົນ​ຈົນ​ໝົດ​ກ້ຽງ.

ອົບ​ພະ​ຍົບ 10:12–20

ຮູບ​ພາບ
ຟາ​ໂຣ

ແລ້ວ​ກໍ​ມີ​ຄວາມ​ມືດ​ເປັນ​ເວ​ລາ​ສາມ​ວັນ. ໃນ​ລະ​ຫວ່າງ​ໄພ​ພິ​ບັດ​ຢ່າງ​ຫລວງ​ຫລາຍ​ນັ້ນ, ຟາ​ໂຣ​ໄດ້​ສັນ​ຍາ​ວ່າ​ຈະ​ປ່ອຍ​ຊາວ​ອິດ​ສະ​ຣາ​ເອນ​ໄປ ຖ້າ​ຫາກ​ໄພ​ພິ​ບັດ​ຈະ​ຢຸດ​ຕິ, ແຕ່​ເພິ່ນ​ໄດ້​ເວົ້າ​ຕົວະ​ທຸກໆ​ເທື່ອ.

ອົບ​ພະ​ຍົບ 10:21–23, 27

ຮູບ​ພາບ
ໂມ​ເຊ ແລະ ຄອບ​ຄົວ

ຫລັງ​ຈາກ​ໄພ​ພິ​ບັດ​ທີ່​ແຕກ​ຕ່າງ​ທັງ​ເກົ້າ​ຢ່າງ, ຟາ​ໂຣ​ກໍ​ບໍ່​ໄດ້​ປ່ອຍ​ຊາວ​ອິດ​ສະ​ຣາ​ເອນ​ໄປ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ໂມ​ເຊ​ວ່າ ໄພ​ພິ​ບັດ​ທີ່​ຮ້າຍ​ແຮງ​ອີກ​ຢ່າງ​ໜຶ່ງ​ຈະ​ເກີດ​ຂຶ້ນ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ນຳ​ພາ ແລະ ປົກ​ປ້ອງ​ຊາວ​ອິດ​ສະ​ຣາ​ເອນ​ຂະ​ນະ​ທີ່​ພວກ​ເຂົາ​ໄດ້​ລໍ​ຖ້າ​ອິດ​ສະ​ລະ​ພາບ​ຂອງ​ພວກ​ເຂົາ.

ອົບ​ພະ​ຍົບ 11:4–7; 12:1–13

ພິມ