Scripture Stories
ຊາວ​ອິດ​ສະ​ຣາ​ເອນ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ


“ຊາວ​ອິດ​ສະ​ຣາ​ເອນ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ຊາວ​ອິດ​ສະ​ຣາ​ເອນ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

ອົບ​ພະ​ຍົບ 16

ຊາວ​ອິດ​ສະ​ຣາ​ເອນ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ

ການ​ຮຽນ​ຮູ້​ທີ່​ຈະ​ເພິ່ງ​ອາ​ໄສ​ພຣະ​ຜູ້​ເປັນ​ເຈົ້າ

ຮູບ​ພາບ
ຊາວ​ອິດ​ສະ​ຣາ​ເອນ​ກຳ​ລັງ​ເວົ້າ​ຈົ່ມ

ຫລັງ​ຈາກ​ຊາວ​ອິດ​ສະ​ຣາ​ເອນ​ໄດ້​ອອກ​ຈາກ​ປະ​ເທດ​ເອ​ຢິບ​ໄປ, ພວກ​ເຂົາ​ໄດ້​ເວົ້າ​ຈົ່ມ​ວ່າ ພວກ​ເຂົາ​ບໍ່​ມີ​ອາ​ຫານ​ພຽງ​ພໍ. ພວກ​ເຂົາ​ໄດ້​ເວົ້າ​ວ່າ ການ​ເປັນ​ຊະ​ເລີຍ​ຢູ່​ໃນ​ປະ​ເທດ​ເອ​ຢິບ ກໍ​ຍັງ​ດີ​ກວ່າ​ທີ່​ຈະ​ມາ​ອົດ​ຕາຍ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

ອົບ​ພະ​ຍົບ 16:1–3

ຮູບ​ພາບ
ຊາວ​ອິດ​ສະ​ຣາ​ເອນ​ກຳ​ລັງ​ເກັບ​ເອົາ​ມາ​ນາ

ເພື່ອ​ສິດ​ສອນ​ຊາວ​ອິດ​ສະ​ຣາ​ເອນ​ໃຫ້​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ເຂົ້າ​ຈີ່​ຈາກ​ສະ​ຫວັນ​ມາ​ໃຫ້​ພວກ​ເຂົາ ເພື່ອ​ໃຫ້​ເກັບ​ເອົາ​ແຕ່​ລະ​ມື້. ພວກ​ເຂົາ​ເອີ້ນ​ເຂົ້າ​ຈີ່​ນັ້ນ​ວ່າ ມາ​ນາ. ມັນ​ມີ​ລົດ​ຊາດ​ຄື​ກັນ​ກັບ​ນ້ຳ​ເຜິ້ງ. ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ສົ່ງ​ມາ​ນາ​ລົງ​ມາ​ໃນ​ວັນ​ຊະ​ບາ​ໂຕ, ມື້​ທີ​ເຈັດ​ຂອງ​ອາ​ທິດ. ສະ​ນັ້ນ​ໃນ​ມື້​ທີ​ຫົກ, ພຣະ​ອົງ​ໄດ້​ບອກ​ພວກ​ເຂົາ​ໃຫ້​ເກັບ​ເອົາ​ມາ​ນາ​ໃຫ້​ພໍ​ສຳ​ລັບ​ສອງ​ມື້.

ອົບ​ພະ​ຍົບ 16:4–5, 14–31

ຮູບ​ພາບ
ຊາວ​ອິດ​ສະ​ຣາ​ເອນ​ກຳ​ລັງ​ເກັບ​ເອົາ​ນົກ​ຂຸ້ມ

ຊົ່ວ​ໄລ​ຍະ​ໜຶ່ງ, ພຣະ​ຜູ້​ເປັນ​ເຈົ້າ​ກໍ​ໄດ້​ສົ່ງ​ນົກ​ຂຸ້ມ​ມາ​ໃຫ້​ຊາວ​ອິດ​ສະ​ຣາ​ເອນ​ກິນ. ໃນ​ຕອນ​ເຊົ້າ​ພວກ​ເຂົາ​ໄດ້​ເກັບ​ເອົາ​ມາ​ນາ, ແລະ ໃນ​ຕອນ​ແລງ​ພວກ​ເຂົາ​ໄດ້​ເກັບ​ເອົາ​ນົກ​ຂຸ້ມ. ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ຊາວ​ອິດ​ສະ​ຣາ​ເອນ​ຮຽນ​ຮູ້​ທີ່​ຈະ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ. ໃນ​ວິ​ທີ​ນີ້, ພຣະ​ອົງ​ໄດ້​ດູ​ແລ​ພວກ​ເຂົາ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

ອົບ​ພະ​ຍົບ 16:11–13

ພິມ