“ແອນ້ອຍໂມເຊ,” ເລື່ອງພຣະຄຳພີເດີມ (2022)
“ແອນ້ອຍໂມເຊ,” ເລື່ອງພຣະຄຳພີເດີມ
ອົບພະຍົບ 1–2
ແອນ້ອຍໂມເຊ
ການປົກປ້ອງຜູ້ນຳໃນອະນາຄົດຂອງຊາວອິດສະຣາເອນ
ຄອບຄົວຂອງຢາໂຄບກາຍເປັນປະຊາຊາດທີ່ຍິ່ງໃຫຍ່ໃນປະເທດເອຢິບ. ພວກເຂົາຖືກເອີ້ນວ່າຊາວອິດສະຣາເອນ. ຟາໂຣ ກະສັດຂອງປະເທດເອຢິບ ຢ້ານວ່າມື້ໜຶ່ງຈະມີຊາວອິດສະຣາເອນຢ່າງຫລວງຫລາຍ ແລະ ວ່າພວກເຂົາຈະຕໍ່ຕ້ານປະເທດເອຢິບ, ສະນັ້ນເພິ່ນຈຶ່ງບັງຄັບຊາວອິດສະຣາເອນໃຫ້ເປັນຂ້າທາດຂອງເພິ່ນ.
ແລ້ວຟາໂຣໄດ້ສັ່ງໃຫ້ຂ້າລູກນ້ອຍຜູ້ຊາຍຂອງຊາວອິດສະຣາເອນທຸກຄົນ. ຄອບຄົວຊາວອິດສະຣາເອນມີຄວາມຢ້ານກົວຫລາຍ.
ແມ່ຄົນໜຶ່ງທີ່ເປັນຊາວອິດສະຣາເອນຊື່ ໂຢເກເບັດ ໄດ້ຄິດຫາທາງເພື່ອໄວ້ຊີວິດລູກຊາຍນ້ອຍຂອງນາງ. ນາງໄດ້ເອົາແອນ້ອຍໃສ່ໃນອູ່ ແລະ ເຊື່ອງອູ່ໄວ້ໃນກໍຫຍ້າອໍ້ໃກ້ແມ່ນ້ຳນິນ. ນາງມີຣີອາມ ເອື້ອຍຂອງແອນ້ອຍ ໄດ້ເຝົ້າເບິ່ງລາວ ເພື່ອຄວາມປອດໄພ.
ຂະນະທີ່ລົງໄປອາບນ້ຳຢູ່ໃນແມ່ນ້ຳ, ລູກສາວຂອງຟາໂຣໄດ້ພົບເຫັນອູ່. ນາງໄດ້ເຫັນແອນ້ອຍທີ່ໜ້າສົງສານຄົນອິດສະຣາເອນຮ້ອງໄຫ້ ແລະ ນາງຢາກລ້ຽງດູລາວເປັນລູກຂອງນາງເອງ. ນາງມີຣີອາມໄດ້ເຂົ້າມາຫາລູກສາວຂອງຟາໂຣ ແລະ ຖາມນາງວ່າ ຢາກໄດ້ຜູ້ຍິງຄົນອິດສະຣາເອນມາເປັນແມ່ລ້ຽງຂອງແອນ້ອຍນັ້ນບໍ່.
ນາງມີຣີອາມໄດ້ພາໂຢເກເບັດ ແມ່ຂອງນາງມາຫາລູກສາວຂອງຟາໂຣ. ລູກສາວຂອງຟາໂຣໄດ້ຕົກລົງຈ້າງນາງໂຢເກເບັດໃຫ້ດູແລແອນ້ອຍ.
ແອນ້ອຍຄົນອິດສະຣາເອນເຕີບໃຫຍ່ຂຶ້ນ. ລູກສາວຂອງຟາໂຣໄດ້ລ້ຽງດູລາວຄືກັບວ່າເປັນລູກແທ້ໆຂອງນາງ. ນາງຕັ້ງຊື່ໃຫ້ລາວວ່າ ໂມເຊ.