ເລື່ອງ​ພຣະ​ຄຳ​ພີ
ຄອບ​ຄົວ​ຂອງ​ອາ​ດາມ ແລະ ເອ​ວາ


“ຄອບ​ຄົວ​ຂອງ​ອາ​ດາມ ແລະ ເອ​ວາ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ຄອບ​ຄົວ​ຂອງ​ອາ​ດາມ ແລະ ເອ​ວາ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

ປະ​ຖົມ​ມະ​ການ 4; ໂມ​ເຊ 5–6

ຄອບ​ຄົວ​ຂອງ​ອາ​ດາມ ແລະ ເອ​ວາ

ການ​ເລືອກ​ທີ່​ຈະ​ຕິດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ

ຮູບ​ພາບ
ອາ​ດາມ ແລະ ເອ​ວາ ແລະ ຄອບ​ຄົວ

ຫລັງ​ຈາກ​ອາ​ດາມ ແລະ ເອ​ວາ​ໄດ້​ອອກ​ຈາກ​ສວນ​ເອ​ເດນ, ເຂົາ​ເຈົ້າ​ໄດ້​ສືບ​ຕໍ່​ຮຽນ​ຮູ້​ກ່ຽວ​ກັບ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສຳ​ລັບ​ເຂົາ​ເຈົ້າ​ຢູ່​ເທິງ​ໂລກ. ເຂົາ​ເຈົ້າ​ໄດ້​ມີ​ລູກ​ຫລາຍ​ຄົນ ແລະ ໄດ້​ສິດ​ສອນ​ພວກ​ເຂົາ​ທຸກ​ຄົນ​ວ່າ ເຂົາ​ເຈົ້າ​ຮູ້​ກ່ຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ. ລູກໆ​ຂອງ​ອາ​ດາມ ແລະ ເອ​ວາ​ບາງ​ຄົນ​ໄດ້​ເລືອກ​ເຊື່ອ​ຟັງ​ພຣະ​ຜູ້​ເປັນ​ເຈົ້າ. ແຕ່​ບາງ​ຄົນ​ບໍ່​ເລືອກ​ເຊື່ອ​ຟັງ.

ໂມ​ເຊ 5:1–12; 6:15

ຮູບ​ພາບ
ອາ​ດາມ ແລະ ເອ​ວາ​ກັບ​ລູກໆ, ອາ​ດາມ​ກຳ​ລັງ​ຂຽນ​ພຣະ​ຄຳ​ພີ

ຄອບ​ຄົວ​ຂອງ​ອາ​ດາມ ແລະ ເອ​ວາ​ໄດ້​ຮັກ​ສາ​ປຶ້ມ​ແຫ່ງ​ຄວາມ​ຊົງ​ຈຳ. ເຂົາ​ເຈົ້າ​ໄດ້​ຂຽນ​ປະ​ຫວັດ​ຄອບ​ຄົວ​ໃສ່​ໃນ​ປຶ້ມ. ເຂົາ​ເຈົ້າ​ໄດ້​ຂຽນ​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊ່ວຍ​ເຫລືອ​ເຂົາ​ເຈົ້າ.

ໂມ​ເຊ 6:5–6

ຮູບ​ພາບ
ກາ​ອິນ ແລະ ອາ​ເບັນ

ກາ​ອິນ ແລະ ອາ​ເບັນ​ແມ່ນ​ລູກ​ຊາຍ​ສອງ​ຄົນ​ຂອງ​ອາ​ດາມ ແລະ ເອ​ວາ. ອາ​ເບັນ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ ແລະ ເລືອກ​ຕິດ​ຕາມ​ພຣະ​ອົງ. ກາ​ອິນ​ບໍ່​ເຊື່ອ​ຟັງ​ພຣະ​ຜູ້​ເປັນ​ເຈົ້າ. ລາວ​ເລືອກ​ທີ່​ຈະ​ກະ​ບົດ.

ປະ​ຖົມ​ມະ​ການ 4:1–16

ຮູບ​ພາບ
ຊາຍ​ຄົນ​ໜຶ່ງ​ກຳ​ລັງ​ຫລຽວ​ເບິ່ງ​ນະ​ຄອນ

ຄອບ​ຄົວ​ຂອງ​ອາ​ດາມ ແລະ ເອ​ວາ​ເລີ່ມ​ເຕີບ​ໂຕ. ຫລາຍ​ຄົນ​ໄດ້​ເກີດ​ມາ. ທຸກ​ຄົນ​ເປັນ​ອິດ​ສະ​ລະ​ທີ່​ຈະ​ເລືອກ​ເຮັດ. ເມື່ອ​ເວ​ລາ​ຜ່ານ​ໄປ, ບາງ​ຄົນ​ໄດ້​ກະ​ບົດ​ຕໍ່​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ສາດ​ສະ​ດາ​ມາ​ສິດ​ສອນ​ຜູ້​ຄົນ​ໃຫ້​ກັບ​ໃຈ.

ປະ​ຖົມ​ມະ​ການ 4:25–26; ​ໂມ​ເຊ 5:13; 6:23

ພິມ