ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 14–20 ເດືອນ​ພະ​ຈິກ. ອາ​ໂມດ; ໂອ​ບາ​ດີ​ຢາ: “ຈົ່ງ​ສະ​ແຫວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເຈົ້າ​ຈະ​ມີ​ຊີ​ວິດ​ຢູ່”


“ວັນ​ທີ 14–20 ເດືອນ​ພະ​ຈິກ. ອາ​ໂມດ; ໂອ​ບາ​ດີ​ຢາ: ‘ຈົ່ງ​ສະ​ແຫວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເຈົ້າ​ຈະ​ມີ​ຊີ​ວິດ​ຢູ່,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 14–20 ເດືອນ​ພະ​ຈິກ. ອາ​ໂມດ; ໂອ​ບາ​ດີ​ຢາ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ພຣະ​ພັກ​ຂອງ​ພຣະ​ເຢ​ຊູ​ຮຸ່ງ​ແຈ້ງ​ໂດຍ​ແສງ​ທຽນ​ຢູ່​ໃນ​ຫ້ອງ​ມືດ

Bread of Life [ອາ​ຫານ​ແຫ່ງ​ຊີ​ວິດ], ໂດຍ ຄຣິສ ຢັງ

ວັນ​ທີ 14–20 ເດືອນ​ພະ​ຈິກ

ອາ​ໂມດ; ໂອ​ບາ​ດີ​ຢາ

“ຈົ່ງ​ສະ​ແຫວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເຈົ້າ​ຈະ​ມີ​ຊີ​ວິດ​ຢູ່”

ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ເປີດ​ຈິດ​ໃຈ ແລະ ຫົວ​ໃຈ​ຂອງ​ທ່ານ​ຕໍ່​ຂ່າວ​ສານ​ຢູ່​ໃນ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ມີ​ຄວາມ​ໝາຍ​ພຽງ​ແຕ່​ສຳ​ລັບ​ທ່ານ. ທ່ານ​ຮູ້​ສຶກ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ທ່ານ​ຮຽນ​ຮູ້​ສິ່ງ​ໃດ​ໃນ​ອາ​ທິດ​ນີ້?

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ພຣະ​ເຈົ້າ​ໄດ້​ເລືອກ​ເອົາ​ລູກ​ຫລານ​ຂອງ​ອັບ​ຣາ​ຮາມ​ໃຫ້​ເປັນ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້ “ເປັນ​ພອນ” ໃຫ້​ແກ່​ຜູ້​ຄົນ​ທັງ​ປວງ (ເບິ່ງ ປະ​ຖົມ​ມະ​ການ 12:2–3). ແຕ່, ເມື່ອ​ເຖິງ​ເວ​ລາ​ທີ່​ອາ​ໂມດ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຢ່າງ​ຫລວງ​ຫລາຍ​ໄດ້​ຂົ່ມ​ເຫັງ​ຄົນ​ຍາກ​ຈົນ ແລະ ບໍ່​ສົນ​ໃຈ​ກັບ​ບັນ​ດາ​ສາດ​ສະ​ດາ, ເຮັດ​ໃຫ້​ການ​ນະ​ມັດ​ສະ​ການ​ຂອງ​ພວກ​ເຂົາ​ວ່າງ​ເປົ່າ ແລະ ບໍ່​ມີ​ຄວາມ​ໝາຍ (ເບິ່ງ ອາ​ໂມດ 2:6–16). ເປັນ​ຄວາມ​ຈິງ​ທີ່​ວ່າ, ປະ​ຊາ​ຊາດ​ທີ່​ຢູ່​ອ້ອມ​ຂ້າງ​ພວກ​ເຂົາ​ກໍ​ເຮັດ​ບາບ​ຄື​ກັນ (ເບິ່ງ ອາ​ໂມດ 1; 2:1–5), ແຕ່​ນັ້ນ​ບໍ່​ຄວນ​ເປັນ​ຄຳ​ແກ້​ຕົວ​ສຳ​ລັບ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ (ເບິ່ງ ອາ​ໂມດ 3:2). ສະ​ນັ້ນ​ພຣະ​ເຈົ້າ​ຈຶ່ງ​ໄດ້​ສົ່ງ​ຄົນ​ລ້ຽງ​ແກະ​ຈາກ​ຢູ​ດາຍ​ຊື່​ອາ​ໂມດ​ມາ ເພື່ອ​ສັ່ງ​ສອນ​ການ​ກັບ​ໃຈ​ໃຫ້​ກັບ​ຜູ້​ຄົນ​ໃນ​ອາ​ນາ​ຈັກ​ອິດ​ສະ​ຣາ​ເອນ. ຕໍ່​ມາ, ພຣະ​ເຈົ້າ​ກໍ​ໄດ້​ປະ​ກາດ​ຜ່ານ​ທາງ​ສາດ​ສະ​ດາ​ໂອ​ບາ​ດີ​ຢາ​ວ່າ ເຖິງ​ແມ່ນ​ວ່າ​ອາ​ນາ​ຈັກ​ຢູ​ດາຍ​ໄດ້​ຖືກ​ທຳ​ລາຍ, ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເຕົ້າ​ໂຮມ ແລະ ອວຍ​ພອນ​ຜູ້​ຄົນ​ຂອງ​ພຣະ​ອົງ​ອີກ. ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ໄດ້​ໜີ​ໄປ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ, ສາດ​ສະ​ດາ​ທັງ​ສອງ​ທ່ານ​ໄດ້​ເປັນ​ພະ​ຍານ, ແຕ່​ພວກ​ເຂົາ​ຈະ​ບໍ່​ຖືກ​ປະ​ຖິ້ມ​ຕະ​ຫລອດ​ໄປ. ເມື່ອ​ພຣະ​ເຈົ້າ​ເປີດ​ເຜີຍ​ຄວາມ​ລຶກ​ລັບ​ຂອງ​ພຣະ​ອົງ​ຕໍ່​ບັນ​ດາ​ສາດ​ສະ​ດາ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ (ເບິ່ງ ອາ​ໂມດ 3:7), ເຮົາ​ສາ​ມາດ​ຮັບ​ເອົາ​ມັນ​ເປັນ​ໝາຍ​ສຳ​ຄັນ​ວ່າ ພຣະ​ອົງ​ຍັງ​ຢາກ​ຊ່ວຍ​ເຮົາ​ໃຫ້​ດຳ​ລົງ​ຊີ​ວິດ​ຕາມ​ພັນ​ທະ​ສັນ​ຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ພຣະ​ອົງ​ຢູ່.

ສຳ​ລັບ​ລາຍ​ລະ​ອຽດ​ເພີ່ມ​ເຕີມ​ກ່ຽວ​ກັບ​ພຣະ​ທຳ​ອາ​ໂມດ ແລະ ໂອ​ບາ​ດີ​ຢາ, ໃຫ້​ເບິ່ງ “Amos” ແລະ “Obadiah” ໃນ Bible Dictionary.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ອາ​ໂມດ 3:1–8; 7:10–15

ພຣະ​ຜູ້​ເປັນ​ເຈົ້າ​ເປີດ​ເຜີຍ​ຄວາມ​ຈິງ​ຜ່ານ​ທາງ​ບັນ​ດາ​ສາດ​ສະ​ດາ​ຂອງ​ພຣະ​ອົງ.

ໃນ ອາ​ໂມດ 3:3–6, ສາດ​ສະ​ດາ​ອາ​ໂມດ​ໄດ້​ໃຫ້​ຫລາຍ​ຕົວ​ຢ່າງ​ເຖິງ​ສາ​ເຫດ ແລະ ຜົນ​ກະ​ທົບ: ເພາະ​ສິງ​ຄຸບ​ເຫຍື່ອ​ໄດ້, ມັນ​ຈຶ່ງ​ຮ້ອງ​ຄຳ​ຣາມ; ເພາະ​ມີ​ເຫຍື່ອ​ລໍ້, ນົກ​ຈຶ່ງ​ຖືກ​ກັບ​ດັກ​ໄດ້. (ໃຫ້​ສັງ​ເກດ​ເບິ່ງ​ໃນ​ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ ກ່ຽວ​ກັບ ຂໍ້​ທີ 6, ຄຳ​ວ່າ “ເກີດ​ຂຶ້ນ” ຖືກ​ປ່ຽນ​ເປັນ “ຮູ້​ຈັກ” [ໃນ ອາ​ໂມດ 3:6, ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ].) ໃນ ຂໍ້​ທີ 7–8, ອາ​ໂມດ​ໄດ້​ນຳ​ໃຊ້​ຄວາມ​ຄິດ​ນີ້​ກັບ​ບັນ​ດາ​ສາດ​ສະ​ດາ. ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ສາດ​ສະ​ດາ​ທຳ​ນາຍ? ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ບັນ​ດາ​ສາດ​ສະ​ດາ​ຂະ​ນະ​ທີ່​ທ່ານ​ອ່ານ ອາ​ໂມດ 7:10–15? ໃຫ້​ໄຕ່​ຕອງ​ວ່າ​ເປັນ​ຫຍັງ​ທ່ານ​ຈຶ່ງ​ມີ​ຄວາມ​ກະ​ຕັນ​ຍູ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຍັງ “ບອກ​ແຈ້ງ​ໃຫ້​ຮູ້​ລ່ວງ​ໜ້າ ເຖິງ​ແຜນ​ການ​ຂອງ​ພຣະ​ອົງ​ແກ່​ບັນ​ດາ​ສາດ​ສະ​ດາ ແລະ ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ” (ອາ​ໂມດ 3:7). ຄວາມ​ຈິງ​ນີ້​ແນະ​ນຳ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຈົ້າ?

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:38; 21:4–8; 35:13–14 ນຳ​ອີກ.

ອາ​ໂມດ 4–5

“ຈົ່ງ​ສະ​ແຫວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເຈົ້າ​ຈະ​ມີ​ຊີ​ວິດ​ຢູ່.”

ຂະ​ນະ​ທີ່​ທ່ານ​ອ່ານ ອາ​ໂມດ 4:6–13, ໃຫ້​ສັງ​ເກດ​ເບິ່ງ​ການ​ພິ​ພາກ​ສາ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ມາ​ຫາ​ປະ​ຊາ​ຊົນ​ອິດ​ສະ​ຣາ​ເອນ. ຂໍ້​ເຫລົ່າ​ນີ້​ແນະ​ນຳ​ຫຍັງ​ແດ່​ກ່ຽວ​ກັບ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຫວັງ​ໃຫ້​ເກີດ​ຂຶ້ນ​ຫລັງ​ຈາກ​ປະ​ສົບ​ການ​ເຫລົ່າ​ນີ້​ໄດ້​ເກີດ​ຂຶ້ນ​ແຕ່​ລະ​ຄັ້ງ? (ເບິ່ງ ຮີ​ລາ​ມັນ 12:3 ນຳ​ອີກ). ໃຫ້​ຄິດ​ກ່ຽວ​ກັບ​ການ​ທົດ​ລອງ​ເມື່ອ​ບໍ່​ດົນ​ມານີ້​ທີ່​ທ່ານ​ໄດ້​ປະ​ເຊີນ. ເຖິງ​ແມ່ນ​ວ່າ​ການ​ທົດ​ລອງ​ຂອງ​ທ່ານ​ອາດ​ບໍ່​ໄດ້​ຖືກ​ສົ່ງ​ມາ​ຈາກ​ພຣະ​ເຈົ້າ, ແຕ່​ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ມັນ​ອາດ​ໃຫ້​ໂອ​ກາດ​ທ່ານ​ເພື່ອ​ສະ​ແຫວງ​ຫາ​ພຣະ​ອົງ.

ອ່ານ ອາ​ໂມດ 5:4, 14–15, ແລະ ໄຕ່​ຕອງ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ມີ “​ເມດ​ຕາ” (ຂໍ້​ທີ 15) ຕໍ່​ທ່ານ​ແນວ​ໃດ ຂະ​ນະ​ທີ່​ທ່ານ​ສະ​ແຫວງ​ຫາ​ພຣະ​ອົງ, ແມ່ນ​ແຕ່​ໃນ​ເວ​ລາ​ທີ່​ທ່ານ​ຖືກ​ທົດ​ລອງ.

ເບິ່ງ Donald L. Hallstrom, “Turn to the Lord,” Ensign ຫລື Liahona, May 2010, 78–80 ນຳ​ອີກ.

ອາ​ໂມດ 8:11–12

ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ຊ່ວຍ​ສະ​ໜອງ​ຄວາມ​ຫິວ​ໂຫຍ ແລະ ກະ​ຫາຍ​ທາງ​ວິນ​ຍານ​ໄດ້.

ເຮົາ​ທຸກ​ຄົນ​ຈະ​ມີ​ເວ​ລາ​ທີ່​ປະ​ເຊີນ​ກັບ​ຄວາມ​ຫິວ​ໂຫຍ ແລະ ກະ​ຫາຍ​ທາງ​ວິນ​ຍານ, ແຕ່​ເຮົາ​ບໍ່​ຈຳ​ເປັນ​ຕ້ອງ “ທ່ອງ​ທ່ຽວ​ໄປ​ມາ​ຈາກ​ທະ​ເລ​ນັ້ນ​ເຖິງ​ທະ​ເລ​ນີ້” (ອາ​ໂມດ 8:12) ຊອກ​ຫາ​ບາງ​ສິ່ງ​ເພື່ອ​ສະ​ໜອງ​ຄວາມ​ເພິ່ງ​ພໍ​ໃຈ​ຂອງ​ເຮົາ. ເຮົາ​ຮູ້​ວ່າ​ສິ່ງ​ໃດ​ຈະ​ສະ​ໜອງ​ຄວາມ​ຫິວ​ໂຫຍ​ທາງວິນ​ຍານ​ນັ້ນ​ໄດ້, ແລະ ເຮົາ​ກໍ​ມີ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢ່າງ​ຫລວງ​ຫລາຍ. ຂະ​ນະ​ທີ່​ທ່ານ​ອ່ານ ອາ​ໂມດ 8:11–12, ໃຫ້​ຄິດ​ກ່ຽວ​ກັບ​ວ່າ ເປັນ​ຫຍັງ​ຄວາມ​ອຶດ​ຢາກ​ຈຶ່ງ​ເປັນ​ສິ່ງ​ດີ​ທີ່​ຈະ​ເອົາ​ມາ​ປຽບ​ທຽບ​ໃສ່​ກັບ​ການ​ດຳ​ລົງ​ຊີ​ວິດ​ທີ່​ປາດ​ສະ​ຈາກ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ. ຄວາມ​ຮູ້​ເພີ່ມ​ເຕີມ​ຢ່າງ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ​ຢູ່​ໃນ ມັດ​ທາຍ 5:6; ໂຢ​ຮັນ 6:26–35; 2 ນີ​ໄຟ 9:50–51; 32:3; ເອ​ໂນດ 1:4–8?

ເບິ່ງ Jeffrey R. Holland, “He Hath Filled the Hungry with Good Things,” Ensign, Nov. 1997, 64–66; Gospel Topics, “Apostasy,” topics.ChurchofJesusChrist.org ນຳ​ອີກ.

ຮູບ​ພາບ
ກຸ່ມ​ຊາວ​ໜຸ່ມ​ຢືນ​ຢູ່​ໜ້າ​ພຣະ​ວິ​ຫານ

ເຮົາ​ກາຍ​ເປັນ​ຜູ້​ຊ່ວຍ​ໃຫ້​ລອດ​ຢູ່​ເທິງ​ພູ​ຊີ​ໂອນ​ໄດ້ ໂດຍ​ການ​ເຮັດ​ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ.

ໂອ​ບາ​ດີ​ຢາ 1:21

ໃຜ​ຄື “ຜູ້​ຊ່ວຍ​ໃຫ້​ລອດ … ຢູ່​ເທິງ​ພູ​ຊີ​ໂອນ”?

ປະ​ທານ​ກໍ​ດອນ ບີ ຮິງ​ລີ ໄດ້​ໃຫ້​ຄວາມ​ໝາຍ​ທີ່​ເປັນ​ໄປ​ໄດ້​ຢ່າງ​ໜຶ່ງ​ກ່ຽວ​ກັບ​ວະ​ລີ​ຂໍ້​ນີ້ “ຜູ້​ຊ່ວຍ​ໃຫ້​ລອດ​ຢູ່​ເທິງ​ພູ​ຊີ​ໂອນ,” ເຊື່ອມ​ໂຍງ​ວະ​ລີ​ເຂົ້າ​ກັບ​ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ: “[ໃນ​ພຣະ​ວິ​ຫານ] ເຮົາ​ໄດ້​ກາຍ​ເປັນ​ຜູ້​ຊ່ວຍ​ໃຫ້​ລອດ​ຢູ່​ເທິງ​ພູ​ຊີ​ໂອນ​ແທ້ໆ. ສິ່ງ​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ດັ່ງ​ທີ່​ພຣະ​ຜູ້​ໄຖ່​ຂອງ​ເຮົາ​ໄດ້​ມອບ​ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ​ແທນ​ມະ​ນຸດ​ທັງ​ປວງ, ພຣະ​ອົງ​ຈຶ່ງ​ກາຍ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ສະ​ນັ້ນ, ໃນ​ການ​ເຮັດ​ສິ່ງ​ເລັກ​ນ້ອຍ​ນີ້, ໃນ​ການ​ເປັນ​ຕົວ​ແທນ​ຢູ່​ໃນ​ພຣະ​ວິ​ຫານ, ເຮົາ​ໄດ້​ກາຍ​ເປັນ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ຜູ້​ທີ່​ຕາຍ​ໄປ​ແລ້ວ ທີ່​ບໍ່​ສາ​ມາດ​ກ້າວ​ໄປ​ໜ້າ​ປາດ​ສະ​ຈາກ​ວຽກ​ງານ​ທີ່​ຄົນ​ອື່ນ​ເຮັດ​ແທນ​ເຂົາ​ເຈົ້າ​ຢູ່​ໃນ​ໂລກນີ້” (“Closing Remarks,” Ensign ຫລື Liahona, Nov. 2004, 105).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ອາໂມດ 3:7.ທ່ານ​ສາ​ມາດ​ທົບ​ທວນ​ຂ່າວ​ສານ​ລ່າ​ສຸດ​ຈາກ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ ແລະ ສົນ​ທະ​ນາ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ເປີດ​ເຜີຍ​ຕໍ່​ຄອບ​ຄົວ​ຂອງ​ທ່ານ​ຜ່ານ​ທາງ​ເພິ່ນ. ເປັນ​ຫຍັງ​ຈຶ່ງ​ສຳ​ຄັນ​ທີ່​ມີ​ສາດ​ສະ​ດາ​ນຳ​ພາ​ສາດ​ສະ​ໜາ​ຈັກ? ເຮົາ​ຈະ​ຮູ້​ວ່າ​ເພິ່ນ​ເປັນ​ສາດ​ສະ​ດາ​ທີ່​ແທ້​ຈິງ​ໄດ້​ແນວ​ໃດ? ເຮົາ​ກຳ​ລັງ​ເຮັດ​ຫຍັງ​ເພື່ອ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ເພິ່ນ?

ອາ​ໂມດ 5:4.ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ເຮັດ​ໂປສ​ເຕີ້​ເພື່ອ​ຫ້ອຍ​ໄວ້​ຢູ່​ໃນ​ເຮືອນ​ຂອງ​ທ່ານ ພ້ອມ​ດ້ວຍ​ຂໍ້​ນີ້​ໃນ​ນັ້ນ. ການ​ສະ​ແຫວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ໝາຍ​ຄວາມ​ວ່າ​ແນວ​ໃດ? ເຮົາ​ຈະ​ສະ​ແຫວງ​ຫາ​ພຣະ​ອົງ​ໄດ້​ແນວ​ໃດ? ເຮົາ​ຈະ​ໄດ້​ຮັບ​ພອນ​ຢ່າງ​ໃດ​ແດ່​ເມື່ອ​ເຮົາ​ເຮັດ​ແນວ​ນັ້ນ? ທ່ານ​ສາ​ມາດ​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ແບ່ງ​ປັນ ແລະ ສົນ​ທະ​ນາ​ພຣະ​ຄຳ​ພີ​ຂໍ້​ອື່ນໆ​ທີ່​ສິດ​ສອນ​ກ່ຽວ​ກັບ​ການ​ສະ​ແຫວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ, ດັ່ງ​ເຊັ່ນ ມັດ​ທາຍ 7:7–8; ອີ​ເທີ 12:41; ແລະ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:63.

ອາ​ໂມດ 8:11–12.ເດັກ​ນ້ອຍ​ອາດ​ມັກ​ຫລິ້ນ​ສະ​ແດງ​ທີ່​ເຂົ້າ​ກັບ​ວະ​ລີ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້. ເມື່ອ​ຮ່າງ​ກາຍ​ຂອງ​ເຮົາ​ຫິວ​ໂຫຍ ຫລື ກະ​ຫາຍ, ເຮົາ​ຈະ​ເຮັດ​ຫຍັງ? ເມື່ອ​ວິນ​ຍານ​ຂອງ​ເຮົາ​ຫິວ​ໂຫຍ ຫລື ກະ​ຫາຍ, ເຮົາ​ຈະ​ເຮັດ​ຫຍັງ? ພວກ​ທ່ານ​ອາດ​ຢາກ​ເບິ່ງວິ​ດີ​ໂອ “The Great Apostasy” (ChurchofJesusChrist.org) ນຳ​ອີກ ແລະ ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວິ​ທີ​ທີ່​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ສະ​ໜອງ​ຄວາມ​ຫິວ​ໂຫຍ​ທາງ​ວິນ​ຍານ​ຂອງ​ເຮົາ​ແນວ​ໃດ.

ໂອ​ບາ​ດີ​ຢາ 1:21.ຄຳ​ວ່າ “ຜູ້​ຊ່ວຍ​ໃຫ້​ລອດ … ຢູ່​ເທິງ​ພູ​ຊີ​ໂອນ” ໝາຍ​ຄວາມ​ວ່າ​ແນວ​ໃດ? (ສຳ​ລັບ​ຄຳ​ອະ​ທິ​ບາຍ​ໜຶ່ງ​ທີ່​ເປັນ​ໄປ​ໄດ້, ໃຫ້​ເບິ່ງ​ບົດ​ຄວາມ​ຂອງ​ປະ​ທານ​ກໍ​ດອນ ບີ ຮິງ​ລີ ຢູ່​ໃນ “ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເ​ປັນ​ສ່ວນ​ຕົວ.”) ບັນ​ພະ​ບຸ​ລຸດ​ຄົນ​ໃດ​ຂອງ​ເຮົາ​ທີ່​ຕ້ອງ​ການ​ພິ​ທີ​ການ​ຊ່ວຍ​ໃຫ້​ລອດ? ເຮົາ​ຈະ​ເຮັດ​ຫຍັງ​ເພື່ອ​ຊ່ວຍ​ເຫລືອ​ເຂົາ​ເຈົ້າ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດ​ນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ເຮົາ​ຂອບ​ພຣະ​ໄທ​ສຳ​ລັບ​ສາດ​ສະ​ດາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 40.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ໃຊ້​ເພງ​ເພື່ອ​ເຊື້ອ​ເຊີນ​ພຣະ​ວິນ​ຍານ ແລະ ຮຽນ​ຮູ້​ຄຳ​ສອນ. ການ​ຟັງ ຫລື ການ​ອ່ານ​ເນື້ອ​ເພງ​ສວດ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮຽນ​ຮູ້​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ໄດ້. ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ຟັງ ຫລື ອ່ານ “ເຮົາ​ຂອບ​ພຣະ​ໄທ​ສຳ​ລັບ​ສາດ​ສະ​ດາ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 40) ເພື່ອ​ດົນ​ໃຈ​ສັດ​ທາ​ຫລາຍ​ຂຶ້ນ​ໃນ​ບັນ​ດາ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່. (ເບິ່ງ Teaching in the Savior’s Way, 22.)

ຮູບ​ພາບ
ພຣະ​ວິ​ຫານ​ຊານ​ໂຕ ໂດ​ມິງ​ໂກ ໂດ​ມິ​ນິ​ກັນ

ພຣະ​ວິ​ຫານ​ຊານ​ໂຕ ໂດ​ມິງ​ໂກ ໂດ​ມິ​ນິ​ກັນ

ພິມ