ພຣະ​ຄຳ​ພີ​ເດີມ 2022
ແນວ​ຄິດ​ເພື່ອ​ປັບ​ປຸງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ​ຂອງ​ທ່ານ


“ແນວ​ຄິດ​ເພື່ອ​ປັບ​ປຸງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ​ຂອງ​ທ່ານ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ແນວ​ຄິດ​ເພື່ອ​ປັບ​ປຸງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ​ຂອງ​ທ່ານ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ເດັກ​ນ້ອຍ​ກັບ​ແມ່​ກຳ​ລັງ​ສຶກ​ສາ​ພຣະ​ຄຳ​ພີ​ຢູ່​ທີ່​ບ້ານ

ແນວ​ຄິດ​ເພື່ອ​ປັບ​ປຸງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ​ຂອງ​ທ່ານ

ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ​ເປັນ​ປະ​ຈຳ ເປັນ​ວິ​ທີ​ທາງ​ທີ່​ມີ​ພະ​ລັງ ທີ່​ຈະ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ. ການ​ອ່ານ​ຫລາຍ ຫລື ການ​ອ່ານ​ດົນ ແມ່ນ​ບໍ່​ສຳ​ຄັນ​ເທົ່າ​ກັບ​ການ​ໃຊ້​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ປ່ຽນ​ແປງ. ເມື່ອ​ທ່ານ​ເຮັດ​ໃຫ້​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ພາກ​ສ່ວນ​ໜຶ່ງ​ທີ່​ສຳ​ຄັນ​ໃນ​ຊີ​ວິດ​ຄອບ​ຄົວ​ຂອງ​ທ່ານ, ແລ້ວ​ທ່ານ​ຈະ​ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ ໃຫ້​ເຂົ້າ​ໃກ້​ຊິດ​ພຣະ​ບິ​ດາ ແລະ ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ ແລະ ສ້າງ​ປະ​ຈັກ​ພະ​ຍານ​ຂອງ​ເຂົາ​ເຈົ້າ ຢູ່​ເທິງ​ພື້ນ​ຖານ​ຂອງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ.

ໃຫ້​ພິ​ຈາ​ລະ​ນາ​ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້:

  • ທ່ານ​ຈະ​ສາ​ມາດ​ຊຸກ​ຍູ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ສຶກ​ສາ​ພຣະ​ຄຳ​ພີ​ດ້ວຍ​ຕົວ​ເອງ​ໄດ້​ແນວ​ໃດ?

  • ທ່ານ​ສາ​ມາດ​ເຮັດ​ຫຍັງ​ແດ່​ເພື່ອ​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ແບ່ງ​ປັນ​ສິ່ງ​ທີ່​ເຂົາ​ເຈົ້າ​ຮຽນ​ຮູ້?

  • ທ່ານ​ຈະ​ສາ​ມາດ​ເນັ້ນ​ໜັກ​ຫລັກ​ທຳ​ທີ່​ທ່ານ​ໄດ້​ຮຽນ​ຮູ້​ຢູ່​ໃນ​ພຣະ​ຄຳ​ພີ​ເດີມ ໃນ​ຊ່ວງ​ເວ​ລາ​ການ​ສິດ​ສອນ​ແຕ່​ລະ​ວັນ​ແນວ​ໃດ?

ຈົ່ງ​ຈື່​ຈຳ​ໄວ້​ວ່າ ບ້ານ​ເຮືອນ​ເປັນ​ສະ​ຖານ​ທີ່ ທີ່​ດີ​ເລີດ​ສຳ​ລັບ​ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ. ທ່ານ​ສາ​ມາດ​ຮຽນ​ຮູ້ ແລະ ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຢູ່​ທີ່​ບ້ານ ໃນ​ວິ​ທີ​ທາງ​ທີ່​ຫ້ອງ​ຮຽນ​ຂອງ​ສາດ​ສະ​ໜາ​ຈັກ​ບໍ່​ສາ​ມາດ​ເຮັດ​ໄດ້. ໃຫ້​ຮູ້​ຈັກ​ສ້າງ​ສັນ ຂະ​ນະ​ທີ່​ທ່ານ​ຄິດ​ຫາ​ວິ​ທີ​ທາງ ທີ່​ຈະ​ຊ່ວຍ​ເຫລືອ​ຄອບ​ຄົວ​ຂອງ​ທ່ານ ໃຫ້​ຮຽນ​ຮູ້​ຈາກ​ພຣະ​ຄຳ​ພີ. ໃຫ້​ພິ​ຈາ​ລະ​ນາ​ແນວ​ຄິດ​ບາງ​ຢ່າງ​ດັ່ງ​ຕໍ່​ໄປ​ນີ້ ເພື່ອ​ສົ່ງ​ເສີມ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ​ຂອງ​ທ່ານ.

ໃຊ້​ເພງ

ໃຫ້​ຮ້ອງ​ເພງ​ທີ່​ສະ​ໜັບ​ສະ​ໜູນ​ຫລັກ​ທຳ​ທີ່​ສິດ​ສອນ​ຢູ່​ໃນ​ພຣະ​ຄຳ​ພີ. ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ​ທີ່​ແນະ​ນຳ ໄດ້​ຖືກ​ລະ​ບຸ​ໄວ້​ຢູ່​ໃນ​ໂຄງ​ຮ່າງ​ໃນ​ແຕ່​ລະ​ອາ​ທິດ. ທ່ານ​ອາດ​ຖາມ​ຄຳ​ຖາມ​ກັບ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ກ່ຽວ​ກັບ​ຖ້ອຍ​ຄຳ ຫລື ວະ​ລີ​ຂອງ​ເນື້ອ​ເພງ. ນອກ​ເໜືອ​ໄປ​ຈາກ​ການ​ຮ້ອງ​ເພງ​ແລ້ວ, ຄອບ​ຄົວ​ຂອງ​ທ່ານ​ຍັງ​ສາ​ມາດ​ສະ​ແດງ​ທ່າ​ທີ​ທີ່​ເຂົ້າ​ກັບ​ເພງ ຫລື ຟັງ​ເພງ​ເບົາໆ ຂະ​ນະ​ທີ່​ເຮັດ​ກິດ​ຈະ​ກຳ​ຢ່າງ​ອື່ນໆ. ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ “ການ​ລວມ​ເພງ​ສັກ​ສິດ​ເຂົ້າ​ກັບ​ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ​ຂອງ​ທ່ານ” ຢູ່​ໃນ​ແຫລ່ງ​ນີ້.

ແບ່ງ​ປັນ​ຂໍ້​ພຣະ​ຄຳ​ພີ​ທີ່​ມີ​ຄວາມ​ໝາຍ

ໃຫ້​ເວ​ລາ​ສະ​ມາ​ຊິກ​ໃນ​ຄອບ​ຄົວ ທີ່​ຈະ​ແບ່ງ​ປັນ​ຂໍ້​ພຣະ​ຄຳ​ພີ ທີ່​ເຂົາ​ເຈົ້າ​ພົບ​ເຫັນ​ວ່າ​ມີ​ຄວາມ​ໝາຍ​ລະ​ຫວ່າງ​ການ​ສຶກ​ສາ​ສ່ວນ​ຕົວ​ຂອງ​ເຂົາ​ເຈົ້າ.

ໃຊ້​ຄຳ​ຂອງ​ທ່ານ​ເອງ

ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ກ່າວ​ສະ​ຫລຸບ​ດ້ວຍ​ຄຳ​ຂອງ​ຕົວ​ເອງ ເຖິງ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້​ຈາກ​ພຣະ​ຄຳ​ພີ​ທີ່​ພວກ​ທ່ານ​ສຶກ​ສາ.

ຮູບ​ພາບ
ຊາວ​ໜຸ່ມ​ກຳ​ລັງ​ຊ່ວຍ​ເດັກ​ນ້ອຍ​ອ່ານ​ພຣະ​ຄຳ​ພີ

ນຳ​ໃຊ້​ຂໍ້​ພຣະ​ຄຳ​ພີ​ກັບ​ຊີ​ວິດ​ຂອງ​ທ່ານ

ຫລັງ​ຈາກ​ໄດ້​ອ່ານ​ຂໍ້​ພຣະ​ຄຳ​ພີ​ແລ້ວ, ຂໍ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ແບ່ງ​ປັນ​ວິ​ທີ​ທີ່​ຂໍ້​ພຣະ​ຄຳ​ພີ​ກ່ຽວ​ຂ້ອງ​ກັບ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ແນວ​ໃດ.

ຖາມ​ຄຳ​ຖາມ

ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ຖາມ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ, ແລະ ແລ້ວ​ໃຫ້​ໃຊ້​ເວ​ລາ​ຊອກ​ຫາ​ຂໍ້​ພຣະ​ຄຳ​ພີ​ທີ່​ສາ​ມາດ​ຊ່ວຍ​ຕອບ​ຄຳ​ຖາມ​ດັ່ງ​ກ່າວ.

ສະ​ແດງ​ຂໍ້​ພຣະ​ຄຳ​ພີ

ໃຫ້​ເລືອກ​ເອົາ​ຂໍ້​ໜຶ່ງ​ທີ່​ທ່ານ​ເຫັນ​ວ່າ ມັນ​ມີ​ຄວາມ​ໝາຍ, ແລະ ໃຫ້​ສະ​ແດງ​ມັນ​ໄວ້​ບ່ອນ​ທີ່​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ຫລຽວ​ເຫັນ​ມັນ​ໄດ້​ເລື້ອຍໆ. ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຄົນ​ອື່ນໆ ໃຫ້​ເລືອກ​ຂໍ້​ພຣະ​ຄຳ​ພີ ເພື່ອ​ສະ​ແດງ.

ຂຽນ​ລາຍ​ການ​ຂໍ້​ພຣະ​ຄຳ​ພີ

ນຳ​ກັນ​ເປັນ​ຄອບ​ຄົວ, ໃຫ້​ເລືອກ​ເອົາ​ພຣະ​ຄຳ​ພີ​ຫລາຍ​ຂໍ້ ເພື່ອ​ວ່າ​ພວກ​ທ່ານ​ຈະ​ໄດ້​ສົນ​ທະ​ນາ ລະ​ຫວ່າງ​ອາ​ທິດ​ທີ່​ຈະ​ມາ​ເຖິງ.

ທ່ອງ​ຈຳ​ຂໍ້​ພຣະ​ຄຳ​ພີ

ໃຫ້​ເລືອກ​ເອົາ​ຂໍ້​ພຣະ​ຄຳ​ພີ​ໃດ​ໜຶ່ງ ທີ່​ມີ​ຄວາມ​ໝາຍ​ຕໍ່​ຄອບ​ຄົວ​ຂອງ​ທ່ານ, ແລະ ໃຫ້​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ທ່ອງ​ຈຳ​ມັນ ໂດຍ​ການ​ກ່າວ​ລຶ້ມ​ຄືນ​ທຸກ​ວັນ ຫລື ຫລິ້ນ​ເກມ​ທ່ອງ​ຈຳ.

ຮູບ​ພາບ
ຜູ້​ຄົນ​ກຳ​ລັງ​ຮ້ອງ​ເພງ​ນຳ​ກັນ​ຢູ່​ທີ່​ບ້ານ

ແບ່ງ​ປັນ​ບົດ​ຮຽນ​ທີ່​ໃຊ້​ສິ່ງ​ຂອງ

ໃຫ້​ຊອກ​ຫາ​ສິ່ງ​ຂອງ​ທີ່​ກ່ຽວ​ພັນ​ກັບ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ໃນ​ຂໍ້​ພຣະ​ຄຳ​ພີ​ທີ່​ພວກ​ທ່ານ​ກຳ​ລັງ​ອ່ານ​ເປັນ​ຄອບ​ຄົວ. ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວິ​ທີ​ທີ່​ສິ່ງ​ຂອງ​ກ່ຽວ​ພັນ​ກັບ​ການ​ສິດ​ສອນ​ຢູ່​ໃນ​ພຣະ​ຄຳ​ພີ​ແນວ​ໃດ.

ເລືອກ​ຫົວ​ຂໍ້

ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ປ່ຽນ​ກັນ​ເລືອກ​ເອົາ​ຫົວ​ຂໍ້​ທີ່​ຄອບ​ຄົວ​ຈະ​ສຶກ​ສາ​ນຳ​ກັນ. ໃຫ້​ໃຊ້ Topical Guide, Bible Dictionary, ຫລື ຄູ່​ມື​ພຣະ​ຄຳ​ພີ (scriptures.ChurchofJesusChrist.org) ເພື່ອ​ຊອກ​ຫາ​ຂໍ້​ພຣະ​ຄຳ​ພີ ທີ່​ກ່ຽວ​ກັບ​ຫົວ​ຂໍ້.

ແຕ້ມ​ຮູບ

ໃຫ້​ອ່ານ​ສອງ​ສາມ​ຂໍ້​ເປັນ​ຄອບ​ຄົວ, ແລະ ແລ້ວ​ປ່ອຍ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ແຕ້ມ​ບາງ​ສິ່ງ​ທີ່​ກ່ຽວ​ພັນ​ກັບ​ສິ່ງ​ທີ່​ພວກ​ທ່ານ​ໄດ້​ອ່ານ. ໃຫ້​ໃຊ້​ເວ​ລາ​ສົນ​ທະ​ນາ​ກ່ຽວ​ກັບ​ຮູບ​ແຕ້ມ​ຂອງ​ກັນ​ແລະ​ກັນ.

ສະ​ແດງ​ຕາມ​ເລື່ອງ

ຫລັງ​ຈາກ​ອ່ານ​ເລື່ອງ​ໃດ​ເລື່ອງ​ໜຶ່ງ​ແລ້ວ, ໃຫ້​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສະ​ແດງ​ຕາມ​ເລື່ອງ​ນັ້ນ. ຫລັງ​ຈາກ​ນັ້ນ, ໃຫ້​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວິ​ທີ​ທີ່​ເລື່ອງ​ເລົ່າ​ກ່ຽວ​ພັນ​ກັບ​ສິ່ງ​ທີ່​ພວກ​ທ່ານ​ໄດ້​ປະ​ເຊີນ​ເປັນ​ສ່ວນ​ບຸກ​ຄົນ ແລະ ເປັນ​ຄອບ​ຄົວ​ແນວ​ໃດ.

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ເມື່ອ​ເຮົາ​ທຳ​ງານ​ຢ່າງ​ພາກ​ພຽນ ເພື່ອ​ສ້ອມ​ແປງ​ບ້ານ​ເຮືອນ​ຂອງ​ເຮົາ ໃຫ້​ເປັນ​ສູນ​ກາງ​ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ, ແລ້ວ​ເມື່ອ​ເວ​ລາ​ຜ່ານ​ໄປ ວັນ​ຊະ​ບາ​ໂຕ ຂອງ​ທ່ານ ຈະ​ເປັນ​ມື້​ທີ່​ມີ​ຄວາມ​ສຸກ​ຫລາຍ​ແທ້ໆ. ລູກໆຂອງ​ທ່ານ ຈະ​ຕື່ນ​ເຕັ້ນ ທີ່​ຈະ​ຮຽນ​ຮູ້ ແລະ ດຳ​ລົງ​ຊີ​ວິດ​ຕາມ​ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແລະ ອິດ​ທິ​ພົນ​ຂອງ​ຜູ້​ປໍ​ລະ​ປັກ ໃນ​ຊີ​ວິດ ຂອງ​ທ່ານ ແລະ ໃນ​ບ້ານ​ເຮືອນ ຂອງ​ທ່ານ ຈະ​ລົດ​ນ້ອຍ​ຖອຍ​ລົງ. ການ​ປ່ຽນ​ແປງ​ໃນ​ຄອບ​ຄົວ​ຂອງ​ທ່ານ ຈະ​ເປັນ​ສິ່ງ​ທີ່​ໜ້າ​ຕື່ນ​ເຕັ້ນ ແລະ ຄ້ຳ​ຈູນ” (“Becoming Exemplary Latter-day Saints,” Ensign ຫລື Liahona, Nov. 2018, 113).

ພິມ