ພຣະ​ຄຳ​ພີ​ເດີມ 2022
ການ​ສິດ​ສອນ​ເດັກ​ນ້ອຍ


“ການ​ສິດ​ສອນ​ເດັກ​ນ້ອຍ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ການ​ສິດ​ສອນ​ເດັກ​ນ້ອຍ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ພໍ່​ແມ່​ກັບ​ລູກ​ນ້ອຍ​ກຳ​ລັງ​ເບິ່ງ​ປຶ້ມ

ການ​ສິດ​ສອນ​ເດັກ​ນ້ອຍ

ຖ້າ​ຫາກ​ທ່ານ​ມີ​ເດັກ​ນ້ອຍ​ຢູ່​ໃນ​ຄອບ​ຄົວ​ຂອງ​ທ່ານ, ຕໍ່​ໄປ​ນີ້​ແມ່ນ​ກິດ​ຈະ​ກຳ​ບາງ​ຢ່າງ ທີ່​ສາ​ມາດ​ຊ່ວຍ​ພວກ​ເຂົາ​ຮຽນ​ຮູ້:

  • ຮ້ອງ​ເພງ. ເພງ​ສວດ ແລະ ເພງ​ຕ່າງໆ​ຈາກ ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ ສິດ​ສອນ​ຄຳ​ສອນ​ຢ່າງ​ມີ​ພະ​ລັງ. ໃຫ້​ໃຊ້ ດັດ​ຊະ​ນີ​ລາຍ​ຊື່​ເພງ ຢູ່​ທາງ​ໜ້າ​ປຶ້ມ ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ ເພື່ອ​ຊອກ​ຫາ​ເພງ ທີ່​ກ່ຽວ​ພັນ​ກັບ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ ທີ່​ທ່ານ​ສິດ​ສອນ​ຢູ່. ໃຫ້​ຊ່ວຍ​ລູກໆ​ຂອງ​ທ່ານ ປຽບ​ທຽບ​ຂ່າວ​ສານ​ຂອງ​ເພງ​ໃສ່​ກັບ​ຊີ​ວິດ​ຂອງ​ພວກ​ເຂົາ. (ເບິ່ງ “ການ​ລວມ​ເພງ​ສັກ​ສິດ​ເຂົ້າ​ກັບ​ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ​ຂອງ​ທ່ານ” ຢູ່​ໃນ​ແຫລ່ງ​ນີ້​ນຳ​ອີກ.)

  • ຟັງ ຫລື ສະ​ແດງ​ຕາມ​ເລື່ອງ. ເດັກ​ນ້ອຍ​ມັກ​ເລື່ອງ​ເລົ່າ​ຕ່າງໆ—ຈາກ​ພຣະ​ຄຳ​ພີ, ຈາກ​ຊີ​ວິດ​ຂອງ​ທ່ານ, ຈາກ​ປະ​ຫວັດ​ຄອບ​ຄົວ​ຂອງ​ທ່ານ, ຫລື ຈາກ​ວາ​ລະ​ສານ​ຂອງ​ສາດ​ສະ​ໜາ​ຈັກ. ໃຫ້​ຫາ​ວິ​ທີ​ເພື່ອ​ໃຫ້​ພວກ​ເຂົາ​ມີ​ສ່ວນ​ຮ່ວມ​ໃນ​ການ​ເລົ່າ​ເລື່ອງ. ພວກ​ເຂົາ​ສາ​ມາດ​ຈັບ​ຮູບ​ພາບ ຫລື ສິ່ງ​ຂອງ, ແຕ້ມ​ຮູບ​ກ່ຽວ​ກັບ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ຍິນ, ສະ​ແດງ​ຕາມ​ເລື່ອງ, ຫລື ແມ່ນ​ແຕ່​ຊ່ວຍ​ເລົ່າ​ເລື່ອງ. ໃຫ້​ຊ່ວຍ​ລູກໆ​ຂອງ​ທ່ານ​ຮັບ​ຮູ້​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ ຢູ່​ໃນ​ເລື່ອງ​ລາວ​ທີ່​ທ່ານ​ແບ່ງ​ປັນ.

  • ອ່ານ​ພຣະ​ຄຳ​ພີ. ເດັກ​ນ້ອຍ​ອາດ​ບໍ່​ສາ​ມາດ​ອ່ານ​ເກັ່ງ​ເທື່ອ, ແຕ່​ທ່ານ​ສາ​ມາດ​ໃຫ້​ພວກ​ເຂົາ​ມີ​ພາກ​ສ່ວນ​ໃນ​ການ​ຮຽນ​ຮູ້​ຈາກ​ພຣະ​ຄຳ​ພີ. ທ່ານ​ອາດ​ຕ້ອງ​ເນັ້ນ​ພຽງ​ແຕ່​ຂໍ້​ດຽວ, ວະ​ລີ​ທີ່​ສຳ​ຄັນ​ໃດ​ໜຶ່ງ, ຫລື ຄຳ​ໜຶ່ງ. ເດັກ​ນ້ອຍ​ກໍ​ຍັງ​ສາ​ມາດ​ທ່ອງ​ຈຳ​ວະ​ລີ​ທີ່​ສັ້ນໆ​ນຳ​ອີກ ຈາກ​ພຣະ​ຄຳ​ພີ ຖ້າ​ຫາກ​ພວກ​ເຂົາ​ກ່າວ​ມັນ​ສອງ​ສາມ​ເທື່ອ. ຂະ​ນະ​ທີ່​ພວກ​ເຂົາ​ໄດ້​ຍິນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ພວກ​ເຂົາ​ຈະ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ.

  • ເບິ່ງ​ຮູບ​ພາບ ຫລື ເບິ່ງ​ວິ​ດີ​ໂອ. ເມື່ອ​ທ່ານ​ສະ​ແດງ​ຮູບ​ພາບ ຫລື ສາຍ​ວິ​ດີ​ໂອ​ໃຫ້​ລູກໆ​ຂອງ​ທ່ານ​ເບິ່ງ ອັນ​ທີ່​ກ່ຽວ​ຂ້ອງ​ກັບ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ ຫລື ເລື່ອງ​ລາວ​ພຣະ​ຄຳ​ພີ, ໃຫ້​ຖາມ​ພວກ​ເຂົາ​ບາງ​ຢ່າງ ທີ່​ຊ່ວຍ​ພວກ​ເຂົາ​ໃຫ້​ຮຽນ​ຮູ້​ຈາກ​ສິ່ງ​ທີ່​ພວກ​ເຂົາ​ເຫັນ. ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ຖາມ​ວ່າ, “ມີ​ຫຍັງ​ເກີດ​ຂຶ້ນ​ຢູ່​ໃນ​ຮູບ​ພາບ ຫລື ວິ​ດີ​ໂອ​ນີ້? ມັນ​ເຮັດ​ໃຫ້​ພວກ​ເຈົ້າ​ຮູ້​ສຶກ​ແນວ​ໃດ?” ແອັບ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ, MediaLibrary.ChurchofJesusChrist.org, ແລະ children.ChurchofJesusChrist.org ເປັນ​ບ່ອນ​ທີ່​ດີ ທີ່​ຈະ​ຊອກ​ຫາ​ຮູບ​ພາບ ແລະ ວິ​ດີ​ໂອ.

  • ສ້າງ​ສັນ. ເດັກ​ນ້ອຍ​ສາ​ມາດ​ສ້າງ, ແຕ້ມ, ຫລື ທາ​ສີ​ໃສ່​ບາງ​ສິ່ງ ທີ່​ກ່ຽວ​ກັບ​ເລື່ອງ​ເລົ່າ ຫລື ຫລັກ​ທຳ​ທີ່​ພວກ​ເຂົາ​ຮຽນ​ຮູ້.

  • ມີ​ສ່ວນ​ຮ່ວມ​ໃນ​ບົດ​ຮຽນ​ທີ່​ໃຊ້​ສິ່ງ​ຂອງ. ບົດ​ຮຽນ​ທີ່​ໃຊ້​ສິ່ງ​ຂອງ​ແບບ​ລຽບ​ງ່າຍ ສາ​ມາດ​ຊ່ວຍ​ລູກໆ​ຂອງ​ທ່ານ ໃຫ້​ເຂົ້າ​ໃຈ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ ທີ່​ຍາກ​ທີ່​ຈະ​ເຂົ້າ​ໃຈ​ໄດ້. ເມື່ອ​ໃຊ້​ບົດ​ຮຽນ​ທີ່​ໃຊ້​ສິ່ງ​ຂອງ, ໃຫ້​ຊອກ​ຫາ​ວິ​ທີ​ທີ່​ປ່ອຍ​ໃຫ້​ລູກໆ​ຂອງ​ທ່ານ​ມີ​ສ່ວນ​ຮ່ວມ​ນຳ. ພວກ​ເຂົາ​ຈະ​ຮຽນ​ຮູ້​ຈາກ​ປະ​ສົບ​ການ​ທີ່​ໄດ້​ສຳ​ພັດ ຫລາຍ​ກວ່າ​ພຽງ​ແຕ່​ໄດ້​ນັ່ງ​ເບິ່ງ​ການ​ສາ​ທິດ​ເທົ່າ​ນັ້ນ.

  • ຫລິ້ນ​ລະ​ຄອນ​ກ້ອມ. ເມື່ອ​ເດັກ​ນ້ອຍ​ຫລິ້ນ​ລະ​ຄອນ​ກ້ອມ​ກ່ຽວ​ກັບ​ສະ​ພາບ​ການ​ທີ່​ພວກ​ເຂົາ​ຂ້ອນ​ຂ້າງ​ຈະ​ປະ​ເຊີນ​ໃນ​ຊີ​ວິດ​ຈິງ, ພວກ​ເຂົາ​ຈະ​ສາ​ມາດ​ເຂົ້າ​ໃຈ​ຫລາຍ​ຂຶ້ນ​ເຖິງ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ ທີ່​ກ່ຽວ​ພັນ​ກັບ​ຊີ​ວິດ​ຂອງ​ພວກ​ເຂົາ.

  • ເຮັດ​ກິດ​ຈະ​ກຳຢ່າງ​ເກົ່າ​ຄືນ​ອີກ. ເດັກ​ນ້ອຍ​ອາດ​ຕ້ອງ​ໄດ້​ຍິນ​ຄວາມ​ຄິດ​ນັ້ນ​ຫລາຍ​ເທື່ອ ກ່ອນ​ຈະ​ເຂົ້າ​ໃຈ. ຢ່າ​ຢ້ານ​ທີ່​ຈະ​ເລົ່າ​ເລື່ອງ​ລຶ້ມ​ຄືນ ຫລື ເຮັດ​ກິດ​ຈະ​ກຳ​ຢ່າງ​ເກົ່າ​ຄືນ​ອີກ​ເລື້ອຍໆ. ຍົກ​ຕົວ​ຢ່າງ, ທ່ານ​ອາດ​ແບ່ງ​ປັນ​ເລື່ອງ​ໃດ​ໜຶ່ງ​ຈາກ​ພຣະ​ຄຳ​ພີ​ຫລາຍ​ເທື່ອ ໃນ​ຫລາຍ​ວິ​ທີ​ທາງ—ອ່ານ​ຈາກ​ພຣະ​ຄຳ​ພີ, ສະ​ຫລຸບ​ດ້ວຍ​ຄຳ​ຂອງ​ທ່ານ​ເອງ, ສາຍ​ວິ​ດີ​ໂອ, ປ່ອຍ​ໃຫ້​ລູກໆ​ຂອງ​ທ່ານ​ຊ່ວຍ​ເລົ່າ​ເລື່ອງ, ຊັກ​ຊວນ​ພວກ​ເຂົາ​ໃຫ້​ສະ​ແດງ​ຕາມ​ເລື່ອງ, ແລະ ອື່ນໆ.

ພິມ