ພຣະ​ຄຳ​ພີ​ເດີມ 2022
ການ​ລວມ​ເພງ​ສັກ​ສິດ​ເຂົ້າ​ກັບ​ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ​ຂອງ​ທ່ານ


“ການ​ລວມ​ເພງ​ສັກ​ສິດ​ເຂົ້າ​ກັບ​ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ​ຂອງ​ທ່ານ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ການ​ລວມ​ເພງ​ສັກ​ສິດ​ເຂົ້າ​ກັບ​ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ​ຂອງ​ທ່ານ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ການ​ລວມ​ເພງ​ສັກ​ສິດ​ເຂົ້າ​ກັບ​ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ​ຂອງ​ທ່ານ

ການ​ຮ້ອງ​ເພງ​ຊັ້ນ​ປະ​ຖົມ​ໄວ ແລະ ເພງ​ສວດ ສາ​ມາດ​ເປັນ​ພອນ​ໃຫ້​ແກ່​ທ່ານ ແລະ ຄອບ​ຄົວ​ຂອງ​ທ່ານ​ໃນ​ຫລາຍ​ວິ​ທີ​ທາງ. ແນວ​ຄິດ​ເຫລົ່າ​ນີ້​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ໃຊ້​ເພງ​ສັກ​ສິດ​ຂະ​ນະ​ທີ່​ທ່ານ​ພະ​ຍາ​ຍາມ​ຮຽນ​ຮູ້ ແລະ ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ.

  • ຮຽນ​ຮູ້​ຫລັກ​ທຳ​ຄຳ​ສອນ. ໃຫ້​ຊອກ​ຫາ​ຄວາມ​ຈິງ​ທີ່​ສິດ​ສອນ​ຢູ່​ໃນ​ເພງ​ທີ່​ທ່ານ​ຮ້ອງ ຫລື ຟັງ. ສິ່ງ​ນີ້​ອາດ​ນຳ​ໄປ​ສູ່​ການ​ສົນ​ທະ​ນາ​ເລື່ອງ​ພຣະ​ກິດ​ຕິ​ຄຸນ​ກ່ຽວ​ກັບ​ຄວາມ​ຈິງ​ເຫລົ່າ​ນີ້​ຕະ​ຫລອດ​ທັງ​ວັນ. ໃຫ້​ຮ້ອງ ຫລື ຟັງ​ເພງ​ຊັ້ນປະ​ຖົມ​ໄວ ຫລື ເພງ​ສວດ​ທີ່​ສິດ​ສອນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ໃຫ້​ເອົາ​ໃຈ​ໃສ່​ຕໍ່​ວິ​ທີ​ທີ່​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ພະ​ຍານ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຄຳ​ສອນ​ຂອງ​ພຣະ​ອົງ.

  • ຮັບ​ຮູ້​ພະ​ລັງ​ຂອງ​ເພງ. ການ​ຮ້ອງ​ເພງ ແລະ ການ​ຟັງ​ເພງ​ຊັ້ນ​ປະ​ຖົມ​ໄວ ແລະ ເພງ​ສວດ ສາ​ມາດ​ເປັນ​ພອນ​ໃນ​ເວ​ລາ​ທີ່​ຕ້ອງ​ການ​ໄດ້. ຍົກ​ຕົວ​ຢ່າງ, ການ​ຮ້ອງ​ເພງ​ສາ​ມາດ​ເຮັດ​ໃຫ້​ເດັກ​ສະ​ຫງົບ​ກ່ອນ​ນອນ, ໃຫ້​ຄວາມ​ສຸກ​ຂະ​ນະ​ທີ່​ຄອບ​ຄົວ​ເຮັດ​ວຽກ​ງານ​ນຳ​ກັນ, ໃຫ້​ກຳ​ລັງ​ໃຈເພື່ອນ​ບ້ານ​ທີ່​ເຈັບ​ປ່ວຍ, ຫລື ປອບ​ໃຈ​ບາງ​ຄົນ​ທີ່​ມີ​ຄວາມ​ກັງ​ວົນ​ໄດ້.

  • ແບ່ງ​ປັນ​ປະ​ສົບ​ການ. ໃຫ້​ແບ່ງ​ປັນ​ປະ​ສົບ​ການ​ສ່ວນ​ຕົວ ແລະ ປະ​ສົບ​ການ​ຄອບ​ຄົວ​ທີ່​ກ່ຽວ​ຂ້ອງກັບ​ຂ່າວ​ສານ​ຂອງ​ເພງ. ທ່ານ​ກໍ​ຍັງ​ສາ​ມາດ​ແບ່ງ​ປັນ​ເລື່ອງ​ລາວ​ພຣະ​ຄຳ​ພີ​ທີ່​ກ່ຽວ​ຂ້ອງນຳ​ອີກ.

  • ໃຫ້​ຄອບ​ຄົວ​ຂອງ​ທ່ານ​ມີ​ສ່ວນ​ຮ່ວມ. ຄອບ​ຄົວ​ຂອງ​ທ່ານ​ຈະ​ຮຽນ​ຮູ້​ຫລາຍ​ຂຶ້ນ​ຖ້າ​ຫາກ​ເຂົາ​ເຈົ້າ​ມີ​ພາກ​ສ່ວນ​ທີ່​ແຂງ​ຂັນ. ເພື່ອ​ໃຫ້ສະ​ມາ​ຊິກ​ໃນ​ຄອບ​ຄົວ​ມີ​ສ່ວນ​ຮ່ວມ, ທ່ານ​ສາ​ມາດ​ເຊື້ອ​ເຊີນ​ລູກ​ຜູ້​ໃຫຍ່​ໃຫ້​ຊ່ວຍ​ສອນ​ເພງ​ໃຫ້​ກັບ​ນ້ອງໆ ຫລື ເຊື້ອ​ເຊີນ​ເດັກ​ນ້ອຍ​ໃຫ້​ສອນ​ເພງ​ໜຶ່ງ​ທີ່​ພວກ​ເຂົາ​ໄດ້​ຮຽນ​ຢູ່​ໃນ​ຊັ້ນ​ປະ​ຖົມ​ໄວ​ໃຫ້​ກັບ​ຄອບ​ຄົວ. ທ່ານ​ກໍ​ສາ​ມາດ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ປ່ຽນ​ຜຽນ​ກັນ​ນຳ​ເພງ.

  • ມີ​ຄວາມ​ຄິດ​ສ້າງ​ສັນ. ໃຫ້​ໃຊ້​ຫລາຍໆ​ວິ​ທີ​​ທາງເພື່ອ​ຮຽນ​ຮູ້​ເພງ​ສັກ​ສິດ​ເປັນ​ຄອບ​ຄົວ. ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ໃຊ້​ທ່າ​ທີ​ທີ່​ເຂົ້າ​ກັບ​ຄຳ ແລະ ວະ​ລີ​ຢູ່​ໃນ​ເພງ. ຫລື ພວກ​ທ່ານ​ສາ​ມາດ​ປ່ຽນ​ຜຽນ​ກັນ​ສະ​ແດງ​ຕາມ​ເນື້ອ​ເພງ ຂະ​ນະ​ທີ່​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຄົນ​ອື່ນໆ​ພະ​ຍາ​ຍາມ​ເດົາ​ຊື່​ເພງ. ຄອບ​ຄົວ​ຂອງ​ທ່ານ​ອາດ​ມັກ​ຮ້ອງ​ເພງ​ໃນ​ຄວາມ​ໄວ ຫລື ໃນ​ນ້ຳ​ສຽງ​ທີ່​ແຕກ​ຕ່າງ​ກັນ. ແອັບ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ແລະ ແອັບ​ພຣະ​ກິດ​ຕິ​ຄຸນ​ສຳ​ລັບ​ເດັກ​ນ້ອຍ​ມີ​ແຟມ​ສຽງ ແລະ ວິ​ດີ​ໂອ​ທີ່​ສາ​ມາດ​ຊ່ວຍ​ພວກ​ທ່ານ​ຮຽນ​ຮ້ອງ​ເພງ​ຕ່າງໆ​ໄດ້. ທ່ານ​ກໍ​ສາ​ມາດ​ຮວບ​ຮວມ​ເພງ​ສັກ​ສິດ​ໄວ້​ນຳ​ກັນ​ໄດ້ ເພື່ອ​ເອົາ​ໄວ້​ຟັງ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ພາກ “Using Music to Teach Doctrine” ແລະ “Helping Children Learn and Remember Primary Songs and Hymns,” ຢູ່​ໃນ “Instructions for Singing Time and the Children’s Sacrament Music Presentation” ໃນ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ພິມ