ຄູ່​ມື ແລະ ການ​ເອີ້ນ
2. ການ​ສະ​ໜັບ​ສະ​ໜູນ​ບຸກ​ຄົນ ແລະ ຄອບ​ຄົວ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ


“2. ການ​ສະ​ໜັບ​ສະ​ໜູນ​ບຸກ​ຄົນ ແລະ ຄອບ​ຄົວ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“2. ການ​ສະ​ໜັບ​ສະ​ໜູນ​ບຸກ​ຄົນ ແລະ ຄອບ​ຄົວ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ

ຮູບ​ພາບ
ຮູບ​ຖ່າຍ​ເປັນ​ຄອບ​ຄົວ

2.

ການ​ສະ​ໜັບ​ສະ​ໜູນ​ບຸກ​ຄົນ ແລະ ຄອບ​ຄົວ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ

2.0

ຄຳ​ນຳ

ໃນ​ຖາ​ນະ​ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ, ທ່ານ​ສະ​ໜັບ​ສະ​ໜູນ​ບຸກ​ຄົນ ແລະ ຄອບ​ຄົວ​ໃນ​ການ​ບັນ​ລຸ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ຂອງ​ພຣະ​ເຈົ້າ (ເບິ່ງ 1.2). ຈຸດ​ປະ​ສົງ​ສູງ​ສຸດ​ຂອງ​ວຽກ​ງານ​ນີ້​ແມ່ນ​ເພື່ອ​ຊ່ວຍ​ໃຫ້​ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ​ໄດ້​ຮັບ​ພອນ​ແຫ່ງ​ຊີ​ວິດ​ນິ​ລັນ​ດອນ ແລະ ຄວາມ​ສົມ​ບູນ​ແຫ່ງ​ຄວາມ​ຊື່ນ​ຊົມ.

ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ສ່ວນ​ໃຫຍ່​ບັນ​ລຸ​ຄວາມ​ສຳ​ເລັດ​ຜ່ານ​ທາງ​ຄອບ​ຄົວ. ສຳ​ລັບ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທຸກ​ຄົນ, ວຽກ​ງານ​ນີ້​ມີ​ບ້ານ​ເປັນ​ສູນ​ກາງ.

2.1

ບົດ​ບາດ​ຂອງ​ຄອບ​ຄົວ​ໃນ​ແຜນ​ຂອງ​ພຣະ​ເຈົ້າ

ພາກ​ສ່ວນ​ໜຶ່ງ​ໃນ​ແຜນ​ຂອງ​ພຣະ​ອົງ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ສະ​ຖາ​ປະ​ນາ​ຄອບ​ຄົວ​ຂຶ້ນ​ຢູ່​ເທິງ​ໂລກ. ພຣະ​ອົງ​ມຸ່ງ​ໝາຍ​ໃຫ້​ຄອບ​ຄົວ​ນຳ​ຄວາມ​ສຸກ​ມາ​ໃຫ້​ເຮົາ. ຄອບ​ຄົວ​ຈັດ​ກຽມ​ໂອ​ກາດ​ໃຫ້​ຮຽນ​ຮູ້, ເຕີບ​ໂຕ, ຮັບ​ໃຊ້, ກັບ​ໃຈ, ແລະ ໃຫ້​ອະ​ໄພ. ຄອບ​ຄົວ​ສາ​ມາດ​ຊ່ວຍ​ເຮົາ​ກຽມ​ພ້ອມ​ສຳ​ລັບ​ຊີ​ວິດ​ນິ​ລັນ​ດອນ.

ຄຳ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ກ່ຽວ​ກັບ​ຊີ​ວິດ​ນິ​ລັນ​ດອນ​ແມ່ນ​ລວມ​ທັງ​ການ​ແຕ່ງ​ງານ​ນິ​ລັນ​ດອນ, ລູກໆ, ແລະ ພອນ​ອື່ນໆ​ທັງ​ໝົດ​ຂອງ​ຄອບ​ຄົວ​ນິ​ລັນ​ດອນ. ຄຳ​ສັນ​ຍາ​ນີ້​ກ່ຽວ​ຂ້ອງ​ກັບ​ຜູ້​ທີ່​ຍັງ​ບໍ່​ໄດ້​ແຕ່ງ​ງານ​ໃນ​ປະ​ຈຸ​ບັນ ຫລື ປາດ​ສະ​ຈາກ​ຄອບ​ຄົວ​ຢູ່​ໃນ​ສາດ​ສະ​ໜາ​ຈັກ.

2.1.1

ຄອບ​ຄົວ​ນິ​ລັນ​ດອນ

ຄອບ​ຄົວ​ນິ​ລັນ​ດອນ​ຖືກ​ສ້າງ​ຂຶ້ນ​ເມື່ອ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ເຮັດ​ພັນ​ທະ​ສັນ​ຍາ ຂະ​ນະ​ທີ່​ເຂົາ​ເຈົ້າ​ຮັບ​ເອົາ​ພິ​ທີ​ການ​ຜະ​ນຶກ​ໃນ​ພຣະ​ວິ​ຫານ. ພອນ​ຂອງ​ຄອບ​ຄົວ​ນິ​ລັນ​ດອນ​ເປັນ​ຈິງ​ເມື່ອ​ສະ​ມາ​ຊິກ​ຮັກ​ສາ​ພັນ​ທະ​ສັນ​ຍາ​ເຫລົ່າ​ນັ້ນ ແລະ ກັບ​ໃຈ​ເມື່ອ​ເຂົາ​ເຈົ້າ​ເຮັດ​ຜິດ​ພາດ. ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ​ຈະ​ຊ່ວຍ​ສະ​ມາ​ຊິກ​ກະ​ກຽມ​ເພື່ອ​ຮັບ​ເອົາ​ພິ​ທີ​ການ​ເຫລົ່າ​ນີ້ ແລະ ໃຫ້​ກຽດ​ແກ່​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ.

ອີກ​ດ້ານ​ໜຶ່ງ​ຂອງ​ການ​ສະ​ຖາ​ປະ​ນາ​ຄອບ​ຄົວ​ນິ​ລັນ​ດອນ​ຄື​ການ​ກະ​ທຳ​ພິ​ທີ​ການ​ໃນ​ພຣະ​ວິ​ຫານ ທີ່​ໃຫ້​ສະ​ມາ​ຊິກ​ໄດ້​ຮັບ​ການ​ຜະ​ນຶກ​ເຂົ້າ​ກັບ​ບັນ​ພະ​ບຸ​ລຸດ​ທີ່​ລ່ວງ​ລັບ​ໄປ​ແລ້ວ​ຂອງ​ເຂົາ​ເຈົ້າ.

2.1.2

ສາ​ມີ ແລະ ພັນ​ລະ​ຍາ

ການ​ແຕ່ງ​ງານ​ລະ​ຫວ່າງ​ຊາຍ ແລະ ຍິງ​ໄດ້​ຖືກ​ແຕ່ງ​ຕັ້ງ​ໄວ້​ໂດຍ​ພຣະ​ເຈົ້າ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 49:15). ສາ​ມີ ແລະ ພັນ​ລະ​ຍາ​ຖືກ​ມຸ່ງ​ໝາຍ​ໃຫ້​ຈະ​ເລີນ​ກ້າວ​ໜ້າ​ສູ່​ຊີ​ວິດ​ນິ​ລັນ​ດອນ​ໄປ​ດ້ວຍ​ກັນ (ເບິ່ງ 1 ໂກ​ຣິນ​ໂທ 11:11).

ຂໍ້​ກຳ​ນົດ​ຢ່າງ​ໜຶ່ງ​ສຳ​ລັບ​ການ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ​ຄື ຊາຍ ແລະ ຍິງ​ຕ້ອງ​ເຂົ້າ​ໄປ​ໃນ​ພັນ​ທະ​ສັນ​ຍາ​ຂອງ​ການ​ແຕ່ງ​ງານ​ນິ​ລັນ​ດອນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 131:1–4). ຄູ່​ສາ​ມີ​ພັນ​ລະ​ຍາ​ຈະ​ເຮັດ​ພັນ​ທະ​ສັນ​ຍາ​ນີ້ ເມື່ອ​ເຂົາ​ເຈົ້າ​ຮັບ​ເອົາ​ພິ​ທີ​ການ​ຜະ​ນຶກ​ຂອງ​ການ​ແຕ່ງ​ງານ​ໃນ​ພຣະ​ວິ​ຫານ. ພັນ​ທະ​ສັນ​ຍາ​ນີ້​ແມ່ນ​ຮາກ​ຖານ​ຂອງ​ຄອບ​ຄົວ​ນິ​ລັນ​ດອນ. ເມື່ອ​ຮັກ​ສາ​ຢ່າງ​ຊື່​ສັດ, ມັນ​ຈະ​ເຮັດ​ໃຫ້​ການ​ແຕ່ງ​ງານ​ຂອງ​ເຂົາ​ເຈົ້າ​ຍືນ​ຍົງ​ຕະ​ຫລອດ​ໄປ.

ການ​ໃກ້​ຊິດ​ທາງ​ກາຍ​ລະ​ຫວ່າງ​ສາ​ມີ ແລະ ພັນ​ລະ​ຍາ​ແມ່ນ​ມຸ່ງ​ໝາຍ​ໃຫ້​ເປັນ​ເລື່ອງ​ສວຍ​ງາມ ແລະ ສັກ​ສິດ. ມັນ​ຖືກ​ແຕ່ງ​ຕັ້ງ​ຈາກ​ພຣະ​ເຈົ້າ​ເພື່ອ​ໃຫ້​ກຳ​ເນີດ​ລູກ ແລະ ເພື່ອ​ສະ​ແດງ​ຄວາມ​ຮັກ​ລະ​ຫວ່າງ​ສາ​ມີ ແລະ ພັນ​ລະ​ຍາ. ຄວາມ​ອ່ອນ​ໂຍນ ແລະ ຄວາມ​ເຄົາ​ລົບ—ບໍ່​ແມ່ນ​ຄວາມ​ເຫັນ​ແກ່​ຕົວ—ຄວນ​ນຳ​ພາ​ຄວາມ​ສຳ​ພັນ​ທີ່​ໃກ້​ຊິດ​ຂອງ​ເຂົາ​ເຈົ້າ.

ພຣະ​ເຈົ້າ​ໄດ້​ບັນ​ຊາ​ວ່າ ຄວາມ​ໃກ້​ຊິດ​ທາງ​ເພດ​ຄວນ​ຖືກ​ສະ​ຫງວນ​ໄວ້​ສຳ​ລັບ​ການ​ແຕ່ງ​ງານ​ລະ​ຫວ່າງ​ຊາຍ ແລະ ຍິງ.

ສາ​ມີ ແລະ ພັນ​ລະ​ຍາ​ແມ່ນ​ເທົ່າ​ທຽມ​ກັນ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ເຈົ້າ. ຝ່າຍ​ໜຶ່ງ​ບໍ່​ຄວນ​ເໜືອ​ກວ່າ​ອີກ​ຝ່າຍ​ໜຶ່ງ. ການ​ຕັດ​ສິນ​ໃຈ​ຂອງ​ເຂົາ​ເຈົ້າ​ຄວນ​ເປັນ​ໜຶ່ງ ແລະ ໃນ​ຄວາມ​ຮັກ, ດ້ວຍ​ການ​ຮ່ວມ​ມື​ຂອງ​ທັງ​ສອງ​ຝ່າຍ.

2.1.3

ພໍ່​ແມ່ ແລະ ລູກໆ

ສາດ​ສະ​ດາ​ຍຸກ​ສຸດ​ທ້າຍ​ໄດ້​ສິດ​ສອນ​ວ່າ “ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ຕໍ່​ລູກໆ​ຂອງ​ພຣະ​ອົງ​ໃຫ້​ມີ​ລູກ​ໃນ​ແຜ່ນ​ດິນ​ໂລກ ຍັງ​ເປັນ​ພຣະ​ບັນ​ຍັດ​ທີ່​ໃຊ້​ໄດ້​ຢູ່” (“ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ”; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 49:16–17 ນຳ​ອີກ).

ສາ​ມີ ແລະ ພັນ​ລະ​ຍາ​ທີ່​ຮັກ​ແພງ​ກັນ​ຈະ​ຈັດ​ກຽມ​ສະ​ພາບ​ແວດ​ລ້ອມ​ທີ່​ດີ​ທີ່​ສຸດ​ສຳ​ລັບ​ການ​ລ້ຽງ​ດູ ແລະ ບຳ​ລຸງ​ລ້ຽງ​ລູກໆ. ສະ​ຖາ​ນະ​ການ​ສ່ວນ​ຕົວ​ອາດ​ເຮັດ​ໃຫ້​ພໍ່​ແມ່​ບໍ່​ສາ​ມາດ​ລ້ຽງ​ດູ​ລູກໆ​ນຳ​ກັນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ອວຍ​ພອນ​ເຂົາ​ເຈົ້າ ເມື່ອ​ເຂົາ​ເຈົ້າ​ສະ​ແຫວງ​ຫາ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ອົງ ແລະ ພະ​ຍາ​ຍາມ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ​ກັບ​ພຣະ​ອົງ.

ພໍ່​ແມ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ສຳ​ຄັນ​ທີ່​ຈະ​ຊ່ວຍ​ໃຫ້​ລູກໆ​ຂອງ​ຕົນ​ກຽມ​ພ້ອມ​ທີ່​ຈະ​ຮັບ​ເອົາ​ພອນ​ຂອງ​ຊີ​ວິດ​ນິ​ລັນ​ດອນ. ເຂົາ​ເຈົ້າ​ຈະ​ສິດ​ສອນ​ລູກໆ​ຂອງ​ຕົນ​ໃຫ້​ຮັກ ແລະ ຮັບ​ໃຊ້​ພຣະ​ເຈົ້າ ແລະ ຄົນ​ອື່ນ (ເບິ່ງ ມັດ​ທາຍ 22:36–40).

“ພໍ່​ຈະ​ເປັນ​ຜູ້​ນຳ​ພາ​ຄອບ​ຄົວ​ຂອງ​ຕົນ​ດ້ວຍ​ຄວາມ​ຮັກ ແລະ ດ້ວຍ​ຄວາມ​ຊອບ​ທຳ ແລະ ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຈະ​ຈັດ​ຫາ​ສິ່ງ​ທີ່​ຈຳ​ເປັນ​ຕ່າງໆ ແລະ ປົກ​ປັກ​ຮັກ​ສາ​ຄອບ​ຄົວ​ຂອງ​ຕົນ” (“ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ”). ເມື່ອ​ບໍ່​ມີ​ສາ​ມີ ຫລື ພໍ່​ຢູ່​ໃນ​ບ້ານ, ແມ່​ຈະ​ປົກ​ຄອງ​ດູ​ແລ​ຄອບ​ຄົວ.

ການ​ປົກ​ຄອງ​ໃນ​ຄອບ​ຄົວ​ເປັນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ການ​ນຳ​ພາ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ກັບ​ຄືນ​ໄປ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ. ສິ່ງ​ນີ້​ກະ​ທຳ​ໂດຍ​ການ​ຮັບ​ໃຊ້ ແລະ ສິດ​ສອນ​ດ້ວຍ​ຄວາມ​ອ່ອນ​ໂຍນ, ຄວາມ​ອ່ອນ​ນ້ອມ, ແລະ ຄວາມ​ຮັກ​ອັນ​ບໍ​ລິ​ສຸດ, ຕາມ​ຕົວ​ຢ່າງ​ຂອງ​ພຣະ​ເຢ​ຊູ​ຄຣິດ (ເບິ່ງ ມັດ​ທາຍ 20:26–28). ການ​ປົກ​ຄອງ​ຄອບ​ຄົວ​ແມ່ນ​ລວມ​ທັງ​ການ​ນຳ​ພາ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃນ​ການ​ອະ​ທິ​ຖານ, ການ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ, ແລະ ການ​ນະ​ມັດ​ສະ​ການ​ໃນ​ດ້ານ​ອື່ນໆ​ເປັນ​ປະ​ຈຳ. ພໍ່​ແມ່​ເຮັດ​ວຽກ​ໃນ​ຄວາມ​ເປັນ​ໜຶ່ງ​ນຳ​ກັນ ເພື່ອ​ປະ​ຕິ​ບັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ເຫລົ່າ​ນີ້.

“ຜູ້​ເປັນ​ແມ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕົ້ນ​ຕໍ​ທີ່​ຈະ​ລ້ຽງ​ດູ​ລູກ​ເຕົ້າ​ຂອງ​ຕົນ” (“ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ”). ລ້ຽງ​ດູ​ໝາຍ​ເຖິງ​ການ​ບຳ​ລຸງ​ລ້ຽງ, ສິດ​ສອນ, ແລະ ສະ​ໜັບ​ສະ​ໜູນ, ຕາມ​ຕົວ​ຢ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ (ເບິ່ງ 3 ນີ​ໄຟ 10:4). ໃນ​ຄວາມ​ເປັນ​ໜຶ່ງ​ກັບ​ສາ​ມີ​ຂອງ​ນາງ, ແມ່​ຈະ​ຊ່ວຍ​ຄອບ​ຄົວ​ຮຽນ​ຮູ້​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ ແລະ ພັດ​ທະ​ນາ​ສັດ​ທາ​ໃນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ. ເຂົາ​ເຈົ້າ​ພ້ອມ​ພຽງ​ກັນ​ສົ່ງ​ເສີມ​ສະ​ພາບ​ແວດ​ລ້ອມ​ຂອງ​ຄວາມ​ຮັກ​ໃນ​ຄອບ​ຄົວ.

“ໃນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ອັນ​ສັກ​ສິດ​ນີ້, ພໍ່​ແມ່​ຕ້ອງ​ໄດ້​ຊ່ວຍ​ກັນ​ແລະ​ກັນ ແລະ ເປັນ​ຫຸ້ນ​ສ່ວນ​ທີ່​ເທົ່າ​ທຽມ​ກັນ” (“ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ”). ເຂົາ​ເຈົ້າ​ຈະ​ປຶກ​ສາ​ນຳ​ກັນ​ດ້ວຍ​ການ​ອະ​ທິ​ຖານ ແລະ ກັບ​ພຣະ​ຜູ້​ເປັນ​ເຈົ້າ. ເຂົາ​ເຈົ້າ​ຈະ​ເຮັດ​ການ​ຕັດ​ສິນ​ໃຈ​ນຳ​ກັນ​ໃນ​ຄວາມ​ເປັນ​ໜຶ່ງ ແລະ ໃນ​ຄວາມ​ຮັກ, ດ້ວຍ​ການ​ຮ່ວມ​ມື​ຂອງ​ທັງ​ສອງ​ຝ່າຍ.

2.2

ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ຢູ່​ໃນ​ບ້ານ

ຝ່າຍ​ປະ​ທານ​ສູງ​ສຸດ​ໄດ້​ກ່າວ​ວ່າ, “ບ້ານ​ເປັນ​ພື້ນ​ຖານ​ຂອງ​ຊີ​ວິດ​ທີ່​ຊອບ​ທຳ” (ຈົດ​ໝາຍ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ, ວັນ​ທີ 11 ເດືອນ​ກຸມ​ພາ, 1999).

ເພື່ອ​ສະ​ໜັບ​ສະ​ໜູນ​ສະ​ມາ​ຊິກ​ໃນ​ການ​ເຮັດ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ທີ່​ບ້ານ, ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຈະ​ຊຸກ​ຍູ້​ເຂົາ​ເຈົ້າ​ໃຫ້​ສະ​ຖາ​ປະ​ນາ​ບ້ານ ບ່ອນ​ທີ່​ພຣະ​ວິນ​ຍານ​ສະ​ຖິດ​ຢູ່. ພວກ​ເພິ່ນ​ກໍ​ຍັງ​ຈະ​ຊຸກ​ຍູ້​ໃຫ້​ສະ​ມາ​ຊິກ​ນັບ​ຖື​ວັນ​ຊະ​ບາ​ໂຕ, ສຶກ​ສາ ແລະ ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ​ຢູ່​ທີ່​ບ້ານ, ແລະ ຈັດ​ການ​ສັງ​ສັນ​ໃນ​ຕອນ​ແລງ​ທຸກ​ອາ​ທິດ.

2.2.3

ການ​ສຶກ​ສາ ແລະ ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ​ຢູ່​ທີ່​ບ້ານ

ການ​ສິດ​ສອນ ແລະ ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ​ຄື​ການ​ມີ​ບ້ານ​ເປັນ​ສູນ​ກາງ ແລະ ສາດ​ສະ​ໜາ​ຈັກ​ສະ​ໜັບ​ສະ​ໜູນ. ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ​ຈະ​ຊຸກ​ຍູ້​ສະ​ມາ​ຊິກ​ທຸກ​ຄົນ​ໃຫ້​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ​ຢູ່​ທີ່​ບ້ານ​ໃນ​ວັນ​ຊະ​ບາ​ໂຕ ແລະ ຕະ​ຫລອດ​ອາ​ທິດ.

ການ​ສຶກ​ສາ​ພຣະ​ຄຳ​ພີ​ຕາມ​ໂຄງ​ຮ່າງ​ຢູ່​ໃນ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ ເປັນ​ຫລັກ​ສູດ​ແນະ​ນຳ​ຂອງ​ການ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ​ຢູ່​ທີ່​ບ້ານ.

2.2.4

ການ​ສັງ​ສັນ​ໃນ​ຕອນ​ແລງ ແລະ ກິດ​ຈະ​ກຳ​ອື່ນໆ

ສາດ​ສະ​ດາ​ຍຸກ​ສຸດ​ທ້າຍ​ໄດ້​ແນະ​ນຳ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໃຫ້​ຈັດ​ກິດ​ຈະ​ກຳ​ການ​ສັງ​ສັນ​ໃນ​ຕອນ​ແລງ​ທຸກ​ອາ​ທິດ. ນີ້​ເປັນ​ເວ​ລາ​ສັກ​ສິດ​ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ​ທີ່​ຈະ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ, ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ປະ​ຈັກ​ພະ​ຍານ, ສ້າງ​ຄວາມ​ເປັນ​ໜຶ່ງ, ແລະ ມ່ວນ​ຊື່ນ​ນຳ​ກັນ.

ການ​ສັງ​ສັນ​ໃນ​ຕອນ​ແລງ​ສາ​ມາດ​ປັບ​ປ່ຽນ​ໄດ້​ອີງ​ຕາມ​ສະ​ຖາ​ນະ​ການ​ຂອງ​ສະ​ມາ​ຊິກ. ມັນ​ສາ​ມາດ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ຊະ​ບາ​ໂຕ ຫລື ວັນ​ອື່ນໆ ແລະ ໃນ​ເວ​ລາ​ອື່ນ​ກໍ​ໄດ້. ມັນ​ອາດ​ລວມ​ທັງ:

  • ການ​ສຶກ​ສາ ແລະ ການ​ແນະ​ນຳ​ພຣະ​ກິດ​ຕິ​ຄຸນ (ສາ​ມາດ​ນຳ​ໃຊ້​ເນື້ອ​ຫາ​ຂອງ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ ໄດ້​ຕາມ​ໃຈ​ຊອບ).

  • ການ​ຮັບ​ໃຊ້​ຄົນ​ອື່ນ.

  • ການ​ຮ້ອງ​ເພງ ຫລື ການ​ຫລິ້ນ​ເພງ​ສວດ ແລະ ເພງ​ຊັ້ນ​ປະ​ຖົມ​ໄວ (ເບິ່ງ ບົດ​ທີ 19).

  • ການ​ສະ​ໜັບ​ສະ​ໜູນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃນ ໂຄງ​ການ​ເດັກ ແລະ ຊາວ​ໜຸ່ມ.

  • ສະ​ພາ​ຄອບ​ຄົວ​ເພື່ອ​ຕັ້ງ​ເປົ້າ​ໝາຍ, ແກ້​ໄຂ​ບັນ​ຫາ, ແລະ ປະ​ສານ​ຕາ​ຕະ​ລາງ.

  • ກິດ​ຈະ​ກຳ​ພັກ​ຜ່ອນ.

ສະ​ມາ​ຊິກ​ໂສດ ແລະ ຄົນ​ອື່ນໆ​ສາ​ມາດ​ເຕົ້າ​ໂຮມ​ກັນ​ເປັນ​ກຸ່ມ​ນອກ​ພິ​ທີ​ນະ​ມັດ​ສະ​ການ​ໃນ​ວັນ​ຊະ​ບາ​ໂຕ​ຕາມ​ປົກ​ກະ​ຕິ ເພື່ອ​ເຂົ້າ​ຮ່ວມ​ການ​ສັງ​ສັນ​ໃນ​ຕອນ​ແລງ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັນ​ແລະ​ກັນ ຜ່ານ​ທາງ​ການ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ.

2.2.5

ການ​ສະ​ໜັບ​ສະ​ໜູນ​ບຸກ​ຄົນ

ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ​ຈະ​ຊ່ວຍ​ເຫລືອ​ສະ​ມາ​ຊິກ​ຜູ້​ຂາດ​ການ​ສະ​ໜັບ​ສະ​ໜູນ​ຈາກ​ຄອບ​ຄົວ.

ຜູ້​ນຳ​ຈະ​ຊ່ວຍ​ສະ​ມາ​ຊິກ​ເຫລົ່າ​ນີ້ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ໃຫ້​ມີ​ໂອ​ກາດ​ໄດ້​ຜູກ​ມິດ, ມີ​ປະ​ສົບ​ການ​ທາງ​ສັງ​ຄົມ​ທີ່​ດີ​ງາມ, ແລະ ເຕີບ​ໂຕ​ທາງ​ວິນ​ຍານ.

2.3

ຄວາມ​ສຳ​ພັນ​ລະ​ຫວ່າງ​ບ້ານ ແລະ ສາດ​ສະ​ໜາ​ຈັກ

ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ມີ​ບ້ານ​ເປັນ​ສູນ​ກາງ ແລະ ສະ​ໜັບ​ສະ​ໜູນ​ໂດຍ​ສາດ​ສະ​ໜາ​ຈັກ. ຫລັກ​ທຳ​ດັ່ງ​ຕໍ່​ໄປ​ນີ້​ໃຊ້​ໄດ້​ໃນ​ຄວາມ​ສຳ​ພັນ​ລະ​ຫວ່າງ​ບ້ານ ແລະ ສາດ​ສະ​ໜາ​ຈັກ.

  • ຜູ້​ນຳ ແລະ ຄູ​ສອນ​ຈະ​ໃຫ້​ກຽດ​ບົດ​ບາດ​ຂອງ​ພໍ່​ແມ່ ແລະ ຊ່ວຍ​ເຫລືອ​ເຂົາ​ເຈົ້າ.

  • ການ​ປະ​ຊຸມ​ບາງ​ຢ່າງ​ຂອງ​ສາດ​ສະ​ໜາ​ຈັກ​ແມ່ນ​ຈຳ​ເປັນ​ໃນ​ແຕ່​ລະ​ຫວອດ ຫລື ສາ​ຂາ. ສິ່ງ​ເຫລົ່າ​ນີ້​ແມ່ນ​ລວມ​ທັງ​ກອງ​ປະ​ຊຸມ​ສິນ​ລະ​ລຶກ ແລະ ຫ້ອງ​ຮຽນ ແລະ ການ​ປະ​ຊຸມ​ກຸ່ມ ທີ່​ຈັດ​ຂຶ້ນ​ໃນ​ວັນ​ຊະ​ບາ​ໂຕ. ການ​ປະ​ຊຸມ, ກິດ​ຈະ​ກຳ, ແລະ ໂຄງ​ການ​ອື່ນໆ​ຫລາຍ​ຢ່າງ​ແມ່ນ​ບໍ່​ຈຳ​ເປັນ.

  • ການ​ຮັບ​ໃຊ້ ແລະ ການ​ມີ​ສ່ວນ​ຮ່ວມ​ໃນ​ສາດ​ສະ​ໜາ​ຈັກ ຈຳ​ເປັນ​ຕ້ອງ​ມີ​ການ​ເສຍ​ສະ​ລະ​ຢ່າງ​ຫລວງ​ຫລາຍ. ພຣະ​ຜູ້​ເປັນ​ເຈົ້າ​ຈະ​ອວຍ​ພອນ​ສະ​ມາ​ຊິກ ເມື່ອ​ເຂົາ​ເຈົ້າ​ຮັບ​ໃຊ້ ແລະ ເສຍ​ສະ​ລະ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຈຳ​ນວນ​ເວ​ລາ​ທີ່​ມອບ​ໃຫ້​ແກ່​ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ ບໍ່​ຄວນ​ລົດ​ຄວາມ​ສາ​ມາດ​ຂອງ​ສະ​ມາ​ຊິກ ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຂົາ​ເຈົ້າ​ຢູ່​ທີ່​ບ້ານ, ຢູ່​ບ່ອນ​ທຳ​ງານ, ແລະ ໃນ​ບ່ອນ​ອື່ນໆ.

ພິມ