“2. ການສະໜັບສະໜູນບຸກຄົນ ແລະ ຄອບຄົວໃນວຽກງານແຫ່ງຄວາມລອດ ແລະ ຄວາມສູງສົ່ງ,” ພາກສ່ວນທີ່ຄັດເລືອກມາຈາກຄູ່ມືທົ່ວໄປ (2023).
“2. ການສະໜັບສະໜູນບຸກຄົນ ແລະ ຄອບຄົວ,” ພາກສ່ວນທີ່ຄັດເລືອກມາຈາກຄູ່ມືທົ່ວໄປ
2.
ການສະໜັບສະໜູນບຸກຄົນ ແລະ ຄອບຄົວໃນວຽກງານແຫ່ງຄວາມລອດ ແລະ ຄວາມສູງສົ່ງ
2.0
ຄຳນຳ
ໃນຖານະຜູ້ນຳໃນສາດສະໜາຈັກຂອງພຣະເຢຊູຄຣິດ, ທ່ານສະໜັບສະໜູນບຸກຄົນ ແລະ ຄອບຄົວໃນການບັນລຸວຽກງານແຫ່ງຄວາມລອດ ແລະ ຄວາມສູງສົ່ງຂອງພຣະເຈົ້າ (ເບິ່ງ 1.2). ຈຸດປະສົງສູງສຸດຂອງວຽກງານນີ້ແມ່ນເພື່ອຊ່ວຍໃຫ້ລູກໆທຸກຄົນຂອງພຣະເຈົ້າໄດ້ຮັບພອນແຫ່ງຊີວິດນິລັນດອນ ແລະ ຄວາມສົມບູນແຫ່ງຄວາມຊື່ນຊົມ.
ວຽກງານແຫ່ງຄວາມລອດ ແລະ ຄວາມສູງສົ່ງສ່ວນໃຫຍ່ບັນລຸຄວາມສຳເລັດຜ່ານທາງຄອບຄົວ. ສຳລັບສະມາຊິກຂອງສາດສະໜາຈັກທຸກຄົນ, ວຽກງານນີ້ມີບ້ານເປັນສູນກາງ.
2.1
ບົດບາດຂອງຄອບຄົວໃນແຜນຂອງພຣະເຈົ້າ
ພາກສ່ວນໜຶ່ງໃນແຜນຂອງພຣະອົງ, ພຣະບິດາເທິງສະຫວັນໄດ້ສະຖາປະນາຄອບຄົວຂຶ້ນຢູ່ເທິງໂລກ. ພຣະອົງມຸ່ງໝາຍໃຫ້ຄອບຄົວນຳຄວາມສຸກມາໃຫ້ເຮົາ. ຄອບຄົວຈັດກຽມໂອກາດໃຫ້ຮຽນຮູ້, ເຕີບໂຕ, ຮັບໃຊ້, ກັບໃຈ, ແລະ ໃຫ້ອະໄພ. ຄອບຄົວສາມາດຊ່ວຍເຮົາກຽມພ້ອມສຳລັບຊີວິດນິລັນດອນ.
ຄຳສັນຍາຂອງພຣະເຈົ້າກ່ຽວກັບຊີວິດນິລັນດອນແມ່ນລວມທັງການແຕ່ງງານນິລັນດອນ, ລູກໆ, ແລະ ພອນອື່ນໆທັງໝົດຂອງຄອບຄົວນິລັນດອນ. ຄຳສັນຍານີ້ກ່ຽວຂ້ອງກັບຜູ້ທີ່ຍັງບໍ່ໄດ້ແຕ່ງງານໃນປະຈຸບັນ ຫລື ປາດສະຈາກຄອບຄົວຢູ່ໃນສາດສະໜາຈັກ.
2.1.1
ຄອບຄົວນິລັນດອນ
ຄອບຄົວນິລັນດອນຖືກສ້າງຂຶ້ນເມື່ອສະມາຊິກຂອງສາດສະໜາຈັກເຮັດພັນທະສັນຍາ ຂະນະທີ່ເຂົາເຈົ້າຮັບເອົາພິທີການຜະນຶກໃນພຣະວິຫານ. ພອນຂອງຄອບຄົວນິລັນດອນເປັນຈິງເມື່ອສະມາຊິກຮັກສາພັນທະສັນຍາເຫລົ່ານັ້ນ ແລະ ກັບໃຈເມື່ອເຂົາເຈົ້າເຮັດຜິດພາດ. ຜູ້ນຳໃນສາດສະໜາຈັກຈະຊ່ວຍສະມາຊິກກະກຽມເພື່ອຮັບເອົາພິທີການເຫລົ່ານີ້ ແລະ ໃຫ້ກຽດແກ່ພັນທະສັນຍາຂອງເຂົາເຈົ້າ.
ອີກດ້ານໜຶ່ງຂອງການສະຖາປະນາຄອບຄົວນິລັນດອນຄືການກະທຳພິທີການໃນພຣະວິຫານ ທີ່ໃຫ້ສະມາຊິກໄດ້ຮັບການຜະນຶກເຂົ້າກັບບັນພະບຸລຸດທີ່ລ່ວງລັບໄປແລ້ວຂອງເຂົາເຈົ້າ.
2.1.2
ສາມີ ແລະ ພັນລະຍາ
ການແຕ່ງງານລະຫວ່າງຊາຍ ແລະ ຍິງໄດ້ຖືກແຕ່ງຕັ້ງໄວ້ໂດຍພຣະເຈົ້າ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 49:15). ສາມີ ແລະ ພັນລະຍາຖືກມຸ່ງໝາຍໃຫ້ຈະເລີນກ້າວໜ້າສູ່ຊີວິດນິລັນດອນໄປດ້ວຍກັນ (ເບິ່ງ 1 ໂກຣິນໂທ 11:11).
ຂໍ້ກຳນົດຢ່າງໜຶ່ງສຳລັບການໄດ້ຮັບຊີວິດນິລັນດອນຄື ຊາຍ ແລະ ຍິງຕ້ອງເຂົ້າໄປໃນພັນທະສັນຍາຂອງການແຕ່ງງານນິລັນດອນ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 131:1–4). ຄູ່ສາມີພັນລະຍາຈະເຮັດພັນທະສັນຍານີ້ ເມື່ອເຂົາເຈົ້າຮັບເອົາພິທີການຜະນຶກຂອງການແຕ່ງງານໃນພຣະວິຫານ. ພັນທະສັນຍານີ້ແມ່ນຮາກຖານຂອງຄອບຄົວນິລັນດອນ. ເມື່ອຮັກສາຢ່າງຊື່ສັດ, ມັນຈະເຮັດໃຫ້ການແຕ່ງງານຂອງເຂົາເຈົ້າຍືນຍົງຕະຫລອດໄປ.
ການໃກ້ຊິດທາງກາຍລະຫວ່າງສາມີ ແລະ ພັນລະຍາແມ່ນມຸ່ງໝາຍໃຫ້ເປັນເລື່ອງສວຍງາມ ແລະ ສັກສິດ. ມັນຖືກແຕ່ງຕັ້ງຈາກພຣະເຈົ້າເພື່ອໃຫ້ກຳເນີດລູກ ແລະ ເພື່ອສະແດງຄວາມຮັກລະຫວ່າງສາມີ ແລະ ພັນລະຍາ. ຄວາມອ່ອນໂຍນ ແລະ ຄວາມເຄົາລົບ—ບໍ່ແມ່ນຄວາມເຫັນແກ່ຕົວ—ຄວນນຳພາຄວາມສຳພັນທີ່ໃກ້ຊິດຂອງເຂົາເຈົ້າ.
ພຣະເຈົ້າໄດ້ບັນຊາວ່າ ຄວາມໃກ້ຊິດທາງເພດຄວນຖືກສະຫງວນໄວ້ສຳລັບການແຕ່ງງານລະຫວ່າງຊາຍ ແລະ ຍິງ.
ສາມີ ແລະ ພັນລະຍາແມ່ນເທົ່າທຽມກັນໃນສາຍພຣະເນດຂອງພຣະເຈົ້າ. ຝ່າຍໜຶ່ງບໍ່ຄວນເໜືອກວ່າອີກຝ່າຍໜຶ່ງ. ການຕັດສິນໃຈຂອງເຂົາເຈົ້າຄວນເປັນໜຶ່ງ ແລະ ໃນຄວາມຮັກ, ດ້ວຍການຮ່ວມມືຂອງທັງສອງຝ່າຍ.
2.1.3
ພໍ່ແມ່ ແລະ ລູກໆ
ສາດສະດາຍຸກສຸດທ້າຍໄດ້ສິດສອນວ່າ “ພຣະບັນຍັດຂອງພຣະເຈົ້າຕໍ່ລູກໆຂອງພຣະອົງໃຫ້ມີລູກໃນແຜ່ນດິນໂລກ ຍັງເປັນພຣະບັນຍັດທີ່ໃຊ້ໄດ້ຢູ່” (“ຄອບຄົວ: ການປະກາດຕໍ່ໂລກ”; ເບິ່ງ ຄຳສອນ ແລະ ພັນທະສັນຍາ 49:16–17 ນຳອີກ).
ສາມີ ແລະ ພັນລະຍາທີ່ຮັກແພງກັນຈະຈັດກຽມສະພາບແວດລ້ອມທີ່ດີທີ່ສຸດສຳລັບການລ້ຽງດູ ແລະ ບຳລຸງລ້ຽງລູກໆ. ສະຖານະການສ່ວນຕົວອາດເຮັດໃຫ້ພໍ່ແມ່ບໍ່ສາມາດລ້ຽງດູລູກໆນຳກັນ. ເຖິງຢ່າງໃດກໍຕາມ, ພຣະຜູ້ເປັນເຈົ້າຈະອວຍພອນເຂົາເຈົ້າ ເມື່ອເຂົາເຈົ້າສະແຫວງຫາຄວາມຊ່ວຍເຫລືອຈາກພຣະອົງ ແລະ ພະຍາຍາມຮັກສາພັນທະສັນຍາຂອງເຂົາເຈົ້າກັບພຣະອົງ.
ພໍ່ແມ່ມີໜ້າທີ່ຮັບຜິດຊອບສຳຄັນທີ່ຈະຊ່ວຍໃຫ້ລູກໆຂອງຕົນກຽມພ້ອມທີ່ຈະຮັບເອົາພອນຂອງຊີວິດນິລັນດອນ. ເຂົາເຈົ້າຈະສິດສອນລູກໆຂອງຕົນໃຫ້ຮັກ ແລະ ຮັບໃຊ້ພຣະເຈົ້າ ແລະ ຄົນອື່ນ (ເບິ່ງ ມັດທາຍ 22:36–40).
“ພໍ່ຈະເປັນຜູ້ນຳພາຄອບຄົວຂອງຕົນດ້ວຍຄວາມຮັກ ແລະ ດ້ວຍຄວາມຊອບທຳ ແລະ ມີໜ້າທີ່ຮັບຜິດຊອບທີ່ຈະຈັດຫາສິ່ງທີ່ຈຳເປັນຕ່າງໆ ແລະ ປົກປັກຮັກສາຄອບຄົວຂອງຕົນ” (“ຄອບຄົວ: ການປະກາດຕໍ່ໂລກ”). ເມື່ອບໍ່ມີສາມີ ຫລື ພໍ່ຢູ່ໃນບ້ານ, ແມ່ຈະປົກຄອງດູແລຄອບຄົວ.
ການປົກຄອງໃນຄອບຄົວເປັນໜ້າທີ່ຮັບຜິດຊອບໃນການນຳພາສະມາຊິກໃນຄອບຄົວກັບຄືນໄປຢູ່ໃນທີ່ປະທັບຂອງພຣະເຈົ້າ. ສິ່ງນີ້ກະທຳໂດຍການຮັບໃຊ້ ແລະ ສິດສອນດ້ວຍຄວາມອ່ອນໂຍນ, ຄວາມອ່ອນນ້ອມ, ແລະ ຄວາມຮັກອັນບໍລິສຸດ, ຕາມຕົວຢ່າງຂອງພຣະເຢຊູຄຣິດ (ເບິ່ງ ມັດທາຍ 20:26–28). ການປົກຄອງຄອບຄົວແມ່ນລວມທັງການນຳພາສະມາຊິກໃນຄອບຄົວໃນການອະທິຖານ, ການສຶກສາພຣະກິດຕິຄຸນ, ແລະ ການນະມັດສະການໃນດ້ານອື່ນໆເປັນປະຈຳ. ພໍ່ແມ່ເຮັດວຽກໃນຄວາມເປັນໜຶ່ງນຳກັນ ເພື່ອປະຕິບັດໜ້າທີ່ຮັບຜິດຊອບເຫລົ່ານີ້.
“ຜູ້ເປັນແມ່ມີໜ້າທີ່ຮັບຜິດຊອບຕົ້ນຕໍທີ່ຈະລ້ຽງດູລູກເຕົ້າຂອງຕົນ” (“ຄອບຄົວ: ການປະກາດຕໍ່ໂລກ”). ລ້ຽງດູໝາຍເຖິງການບຳລຸງລ້ຽງ, ສິດສອນ, ແລະ ສະໜັບສະໜູນ, ຕາມຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດ (ເບິ່ງ 3 ນີໄຟ 10:4). ໃນຄວາມເປັນໜຶ່ງກັບສາມີຂອງນາງ, ແມ່ຈະຊ່ວຍຄອບຄົວຮຽນຮູ້ຄວາມຈິງຂອງພຣະກິດຕິຄຸນ ແລະ ພັດທະນາສັດທາໃນພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ. ເຂົາເຈົ້າພ້ອມພຽງກັນສົ່ງເສີມສະພາບແວດລ້ອມຂອງຄວາມຮັກໃນຄອບຄົວ.
“ໃນໜ້າທີ່ຮັບຜິດຊອບອັນສັກສິດນີ້, ພໍ່ແມ່ຕ້ອງໄດ້ຊ່ວຍກັນແລະກັນ ແລະ ເປັນຫຸ້ນສ່ວນທີ່ເທົ່າທຽມກັນ” (“ຄອບຄົວ: ການປະກາດຕໍ່ໂລກ”). ເຂົາເຈົ້າຈະປຶກສານຳກັນດ້ວຍການອະທິຖານ ແລະ ກັບພຣະຜູ້ເປັນເຈົ້າ. ເຂົາເຈົ້າຈະເຮັດການຕັດສິນໃຈນຳກັນໃນຄວາມເປັນໜຶ່ງ ແລະ ໃນຄວາມຮັກ, ດ້ວຍການຮ່ວມມືຂອງທັງສອງຝ່າຍ.
2.2
ວຽກງານແຫ່ງຄວາມລອດ ແລະ ຄວາມສູງສົ່ງຢູ່ໃນບ້ານ
ຝ່າຍປະທານສູງສຸດໄດ້ກ່າວວ່າ, “ບ້ານເປັນພື້ນຖານຂອງຊີວິດທີ່ຊອບທຳ” (ຈົດໝາຍຈາກຝ່າຍປະທານສູງສຸດ, ວັນທີ 11 ເດືອນກຸມພາ, 1999).
ເພື່ອສະໜັບສະໜູນສະມາຊິກໃນການເຮັດວຽກງານແຫ່ງຄວາມລອດ ແລະ ຄວາມສູງສົ່ງທີ່ບ້ານ, ຜູ້ນຳຂອງສາດສະໜາຈັກຈະຊຸກຍູ້ເຂົາເຈົ້າໃຫ້ສະຖາປະນາບ້ານ ບ່ອນທີ່ພຣະວິນຍານສະຖິດຢູ່. ພວກເພິ່ນກໍຍັງຈະຊຸກຍູ້ໃຫ້ສະມາຊິກນັບຖືວັນຊະບາໂຕ, ສຶກສາ ແລະ ຮຽນຮູ້ພຣະກິດຕິຄຸນຢູ່ທີ່ບ້ານ, ແລະ ຈັດການສັງສັນໃນຕອນແລງທຸກອາທິດ.
2.2.3
ການສຶກສາ ແລະ ການຮຽນຮູ້ພຣະກິດຕິຄຸນຢູ່ທີ່ບ້ານ
ການສິດສອນ ແລະ ການຮຽນຮູ້ພຣະກິດຕິຄຸນຄືການມີບ້ານເປັນສູນກາງ ແລະ ສາດສະໜາຈັກສະໜັບສະໜູນ. ຜູ້ນຳໃນສາດສະໜາຈັກຈະຊຸກຍູ້ສະມາຊິກທຸກຄົນໃຫ້ສຶກສາພຣະກິດຕິຄຸນຢູ່ທີ່ບ້ານໃນວັນຊະບາໂຕ ແລະ ຕະຫລອດອາທິດ.
ການສຶກສາພຣະຄຳພີຕາມໂຄງຮ່າງຢູ່ໃນປຶ້ມ ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ ເປັນຫລັກສູດແນະນຳຂອງການສຶກສາພຣະກິດຕິຄຸນຢູ່ທີ່ບ້ານ.
2.2.4
ການສັງສັນໃນຕອນແລງ ແລະ ກິດຈະກຳອື່ນໆ
ສາດສະດາຍຸກສຸດທ້າຍໄດ້ແນະນຳສະມາຊິກຂອງສາດສະໜາຈັກໃຫ້ຈັດກິດຈະກຳການສັງສັນໃນຕອນແລງທຸກອາທິດ. ນີ້ເປັນເວລາສັກສິດສຳລັບບຸກຄົນ ແລະ ຄອບຄົວທີ່ຈະຮຽນຮູ້ພຣະກິດຕິຄຸນ, ເພີ່ມຄວາມເຂັ້ມແຂງໃຫ້ປະຈັກພະຍານ, ສ້າງຄວາມເປັນໜຶ່ງ, ແລະ ມ່ວນຊື່ນນຳກັນ.
ການສັງສັນໃນຕອນແລງສາມາດປັບປ່ຽນໄດ້ອີງຕາມສະຖານະການຂອງສະມາຊິກ. ມັນສາມາດຖືກຈັດຂຶ້ນໃນວັນຊະບາໂຕ ຫລື ວັນອື່ນໆ ແລະ ໃນເວລາອື່ນກໍໄດ້. ມັນອາດລວມທັງ:
-
ການສຶກສາ ແລະ ການແນະນຳພຣະກິດຕິຄຸນ (ສາມາດນຳໃຊ້ເນື້ອຫາຂອງປຶ້ມ ຈົ່ງຕາມເຮົາມາ ໄດ້ຕາມໃຈຊອບ).
-
ການຮັບໃຊ້ຄົນອື່ນ.
-
ການຮ້ອງເພງ ຫລື ການຫລິ້ນເພງສວດ ແລະ ເພງຊັ້ນປະຖົມໄວ (ເບິ່ງ ບົດທີ 19).
-
ການສະໜັບສະໜູນສະມາຊິກໃນຄອບຄົວໃນ ໂຄງການເດັກ ແລະ ຊາວໜຸ່ມ.
-
ສະພາຄອບຄົວເພື່ອຕັ້ງເປົ້າໝາຍ, ແກ້ໄຂບັນຫາ, ແລະ ປະສານຕາຕະລາງ.
-
ກິດຈະກຳພັກຜ່ອນ.
ສະມາຊິກໂສດ ແລະ ຄົນອື່ນໆສາມາດເຕົ້າໂຮມກັນເປັນກຸ່ມນອກພິທີນະມັດສະການໃນວັນຊະບາໂຕຕາມປົກກະຕິ ເພື່ອເຂົ້າຮ່ວມການສັງສັນໃນຕອນແລງ ແລະ ເພີ່ມຄວາມເຂັ້ມແຂງໃຫ້ກັນແລະກັນ ຜ່ານທາງການສຶກສາພຣະກິດຕິຄຸນ.
2.2.5
ການສະໜັບສະໜູນບຸກຄົນ
ຜູ້ນຳໃນສາດສະໜາຈັກຈະຊ່ວຍເຫລືອສະມາຊິກຜູ້ຂາດການສະໜັບສະໜູນຈາກຄອບຄົວ.
ຜູ້ນຳຈະຊ່ວຍສະມາຊິກເຫລົ່ານີ້ ແລະ ຄອບຄົວຂອງເຂົາເຈົ້າໃຫ້ມີໂອກາດໄດ້ຜູກມິດ, ມີປະສົບການທາງສັງຄົມທີ່ດີງາມ, ແລະ ເຕີບໂຕທາງວິນຍານ.
2.3
ຄວາມສຳພັນລະຫວ່າງບ້ານ ແລະ ສາດສະໜາຈັກ
ວຽກງານແຫ່ງຄວາມລອດ ແລະ ຄວາມສູງສົ່ງມີບ້ານເປັນສູນກາງ ແລະ ສະໜັບສະໜູນໂດຍສາດສະໜາຈັກ. ຫລັກທຳດັ່ງຕໍ່ໄປນີ້ໃຊ້ໄດ້ໃນຄວາມສຳພັນລະຫວ່າງບ້ານ ແລະ ສາດສະໜາຈັກ.
-
ຜູ້ນຳ ແລະ ຄູສອນຈະໃຫ້ກຽດບົດບາດຂອງພໍ່ແມ່ ແລະ ຊ່ວຍເຫລືອເຂົາເຈົ້າ.
-
ການປະຊຸມບາງຢ່າງຂອງສາດສະໜາຈັກແມ່ນຈຳເປັນໃນແຕ່ລະຫວອດ ຫລື ສາຂາ. ສິ່ງເຫລົ່ານີ້ແມ່ນລວມທັງກອງປະຊຸມສິນລະລຶກ ແລະ ຫ້ອງຮຽນ ແລະ ການປະຊຸມກຸ່ມ ທີ່ຈັດຂຶ້ນໃນວັນຊະບາໂຕ. ການປະຊຸມ, ກິດຈະກຳ, ແລະ ໂຄງການອື່ນໆຫລາຍຢ່າງແມ່ນບໍ່ຈຳເປັນ.
-
ການຮັບໃຊ້ ແລະ ການມີສ່ວນຮ່ວມໃນສາດສະໜາຈັກ ຈຳເປັນຕ້ອງມີການເສຍສະລະຢ່າງຫລວງຫລາຍ. ພຣະຜູ້ເປັນເຈົ້າຈະອວຍພອນສະມາຊິກ ເມື່ອເຂົາເຈົ້າຮັບໃຊ້ ແລະ ເສຍສະລະໃນສາດສະໜາຈັກຂອງພຣະອົງ. ເຖິງຢ່າງໃດກໍຕາມ, ຈຳນວນເວລາທີ່ມອບໃຫ້ແກ່ການຮັບໃຊ້ໃນສາດສະໜາຈັກ ບໍ່ຄວນລົດຄວາມສາມາດຂອງສະມາຊິກ ໃນການປະຕິບັດໜ້າທີ່ຮັບຜິດຊອບຂອງເຂົາເຈົ້າຢູ່ທີ່ບ້ານ, ຢູ່ບ່ອນທຳງານ, ແລະ ໃນບ່ອນອື່ນໆ.