“3. ຫລັກທຳຖານະປະໂລຫິດ,” ພາກສ່ວນທີ່ຄັດເລືອກມາຈາກຄູ່ມືທົ່ວໄປ (2023).
“3. ຫລັກທຳຖານະປະໂລຫິດ,” ພາກສ່ວນທີ່ຄັດເລືອກມາຈາກຄູ່ມືທົ່ວໄປ
3.
ຫລັກທຳຖານະປະໂລຫິດ
3.0
ຄຳນຳ
ຖານະປະໂລຫິດຄືສິດອຳນາດ ແລະ ອຳນາດຂອງພຣະເຈົ້າ. ຜ່ານທາງຖານະປະໂລຫິດ, ພຣະບິດາເທິງສະຫວັນບັນລຸວຽກງານຂອງພຣະອົງເພື່ອ “ເຮັດໃຫ້ເກີດຄວາມເປັນອະມະຕະ ແລະ ຊີວິດນິລັນດອນຂອງມະນຸດ” (ໂມເຊ 1:39). ພຣະເຈົ້າມອບສິດອຳນາດ ແລະ ອຳນາດໃຫ້ແກ່ບຸດ ແລະ ທິດາຂອງພຣະອົງຢູ່ເທິງໂລກ ເພື່ອຊ່ວຍດຳເນີນວຽກງານນີ້ (ເບິ່ງ ບົດທີ 1).
3.2
ພອນຂອງຖານະປະໂລຫິດ
ຜ່ານທາງພັນທະສັນຍາ ແລະ ພິທີການຖານະປະໂລຫິດ, ພຣະເຈົ້ຳເຮັດໃຫ້ພອນທີ່ຍິ່ງໃຫຍ່ມີໄວ້ໃຫ້ລູກໆທຸກຄົນຂອງພຣະອົງ. ພອນເຫລົ່ານີ້ແມ່ນລວມທັງ:
-
ບັບຕິສະມາ ແລະ ສະມາຊິກກະພາບໃນສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.
-
ຂອງປະທານແຫ່ງພຣະວິນຍານບໍລິສຸດ.
-
ການຮັບສ່ວນສິນລະລຶກ.
-
ສິດອຳນາດ ແລະ ອຳນາດທີ່ຈະຮັບໃຊ້ໃນການເອີ້ນ ແລະ ການມອບໝາຍຕ່າງໆໃນສາດສະໜາຈັກ.
-
ການຮັບປິຕຸພອນ ແລະ ພອນຂອງຖານະປະໂລຫິດອື່ນໆແຫ່ງການປິ່ນປົວ, ການປອບໂຍນ, ແລະ ການນຳພາ.
-
ການຮັບຂອງປະທານສັກສິດ ດ້ວຍອຳນາດຂອງພຣະເຈົ້າໃນພຣະວິຫານ.
-
ການຜະນຶກເຂົ້າກັບສະມາຊິກໃນຄອບຄົວຊົ່ວນິລັນດອນ.
-
ຄຳສັນຍາກ່ຽວກັບຊີວິດນິລັນດອນ.
3.3
ຖານະປະໂລຫິດແຫ່ງເມນຄີເສເດັກ ແລະ ຖານະປະໂລຫິດແຫ່ງອາໂຣນ
ໃນສາດສະໜາຈັກ, ຖານະປະໂລຫິດມີສອງພາກສ່ວນ: ຖານະປະໂລຫິດແຫ່ງເມນຄີເສເດັກ ແລະ ຖານະປະໂລຫິດແຫ່ງອາໂຣນ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 107:1).
3.3.1
ຖານະປະໂລຫິດແຫ່ງເມນຄີເສເດັກ
ຖານະປະໂລຫິດແຫ່ງເມນຄີເສເດັກຄື “ຖານະປະໂລຫິດສັກສິດ, ຕາມລະບຽບຂອງພຣະບຸດຂອງພຣະເຈົ້າ” (ຄຳສອນ ແລະ ພັນທະສັນຍາ 107:3). ມັນເປັນອຳນາດທີ່ເຮັດໃຫ້ບຸດ ແລະ ທິດາຂອງພຣະເຈົ້າສາມາດກາຍເປັນເໝືອນດັ່ງພຣະອົງ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 84:19–21; 132:19–20).
ຜ່ານທາງສິດອຳນາດນີ້, ຜູ້ນຳໃນສາດສະໜາຈັກຈະຊີ້ນຳ ແລະ ບໍລິຫານວຽກງານທາງຝ່າຍວິນຍານທັງໝົດຂອງສາດສະໜາຈັກ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 107:18).
ປະທານສະເຕກເປັນຜູ້ຄວບຄຸມມະຫາປະໂລຫິດຢູ່ໃນສະເຕກ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 107:8, 10; ເບິ່ງ ບົດທີ 6 ໃນຄູ່ມືນີ້ ນຳອີກ). ອະທິການເປັນຜູ້ຄວບຄຸມມະຫາປະໂລຫິດຢູ່ໃນຫວອດ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 107:17; ເບິ່ງ ບົດທີ 7 ໃນຄູ່ມືນີ້ ນຳອີກ).
ສຳລັບຂໍ້ມູນກ່ຽວກັບຕຳແໜ່ງ ແລະ ໜ້າທີ່ຮັບຜິດຊອບຂອງຖານະປະໂລຫິດແຫ່ງເມນຄີເສເດັກ, ໃຫ້ເບິ່ງ 8.1.
3.3.2
ຖານະປະໂລຫິດແຫ່ງອາໂຣນ
ຖານະປະໂລຫິດແຫ່ງອາໂຣນຄື “ສ່ວນປະກອບຂອງຖານະປະໂລຫິດແຫ່ງເມນຄີເສເດັກ” (ຄຳສອນ ແລະ ພັນທະສັນຍາ 107:14). ມັນລວມທັງຂໍກະແຈຂອງ:
-
ການປະຕິບັດຂອງເຫລົ່າທູດ.
-
ພຣະກິດຕິຄຸນແຫ່ງການກັບໃຈ.
-
ພິທີການປະຕິບັດສາດສະໜາກິດພາຍນອກ, ລວມທັງບັບຕິສະມາເພື່ອການປົດບາບ.
(ເບິ່ງ ຄຳສອນ ແລະ ພັນທະສັນຍາ 13:1; 84:26–27; 107:20.)
ອະທິການເປັນປະທານຂອງຖານະປະໂລຫິດແຫ່ງອາໂຣນຢູ່ໃນຫວອດ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 107:15).
ສຳລັບຂໍ້ມູນກ່ຽວກັບຕຳແໜ່ງ ແລະ ໜ້າທີ່ຮັບຜິດຊອບຂອງຖານະປະໂລຫິດແຫ່ງອາໂຣນ, ໃຫ້ເບິ່ງ 10.1.3.
3.4
ສິດອຳນາດຂອງຖານະປະໂລຫິດ
ສິດອຳນາດຂອງຖານະປະໂລຫິດຄືການມອບສິດອຳນາດໃຫ້ເປັນຕົວແທນຂອງພຣະເຈົ້າ ແລະ ປະຕິບັດໃນພຣະນາມຂອງພຣະອົງ. ໃນສາດສະໜາຈັກ, ສິດອຳນາດຂອງຖານະປະໂລຫິດທັງໝົດຖືກນຳໃຊ້ພາຍໃຕ້ການຊີ້ນຳຂອງຜູ້ດຳລົງຂໍກະແຈຂອງຖານະປະໂລຫິດ.
3.4.1
ຂໍກະແຈຂອງຖານະປະໂລຫິດ
ຂໍກະແຈຂອງຖານະປະໂລຫິດຄືສິດອຳນາດທີ່ຈະຊີ້ນຳການນຳໃຊ້ຖານະປະໂລຫິດເພື່ອລູກໆຂອງພຣະເຈົ້າ.
3.4.1.1
ຜູ້ດຳລົງຂໍກະແຈຂອງຖານະປະໂລຫິດ
ພຣະຜູ້ເປັນເຈົ້າໄດ້ມອບຂໍກະແຈທັງໝົດທີ່ກ່ຽວຂ້ອງກັບອານາຈັກຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກໃຫ້ອັກຄະສາວົກແຕ່ລະຄົນຂອງພຣະອົງ. ອັກຄະສາວົກອາວຸໂສທີ່ມີຊີວິດຢູ່, ປະທານຂອງສາດສະໜາຈັກ, ເປັນພຽງບຸກຄົນດຽວຢູ່ເທິງໂລກນີ້ທີ່ມີສິດອຳນາດທີ່ຈະໃຊ້ຂໍກະແຈຂອງຖານະປະໂລຫິດທັງໝົດ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 81:1–2; 107:64–67, 91–92; 132:7).
ພາຍໃຕ້ການຊີ້ນຳຂອງປະທານຂອງສາດສະໜາຈັກ, ຜູ້ນຳຖານະປະໂລຫິດໄດ້ຮັບຂໍກະແຈເພື່ອວ່າພວກເພິ່ນຈະສາມາດຄວບຄຸມພາຍໃນເຂດຄວາມຮັບຜິດຊອບຂອງຕົນ. ຜູ້ນຳເຫລົ່ານີ້ແມ່ນລວມທັງ:
-
ປະທານສະເຕກ ແລະ ປະທານທ້ອງຖິ່ນ.
-
ອະທິການ ແລະ ປະທານສາຂາ.
-
ປະທານກຸ່ມຖານະປະໂລຫິດແຫ່ງເມນຄີເສເດັກ ແລະ ອາໂຣນ.
-
ປະທານພຣະວິຫານ.
-
ປະທານເຜີຍແຜ່ ແລະ ປະທານສູນຝຶກອົບຮົມຜູ້ສອນສາດສະໜາ.
ຜູ້ນຳເຫລົ່ານີ້ໄດ້ຮັບຂໍກະແຈຂອງຖານະປະໂລຫິດ ເມື່ອພວກເພິ່ນໄດ້ຮັບການແຕ່ງຕັ້ງເປັນທາງການສູ່ການເອີ້ນຂອງພວກເພິ່ນ.
ຂໍກະແຈຂອງຖານະປະໂລຫິດບໍ່ໄດ້ຖືກມອບໃຫ້ຄົນອື່ນ, ລວມທັງທີ່ປຶກສາຂອງຜູ້ນຳຖານະປະໂລຫິດໃນທ້ອງຖິ່ນ ຫລື ປະທານອົງການຕ່າງໆຂອງສາດສະໜາຈັກ. ປະທານອົງການຂອງສາດສະໜາຈັກຄວບຄຸມພາຍໃຕ້ການຊີ້ນຳຂອງຜູ້ດຳລົງຂໍກະແຈຂອງຖານະປະໂລຫິດ (ເບິ່ງ 4.2.4).
3.4.1.2
ລະບຽບວຽກງານຂອງພຣະຜູ້ເປັນເຈົ້າ
ຂໍກະແຈຂອງຖານະປະໂລຫິດເຮັດໃຫ້ວຽກງານແຫ່ງຄວາມລອດ ແລະ ຄວາມສູງສົ່ງບັນລຸຄວາມສຳເລັດ ໃນວິທີທາງທີ່ເປັນລະບຽບ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 42:11; 132:8). ຜູ້ດຳລົງຂໍກະແຈຂອງຖານະປະໂລຫິດຈະຊີ້ນຳວຽກງານຂອງພຣະຜູ້ເປັນເຈົ້າພາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ. ສິດອຳນາດຄວບຄຸມນີ້ມີຜົນກັບໜ້າທີ່ຮັບຜິດຊອບສະເພາະການເອີ້ນຂອງຜູ້ນຳເທົ່ານັ້ນ. ເມື່ອຜູ້ນຳຖານະປະໂລຫິດໄດ້ຖືກປົດຈາກການເອີ້ນຂອງພວກເພິ່ນ, ພວກເພິ່ນຈະບໍ່ດຳລົງຂໍກະແຈເຫລົ່ານີ້ອີກຕໍ່ໄປ.
3.4.2
ການມອບຖານະປະໂລຫິດ ແລະ ການແຕ່ງຕັ້ງ
ພາຍໃຕ້ການຊີ້ນຳຂອງຜູ້ດຳລົງຂໍກະແຈຂອງຖານະປະໂລຫິດ, ຖານະປະໂລຫິດແຫ່ງອາໂຣນ ແລະ ຖານະປະໂລຫິດແຫ່ງເມນຄີເສເດັກໄດ້ຖືກມອບໃຫ້ສະມາຊິກຜູ້ຊາຍທີ່ມີຄ່າຄວນຂອງສາດສະໜາຈັກ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 84:14–17). ຫລັງຈາກຖານະປະໂລຫິດທີ່ເໝາະສົມໄດ້ຖືກມອບໃຫ້ແລ້ວ, ບຸກຄົນຈະຖືກແຕ່ງຕັ້ງສູ່ຕຳແໜ່ງໃນຖານະປະໂລຫິດນັ້ນ, ເຊັ່ນ ມັກຄະນາຍົກ ຫລື ແອວເດີ. ຜູ້ດຳລົງຖານະປະໂລຫິດຈະໃຊ້ຖານະປະໂລຫິດອີງຕາມສິດ ແລະ ໜ້າທີ່ຂອງຕຳແໜ່ງນັ້ນ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 107:99).
ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບການມອບຖານະປະໂລຫິດ ແລະ ການແຕ່ງຕັ້ງ, ໃຫ້ເບິ່ງ 8.1.1 ແລະ 18.10.
3.4.3
ການມອບສິດອຳນາດຂອງຖານະປະໂລຫິດໃຫ້ຮັບໃຊ້ໃນສາດສະໜາຈັກ
3.4.3.1
ການແຕ່ງຕັ້ງເປັນທາງການ
ເມື່ອຊາຍ ແລະ ຍິງໄດ້ຮັບການແຕ່ງຕັ້ງເປັນທາງການພາຍໃຕ້ການຊີ້ນຳຂອງຜູ້ດຳລົງຂໍກະແຈຂອງຖານະປະໂລຫິດ, ເຂົາເຈົ້າຈະໄດ້ຮັບສິດອຳນາດຈາກພຣະເຈົ້າໃຫ້ປະຕິບັດໃນການເອີ້ນນັ້ນ. ເມື່ອເຂົາເຈົ້າຖືກປົດຈາກການເອີ້ນ, ເຂົາເຈົ້າຈະບໍ່ມີສິດອຳນາດທີ່ກ່ຽວຂ້ອງກັບການເອີ້ນນັ້ນອີກຕໍ່ໄປ.
ສະມາຊິກຂອງສາດສະໜາຈັກທຸກຄົນຜູ້ໄດ້ຮັບການແຕ່ງຕັ້ງເປັນທາງການ ໄດ້ຮັບສິດອຳນາດ ແລະ ໜ້າທີ່ຮັບຜິດຊອບອັນສູງສົ່ງ ເພື່ອໃຫ້ປະຕິບັດໃນການເອີ້ນຂອງເຂົາເຈົ້າ. ຍົກຕົວຢ່າງ:
-
ຜູ້ຍິງຄົນໜຶ່ງທີ່ໄດ້ຮັບການເອີ້ນ ແລະ ຮັບການແຕ່ງຕັ້ງເປັນທາງການໂດຍອະທິການໃຫ້ເປັນປະທານສະມາຄົມສະຕີສົງເຄາະ ຈະໄດ້ຮັບສິດອຳນາດໃຫ້ຊີ້ນຳວຽກງານໃນສະມາຄົມສະຕີສົງເຄາະໃນຫວອດ.
ທຸກຄົນທີ່ໄດ້ຮັບການເອີ້ນ ແລະ ໄດ້ຮັບການແຕ່ງຕັ້ງເປັນທາງການ ຈະຮັບໃຊ້ພາຍໃຕ້ການຊີ້ນຳຂອງຜູ້ເປັນປະທານເໜືອເຂົາເຈົ້າ (ເບິ່ງ 3.4.1.2).
3.4.3.2
ການມອບໝາຍ
ຜູ້ນຳໃນສາດສະໜາຈັກສາມາດມອບສິດອຳນາດໂດຍການມອບໝາຍ. ເມື່ອຊາຍ ແລະ ຍິງໄດ້ຮັບການມອບໝາຍເຫລົ່ານີ້, ເຂົາເຈົ້າໄດ້ຮັບສິດອຳນາດຈາກພຣະເຈົ້າເພື່ອໃຫ້ປະຕິບັດ. ຍົກຕົວຢ່າງ:
-
ຝ່າຍປະທານສູງສຸດ ແລະ ກຸ່ມອັກຄະສາວົກສິບສອງມອບສິດອຳນາດໃຫ້ສາວົກເຈັດສິບ ຜູ້ຖືກມອບໝາຍໃຫ້ບໍລິຫານເຂດຕ່າງໆ ແລະ ຄວບຄຸມທີ່ກອງປະຊຸມສະເຕກ.
-
ສິດອຳນາດຖືກມອບໃຫ້ແກ່ສະມາຊິກຂອງສາດສະໜາຈັກເພື່ອຮັບໃຊ້ເປັນອ້າຍນ້ອງຜູ້ປະຕິບັດສາດສະໜາກິດ ແລະ ເອື້ອຍນ້ອງຜູ້ປະຕິບັດສາດສະໜາກິດ.
ສິດອຳນາດທີ່ມອບໃຫ້ໂດຍການມອບໝາຍຈະຈຳກັດກັບໜ້າທີ່ຮັບຜິດຊອບສະເພາະ ແລະ ໄລຍະເວລາຂອງການມອບໝາຍເທົ່ານັ້ນ.
3.4.4
ການໃຊ້ສິດອຳນາດຂອງຖານະປະໂລຫິດຢ່າງຊອບທຳ
ສິດອຳນາດນີ້ສາມາດຖືກໃຊ້ພຽງແຕ່ໃນຄວາມຊອບທຳເທົ່ານັ້ນ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 121:36). ມັນຖືກໃຊ້ໂດຍການຊັກຊວນ, ຄວາມອົດກັ້ນ, ຄວາມອ່ອນໂຍນ, ຄວາມອ່ອນນ້ອມ, ຄວາມຮັກ, ແລະ ຄວາມເມດຕາ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 121:41–42).
ຜູ້ໃຊ້ສິດອຳນາດຂອງຖານະປະໂລຫິດຈະບໍ່ບັງຄັບຄົນອື່ນໃຫ້ເຮັດຕາມຄວາມປະສົງຂອງຕົນ. ເຂົາເຈົ້າຈະບໍ່ໃຊ້ມັນໃນຈຸດປະສົງທີ່ເຫັນແກ່ຕົວ.
3.5
ອຳນາດຂອງຖານະປະໂລຫິດ
ອຳນາດຂອງຖານະປະໂລຫິດຄືອຳນາດຊຶ່ງໂດຍທາງນັ້ນພຣະເຈົ້າໃຫ້ພອນແກ່ລູກໆຂອງພຣະອົງ. ອຳນາດຂອງຖານະປະໂລຫິດຂອງພຣະເຈົ້າຫລັ່ງໄຫລມາສູ່ສະມາຊິກຂອງສາດສະໜາຈັກທຸກຄົນ—ຍິງ ແລະ ຊາຍ—ເມື່ອເຂົາເຈົ້າຮັກສາພັນທະສັນຍາທີ່ເຂົາເຈົ້າໄດ້ເຮັດກັບພຣະອົງ. ສະມາຊິກເຮັດພັນທະສັນຍາເຫລົ່ານີ້ເມື່ອເຂົາເຈົ້າຮັບເອົາພິທີການຖານະປະໂລຫິດ. (ເບິ່ງ ຄຳສອນ ແລະ ພັນທະສັນຍາ 84:19–20.)
ພອນຂອງອຳນາດຂອງຖານະປະໂລຫິດທີ່ສະມາຊິກສາມາດໄດ້ຮັບແມ່ນລວມທັງ:
-
ການນຳພາສຳລັບຊີວິດຂອງເຂົາເຈົ້າ.
-
ການດົນໃຈເພື່ອໃຫ້ຮູ້ວິທີທີ່ຈະຮັບໃຊ້ສະມາຊິກໃນຄອບຄົວ ແລະ ຄົນອື່ນໆ.
-
ເພີ່ມຄວາມເຂັ້ມແຂງເພື່ອອົດທົນ ແລະ ເອົາຊະນະການທ້າທາຍ.
-
ຂອງປະທານແຫ່ງພຣະວິນຍານເພື່ອຂະຫຍາຍຄວາມສາມາດຂອງເຂົາເຈົ້າ.
-
ການເປີດເຜີຍໃຫ້ຮູ້ວິທີປະຕິບັດວຽກງານທີ່ເຂົາເຈົ້າຖືກແຕ່ງຕັ້ງ, ການແຕ່ງຕັ້ງເປັນທາງການ, ຫລື ການມອບໝາຍໃຫ້ເຮັດ.
-
ຊ່ວຍເຫລືອ ແລະ ເພີ່ມຄວາມເຂັ້ມແຂງໃຫ້ກາຍເປັນເໝືອນດັ່ງພຣະເຢຊູຄຣິດ ແລະ ພຣະບິດາເທິງສະຫວັນຫລາຍຂຶ້ນ.
3.5.1
ພັນທະສັນຍາ
ພັນທະສັນຍາຄືຄຳສັນຍາສັກສິດລະຫວ່າງພຣະເຈົ້າ ແລະ ລູກໆຂອງພຣະອົງ. ພຣະເຈົ້າປະທານເງື່ອນໄຂສຳລັບພັນທະສັນຍາ, ແລະ ລູກໆຂອງພຣະອົງຕົກລົງທີ່ຈະເຊື່ອຟັງເງື່ອນໄຂເຫລົ່ານັ້ນ. ພຣະເຈົ້າສັນຍາວ່າຈະອວຍພອນລູກໆຂອງພຣະອົງ ເມື່ອພວກເຂົາປະຕິບັດຕາມພັນທະສັນຍາ.
ທຸກຄົນທີ່ອົດທົນຈົນເຖິງທີ່ສຸດໃນການຮັກສາພັນທະສັນຍາຂອງຕົນ ຈະໄດ້ຮັບຊີວິດນິລັນດອນ (ເບິ່ງ 2 ນີໄຟ 31:17–20; ຄຳສອນ ແລະ ພັນທະສັນຍາ 14:7).
ພໍ່ແມ່, ຜູ້ນຳໃນສາດສະໜາຈັກ, ແລະ ຄົນອື່ນໆຊ່ວຍເຫລືອບຸກຄົນກຽມພ້ອມທີ່ຈະເຮັດພັນທະສັນຍາ ເມື່ອເຂົາເຈົ້າຮັບເອົາພິທີການຂອງພຣະກິດຕິຄຸນ. ພວກເພິ່ນຈະໃຫ້ແນ່ໃຈວ່າ ບຸກຄົນເຂົ້າໃຈພັນທະສັນຍາທີ່ເຂົາເຈົ້າຈະເຮັດ. ຫລັງຈາກບຸກຄົນເຮັດພັນທະສັນຍາ, ພວກເພິ່ນຈະຊ່ວຍໃຫ້ເຂົາເຈົ້າຮັກສາມັນ. (ເບິ່ງ ໂມໄຊຢາ 18:8–11, 23–26.)
3.5.2
ພິທີການ
ພິທີການແມ່ນການປະຕິບັດທີ່ສັກສິດ ຊຶ່ງກະທຳໂດຍສິດອຳນາດຂອງຖານະປະໂລຫິດ.
ໃນຫລາຍພິທີການ, ບຸກຄົນຈະເຮັດພັນທະສັນຍາກັບພຣະເຈົ້າ. ຕົວຢ່າງແມ່ນລວມທັງ ບັບຕິສະມາ, ສິນລະລຶກ, ຂອງປະທານສັກສິດ, ພິທີການຜະນຶກການແຕ່ງງານ.
ພິທີການແຫ່ງຄວາມລອດ ແລະ ຄວາມສູງສົ່ງແມ່ນຈຳເປັນຕໍ່ຊີວິດນິລັນດອນ. ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງ 18.1.
3.6
ຖານະປະໂລຫິດ ແລະ ບ້ານເຮືອນ
ສະມາຊິກຂອງສາດສະໜາຈັກທຸກຄົນຜູ້ຮັກສາພັນທະສັນຍາຂອງຕົນ—ຊາຍ, ຍິງ, ແລະ ເດັກນ້ອຍ—ໄດ້ຮັບພອນດ້ວຍອຳນາດຂອງຖານະປະໂລຫິດຂອງພຣະເຈົ້າຢູ່ໃນບ້ານເຮືອນຂອງເຂົາເຈົ້າ ເພື່ອເພີ່ມຄວາມເຂັ້ມແຂງໃຫ້ຕົນເອງ ແລະ ຄອບຄົວຂອງເຂົາເຈົ້າ (ເບິ່ງ 3.5). ອຳນາດນີ້ຈະຊ່ວຍສະມາຊິກໃນການເຮັດວຽກງານແຫ່ງຄວາມລອດ ແລະ ຄວາມສູງສົ່ງຂອງພຣະເຈົ້າ ໃນຊີວິດສ່ວນຕົວ ແລະ ໃນຄອບຄົວຂອງເຂົາເຈົ້າ (ເບິ່ງ 2.2).
ຜູ້ຊາຍທີ່ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກສາມາດມອບພອນຂອງຖານະປະໂລຫິດໃຫ້ແກ່ສະມາຊິກໃນຄອບຄົວ ເພື່ອໃຫ້ການຊີ້ນຳ, ປິ່ນປົວ, ແລະ ປອບໂຍນ. ເມື່ອຈຳເປັນ, ສະມາຊິກໃນສາດສະໜາຈັກກໍສາມາດຂໍພອນເຫລົ່ານີ້ຈາກຍາດພີ່ນ້ອງ, ອ້າຍນ້ອງຜູ້ປະຕິບັດສາດສະໜາກິດ, ແລະ ຜູ້ນຳໃນສາດສະໜາຈັກ ຢູ່ໃນທ້ອງຖິ່ນໄດ້ເຊັ່ນກັນ.