ຄູ່​ມື ແລະ ການ​ເອີ້ນ
4. ການ​ເປັນ​ຜູ້​ນຳ ແລະ ສະ​ພາ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ


“4. ການ​ເປັນ​ຜູ້​ນຳ ແລະ ສະ​ພາ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“4. ການ​ເປັນ​ຜູ້​ນຳ ແລະ ສະ​ພາ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ

ຮູບ​ພາບ
ການ​ປະ​ຊຸມ​ສະ​ພາ​ຫວອດ

4.

ການ​ເປັນ​ຜູ້​ນຳ ແລະ ສະ​ພາ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ

4.0

ຄຳ​ນຳ

ໃນ​ຖາ​ນະ​ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ, ທ່ານ​ໄດ້​ຖືກ​ເອີ້ນ​ໂດຍ​ການ​ດົນ​ໃຈ​ຜ່ານ​ທາງ​ຜູ້​ຮັບ​ໃຊ້​ທີ່​ມີ​ສິດ​ອຳ​ນາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ທ່ານ​ມີ​ສິດ​ທິ​ພິ​ເສດ​ຂອງ​ການ​ຊ່ວຍ​ເຫລືອ​ໃນ​ວຽກ​ງານ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ເພື່ອ “ເຮັດ​ໃຫ້​ເກີດ​ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ​ຂອງ​ມະ​ນຸດ” (ໂມ​ເຊ 1:39).

4.2

ຫລັກ​ທຳ​ຂອງ​ການ​ເປັນ​ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ

ໃນ​ຊ່ວງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຢູ່​ໃນ​ໂລກ​ຂອງ​ພຣະ​ອົງ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຈັດ​ຕັ້ງ​ຕົວ​ຢ່າງ​ຂອງ​ການ​ເປັນ​ຜູ້​ນຳ​ສຳ​ລັບ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ຈຸດ​ປະ​ສົງ​ຕົ້ນ​ຕໍ​ຂອງ​ພຣະ​ອົງ​ແມ່ນ​ເພື່ອ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ພຣະ​ອົງ ແລະ ຊ່ວຍ​ໃຫ້​ຄົນ​ອື່ນ​ເຂົ້າ​ໃຈ ແລະ ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ (ເບິ່ງ ໂຢ​ຮັນ 5:30; ໂມ​ໄຊ​ຢາ 15:7).

ໃຫ້​ສະ​ແຫວງ​ຫາ​ການ​ນຳ​ພາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເພື່ອ​ຊ່ວຍ​ໃຫ້​ທ່ານ​ຮຽນ​ຮູ້ ແລະ ປະ​ຕິ​ບັດ​ໜ້າ​ທີ່​ການ​ເອີ້ນ​ຂອງ​ທ່ານ.

4.2.1

ກຽມ​ພ້ອມ​ທາງ​ວິນ​ຍານ

ພຣະ​ເຢ​ຊູ​ໄດ້​ກຽມ​ພ້ອມ​ພຣະ​ອົງ​ເອງ​ທາງ​ວິນ​ຍານ​ເພື່ອ​ເຮັດ​ພາ​ລະ​ກິດ​ຂອງ​ພຣະ​ອົງ​ຢູ່​ເທິງ​ໂລກ (ເບິ່ງ ລູ​ກາ 4:1–2). ທ່ານ​ກຽມ​ພ້ອມ​ທາງ​ວິນ​ຍານ​ໃນ​ທຳ​ນອງ​ດຽວ​ກັນ ໂດຍ​ການ​ຫຍັບ​ເຂົ້າ​ໃກ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຜ່ານ​ທາງ​ການ​ອະ​ທິ​ຖານ, ການ​ສຶກ​ສາ​ພຣະ​ຄຳ​ພີ, ແລະ ການ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.

ໃຫ້​ສະ​ແຫວງ​ການ​ເປີດ​ເຜີຍ​ເພື່ອ​ຈະ​ໄດ້​ເຂົ້າ​ໃຈ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ທີ່​ທ່ານ​ນຳ​ພາ ແລະ ວິ​ທີ​ທີ່​ຈະ​ປະ​ຕິ​ບັດ​ວຽກ​ງານ​ທີ່​ພຣະ​ເຈົ້າ​ໄດ້​ເອີ້ນ​ທ່ານ​ໃຫ້​ເຮັດ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ວ່າ​ຈະ​ມອບ​ຂອງ​ປະ​ທານ​ທາງ​ວິນ​ຍານ​ໃຫ້​ຜູ້​ທີ່​ສະ​ແຫວງ​ຫາ​ມັນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 46:8).

4.2.2

ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ

ຮັກ​ຜູ້​ຄົນ​ທີ່​ທ່ານ​ຮັບ​ໃຊ້ ດັ່ງ​ທີ່​ພຣະ​ເຢ​ຊູ​ໄດ້​ຮັກ. ອະ​ທິ​ຖານ “ດ້ວຍ​ສຸດ​ພະ​ລັງ​ແຫ່ງ​ໃຈ” ເພື່ອ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ຂອງ​ພຣະ​ອົງ (ໂມ​ໂຣ​ໄນ 7:48).

ຊ່ວຍ​ບຸກ​ຄົນ​ເຮັດ​ໃຫ້​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ເຂົາ​ເຈົ້າ​ເລິກ​ເຊິ່ງ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ເຂົາ​ເຈົ້າ​ໃນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ. ຊ່ວຍ​ເຂົາ​ເຈົ້າ​ກຽມ​ພ້ອມ​ທີ່​ຈະ​ເຮັດ​ພັນ​ທະ​ສັນ​ຍາ​ເມື່ອ​ເຂົາ​ເຈົ້າ​ຮັບ​ເອົາ​ພິ​ທີ​ການ​ຕໍ່​ໄປ​ຂອງ​ເຂົາ​ເຈົ້າ. ຊຸກ​ຍູ້​ເຂົາ​ເຈົ້າ​ໃຫ້​ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ ແລະ ຮັບ​ເອົາ​ພອນ​ຂອງ​ການ​ກັບ​ໃຈ.

4.2.3

ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ

ຜູ້​ນຳ ແລະ ຄູ​ສອນ​ທຸກ​ຄົນ. ຈົ່ງ​ພະ​ຍາ​ຍາມ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃນ​ຖາ​ນະ​ຄູ​ສອນ (ເບິ່ງ ບົດ​ທີ 17; ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ). ຜ່ານ​ທາງ​ຄຳ​ເວົ້າ ແລະ ການ​ກະ​ທຳ​ຂອງ​ທ່ານ, ໃຫ້​ສິດ​ສອນ​ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ (ເບິ່ງ 3 ນີ​ໄຟ 11:32–33; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:12–14).

ສິດ​ສອນ​ຈາກ​ພຣະ​ຄຳ​ພີ ແລະ ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ຍຸກ​ສຸດ​ທ້າຍ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 52:9).

ຖ້າ​ຫາກ​ທ່ານ​ໄດ້​ຮັບ​ການ​ເອີ້ນ ຫລື ການ​ມອບ​ໝາຍ​ໃຫ້​ຄວບ​ຄຸມ​ການ​ປະ​ຊຸມ​ໂບດ ຫລື ກິດ​ຈະ​ກຳ, ຈົ່ງ​ໃຫ້​ແນ່​ໃຈ​ວ່າ ການ​ສິດ​ສອນ​ນັ້ນ​ໃຫ້​ຄວາມ​ຮູ້ ແລະ ຖືກ​ຕ້ອງ​ຕາມ​ຫລັກ​ຄຳ​ສອນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 50:21–23).

4.2.4

ຄວບ​ຄຸມ​ດ້ວຍ​ຄວາມ​ຊອບ​ທຳ

ເຈົ້າ​ໜ້າ​ທີ່​ຄວບ​ຄຸມ​ແຕ່​ລະ​ຄົນ​ຮັບ​ໃຊ້​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ບຸກ​ຄົນ​ທີ່​ດຳ​ລົງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ (ເບິ່ງ 3.4.1). ໂຄງ​ສ້າງ​ນີ້​ຈັດ​ວາງ​ລະ​ບຽບ ແລະ ເສັ້ນ​ສາຍ​ວຽກ​ງານ​ຢ່າງ​ຊັດ​ເຈນ​ຂອງ​ໜ້າ​ທີ່​ຮັບ​ຜິດ​ຊອບ ແລະ ຄວາມ​ຮັບ​ຜິດ​ຊອບ ໃນ​ການ​ເຮັດ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ເຈົ້າ​ໜ້າ​ທີ່​ຄວບ​ຄຸມ​ສາ​ມາດ​ມອບ​ໝາຍ​ວຽກ​ງານ​ຊົ່ວ​ຄາວ​ໃຫ້​ອີກ​ຄົນ​ໜຶ່ງ​ເພື່ອ​ຄວບ​ຄຸມ.

ຜູ້​ນຳ​ທີ່​ຄວບ​ຄຸມ​ໃນ​ອົງ​ການ, ການ​ປະ​ຊຸມ, ຫລື ກິດ​ຈະ​ກຳ​ຂອງ​ສາດ​ສະ​ໜາ​ຈັກ​ຕ້ອງ​ແນ່​ໃຈ​ວ່າ​ຈຸດ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ບັນ​ລຸ​ຄວາມ​ສຳ​ເລັດ. ໃນ​ການ​ເຮັດ​ສິ່ງ​ນີ້, ຜູ້​ນຳ​ຈະ​ເຮັດ​ຕາມ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ, ນະ​ໂຍ​ບາຍ​ຂອງ​ສາດ​ສະ​ໜາ​ຈັກ, ແລະ ການ​ຊີ້​ນຳ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ການ​ເອີ້ນ ຫລື ການ​ມອບ​ໝາຍ​ເພື່ອ​ໃຫ້​ຄວບ​ຄຸມ ບໍ່​ໄດ້​ເຮັດ​ໃຫ້​ບຸກ​ຄົນ​ທີ່​ໄດ້​ຮັບ​ມັນ ສຳ​ຄັນ​ກວ່າ ຫລື ມີ​ຄ່າ​ຫລາຍ​ກວ່າ​ຄົນ​ອື່ນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:109–10).

ເປັນ​ການ​ບໍ່​ເໝາະ​ສົມ​ທີ່​ຈະ​ປາດ​ຖະ​ໜາ​ຢາກ​ຄວບ​ຄຸມ​ອົງ​ການ​ໃດ​ໜຶ່ງ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:34–37).

4.2.5

ມອບ​ໝາຍ​ໜ້າ​ທີ່​ຮັບ​ຜິດ​ຊອບ ແລະ ຮັບ​ຮອງ​ຄວາມ​ຮັບ​ຜິດ​ຊອບ

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປະ​ທານ​ການ​ມອບ​ໝາຍ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ​ໃຫ້​ແກ່​ສາ​ນຸ​ສິດ​ຂອງ​ພຣະ​ອົງ (ເບິ່ງ ລູ​ກາ 10:1). ພຣະ​ອົງ​ຍັງ​ໄດ້​ປະ​ທານ​ໂອ​ກາດ​ໃຫ້​ເຂົາ​ເຈົ້າ​ຮັບ​ຜິດ​ຊອບ​ວຽກ​ງານ​ທີ່​ໃຫ້​ເຂົາ​ເຈົ້າ​ເຮັດ​ເຊັ່ນ​ກັນ (ເບິ່ງ ລູ​ກາ 9:10).

ໃນ​ຖາ​ນະ​ຜູ້​ນຳ, ທ່ານ​ສາ​ມາດ​ຊ່ວຍ​ໃຫ້​ຄົນ​ອື່ນ​ເຕີບ​ໂຕ ໂດຍ​ການ​ມອບ​ໝາຍ​ວຽກ​ງານ​ໃຫ້​ເຂົາ​ເຈົ້າ. ພະ​ຍາ​ຍາມ​ໃຫ້​ສະ​ມາ​ຊິກ​ທຸກ​ຄົນ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ຂອງ​ພຣະ​ເຈົ້າ.

ການ​ມອບ​ໝາຍ​ຈະ​ເຮັດ​ໃຫ້​ການ​ຮັບ​ໃຊ້​ຂອງ​ທ່ານ​ມີ​ປະ​ສິດ​ທິ​ພາບ​ຫລາຍ​ຂຶ້ນ. ຈົ່ງ​ສະ​ແຫວງ​ຫາ​ການ​ນຳ​ພາ​ຂອງ​ພຣະ​ວິນ​ຍານ​ກ່ຽວ​ກັບ​ວ່າ ຈະ​ມອບ​ໝາຍ​ສິ່ງ​ໃດ ເພື່ອ​ວ່າ​ທ່ານ​ຈະ​ສາ​ມາດ​ສຸມ​ໃຈ​ໃສ່​ວຽກ​ງານ​ທີ່​ມີ​ຄວາມ​ສຳ​ຄັນ​ສູງ​ສຸດ.

4.2.6

ກຽມ​ພ້ອມ​ຄົນ​ອື່ນ​ໃຫ້​ເປັນ​ຜູ້​ນຳ ແລະ ຄູ​ສອນ

ເມື່ອ​ພິ​ຈາ​ລະ​ນາ​ວ່າ​ໃຜ​ຄວນ​ຮັບ​ໃຊ້​ໃນ​ການ​ເອີ້ນ ຫລື ການ​ມອບ​ໝາຍ​ຂອງ​ສາດ​ສະ​ໜາ​ຈັກ, ຈົ່ງ​ເຮັດ​ດ້ວຍ​ການ​ອະ​ທິ​ຖານ. ຈົ່ງ​ຈື່​ຈຳ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຮັບ​ຮອງ​ຜູ້​ທີ່​ພຣະ​ອົງ​ເອີ້ນ. ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ແມ່ນ​ວ່າ ເຂົາ​ເຈົ້າ​ເຕັມ​ໃຈ​ທີ່​ຈະ​ຮັບ​ໃຊ້, ຈະ​ສະ​ແຫວງ​ຫາ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ຄວາມ​ຖ່ອມ, ແລະ ພະ​ຍາ​ຍາມ​ມີ​ຄ່າ​ຄວນ.

4.2.7

ວາງ​ແຜນ​ການ​ປະ​ຊຸມ, ບົດ​ຮຽນ, ແລະ ກິດ​ຈະ​ກຳ​ດ້ວຍ​ຈຸດ​ປະ​ສົງ​ຊັດ​ເຈນ

ໃຫ້​ສະ​ແຫວງ​ຫາ​ການ​ນຳ​ພາ​ຂອງ​ພຣະ​ວິນ​ຍານ​ໃນ​ການ​ວາງ​ແຜນ​ການ​ປະ​ຊຸມ, ບົດ​ຮຽນ, ແລະ ກິດ​ຈະ​ກຳ​ທີ່​ມີ​ຈຸດ​ປະ​ສົງ​ຊັດ​ເຈນ. ຈຸດ​ປະ​ສົງ​ເຫລົ່າ​ນີ້​ຄວນ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ບຸກ​ຄົນ ແລະ ຄອບ​ຄົວ, ນຳ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ໃກ້​ຊິດ​ພຣະ​ຄຣິດ, ແລະ ຊ່ວຍ​ບັນ​ລຸ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ຂອງ​ພຣະ​ເຈົ້າ (ເບິ່ງ ບົດ​ທີ 1 ແລະ 2).

4.2.8

ການ​ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ

ທົບ​ທວນ​ໜ້າ​ທີ່​ຮັບ​ຜິດ​ຊອບ ແລະ ຄວາມ​ເຕີບ​ໂຕ​ທາງ​ວິນ​ຍານ​ຂອງ​ທ່ານ​ເປັນ​ປະ​ຈຳ ໃນ​ຖາ​ນະ​ຜູ້​ນຳ. ພິ​ຈາ​ລະ​ນາ​ຄວາມ​ເຕີບ​ໂຕ​ຂອງ​ຜູ້​ທີ່​ທ່ານ​ນຳ​ພາ​ເຊັ່ນ​ກັນ.

ຄວາມ​ສຳ​ເລັດ​ຂອງ​ທ່ານ​ໃນ​ຖາ​ນະ​ຜູ້​ນຳ ສ່ວນ​ຫລາຍ​ຈະ​ຖືກ​ວັດ​ແທກ​ຕາມ​ຄວາມ​ມຸ່ງ​ໝັ້ນ​ຂອງ​ທ່ານ​ໃນ​ການ​ຊ່ວຍ​ເຫລືອ​ລູກໆ​ຂອງ​ພຣະ​ເຈົ້າ​ໃຫ້​ກາຍ​ເປັນ​ສາ​ນຸ​ສິດ​ທີ່​ຊື່​ສັດ​ຂອງ​ພຣະ​ເຢ​ຊູ​ຄຣິດ. ທ່ານ​ສາ​ມາດ​ຮູ້​ໄດ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ພໍ​ພຣະ​ໄທ​ກັບ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ ເມື່ອ​ທ່ານ​ຮູ້​ສຶກ​ວ່າ​ພຣະ​ວິນ​ຍານ​ເຮັດ​ວຽກ​ງານ​ຜ່ານ​ທາງ​ທ່ານ.

4.3

ສະ​ພາ​ໃນ​ສາດ​ສະ​ໜາ​ຈັກ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນະ​ນຳ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ໃຫ້​ປຶກ​ສາ​ຫາ​ລື​ນຳ​ກັນ​ໃນ​ການ​ເຮັດ​ວຽກ​ງານ​ຂອງ​ພຣະ​ອົງ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 41:2–3). ສະ​ພາ​ເປີດ​ໂອ​ກາດ​ໃຫ້​ສະ​ມາ​ຊິກ​ສະ​ພາ​ໄດ້​ຮັບ​ການ​ເປີດ​ເຜີຍ ຂະ​ນະ​ທີ່​ພວກ​ເພິ່ນ​ສະ​ແຫວງ​ຫາ​ທີ່​ຈະ​ເຂົ້າ​ໃຈ​ຄວາມ​ຕ້ອງ​ການ​ຂອງ​ລູກໆ​ຂອງ​ພຣະ​ເຈົ້າ ແລະ ວາງ​ແຜນ​ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ.

4.4

ຫລັກ​ທຳ​ຂອງ​ສະ​ພາ​ທີ່​ມີ​ປະ​ສິດ​ທິ​ພາບ

4.4.1

ຈຸດ​ປະ​ສົງ​ຂອງ​ສະ​ພາ

ສະ​ພາ​ເນັ້ນ​ໜັກ​ພິ​ເສດ​ເລື່ອງ​ການ​ຊ່ວຍ​ເຫລືອ​ສະ​ມາ​ຊິກ​ໃຫ້​ໄດ້​ຮັບ​ພິ​ທີ​ການ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ກ່ຽວ​ຂ້ອງ.

4.4.2

ການ​ກຽມ​ພ້ອມ​ສຳ​ລັບ​ການ​ປະ​ຊຸມ​ສະ​ພາ

ຝ່າຍ​ປະ​ທານ ແລະ ສະ​ພາ​ຖືກ​ຄາດ​ໝາຍ​ໃຫ້​ປະ​ຊຸມ​ກັນ​ເປັນ​ປະ​ຈຳ. ຜູ້​ນຳ​ເຫລົ່າ​ນີ້​ສະ​ແຫວງ​ຫາ​ການ​ນຳ​ພາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ການ​ວາງ​ແຜນ​ການ​ປະ​ຊຸມ​ສະ​ພາ. ພວກ​ເພິ່ນ​ກໍ​ຈະ​ຂໍ​ຄຳ​ຄິດ​ເຫັນ​ຈາກ​ສະ​ມາ​ຊິກ​ສະ​ພາ​ດ້ວຍ​ກັນ ວ່າ​ຈະ​ສົນ​ທະ​ນາ​ເລື່ອງ​ໃດ.

ຜູ້​ນຳ​ຈະ​ບອກ​ໃຫ້​ສະ​ມາ​ຊິກ​ສະ​ພາ​ຮູ້​ລ່ວງ​ໜ້າ ໃນ​ເລື່ອງ​ທີ່​ຈະ​ສົນ​ທະ​ນາ. ສະ​ມາ​ຊິກ​ສະ​ພາ​ຈະ​ກຽມ​ແບ່ງ​ປັນ​ຄວາມ​ຮູ້​ແຈ້ງ​ກ່ຽວ​ກັບ​ເລື່ອງ​ເຫລົ່າ​ນີ້.

4.4.3

ການ​ສົນ​ທະ​ນາ ແລະ ການ​ຕັດ​ສິນ​ໃຈ

ລະ​ຫວ່າງ​ການ​ປະ​ຊຸມ​ສະ​ພາ, ຜູ້​ນຳ (ຫລື ບາງ​ຄົນ​ທີ່​ຜູ້​ນຳ​ມອບ​ໝາຍ) ອະ​ທິ​ບາຍ​ເລື່ອງ​ທີ່​ຈະ​ພິ​ຈາ​ລະ​ນາ. ແລ້ວ​ຜູ້​ນຳ​ຈະ​ຊຸກ​ຍູ້​ໃຫ້​ສະ​ມາ​ຊິກ​ສະ​ພາ​ທຸກ​ຄົນ​ສົນ​ທະ​ນາ​ກັນ, ຖາມ​ຄຳ​ຖາມ ແລະ ຂໍ​ຄວາມ​ຄິດ​ເຫັນ.

ສະ​ມາ​ຊິກ​ຈະ​ແບ່ງ​ປັນ​ຄວາມ​ຄິດ​ເຫັນ ແລະ ຟັງ​ກັນ​ດ້ວຍ​ຄວາມ​ເຄົາ​ລົບ. ຂະ​ນະ​ທີ່​ພວກ​ເພິ່ນ​ສະ​ແຫວງ​ຫາ​ທີ່​ຈະ​ຮູ້​ຈັກ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ວິນ​ຍານ​ແຫ່ງ​ການ​ດົນ​ໃຈ ແລະ ຄວາມ​ເປັນ​ໜຶ່ງ​ຈະ​ເກີດ​ຂຶ້ນ.

ໃນ​ສະ​ພາ​ທີ່​ມີ​ທັງ​ຜູ້​ຍິງ ແລະ ຜູ້​ຊາຍ, ຜູ້​ນຳ​ຈະ​ສະ​ແຫວງ​ຫາ​ຄວາມ​ຮູ້​ແຈ້ງ ແລະ ຄວາມ​ຄິດ​ຈາກ​ທັງ​ສອງ​ຝ່າຍ. ຜູ້​ຍິງ ແລະ ຜູ້​ຊາຍ​ມັກ​ຈະ​ມີ​ທັດ​ສະ​ນະ​ແຕກ​ຕ່າງ​ກັນ ທີ່​ເຮັດ​ໃຫ້​ເກີດ​ຄວາມ​ສົມ​ດູນ​ທີ່​ຕ້ອງ​ການ.

ຜູ້​ນຳ​ຈະ​ນຳ​ພາ​ການ​ສົນ​ທະ​ນາ​ຂອງ​ສະ​ພາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເພິ່ນ​ຄວນ​ຟັງ​ຫລາຍ​ກວ່າ​ທີ່​ຈະ​ເວົ້າ.

ຫລັງ​ຈາກ​ການ​ສົນ​ທະ​ນາ, ຜູ້​ນຳ​ອາດ​ຕັດ​ສິນ​ໃຈ​ດຳ​ເນີນ​ການ​ຕໍ່ ຫລື ເລື່ອນ​ການ​ຕັດ​ສິນ​ໃຈ​ອອກ​ໄປ ຂະ​ນະ​ທີ່​ສະ​ແຫວງ​ຫາ​ຂໍ້​ມູນ ແລະ ການ​ນຳ​ພາ​ເພີ່ມ​ເຕີມ.

4.4.4

ຄວາມ​ເປັນ​ໜຶ່ງ

ສະ​ມາ​ຊິກ​ສະ​ພາ​ສະ​ແຫວງ​ຫາ​ທີ່​ຈະ​ເປັນ​ໜຶ່ງ​ໃນ​ຄວາມ​ປາດ​ຖະ​ໜາ ແລະ ຈຸດ​ປະ​ສົງ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ. ພວກ​ເພິ່ນ​ພະ​ຍາ​ຍາມ​ເປັນ​ໜຶ່ງ​ໃນ​ການ​ສົນ​ທະ​ນາ ແລະ ການ​ຕັດ​ສິນ​ໃຈ​ຂອງ​ພວກ​ເພິ່ນ.

4.4.5

ການ​ປະ​ຕິ​ບັດ ແລະ ຄວາມ​ຮັບ​ຜິດ​ຊອບ

ສະ​ມາ​ຊິກ​ສະ​ພາ​ເຮັດ​ໜ້າ​ທີ່​ສ່ວນ​ໃຫຍ່​ຂອງ​ພວກ​ເພິ່ນ ກ່ອນ ແລະ ຫລັງ​ຈາກ​ການ​ປະ​ຊຸມ​ສະ​ພາ. ລະ​ຫວ່າງ​ການ​ປະ​ຊຸມ, ພວກ​ເພິ່ນ​ຈະ​ສະ​ແຫວງ​ຫາ​ການ​ດົນ​ໃຈ​ໃນ​ການ​ພັດ​ທະ​ນາ​ແຜນ ເພື່ອ​ປະ​ຕິ​ບັດ​ຕາມ​ການ​ຕັດ​ສິນ​ໃຈ. ຜູ້​ນຳ​ສະ​ພາ​ຈະ​ເຊື້ອ​ເຊີນ​ໃຫ້​ສະ​ມາ​ຊິກ​ປະ​ຕິ​ບັດ​ການ​ມອບ​ໝາຍ​ທີ່​ກ່ຽວ​ກັບ​ແຜນ​ເຫລົ່າ​ນີ້.

ສະ​ມາ​ຊິກ​ສະ​ພາ​ຈະ​ລາຍ​ງານ​ການ​ມອບ​ໝາຍ​ຂອງ​ເຂົາ​ເຈົ້າ. ຕາມ​ປົກ​ກະ​ຕິ​ແລ້ວ ຄວາມ​ກ້າວ​ໜ້າ​ຮຽກ​ຮ້ອງ​ການ​ເອົາ​ໃຈ​ໃສ່​ຢ່າງ​ຕໍ່​ເນື່ອງ ແລະ ຕິດ​ຕາມ​ເບິ່ງ​ການ​ມອບ​ໝາຍ.

4.4.6

ການ​ຮັກ​ສາ​ຄວາມ​ລັບ

ຜູ້​ນຳ​ມີ​ຄວາມ​ຮອບ​ຄອບ​ເມື່ອ​ແບ່ງ​ປັນ​ຂໍ້​ມູນ​ສ່ວນ​ຕົວ​ກັບ​ສະ​ພາ. ໂດຍ​ທົ່ວ​ໄປ​ແລ້ວ ພວກ​ເພິ່ນ​ຈະ​ຂໍ​ອະ​ນຸ​ຍາດ​ຈາກ​ສະ​ມາ​ຊິກ​ກ່ອນ​ແບ່ງ​ປັນ​ຂໍ້​ມູນ​ນີ້.

ສະ​ມາ​ຊິກ​ສະ​ພາ​ບໍ່​ຄວນ​ແບ່ງ​ປັນ​ຂໍ້​ມູນ​ສ່ວນ​ຕົວ​ຢູ່​ນອກ​ສະ​ພາ ຍົກ​ເວັ້ນ​ແຕ່​ເປັນ​ການ​ຈຳ​ເປັນ​ໃນ​ການ​ປະ​ຕິ​ບັດ​ການ​ມອບ​ໝາຍ​ຈາກ​ຜູ້​ນຳ​ສະ​ພາ.

ບາງ​ເລື່ອງ​ຈະ​ລະ​ອຽດ​ອ່ອນ​ເກີນ​ກວ່າ​ທີ່​ຈະ​ນຳ​ມາ​ກ່າວ​ຕໍ່​ໜ້າ​ສະ​ພາ.

ພິມ