“29. ການປະຊຸມຕ່າງໆໃນສາດສະໜາຈັກ,” ພາກສ່ວນທີ່ຄັດເລືອກມາຈາກຄູ່ມືທົ່ວໄປ (2023).
“29. ການປະຊຸມຕ່າງໆໃນສາດສະໜາຈັກ,” ພາກສ່ວນທີ່ຄັດເລືອກມາຈາກຄູ່ມືທົ່ວໄປ
29.
ການປະຊຸມຕ່າງໆໃນສາດສະໜາຈັກ
29.0
ຄຳນຳ
ໄພ່ພົນຍຸກສຸດທ້າຍເຕົ້າໂຮມກັນເພື່ອນະມັດສະການ, ໃຫ້ຄວາມຮູ້ແກ່ກັນແລະກັນ, ແລະ ສິດສອນ ແລະ ຮຽນຮູ້ພຣະກິດຕິຄຸນ. (ເບິ່ງ ແອວມາ 6:6; ໂມໂຣໄນ 6:5–6). ພຣະຜູ້ຊ່ວຍໃຫ້ລອດໄດ້ສັນຍາວ່າ, “ດ້ວຍວ່າ ມີສອງ ຫລື ສາມຄົນມາຮ່ວມປະຊຸມກັນໃນນາມຂອງເຮົາຢູ່ບ່ອນໃດ ເຮົາກໍຢູ່ທ່າມກາງພວກເຂົາໃນບ່ອນນັ້ນແຫລະ” (ມັດທາຍ 18:20). ການປະຊຸມນຳກັນແມ່ນວິທີໜຶ່ງທີ່ໃຈຂອງພວກເຮົາສາມາດ “ຜູກພັນກັນໄວ້ໃນຄວາມເປັນອັນໜຶ່ງດຽວກັນ ແລະ ໃນຄວາມຮັກ” (ໂມໄຊຢາ 18:21).
ເຖິງຢ່າງໃດກໍຕາມ, ການຈັດການປະຊຸມບໍ່ຄວນແທນທີ່ການຮັບໃຊ້ ແລະ ການປະຕິບັດສາດສະໜາກິດເໝືອນດັ່ງທີ່ພຣະເຢຊູຄຣິດໄດ້ກະທຳ.
29.1
ການວາງແຜນ ແລະ ການດຳເນີນການປະຊຸມຕ່າງໆ
ຜູ້ນຳວາງແຜນ ແລະ ດຳເນີນການປະຊຸມ “ດັ່ງທີ່ພວກເຂົາຖືກນຳພາໂດຍພຣະວິນຍານບໍລິສຸດ, ຕາມພຣະບັນຍັດ ແລະ ການເປີດເຜີຍຈາກພຣະເຈົ້າ” (ຄຳສອນ ແລະ ພັນທະສັນຍາ 20:45; ເບິ່ງ ໂມໂຣໄນ 6:9; ຄຳສອນ ແລະ ພັນທະສັນຍາ 46:2 ນຳອີກ). ພວກເພິ່ນສະແຫວງຫາວິທີທີ່ຈະເຊື້ອເຊີນອິດທິພົນຂອງພຣະວິນຍານໃຫ້ມາສະຖິດຢູ່ໃນການປະຊຸມຂອງພວກເພິ່ນ.
ຜູ້ນຳຕ້ອງແນ່ໃຈວ່າ ຈຳນວນ ແລະ ຄວາມຍາວຂອງການປະຊຸມ ບໍ່ໄດ້ສ້າງພາລະໃຫ້ກັບສະມາຊິກ ຫລື ຄອບຄົວຂອງເຂົາເຈົ້າ.
29.2
ການປະຊຸມຕ່າງໆໃນຫວອດ
29.2.1
ກອງປະຊຸມສິນລະລຶກ
29.2.1.1
ການວາງແຜນກອງປະຊຸມສິນລະລຶກ
ຝ່າຍອະທິການວາງແຜນ ແລະ ດຳເນີນກອງປະຊຸມສິນລະລຶກ. ພວກເພິ່ນຕ້ອງແນ່ໃຈວ່າຈຸດສຸມຂອງກອງປະຊຸມຄື ສິນລະລຶກ ແລະ ການສ້າງສັດທາໃນພຣະເຢຊູຄຣິດ.
ກອງປະຊຸມສິນລະລຶກໃຊ້ເວລາໜຶ່ງຊົ່ວໂມງ. ສາມາດລວມທັງດັ່ງຕໍ່ໄປນີ້:
-
ດົນຕີກ່ອນກອງປະຊຸມ (ເບິ່ງ 19.3.2 ສຳລັບແນວທາງຊີ້ນຳ).
-
ການທັກທາຍ ແລະ ການຕ້ອນຮັບ.
-
ແຈ້ງຊື່ຜູ້ມີສິດອຳນາດຄວບຄຸມ ຫລື ຜູ້ນຳຄົນອື່ນໆທີ່ມາຢ້ຽມຢາມ.
-
ການປະກາດ. ການປະກາດຄວນຮັກສາໃຫ້ສັ້ນໆ.
-
ທຸລະກິດຂອງຫວອດ ແລະ ສະເຕກ, ເຊັ່ນດັ່ງຕໍ່ໄປນີ້:
-
ການຕັ້ງຊື່ ແລະ ການໃຫ້ພອນແກ່ເດັກນ້ອຍ (ເບິ່ງ 18.6). ຕາມປົກກະຕິແລ້ວ ສິ່ງນີ້ຈະກະທຳໃນກອງປະຊຸມຖືສິນອົດເຂົ້າ ແລະ ສະແດງປະຈັກພະຍານ (ເບິ່ງ 29.2.2).
-
ການຢືນຢັນຜູ້ປ່ຽນໃຈເຫລື້ອມໃສໃໝ່ (ເບິ່ງ 18.8).
-
ເພງສວດສິນລະລຶກ ແລະ ການປະຕິບັດສິນລະລຶກ. ສິນລະລຶກເປັນຈຸດສຸມຫລັກຂອງກອງປະຊຸມນີ້. ພິທີການນີ້ໃຫ້ໂອກາດສະມາຊິກຫັນຄວາມຄິດຂອງເຂົາເຈົ້າໄປຍັງພຣະຜູ້ຊ່ວຍໃຫ້ລອດ ແລະ ການເສຍສະລະຂອງພຣະອົງສຳລັບເຂົາເຈົ້າ.
ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບການກຽມ, ການໃຫ້ພອນ, ແລະ ການຢາຍສິນລະລຶກ, ໃຫ້ເບິ່ງ 18.9.
-
ຂ່າວສານພຣະກິດຕິຄຸນ ແລະ ການຮ້ອງເພງໃນບ່ອນຊຸມນຸມ ຫລື ດົນຕີອື່ນໆ.
-
ເພງສວດປິດ ແລະ ອະທິຖານ.
-
ດົນຕີຫລັງກອງປະຊຸມ.
29.2.1.4
ການເລືອກຜູ້ກ່າວປາໄສ
ຝ່າຍອະທິການເລືອກຜູ້ກ່າວສຳລັບກອງປະຊຸມສິນລະລຶກ. ສ່ວນຫລາຍພວກເພິ່ນເຊື້ອເຊີນສະມາຊິກຫວອດ, ລວມທັງຊາວໜຸ່ມ.
ຜູ້ກ່າວປາໄສສະແດງປະຈັກພະຍານເຖິງພຣະເຢຊູຄຣິດ ແລະ ສິດສອນພຣະກິດຕິຄຸນຂອງພຣະອົງ ໂດຍໃຊ້ພຣະຄຳພີ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 42:12; 52:9).
29.2.2
ກອງປະຊຸມຖືສິນອົດເຂົ້າ ແລະ ສະແດງປະຈັກພະຍານ
ໃນກອງປະຊຸມຖືສິນອົດເຂົ້າ ແລະ ສະແດງປະຈັກພະຍານ, ບໍ່ມີຜູ້ກ່າວປາໄສທີ່ຖືກມອບໝາຍ ຫລື ເພງພິເສດ. ແທນນັ້ນ, ຜູ້ດຳເນີນຈະສະແດງປະຈັກພະຍານສັ້ນໆ. ແລ້ວເພິ່ນເຊື້ອເຊີນສະມາຊິກໃນບ່ອນຊຸມນຸມໃຫ້ສະແດງປະຈັກພະຍານຂອງເຂົາເຈົ້າ. ການສະແດງປະຈັກພະຍານໝາຍເຖິງການປະກາດຄວາມຈິງຂອງພຣະກິດຕິຄຸນຕາມການດົນໃຈຈາກພຣະວິນຍານບໍລິສຸດ.
29.2.3
ກອງປະຊຸມຫວອດ
29.2.4
ການປະຊຸມຝ່າຍອະທິການ
ເລື່ອງທີ່ພິຈາລະນາສາມາດລວມທັງ:
-
ການປະສານງານແຫ່ງຄວາມລອດ ແລະ ຄວາມສູງສົ່ງໃນຫວອດ.
-
ເພີ່ມຄວາມເຂັ້ມແຂງໃຫ້ແກ່ບຸກຄົນ ແລະ ຄອບຄົວໃນຫວອດ—ໂດຍສະເພາະຊາວໜຸ່ມ ແລະ ເດັກນ້ອຍ.
-
ລະບຸຊື່ສະມາຊິກທີ່ສາມາດກຽມຮັບພິທີການ, ລວມທັງການແຕ່ງຕັ້ງສູ່ຖານະປະໂລຫິດ.
-
ລະບຸຊື່ສະມາຊິກເພື່ອເອີ້ນສູ່ຕຳແໜ່ງໃນຫວອດ.
29.2.5
ການປະຊຸມສະພາຫວອດ
ອະທິການວາງແຜນ, ຄວບຄຸມ, ແລະ ດຳເນີນການປະຊຸມສະພາຫວອດ. ສະພາຈະບໍ່ຕັດສິນໃຈໃນເລື່ອງທີ່ສຳຄັນທີ່ສຸດປາດສະຈາກອະທິການ.
ຜູ້ນຳອົງການຕ່າງໆຂອງຫວອດເຂົ້າຮ່ວມການປະຊຸມສະພາຫວອດໃນສອງຖານະຄື:
-
ສະມາຊິກສະພາຫວອດທີ່ຊ່ວຍເປັນພອນໃຫ້ແກ່ສະມາຊິກຫວອດທຸກຄົນ.
-
ຕົວແທນອົງການຂອງເຂົາເຈົ້າ.
ເມື່ອພວກເພິ່ນປະຊຸມກັນ, ສະມາຊິກສະພາຫວອດສົນທະນາເລື່ອງທີ່ຈະເປັນປະໂຫຍດຈາກຄວາມພະຍາຍາມຮ່ວມກັນຂອງທັງສະພາ. ສະມາຊິກສະພາແຕ່ລະຄົນຖືກເຊື້ອເຊີນໃຫ້ແບ່ງປັນຄວາມຄິດ ແລະ ການດົນໃຈຂອງຕົນໃນເລື່ອງເຫລົ່ານີ້.
ຕາມປົກກະຕິແລ້ວ ການປະຊຸມສະພາຫວອດຈະບໍ່ໃຊ້ເວລາດົນກວ່າໜຶ່ງຊົ່ວໂມງ. ພວກເພິ່ນເລີ່ມຕົ້ນດ້ວຍການອະທິຖານ ແລະ ລາຍງານສັ້ນໆກ່ຽວກັບການມອບໝາຍຈາກການປະຊຸມເທື່ອກ່ອນ. ອະທິການໃຫ້ຄວາມສຳຄັນກັບເລື່ອງທີ່ຈຳເປັນທີ່ສຸດ ເພື່ອເປັນພອນໃຫ້ແກ່ບຸກຄົນ ແລະ ຄອບຄົວ.
-
ການດຳລົງຊີວິດຕາມພຣະກິດຕິຄຸນຂອງພຣະເຢຊູຄຣິດ. ການຊ່ວຍໃຫ້ສະມາຊິກທຸກຄົນສ້າງສັດທາ, ຮັບເອົາພິທີການຊ່ວຍໃຫ້ລອດ, ແລະ ຮັກສາພັນທະສັນຍາຂອງເຂົາເຈົ້າ.
-
ການດູແລຄົນຂັດສົນ. ການແບ່ງປັນແຫລ່ງຊ່ວຍເຫລືອ ແລະ ທັກສະ ເພື່ອເປັນພອນໃຫ້ແກ່ບຸກຄົນ, ຄອບຄົວ, ແລະ ຊຸມຊົນ. ການຊ່ວຍໃຫ້ສະມາຊິກຫວອດກຸ້ມຕົນເອງ. (ເບິ່ງ ບົດທີ 22.)
-
ການເຊື້ອເຊີນໃຫ້ທຸກຄົນຮັບເອົາພຣະກິດຕິຄຸນ. ການທົບທວນຄວາມກ້າວໜ້າຂອງຜູ້ທີ່ກຳລັງຮຽນຮູ້ກ່ຽວກັບພຣະກິດຕິຄຸນ, ຕະຫລອດທັງສະມາຊິກໃໝ່ ແລະ ສະມາຊິກທີ່ກັບຄືນມາ. ການສົນທະນາວິທີທີ່ສະມາຊິກສາມາດແບ່ງປັນພຣະກິດຕິຄຸນໃຫ້ກັບຄົນອື່ນ. (ເບິ່ງ ບົດທີ 23.)
-
ການເຕົ້າໂຮມຄອບຄົວສຳລັບນິລັນດອນ. ການທົບທວນຄວາມກ້າວໜ້າຂອງສະມາຊິກຜູ້ກຽມພ້ອມທີ່ຈະຮັບເອົາພິທີການພຣະວິຫານ. ການວາງແຜນວິທີຊ່ວຍໃຫ້ສະມາຊິກເໝາະສົມສຳລັບໃບຮັບຮອງເຂົ້າພຣະວິຫານ. ການສົນທະນາວິທີທີ່ສະມາຊິກສາມາດມີສ່ວນຮ່ວມໃນວຽກງານພຣະວິຫານ ແລະ ປະຫວັດຄອບຄົວ. (ເບິ່ງ ບົດທີ 25.)
ສະມາຊິກສະພາຕ້ອງຮັກສາຂໍ້ມູນທີ່ເປັນສ່ວນຕົວ ແລະ ລະອຽດອ່ອນໄວ້ເປັນຄວາມລັບ (ເບິ່ງ 4.4.6).
29.2.6
ການປະຊຸມສະພາຊາວໜຸ່ມຫວອດ
ກ່ອນການປະຊຸມແຕ່ລະຄັ້ງ, ອະທິການ ແລະ ບຸກຄົນທີ່ດຳເນີນຈະທົບທວນເລື່ອງທີ່ຈະສົນທະນາ.
-
ວຽກງານແຫ່ງຄວາມລອດ ແລະ ຄວາມສູງສົ່ງ.
-
ຄວາມຕ້ອງການຂອງຊາວໜຸ່ມໃນຫວອດ ແລະ ວິທີແກ້ໄຂ.
-
ຄວາມພະຍາຍາມທີ່ຈະເອື້ອມອອກໄປຫາຊາວໜຸ່ມທີ່ບໍ່ເຂັ້ມແຂງ ຫລື ສະມາຊິກໃໝ່.
-
ກິດຈະກຳ, ລວມທັງໂອກາດທີ່ຈະຮັບໃຊ້ຄົນຂັດສົນ. ການວາງແຜນສ່ວນໃຫຍ່ຖືກກະທຳຢູ່ໃນການປະຊຸມຝ່າຍປະທານກຸ່ມ ຫລື ຝ່າຍປະທານຫ້ອງ (ເບິ່ງ ບົດທີ 20).
-
ການປະຕິບັດສາດສະໜາກິດ (ເບິ່ງ ບົດທີ 21).
-
ການປະຖົມນິເທດຝ່າຍປະທານກຸ່ມ ແລະ ຝ່າຍປະທານຫ້ອງຊຸດໃໝ່.
29.2.8
ຕາຕະລາງສຳລັບການປະຊຸມໃນວັນອາທິດ
ຫວອດໃຊ້ຕາຕະລາງການປະຊຸມວັນອາທິດສອງຊົ່ວໂມງ ແຜນໃດແຜນໜຶ່ງດັ່ງຕໍ່ໄປນີ້.
ແຜນ 1
60 ນາທີ |
ກອງປະຊຸມສິນລະລຶກ |
---|---|
10 ນາທີ |
ຊ່ວງປ່ຽນເຂົ້າຫ້ອງ ແລະ ການປະຊຸມ |
50 ນາທີ |
ວັນອາທິດທັງໝົດ: ຊັ້ນປະຖົມໄວ, ລວມທັງຫ້ອງອະນຸບານ ວັນອາທິດທີໜຶ່ງ ແລະ ທີສາມຂອງເດືອນ: ໂຮງຮຽນວັນອາທິດ ວັນອາທິດທີສອງ ແລະ ທີສີ່: ການປະຊຸມກຸ່ມຖານະປະໂລຫິດ, ການປະຊຸມສະມາຄົມສະຕີສົງເຄາະ, ແລະ ການປະຊຸມກຸ່ມຍິງໜຸ່ມ ວັນອາທິດທີຫ້າ: ການປະຊຸມສຳລັບຊາວໜຸ່ມ ແລະ ຜູ້ໃຫຍ່. ຝ່າຍອະທິການກຳນົດຫົວຂໍ້ ແລະ ມອບໝາຍຄູສອນ. |
ແຜນ 2
50 ນາທີ |
ວັນອາທິດທັງໝົດ: ຊັ້ນປະຖົມໄວ, ລວມທັງຫ້ອງອະນຸບານ ວັນອາທິດທີໜຶ່ງ ແລະ ທີສາມຂອງເດືອນ: ໂຮງຮຽນວັນອາທິດ ວັນອາທິດທີສອງ ແລະ ທີສີ່: ການປະຊຸມກຸ່ມຖານະປະໂລຫິດ, ການປະຊຸມສະມາຄົມສະຕີສົງເຄາະ, ແລະ ການປະຊຸມກຸ່ມຍິງໜຸ່ມ ວັນອາທິດທີຫ້າ: ການປະຊຸມສຳລັບຊາວໜຸ່ມ ແລະ ຜູ້ໃຫຍ່. ຝ່າຍອະທິການກຳນົດຫົວຂໍ້ ແລະ ມອບໝາຍຄູສອນ. |
---|---|
10 ນາທີ |
ຊ່ວງປ່ຽນເຂົ້າກອງປະຊຸມສິນລະລຶກ |
60 ນາທີ |
ກອງປະຊຸມສິນລະລຶກ |
29.3
ການປະຊຸມຕ່າງໆໃນສະເຕກ
29.3.1
ກອງປະຊຸມສະເຕກ
29.3.2
ກອງປະຊຸມຖານະປະໂລຫິດສາມັນສະເຕກ
29.3.3
ກອງປະຊຸມຜູ້ນຳຖານະປະໂລຫິດລະດັບສະເຕກ
29.3.4
ການປະຊຸມຜູ້ນຳສະເຕກ
29.3.5
ການປະຊຸມກຸ່ມມະຫາປະໂລຫິດສະເຕກ
29.3.6
ການປະຊຸມຝ່າຍປະທານສະເຕກ
29.3.7
ການປະຊຸມສະພາສູງ
29.3.8
ການປະຊຸມສະພາສະເຕກ
29.3.9
ການປະຊຸມຄະນະກຳມະການຜູ້ນຳຜູ້ໃຫຍ່ສະເຕກ
29.3.10
ການປະຊຸມຄະນະກຳມະການຜູ້ນຳຊາວໜຸ່ມສະເຕກ
29.3.11
ການປະຊຸມສະພາອະທິການສະເຕກ
29.5
ພິທີສົ່ງສະການ ແລະ ພິທີອື່ນໆສຳລັບຜູ້ທີ່ເສຍຊີວິດ
29.5.1
ຫລັກທຳທົ່ວໄປ
ຈຸດປະສົງສຳຄັນໃນພິທີຂອງສາດສະໜາຈັກສຳລັບຜູ້ທີ່ເສຍຊີວິດແມ່ນເພື່ອເປັນພະຍານເຖິງແຜນແຫ່ງຄວາມລອດ, ໂດຍສະເພາະ ການຊົດໃຊ້ ແລະ ການຟື້ນຄືນພຣະຊົນຂອງພຣະຜູ້ຊ່ວຍໃຫ້ລອດ. ພິທີເຫລົ່ານີ້ຄວນເປັນປະສົບການທີ່ມີກຽດ ແລະ ທາງວິນຍານ.
ຜູ້ນຳໃນສາດສະໜາຈັກບໍ່ຄວນລວມພິທີກຳຂອງສາດສະໜາອື່ນ ຫລື ກຸ່ມອື່ນເຂົ້າກັບພິທີຂອງສາດສະໜາຈັກສຳລັບຜູ້ທີ່ເສຍຊີວິດ.
29.5.2
ການສະເໜີໃຫ້ຄວາມຊ່ວຍເຫລືອຄອບຄົວ
ໃນຖານະສານຸສິດຂອງພຣະເຢຊູຄຣິດ, ຜູ້ນຳ ແລະ ສະມາຊິກຂອງສາດສະໜາຈັກ “ເປັນທຸກກັບຄົນທີ່ເປັນທຸກ … ແລະ ປອບໃຈຄົນທີ່ຕ້ອງການຄວາມປອບໃຈ” (ໂມໄຊຢາ 18:9). ເມື່ອສະມາຊິກຄົນໃດຄົນໜຶ່ງເສຍຊີວິດ, ອະທິການຈະໄປຢ້ຽມຢາມຄອບຄົວເພື່ອໃຫ້ການປອບໂຍນ.
ອະທິການສະເໜີໃຫ້ຄວາມຊ່ວຍເຫລືອຈາກສະມາຊິກຫວອດ, ລວມທັງກຸ່ມແອວເດີ ແລະ ສະມາຄົມສະຕີສົງເຄາະ.
29.5.4
ພິທີສົ່ງສະການ (ຕາມຮີດຄອງປະເພນີ)
ພິທີສົ່ງສະການທີ່ດຳເນີນໂດຍອະທິການ, ບໍ່ວ່າຈະເປັນໃນຕຶກໂບດ ຫລື ໃນບ່ອນໃດກໍຕາມ, ມັນເປັນການປະຊຸມຂອງສາດສະໜາຈັກ ແລະ ເປັນພິທີທາງສາດສະໜາ. ມັນຄວນເປັນໂອກາດທາງວິນຍານ.
ພິທີສົ່ງສະການຄວນເລີ່ມຕົງເວລາ. ໂດຍທົ່ວໄປແລ້ວ, ບໍ່ຄວນເກີນ 1.5 ຊົ່ວໂມງ, ຕາມມາລະຍາດທີ່ສະແດງຕໍ່ຜູ້ເຂົ້າຮ່ວມ.
ຕາມປົກກະຕິແລ້ວພິທີບໍ່ຖືກຈັດຂຶ້ນໃນວັນອາທິດ.
29.6
ການອະທິຖານໃນການປະຊຸມຕ່າງໆຂອງສາດສະໜາຈັກ
ການອະທິຖານໃນການປະຊຸມຕ່າງໆຂອງສາດສະໜາຈັກຄວນສັ້ນ, ລຽບງ່າຍ, ແລະ ຕາມທີ່ພຣະວິນຍານຊົງນຳ. ສະມາຊິກຂອງສາດສະໜາຈັກຄົນໃດກໍໄດ້ ທີ່ໄດ້ຮັບບັບຕິສະມາແລ້ວ ສາມາດກ່າວຄຳອະທິຖານເປີດ ຫລື ປິດ. ເດັກນ້ອຍທີ່ບໍ່ໄດ້ຮັບບັບຕິສະມາສາມາດອະທິຖານໃນຊັ້ນປະຖົມໄວ.
29.7
ການສະຕຣີມການປະຊຸມ ແລະ ການຈັດການປະຊຸມອອນລາຍ
ດ້ວຍຂໍ້ຍົກເວັ້ນ, ອະທິການອາດອະນຸຍາດໃຫ້ສະຕຣີມສົດສຳລັບກອງປະຊຸມສິນລະລຶກ ແລະ ພິທີສົ່ງສະການ ແລະ ການແຕ່ງງານ ທີ່ຈັດຂຶ້ນໃນຕຶກໂບດ.
ການສະຕຣີມສົດສຳລັບກອງປະຊຸມສິນລະລຶກບໍ່ຄວນລວມທັງການປະຕິບັດສິນລະລຶກ.
ສຳລັບບາງການປະຊຸມ, ອະທິການ ຫລື ປະທານສະເຕກອາດອະນຸຍາດໃຫ້ສະມາຊິກຜູ້ບໍ່ສາມາດເຂົ້າຮ່ວມດ້ວຍຕົນເອງ ເຂົ້າຮ່ວມທາງອອນລາຍ. ການປະຊຸມເຫລົ່ານີ້ອາດລວມທັງ:
-
ການປະຊຸມຜູ້ນຳ, ດັ່ງເຊັ່ນ ການປະຊຸມຝ່າຍປະທານ ຫລື ການປະຊຸມສະພາ.
-
ການປະຊຸມກຸ່ມ, ການປະຊຸມສະມາຄົມສະຕີສົງເຄາະ, ແລະ ການປະຊຸມກຸ່ມຍິງໜຸ່ມ.
-
ຫ້ອງຮຽນຂອງໂຮງຮຽນວັນອາທິດ.
-
ຫ້ອງຮຽນຊັ້ນປະຖົມໄວ ແລະ ຊ່ວງເວລາຮ້ອງເພງ.