ພຣະ​ຄຳ​ພີ
1 ນີ​ໄຟ 9


ບົດ​ທີ 9

ນີ​ໄຟ​ເຮັດ​ບັນ​ທຶກ​ສອງ​ຊຸດ—ແຕ່​ລະ​ຊຸດ​ເອີ້ນ​ວ່າ​ແຜ່ນ​ຈາ​ລຶກ​ຂອງ​ນີ​ໄຟ—ແຜ່ນ​ຈາ​ລຶກ​ໃຫຍ່​ປະ​ກອບ​ດ້ວຍ​ປະ​ຫວັດ​ສາດ​ຂອງ​ການ​ປົກ​ຄອງ​ແຜ່ນ​ດິນ; ແຜ່ນ​ຈາ​ລຶກ​ນ້ອຍ​ສ່ວນ​ໃຫຍ່​ແມ່ນ​ກ່ຽວ​ກັບ​ສິ່ງ​ສັກ​ສິດ. ປະ​ມານ 600–592 ປີ ກ່ອນ ຄ.ສ.

1 ແລະ ເລື່ອງ​ທັງ​ໝົດ​ນີ້​ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ ແລະ ໄດ້​ເວົ້າ​ເວ​ລາ​ທີ່​ເພິ່ນ​ຢູ່​ໃນ​ຜ້າ​ເຕັນ​ໃນ ຮ່ອມ​ພູ​ເລ​ມູ​ເອນ, ແລະ ມີ​ອີກ​ຫລາຍ​ເລື່ອງ​ທີ່​ຂຽນ​ໄວ້​ບໍ່​ໄດ້ ໃນ​ແຜ່ນ​ຈາ​ລຶກ​ນີ້.

2 ແລະ ບັດ​ນີ້, ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກ່ຽວ​ກັບ​ແຜ່ນ​ຈາ​ລຶກ​ເຫລົ່າ​ນີ້, ຈົ່ງ​ເບິ່ງ ບໍ່​ແມ່ນ​ຢູ່​ໃນ​ແຜ່ນ​ຈາ​ລຶກ​ນີ້​ທີ່​ຂ້າ​ພະ​ເຈົ້າ​ເຮັດ​ເລື່ອງ​ລາວ​ຂອງ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ໂດຍ​ຄົບ​ຖ້ວນ; ເພາະ ແຜ່ນ​ຈາ​ລຶກ​ທີ່​ຂ້າ​ພະ​ເຈົ້າ​ເຮັດ​ເລື່ອງ​ລາວ​ຂອງ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ໂດຍ​ຄົບ​ຖ້ວນ​ນັ້ນ​ຂ້າ​ພະ​ເຈົ້າ​ຕັ້ງ​ຊື່​ໃຫ້​ວ່າ ນີ​ໄຟ; ດັ່ງ​ນັ້ນ, ມັນ​ຈຶ່ງ​ມີ​ຊື່​ວ່າ​ແຜ່ນ​ຈາ​ລຶກ​ຂອງ​ນີ​ໄຟ​ຕາມ​ຊື່​ຂອງ​ຂ້າ​ພະ​ເຈົ້າ​ເອງ, ແລະ ແຜ່ນ​ຈາ​ລຶກ​ເຫລົ່າ​ນີ້​ຈຶ່ງ​ໄດ້​ຖືກ​ເອີ້ນ​ວ່າ ແຜ່ນ​ຈາ​ລຶກ​ຂອງ​ນີ​ໄຟ​ເໝືອນ​ກັນ.

3 ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ພຣະ​ບັນ​ຍັດ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ຂ້າ​ພະ​ເຈົ້າ​ຄວນ​ຈະ​ເຮັດ​ແຜ່ນ​ຈາ​ລຶກ​ເຫລົ່າ​ນີ້, ດ້ວຍ ຈຸດ​ປະ​ສົງ​ພິ​ເສດ​ທີ່​ຄວນ​ບັນ​ທຶກ​ເລື່ອງ​ລາວ​ຕ່າງໆ​ກ່ຽວ​ກັບ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ.

4 ໃນ​ແຜ່ນ​ຈາ​ລຶກ​ອີກ​ຊຸດ​ໜຶ່ງ​ຈະ​ບັນ​ທຶກ​ເລື່ອງ​ລາວ​ຕ່າງໆ​ກ່ຽວ​ກັບ​ການ​ປົກ​ຄອງ​ຂອງ​ກະ​ສັດ, ແລະ ສົງ​ຄາມ ແລະ ການ​ຂັດ​ແຍ້ງ​ຂອງ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ; ດັ່ງ​ນັ້ນ ແຜ່ນ​ຈາ​ລຶກ​ເຫລົ່າ​ນີ້​ຈຶ່ງ​ບັນ​ທຶກ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ເປັນ​ສ່ວນ​ໃຫຍ່ ຊຶ່ງ ແຜ່ນ​ຈາ​ລຶກ​ອີກ​ຊຸດ​ໜຶ່ງ​ບັນ​ທຶກ​ກ່ຽວ​ກັບ​ການ​ປົກ​ຄອງ​ຂອງ​ກະ​ສັດ ແລະ ສົງ​ຄາມ ແລະ ການ​ຂັດ​ແຍ້ງ​ຂອງ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ສ່ວນ​ໃຫຍ່.

5 ດັ່ງ​ນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ຂ້າ​ພະ​ເຈົ້າ​ໃຫ້​ເຮັດ​ແຜ່ນ​ຈາ​ລຶກ​ເຫລົ່າ​ນີ້​ໄວ້​ດ້ວຍ​ຈຸດ​ປະ​ສົງ ອັນ​ສະ​ຫລາດ​ໃນ​ພຣະ​ອົງ, ຊຶ່ງ​ຂ້າ​ພະ​ເຈົ້າ​ບໍ່​ຮູ້​ຫຍັງ​ເລີຍ​ກ່ຽວ​ກັບ​ຈຸດ​ປະ​ສົງ​ນີ້.

6 ແຕ່ ພຣະ​ຜູ້​ເປັນ​ເຈົ້າ ຮູ້​ເລື່ອງ​ທັງ​ໝົດ​ຕັ້ງ​ແຕ່​ຕົ້ນ​ມາ; ດັ່ງ​ນັ້ນ, ພຣະ​ອົງ​ຈຶ່ງ​ຕຽມ​ທາງ​ໄວ້​ເພື່ອ​ວຽກ​ງານ​ຂອງ​ພຣະ​ອົງ​ຈະ​ສຳ​ເລັດ​ໃນ​ບັນ​ດາ​ລູກ​ຫລານ​ມະ​ນຸດ; ເພາະ​ຈົ່ງ​ເບິ່ງ, ພຣະ​ອົງ​ມີ ອຳ​ນາດ​ທຸກ​ຢ່າງ​ເພື່ອ​ໃຫ້​ຄຳ​ຂອງ​ພຣະ​ອົງ​ທັງ​ໝົດ​ສຳ​ເລັດ. ແລະ ເປັນ​ໄປ​ດັ່ງ​ນັ້ນ. ອາ​ແມນ.

ພິມ