ພຣະ​ຄຳ​ພີ
3 ນີ​ໄຟ 13


ບົດ​ທີ 13

ພຣະ​ເຢ​ຊູ​ສິດ​ສອນ​ຄຳ​ອະ​ທິ​ຖານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ແກ່​ຊາວ​ນີ​ໄຟ—ພວກ​ເຂົາ​ຄວນ​ຮິບ​ໂຮມ​ຊັບ​ສົມ​ບັດ​ໄວ້​ໃນ​ສະ​ຫວັນ—ສາ​ນຸ​ສິດ​ສິບ​ສອງ​ຄົນ​ຖືກ​ບັນ​ຊາ​ໃຫ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໂດຍ​ບໍ່​ຄິດ​ກ່ຽວ​ກັບ​ສິ່ງ​ຂອງ​ທາງ​ໂລກ—ປຽບ​ທຽບ​ກັບ ມັດ​ທາຍ 6. ປະ​ມານ ຄ.ສ. 34.

1 ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ວ່າ ເຮົາ​ຢາ​ກ​ໃຫ້​ເຈົ້າ ໃຫ້​ທານ​ແກ່​ຄົນ​ຍາກ​ຈົນ; ແຕ່​ຈົ່ງ​ລະວັງ​ຢ່າ​ໃຫ້​ທານ​ເພື່ອ​ອວດ​ຄົນ​ອື່ນ; ເພາະ​ຖ້າ​ເຮັດ​ຢ່າງ​ນັ້ນ ເຈົ້າ​ຈະ​ບໍ່​ໄດ້​ຮັບ​ລາງ​ວັນ​ຈາກ​ພຣະ​ບິ​ດາ​ຂອງ​ເຈົ້າ ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ.

2 ສະ​ນັ້ນ, ເມື່ອ​ເຈົ້າ​ໃຫ້​ທານ ຢ່າ​ໄດ້​ເປົ່າ​ແກ​ໄປ​ກ່ອນ​ໜ້າ​ເຈົ້າ, ເໝືອນ​ດັ່ງ​ຄົນ​ໜ້າ​ຊື່​ໃຈ​ຄົດ​ເຄີຍ​ເຮັດ​ໃນ​ທຳ​ມະ​ສາ​ລາ ແລະ ຕາມ​ຖະ​ໜົນ​ຫົນ​ທາງ, ເພື່ອ​ໃຫ້​ມະ​ນຸດ ສັນ​ລະ​ເສີນ. ຕາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ, ພວກ​ເຂົາ​ໄດ້​ຮັບ​ລາງ​ວັນ​ຂອງ​ພວກ​ເຂົາ​ແລ້ວ.

3 ແຕ່​ເມື່ອ​ເຈົ້າ​ໃຫ້​ທານ ຢ່າ​ໃຫ້​ມື​ຊ້າຍ​ຂອງ​ເຈົ້າ​ຮູ້​ວ່າ​ມື​ຂວາ​ຂອງ​ເຈົ້າ​ເຮັດ​ຫຍັງ;

4 ເພື່ອ​ຂອງ​ທານ​ຂອງ​ເຈົ້າ​ຈະ​ເປັນ​ໄປ​ຢ່າງ​ລັບໆ ແລະ ພຣະ​ບິ​ດາ​ຂອງ​ເຈົ້າ​ຜູ້​ເຫັນ​ໃນ​ທີ່​ລັບ​ຈະ​ໂຜດ​ປະ​ທານ​ລາງ​ວັນ​ໃຫ້​ແກ່​ເຈົ້າ​ຢ່າງ​ເປີດ​ເຜີຍ.

5 ແລະ ເມື່ອ​ເຈົ້າ ອະ​ທິ​ຖານ ຈົ່ງ​ຢ່າ​ເຮັດ​ເໝືອນ​ຄົນ​ໜ້າ​ຊື່​ໃຈ​ຄົດ, ເພາະ​ພວກ​ເຂົາ​ມັກ​ຢືນ​ອະ​ທິ​ຖານ​ໃນ​ທຳ​ມະ​ສາ​ລາ ແລະ ຕາມ​ແຈ​ຖະ​ໜົນ, ເພື່ອ​ຜູ້​ຄົນ​ຈະ​ໄດ້​ເຫັນ​ພວກ​ເຂົາ. ຕາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ, ພວກ​ເຂົາ​ໄດ້​ຮັບ​ລາງ​ວັນ​ຂອງ​ພວກ​ເຂົາ​ແລ້ວ.

6 ແຕ່​ເວ​ລາ​ເຈົ້າ​ອະ​ທິ​ຖານ, ຈົ່ງ​ເຂົ້າ​ໄປ​ໃນ​ຫ້ອງ ແລະ ເມື່ອ​ເຈົ້າ​ປິດ​ປະ​ຕູ​ແລ້ວ, ຈົ່ງ​ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ຂອງ​ເຈົ້າ​ຜູ້​ສະ​ຖິດ​ຢູ່​ໃນ​ທີ່​ລັບ; ແລະ ພຣະ​ບິ​ດາ​ຂອງ​ເຈົ້າ​ຜູ້​ເຫັນ​ໃນ​ທີ່​ລັບ​ຈະ​ໂຜດ​ປະ​ທານ​ລາງ​ວັນ​ໃຫ້​ແກ່​ເຈົ້າ​ຢ່າງ​ເປີດ​ເຜີຍ.

7 ແຕ່​ເມື່ອ​ເຈົ້າ​ອະ​ທິ​ຖານ​ຢູ່, ຢ່າ​ເວົ້າ​ຊ້ຳ​ຄຳ​ເກົ່າ, ເໝືອນ​ດັ່ງ​ຄົນ​ນອກ​ສາດ​ສະ​ໜາ, ເພາະ​ວ່າ​ພວກ​ເຂົາ​ຄິດ​ວ່າ ຖ້າ​ພວກ​ເຂົາ​ເວົ້າ​ຫລາຍໆ​ເທື່ອ ພຣະ​ອົງ​ຈະ​ໂຜດ​ຮັບ​ຟັງ.

8 ສະ​ນັ້ນ ຢ່າ​ເຮັດ​ຄື​ພວກ​ເຂົາ, ເພາະ​ວ່າ​ພຣະ​ບິ​ດາ​ຂອງ​ເຈົ້າ ຮູ້​ໃນ​ສິ່ງ​ທີ່​ເຈົ້າ​ຕ້ອງ​ການ​ກ່ອນ​ທີ່​ເຈົ້າ​ຈະ​ຂໍ​ຈາກ​ພຣະ​ອົງ.

9 ສະ​ນັ້ນ ຕາມ​ວິ​ທີ​ນີ້ ເຈົ້າ​ຈົ່ງ ອະ​ທິ​ຖານ: ໂອ້ ພຣະ​ບິ​ດາ​ຂອງ​ຂ້າ​ພຣະ​ອົງ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ, ຂໍ​ໃຫ້​ພຣະ​ນາມ​ຂອງ​ພຣະ​ອົງ​ເປັນ​ທີ່​ເຄົາ​ລົບ​ບູ​ຊາ.

10 ຂໍ​ໃຫ້​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ເປັນ​ໄປ​ໃນ​ແຜ່ນ​ດິນ​ໂລກ​ເໝືອນ​ດັ່ງ​ທີ່​ເປັນ​ໄປ​ໃນ​ສະ​ຫວັນ.

11 ແລະ ຂໍ​ຈົ່ງ​ໂຜດ​ຍົກ​ໂທດ​ໃຫ້​ຂ້າ​ພຣະ​ອົງ​ເໝືອນ​ດັ່ງ​ທີ່​ຂ້າ​ພຣະ​ອົງ​ໄດ້​ຍົກ​ໂທດ​ໃຫ້​ຜູ້​ທີ່​ເຮັດ​ຜິດ​ຕໍ່​ຂ້າ​ພຣະ​ອົງ.

12 ແລະ ຂໍ​ຢ່າ ພາ​ຂ້າ​ພຣະ​ອົງ​ເຂົ້າ​ໄປ​ໃນ​ການ​ທົດ​ລອງ, ແຕ່​ຂໍ​ຈົ່ງ​ໃຫ້​ຂ້າ​ພຣະ​ອົງ​ພົ້ນ​ຈາກ​ຄວາມ​ຊົ່ວ.

13 ເພາະ​ອາ​ນາ​ຈັກ, ແລະ ອຳ​ນາດ, ແລະ ລັດ​ສະ​ໝີ​ພາບ, ກໍ​ເປັນ​ຂອງ​ພຣະ​ອົງ​ຕະ​ຫລອດ​ໄປ. ອາ​ແມນ.

14 ເພາະ​ວ່າ, ຖ້າ​ຫາກ​ເຈົ້າ​ໃຫ້ ອະ​ໄພ​ແກ່​ເພື່ອນ​ມະ​ນຸດ​ດ້ວຍ​ກັນ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຈົ້າ​ກໍ​ຈະ​ໃຫ້​ອະ​ໄພ​ແກ່​ເຈົ້າ​ຄື​ກັນ;

15 ແຕ່​ຖ້າ​ຫາກ​ເຈົ້າ​ບໍ່​ໃຫ້​ອະ​ໄພ​ແກ່​ເພື່ອນ​ມະ​ນຸດ​ດ້ວຍ​ກັນ ພຣະ​ບິ​ດາ​ຂອງ​ເຈົ້າ​ກໍ​ຈະ​ບໍ່​ໃຫ້​ອະ​ໄພ​ແກ່​ເຈົ້າ​ຄື​ກັນ.

16 ຍິ່ງ​ໄປ​ກວ່າ​ນັ້ນ, ເມື່ອ​ເຈົ້າ ຖື​ສິນ​ອົດ​ເຂົ້າ ຢ່າ​ເຮັດ​ໜ້າ​ເສົ້າ​ໝອງ​ເໝືອນ​ດັ່ງ​ຄົນ​ໜ້າ​ຊື່​ໃຈ​ຄົດ, ເພາະ​ພວກ​ເຂົາ​ເຮັດ​ໜ້າ​ເສົ້າ​ໝອງ​ເພື່ອ​ຢາກ​ໃຫ້​ຄົນ​ອື່ນ​ເຫັນ​ວ່າ ພວກ​ເຂົາ​ຖື​ສິນ​ອົດ​ເຂົ້າ. ຕາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ພວກ​ເຂົາ​ໄດ້​ຮັບ​ລາງ​ວັນ​ຂອງ​ພວກ​ເຂົາ​ແລ້ວ.

17 ແຕ່​ເວ​ລາ​ເຈົ້າ​ຖື​ສິນ​ອົດ​ເຂົ້າ, ຈົ່ງ​ລ້າງ​ໜ້າ, ແລະ ເອົາ​ນ້ຳ​ມັນ​ທາ​ຫົວ​ຂອງ​ເຈົ້າ;

18 ເພື່ອ​ບໍ່​ໃຫ້​ຄົນ​ເຫັນ​ວ່າ​ເຈົ້າ​ຖື​ສິນ​ອົດ​ເຂົ້າ, ແຕ່​ໃຫ້​ພຣະ​ບິ​ດາ​ຂອງ​ເຈົ້າ​ຜູ້​ສະ​ຖິດ​ຢູ່​ໃນ ທີ່​ລັບ​ເຫັນ, ແລະ ພຣະ​ບິ​ດາ​ຂອງ​ເຈົ້າ ຜູ້​ເຫັນ​ຢູ່​ໃນ​ທີ່​ລັບ​ຈະ​ໂຜດ​ປະ​ທານ​ລາງ​ວັນ​ໃຫ້​ແກ່​ເຈົ້າ​ຢ່າງ​ເປີດ​ເຜີຍ.

19 ຢ່າ​ຮິບ​ໂຮມ​ຊັບ​ສົມ​ບັດ​ສຳ​ລັບ​ຕົນ​ໄວ້​ໃນ​ໂລກ, ຊຶ່ງ​ເປັນ​ບ່ອນ​ມອດ ແລະ ຂີ້​ໝ້ຽງ​ກັດ​ກິນ​ໄດ້, ແລະ ເປັນ​ບ່ອນ​ທີ່​ໂຈນ​ເຈາະ​ເຂົ້າ​ລັກ​ເອົາ​ໄດ້;

20 ແຕ່​ຈົ່ງ​ຮິບ​ໂຮມ ຊັບ​ສົມ​ບັດ​ສຳ​ລັບ​ຕົນ​ໄວ້​ໃນ​ສະ​ຫວັນ, ຊຶ່ງ​ເປັນ​ບ່ອນ​ມອດ ແລະ ຂີ້​ໝ້ຽງ​ກັດ​ກິນ​ບໍ່​ໄດ້, ແລະ ທັງ​ໂຈນ​ຈະ​ເຈາະ ແລະ ລັກ​ເອົາ​ໄປ​ບໍ່​ໄດ້.

21 ເພາະ​ວ່າ​ຊັບ​ສົມ​ບັດ​ຂອງ​ເຈົ້າ​ຢູ່​ບ່ອນ​ໃດ, ໃຈ​ຂອງ​ເຈົ້າ​ກໍ​ຢູ່​ບ່ອນ​ນັ້ນ​ຄື​ກັນ.

22 ດວງ​ສະ​ຫວ່າງ​ຂອງ​ຮ່າງ​ກາຍ​ຄື​ຕາ; ສະ​ນັ້ນ, ຖ້າ​ຫາກ​ຕາ​ຂອງ​ເຈົ້າ​ເປັນ​ໜຶ່ງ, ໝົດ​ທັງ​ຮ່າງ​ຂອງ​ເຈົ້າ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ແສງ​ສະ​ຫວ່າງ.

23 ແຕ່​ຖ້າ​ຫາກ​ຕາ​ຂອງ​ເຈົ້າ​ຊົ່ວ, ໝົດ​ທັງ​ຮ່າງ​ກາຍ​ຂອງ​ເຈົ້າ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ມືດ. ສະ​ນັ້ນ, ຖ້າ​ຫາກ​ແສງ​ສະ​ຫວ່າງ​ທີ່​ຢູ່​ໃນ​ຕົວ​ຂອງ​ເຈົ້າ​ມືດ​ໄປ, ຄວາມ​ມືດ​ນັ້ນ​ຈະ​ໃຫຍ່​ຫລວງ​ພຽງ​ໃດ​ນໍ!

24 ບໍ່​ມີ​ຜູ້​ໃດ​ສາ​ມາດ​ເປັນ ຂ້າ​ໃຊ້​ຂອງ​ສອງ​ເຈົ້າ ບ່າວ​ສອງ​ນາຍ​ໄດ້; ເພາະ​ລາວ​ຈະ​ຊັງ​ນາຍ​ຜູ້​ນີ້ ແລະ ໄປ​ຮັກ​ນາຍ​ຜູ້​ນັ້ນ, ຫລື ຈະ​ນັບ​ຖື​ນາຍ​ຜູ້​ນີ້ ແລະ ໝິ່ນ​ປະ​ໝາດ​ນາຍ​ຜູ້​ນັ້ນ. ເຈົ້າ​ຈະ​ເປັນ​ຂ້າ​ໃຊ້​ຂອງ​ພຣະ​ເຈົ້າ ແລະ ເປັນ​ຂ້າ​ໃຊ້​ຂອງ​ເງິນ​ຄຳ​ພ້ອມ​ກັນ​ບໍ່​ໄດ້.

25 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພຣະ​ເຢ​ຊູ​ກ່າວ​ຂໍ້​ຄວາມ​ເຫລົ່າ​ນີ້​ແລ້ວ, ພຣະ​ອົງ​ກໍ​ໄດ້​ຫລຽວ​ເບິ່ງ​ຄົນ​ສິບ​ສອງ​ຄົນ​ຜູ້​ທີ່​ພຣະ​ອົງ​ໄດ້​ເລືອກ​ໄວ້ ແລະ ກ່າວ​ກັບ​ພວກ​ເພິ່ນ​ວ່າ: ຈົ່ງ​ຈື່​ຈຳ​ຄຳ​ເວົ້າ ຊຶ່ງ​ເຮົາ​ໄດ້​ເວົ້າ​ມາ​ນັ້ນ. ເພາະ​ຈົ່ງ​ເບິ່ງ, ພວກ​ເຈົ້າ​ຄື​ຜູ້​ທີ່​ເຮົາ​ໄດ້​ເລືອກ​ໄວ້ ເພື່ອ​ຈະ​ໄດ້ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ຜູ້​ຄົນ​ພວກ​ນີ້. ສະ​ນັ້ນ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ຢ່າ ຄິດ​ເຖິງ​ຊີ​ວິດ​ຂອງ​ເຈົ້າ, ວ່າ​ເຈົ້າ​ຈະ​ກິນ​ຫຍັງ, ຫລື ເຈົ້າ​ຈະ​ດື່ມ​ຫຍັງ; ແລະ ຢ່າ​ຄິດ​ເຖິງ​ຮ່າງ​ກາຍ​ຂອງ​ເຈົ້າ, ວ່າ​ເຈົ້າ​ຈະ​ນຸ່ງ​ຫຍັງ. ຊີ​ວິດ​ກໍ​ຍິ່ງ​ໃຫຍ່​ກວ່າ​ອາ​ຫານ​ບໍ່​ແມ່ນ​ບໍ, ແລະ ຮ່າງ​ກາຍ​ກໍ​ຍິ່ງ​ໃຫຍ່​ກວ່າ​ເຄື່ອງ​ນຸ່ງ​ຫົ່ມ​ບໍ່​ແມ່ນ​ບໍ?

26 ຈົ່ງ​ເບິ່ງ ນົກ​ໃນ​ອາ​ກາດ, ມັນ​ບໍ່​ໄດ້​ຫວ່ານ, ທັງ​ມັນ​ບໍ່​ໄດ້​ກ່ຽວ ຫລື ບໍ່​ໄດ້​ເຕົ້າ​ໂຮມ​ໃສ່​ເລົ້າ​ໄວ້; ແຕ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຈົ້າ​ຍັງ​ລ້ຽງ​ດູ​ມັນ. ເຈົ້າ​ປະ​ເສີດ​ຫລາຍ​ກວ່າ​ນົກ​ບໍ່​ແມ່ນ​ບໍ?

27 ໃຜ​ໃນ​ເຈົ້າ​ເມື່ອ​ຄິດ​ເອົາ ຈະ​ສາ​ມາດ​ເພີ່ມ​ຄວາມ​ສູງ​ຈັກ​ສອກ​ໜຶ່ງ​ໃຫ້​ຕົນ​ເອງ​ໄດ້​ບໍ?

28 ແລະ ເຫດ​ໃດ​ເຈົ້າ​ຈຶ່ງ​ຄິດ​ເຖິງ​ເຄື່ອງ​ນຸ່ງ​ຫົ່ມ? ຈົ່ງ​ສັງ​ເກດ​ເບິ່ງ​ດອກ​ໄມ້​ໃນ​ທົ່ງ ວ່າ​ມັນ​ເຕີບ​ໂຕ​ຂຶ້ນ​ໄດ້​ແນວ​ໃດ? ມັນ​ບໍ່​ໄດ້​ທຳ​ງານ, ທັງ​ບໍ່​ໄດ້​ເຂັນ​ຝ້າຍ;

29 ແລະ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ເຖິງ​ແມ່ນ​ໂຊ​ໂລ​ໂມນ​ໃນ​ຄວາມ​ສະ​ຫງ່າ​ລາ​ສີ​ທັງ​ໝົດ​ຂອງ​ລາວ ກໍ​ຍັງ​ບໍ່​ໄດ້​ທົງ​ເຄື່ອງ​ງາມ​ເທົ່າ​ກັບ​ດອກ​ໄມ້​ເຫລົ່າ​ນີ້​ດອກ​ໜຶ່ງ.

30 ດັ່ງ​ນັ້ນ, ຖ້າ​ຫາກ​ພຣະ​ເຈົ້າ​ໄດ້​ແຕ່ງ​ຫຍ້າ​ໃນ​ທົ່ງ​ຢ່າງ​ນັ້ນ, ຊຶ່ງ​ເປັນ​ຢູ່​ມື້​ນີ້ ແລະ ມື້​ໜ້າ​ຕ້ອງ​ຖືກ​ໂຍນ​ຖິ້ມ​ໃສ່​ເຕົາ​ໄຟ, ພຣະ​ອົງ​ກໍ​ຈະ​ແຕ່ງ​ເຈົ້າ​ເຊັ່ນ​ນັ້ນ ຖ້າ​ຫາກ​ເຈົ້າ​ບໍ່​ນ້ອຍ​ໜ້າ​ໃນ​ສັດ​ທາ.

31 ສະ​ນັ້ນ ຢ່າ​ຄິດ​ໂດຍ​ກ່າວ​ວ່າ ຈະ​ກິນ​ຫຍັງ? ຫລື ດື່ມ​ຫຍັງ? ຫລື ນຸ່ງ​ຫົ່ມ​ຫຍັງ?

32 ເພາະ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຈົ້າ​ຮູ້​ວ່າ ເຈົ້າ​ຕ້ອງ​ການ​ສິ່ງ​ທັງ​ໝົດ​ນີ້.

33 ແຕ່​ເຈົ້າ​ຈົ່ງ​ສະ​ແຫວງ​ຫາ ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ແລະ ຄວາມ​ຊອບ​ທຳ​ຂອງ​ພຣະ​ອົງ​ເສຍ​ກ່ອນ, ແລ້ວ​ພຣະ​ອົງ​ຈະ​ເພີ່ມ​ສິ່ງ​ເຫລົ່າ​ນີ້​ໃຫ້​ແກ່​ເຈົ້າ.

34 ສະ​ນັ້ນ​ຢ່າ​ຄິດ​ເຖິງ​ມື້​ອື່ນ, ເພາະ​ມື້​ອື່ນ​ຈະ​ຄິດ​ເຖິງ​ເລື່ອງ​ຂອງ​ມັນ​ເອງ. ມື້​ໜຶ່ງ​ກໍ​ພຽງ​ພໍ​ແລ້ວ​ກັບ​ຄວາມ​ຊົ່ວ​ຂອງ​ມື້​ນັ້ນ.