ນີໄຟສະບັບທີສາມ
ໜັງສືນີໄຟ
ລູກຊາຍຂອງນີໄຟ, ຜູ້ເປັນລູກຊາຍຂອງຮີລາມັນ
ແລະ ຮີລາມັນເປັນລູກຊາຍຂອງຮີລາມັນ, ຜູ້ເປັນລູກຊາຍຂອງແອວມາ, ຜູ້ເປັນລູກຊາຍຂອງແອວມາ, ໂດຍເປັນຜູ້ສືບເຊື້ອສາຍຂອງນີໄຟ ຜູ້ເປັນລູກຊາຍຂອງລີໄຮ, ຜູ້ທີ່ໄດ້ອອກມາຈາກເຢຣູຊາເລັມໃນປີທຳອິດແຫ່ງການປົກຄອງຂອງເຊເດກີຢາກະສັດຂອງຊາວຢູດາ.
ບົດທີ 1
ນີໄຟຜູ້ເປັນລູກຊາຍຂອງຮີລາມັນອອກຈາກແຜ່ນດິນໄປ, ແລະ ນີໄຟລູກຊາຍຂອງເພິ່ນຮັກສາແຜ່ນຈາລຶກໄວ້—ເຖິງແມ່ນເຄື່ອງໝາຍ ແລະ ການແປກປະຫລາດປະກົດຂຶ້ນຢູ່ທົ່ວໄປ, ແຕ່ຄົນຊົ່ວຍັງວາງແຜນທີ່ຈະຂ້າຄົນຊອບທຳ—ຄືນແຫ່ງການກຳເນີດຂອງພຣະຄຣິດມາເຖິງ—ເຄື່ອງໝາຍຖືກມອບໃຫ້ ແລະ ດາວດວງໃໝ່ປະກົດຂຶ້ນ—ການເວົ້າຕົວະ ແລະ ການຫລອກລວງເພີ່ມທະວີຂຶ້ນ, ແລະ ພັກແກດີອານທັນໄດ້ຂ້າຄົນຢ່າງຫລວງຫລາຍ. ປະມານ ຄ.ສ. 1–4.
1 ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ປີທີເກົ້າສິບເອັດໄດ້ຜ່ານໄປ ແລະ ມັນເປັນ ຫົກຮ້ອຍປີນັບຕັ້ງແຕ່ເວລາທີ່ລີໄຮມາຈາກເຢຣູຊາເລັມ; ແລະ ມັນເປັນປີທີ່ເລໂຄນິອັດເປັນຫົວໜ້າຜູ້ຕັດສິນ ແລະ ເປັນຜູ້ປົກຄອງດູແລແຜ່ນດິນ.
2 ແລະ ນີໄຟລູກຊາຍຂອງຮີລາມັນໄດ້ອອກຈາກແຜ່ນດິນເຊຣາເຮັມລາໄປ, ໂດຍທີ່ໄດ້ມອບໝາຍໜ້າທີ່ໃຫ້ແກ່ ນີໄຟຜູ້ເປັນລູກຊາຍກົກຂອງເພິ່ນໃຫ້ເປັນຜູ້ຮັກສາ ແຜ່ນຈາລຶກທອງເຫລືອງ ແລະ ບັນທຶກທັງໝົດທີ່ໄດ້ຮັບການຮັກສາມາ, ແລະ ສິ່ງທັງໝົດຊຶ່ງໄດ້ຮັບການຮັກສາໄວ້ໃຫ້ສັກສິດນັບຕັ້ງແຕ່ລີໄຮອອກຈາກເຢຣູຊາເລັມ.
3 ແລ້ວເພິ່ນໄດ້ອອກຈາກແຜ່ນດິນໄປ, ແລະ ບໍ່ມີໃຜຮູ້ວ່າເພິ່ນໄປຫາ ບ່ອນໃດ, ແລະ ນີໄຟຜູ້ເປັນລູກຊາຍຂອງເພິ່ນກໍໄດ້ຮັກສາບັນທຶກແທນເພິ່ນ, ແທ້ຈິງແລ້ວ, ບັນທຶກຂອງຜູ້ຄົນພວກນີ້.
4 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນຕົ້ນປີທີເກົ້າສິບສອງ, ຈົ່ງເບິ່ງ, ຄຳທຳນາຍຂອງສາດສະດາເລີ່ມຈະສຳເລັດໂດຍສົມບູນຍິ່ງຂຶ້ນ; ເພາະມັນເລີ່ມມີເຄື່ອງໝາຍສຳຄັນ ແລະ ສິ່ງມະຫັດສະຈັນເກີດຂຶ້ນໃນບັນດາຜູ້ຄົນ.
5 ແຕ່ມີບາງຄົນເລີ່ມກ່າວວ່າ ເວລາໄດ້ຜ່ານພົ້ນໄປແລ້ວສຳລັບຄຳຊຶ່ງຊາມູເອນຊາວເລມັນ ເວົ້າໄວ້ວ່າ ຈະເກີດເປັນຈິງ.
6 ແລະ ພວກເຂົາເລີ່ມສະແດງຄວາມປິຕິຍິນດີໃສ່ພີ່ນ້ອງຂອງເຂົາ, ໂດຍກ່າວວ່າ: ຈົ່ງເບິ່ງ ເວລາໄດ້ຜ່ານພົ້ນໄປແລ້ວ, ແລະ ຄຳເວົ້າຂອງຊາມູເອນບໍ່ເກີດເປັນຈິງ; ສະນັ້ນ, ຄວາມປິຕິຍິນດີ ແລະ ສັດທາຂອງພວກທ່ານທີ່ມີຕໍ່ສິ່ງນີ້ກໍບໍ່ມີປະໂຫຍດ.
7 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ຮ້ອງປ່າວໄປຕະຫລອດທົ່ວແຜ່ນດິນ; ແລະ ຜູ້ຄົນທີ່ເຊື່ອ ເລີ່ມເສົ້າສະຫລົດໃຈຫລາຍທີ່ສຸດ ເພາະຢ້ານໂດຍທາງໃດທາງໜຶ່ງສິ່ງທີ່ເວົ້າໄວ້ຈະບໍ່ເກີດຂຶ້ນ.
8 ແຕ່ຈົ່ງເບິ່ງ, ຜູ້ຄົນທີ່ເຊື່ອໄດ້ລໍຖ້າຢູ່ຢ່າງຈົດຈໍ່ສຳລັບມື້ນັ້ນ ແລະ ຄືນນັ້ນ ແລະ ມື້ນັ້ນ ຊຶ່ງຈະເປັນມື້ດຽວກັນຄືກັບວ່າບໍ່ມີກາງຄືນ, ເພື່ອພວກເຂົາຈະໄດ້ຮູ້ວ່າ ສັດທາຂອງພວກເຂົາມີປະໂຫຍດ.
9 ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ມີມື້ໜຶ່ງທີ່ພວກທີ່ບໍ່ເຊື່ອຕັ້ງໄວ້ ເພື່ອທຸກຄົນທີ່ເຊື່ອໃນປະເພນີເຫລົ່ານັ້ນຈະ ຖືກຂ້າ ຖ້າຫາກເຄື່ອງໝາຍຊຶ່ງສາດສະດາຊາມູເອນໃຫ້ໄວ້ບໍ່ເກີດເປັນຈິງ.
10 ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ເມື່ອນີໄຟຜູ້ເປັນລູກຊາຍຂອງນີໄຟເຫັນຄວາມຊົ່ວຮ້າຍນີ້ຂອງຜູ້ຄົນຂອງເພິ່ນ, ໃຈຂອງເພິ່ນກໍເສົ້າສະຫລົດຢ່າງຍິ່ງ.
11 ແລະ ເຫດການໄດ້ບັງເກີດຂຶ້ນຄື ເພິ່ນໄດ້ອອກໄປ ແລະ ຂາບລົງຢູ່ກັບພື້ນດິນ, ແລະ ຮ້ອງທູນຕໍ່ພຣະເຈົ້າຂອງເພິ່ນຢ່າງສຸດກຳລັງເພື່ອຜູ້ຄົນຂອງເພິ່ນ, ແທ້ຈິງແລ້ວ, ເພື່ອພວກທີ່ກຳລັງຈະຖືກທຳລາຍເພາະສັດທາຂອງພວກເຂົາໃນຮີດຄອງປະເພນີຂອງບັນພະບຸລຸດຂອງພວກເຂົາ.
12 ແລະ ເຫດການໄດ້ບັງເກີດຂຶ້ນຄື ເພິ່ນໄດ້ຮ້ອງຫາພຣະຜູ້ເປັນເຈົ້າຢ່າງສຸດກຳລັງ ໝົດມື້ນັ້ນ; ແລະ ຈົ່ງເບິ່ງ, ສຸລະສຽງຂອງພຣະຜູ້ເປັນເຈົ້າໄດ້ມາເຖິງເພິ່ນ, ມີຄວາມວ່າ:
13 ຈົ່ງເງີຍໜ້າ ແລະ ເບີກບານເຖີດ; ເພາະຈົ່ງເບິ່ງ, ເວລາໃກ້ເຂົ້າມາເຖິງແລ້ວ, ແລະ ໃນຄືນນີ້ເຄື່ອງໝາຍຈະປະກົດຂຶ້ນ, ແລະ ໃນ ມື້ອື່ນ ເຮົາຈະເຂົ້າມາໃນໂລກນີ້, ເພື່ອສະແດງແກ່ໂລກວ່າ ເຮົາຈະເຮັດໃຫ້ທຸກສິ່ງທຸກຢ່າງ ຊຶ່ງເຮົາ ເວົ້າໄວ້ໂດຍປາກຂອງສາດສະດາຜູ້ບໍລິສຸດຂອງເຮົາສຳເລັດ.
14 ຈົ່ງເບິ່ງ, ເຮົາຈະ ມາຫາຜູ້ຄົນຂອງເຮົາເອງ, ເພື່ອກະທຳໃຫ້ທຸກສິ່ງທຸກຢ່າງ ສຳເລັດ ຊຶ່ງເຮົາໄດ້ກະທຳໃຫ້ເປັນທີ່ຮູ້ຈັກແກ່ລູກຫລານມະນຸດນັບຕັ້ງແຕ່ ການວາງຮາກຖານຂອງໂລກ, ແລະ ເພື່ອກະທຳຕາມພຣະປະສົງຂອງ ທັງສອງພຣະອົງ ພຣະບິດາ ແລະ ຂອງພຣະບຸດ—ຂອງພຣະບິດາເພາະເຮົາ, ແລະ ຂອງພຣະບຸດເພາະເນື້ອໜັງຂອງເຮົາ. ແລະ ຈົ່ງເບິ່ງ, ເວລາໃກ້ເຂົ້າມາເຖິງແລ້ວ, ແລະ ຄືນນີ້ເຄື່ອງໝາຍຈະປະກົດຂຶ້ນ.
15 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະຄຳທີ່ກ່າວໄວ້ກັບນີໄຟນັ້ນສຳເລັດແລ້ວ, ດັ່ງທີ່ກ່າວໄວ້; ເພາະຈົ່ງເບິ່ງ, ເວລາດວງອາທິດຕົກແລ້ວ ມັນ ບໍ່ມີຄວາມມືດເລີຍ; ແລະ ຜູ້ຄົນເລີ່ມແປກປະຫລາດໃຈເພາະວ່າມັນບໍ່ມີຄວາມມືດໃນຕອນກາງຄືນເລີຍ.
16 ແລະ ມີຄົນຢ່າງຫລວງຫລາຍຜູ້ບໍ່ເຊື່ອຄຳເວົ້າຂອງສາດສະດາໄດ້ ລົ້ມລົງຢູ່ກັບພື້ນດິນ ແລະ ເປັນຄືກັນກັບຕາຍແລ້ວ, ເພາະພວກເຂົາຮູ້ວ່າ ແຜນການທຳລາຍອັນໃຫຍ່ຫລວງທີ່ພວກເຂົາວາງໄວ້ສຳລັບຄົນທີ່ເຊື່ອໃນຄຳເວົ້າຂອງສາດສະດາລົ້ມເຫລວແລ້ວ; ເພາະເຄື່ອງໝາຍທີ່ໃຫ້ໄວ້ນັ້ນໄດ້ເກີດຂຶ້ນແລ້ວ.
17 ແລະ ພວກເຂົາເລີ່ມຮູ້ຈັກວ່າ ພຣະບຸດຂອງພຣະເຈົ້າຕ້ອງສະເດັດມາປະກົດໃນບໍ່ດົນ; ແທ້ຈິງແລ້ວ, ໂດຍສະຫລຸບ, ຜູ້ຄົນທັງໝົດທີ່ຢູ່ທົ່ວແຜ່ນດິນຈາກທາງຕາເວັນຕົກເຖິງທາງຕາເວັນອອກ, ທັງໃນແຜ່ນດິນທາງເໜືອ ແລະ ໃນແຜ່ນດິນທາງໃຕ້, ມີຄວາມແປກໃຈຢ່າງຍິ່ງຈົນວ່າພວກເຂົາລົ້ມລົງຢູ່ກັບພື້ນດິນ.
18 ເພາະພວກເຂົາຮູ້ຈັກວ່າ ສາດສະດາໄດ້ໃຫ້ຖ້ອຍຄຳເຖິງເລື່ອງເຫລົ່ານີ້ມາຫລາຍປີແລ້ວ, ແລະ ເຄື່ອງໝາຍຊຶ່ງໃຫ້ໄວ້ກໍໄດ້ເກີດຂຶ້ນແລ້ວ; ແລະ ພວກເຂົາເລີ່ມຢ້ານກົວເພາະຄວາມຊົ່ວຮ້າຍ ແລະ ຄວາມບໍ່ເຊື່ອຖືຂອງພວກເຂົາ.
19 ແລະ ເຫດການໄດ້ບັງເກີດຂຶ້ນຄື ມັນບໍ່ມີຄວາມມືດຕະຫລອດຄືນນັ້ນ, ແຕ່ມັນແຈ້ງຄືກັນກັບຕອນທ່ຽງຂອງກາງເວັນ. ແລະ ເຫດການໄດ້ບັງເກີດຂຶ້ນຄື ດວງອາທິດໄດ້ຂຶ້ນມາອີກໃນຕອນເຊົ້າຕາມລະບຽບອັນຖືກຕ້ອງຂອງມັນ; ແລະ ພວກເຂົາຈຶ່ງຮູ້ຈັກວ່າ ມັນເປັນມື້ທີ່ພຣະຜູ້ເປັນເຈົ້າຈະ ກຳເນີດ, ເພາະເຄື່ອງໝາຍທີ່ໄດ້ໃຫ້ໄວ້.
20 ແລະ ເຫດການໄດ້ບັງເກີດຂຶ້ນຄື, ແທ້ຈິງແລ້ວ, ທຸກສິ່ງທຸກຢ່າງ, ທຸກຂໍ້ຄວາມໄດ້ເກີດຂຶ້ນຕາມຄຳເວົ້າຂອງສາດສະດາ.
21 ແລະ ເຫດການໄດ້ບັງເກີດຂຶ້ນອີກຄື ດາວດວງໃໝ່ໄດ້ປະກົດຂຶ້ນຕາມຄຳທີ່ໄດ້ໃຫ້ໄວ້ຄືກັນ.
22 ແລະ ເຫດການໄດ້ບັງເກີດຂຶ້ນຄື ນັບແຕ່ເວລານັ້ນເປັນຕົ້ນໄປ, ຊາຕານໄດ້ແຜ່ຂະຫຍາຍຄຳຕົວະອອກໄປໃນບັນດາຜູ້ຄົນເພື່ອເຮັດໃຫ້ໃຈແຂງກະດ້າງ ໂດຍມີເຈດຕະນາທີ່ຈະບໍ່ໃຫ້ພວກເຂົາເຊື່ອໃນເຄື່ອງໝາຍ ແລະ ການແປກປະຫລາດເຫລົ່ານັ້ນ ຊຶ່ງພວກເຂົາໄດ້ເຫັນມາ; ເຖິງແມ່ນວ່າຈະມີການເວົ້າຕົວະ ແລະ ການຫລອກລວງກໍຕາມແຕ່ຄົນສ່ວນຫລາຍກໍຍັງເຊື່ອ, ແລະ ປ່ຽນໃຈເຫລື້ອມໃສໃນພຣະຜູ້ເປັນເຈົ້າ.
23 ແລະ ເຫດການໄດ້ບັງເກີດຂຶ້ນຄື ນີໄຟໄດ້ອອກໄປໃນບັນດາຜູ້ຄົນ, ແລະ ຄົນອື່ນໆອີກຫລາຍຄົນກໍຄືກັນ, ໄດ້ໃຫ້ບັບຕິສະມາໄວ້ກັບການກັບໃຈ, ຊຶ່ງໃນການນັ້ນ ມີ ການປົດບາບຢ່າງຫລວງຫລາຍ. ແລະ ຜູ້ຄົນເລີ່ມມີສັນຕິສຸກອີກດັ່ງນັ້ນໃນແຜ່ນດິນ.
24 ແລະ ມັນບໍ່ມີການຂັດແຍ້ງກັນເລີຍ, ນອກຈາກຄົນຈຳນວນບໍ່ເທົ່າໃດຄົນທີ່ເລີ່ມຕົ້ນສັ່ງສອນ, ໂດຍພະຍາຍາມພິສູດຕາມພຣະຄຳພີວ່າ ມັນບໍ່ ຈຳເປັນທີ່ຈະປະຕິບັດຕາມກົດຂອງໂມເຊອີກຕໍ່ໄປ. ບັດນີ້ໃນເລື່ອງນີ້ ພວກເຂົາໄດ້ເຮັດຜິດໂດຍບໍ່ເຂົ້າໃຈພຣະຄຳພີ.
25 ແຕ່ເຫດການໄດ້ບັງເກີດຂຶ້ນຄື ບໍ່ດົນພວກເຂົາກໍໄດ້ປ່ຽນໃຈເຫລື້ອມໃສ, ແລະ ຍອມຮັບຄວາມຜິດທີ່ພວກເຂົາຕົກຢູ່, ເພາະມັນໄດ້ເຮັດໃຫ້ເປັນທີ່ຮູ້ຈັກແກ່ພວກເຂົາວ່າ ກົດຍັງບໍ່ ສົມບູນເທື່ອ, ແລະ ວ່າມັນຈະຕ້ອງສົມບູນທຸກຂໍ້; ແທ້ຈິງແລ້ວ, ຖ້ອຍຄຳໄດ້ມາເຖິງພວກເຂົາວ່າ ມັນຕ້ອງສົມບູນທັງໝົດ; ແທ້ຈິງແລ້ວ, ວ່າຈຸດໜຶ່ງ ຫລື ຂີດໜຶ່ງກໍຈະບໍ່ຜ່ານໄປຈົນກວ່າວ່າມັນຈະສົມບູນເສຍກ່ອນ; ສະນັ້ນໃນປີດຽວກັນນີ້ ພວກເຂົາຈຶ່ງໄດ້ຖືກນຳມາສູ່ຄວາມຮູ້ເຖິງຄວາມຜິດຂອງພວກເຂົາ ແລະ ໄດ້ ສາລະພາບຄວາມຜິດຂອງພວກເຂົາ.
26 ແລະ ປີທີເກົ້າສິບສອງໄດ້ຜ່ານໄປດັ່ງນັ້ນ, ນຳຂ່າວອັນໜ້າຊື່ນຊົມມາເຖິງຜູ້ຄົນ ເພາະເຄື່ອງໝາຍໄດ້ບັງເກີດຂຶ້ນຕາມຄຳທຳນາຍຂອງສາດສະດາຜູ້ບໍລິສຸດທັງຫລາຍ.
27 ແລະ ເຫດການໄດ້ບັງເກີດຂຶ້ນຄື ປີເກົ້າສິບສາມໄດ້ຜ່ານໄປດ້ວຍສັນຕິສຸກ ນອກຈາກພວກ ໂຈນແກດີອານທັນເທົ່ານັ້ນຜູ້ທີ່ອາໄສຢູ່ໃນພູຜາປ່າດົງ, ຜູ້ທີ່ມາລົບກວນບ້ານເມືອງ; ເພາະທີ່ໝັ້ນຂອງພວກເຂົາ ແລະ ບ່ອນລີ້ຊ່ອນຕົວຂອງພວກເຂົານັ້ນເຂັ້ມແຂງຫລາຍຈົນວ່າຜູ້ຄົນເອົາຊະນະພວກເຂົາບໍ່ໄດ້; ສະນັ້ນ ພວກເຂົາຈຶ່ງໄດ້ເຮັດການຄາດຕະກຳຢ່າງຫລວງຫລາຍ, ແລະ ໄດ້ທຳການຂ້າຟັນຢ່າງຫລວງຫລາຍໃນບັນດາຜູ້ຄົນ.
28 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນປີທີເກົ້າສິບສີ່ ພວກເຂົາເລີ່ມມີກຳລັງເພີ່ມຂຶ້ນຢ່າງຫລວງຫລາຍ, ເພາະມີຄົນຢ່າງຫລວງຫລາຍທີ່ແຍກອອກໄປຈາກຊາວນີໄຟໜີໄປຫາພວກເຂົາ, ຊຶ່ງໄດ້ເຮັດໃຫ້ເກີດຄວາມເສົ້າສະຫລົດໃຈຫລາຍແກ່ຊາວນີໄຟເຫລົ່ານັ້ນທີ່ຄົງຢູ່ໃນແຜ່ນດິນ.
29 ແລະ ມີເຫດໃຫ້ເກີດຄວາມເສົ້າສະຫລົດໃຈຫລາຍໃນບັນດາຊາວເລມັນນຳອີກ; ເພາະຈົ່ງເບິ່ງ, ພວກເຂົາໄດ້ມີລູກຫລານຢ່າງຫລວງຫລາຍທີ່ໄດ້ເຕີບໂຕ ແລະ ເລີ່ມມີອາຍຸຫລາຍຂຶ້ນ, ຈົນເປັນຕົວຂອງຕົວເອງ, ແລະ ຖືກບາງຄົນຊຶ່ງເປັນ ຊາວໂຊຣຳ ຊັກນຳໄປ, ໂດຍການເວົ້າຕົວະ ແລະ ໂດຍການຍົກຍ້ອງຂອງພວກເຂົາ, ເພື່ອໄປເຂົ້າຮ່ວມກັບພວກໂຈນແກດີອານທັນເຫລົ່ານັ້ນ.
30 ແລະ ຊາວເລມັນຈຶ່ງເປັນທຸກເຊັ່ນນັ້ນເໝືອນກັນ, ແລະ ເລີ່ມເສື່ອມລົງໃນສັດທາ ແລະ ຄວາມຊອບທຳຂອງພວກເຂົາ, ເພາະຄວາມຊົ່ວຮ້າຍຂອງຄົນລຸ້ນໃໝ່.