ບົດທີ 15
ແອວມາກັບແອມມິວເລັກໄປຫາເມືອງໄຊດຳ ແລະ ໄດ້ສະຖາປະນາສາດສະໜາຈັກຂຶ້ນ—ແອວມາໄດ້ປິ່ນປົວຊີເອສຣອມຜູ້ໄດ້ເຂົ້າຮ່ວມສາດສະໜາຈັກ—ຫລາຍຄົນໄດ້ຮັບບັບຕິສະມາ, ແລະ ສາດສະໜາຈັກກໍຈະເລີນຮຸ່ງເຮືອງຂຶ້ນ—ແອວມາກັບແອມມິວເລັກໄດ້ກັບໄປຫາເຊຣາເຮັມລາ. ປະມານ 81 ປີ ກ່ອນ ຄ.ສ.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ແອວມາກັບແອມມິວເລັກໄດ້ຮັບພຣະບັນຊາໃຫ້ອອກຈາກເມືອງນັ້ນ ແລະ ພວກເພິ່ນໄດ້ອອກໄປ ແລະ ມາແວ່ແຜ່ນດິນໄຊດຳ; ແລະ ຈົ່ງເບິ່ງ, ບ່ອນນັ້ນພວກເພິ່ນໄດ້ເຫັນຜູ້ຄົນທັງໝົດທີ່ອອກຈາກແຜ່ນດິນ ອຳໂມນໄນຮາ, ຊຶ່ງພວກເຂົາຖືກ ຂັບໄລ່ໜີ ແລະ ຖືກແກວ່ງກ້ອນຫີນໃສ່, ເພາະພວກເຂົາເຊື່ອໃນຄຳເວົ້າຂອງແອວມາ.
2 ແລະ ພວກເພິ່ນໄດ້ເລົ່າໃຫ້ພວກເຂົາຟັງເຖິງເລື່ອງທັງໝົດທີ່ໄດ້ເກີດຂຶ້ນກັບ ເມຍ ແລະ ລູກຂອງພວກເຂົາ, ແລະ ເລື່ອງທີ່ໄດ້ເກີດຂຶ້ນກັບຕົວພວກເພິ່ນເອງນຳອີກ ແລະ ເຖິງ ອຳນາດແຫ່ງການປົດປ່ອຍຂອງພວກເພິ່ນ.
3 ແລະ ຊີເອສຣອມໄດ້ນອນໄຂ້ຢູ່ທີ່ໄຊດໍາດ້ວຍໄຂ້ຄີງຮ້ອນ, ຊຶ່ງເກີດຂຶ້ນເພາະຄວາມຍາກລຳບາກທີ່ສຸດໃນຈິດໃຈຂອງລາວເນື່ອງຈາກ ຄວາມຊົ່ວຮ້າຍຂອງລາວເອງ, ເພາະລາວຄິດວ່າ ແອວມາກັບແອມມິວເລັກໄດ້ຕາຍໄປແລ້ວ; ແລະ ຄິດວ່າພວກເພິ່ນຖືກຂ້າຕາຍ ເພາະຄວາມຊົ່ວຮ້າຍຂອງລາວ. ແລະ ບາບອັນໃຫຍ່ຫລວງນີ້ກັບບາບອື່ນໆຫລາຍຢ່າງຂອງລາວໄດ້ທໍລະມານຈິດໃຈຂອງລາວຈົນກາຍເປັນຄວາມເຈັບປວດຢ່າງໜັກທີ່ປິ່ນປົວບໍ່ໄດ້; ສະນັ້ນ ລາວຈຶ່ງຮ້ອນຮົນດ້ວຍຄວາມຮ້ອນທີ່ລຸກເປັນໄຟ.
4 ບັດນີ້, ເວລາລາວໄດ້ຍິນວ່າ ແອວມາກັບແອມມິວເລັກຢູ່ໃນແຜ່ນດິນໄຊດຳ, ໃຈຂອງລາວເລີ່ມມີກຳລັງຂຶ້ນ; ແລະ ລາວໄດ້ສົ່ງຂ່າວໄປຫາພວກເພິ່ນທັນທີ ໂດຍປາດຖະໜາໃຫ້ພວກເພິ່ນມາຫາລາວ.
5 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເພິ່ນໄດ້ໄປທັນທີໂດຍເຊື່ອໃນຂ່າວທີ່ພວກເພິ່ນໄດ້ຮັບ; ແລະ ພວກເພິ່ນໄດ້ເຂົ້າໄປໃນເຮືອນຫາຊີເອສຣອມ; ແລະ ໄດ້ພົບລາວກຳລັງນອນຢູ່ເທິງຕຽງ, ເຈັບປ່ວຍຢູ່, ລາວໄດ້ລົດກຳລັງດ້ວຍໄຂ້ຄີງຮ້ອນ; ແລະ ຈິດໃຈຂອງລາວເຈັບປວດທີ່ສຸດຍ້ອນຄວາມຊົ່ວຮ້າຍຂອງຕົນເອງ; ແລະ ເມື່ອລາວເຫັນພວກເພິ່ນ ລາວໄດ້ເດ່ມືອອກໄປ ແລະ ວິງວອນພວກເພິ່ນໃຫ້ປິ່ນປົວລາວ.
6 ແລະ ເຫດການໄດ້ບັງເກີດຂຶ້ນຄື ແອວມາໄດ້ຈັບມືລາວ, ແລະ ຖາມວ່າ: ເຈົ້າ ເຊື່ອໃນອຳນາດຂອງພຣະຄຣິດອັນຈະນຳໄປສູ່ຄວາມລອດບໍ່?
7 ແລະ ລາວຕອບ ແລະ ເວົ້າວ່າ: ແທ້ຈິງແລ້ວ, ຂ້ານ້ອຍເຊື່ອຖືໃນຄຳເວົ້າທັງໝົດທີ່ທ່ານໄດ້ສິດສອນ.
8 ແລະ ແອວມາເວົ້າວ່າ: ຖ້າຫາກເຈົ້າເຊື່ອໃນການໄຖ່ຂອງພຣະຄຣິດ ເຈົ້າກໍຈະ ຫາຍດີໄດ້.
9 ແລະ ລາວເວົ້າວ່າ: ແທ້ຈິງແລ້ວ, ຂ້ານ້ອຍເຊື່ອໃນຄຳເວົ້າຂອງພວກທ່ານ.
10 ແລະ ຈາກນັ້ນແອວມາຈຶ່ງຮ້ອງທູນຕໍ່ພຣະຜູ້ເປັນເຈົ້າ, ກ່າວວ່າ: ໂອ້ ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກຂ້ານ້ອຍ, ຈົ່ງມີເມດຕາຕໍ່ຄົນຜູ້ນີ້ດ້ວຍເຖີດ, ແລະ ຈົ່ງ ປິ່ນປົວລາວຕາມສັດທາຂອງລາວທີ່ມີຕໍ່ພຣະຄຣິດ.
11 ແລະ ເມື່ອແອວມາເວົ້າຂໍ້ຄວາມນີ້ແລ້ວ, ຊີເອສຣອມກໍ ຜູດລຸກຂຶ້ນ, ແລະ ເລີ່ມຍ່າງໄປ; ແລະ ເລື່ອງນີ້ເຮັດໃຫ້ເປັນທີ່ແປກປະຫລາດໃຈຢ່າງໃຫຍ່ຫລວງແກ່ຜູ້ຄົນທັງປວງ; ແລະ ຄວາມຮູ້ກ່ຽວກັບເລື່ອງນີ້ໄດ້ແຜ່ຂະຫຍາຍໄປທົ່ວແຜ່ນດິນໄຊດຳ.
12 ແລະ ແອວມາໄດ້ໃຫ້ບັບຕິສະມາແກ່ຊີເອສຣອມໄວ້ກັບພຣະຜູ້ເປັນເຈົ້າ; ແລະ ນັບແຕ່ເວລານັ້ນໄປ ລາວໄດ້ເລີ່ມສັ່ງສອນຜູ້ຄົນ.
13 ແລະ ແອວມາໄດ້ສະຖາປະນາສາດສະໜາຈັກຂຶ້ນໃນແຜ່ນດິນໄຊດຳ, ແລະ ໄດ້ແຕ່ງຕັ້ງປະໂລຫິດ ແລະ ຄູສອນໄວ້ໃນແຜ່ນດິນ, ເພື່ອໃຫ້ບັບຕິສະມາຜູ້ໃດກໍຕາມທີ່ປາດຖະໜາຈະຮັບບັບຕິສະມາໄວ້ກັບພຣະຜູ້ເປັນເຈົ້າ.
14 ແລະ ເຫດການໄດ້ບັງເກີດຂຶ້ນຄື ໄດ້ມີຫລາຍຄົນ; ເພາະພວກເຂົາໄດ້ມາຈາກທຸກພາກພື້ນໂດຍອ້ອມຮອບເມືອງໄຊດຳ, ແລະ ໄດ້ຮັບບັບຕິສະມາ.
15 ແຕ່ສຳລັບຜູ້ທີ່ຢູ່ໃນແຜ່ນດິນອຳໂມນໄນຮານັ້ນ, ພວກເຂົາຍັງເປັນຜູ້ຄົນທີ່ມີໃຈແຂງກະດ້າງ ແລະ ແຂງຄໍຢູ່; ແລະ ພວກເຂົາບໍ່ໄດ້ກັບໃຈເລີຍຈາກບາບຂອງພວກເຂົາ, ອ້າງວ່າອຳນາດທັງໝົດຂອງແອວມາກັບແອມມິວເລັກມາຈາກມານ; ເພາະວ່າພວກມີວິຊາຊີບດຽວກັນກັບ ນີຮໍບໍ່ເຊື່ອຖືໃນການກັບໃຈຈາກບາບຂອງພວກເຂົາ.
16 ແລະ ເຫດການໄດ້ບັງເກີດຂຶ້ນຄື ສ່ວນແອວມາກັບແອມມິວເລັກນັ້ນ, ໂດຍທີ່ແອມມິວເລັກໄດ້ ປະຖິ້ມຄຳຂອງລາວ, ແລະ ເງິນ, ແລະ ສິ່ງທີ່ມີຄ່າທັງໝົດຂອງລາວຢູ່ໃນແຜ່ນດິນອຳໂມນໄນຮາເພື່ອພຣະຄຳຂອງພຣະເຈົ້າ, ໂດຍທີ່ລາວຖືກ ປະຕິເສດໂດຍຜູ້ທີ່ເປັນໝູ່ເພື່ອນ ແລະ ໂດຍບິດາຂອງລາວ ແລະ ໂດຍຍາດພີ່ນ້ອງຂອງລາວ;
17 ສະນັ້ນ, ຫລັງຈາກແອວມາໄດ້ສະຖາປະນາສາດສະໜາຈັກຂຶ້ນທີ່ໄຊດຳແລ້ວ, ໂດຍທີ່ເຫັນ ການຍົກເລີກອັນໃຫຍ່ຫລວງ, ແທ້ຈິງແລ້ວ, ເຫັນຜູ້ຄົນຍົກເລີກຄວາມທະນົງໃຈ, ແລະ ເລີ່ມ ຖ່ອມຕົວຕໍ່ພຣະພັກຂອງພຣະເຈົ້າ, ແລະ ເລີ່ມມາຊຸມນຸມກັນຢູ່ບ່ອນລີ້ໄພຂອງພວກເຂົາ ເພື່ອ ນະມັດສະການພຣະເຈົ້າຕໍ່ໜ້າແທ່ນບູຊາ, ເບິ່ງ ແລະ ອະທິຖານຢ່າງສະໝ່ຳສະເໝີ, ເພື່ອພວກເຂົາຈະໄດ້ລອດພົ້ນຈາກຊາຕານ, ແລະ ຈາກ ຄວາມຕາຍ, ແລະ ຈາກຄວາມພິນາດ—
18 ບັດນີ້ຄືກັນກັບຂ້າພະເຈົ້າໄດ້ເວົ້າໄວ້, ໂດຍທີ່ແອວມາເຫັນສິ່ງເຫລົ່ານີ້ທັງໝົດແລ້ວ, ສະນັ້ນ ເພິ່ນຈຶ່ງພາແອມມິວເລັກຂ້າມມາຫາແຜ່ນດິນເຊຣາເຮັມລາ, ແລະ ພາລາວໄປເຮືອນຂອງຕົນ, ແລະ ໄດ້ປະຕິບັດກັບລາວໃນຄວາມຍາກລຳບາກຂອງລາວ, ແລະ ເຮັດໃຫ້ລາວເຂັ້ມແຂງຂຶ້ນໃນພຣະຜູ້ເປັນເຈົ້າ.
19 ແລະ ປີທີສິບຂອງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟໄດ້ສິ້ນສຸດລົງດັ່ງນີ້.