ບົດທີ 19
ລາໂມໄນໄດ້ຮັບຄວາມສະຫວ່າງແຫ່ງຊີວິດອັນເປັນນິດ ແລະ ເຫັນພຣະຜູ້ໄຖ່—ຄົນໃນວັງຂອງເພິ່ນຕົກສະເງີ້ ແລະ ຫລາຍຄົນເຫັນເຫລົ່າທູດ—ອຳໂມນໄດ້ຖືກໄວ້ຊີວິດຢ່າງມະຫັດສະຈັນ—ລາວໄດ້ບັບຕິສະມາຫລາຍຄົນ ແລະ ໄດ້ສະຖາປະນາສາດສະໜາຈັກຂຶ້ນໃນບັນດາພວກເຂົາ. ປະມານ 90 ປີ ກ່ອນ ຄ.ສ.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກສອງມື້ກັບສອງຄືນ ແລະ ພວກເຂົາເກືອບຈະເອົາຮ່າງກາຍຂອງກະສັດໄປວາງໄວ້ໃນຖ້ຳ ຊຶ່ງພວກເຂົາເຮັດໄວ້ເພື່ອຈຸດປະສົງໃນການຝັງສົບ.
2 ບັດນີ້ລາຊີນີ ໂດຍທີ່ໄດ້ຍິນຊື່ສຽງຂອງອຳໂມນ, ສະນັ້ນ ນາງຈຶ່ງສົ່ງຄົນໄປ ແລະ ປາດຖະໜາໃຫ້ລາວມາຫານາງ.
3 ແລະ ເຫດການໄດ້ບັງເກີດຂຶ້ນຄື ອຳໂມນໄດ້ກະທຳຕາມຄຳສັ່ງ ແລະ ໄດ້ເຂົ້າໄປຫາລາຊີນີເພື່ອຢາກຮູ້ວ່ານາງປາດຖະໜາໃຫ້ລາວເຮັດສິ່ງໃດ.
4 ແລະ ນາງໄດ້ເວົ້າກັບລາວວ່າ: ຂ້າໃຊ້ຂອງສາມີຂອງຂ້າພະເຈົ້າເຮັດໃຫ້ເປັນທີ່ຮູ້ຈັກແກ່ຂ້າພະເຈົ້າວ່າ ເຈົ້າເປັນ ສາດສະດາຂອງພຣະເຈົ້າຜູ້ບໍລິສຸດອົງໜຶ່ງ, ແລະ ວ່າເຈົ້າມີອຳນາດທີ່ຈະເຮັດວຽກອັນຍິ່ງໃຫຍ່ຫລາຍຢ່າງໃນພຣະນາມຂອງພຣະອົງ;
5 ສະນັ້ນ, ຖ້າຫາກເປັນແນວນັ້ນແທ້, ຂ້າພະເຈົ້າຢາກໃຫ້ເຈົ້າເຂົ້າໄປເບິ່ງສາມີຂອງຂ້າພະເຈົ້າ, ເພາະວ່າເພິ່ນໄດ້ນອນຢູ່ເທິງຕຽງຂອງເພິ່ນເປັນເວລາສອງມື້ສອງຄືນແລ້ວ; ແລະ ບາງຄົນເວົ້າວ່າເພິ່ນຍັງບໍ່ທັນຕາຍ, ແຕ່ບາງຄົນກໍເວົ້າວ່າເພິ່ນຕາຍແລ້ວ, ແລະ ວ່າເພິ່ນມີກິ່ນເໝັນ, ແລະວ່າຄວນຈະເອົາໄປໄວ້ໃນຖ້ຳເສຍ; ແຕ່ສຳລັບຂ້າພະເຈົ້າແລ້ວ ເພິ່ນບໍ່ມີກິ່ນເໝັນເລີຍ.
6 ບັດນີ້, ເປັນສິ່ງທີ່ອຳໂມນປາດຖະໜາ, ເພາະວ່າລາວຮູ້ວ່າກະສັດລາໂມໄນຢູ່ພາຍໃຕ້ອຳນາດຂອງພຣະເຈົ້າ; ລາວຮູ້ຈັກວ່າ ມ່ານອັນມືດມົວແຫ່ງຄວາມບໍ່ເຊື່ອຖືຖືກໂຍນຖິ້ມໄປຈາກຈິດໃຈຂອງເພິ່ນແລ້ວ, ແລະ ຄວາມສະຫວ່າງຊຶ່ງເຮັດໃຫ້ຈິດໃຈຂອງເພິ່ນແຈ້ງ ສະຫວ່າງ ຊຶ່ງເປັນແສງສະຫວ່າງແຫ່ງລັດສະໝີພາບຂອງພຣະເຈົ້າ, ຊຶ່ງເປັນແສງສະຫວ່າງອັນໜ້າອັດສະຈັນໃຈແຫ່ງພຣະກະລຸນາທິຄຸນຂອງພຣະອົງ—ແທ້ຈິງແລ້ວ, ແສງສະຫວ່າງນີ້ໄດ້ນຳຄວາມສຸກເຂົ້າໄປໃນຈິດວິນຍານຂອງເພິ່ນ, ໂດຍທີ່ເມກແຫ່ງຄວາມມືດມົວຖືກປັດອອກໄປແລ້ວ, ແລະ ວ່າຄວາມສະຫວ່າງແຫ່ງຊີວິດອັນເປັນນິດ ໄດ້ຮຸ່ງເຮືອງຢູ່ໃນຈິດວິນຍານຂອງເພິ່ນ, ແທ້ຈິງແລ້ວ, ລາວຮູ້ຈັກວ່າສິ່ງເຫລົ່ານີ້ເຮັດໃຫ້ຮ່າງກາຍທຳມະຊາດຂອງເພິ່ນໝົດກຳລັງ, ແລະ ເພິ່ນຈຶ່ງຖືກພາໄປຫາພຣະເຈົ້າ—
7 ສະນັ້ນ, ສິ່ງທີ່ລາຊີນີປາດຖະໜາຈາກລາວກໍຄືສິ່ງທີ່ລາວປາດຖະໜາຢາກຈະເຮັດ. ສະນັ້ນ, ລາວຈຶ່ງເຂົ້າໄປເບິ່ງກະສັດຕາມຄວາມປາດຖະໜາຂອງລາຊີນີ; ແລະ ລາວໄດ້ເຫັນກະສັດ ແລະ ຮູ້ວ່າເພິ່ນບໍ່ໄດ້ຕາຍ.
8 ແລະ ລາວໄດ້ເວົ້າກັບລາຊີນີວ່າ: ເພິ່ນບໍ່ໄດ້ຕາຍດອກ, ແຕ່ເພິ່ນນອນຫລັບຢູ່ກັບພຣະເຈົ້າ, ແລະ ໃນມື້ອື່ນ ເພິ່ນກໍຈະລຸກຂຶ້ນ; ສະນັ້ນ ຢ່າຟ້າວຝັງເພິ່ນເທື່ອ.
9 ແລະ ອຳໂມນໄດ້ຖາມນາງວ່າ: ທ່ານເຊື່ອເລື່ອງນີ້ບໍ? ແລະ ນາງຕອບວ່າ: ຂ້າພະເຈົ້າບໍ່ມີພະຍານນອກຈາກຄຳເວົ້າຂອງເຈົ້າ, ແລະ ຄຳເວົ້າຂອງຂ້າໃຊ້ເຫລົ່ານັ້ນຂອງຂ້າພະເຈົ້າ; ເຖິງຢ່າງໃດກໍຕາມ ຂ້າພະເຈົ້າຍັງເຊື່ອວ່າມັນຕ້ອງເປັນໄປຕາມຄຳເວົ້າຂອງເຈົ້າ.
10 ແລະ ອຳໂມນໄດ້ກ່າວກັບນາງວ່າ: ທ່ານເປັນສຸກແລ້ວ ເພາະສັດທາອັນແຮງກ້າຂອງທ່ານ; ຂ້ານ້ອຍກ່າວກັບທ່ານວ່າ, ບໍ່ເຄີຍມີແມ່ຍິງທີ່ມີ ສັດທາອັນຍິ່ງໃຫຍ່ແບບນີ້ເລີຍໃນບັນດາຜູ້ຄົນຂອງຊາວນີໄຟທັງໝົດ.
11 ແລະ ເຫດການໄດ້ບັງເກີດຂຶ້ນຄື ນາງໄດ້ເຝົ້າຢູ່ຂ້າງຕຽງຂອງສາມີຂອງນາງນັບແຕ່ເວລານັ້ນ, ຈົນຮອດມື້ອື່ນຕາມທີ່ອຳໂມນກຳນົດໄວ້ວ່າກະສັດຈະລຸກຂຶ້ນ.
12 ແລະ ເຫດການໄດ້ບັງເກີດຂຶ້ນຄື ເພິ່ນໄດ້ລຸກຂຶ້ນຕາມຄຳເວົ້າຂອງອຳໂມນ; ແລະ ເວລາທີ່ເພິ່ນລຸກຂຶ້ນມາ ເພິ່ນໄດ້ເດ່ມືອອກໄປຫາຜູ້ຍິງນັ້ນ, ແລະ ກ່າວວ່າ: ຂໍພຣະນາມຂອງພຣະເຈົ້າຈົ່ງພຣະກະເສີມສຳລານເຖີດ, ແລະ ນາງເປັນສຸກແລ້ວ.
13 ເພາະແນ່ນອນດັ່ງທີ່ນາງມີຊີວິດ, ຈົ່ງເບິ່ງ, ຂ້າພະເຈົ້າໄດ້ເຫັນພຣະຜູ້ໄຖ່ຂອງຂ້າພະເຈົ້າແລ້ວສັນນັ້ນ, ແລະ ພຣະອົງກໍຈະສະເດັດມາ ແລະ ກຳເນີດຈາກ ຍິງຄົນໜຶ່ງ, ແລະ ພຣະອົງຈະໄຖ່ມະນຸດທັງໝົດຜູ້ທີ່ເຊື່ອໃນພຣະນາມຂອງພຣະອົງ. ບັດນີ້, ເມື່ອເພິ່ນກ່າວຂໍ້ຄວາມນີ້ແລ້ວ, ໃຈຂອງເພິ່ນກໍພອງຂຶ້ນຢູ່ພາຍໃນ ແລະ ເພິ່ນກໍລົ້ມຟຸບລົງດ້ວຍຄວາມສຸກ; ແລະ ລາຊີນີກໍລົ້ມລົງນຳກັນ, ຊຶ່ງໝົດກຳລັງໂດຍພຣະວິນຍານ.
14 ບັດນີ້ອຳໂມນ ໂດຍທີ່ເຫັນພຣະວິນຍານຂອງພຣະຜູ້ເປັນເຈົ້າໄດ້ຖອກເທລົງມາຕາມ ຄຳອະທິຖານຂອງລາວ ເທິງຊາວເລມັນພີ່ນ້ອງຂອງລາວ, ຜູ້ເປັນເຫດຂອງຄວາມເປັນທຸກຢ່າງສາຫັດໃນບັນດາຊາວນີໄຟ, ຫລື ວ່າໃນບັນດາຜູ້ຄົນທັງໝົດຂອງພຣະເຈົ້າ ເພາະວ່າຄວາມຊົ່ວຮ້າຍຂອງພວກເຂົາ ແລະ ຮີດຄອງປະເພນີຂອງພວກເຂົາ, ລາວຈຶ່ງຄຸເຂົ່າລົງ, ແລະ ເລີ່ມຖອກເທຈິດວິນຍານຂອງລາວໃນການອະທິຖານ ແລະ ຖວາຍການຂອບພຣະໄທພຣະເຈົ້າສຳລັບສິ່ງທີ່ພຣະອົງໄດ້ກະທຳຕໍ່ພີ່ນ້ອງຂອງລາວ; ແລະ ຕົວລາວເອງກໍໝົດກຳລັງໄປດ້ວຍ ຄວາມສຸກ; ແລະ ຄົນທັງສາມກໍ ລົ້ມຟຸບລົງຢູ່ກັບພື້ນດິນແບບນັ້ນ.
15 ບັດນີ້, ພວກຂ້າໃຊ້ຂອງກະສັດເຫັນວ່າພວກເພິ່ນລົ້ມລົງຢູ່, ພວກເຂົາຈຶ່ງເລີ່ມຮ້ອງທູນຕໍ່ພຣະເຈົ້າຄືກັນ, ເພາະຄວາມຢ້ານກົວພຣະຜູ້ເປັນເຈົ້າໄດ້ເກີດກັບພວກເຂົາຄືກັນ, ເພາະ ພວກເຂົາເປັນຜູ້ທີ່ໄດ້ຢືນຢັນຕໍ່ກະສັດ ແລະ ເປັນພະຍານກ່ຽວກັບອຳນາດອັນຍິ່ງໃຫຍ່ຂອງອຳໂມນ.
16 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ເອີ້ນຫາພຣະນາມຂອງພຣະຜູ້ເປັນເຈົ້າດ້ວຍກຳລັງຂອງພວກເຂົາຈົນວ່າພວກເຂົາທັງໝົດລົ້ມລົງຢູ່ກັບພື້ນດິນຄືກັນ, ນອກຈາກແມ່ຍິງຊາວເລມັນຜູ້ດຽວເທົ່ານັ້ນ, ຜູ້ຊື່ວ່າ ເອບິດ, ໂດຍທີ່ນາງໄດ້ປ່ຽນໃຈເຫລື້ອມໃສໃນພຣະຜູ້ເປັນເຈົ້າຫລາຍປີມາແລ້ວເນື່ອງມາຈາກພາບນິມິດອັນແປກປະຫລາດຈາກບິດາຂອງນາງ—
17 ໂດຍທີ່ປ່ຽນໃຈເຫລື້ອມໃສໃນພຣະຜູ້ເປັນເຈົ້າແນວນີ້, ແລະ ບໍ່ເຄີຍເຮັດໃຫ້ຜູ້ໃດຮູ້ຈັກ, ສະນັ້ນ, ເມື່ອນາງເຫັນພວກຂ້າໃຊ້ຂອງລາໂມໄນທຸກຄົນລົ້ມລົງຢູ່ກັບພື້ນດິນ, ແລະ ພ້ອມທັງລາຊີນີເຈົ້ານາຍຂອງນາງອີກ, ແລະ ກະສັດ, ແລະ ອຳໂມນນອນຢຽດຢູ່ກັບພື້ນດິນ, ນາງກໍຮູ້ວ່າ ມັນເປັນອຳນາດຂອງພຣະເຈົ້າ; ແລະ ນາງຄິດວ່າ ມັນເປັນໂອກາດທີ່ຈະເຮັດໃຫ້ທຸກຄົນຮູ້ວ່າມີຫຍັງເກີດຂຶ້ນກັບພວກເພິ່ນ, ໂດຍພາບນີ້ຍ່ອມຈະ ເຮັດໃຫ້ທຸກໆຄົນເຊື່ອຖືໃນອຳນາດຂອງພຣະເຈົ້າ, ສະນັ້ນ ນາງຈຶ່ງໄດ້ແລ່ນໄປຫາແຕ່ລະເຮືອນເພື່ອໃຫ້ທຸກຄົນຮູ້ຈັກ.
18 ແລະ ບັດນີ້ຄົນທັງຫລາຍໄດ້ເລີ່ມມາເຕົ້າໂຮມກັນທີ່ວັງຂອງກະສັດ. ແລະ ໄດ້ເຮັດໃຫ້ຝູງຊົນຈຳນວນຫລວງຫລາຍແປກປະຫລາດໃຈ, ເມື່ອພວກເຂົາເຫັນກະສັດ, ແລະ ລາຊີນີ, ແລະ ພວກຂ້າໃຊ້ຂອງພວກເພິ່ນນອນຢຽດຢູ່ກັບພື້ນດິນ, ແລະ ພວກເພິ່ນນອນຢູ່ບ່ອນນັ້ນຄືກັບຕາຍແລ້ວ; ແລະ ພວກເຂົາເຫັນອຳໂມນນຳອີກ, ແລະ ຈົ່ງເບິ່ງ, ອຳໂມນເປັນຄົນນີໄຟ.
19 ແລະ ບັດນີ້ຜູ້ຄົນເລີ່ມຈົ່ມວ່າໃນບັນດາພວກເຂົາ; ບາງຄົນເວົ້າວ່າເປັນຄວາມຊົ່ວອັນໃຫຍ່ຫລວງທີ່ເກີດກັບພວກເພິ່ນ, ຫລື ກັບກະສັດ ແລະ ວັງຂອງເພິ່ນ, ເພາະເພິ່ນໄດ້ຮັບເອົາຊາວນີໄຟ ມາຢູ່ໃນແຜ່ນດິນ.
20 ແລະ ບາງຄົນກໍຕິຕຽນພວກເພິ່ນ, ໂດຍກ່າວວ່າ: ກະສັດໄດ້ນຳເອົາຄວາມຊົ່ວນີ້ມາສູ່ວັງຂອງເພິ່ນ, ກໍເພາະວ່າເພິ່ນໄດ້ຂ້າພວກຂ້າໃຊ້ຂອງເພິ່ນ ຜູ້ທີ່ເຮັດໃຫ້ຝູງສັດລ້ຽງຂອງເພິ່ນກະຈັດກະຈາຍໄປທີ່ ນ້ຳຊີບັດ.
21 ແລະ ພວກທີ່ໄປຢືນຢູ່ໃກ້ນ້ຳຊີບັດທີ່ເຮັດໃຫ້ຝູງສັດລ້ຽງຂອງກະສັດ ກະຈັດກະຈາຍໄປກໍໄດ້ມາຕິຕຽນ ພວກເພິ່ນນຳອີກ, ເພາະວ່າພວກເຂົາຄຽດແຄ້ນໃຫ້ອຳໂມນ ຍ້ອນວ່າພີ່ນ້ອງຂອງພວກເຂົາຈຳນວນໜຶ່ງຖືກລາວຂ້າຖິ້ມທີ່ນ້ຳຊີບັດຂະນະທີ່ລາວກຳລັງປ້ອງກັນຝູງສັດລ້ຽງຂອງກະສັດຢູ່.
22 ບັດນີ້, ຄົນຜູ້ໜຶ່ງຂອງພວກເຂົາ ຊຶ່ງອ້າຍນ້ອງຂອງລາວຖືກ ຂ້າດ້ວຍດາບຂອງອຳໂມນ, ໂດຍທີ່ມີຄວາມຄຽດແຄ້ນຫລາຍທີ່ສຸດໃຫ້ອຳໂມນ ຈຶ່ງໄດ້ຖອດດາບຂອງຕົນ ແລະ ອອກໄປເພື່ອຈະຟັນອຳໂມນ ເພື່ອລາວຈະໄດ້ຂ້າລາວຖິ້ມເສຍ; ແລະ ເວລາທີ່ລາວຍົກດາບຂຶ້ນເພື່ອຈະຟັນອຳໂມນນັ້ນ, ຈົ່ງເບິ່ງ, ລາວກໍລົ້ມລົງຕາຍ.
23 ບັດນີ້ພວກເຮົາເຫັນໄດ້ວ່າອຳໂມນຈະຖືກຂ້າບໍ່ໄດ້, ເພາະວ່າ ພຣະຜູ້ເປັນເຈົ້າໄດ້ກ່າວກັບໂມໄຊຢາບິດາຂອງລາວວ່າ: ເຮົາຈະໄວ້ຊີວິດລາວ, ແລະ ມັນຈະເປັນໄປຕາມສັດທາຂອງເຈົ້າ—ສະນັ້ນ, ໂມໄຊຢາຈຶ່ງ ມອບລູກຊາຍຂອງຕົນໃຫ້ແກ່ພຣະເຈົ້າ.
24 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາຝູງຊົນເຫັນວ່າຄົນຜູ້ນັ້ນ ຊຶ່ງຍົກດາບຂຶ້ນເພື່ອຈະຂ້າອຳໂມນໄດ້ລົ້ມລົງຕາຍ, ຄວາມຢ້ານກົວກໍເກີດຂຶ້ນກັບພວກເຂົາທັງໝົດ, ແລະ ບໍ່ກ້າຈະເອົາມືໄປແຕະຕ້ອງລາວ ຫລື ຄົນອື່ນໆທີ່ລົ້ມຢູ່ນັ້ນເລີຍ; ແລະ ພວກເຂົາເລີ່ມແປກໃຈໃນບັນດາພວກເຂົາອີກວ່າ ແມ່ນຫຍັງທີ່ເປັນເຫດຂອງອຳນາດອັນຍິ່ງໃຫຍ່ນີ້ ຫລື ວ່າເລື່ອງທັງໝົດນີ້ ໝາຍຄວາມວ່າແນວໃດ?
25 ແລະ ເຫດການໄດ້ບັງເກີດຂຶ້ນຄື ມີຫລາຍຄົນໃນບັນດາພວກເຂົາເວົ້າວ່າ ອຳໂມນເປັນ ພຣະວິນຍານທີ່ຍິ່ງໃຫຍ່ ແລະ ບາງຄົນກໍເວົ້າວ່າ ລາວຖືກພຣະວິນຍານທີ່ຍິ່ງໃຫຍ່ສົ່ງມາ;
26 ແຕ່ບາງຄົນໄດ້ຕິຕຽນຜູ້ຄົນທັງໝົດ, ໂດຍເວົ້າວ່າ ລາວເປັນຜີສາດທີ່ຊາວນີໄຟໄດ້ສົ່ງມາເພື່ອທໍລະມານພວກເຂົາ.
27 ແລະ ບາງຄົນກໍເວົ້າວ່າ ອຳໂມນຖືກພຣະວິນຍານທີ່ຍິ່ງໃຫຍ່ສົ່ງມາເພື່ອເຮັດໃຫ້ພວກເຂົາທຸກທໍລະມານ ເພາະວ່າຄວາມຊົ່ວຮ້າຍຂອງພວກເຂົາ; ແລະ ວ່າຄືພຣະວິນຍານທີ່ຍິ່ງໃຫຍ່ທີ່ຢູ່ກັບຊາວນີໄຟສະເໝີມາທີ່ໄດ້ປົດປ່ອຍພວກນັ້ນອອກຈາກກຳມືຂອງຕົນຕະຫລອດມາ; ແລະ ພວກເຂົາກ່າວວ່າ ນີ້ຄືພຣະວິນຍານທີ່ຍິ່ງໃຫຍ່ທີ່ທຳລາຍຊາວເລມັນ ພີ່ນ້ອງຂອງພວກເຂົາໃຫ້ເສຍຫາຍຢ່າງຫລວງຫລາຍ.
28 ແລະ ການຂັດແຍ້ງເລີ່ມຮຸນແຮງຂຶ້ນແບບນີ້ໃນບັນດາພວກເຂົາ. ແລະ ໃນຂະນະທີ່ພວກເຂົາກຳລັງຜິດຖຽງກັນຢູ່ນັ້ນ, ຜູ້ຍິງຂ້າໃຊ້ຊຶ່ງໄດ້ອອກໄປປ່າວປະກາດໃຫ້ຜູ້ຄົນມາຊຸມນຸມກັນກໍມາຮອດ, ແລະ ເມື່ອນາງເຫັນການຜິດຖຽງກັນທີ່ຮຸນແຮງໃນຝູງຊົນ ນາງກໍເສົ້າສະຫລົດໃຈຫລາຍຈົນວ່ານ້ຳຕາໄຫລອອກມາ.
29 ແລະ ເຫດການໄດ້ບັງເກີດຂຶ້ນຄື ນາງໄດ້ຈັບມືຂອງລາຊີນີເພື່ອນາງຈະໄດ້ຍົກນາງຂຶ້ນຈາກພື້ນ, ແລະ ທັນທີທີ່ນາງແຕະຕ້ອງມືຂອງນາງ, ນາງກໍລຸກຢືນຂຶ້ນດ້ວຍຕົວເອງ, ແລະ ຮ້ອງຂຶ້ນດ້ວຍສຽງອັນດັງ, ມີຄວາມວ່າ: ໂອ້ ພຣະເຢຊູຜູ້ຊົງມີບາລະມີເອີຍ, ຜູ້ຊ່ວຍຂ້ານ້ອຍໃຫ້ລອດຈາກນະລົກ ອັນເປັນຕາຢ້ານ! ໂອ້ ພຣະເຈົ້າຜູ້ຊົງມີບາລະມີເອີຍ, ຂໍຈົ່ງໂປດ ເມດຕາປານີຜູ້ຄົນພວກນີ້ດ້ວຍເຖີດ!
30 ແລະ ເວລານາງກ່າວດັ່ງນັ້ນແລ້ວ, ນາງກໍຕົບມືເຕັມໄປດ້ວຍຄວາມສຸກ, ເວົ້າຂໍ້ຄວາມຫລາຍຢ່າງ ຊຶ່ງບໍ່ອາດເຂົ້າໃຈໄດ້; ແລະ ເວລານາງເຮັດສິ່ງນີ້ແລ້ວ, ນາງຈຶ່ງຈັບມືກະສັດ, ລາໂມໄນ, ແລະ ຈົ່ງເບິ່ງ, ເພິ່ນໄດ້ລຸກຂຶ້ນ ແລະ ຢືນຂຶ້ນດ້ວຍຕົວເອງ.
31 ແລະ ເວລາເພິ່ນເຫັນການຂັດແຍ້ງໃນບັນດາຜູ້ຄົນຂອງເພິ່ນແລ້ວ, ເພິ່ນໄດ້ອອກໄປທັນທີ ແລະ ເລີ່ມຕົ້ນຕິຕຽນພວກເຂົາ, ແລະ ສິດສອນພວກເຂົາເຖິງ ຄຳເວົ້າທີ່ເພິ່ນໄດ້ຍິນຈາກປາກຂອງອຳໂມນ, ແລະ ຫລາຍຄົນທີ່ໄດ້ຍິນກໍເຊື່ອຖື ແລະ ປ່ຽນໃຈເຫລື້ອມໃສໃນພຣະຜູ້ເປັນເຈົ້າ.
32 ແລະ ມີຫລາຍຄົນໃນບັນດາພວກເຂົາທີ່ບໍ່ຍອມຟັງຄຳເວົ້າຂອງເພິ່ນ; ສະນັ້ນພວກເຂົາຈຶ່ງແຕກກັນໄປຕາມທາງຂອງພວກເຂົາ.
33 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາອຳໂມນລຸກຂຶ້ນ ລາວກໍໄດ້ປະຕິບັດສາດສະໜາກິດແກ່ພວກເຂົາພ້ອມທັງພວກຂ້າໃຊ້ທັງໝົດຂອງລາໂມໄນນຳອີກ, ແລະ ຄົນທັງໝົດນັ້ນໄດ້ປະກາດເລື່ອງດຽວກັນນີ້ແກ່ຜູ້ຄົນ—ວ່າພວກເຂົາໄດ້ ປ່ຽນໃຈແລ້ວ ແລະ ບໍ່ປາດຖະໜາຈະເຮັດ ຄວາມຊົ່ວອີກຕໍ່ໄປ.
34 ແລະ ຈົ່ງເບິ່ງ, ຫລາຍຄົນໄດ້ປະກາດແກ່ຜູ້ຄົນວ່າ ພວກເຂົາໄດ້ເຫັນ ເຫລົ່າທູດ ແລະ ໄດ້ສົນທະນາກັບພວກເພິ່ນ; ແລະ ພວກເພິ່ນໄດ້ບອກເຖິງເລື່ອງຂອງພຣະເຈົ້າ, ແລະ ເຖິງຄວາມຊອບທຳຂອງພຣະອົງ.
35 ແລະ ເຫດການໄດ້ບັງເກີດຂຶ້ນຄື ມີຫລາຍຄົນໄດ້ເຊື່ອໃນຄຳເວົ້າຂອງພວກເພິ່ນ; ແລະ ຫລາຍຕໍ່ຫລາຍຄົນທີ່ເຊື່ອກໍໄດ້ຮັບ ບັບຕິສະມາ; ແລະ ພວກເຂົາຈຶ່ງກັບມາເປັນຄົນທີ່ຊອບທຳ, ແລະ ພວກເຂົາໄດ້ສະຖາປະນາສາດສະໜາຈັກບ່ອນໜຶ່ງຂຶ້ນໃນບັນດາພວກເຂົາ.
36 ແລະ ວຽກງານຂອງພຣະຜູ້ເປັນເຈົ້າໄດ້ເລີ່ມຂຶ້ນໃນບັນດາຊາວເລມັນແບບນີ້; ພຣະຜູ້ເປັນເຈົ້າໄດ້ເລີ່ມຖອກເທພຣະວິນຍານຂອງພຣະອົງລົງມາເທິງພວກເຂົາແນວນີ້; ແລະ ພວກເຮົາຮູ້ວ່າພຣະຫັດຂອງພຣະອົງເດ່ອອກມາຫາຄົນ ທັງປວງຜູ້ທີ່ຈະກັບໃຈ ແລະ ເຊື່ອໃນພຣະນາມຂອງພຣະອົງ.