ບົດທີ 20
ພຣະຜູ້ເປັນເຈົ້າສົ່ງອຳໂມນໄປຫາເມືອງມິດໂດໄນ ເພື່ອປົດປ່ອຍອ້າຍນ້ອງຂອງລາວທີ່ຖືກກັກຂັງ—ອຳໂມນ ແລະ ລາໂມໄນພົບກັບບິດາຂອງລາໂມໄນ ຜູ້ເປັນກະສັດປົກຄອງທົ່ວແຜ່ນດິນ—ອຳໂມນບັງຄັບໃຫ້ກະສັດຜູ້ແກ່ຊະລາອະນຸຍາດໃຫ້ປົດປ່ອຍອ້າຍນ້ອງຂອງລາວ. ປະມານ 90 ປີ ກ່ອນ ຄ.ສ.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກເຂົາເຈົ້າໄດ້ສະຖາປະນາສາດສະໜາຈັກຂຶ້ນໃນແຜ່ນດິນແລ້ວ, ກະສັດລາໂມໄນປາດຖະໜາໃຫ້ອຳໂມນໄປຫາແຜ່ນດິນນີໄຟກັບເພິ່ນ ເພື່ອຈະໄດ້ແນະນຳລາວໃຫ້ບິດາຂອງເພິ່ນຮູ້ຈັກ.
2 ແລະ ສຸລະສຽງຂອງພຣະຜູ້ເປັນເຈົ້າໄດ້ມາເຖິງອຳໂມນ, ມີຄວາມວ່າ: ເຈົ້າບໍ່ຕ້ອງຂຶ້ນໄປຫາແຜ່ນດິນນີໄຟ, ເພາະວ່າຈົ່ງເບິ່ງ, ກະສັດພະຍາຍາມຈະເອົາຊີວິດຂອງເຈົ້າ; ແຕ່ໃຫ້ເຈົ້າໄປຫາແຜ່ນດິນມິດໂດໄນ; ເພາະວ່າຈົ່ງເບິ່ງ, ອ້າຍນ້ອງຂອງເຈົ້າ, ອາໂຣນ, ແລະ ມິວໂລໄຄ ແລະ ອາມມາ ຖືກຂັງຄຸກຢູ່ບ່ອນນັ້ນ.
3 ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ເມື່ອອຳໂມນໄດ້ຍິນເລື່ອງນີ້ແລ້ວ, ລາວໄດ້ເວົ້າກັບລາໂມໄນວ່າ: ຈົ່ງເບິ່ງ, ອ້າຍນ້ອງຂອງຂ້ານ້ອຍຖືກຂັງຄຸກຢູ່ແຜ່ນດິນມິດໂດໄນ, ແລະ ຂ້ານ້ອຍຈະໄປປົດປ່ອຍພວກເຂົາ.
4 ແລະ ລາໂມໄນເວົ້າກັບອຳໂມນວ່າ: ຂ້າພະເຈົ້າຮູ້ວ່າດ້ວຍ ພະລັງຂອງພຣະຜູ້ເປັນເຈົ້າ ເຈົ້າຈະເຮັດທຸກສິ່ງທຸກຢ່າງໄດ້. ແຕ່ຈົ່ງເບິ່ງ, ຂ້າພະເຈົ້າຈະໄປກັບເຈົ້າເພື່ອໄປຫາແຜ່ນດິນມິດໂດໄນ; ເພາະວ່າກະສັດຂອງແຜ່ນດິນມິດໂດໄນ, ທີ່ຊື່ວ່າ ອານທິອອມໂນ ເປັນເພື່ອນກັບຂ້າພະເຈົ້າ; ສະນັ້ນ ຂ້າພະເຈົ້າຈະໄປຫາແຜ່ນດິນມິດໂດໄນ, ເພື່ອຈະເວົ້າກັນໂດຍດີກັບກະສັດຂອງແຜ່ນດິນນັ້ນ, ເພື່ອເພິ່ນຈະໄດ້ປົດປ່ອຍອ້າຍນ້ອງຂອງເຈົ້າອອກຈາກ ຄຸກ. ບັດນີ້ລາໂມໄນໄດ້ຖາມອຳໂມນວ່າ: ແມ່ນໃຜບອກເຈົ້າວ່າອ້າຍນ້ອງຂອງເຈົ້າຢູ່ໃນຄຸກ?
5 ແລະ ອຳໂມນຕອບກະສັດວ່າ: ບໍ່ມີຜູ້ໃດບອກຂ້ານ້ອຍດອກ, ນອກຈາກຈະເປັນພຣະເຈົ້າ; ແລະ ພຣະອົງໄດ້ກ່າວກັບຂ້ານ້ອຍວ່າ—ຈົ່ງໄປປົດປ່ອຍອ້າຍນ້ອງຂອງເຈົ້າ, ເພາະພວກເຂົາຖືກຂັງຄຸກຢູ່ໃນແຜ່ນດິນມິດໂດໄນ.
6 ບັດນີ້ເມື່ອລາໂມໄນໄດ້ຍິນເລື່ອງນີ້ແລ້ວ ເພິ່ນໄດ້ສັ່ງໃຫ້ຂ້າໃຊ້ຂອງເພິ່ນຕຽມ ມ້າ ແລະ ລົດມ້າຂອງເພິ່ນໃຫ້ພ້ອມ.
7 ແລະ ເພິ່ນກ່າວກັບອຳໂມນວ່າ: ມາເຖີດ, ຂ້າພະເຈົ້າຈະໄປກັບເຈົ້າ ລົງໄປຫາແຜ່ນດິນມິດໂດໄນ, ແລະ ຂ້າພະເຈົ້າຈະວິງວອນກັບກະສັດຢູ່ເມືອງນັ້ນເພື່ອໃຫ້ປ່ອຍອ້າຍນ້ອງຂອງເຈົ້າອອກຈາກຄຸກ.
8 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂະນະທີ່ອຳໂມນ ແລະ ລາໂມໄນກຳລັງເດີນທາງໄປຫາເມືອງນັ້ນ, ທັງສອງກໍໄດ້ພົບກັບບິດາຂອງລາໂມໄນ, ຜູ້ເປັນກະສັດປົກຄອງ ທົ່ວແຜ່ນດິນ.
9 ແລະ ຈົ່ງເບິ່ງ, ບິດາຂອງລາໂມໄນໄດ້ກ່າວກັບເພິ່ນວ່າ: ດ້ວຍເຫດໃດລູກຈຶ່ງບໍ່ມາ ງານສະຫລອງໃນວັນສຳຄັນນັ້ນ ເວລາທີ່ບິດາເຮັດການສະຫລອງໃຫ້ລູກຊາຍທຸກຄົນຂອງພໍ່, ແລະ ຜູ້ຄົນຂອງພໍ່?
10 ແລະ ເພິ່ນຍັງໄດ້ຖາມອີກວ່າ: ລູກກຳລັງຈະໄປໃສກັບຊາວນີໄຟຜູ້ນີ້, ຊຶ່ງເປັນລູກຜູ້ໜຶ່ງຂອງຄົນ ເວົ້າຕົວະ?
11 ແລະ ເຫດການໄດ້ບັງເກີດຂຶ້ນຄື ລາໂມໄນໄດ້ເລົ່າເລື່ອງໃຫ້ເພິ່ນຟັງ, ເພາະຢ້ານວ່າເພິ່ນຈະບໍ່ພໍໃຈ.
12 ແລະ ເພິ່ນໄດ້ບອກເພິ່ນອີກເຖິງສາເຫດທັງໝົດຂອງການທີ່ເພິ່ນຕ້ອງຢູ່ໃນລາຊາອານາຈັກຂອງເພິ່ນເອງ ຈົນບໍ່ໄດ້ໄປຫາບິດາຂອງເພິ່ນໃນງານສະຫລອງ ຊຶ່ງເພິ່ນໄດ້ຕຽມໄວ້.
13 ແລະ ບັດນີ້ເມື່ອລາໂມໄນໄດ້ເລົ່າເລື່ອງທັງໝົດໃຫ້ເພິ່ນຟັງແລ້ວ, ຈົ່ງເບິ່ງ, ເພິ່ນປະຫລາດໃຈທີ່ບິດາຂອງເພິ່ນໃຈຮ້າຍໃຫ້ເພິ່ນ, ແລະ ກ່າວວ່າ: ລາໂມໄນ, ລູກກຳລັງຈະໄປປົດປ່ອຍຊາວນີໄຟເຫລົ່ານັ້ນ ຊຶ່ງເປັນລູກຫລານຂອງຄົນເວົ້າຕົວະບໍ. ຈົ່ງເບິ່ງ, ພວກເຂົາໄດ້ລັກເອົາຊັບສົມບັດຂອງບັນພະບຸລຸດຂອງພວກເຮົາໄປ, ແລະ ບັດນີ້ພວກລູກຂອງພວກເຂົາກໍໄດ້ມາຢູ່ກັບບັນດາພວກເຮົາອີກ, ເພື່ອຈະໃຊ້ເລ່ຫລ່ຽມ ແລະ ການຕົວະຍົວະຂອງພວກເຂົາ, ເພື່ອພວກເຂົາຈະໄດ້ຫລອກລວງພວກເຮົາ, ເພື່ອພວກເຂົາຈະໄດ້ລັກເອົາຊັບສົມບັດຂອງພວກເຮົາໄປອີກ.
14 ບັດນີ້ບິດາຂອງລາໂມໄນໄດ້ສັ່ງໃຫ້ເພິ່ນຂ້າອຳໂມນດ້ວຍດາບ. ແລະ ເພິ່ນໄດ້ສັ່ງເພິ່ນບໍ່ໃຫ້ໄປຫາແຜ່ນດິນມິດໂດໄນນຳອີກ, ແຕ່ໃຫ້ກັບຄືນໄປຫາແຜ່ນດິນ ອິດຊະມາເອນກັບເພິ່ນ.
15 ແຕ່ວ່າລາໂມໄນໄດ້ກ່າວກັບເພິ່ນວ່າ: ລູກຈະບໍ່ຂ້າອຳໂມນ, ແລະ ທັງຈະບໍ່ກັບຄືນໄປຫາແຜ່ນດິນອິດຊະມາເອນຄືກັນ, ແຕ່ວ່າລູກຈະໄປຫາແຜ່ນດິນມິດໂດໄນເພື່ອຈະໄດ້ປົດປ່ອຍອ້າຍນ້ອງຂອງອຳໂມນ, ເພາະວ່າລູກຮູ້ວ່າພວກເຂົາເປັນຄົນທ່ຽງທຳ ແລະ ເປັນສາດສະດາຜູ້ບໍລິສຸດຂອງພຣະເຈົ້າອົງແທ້ຈິງ.
16 ບັດນີ້ເມື່ອບິດາຂອງເພິ່ນໄດ້ຍິນຂໍ້ຄວາມນີ້ແລ້ວ, ເພິ່ນກໍໄດ້ຮ້າຍໃຫ້ເພິ່ນ, ແລະ ເພິ່ນໄດ້ຖອດດາບຂອງເພິ່ນອອກມາເພື່ອຈະຟັນລູກຂອງເພິ່ນລົງກັບພື້ນດິນ.
17 ແຕ່ວ່າອຳໂມນໄດ້ກ້າວອອກໄປ ແລະ ເວົ້າກັບເພິ່ນວ່າ: ຈົ່ງເບິ່ງ, ທ່ານບໍ່ຄວນຂ້າລູກຊາຍຂອງທ່ານເອງເລີຍ; ເຖິງຢ່າງໃດກໍຕາມ, ກໍເປັນການ ດີກວ່າຖ້າຫາກລາໂມໄນຈະລົ້ມຕາຍແທນທີ່ຈະເປັນຕົວຂອງທ່ານເອງ, ເພາະຈົ່ງເບິ່ງ, ເພິ່ນໄດ້ ກັບໃຈຈາກບາບຂອງເພິ່ນແລ້ວ; ແຕ່ຖ້າຫາກທ່ານລົ້ມຕາຍລົງໃນເວລານີ້, ໃນຄວາມໃຈຮ້າຍຂອງທ່ານ, ຈິດວິນຍານຂອງທ່ານຈະລອດບໍ່ໄດ້.
18 ແລະ ອີກເທື່ອໜຶ່ງ, ມັນສົມຄວນແລ້ວທີ່ທ່ານຈະຢຸດກ່ອນ; ເພາະຖ້າຫາກທ່ານ ຂ້າລູກຊາຍຂອງທ່ານ ໂດຍທີ່ເພິ່ນເປັນຄົນບໍລິສຸດ, ເລືອດຂອງເພິ່ນຈະຮ້ອງຂຶ້ນຈາກພື້ນດິນທູນພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເພິ່ນ, ເພື່ອການແກ້ແຄ້ນຈະມາເຖິງທ່ານ; ແລະ ທ່ານອາດຈະສູນເສຍ ຈິດວິນຍານຂອງທ່ານໄປ.
19 ບັດນີ້ເມື່ອອຳໂມນເວົ້າຂໍ້ຄວາມນີ້ກັບເພິ່ນແລ້ວ, ເພິ່ນຕອບລາວ, ໂດຍກ່າວວ່າ: ຂ້າພະເຈົ້າຮູ້ວ່າ ຖ້າຫາກຂ້າພະເຈົ້າຂ້າລູກຊາຍຂອງຂ້າພະເຈົ້າແລ້ວ ກໍຄືກັບເຮັດໃຫ້ຜູ້ບໍລິສຸດຕ້ອງຕາຍ; ເພາະວ່າເຈົ້າເອງກໍພະຍາຍາມຈະທຳລາຍລາວຢູ່.
20 ແລະ ເພິ່ນໄດ້ເດ່ມືອອກໄປເພື່ອຈະຂ້າອຳໂມນ. ແຕ່ອຳໂມນຕ້ານທານການຟັນຂອງເພິ່ນໄດ້, ແລະ ຕີແຂນຂອງເພິ່ນເພື່ອເພິ່ນຈະໃຊ້ມັນບໍ່ໄດ້ອີກຕໍ່ໄປ.
21 ບັດນີ້ເມື່ອກະສັດເຫັນວ່າອຳໂມນຈະຂ້າຕົນໄດ້, ເພິ່ນຈຶ່ງເລີ່ມວິງວອນໃຫ້ອຳໂມນໄວ້ຊີວິດຂອງຕົນ.
22 ແຕ່ອຳໂມນໄດ້ຍົກດາບຂອງລາວຂຶ້ນ, ແລະ ກ່າວກັບເພິ່ນວ່າ: ຈົ່ງເບິ່ງ, ຂ້ານ້ອຍຈະຟັນທ່ານເສຍ ຖ້າຫາກທ່ານບໍ່ອະນຸຍາດໃຫ້ພີ່ນ້ອງຂອງຂ້ານ້ອຍໄດ້ຮັບການປົດປ່ອຍອອກຈາກຄຸກ.
23 ບັດນີ້ກະສັດ, ໂດຍທີ່ຢ້ານຕາຍ, ຈຶ່ງກ່າວວ່າ: ຖ້າຫາກເຈົ້າໄວ້ຊີວິດຂອງຂ້າພະເຈົ້າ, ຂ້າພະເຈົ້າຈະອະນຸຍາດໃຫ້ເຈົ້າ ບໍ່ວ່າອັນໃດກໍຕາມທີ່ເຈົ້າຕ້ອງການຈົນກະທັ້ງເຄິ່ງໜຶ່ງຂອງອານາຈັກຂອງຂ້າພະເຈົ້າ.
24 ບັດນີ້ເມື່ອອຳໂມນເຫັນວ່າ ລາວໄດ້ກະທຳກັບກະສັດຜູ້ແກ່ຊະລາຕາມຄວາມປາດຖະໜາຂອງລາວແລ້ວ, ລາວຈຶ່ງກ່າວກັບເພິ່ນວ່າ: ຖ້າຫາກທ່ານປົດປ່ອຍອ້າຍນ້ອງຂອງຂ້ານ້ອຍອອກຈາກຄຸກ, ແລະ ໃຫ້ລາໂມໄນປົກຄອງລາຊາອານາຈັກຂອງເພິ່ນເໝືອນເດີມ, ແລະວ່າທ່ານຈະບໍ່ຄຽດແຄ້ນໃຫ້ເພິ່ນ, ແຕ່ອະນຸຍາດໃຫ້ເພິ່ນເຮັດ ສິ່ງໃດກໍຕາມ ຕາມຄວາມປາດຖະໜາຂອງຕົນເອງຕາມຄວາມນຶກຄິດຂອງເພິ່ນ; ເວລານັ້ນ ຂ້ານ້ອຍຈະໄວ້ຊີວິດຂອງທ່ານ; ຖ້າບໍ່ດັ່ງນັ້ນ ຂ້ານ້ອຍຈະຟັນທ່ານລົງກັບພື້ນດິນດຽວນີ້.
25 ບັດນີ້ເມື່ອອຳໂມນກ່າວຂໍ້ຄວາມນີ້ແລ້ວ, ກະສັດກໍມີຄວາມປິຕິຍິນດີ ຍ້ອນວ່າຕົວເອງຍັງມີຊີວິດຢູ່.
26 ແລະ ເມື່ອເຫັນວ່າອຳໂມນບໍ່ປາດຖະໜາຈະທຳລາຍຕົນ, ແລະ ເມື່ອເຫັນຄວາມຮັກອັນແຮງກ້າທີ່ລາວມີຕໍ່ລາໂມໄນ, ລູກຊາຍຂອງເພິ່ນ, ເພິ່ນຈຶ່ງມີຄວາມແປກໃຈຢ່າງຍິ່ງ, ແລະ ກ່າວວ່າ: ຍ້ອນວ່ານີ້ຄືທັງໝົດທີ່ເຈົ້າປາດຖະໜາຄືໃຫ້ຂ້າພະເຈົ້າປົດປ່ອຍອ້າຍນ້ອງຂອງເຈົ້າ ແລະ ຍອມໃຫ້ລາໂມໄນ ລູກຊາຍຂອງຂ້າພະເຈົ້າປົກຄອງລາຊາອານາຈັກຂອງລາວເອງ, ຈົ່ງເບິ່ງ, ຂ້າພະເຈົ້າຈະອະນຸຍາດໃຫ້ລູກຂອງຂ້າພະເຈົ້າປົກຄອງລາຊາອານາຈັກຂອງລາວເອງນັບຕັ້ງແຕ່ເວລານີ້ ແລະ ຕະຫລອດໄປ; ແລະ ຂ້າພະເຈົ້າຈະບໍ່ບັງຄັບລາວອີກຕໍ່ໄປ—
27 ແລະ ຂ້າພະເຈົ້າຈະອະນຸຍາດໃຫ້ອ້າຍນ້ອງຂອງເຈົ້າໄດ້ຮັບການປົດປ່ອຍອອກຈາກຄຸກ, ແລະ ໃຫ້ເຈົ້າກັບອ້າຍນ້ອງຂອງເຈົ້າມາຫາຂ້າພະເຈົ້າໃນລາຊາອານາຈັກຂອງຂ້າພະເຈົ້າ; ເພາະວ່າຂ້າພະເຈົ້າປາດຖະໜາທີ່ສຸດທີ່ຈະເຫັນເຈົ້າອີກ. ເພາະວ່າກະສັດມີຄວາມແປກປະຫລາດໃຈຢ່າງໃຫຍ່ຫລວງໃນຄຳເວົ້າຂອງລາວ, ແລະ ຄຳເວົ້າທີ່ລາໂມໄນລູກຊາຍຂອງເພິ່ນນຳອີກ, ສະນັ້ນ ເພິ່ນຈຶ່ງ ປາດຖະໜາທີ່ຈະຮຽນຮູ້ສິ່ງເຫລົ່ານີ້.
28 ແລະ ເຫດການໄດ້ບັງເກີດຂຶ້ນຄື ອຳໂມນກັບລາໂມໄນໄດ້ເດີນທາງຕໍ່ໄປຫາແຜ່ນດິນມິດໂດໄນ. ແລະ ລາໂມໄນໄດ້ເປັນທີ່ໂປດປານໃນສາຍຕາຂອງກະສັດຂອງແຜ່ນດິນນັ້ນ; ສະນັ້ນ ອ້າຍນ້ອງຂອງອຳໂມນຈຶ່ງຖືກປ່ອຍອອກຈາກຄຸກ.
29 ແລະ ເວລາທີ່ອຳໂມນພົບເຫັນພວກເຂົາ, ລາວກໍມີຄວາມເສົ້າສະຫລົດໃຈຫລາຍທີ່ສຸດ, ເພາະຈົ່ງເບິ່ງ, ພວກເຂົາເປືອຍເປົ່າ, ແລະ ຜິວໜັງເປື່ອຍຫລາຍເພາະວ່າພວກເຂົາຖືກມັດດ້ວຍເຊືອກທີ່ໝັ້ນ. ແລະ ພວກເຂົາຕ້ອງອົດທົນຕໍ່ຄວາມຫິວໂຫຍ, ກະຫາຍນ້ຳ, ແລະ ຄວາມທຸກນາໆປະການ; ເຖິງຢ່າງໃດກໍຕາມ ພວກເຂົາກໍສາມາດ ທົນກັບຄວາມທຸກທໍລະມານທັງໝົດຂອງພວກເຂົາໄດ້.
30 ແລະ ມັນໄດ້ເກີດຂຶ້ນໂດຍບັງເອີນວ່າພວກເຂົາຕົກຢູ່ໃນກຳມືຂອງຜູ້ຄົນທີ່ແຂງກະດ້າງຫລາຍ ແລະ ແຂງຄໍຫລາຍ; ສະນັ້ນ ພວກນີ້ຈຶ່ງບໍ່ຍອມເຊື່ອຟັງຄຳຂອງພວກເຂົາ, ແລະ ພວກນີ້ໄດ້ຂັບໄລ່ພວກເຂົາໄປ ແລະ ໄດ້ທຸບຕີ ແລະ ຂັບໄລ່ພວກເຂົາອອກຈາກບ້ານໜຶ່ງໄປຫາອີກບ້ານໜຶ່ງ ແລະ ຈາກບ່ອນໜຶ່ງໄປຫາອີກບ່ອນໜຶ່ງ ຈົນພວກເຂົາມາເຖິງແຜ່ນດິນມິດໂດໄນ, ແລະ ບ່ອນນັ້ນພວກເຂົາຖືກຈັບ ແລະ ເອົາເຂົ້າຄຸກ ແລະ ຖືກມັດດ້ວຍເຊືອກທີ່ ໝັ້ນ ແລະ ຂັງໄວ້ໃນຄຸກເປັນເວລາຫລາຍມື້, ແລະ ລາໂມໄນກັບອຳໂມນຈຶ່ງໄດ້ມາປົດປ່ອຍພວກເຂົາ.