ບົດທີ 31
ແອວມານຳພາການເຜີຍແຜ່ເພື່ອກູ້ຊາວໂຊຣຳທີ່ຫລົງຜິດກັບຄືນມາ—ຊາວໂຊຣຳປະຕິເສດພຣະຄຣິດ, ເຊື່ອໃນການເລືອກ ແລະ ອະທິຖານໃນທາງທີ່ບໍ່ຖືກຕ້ອງ—ຜູ້ສອນສາດສະໜາເຕັມໄປດ້ວຍພຣະວິນຍານສັກສິດ—ຄວາມທຸກຂອງພວກເພິ່ນ ຖືກກືນເຂົ້າໄປໃນຄວາມຊື່ນຊົມຂອງພຣະຄຣິດ. ປະມານ 74 ປີ ກ່ອນ ຄ.ສ.
1 ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກໂຄຣິຫໍໄດ້ຕາຍໄປແລ້ວ, ແອວມາໂດຍທີ່ໄດ້ຮັບຂ່າວວ່າ ຊາວໂຊຣຳກຳລັງບິດເບືອນທາງຂອງພຣະຜູ້ເປັນເຈົ້າ, ແລະ ວ່າໂຊຣຳຊຶ່ງເປັນຜູ້ນຳຂອງພວກເຂົາກຳລັງຊັກຈູງໃຈຂອງຜູ້ຄົນໃຫ້ ກາບໄຫວ້ ຮູບບູຊາທີ່ເວົ້າບໍ່ໄດ້, ໃຈຂອງເພິ່ນກໍເລີ່ມ ໂສກເສົ້າອີກເພາະຄວາມຊົ່ວຮ້າຍຂອງຜູ້ຄົນ.
2 ເພາະວ່າມັນເປັນສາເຫດຂອງ ຄວາມເສົ້າສະຫລົດໃຈຫລາຍທີ່ສຸດແກ່ແອວມາທີ່ໄດ້ຮູ້ຈັກເຖິງຄວາມຊົ່ວຮ້າຍໃນບັນດາຜູ້ຄົນຂອງເພິ່ນ; ສະນັ້ນ ໃຈຂອງເພິ່ນຈຶ່ງເສົ້າສະຫລົດຫລາຍທີ່ສຸດເພາະການແບ່ງແຍກຂອງຊາວໂຊຣຳທີ່ອອກໄປຈາກຊາວນີໄຟ.
3 ບັດນີ້ຊາວໂຊຣຳໄດ້ມາເຕົ້າໂຮມກັນຢູ່ໃນແຜ່ນດິນຊຶ່ງພວກເຂົາເອີ້ນວ່າ ອານທິໂອນຳ, ຊຶ່ງຢູ່ທາງຕາເວັນອອກຂອງແຜ່ນດິນເຊຣາເຮັມລາ, ຊຶ່ງຢູ່ໃກ້ຊາຍແດນໃກ້ຝັ່ງທະເລ, ຊຶ່ງຢູ່ທາງໃຕ້ຂອງແຜ່ນດິນເຈີຊອນ, ຊຶ່ງຊາຍແດນຂອງມັນຕິດກັບຖິ່ນແຫ້ງແລ້ງກັນດານທາງໃຕ້, ຊຶ່ງເປັນຖິ່ນແຫ້ງແລ້ງກັນດານທີ່ເຕັມໄປດ້ວຍຊາວເລມັນ.
4 ບັດນີ້ຊາວນີໄຟຢ້ານທີ່ສຸດວ່າ ຊາວໂຊຣຳຈະເຂົ້າໄປຕິດຕໍ່ກັບຊາວເລມັນ, ແລະ ວ່າມັນອາດຈະເປັນທາງແຫ່ງການສູນເສຍອັນໃຫຍ່ຫລວງແກ່ຊາວນີໄຟ.
5 ແລະ ບັດນີ້, ເມື່ອ ການສັ່ງສອນ ພຣະຄຳອັນຍິ່ງໃຫຍ່ນີ້ໄດ້ ນຳພາຜູ້ຄົນມາເຮັດໃນສິ່ງທີ່ຖືກຕ້ອງແລ້ວ—ແທ້ຈິງແລ້ວ, ມັນໄດ້ໃຫ້ຜົນທີ່ມີອຳນາດແກ່ຈິດໃຈຂອງຜູ້ຄົນຍິ່ງກວ່າດາບ, ຫລື ເໜືອກວ່າສິ່ງໃດໆທີ່ໄດ້ເກີດຂຶ້ນກັບພວກເຂົາ—ສະນັ້ນ ແອວມາຈຶ່ງຄິດວ່າ ມັນສົມຄວນແລ້ວ ທີ່ພວກເພິ່ນຈະທົດລອງຄຸນນະທຳແຫ່ງພຣະຄຳຂອງພຣະເຈົ້າ.
6 ສະນັ້ນ ເພິ່ນຈຶ່ງໄດ້ພາອຳໂມນ, ແລະ ອາໂຣນ, ແລະ ອອມເນີໄປນຳ; ແລະ ເພິ່ນໄດ້ປະຮິມໄນໄວ້ກັບສາດສະໜາຈັກໃນເຊຣາເຮັມລາ; ແຕ່ເພິ່ນໄດ້ພາສາມຄົນນີ້, ແລະ ພ້ອມທັງແອມມິວເລັກ ແລະ ຊີເອສຣອມ ຜູ້ທີ່ມາຈາກມີເລັກ; ແລະ ລູກຊາຍຂອງເພິ່ນສອງຄົນໄປນຳ.
7 ບັດນີ້ເພິ່ນບໍ່ໄດ້ເອົາລູກຊາຍກົກຂອງເພິ່ນໄປນຳ, ແລະ ຊື່ຂອງລາວແມ່ນ ຮີລາມັນ; ແລະ ຊື່ຂອງຜູ້ທີ່ເພິ່ນເອົາໄປນຳແມ່ນ ຊິບລັນ ແລະ ໂຄຣິອານທັນ; ແລະ ນີ້ຄືຊື່ຂອງຜູ້ທີ່ໄດ້ໄປຫາ ຊາວໂຊຣຳກັບເພິ່ນ ເພື່ອໄປສັ່ງສອນພຣະຄຳໃຫ້ແກ່ພວກເຂົາ.
8 ບັດນີ້ຊາວໂຊຣຳເປັນ ພວກທີ່ໄດ້ແຍກອອກໄປຈາກຊາວນີໄຟ; ສະນັ້ນ ພວກເຂົາຈຶ່ງເຄີຍໄດ້ຮັບການສັ່ງສອນເຖິງພຣະຄຳຂອງພຣະເຈົ້າມາກ່ອນແລ້ວ.
9 ແຕ່ວ່າ ພວກເຂົາໄດ້ ຕົກໄປສູ່ຄວາມຜິດພາດອັນໃຫຍ່ຫລວງ ເພາະວ່າພວກເຂົາບໍ່ໄດ້ຍຶດຖືທີ່ຈະຮັກສາພຣະບັນຍັດຂອງພຣະເຈົ້າ, ແລະ ຂໍ້ກຳນົດຂອງພຣະອົງຕາມກົດຂອງໂມເຊ.
10 ທັງພວກເຂົາບໍ່ຍອມປະຕິບັດຕາມພິທີການຂອງສາດສະໜາຈັກ, ໃນການອະທິຖານ ແລະ ອ້ອນວອນຕໍ່ພຣະເຈົ້າທຸກໆວັນ, ເພື່ອພວກເຂົາຈະບໍ່ໄດ້ເຂົ້າໄປສູ່ການລໍ້ລວງ.
11 ແທ້ຈິງແລ້ວ, ໂດຍສະຫລຸບ, ພວກເຂົາໄດ້ບິດເບືອນທາງຂອງພຣະຜູ້ເປັນເຈົ້າຫລາຍຕໍ່ຫລາຍຢ່າງ; ສະນັ້ນ, ດ້ວຍເຫດນີ້, ແອວມາ ແລະ ອ້າຍນ້ອງຂອງເພິ່ນຈຶ່ງໄດ້ເຂົ້າໄປໃນແຜ່ນດິນເພື່ອສັ່ງສອນພຣະຄຳໃຫ້ແກ່ພວກເຂົາ.
12 ບັດນີ້ເວລາພວກເພິ່ນໄດ້ມາຮອດແຜ່ນດິນນີ້ແລ້ວ, ຈົ່ງເບິ່ງ, ມັນເຮັດໃຫ້ພວກເພິ່ນປະຫລາດໃຈຫລາຍທີ່ໄດ້ເຫັນວ່າຊາວໂຊຣຳໄດ້ສ້າງທຳມະສາລາໄວ້, ແລະ ວ່າພວກເຂົາໄດ້ມາເຕົ້າໂຮມກັນອາທິດລະເທື່ອ, ເພາະມັນເປັນມື້ທີ່ພວກເຂົາເອີ້ນວ່າມື້ຂອງພຣະຜູ້ເປັນເຈົ້າ; ແລະ ພວກເຂົາໄດ້ນະມັດສະການຕາມແບບຢ່າງຂອງພວກເຂົາ ຊຶ່ງແອວມາ ແລະ ອ້າຍນ້ອງຂອງລາວບໍ່ເຄີຍເຫັນມາກ່ອນ;
13 ພວກເຂົາມີບ່ອນໜຶ່ງຊຶ່ງໄດ້ສ້າງຂຶ້ນໄວ້ກາງທຳມະສາລາຂອງພວກເຂົາ, ຊຶ່ງເປັນບ່ອນສຳລັບໃຫ້ຄົນຢືນ ຊຶ່ງສູງກວ່າຫົວຄົນ; ແລະ ຂ້າງເທິງນັ້ນຄົນໜຶ່ງສາມາດຂຶ້ນໄປໄດ້ເທົ່ານັ້ນ.
14 ສະນັ້ນ, ຜູ້ໃດກໍຕາມທີ່ປາດຖະໜາຈະມາ ນະມັດສະການກໍຕ້ອງອອກໄປຢືນຢູ່ເທິງນັ້ນ, ແລະ ເດ່ມືຂຶ້ນເທິງຟ້າ, ແລະ ຮ້ອງອອກມາດ້ວຍສຽງອັນດັງວ່າ:
15 ບໍລິສຸດ, ພຣະເຈົ້າຜູ້ບໍລິສຸດ; ພວກຂ້ານ້ອຍເຊື່ອວ່າ ພຣະອົງຄືພຣະເຈົ້າ, ແລະ ພວກຂ້ານ້ອຍເຊື່ອວ່າພຣະອົງບໍລິສຸດ, ແລະ ວ່າພຣະອົງເປັນວິນຍານມາແລ້ວ, ແລະ ວ່າພຣະອົງເປັນວິນຍານຢູ່, ແລະວ່າພຣະອົງຈະເປັນວິນຍານຕະຫລອດໄປ.
16 ພຣະເຈົ້າຜູ້ບໍລິສຸດເອີຍ, ພວກຂ້ານ້ອຍເຊື່ອວ່າ ພຣະອົງໄດ້ແຍກພວກຂ້ານ້ອຍອອກຈາກພີ່ນ້ອງຂອງພວກຂ້ານ້ອຍ; ແລະ ພວກຂ້ານ້ອຍບໍ່ເຊື່ອຖືຮີດຄອງປະເພນີຂອງພີ່ນ້ອງຂອງພວກຂ້ານ້ອຍ, ທີ່ຖືກມອບໃຫ້ຕໍ່ໆກັນມາ ຍ້ອນປັນຍາທີ່ອ່ອນແອຂອງບັນພະບຸລຸດຂອງພວກເຂົາ; ແຕ່ພວກຂ້ານ້ອຍເຊື່ອວ່າ ພຣະອົງໄດ້ ເລືອກພວກຂ້ານ້ອຍໃຫ້ເປັນລູກຜູ້ ບໍລິສຸດຂອງພຣະອົງ; ແລະ ພຣະອົງເຮັດໃຫ້ພວກຂ້ານ້ອຍຮູ້ຈັກອີກວ່າມັນຈະບໍ່ມີພຣະຄຣິດ.
17 ແຕ່ວ່າພຣະອົງເປັນເໝືອນກັນເຊັ່ນມື້ວານນີ້, ມື້ນີ້, ແລະ ຕະຫລອດການ; ແລະ ພຣະອົງ ເລືອກພວກຂ້ານ້ອຍເພື່ອພວກຂ້ານ້ອຍຈະໄດ້ລອດ, ໃນຂະນະທີ່ທຸກຄົນທີ່ຢູ່ອ້ອມຂ້າງພວກຂ້ານ້ອຍໄດ້ຖືກເລືອກເພື່ອເອົາລົງໄປນະລົກໂດຍພຣະພິໂລດຂອງພຣະອົງ; ເພາະຄວາມສັກສິດອັນນີ້, ໂອ້ ພຣະອົງເຈົ້າ, ພວກຂ້ານ້ອຍຂອບພຣະໄທພຣະອົງ; ແລະ ພວກຂ້ານ້ອຍຂອບພຣະໄທພຣະອົງອີກທີ່ເລືອກພວກຂ້ານ້ອຍ ເພື່ອພວກຂ້ານ້ອຍຈະບໍ່ໄດ້ຖືກຊັກນຳໄປຕາມຮີດຄອງປະເພນີອັນໂງ່ຈ້າຫລ້າຫລັງຂອງພີ່ນ້ອງຂອງພວກຂ້ານ້ອຍ, ຊຶ່ງໄດ້ມັດພວກເຂົາລົງສູ່ຄວາມເຊື່ອຖືກ່ຽວກັບພຣະຄຣິດ, ຊຶ່ງໄດ້ຊັກນຳໃຈຂອງພວກເຂົາໃຫ້ເຫີນຫ່າງໄປຈາກພຣະອົງຜູ້ເປັນພຣະເຈົ້າຂອງພວກຂ້ານ້ອຍ.
18 ແລະ ພວກຂ້ານ້ອຍຂອບພຣະໄທພຣະອົງອີກເທື່ອໜຶ່ງ, ໂອ້ ພຣະອົງເຈົ້າ, ທີ່ພວກຂ້ານ້ອຍໄດ້ເປັນຜູ້ຖືກເລືອກ ແລະ ເປັນຜູ້ບໍລິສຸດ. ອາແມນ.
19 ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກແອວມາ ແລະ ພີ່ນ້ອງຂອງເພິ່ນ ແລະ ລູກຊາຍຂອງເພິ່ນໄດ້ຍິນຄຳອະທິຖານເຫລົ່ານີ້ແລ້ວ, ພວກເພິ່ນກໍແປກປະຫລາດໃຈເກີນກວ່າທີ່ຈະວັດແທກໄດ້.
20 ເພາະຈົ່ງເບິ່ງ, ທຸກຄົນໄດ້ອອກໄປ ແລະ ຖວາຍການອະທິຖານແບບດຽວກັນ.
21 ບັດນີ້ພວກເຂົາເອີ້ນບ່ອນນັ້ນວ່າ ແຣມີອຳທຳ, ຊຶ່ງແປວ່າ ແທ່ນສັກສິດ.
22 ບັດນີ້ຈາກແທ່ນສັກສິດນີ້ ຜູ້ຊາຍທຸກຄົນໄດ້ຖວາຍການອະທິຖານແບບດຽວກັນຕໍ່ພຣະເຈົ້າ ຂອບພຣະໄທພຣະເຈົ້າຂອງພວກເຂົາ ທີ່ພວກເຂົາໄດ້ຖືກເລືອກຈາກພຣະອົງ, ແລະ ວ່າພຣະອົງບໍ່ໄດ້ຊັກນຳພວກເຂົາໄປຕາມຮີດຄອງປະເພນີຂອງພີ່ນ້ອງຂອງພວກເຂົາ, ແລະ ວ່າໃຈຂອງພວກເຂົາບໍ່ໄດ້ຖືກລັກພາໄປໃຫ້ເຊື່ອຖືໃນສິ່ງທີ່ຈະມາເຖິງ, ຊຶ່ງພວກເຂົາບໍ່ຮູ້ຈັກເລື່ອງເຫລົ່ານີ້ເລີຍ.
23 ບັດນີ້, ຫລັງຈາກທີ່ຜູ້ຄົນຖວາຍຄວາມຂອບພຣະໄທຕາມວິທີນີ້ແລ້ວ, ພວກເຂົາກໍໄດ້ກັບຄືນໄປຫາເຮືອນຊານຂອງຕົນ, ແລະ ພວກເຂົາ ບໍ່ເວົ້າເຖິງພຣະເຈົ້າຂອງພວກເຂົາອີກຈົນກວ່າຈະໄດ້ມາຊຸມນຸມກັນອີກເທື່ອໃໝ່ທີ່ແທ່ນສັກສິດ, ເພື່ອຖວາຍຄວາມຂອບພຣະໄທຕາມວິທີຂອງພວກເຂົາ.
24 ບັດນີ້ເມື່ອແອວມາເຫັນສິ່ງເຫລົ່ານີ້ແລ້ວ ໃຈຂອງເພິ່ນ ໂສກເສົ້າ; ເພາະວ່າເພິ່ນເຫັນວ່າພວກເຂົາເປັນຄົນຊົ່ວ ແລະ ເສຍຄົນໄປແລ້ວ; ແທ້ຈິງແລ້ວ, ເພິ່ນເຫັນວ່າໃຈຂອງພວກເຂົາໝົກໝຸ້ນຢູ່ກັບຄຳ ແລະ ຢູ່ກັບເງິນ, ແລະ ຢູ່ກັບສິ່ງຂອງອັນສວຍງາມນາໆຊະນິດ.
25 ແທ້ຈິງແລ້ວ, ແລະ ເພິ່ນເຫັນອີກວ່າໃຈຂອງພວກເຂົາ ໄຝ່ຝັນໃນການອວດອ້າງ, ແລະ ໃນຄວາມທະນົງຕົວຂອງພວກເຂົາ.
26 ແລະ ເພິ່ນໄດ້ເປັ່ງສຽງຂອງເພິ່ນຂຶ້ນຫາຟ້າສະຫວັນ, ຮ້ອງທູນວ່າ: ໂອ້, ຍັງອີກດົນປານໃດ, ໂອ້ ພຣະຜູ້ເປັນເຈົ້າ, ທີ່ພຣະອົງຈະຍອມໃຫ້ຜູ້ຮັບໃຊ້ຂອງພຣະອົງຜູ້ຢູ່ທາງລຸ່ມໃນເນື້ອໜັງເຫັນຄວາມຊົ່ວຮ້າຍອັນຮຸນແຮງແບບນີ້ໃນບັນດາລູກຫລານມະນຸດ?
27 ຈົ່ງເບິ່ງ, ໂອ້ ພຣະອົງເຈົ້າ, ພວກເຂົາ ຮ້ອງທູນຕໍ່ພຣະອົງ, ແຕ່ໃຈຂອງພວກເຂົາຖືກກືນເຂົ້າໄປໃນຄວາມທະນົງຕົວຂອງພວກເຂົາ. ຈົ່ງທອດພຣະເນດເຖີດ, ໂອ້ ພຣະອົງເຈົ້າ, ພວກເຂົາຮ້ອງທູນຕໍ່ພຣະອົງແຕ່ປາກ ຂະນະທີ່ພວກເຂົາ ອວດອົ່ງ, ຈົນເຖິງຄວາມໃຫຍ່ຫລວງ, ໃນສິ່ງທີ່ບໍ່ມີປະໂຫຍດຂອງໂລກ.
28 ຈົ່ງເບິ່ງ, ໂອ້ ພຣະອົງເຈົ້າຂອງຂ້ານ້ອຍ, ຈົ່ງທອດພຣະເນດເບິ່ງເຄື່ອງນຸ່ງທີ່ມີລາຄາແພງ ແລະ ແຫວນຂໍ້ມື ແລະ ສາຍແຂນຂອງພວກເຂົາ, ແລະ ເຄື່ອງເອ້ເປັນຄຳຂອງພວກເຂົາ, ແລະ ຂອງທີ່ມີຄຸນຄ່າທັງໝົດຂອງພວກເຂົາ; ຊຶ່ງພວກເຂົາໃຊ້ປະດັບປະດາ, ແລະ ຈົ່ງເບິ່ງ, ໃຈຂອງພວກເຂົາໝົກໝຸ້ນຢູ່ກັບສິ່ງຂອງເຫລົ່ານີ້ ແຕ່ພວກເຂົາຍັງຮ້ອງທູນຕໍ່ພຣະອົງ ແລະ ກ່າວວ່າ—ພວກຂ້ານ້ອຍຂອບພຣະໄທພຣະອົງ, ໂອ້ ພຣະອົງເຈົ້າ, ເພາະພວກຂ້ານ້ອຍເປັນພວກທີ່ຖືກເລືອກໄວ້ໃນຂະນະທີ່ຄົນອື່ນໆຕ້ອງຕາຍ.
29 ແທ້ຈິງແລ້ວ, ພວກເຂົາກ່າວວ່າ ພຣະອົງໄດ້ເຮັດໃຫ້ພວກເຂົາຮູ້ວ່າ ມັນຈະບໍ່ມີພຣະຄຣິດ.
30 ໂອ້ ອົງພຣະຜູ້ເປັນເຈົ້າ, ຍັງອີກດົນປານໃດທີ່ພຣະອົງຈະຍອມໃຫ້ຄວາມຊົ່ວຮ້າຍ ແລະ ຄວາມບໍ່ຊື່ສັດເຫລົ່ານີ້ຢູ່ໃນບັນດາຜູ້ຄົນພວກນີ້? ໂອ້ ພຣະຜູ້ເປັນເຈົ້າ, ຂໍພຣະອົງຈົ່ງໂປດປະທານພະລັງໃຫ້ຂ້ານ້ອຍດ້ວຍເຖີດ, ເພື່ອວ່າຂ້ານ້ອຍຈະໄດ້ທົນກັບຄວາມບົກພ່ອງຂອງຂ້ານ້ອຍ. ເພາະວ່າຂ້ານ້ອຍອ່ອນແອ ແລະ ຄວາມຊົ່ວຮ້າຍເຊັ່ນນີ້ໃນບັນດາຜູ້ຄົນພວກນີ້ເຮັດໃຫ້ຈິດວິນຍານຂອງຂ້ານ້ອຍເຈັບປວດຫລາຍ.
31 ໂອ້ ພຣະຜູ້ເປັນເຈົ້າ, ໃຈຂອງຂ້ານ້ອຍເສົ້າສະຫລົດຫລາຍ; ຂໍພຣະອົງຈົ່ງປອບໂຍນຈິດວິນຍານຂອງຂ້ານ້ອຍ ໃນພຣະຄຣິດດ້ວຍເຖີດ. ໂອ້ ພຣະອົງເຈົ້າເອີຍ, ຂໍພຣະອົງຈົ່ງໂປດປະທານແກ່ຂ້ານ້ອຍ ເພື່ອຂ້ານ້ອຍຈະມີພະລັງດ້ວຍເຖີດ, ເພື່ອຂ້ານ້ອຍຈະໄດ້ຮັບຄວາມທຸກເຫລົ່ານີ້ດ້ວຍຄວາມອົດທົນ ຊຶ່ງມັນຈະເກີດຂຶ້ນກັບຂ້ານ້ອຍຍ້ອນຄວາມຊົ່ວຮ້າຍຂອງຜູ້ຄົນພວກນີ້.
32 ໂອ້ ພຣະຜູ້ເປັນເຈົ້າ, ຂໍພຣະອົງຈົ່ງປອບໂຍນຈິດວິນຍານຂອງຂ້ານ້ອຍດ້ວຍເຖີດ, ແລະ ປະທານຄວາມສຳເລັດໃຫ້ແກ່ຂ້ານ້ອຍ, ແລະ ເພື່ອນຮ່ວມງານຂອງຂ້ານ້ອຍຜູ້ຊຶ່ງຢູ່ນຳຂ້ານ້ອຍດ້ວຍເຖີດ—ຄື ອຳໂມນ, ແລະ ອາໂຣນ, ແລະ ອອມເນີ, ແລະ ແອມມິວເລັກກັບຊີເອສຣອມນຳອີກ, ພ້ອມດ້ວຍລູກຊາຍ ສອງຄົນຂອງຂ້ານ້ອຍນຳອີກ—ແທ້ຈິງແລ້ວ, ຂໍໃຫ້ພຣະອົງຈົ່ງປອບໂຍນເຂົາເຈົ້າທັງໝົດດ້ວຍເຖີດ, ໂອ້ ພຣະຜູ້ເປັນເຈົ້າ. ແທ້ຈິງແລ້ວ, ຂໍພຣະອົງຈົ່ງປອບໂຍນຈິດວິນຍານຂອງເຂົາເຈົ້າ ໃນພຣະຄຣິດດ້ວຍເຖີດ.
33 ຂໍໃຫ້ພຣະອົງຈົ່ງປະທານໃຫ້ເຂົາເຈົ້າ ເພື່ອເຂົາເຈົ້າຈະໄດ້ມີພະລັງ, ເພື່ອເຂົາເຈົ້າຈະໄດ້ທົນຕໍ່ຄວາມທຸກຂອງເຂົາເຈົ້າ ຊຶ່ງມັນຈະເກີດກັບເຂົາເຈົ້າຍ້ອນຄວາມຊົ່ວຮ້າຍຂອງຜູ້ຄົນພວກນີ້.
34 ໂອ້ ພຣະຜູ້ເປັນເຈົ້າ, ຂໍພຣະອົງຈົ່ງປະທານ ໃຫ້ພວກຂ້ານ້ອຍ ເພື່ອພວກຂ້ານ້ອຍຈະມີຄວາມສຳເລັດໃນການນຳພາຜູ້ຄົນເຫລົ່ານີ້ມາຫາພຣະອົງໃນພຣະຄຣິດອີກ.
35 ຂໍຈົ່ງທອດພຣະເນດເຖີດ, ໂອ້ ພຣະຜູ້ເປັນເຈົ້າ, ຈິດວິນຍານຂອງພວກເຂົາປະເສີດ ແລະ ຫລາຍຄົນໃນບັນດາພວກເຂົາເປັນພີ່ນ້ອງຂອງພວກຂ້ານ້ອຍ; ສະນັ້ນ, ໂອ້ ພຣະຜູ້ເປັນເຈົ້າ, ຂໍຈົ່ງໂປດປະທານພະລັງ ແລະ ປັນຍາໃຫ້ແກ່ພວກຂ້ານ້ອຍດ້ວຍເຖີດ, ເພື່ອພວກຂ້ານ້ອຍຈະໄດ້ນຳພວກເຂົາເຫລົ່ານີ້ມາຫາພຣະອົງອີກ.
36 ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ເມື່ອແອວມາກ່າວຂໍ້ຄວາມນີ້ແລ້ວ, ຄືເພິ່ນໄດ້ ວາງ ມືຂອງເພິ່ນໃສ່ທຸກຄົນທີ່ຢູ່ກັບເພິ່ນ. ແລະ ຈົ່ງເບິ່ງ, ເວລາທີ່ເພິ່ນວາງມືຂອງເພິ່ນໃສ່ພວກເພິ່ນ, ພວກເພິ່ນກໍເຕັມປ່ຽມໄປດ້ວຍພຣະວິນຍານສັກສິດ.
37 ແລະ ຫລັງຈາກນັ້ນ ພວກເພິ່ນໄດ້ແຍກຍ້າຍກັນໄປ ໂດຍບໍ່ໄດ້ຄິດວ່າພວກເພິ່ນຈະກິນຫຍັງ, ຫລື ພວກເພິ່ນຈະດື່ມຫຍັງ, ຫລື ພວກເພິ່ນຈະນຸ່ງຫົ່ມຫຍັງ.
38 ແລະ ພຣະຜູ້ເປັນເຈົ້າໄດ້ຈັດຕຽມໄວ້ໃຫ້ພວກເພິ່ນ ເພື່ອພວກເພິ່ນຈະບໍ່ໄດ້ຫິວເຂົ້າ ແລະ ບໍ່ກະຫາຍນ້ຳ; ແທ້ຈິງແລ້ວ, ພຣະອົງໄດ້ປະທານພະລັງໃຫ້ແກ່ພວກເພິ່ນ ເພື່ອພວກເພິ່ນຈະບໍ່ຕ້ອງ ຮັບທຸກອັນໃດເລີຍ ນອກຈາກຈະຖືກກືນເຂົ້າໄປໃນຄວາມສຸກຂອງພຣະຄຣິດ. ບັດນີ້ມັນກໍເປັນໄປຕາມຄຳອະທິຖານຂອງແອວມາ; ແລະ ມັນໄດ້ເປັນໄປເຊັ່ນນີ້ຍ້ອນວ່າເພິ່ນໄດ້ອະທິຖານດ້ວຍ ສັດທາ.