ບົດທີ 37
ແຜ່ນຈາລຶກທອງເຫລືອງ ແລະ ພຣະຄຳພີອື່ນໆໄດ້ຖືກປົກປັກຮັກສາໄວ້ເພື່ອນຳເອົາຈິດວິນຍານທັງຫລາຍມາຫາຄວາມລອດ—ຊາວຢາເຣັດຖືກທຳລາຍຍ້ອນຄວາມຊົ່ວຮ້າຍຂອງພວກເຂົາ—ຄຳສາບານລັບ ແລະ ຄຳສັນຍາຂອງພວກເຂົາຈະຕ້ອງຖືກຮັກສາໄວ້ບໍ່ໃຫ້ໃຜຮູ້—ຈົ່ງປຶກສາກັບພຣະຜູ້ເປັນເຈົ້າໃນທຸກສິ່ງທຸກຢ່າງທີ່ທ່ານເຮັດ—ດັ່ງທີ່ເລຍໂຮນາໄດ້ນຳພາຊາວນີໄຟໄປແນວໃດ, ພຣະຄຳຂອງພຣະຄຣິດກໍຈະນຳພາຜູ້ຄົນໄປຫາຊີວິດນິລັນດອນແນວນັ້ນ. ປະມານ 74 ປີ ກ່ອນ ຄ.ສ.
1 ແລະ ບັດນີ້, ຮີລາມັນລູກຂອງພໍ່, ພໍ່ສັ່ງລູກອີກວ່າ ລູກຈົ່ງຮັບເອົາ ບັນທຶກ ຊຶ່ງໄດ້ຖືກ ມອບໃຫ້ພໍ່;
2 ແລະ ພໍ່ສັ່ງລູກອີກວ່າ ໃຫ້ລູກບັນທຶກກ່ຽວກັບຜູ້ຄົນພວກນີ້ໄວ້ໃນແຜ່ນຈາລຶກຂອງນີໄຟຄືກັນກັບທີ່ພໍ່ໄດ້ກະທຳມາ, ແລະ ຮັກສາສິ່ງເຫລົ່ານີ້ທັງໝົດທີ່ພໍ່ໄດ້ຮັກສາມາໃຫ້ສັກສິດຄືກັນກັບທີ່ພໍ່ໄດ້ຮັກສາມັນໄວ້; ເພາະວ່າມັນເປັນໄປເພື່ອຈຸດປະສົງອັນ ສະຫລາດທີ່ຕ້ອງຮັກສາມັນໄວ້.
3 ແລະ ແຜ່ນຈາລຶກທອງເຫລືອງເຫລົ່ານີ້ ຊຶ່ງມີຕົວອັກສອນສະຫລັກໄວ້ໃນນັ້ນ, ຊຶ່ງມີບັນທຶກ ແລະ ພຣະຄຳພີອັນສັກສິດຢູ່ໃນນັ້ນ, ຊຶ່ງມີລຳດັບການສືບເຊື້ອສາຍຂອງບັນພະບຸລຸດຂອງພວກເຮົາຕັ້ງແຕ່ຕົ້ນ—
4 ຈົ່ງເບິ່ງ, ບັນພະບຸລຸດຂອງພວກເຮົາໄດ້ທຳນາຍໄວ້, ວ່າມັນຄວນຖືກຮັກສາໄວ້ ແລະ ມອບຕໍ່ໆກັນໄປຈາກຄົນລຸ້ນໜຶ່ງຫາຄົນອີກລຸ້ນໜຶ່ງ, ແລະ ຖືກເກັບກຳ ແລະ ປົກປັກຮັກສາໄວ້ໂດຍພຣະຫັດຂອງພຣະຜູ້ເປັນເຈົ້າ ຈົນກວ່າມັນຈະເຖິງວັນເວລາທີ່ມັນຈະອອກໄປຫາທຸກປະຊາຊາດ, ທຸກຕະກຸນ, ທຸກພາສາ, ແລະ ທຸກຜູ້ຄົນທັງປວງ, ເພື່ອພວກເຂົາຈະໄດ້ຮູ້ຈັກເຖິງ ຄວາມລຶກລັບທີ່ມີຢູ່ໃນນັ້ນ.
5 ແລະ ບັດນີ້ຈົ່ງເບິ່ງ, ຖ້າຫາກພຣະອົງໄດ້ຮັກສາມັນໄວ້ ມັນຈະສົດໃສຢູ່ຄືເກົ່າ; ແທ້ຈິງແລ້ວ, ມັນຈະຍັງສົດໃສຢູ່ຄືເກົ່າ; ແທ້ຈິງແລ້ວ, ແລະ ແຜ່ນຈາລຶກທັງໝົດ ຊຶ່ງມີຂໍ້ຄວາມອັນເປັນພຣະຄຳພີສັກສິດຈະຍັງສົດໃສຢູ່ຄືກັນ.
6 ບັດນີ້ລູກອາດຈະຄິດວ່າ ມັນເປັນ ຄວາມໂງ່ຈ້າຂອງພໍ່; ແຕ່ຈົ່ງເບິ່ງ ພໍ່ເວົ້າກັບລູກວ່າ ໂດຍເລື່ອງ ເລັກນ້ອຍ ແລະ ງ່າຍໆຈະນຳເລື່ອງໃຫຍ່ມາ; ແລະ ໃນຫລາຍຢ່າງວິທີເລັກໆນ້ອຍໆຈະເຮັດໃຫ້ຄົນສະຫລາດຍອມຈຳນົນ.
7 ແລະ ອົງພຣະຜູ້ເປັນເຈົ້າໄດ້ເຮັດວຽກງານໂດຍ ວິທີທີ່ຈະນຳຈຸດປະສົງອັນເປັນນິລັນດອນຂອງພຣະອົງມາ; ແລະ ໂດຍວິທີ ເລັກໆນ້ອຍໆທີ່ສຸດ ພຣະຜູ້ເປັນເຈົ້າໄດ້ເຮັດໃຫ້ຄົນສະຫລາດຕ້ອງຈຳນົນ ແລະ ເຮັດໃຫ້ຄວາມລອດເກີດກັບຈິດວິນຍານເປັນຈຳນວນຫລວງຫລາຍ.
8 ແລະ ບັດນີ້, ຈົນເຖິງທຸກມື້ນີ້, ນີ້ຄືຄວາມສະຫລຽວສະຫລາດຂອງພຣະເຈົ້າ ທີ່ຈະໃຫ້ສິ່ງເຫລົ່ານີ້ໄດ້ຮັບການປົກປັກຮັກສາໄວ້; ເພາະຈົ່ງເບິ່ງ, ມັນຈະໃຫ້ຄວາມຊົງຈຳຂອງຜູ້ຄົນພວກນີ້ ດີຂຶ້ນ, ແທ້ຈິງແລ້ວ, ມັນຈະເຮັດໃຫ້ຫລາຍຄົນສຳນຶກເຖິງຄວາມຜິດຂອງຕົນ, ແລະ ນຳພວກເຂົາມາຫາຄວາມຮູ້ເຖິງພຣະເຈົ້າຂອງພວກເຂົາ ເພື່ອພວກເຂົາຈະໄດ້ໄປຫາຄວາມລອດຂອງຈິດວິນຍານຂອງພວກເຂົາ.
9 ແທ້ຈິງແລ້ວ, ພໍ່ເວົ້າກັບລູກວ່າ, ຖ້າຫາກບໍ່ ແມ່ນຍ້ອນສິ່ງດັ່ງກ່າວນີ້ ທີ່ມີບັນທຶກໄວ້ຢູ່ໃນແຜ່ນຈາລຶກເຫລົ່ານີ້ແລ້ວ, ອຳໂມນກັບອ້າຍນ້ອງຂອງລາວຈະເຮັດໃຫ້ຊາວເລມັນຫລາຍພັນຄົນ ແນ່ໃຈບໍ່ໄດ້ໃນຮີດຄອງປະເພນີອັນບໍ່ຖືກຕ້ອງຂອງບັນພະບຸລຸດຂອງພວກເຂົາ; ແທ້ຈິງແລ້ວ, ບັນທຶກເຫລົ່ານີ້ ແລະ ຂໍ້ຄວາມທີ່ມີຢູ່ໃນນັ້ນໄດ້ຊັກນຳພວກເຂົາມາສູ່ການກັບໃຈ; ແລະ ສິ່ງເຫລົ່ານີ້ໄດ້ຊັກນຳພວກເຂົາມາສູ່ຄວາມຮູ້ເລື່ອງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ, ແລະ ເພື່ອຈະໄດ້ປິຕິຍິນດີໃນພຣະເຢຊູຄຣິດພຣະຜູ້ໄຖ່ຂອງພວກເຂົາ.
10 ແລະ ຜູ້ໃດຈະຮູ້ໄດ້ວ່າ ບັນທຶກເຫລົ່ານີ້ຈະເປັນເສັ້ນທາງນຳພາພວກເຂົາຫລາຍພັນຄົນມາໃຫ້ຮູ້ຈັກ, ແທ້ຈິງແລ້ວ, ແລະ ຊາວນີໄຟພີ່ນ້ອງຂອງພວກເຮົາຫລາຍພັນຄົນທີ່ແຂງຄໍ, ຜູ້ຊຶ່ງຕອນນີ້ເຮັດໃຈແຂງກະດ້າງຢູ່ໃນບາບ ແລະ ຄວາມຊົ່ວຮ້າຍ, ເພື່ອມາຫາຄວາມຮູ້ເລື່ອງພຣະຜູ້ໄຖ່ຂອງພວກເຂົາ?
11 ບັດນີ້ຄວາມລຶກລັບເຫລົ່ານີ້ຍັງບໍ່ທັນເປັນທີ່ຮູ້ໂດຍສົມບູນແກ່ພໍ່; ສະນັ້ນ ພໍ່ຈຶ່ງຢຸດໄວ້ກ່ອນ.
12 ແລະ ເປັນການພຽງພໍ ຖ້າຫາກພໍ່ພຽງແຕ່ກ່າວວ່າ ບັນທຶກເຫລົ່ານີ້ໄດ້ຮັບການປົກປັກຮັກສາໄວ້ ເພື່ອຈຸດປະສົງອັນສະຫລາດ, ຊຶ່ງຈຸດປະສົງນີ້ ພຣະເຈົ້າຮູ້ຈັກ; ເພາະວ່າພຣະອົງໄດ້ ແນະນຳດ້ວຍຄວາມສະຫລຽວສະຫລາດໃນວຽກງານທັງໝົດຂອງພຣະອົງ, ແລະ ທາງຂອງພຣະອົງຊື່ຕົງ, ແລະ ທາງເດີນຂອງພຣະອົງເປັນຮອບທີ່ເປັນນິລັນດອນ ໜຶ່ງ.
13 ໂອ້ ຈົ່ງຈື່ຈຳໄວ້, ຈື່ຈຳໄວ້, ຮີລາມັນລູກຂອງພໍ່, ພຣະບັນຍັດຂອງພຣະເຈົ້ານັ້ນ ເຄັ່ງຄັດພຽງໃດ. ແລະ ພຣະອົງໄດ້ກ່າວວ່າ: ຖ້າຫາກເຈົ້າຈະຮັກສາບັນຍັດຂອງເຮົາ, ເຈົ້າຈະ ຮຸ່ງເຮືອງຢູ່ໃນແຜ່ນດິນ—ແຕ່ຖ້າຫາກລູກບໍ່ຮັກສາພຣະບັນຍັດຂອງພຣະອົງແລ້ວ ລູກຈະຖືກຕັດອອກຈາກທີ່ປະທັບຂອງພຣະອົງ.
14 ແລະ ບັດນີ້ຈົ່ງຈື່ຈຳໄວ້, ລູກຂອງພໍ່, ວ່າພຣະເຈົ້າ ມອບສິ່ງເຫລົ່ານີ້ໄວ້ກັບລູກ ຊຶ່ງເປັນສິ່ງ ສັກສິດ, ຊຶ່ງພຣະອົງຈະເກັບກຳໄວ້ໃຫ້ສັກສິດ, ແລະ ຊຶ່ງພຣະອົງຈະເກັບກຳ ແລະ ປົກປັກຮັກສາໄວ້ເພື່ອຈຸດປະສົງອັນ ສະຫລາດຂອງພຣະອົງ, ເພື່ອພຣະອົງຈະໄດ້ສະແດງອຳນາດຂອງພຣະອົງອອກມາໃຫ້ຄົນລຸ້ນຫລັງເຫັນ.
15 ແລະ ບັດນີ້ຈົ່ງເບິ່ງ, ພໍ່ບອກລູກໂດຍວິນຍານແຫ່ງການທຳນາຍວ່າ, ຖ້າຫາກລູກລະເມີດພຣະບັນຍັດຂອງພຣະເຈົ້າ, ຈົ່ງເບິ່ງ, ອຳນາດຂອງພຣະເຈົ້າຈະເອົາບັນທຶກເຫລົ່ານີ້ໄປຈາກລູກ, ແລະ ລູກຈະຖືກສົ່ງໄປຫາຊາຕານ, ເພື່ອມັນຈະໄດ້ຝັດລູກຄືກັນກັບຂີ້ແກບຢູ່ຕໍ່ໜ້າລົມ.
16 ແຕ່ຖ້າຫາກລູກຈະຮັກສາພຣະບັນຍັດຂອງພຣະເຈົ້າ, ແລະ ຈະປະຕິບັດຕໍ່ສິ່ງສັກສິດເຫລົ່ານີ້ຕາມທີ່ພຣະຜູ້ເປັນເຈົ້າໄດ້ບັນຊາລູກ, (ລູກຈະຕ້ອງວິງວອນຫາພຣະຜູ້ເປັນເຈົ້າສຳລັບທຸກສິ່ງທຸກຢ່າງ ບໍ່ວ່າແນວໃດກໍຕາມ ເພື່ອລູກຈະປະຕິບັດຕໍ່ສິ່ງເຫລົ່ານີ້) ຈົ່ງເບິ່ງ, ບໍ່ມີອຳນາດຂອງແຜ່ນດິນໂລກ ຫລື ນະລົກຈະສາມາດ ເອົາມັນໄປຈາກລູກໄດ້, ເພາະພຣະເຈົ້າມີອຳນາດທີ່ຈະເຮັດໃຫ້ພຣະຄຳຂອງພຣະອົງສຳເລັດທັງໝົດ.
17 ເພາະວ່າພຣະອົງຈະເຮັດໃຫ້ຄຳສັນຍາຂອງພຣະອົງ ຊຶ່ງພຣະອົງໄດ້ເຮັດໄວ້ກັບລູກສຳເລັດທັງໝົດ, ເພາະພຣະອົງໄດ້ເຮັດໃຫ້ຄຳສັນຍາຂອງພຣະອົງ ຊຶ່ງເຮັດໄວ້ກັບບັນພະບຸລຸດຂອງພວກເຮົາສຳເລັດແລ້ວ.
18 ເພາະພຣະອົງໄດ້ສັນຍາກັບຄົນເຫລົ່ານັ້ນວ່າ ພຣະອົງຈະ ປົກປັກຮັກສາສິ່ງເຫລົ່ານີ້ໄວ້ເພື່ອຈຸດປະສົງອັນສະຫລາດຂອງພຣະອົງ, ເພື່ອພຣະອົງຈະໄດ້ສະແດງອຳນາດຂອງພຣະອົງອອກມາໃຫ້ຄົນລຸ້ນຫລັງເຫັນ.
19 ແລະ ບັດນີ້ຈົ່ງເບິ່ງ, ພຣະອົງໄດ້ເຮັດໃຫ້ຈຸດປະສົງຢ່າງໜຶ່ງຂອງພຣະອົງສຳເລັດແລ້ວ, ຈົນວ່າເຮັດໃຫ້ຊາວເລມັນ ຫລາຍພັນຄົນກັບຄືນມາຫາຄວາມຮູ້ເລື່ອງຄວາມຈິງ; ແລະ ພຣະອົງໄດ້ສະແດງອຳນາດຂອງພຣະອົງອອກມາຈາກສິ່ງເຫລົ່ານີ້, ແລະ ພຣະອົງຈະສະແດງອຳນາດຂອງພຣະອົງອອກມາຈາກສິ່ງເຫລົ່ານີ້ອີກໃຫ້ແກ່ຄົນລຸ້ນ ຕໍ່ໄປ; ສະນັ້ນ ສິ່ງເຫລົ່ານີ້ຈະຕ້ອງໄດ້ຮັບການປົກປັກຮັກສາໄວ້.
20 ສະນັ້ນ ພໍ່ຈຶ່ງສັ່ງເຈົ້າ, ຮີລາມັນລູກຂອງພໍ່, ໃຫ້ລູກພາກພຽນພະຍາຍາມໃນການເຮັດໃຫ້ຄຳເວົ້າຂອງພໍ່ສຳເລັດທັງໝົດ, ແລະ ໃຫ້ລູກພາກພຽນພະຍາຍາມໃນການຮັກສາພຣະບັນຍັດຂອງພຣະເຈົ້າຄືກັນກັບທີ່ມີຂຽນໄວ້.
21 ແລະ ບັດນີ້, ພໍ່ຈະເວົ້າກັບລູກກ່ຽວກັບແຜ່ນຈາລຶກ ຊາວສີ່ແຜ່ນນີ້, ໃຫ້ລູກເກັບກຳມັນໄວ້, ເພື່ອວ່າຄວາມລຶກລັບ ແລະ ວຽກງານແຫ່ງຄວາມມືດ, ແລະ ວຽກງານ ລັບທັງໝົດ, ຫລື ວຽກງານລັບຂອງຜູ້ຄົນຜູ້ຖືກທຳລາຍໄປແລ້ວ, ຈະສະແດງໃຫ້ປະຈັກແກ່ຜູ້ຄົນພວກນີ້; ແທ້ຈິງແລ້ວ, ການຄາດຕະກຳທັງໝົດຂອງພວກເຂົາ, ແລະ ການຂີ້ລັກມັກສົກ, ແລະ ການປຸ້ນຈີ້, ແລະ ຄວາມຊົ່ວຮ້າຍ, ແລະ ຄວາມໜ້າກຽດຊັງທັງໝົດຂອງພວກເຂົາ, ຈະສະແດງໃຫ້ປະຈັກແກ່ຜູ້ຄົນພວກນີ້; ແທ້ຈິງແລ້ວ, ແລະ ວ່າໃຫ້ລູກປົກປັກຮັກສາ ສິ່ງແປຄວາມໝາຍເຫລົ່ານີ້ໄວ້.
22 ເພາະຈົ່ງເບິ່ງ, ພຣະຜູ້ເປັນເຈົ້າເຫັນວ່າຜູ້ຄົນຂອງພຣະອົງເລີ່ມເຮັດວຽກງານໃນຄວາມມືດ, ແທ້ຈິງແລ້ວ, ເຮັດການຄາດຕະກຳ ແລະ ສິ່ງທີ່ໜ້າກຽດຊັງທີ່ເປັນຄວາມລັບ; ສະນັ້ນ ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, ຖ້າຫາກພວກເຂົາເຫລົ່ານັ້ນບໍ່ກັບໃຈ, ແລ້ວພວກເຂົາຈະຖືກທຳລາຍອອກຈາກຜືນແຜ່ນດິນໂລກ.
23 ແລະ ພຣະເຈົ້າໄດ້ກ່າວວ່າ: ເຮົາຈະຕຽມ ຫີນກ້ອນໜຶ່ງໄວ້ໃຫ້ກາເຊເລັມ ຊຶ່ງເປັນຜູ້ຮັບໃຊ້ຂອງເຮົາ, ຊຶ່ງມັນຈະສ່ອງແສງສະຫວ່າງອອກມາສູ່ຄວາມມືດ, ເພື່ອເຮົາຈະເຮັດໃຫ້ຜູ້ຄົນຊຶ່ງຮັບໃຊ້ເຮົາຮູ້ຈັກເພື່ອເຮົາຈະເຮັດໃຫ້ພວກເຂົາຮູ້ຈັກວຽກງານຂອງພີ່ນ້ອງຂອງພວກເຂົາ, ແທ້ຈິງແລ້ວ, ວຽກງານລັບ ແລະ ວຽກງານແຫ່ງຄວາມມືດ, ແລະ ຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງຂອງພວກເຂົາ.
24 ແລະ ບັດນີ້, ລູກຂອງພໍ່, ສິ່ງແປຄວາມໝາຍເຫລົ່ານີ້ມີຕຽມໄວ້ເພື່ອພຣະຄຳຂອງພຣະເຈົ້າຈະໄດ້ສຳເລັດ, ຊຶ່ງພຣະອົງໄດ້ກ່າວ, ມີຄວາມວ່າ:
25 ເຮົາຈະ ນຳເອົາວຽກງານລັບຂອງພວກເຂົາອອກຈາກຄວາມມືດໄປຫາແສງສະຫວ່າງ; ແລະ ຖ້າຫາກພວກເຂົາບໍ່ກັບໃຈ ເຮົາຈະ ທຳລາຍພວກເຂົາອອກຈາກຜືນແຜ່ນດິນໂລກ; ແລະ ເຮົາຈະນຳເອົາຄວາມລັບ ແລະ ຄວາມໜ້າກຽດຊັງທັງໝົດຂອງພວກເຂົາໄປຫາຄວາມສະຫວ່າງໃຫ້ແກ່ທຸກປະຊາຊາດທີ່ຈະມາເປັນເຈົ້າຂອງແຜ່ນດິນຕໍ່ຈາກນີ້ໄປ.
26 ແລະ ບັດນີ້, ລູກຂອງພໍ່, ພວກເຮົາເຫັນວ່າ ພວກເຂົາບໍ່ໄດ້ກັບໃຈ; ສະນັ້ນ ພວກເຂົາຈຶ່ງຖືກທຳລາຍ ແລະ ພຣະຄຳຂອງພຣະເຈົ້າທີ່ເວົ້າໄວ້ຈຶ່ງສຳເລັດດັ່ງນີ້; ແທ້ຈິງແລ້ວ, ຄວາມໜ້າກຽດຊັງອັນລັບໆຂອງ ພວກເຂົາຖືກນຳອອກຈາກຄວາມມືດ ແລະ ເຮັດໃຫ້ເປັນທີ່ຮູ້ຈັກແກ່ພວກເຮົາ.
27 ແລະ ບັດນີ້, ລູກຂອງພໍ່, ພໍ່ສັ່ງໃຫ້ລູກຮັກສາຄຳສາບານຂອງພວກເຂົາ, ແລະ ຄຳໝັ້ນສັນຍາຂອງພວກເຂົາ, ແລະ ຂໍ້ຕົກລົງໃນຄວາມໜ້າກຽດຊັງອັນລັບໆຂອງພວກເຂົາໄວ້ໃຫ້ໝົດ; ແທ້ຈິງແລ້ວ, ແລະ ລູກຈະເກັບກຳ ເຄື່ອງໝາຍ ແລະ ການແປກປະຫລາດທັງໝົດຂອງພວກເຂົາຈາກຜູ້ຄົນພວກນີ້, ເພື່ອພວກເຂົາຈະບໍ່ຮູ້ຈັກມັນ, ຖ້າບໍ່ດັ່ງນັ້ນ ພວກເຂົາອາດຈະຕົກໄປໃນຄວາມມືດ ແລະ ຖືກທຳລາຍໄປ.
28 ເພາະຈົ່ງເບິ່ງ, ມີ ການສາບແຊ່ງຢູ່ທົ່ວແຜ່ນດິນ, ຄືຄວາມຈິບຫາຍຈະເກີດກັບຄົນທັງໝົດທີ່ເປັນຄົນງານແຫ່ງຄວາມມືດຕາມອຳນາດຂອງພຣະເຈົ້າ, ເມື່ອພວກເຂົາສຸກເຕັມທີ່; ສະນັ້ນ ພໍ່ຈຶ່ງບໍ່ຢາກໃຫ້ຜູ້ຄົນພວກນີ້ຖືກທຳລາຍ.
29 ສະນັ້ນ ລູກຈົ່ງເກັບກຳແຜນການລັບເຫລົ່ານີ້ໄວ້ ຊຶ່ງເປັນ ຄຳສາບານຂອງພວກເຂົາໃຫ້ລອດຈາກຜູ້ຄົນພວກນີ້, ແລະ ລູກຈົ່ງໃຫ້ພວກເຂົາຮູ້ພຽງແຕ່ຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງຂອງພວກເຂົາເທົ່ານັ້ນ; ແລະ ລູກຈົ່ງສິດສອນພວກເຂົາໃຫ້ ກຽດຊັງຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງ ແລະ ການຄາດຕະກຳທັງໝົດ; ແລະ ລູກຈົ່ງສິດສອນພວກເຂົາອີກວ່າ ຄົນເຫລົ່ານັ້ນຖືກທຳລາຍໄປເນື່ອງຈາກວ່າຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງ ແລະ ການຄາດຕະກຳຂອງພວກເຂົາເອງ.
30 ເພາະຈົ່ງເບິ່ງ, ພວກເຂົາໄດ້ຂ້າສາດສະດາທັງໝົດຂອງພຣະຜູ້ເປັນເຈົ້າ ຜູ້ມາຫາພວກເຂົາເພື່ອປະກາດແກ່ພວກເຂົາກ່ຽວກັບຄວາມຊົ່ວຮ້າຍຂອງພວກເຂົາ; ແລະ ເລືອດຂອງພວກເພິ່ນເຫລົ່ານັ້ນໄດ້ຮ້ອງທູນຕໍ່ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເພິ່ນ ເພື່ອການແກ້ແຄ້ນຜູ້ທີ່ຂ້າພວກເພິ່ນ ແລະ ການພິພາກສາຂອງພຣະເຈົ້າໄດ້ເກີດຂຶ້ນດັ່ງນີ້ກັບຄົນງານແຫ່ງຄວາມມືດ ແລະ ກັບຜູ້ທີ່ເຮັດການມົ້ວສຸມລັບເຫລົ່ານັ້ນ.
31 ແທ້ຈິງແລ້ວ, ແລະ ແຜ່ນດິນຖືກສາບແຊ່ງຕະຫລອດໄປ ແລະ ຕະຫລອດການສຳລັບຄົນງານແຫ່ງຄວາມມືດ ແລະ ກັບຜູ້ທີ່ເຮັດການມົ້ວສຸມລັບເຫລົ່ານັ້ນ, ຈົນເຖິງຄວາມພິນາດ, ຖ້າຫາກພວກເຂົາບໍ່ກັບໃຈ ກ່ອນພວກເຂົາຈະສຸກເຕັມທີ່.
32 ແລະ ບັດນີ້, ລູກຂອງພໍ່, ຈົ່ງຈື່ຈຳຄຳເວົ້າທີ່ພໍ່ໄດ້ເວົ້າກັບລູກ; ຢ່າໄດ້ມອບແຜນການລັບເຫລົ່ານີ້ໃຫ້ແກ່ຜູ້ຄົນພວກນີ້, ແຕ່ຈົ່ງສິດສອນພວກເຂົາໃຫ້ ກຽດຊັງບາບ ແລະ ຄວາມຊົ່ວຮ້າຍອັນເປັນນິດ.
33 ຈົ່ງ ສັ່ງສອນເຖິງການກັບໃຈ ແລະ ສັດທາໃນອົງພຣະເຢຊູຄຣິດເຈົ້າແກ່ພວກເຂົາ; ຈົ່ງສິດສອນພວກເຂົາໃຫ້ຖ່ອມຕົວ ແລະ ອ່ອນໂຍນ ແລະ ຕ່ຳຕ້ອຍໃນໃຈ; ຈົ່ງສິດສອນພວກເຂົາໃຫ້ຕ້ານທານກັບ ການລໍ້ລວງທຸກຢ່າງຂອງມານ, ດ້ວຍສັດທາຂອງພວກເຂົາຊຶ່ງມີໃນອົງພຣະເຢຊູຄຣິດເຈົ້າ.
34 ຈົ່ງສິດສອນພວກເຂົາບໍ່ໃຫ້ເບື່ອໜ່າຍວຽກງານດີ, ແຕ່ໃຫ້ອ່ອນໂຍນ ແລະ ຕ່ຳຕ້ອຍໃນໃຈ; ເພາະວ່າຄົນເຊັ່ນນັ້ນ ຈະພົບທີ່ ພັກຜ່ອນໃຫ້ແກ່ຈິດວິນຍານຂອງຕົນ.
35 ໂອ້, ຈົ່ງຈື່ຈຳໄວ້, ລູກຂອງພໍ່, ແລະ ຈົ່ງຮຽນຮູ້ ປັນຍາໃນໄວໜຸ່ມຂອງລູກ; ແທ້ຈິງແລ້ວ, ຈົ່ງຮຽນຮູ້ໃນໄວໜຸ່ມຂອງລູກ ເພື່ອຮັກສາພຣະບັນຍັດຂອງພຣະເຈົ້າ.
36 ແທ້ຈິງແລ້ວ, ແລະ ຈົ່ງ ເອີ້ນຫາພຣະເຈົ້າ ເພື່ອລູກຈະໄດ້ຮັບຄວາມຊ່ວຍເຫລືອທັງໝົດ; ແທ້ຈິງແລ້ວ, ຂໍໃຫ້ການກະທຳທັງໝົດຂອງລູກຢູ່ກັບພຣະຜູ້ເປັນເຈົ້າ, ແລະ ບໍ່ວ່າລູກຈະໄປບ່ອນໃດກໍຕາມ ກໍໃຫ້ວຽກງານຂອງລູກນັ້ນຢູ່ກັບພຣະຜູ້ເປັນເຈົ້າ; ແທ້ຈິງແລ້ວ, ຂໍໃຫ້ຄວາມຄິດຂອງລູກລະນຶກຫາພຣະຜູ້ເປັນເຈົ້າ; ແທ້ຈິງແລ້ວ, ຂໍໃຫ້ຄວາມຮັກໃນໃຈຂອງລູກວາງໄວ້ຢູ່ກັບພຣະຜູ້ເປັນເຈົ້າຕະຫລອດໄປ.
37 ຈົ່ງ ປຶກສານຳພຣະຜູ້ເປັນເຈົ້າໃນການກະທຳທັງໝົດຂອງລູກ, ແລະ ພຣະອົງຈະຊີ້ທາງໃຫ້ລູກເພື່ອຄວາມດີ; ແທ້ຈິງແລ້ວ, ເວລາລູກນອນລົງຕອນກາງຄືນກໍຈົ່ງນອນຢູ່ກັບພຣະຜູ້ເປັນເຈົ້າ, ເພື່ອພຣະອົງຈະໄດ້ດູແລລູກເວລາລູກນອນ; ແລະ ເວລາລູກຕື່ນຂຶ້ນຕອນເຊົ້າ ກໍຂໍໃຫ້ໃຈຂອງລູກເຕັມໄປດ້ວຍຄວາມ ຂອບພຣະໄທພຣະເຈົ້າ; ແລະ ຖ້າຫາກລູກເຮັດສິ່ງເຫລົ່ານີ້, ລູກຈະຖືກຍົກຂຶ້ນໃນວັນສຸດທ້າຍ.
38 ແລະ ບັດນີ້, ລູກຂອງພໍ່, ພໍ່ມີແນວໜຶ່ງທີ່ຈະເວົ້າກ່ຽວກັບສິ່ງທີ່ບັນພະບຸລຸດຂອງພວກເຮົາເອີ້ນວ່າ ລູກກົມ ຫລື ເຂັມຊີ້ທິດ—ຫລື ບັນພະບຸລຸດຂອງພວກເຮົາເອີ້ນວ່າ ເລຍໂຮນາ, ຊຶ່ງແປວ່າ ເຂັມຊີ້ທິດ; ຊຶ່ງພຣະຜູ້ເປັນເຈົ້າໄດ້ຕຽມມັນໄວ້ໃຫ້.
39 ແລະ ຈົ່ງເບິ່ງ, ບໍ່ມີຜູ້ໃດເລີຍທີ່ຈະເຮັດວຽກແບບນີ້ໄດ້ດ້ວຍຝີມືອັນແປກປະຫລາດແບບນີ້. ແລະ ເບິ່ງແມ ມັນຖືກຕຽມໄວ້ໃຫ້ບັນພະບຸລຸດຂອງພວກເຮົາເພື່ອຊີ້ທາງທີ່ເຂົາເຈົ້າຄວນເດີນໄປໃນຖິ່ນແຫ້ງແລ້ງກັນດານ.
40 ແລະ ມັນໄດ້ເຮັດວຽກໃຫ້ເຂົາເຈົ້າຕາມ ສັດທາຂອງເຂົາເຈົ້າທີ່ມີໃນພຣະເຈົ້າ; ສະນັ້ນ, ຖ້າຫາກ ເຂົາເຈົ້າມີສັດທາ ແລະ ມີຄວາມເຊື່ອວ່າ ພຣະເຈົ້າເຮັດໃຫ້ເຂັມຂອງມັນຊີ້ໄປຕາມທາງທີ່ຄວນໄປ, ຈົ່ງເບິ່ງ, ມັນກໍເປັນໄປເຊັ່ນນັ້ນ; ສະນັ້ນ ເຂົາເຈົ້າຈຶ່ງມີສິ່ງມະຫັດສະຈັນນີ້ ແລະ ສິ່ງມະຫັດສະຈັນອື່ນໆອີກຫລາຍຢ່າງ ຊຶ່ງເກີດຈາກອຳນາດຂອງພຣະເຈົ້າ, ມື້ແລ້ວມື້ເລົ່າ.
41 ເຖິງຢ່າງໃດກໍຕາມ, ສິ່ງມະຫັດສະຈັນເຫລົ່ານີ້ໄດ້ເຮັດວຽກໂດຍວິທີ ເລັກໆນ້ອຍໆ. ມັນໄດ້ສະແດງຜົນງານທີ່ໜ້າອັດສະຈັນແກ່ເຂົາເຈົ້າ. ເຂົາເຈົ້າກຽດຄ້ານ, ແລະ ລືມໃຊ້ສັດທາ ແລະ ຄວາມພາກພຽນຂອງຕົນ, ແລ້ວວຽກງານທີ່ໜ້າອັດສະຈັນເຫລົ່ານັ້ນກໍຢຸດສະງັກໄປ, ແລະ ເຂົາເຈົ້າຈຶ່ງບໍ່ກ້າວໜ້າໃນການເດີນທາງຂອງເຂົາເຈົ້າ.
42 ສະນັ້ນ, ເຂົາເຈົ້າຈຶ່ງວົນວຽນຢູ່ໃນຖິ່ນແຫ້ງແລ້ງກັນດານ, ຫລື ບໍ່ໄດ້ເດີນທາງຊື່ໄປຫາຈຸດໝາຍປາຍທາງ, ແລະ ເປັນທຸກດ້ວຍຄວາມຫິວເຂົ້າຫິວນ້ຳ, ຍ້ອນການລ່ວງລະເມີດຂອງເຂົາເຈົ້າ.
43 ແລະ ບັດນີ້, ລູກຂອງພໍ່, ພໍ່ຢາກໃຫ້ລູກເຂົ້າໃຈວ່າ ສິ່ງເຫລົ່ານີ້ບໍ່ໄດ້ປາດສະຈາກເງົາຂອງມັນ; ເພາະວ່າເວລາບັນພະບຸລຸດຂອງພວກເຮົາກຽດຄ້ານທີ່ຈະເອົາໃຈໃສ່ເຂັມຊີ້ທິດນີ້ (ສິ່ງເຫລົ່ານີ້ເປັນເລື່ອງຂອງທາງໂລກ) ເຂົາເຈົ້າກໍບໍ່ໄດ້ຈະເລີນຮຸ່ງເຮືອງກັບສິ່ງເປັນທາງວິນຍານ.
44 ເພາະຈົ່ງເບິ່ງ, ມັນງ່າຍທີ່ຈະເອົາໃຈໃສ່ຕໍ່ ພຣະຄຳຂອງພຣະຄຣິດ, ຊຶ່ງຈະຊີ້ທາງຊື່ໃຫ້ລູກໄປຫາຄວາມສຸກ, ດັ່ງທີ່ເປັນມາກັບບັນພະບຸລຸດຂອງພວກເຮົາທີ່ໄດ້ເອົາໃຈໃສ່ກັບເຂັມຊີ້ທິດນີ້, ຊຶ່ງຈະຊີ້ທາງຊື່ໄປຫາແຜ່ນດິນແຫ່ງຄຳສັນຍາ.
45 ແລະ ບັດນີ້ພໍ່ຂໍຖາມວ່າ, ບໍ່ມີແບບຢ່າງໃນສິ່ງເຫລົ່ານີ້ບໍ? ເພາະໂດຍແນ່ນອນທີ່ເຂັມຊີ້ທິດນີ້ໄດ້ນຳພາບັນພະບຸລຸດຂອງພວກເຮົາ ໂດຍເດີນຕາມການຊີ້ທາງຂອງມັນມາສູ່ແຜ່ນດິນທີ່ສັນຍາໄວ້, ພຣະຄຳຂອງພຣະຄຣິດກໍເໝືອນກັນ, ຖ້າຫາກພວກເຮົາປະຕິບັດຕາມນັ້ນ ມັນກໍຈະນຳພາພວກເຮົາໃຫ້ພົ້ນຫຸບເຂົາແຫ່ງຄວາມເສົ້າສະຫລົດໃຈ ແລ້ວໄປຫາໂລກທີ່ສັນຍາໄວ້ທີ່ດີກວ່າ.
46 ໂອ້ ລູກຂອງພໍ່, ຂໍຢ່າໃຫ້ພວກເຮົາມີ ຄວາມກຽດຄ້ານຍ້ອນວ່າຄວາມງ່າຍຂອງ ເສັ້ນທາງນັ້ນ; ເພາະວ່າມັນໄດ້ເປັນມາແລ້ວກັບບັນພະບຸລຸດຂອງພວກເຮົາ; ເພາະວ່າມັນໄດ້ຕຽມໄວ້ແບບນັ້ນສຳລັບເຂົາເຈົ້າ, ວ່າຖ້າຫາກເຂົາເຈົ້າຫລຽວເຫັນ, ເຂົາເຈົ້າກໍຈະມີ ຊີວິດ; ມັນກໍຈະເປັນເຊັ່ນນັ້ນກັບພວກເຮົາ. ທາງໄດ້ຖືກຕຽມໄວ້ແລ້ວ, ແລະ ຖ້າຫາກພວກເຮົາຈະຫລຽວເບິ່ງ ພວກເຮົາຈະມີຊີວິດຕະຫລອດການ.
47 ແລະ ບັດນີ້, ລູກຂອງພໍ່, ຈົ່ງເບິ່ງວ່າລູກຮັກສາສິ່ງສັກສິດເຫລົ່ານີ້ໄວ້, ແທ້ຈິງແລ້ວ, ຈົ່ງເບິ່ງວ່າລູກຫວັງເພິ່ງພຣະເຈົ້າ ແລະ ມີຊີວິດ. ຈົ່ງໄປຫາຜູ້ຄົນພວກນີ້ ແລະ ປະກາດພຣະຄຳ, ແລະ ຈົ່ງມີຄວາມເອົາໃຈໃສ່. ລາກ່ອນ, ລູກຂອງພໍ່.