ຄຳສັ່ງຂອງແອວມາໃຫ້ແກ່ຊິບລັນລູກຊາຍຂອງເພິ່ນ.
ມີບັນທຶກໄວ້ໃນບົດທີ 38.
ບົດທີ 38
ຊິບລັນຖືກຂົ່ມເຫັງເພາະເຫັນແກ່ຄວາມຊອບທຳ—ຄວາມລອດມາຈາກພຣະຄຣິດ, ຜູ້ຊຶ່ງເປັນຊີວິດ ແລະ ຄວາມສະຫວ່າງຂອງໂລກ—ຄວບຄຸມກິເລດຕັນຫາທັງໝົດ. ປະມານ 74 ປີ ກ່ອນ ຄ.ສ.
1 ລູກຂອງພໍ່, ຈົ່ງຟັງຄຳເວົ້າຂອງພໍ່, ເພາະວ່າພໍ່ເວົ້າກັບລູກຄືກັນກັບທີ່ພໍ່ໄດ້ເວົ້າກັບຮີລາມັນວ່າ, ຕາບໃດທີ່ລູກຈະຮັກສາພຣະບັນຍັດຂອງພຣະເຈົ້າ ລູກຈະຮຸ່ງເຮືອງຢູ່ໃນແຜ່ນດິນ; ແລະ ຕາບໃດທີ່ລູກຈະບໍ່ຮັກສາພຣະບັນຍັດຂອງພຣະເຈົ້າ ແລ້ວລູກຈະຖືກຕັດອອກຈາກທີ່ປະທັບຂອງພຣະອົງ.
2 ແລະ ບັດນີ້, ລູກຂອງພໍ່, ພໍ່ໄວ້ວາງໃຈວ່າ ພໍ່ຈະມີຄວາມສຸກຫລາຍທີ່ສຸດກັບລູກ, ຍ້ອນຄວາມສະໝ່ຳສະເໝີຂອງລູກ; ແລະ ຄວາມຊື່ສັດຂອງລູກທີ່ມີຕໍ່ພຣະເຈົ້າ; ເພາະວ່າໃນເວລາໄວໜຸ່ມຂອງລູກ, ລູກເລີ່ມຫວັງເພິ່ງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງລູກ, ສະນັ້ນພໍ່ຈຶ່ງຫວັງວ່າ ລູກຈະຮັກສາພຣະບັນຍັດຂອງພຣະອົງ ຕໍ່ໄປ; ເພາະວ່າຜູ້ທີ່ ອົດທົນຈົນເຖິງທີ່ສຸດຍ່ອມເປັນສຸກ.
3 ພໍ່ເວົ້າກັບເຈົ້າ, ລູກຂອງພໍ່, ວ່າພໍ່ມີຄວາມສຸກທີ່ສຸດກັບລູກມາຢູ່ແລ້ວ, ຍ້ອນວ່າຄວາມຊື່ສັດ ແລະ ຄວາມພາກພຽນຂອງລູກ, ແລະ ຄວາມອົດທົນຂອງລູກ ແລະ ຄວາມອົດກັ້ນຂອງລູກໃນບັນດາຜູ້ຄົນຂອງ ຊາວໂຊຣຳ.
4 ເພາະພໍ່ຮູ້ວ່າ ລູກຢູ່ໃນພັນທະການ; ແທ້ຈິງແລ້ວ, ແລະ ພໍ່ຮູ້ອີກວ່າ ລູກຖືກແກວ່ງກ້ອນຫີນໃສ່ເພື່ອເຫັນແກ່ພຣະຄຳ; ແລະ ລູກໄດ້ຮັບເອົາສິ່ງເຫລົ່ານີ້ໄວ້ທັງໝົດດ້ວຍ ຄວາມອົດທົນ ຍ້ອນວ່າພຣະຜູ້ເປັນເຈົ້າໄດ້ສະຖິດ ຢູ່ກັບລູກ; ແລະ ບັດນີ້ລູກຮູ້ຈັກແລ້ວວ່າ ພຣະຜູ້ເປັນເຈົ້າໄດ້ປົດປ່ອຍລູກແລ້ວ.
5 ແລະ ບັດນີ້ຊິບລັນ, ລູກຂອງພໍ່, ພໍ່ຢາກໃຫ້ລູກຈື່ຈຳໄວ້ວ່າ, ຕາບໃດທີ່ລູກຈະ ໄວ້ວາງໃຈໃນພຣະເຈົ້າ ລູກກໍຈະໄດ້ຮັບການ ປົດປ່ອຍຈາກຄວາມເດືອດຮ້ອນ, ຈາກ ຄວາມຫຍຸ້ງຍາກ, ແລະ ຈາກຄວາມທຸກຂອງລູກ, ແລະ ລູກຈະຖືກຍົກຂຶ້ນໃນວັນສຸດທ້າຍ.
6 ບັດນີ້, ລູກຂອງພໍ່, ພໍ່ບໍ່ຢາກໃຫ້ລູກຄິດວ່າ ພໍ່ຮູ້ຈັກເລື່ອງເຫລົ່ານີ້ດ້ວຍຕົວເອງ, ແຕ່ເປັນຍ້ອນພຣະວິນຍານຂອງພຣະເຈົ້າທີ່ສະຖິດຢູ່ກັບພໍ່ ຊຶ່ງໄດ້ເຮັດໃຫ້ເລື່ອງເຫລົ່ານີ້ເປັນທີ່ຮູ້ຈັກແກ່ພໍ່; ເພາະວ່າຖ້າຫາກພໍ່ບໍ່ໄດ້ ເກີດຈາກພຣະເຈົ້າແລ້ວ ພໍ່ກໍຈະບໍ່ຮູ້ຈັກເລື່ອງເຫລົ່ານີ້ເລີຍ.
7 ແຕ່ຈົ່ງເບິ່ງ, ໃນພຣະເມດຕາປານີອັນຍິ່ງໃຫຍ່ຂອງພຣະອົງ, ພຣະເຈົ້າໄດ້ສົ່ງ ທູດອົງໜຶ່ງຂອງພຣະອົງລົງມາປະກາດແກ່ພໍ່ວ່າ ພໍ່ຕ້ອງຢຸດ ການທຳລາຍໃນບັນດາຜູ້ຄົນຂອງພຣະອົງ; ແທ້ຈິງແລ້ວ, ພໍ່ໄດ້ເຫັນທູດໜ້າຕໍ່ໜ້າ, ແລະ ເພິ່ນໄດ້ກ່າວກັບພໍ່, ແລະ ສຽງຂອງເພິ່ນດັງຄືກັບຟ້າຮ້ອງ, ແລະ ມັນເຮັດໃຫ້ທັງແຜ່ນດິນໂລກສັ່ນສະເທືອນ.
8 ແລະ ເຫດການໄດ້ບັງເກີດຂຶ້ນຄື ພໍ່ໄດ້ຢູ່ໃນຄວາມເຈັບປວດຢ່າງຂົມຂື່ນທີ່ສຸດຂອງຈິດວິນຍານເປັນເວລາສາມມື້ສາມຄືນ; ແລະ ພໍ່ບໍ່ເຄີຍໄດ້ຮັບ ການປົດບາບຂອງພໍ່ເລີຍຈົນກະທັ້ງພໍ່ໄດ້ຮ້ອງທູນຂໍຄວາມເມດຕາຈາກອົງພຣະເຢຊູຄຣິດເຈົ້າ. ແຕ່ຈົ່ງເບິ່ງ, ພໍ່ໄດ້ຮ້ອງຫາພຣະອົງ ແລະ ພໍ່ໄດ້ພົບສັນຕິສຸກໃຫ້ແກ່ຈິດວິນຍານຂອງພໍ່.
9 ແລະ ບັດນີ້, ລູກຂອງພໍ່, ພໍ່ເລົ່າເລື່ອງເຫລົ່ານີ້ໃຫ້ລູກຟັງ ເພື່ອລູກຈະໄດ້ຮຽນຮູ້ປັນຍາ, ເພື່ອລູກຈະໄດ້ຮຽນຮູ້ຈາກພໍ່ວ່າ ບໍ່ມີທາງອື່ນ ຫລື ວິທີອື່ນໃດທີ່ມະນຸດຈະລອດໄດ້, ມີແຕ່ໃນ ແລະ ໂດຍທາງພຣະຄຣິດເທົ່ານັ້ນ. ຈົ່ງເບິ່ງ, ພຣະອົງເປັນຊີວິດ ແລະ ຄວາມສະຫວ່າງຂອງໂລກ. ຈົ່ງເບິ່ງ, ພຣະອົງເປັນພຣະຄຳແຫ່ງຄວາມຈິງ ແລະ ຄວາມຊອບທຳ.
10 ແລະ ບັດນີ້, ເມື່ອລູກໄດ້ສິດສອນພຣະຄຳຄືກັນກັບພໍ່, ພໍ່ກໍຢາກໃຫ້ລູກສິດສອນຕໍ່ໄປ; ແລະ ພໍ່ຢາກໃຫ້ລູກພາກພຽນ ແລະ ຮູ້ຈັກຫ້າມຕົນເອງໃນທຸກສິ່ງທຸກຢ່າງ.
11 ຈົ່ງເບິ່ງວ່າ ລູກຈະບໍ່ລະເມີເພີ້ຝັນດ້ວຍຄວາມທະນົງຕົວ; ແທ້ຈິງແລ້ວ, ຈົ່ງເບິ່ງວ່າລູກຈະບໍ່ ອວດອ້າງໃນປັນຍາຂອງຕົນ, ຫລື ພະລັງອັນມະຫາສານຂອງລູກເອງ.
12 ຈົ່ງໃຊ້ຄວາມກ້າຫານ, ແຕ່ບໍ່ແມ່ນຄວາມອວດເກັ່ງ; ແລະ ຈົ່ງເບິ່ງອີກວ່າ ລູກຕ້ອງຄວບຄຸມກິເລດຕັນຫາທັງໝົດຂອງລູກ, ເພື່ອລູກຈະເຕັມໄປດ້ວຍຄວາມຮັກ; ຈົ່ງເບິ່ງວ່າລູກລະເວັ້ນຈາກຄວາມຂີ້ຄ້ານມັກງ່າຍຂອງລູກ.
13 ຢ່າໄດ້ອະທິຖານເໝືອນດັ່ງຊາວໂຊຣຳ, ເພາະລູກເຫັນແລ້ວວ່າ ພວກເຂົາອະທິຖານເພື່ອຢາກໃຫ້ຄົນອື່ນໄດ້ຍິນ, ແລະ ໄດ້ຮັບການສັນລະເສີນ ເພາະປັນຍາຂອງພວກເຂົາເອງ.
14 ຢ່າໄດ້ເວົ້າວ່າ: ໂອ້ ພຣະອົງເຈົ້າ, ຂ້ານ້ອຍຂອບພຣະໄທພຣະອົງທີ່ພວກຂ້ານ້ອຍ ດີເດັ່ນກວ່າພີ່ນ້ອງຂອງພວກຂ້ານ້ອຍ; ແຕ່ຄວນຈະເວົ້າວ່າ: ໂອ້ ພຣະຜູ້ເປັນເຈົ້າ, ຂໍຈົ່ງໃຫ້ອະໄພຄວາມ ບໍ່ມີຄ່າຄວນຂອງຂ້ານ້ອຍດ້ວຍເຖີດ, ແລະ ຂໍຈົ່ງລະນຶກເຖິງພີ່ນ້ອງຂອງຂ້ານ້ອຍດ້ວຍຄວາມເມດຕາປານີດ້ວຍເຖີດ—ແທ້ຈິງແລ້ວ, ລູກຈົ່ງຍອມຮັບຄວາມບໍ່ມີຄ່າຄວນຂອງລູກຕໍ່ພຣະພັກຂອງພຣະເຈົ້າຕະຫລອດເວລາ.
15 ແລະ ຂໍພຣະຜູ້ເປັນເຈົ້າຈົ່ງໃຫ້ພອນແກ່ຈິດວິນຍານຂອງລູກ, ແລະ ຮັບເອົາລູກເຂົ້າໄປໃນອານາຈັກຂອງພຣະອົງໃນວັນສຸດທ້າຍ, ເພື່ອນັ່ງລົງໃນສັນຕິສຸກ. ບັດນີ້ຈົ່ງໄປເຖີດ, ລູກຂອງພໍ່, ແລະ ຈົ່ງສິດສອນພຣະຄຳແກ່ຜູ້ຄົນພວກນີ້. ຈົ່ງມີຄວາມເອົາໃຈໃສ່. ລາກ່ອນ, ລູກຂອງພໍ່.