ພຣະ​ຄຳ​ພີ
ແອວ​ມາ 41


ບົດ​ທີ 41

ໃນ​ການ​ຟື້ນ​ຄືນ​ຊີ​ວິດ​ນີ້ ມະ​ນຸດ​ຈະ​ມາ​ສູ່​ສະ​ພາບ​ຂອງ​ຄວາມ​ສຸກ ຫລື ຄວາມ​ທຸກ​ທໍ​ລະ​ມານ​ຕະ​ຫລອດ​ການ—ຄວາມ​ຊົ່ວ​ຮ້າຍ​ບໍ່​ເຄີຍ​ເປັນ​ຄວາມ​ສຸກ—ມະ​ນຸດ​ທີ່​ເຕັມ​ໄປ​ດ້ວຍ​ກາມ​ມະ​ລົມ​ຈະ​ດຳ​ເນີນ​ຊີ​ວິດ​ຢູ່​ໃນ​ໂລກ​ນີ້​ໂດຍ​ປາດ​ສະ​ຈາກ​ພຣະ​ເຈົ້າ—ທຸກໆ​ຄົນ​ຈະ​ໄດ້​ຮັບ​ບຸກ​ຄະ​ລິກ​ລັກ​ສະ​ນະ ແລະ ຄຸນ​ສົມ​ບັດ​ທີ່​ເຄີຍ​ມີ​ໃນ​ຊີ​ວິດ​ມະ​ຕະ​ຄືນ​ອີກ. ປະ​ມານ 74 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້, ລູກ​ຂອງ​ພໍ່, ພໍ່​ມີ​ສິ່ງ​ໜຶ່ງ​ທີ່​ຈະ​ເວົ້າ​ກ່ຽວ​ກັບ​ການ​ນຳ​ຄືນ​ມາ​ຂອງ​ສິ່ງ​ທີ່​ໄດ້​ເວົ້າ​ເຖິງ; ເພາະ​ຈົ່ງ​ເບິ່ງ, ບາງ​ຄົນ​ໄດ້ ບິດ​ເບືອນ​ຄວາມ​ໝາຍ​ຂອງ​ພຣະ​ຄຳ​ພີ, ແລະ ຫລົງ​ໄປ​ໄກ​ເພາະ​ສິ່ງ​ນີ້. ແລະ ພໍ່​ມອງ​ເຫັນ​ວ່າ​ຈິດ​ໃຈ​ຂອງ​ລູກ​ກັງ​ວົນ​ກ່ຽວ​ກັບ​ເລື່ອງ​ນີ້​ນຳ​ອີກ. ແຕ່​ຈົ່ງ​ເບິ່ງ, ພໍ່​ຈະ​ອະ​ທິ​ບາຍ​ໃຫ້​ລູກ​ຟັງ.

2 ພໍ່​ເວົ້າ​ກັບ​ເຈົ້າ, ລູກ​ຂອງ​ພໍ່, ວ່າ​ແຜນ​ການ​ນຳ​ກັບ​ຄືນ​ມາ​ຈຳ​ເປັນ​ຕໍ່​ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ເຈົ້າ; ເພາະ​ມັນ​ຈຳ​ເປັນ​ທີ່​ຈະ​ນຳ​ທຸກ​ຢ່າງ​ກັບ​ຄືນ​ມາ​ຫາ​ສະ​ພາບ​ອັນ​ຖືກ​ຕ້ອງ​ຂອງ​ມັນ. ຈົ່ງ​ເບິ່ງ, ມັນ​ຈຳ​ເປັນ ແລະ ທ່ຽງ​ທຳ, ຕາມ​ອຳ​ນາດ ແລະ ຕາມ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຄຣິດ, ຄື​ຈິດ​ວິນ​ຍານ​ຂອງ​ມະ​ນຸດ​ຈະ​ຖືກ​ນຳ​ກັບ​ຄືນ​ຫາ​ຮ່າງ​ກາຍ​ຂອງ​ມັນ, ແລະ ຄື​ທຸກ ສ່ວນ​ຂອງ​ຮ່າງ​ກາຍ​ຈະ​ຖືກ​ນຳ​ກັບ​ຄືນ​ຫາ​ຕົວ.

3 ແລະ ມັນ​ຈຳ​ເປັນ​ກັບ ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ເຈົ້າ​ຄື ມະ​ນຸດ​ຈະ​ຖືກ ພິ​ພາກ​ສາ​ຕາມ ວຽກ​ງານ​ຂອງ​ພວກ​ເຂົາ; ແລະ ຖ້າ​ຫາກ​ວຽກ​ງານ​ຂອງ​ພວກ​ເຂົາ​ດີ​ໃນ​ຊີ​ວິດ​ນີ້, ແລະ ຄວາມ​ປາດ​ຖະ​ໜາ​ຂອງ​ໃຈ​ຂອງ​ພວກ​ເຂົາ​ດີ, ວ່າ​ໃນ​ວັນ​ສຸດ​ທ້າຍ​ພວກ​ເຂົາ​ກໍ​ຈະ​ຖືກ ນຳ​ກັບ​ຄືນ​ຫາ​ສິ່ງ​ທີ່​ດີ​ນັ້ນ.

4 ແລະ ຖ້າ​ຫາກ​ວຽກ​ງານ​ຂອງ​ພວກ​ເຂົາ​ຊົ່ວ ມັນ​ກໍ​ຈະ​ຖືກ ນຳ​ກັບ​ຄືນ​ມາ​ຫາ​ເຂົາ​ໃນ​ທາງ​ຄວາມ​ຊົ່ວ. ສະ​ນັ້ນ, ທຸກ​ຢ່າງ​ຈະ​ຖືກ​ນຳ​ກັບ​ຄືນ​ຫາ​ສະ​ພາບ​ອັນ​ຖືກ​ຕ້ອງ​ຂອງ​ມັນ, ທຸກ​ຢ່າງ​ຈະ​ມາ​ຫາ​ໂຄງ​ຮ່າງ​ໂດຍ​ທຳ​ມະ​ຊາດ​ຂອງ​ມັນ—ຄວາມ​ເປັນ​ມະ​ຕະ​ຈະ​ຖືກ​ຍົກ​ຂຶ້ນ​ຫາ​ຄວາມ​ເປັນ​ອະ​ມະ​ຕະ, ຄວາມ​ເນົ່າ​ເປື່ອຍ​ຫາ​ຄວາມ​ບໍ່​ເນົ່າ​ເປື່ອຍ—ຂຶ້ນ​ຫາ​ຄວາມ​ສຸກ​ອັນ ບໍ່​ມີ​ບ່ອນ​ສຸດ ເພື່ອ​ຮັບ​ເອົາ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ເປັນ​ມູນ​ມໍ​ລະ​ດົກ, ຫລື ຂຶ້ນ​ຫາ​ຄວາມ​ທຸກ​ທໍ​ລະ​ມານ​ອັນ​ບໍ່​ມີ​ບ່ອນ​ສຸດ ເພື່ອ​ຮັບ​ເອົາ​ອາ​ນາ​ຈັກ​ຂອງ​ມານ​ເປັນ​ມູນ​ມໍ​ລະ​ດົກ, ພວກ​ໜຶ່ງ​ຈະ​ຢູ່​ທາງ​ໜຶ່ງ, ແລະ ອີກ​ພວກ​ໜຶ່ງ​ຈະ​ຢູ່​ອີກ​ທາງ​ໜຶ່ງ—

5 ພວກ​ໜຶ່ງ​ຈະ​ຖືກ​ຍົກ​ຂຶ້ນ​ຫາ​ຄວາມ​ສຸກ​ຕາມ​ການ​ສະ​ແຫວງ​ຫາ​ຄວາມ​ສຸກ​ຂອງ​ຕົນ, ຫລື ຄວາມ​ດີ​ຕາມ​ການ​ສະ​ແຫວງ​ຫາ​ຄວາມ​ດີ​ຂອງ​ຕົນ; ແລະ ອີກ​ພວກ​ໜຶ່ງ​ຫາ​ຄວາມ​ຊົ່ວ​ຕາມ​ການ​ສະ​ແຫວງ​ຫາ​ຄວາມ​ຊົ່ວ​ຂອງ​ຕົນ; ເພາະ​ຖ້າ​ຜູ້​ໃດ​ສະ​ແຫວງ​ຫາ​ຄວາມ​ຊົ່ວ​ຕະ​ຫລອດ​ທັງ​ວັນ ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ​ລາງ​ວັນ​ທີ່​ເປັນ​ຄວາມ​ຊົ່ວ​ຂອງ​ເຂົາ​ເມື່ອ​ກາງ​ຄືນ​ມາ​ເຖິງ.

6 ແລະ ເປັນ​ດັ່ງ​ນັ້ນ​ກັບ​ອີກ​ພວກ​ໜຶ່ງ. ຖ້າ​ຫາກ​ເຂົາ​ກັບ​ໃຈ​ຈາກ​ບາບ​ຂອງ​ເຂົາ, ແລະ ສະ​ແຫວງ​ຫາ​ຄວາມ​ຊອບ​ທຳ​ຈົນ​ເຖິງ​ທີ່​ສຸດ​ຂອງ​ວັນ​ເວ​ລາ​ຂອງ​ເຂົາ, ແລ້ວ​ເຂົາ​ຈະ​ໄດ້​ຮັບ​ລາງ​ວັນ​ອັນ​ໄປ​ສູ່​ຄວາມ​ຊອບ​ທຳ.

7 ຄົນ​ເຫລົ່າ​ນີ້​ຄື​ຜູ້​ທີ່​ຖືກ​ໄຖ່​ໂດຍ​ພຣະ​ຜູ້​ເປັນ​ເຈົ້າ; ແທ້​ຈິງ​ແລ້ວ, ຄົນ​ເຫລົ່າ​ນີ້​ຄື​ຄົນ​ທີ່​ໄດ້​ຮັບ​ການ​ນຳ​ອອກ​ມາ, ແລະ ໄດ້​ຮັບ​ການ​ປົດ​ປ່ອຍ​ຈາກ​ຄືນ​ແຫ່ງ​ຄວາມ​ມືດ​ອັນ​ບໍ່​ມີ​ບ່ອນ​ສຸດ; ແລະ ພວກ​ເຂົາ​ຈຶ່ງ​ຢືນ​ຢູ່ ຫລື ຕົກ​ໄປ​ດັ່ງ​ນີ້; ເພາະ​ຈົ່ງ​ເບິ່ງ, ພວກ​ເຂົາ​ເປັນ​ຜູ້​ພິ​ພາກ​ສາ ຂອງ​ຕົນ​ເອງ, ບໍ່​ວ່າ​ຈະ​ກະ​ທຳ​ຄວາມ​ດີ ຫລື ຄວາມ​ຊົ່ວ.

8 ບັດ​ນີ້, ຄຳ​ສັ່ງ​ຂອງ​ພຣະ​ເຈົ້າ ປ່ຽນ​ແປງ​ບໍ່​ໄດ້; ສະ​ນັ້ນ, ຈຶ່ງ​ມີ​ທາງ​ຕຽມ​ໄວ້​ເພື່ອ​ຜູ້​ໃດ​ກໍ​ຕາມ​ທີ່​ມີ​ເຈດ​ຕະ​ນາ​ຈະ​ເດີນ​ທາງ​ນັ້ນ ແລະ ຈະ​ລອດ.

9 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ລູກ​ຂອງ​ພໍ່, ຢ່າ​ສ່ຽງ​ເຮັດ​ຄວາມ​ຜິດ​ຕໍ່​ພຣະ​ເຈົ້າ​ຂອງ​ລູກ​ຕາມ​ຫລັກ​ຄຳ​ສອນ​ເຫລົ່າ​ນັ້ນ ອີກ​ເລີຍ, ຊຶ່ງ​ເຖິງ​ບັດ​ນີ້​ລູກ​ກໍ​ສ່ຽງ​ກະ​ທຳ​ບາບ​ມາ​ແລ້ວ.

10 ຢ່າ​ຄິດ​ຂຶ້ນ​ມາ​ເອງ, ເພາະ​ມັນ​ມີ​ເວົ້າ​ໄວ້​ກ່ຽວ​ກັບ​ການ​ນຳ​ກັບ​ຄືນ, ວ່າ​ລູກ​ຈະ​ຖືກ​ນຳ​ກັບ​ຄືນ​ຈາກ​ບາບ​ໄປ​ຫາ​ຄວາມ​ສຸກ. ຈົ່ງ​ເບິ່ງ, ພໍ່​ເວົ້າ​ກັບ​ລູກ​ວ່າ ຄວາມ​ຊົ່ວ​ຮ້າຍ​ບໍ່​ເຄີຍ​ເປັນ​ຄວາມ​ສຸກ​ເລີຍ.

11 ແລະ ບັດ​ນີ້, ລູກ​ຂອງ​ພໍ່, ມະ​ນຸດ​ທັງ​ປວງ​ທີ່​ຢູ່​ໃນ​ສະ​ພາບ​ແຫ່ງ ທຳ​ມະ​ຊາດ, ຫລື ພໍ່​ຢາກ​ເວົ້າ, ຢູ່​ໃນ​ສະ​ພາບ​ແຫ່ງ ກາມ​ມະ​ລົມ, ຢູ່​ໃນ​ນ້ຳ​ບີ​ແຫ່ງ​ຄວາມ​ຂົມ​ຂື່ນ ແລະ ໃນ​ພັນ​ທະ​ການ​ແຫ່ງ​ຄວາມ​ຊົ່ວ​ຮ້າຍ; ພວກ​ເຂົາ​ຢູ່​ໃນ​ໂລກ​ໂດຍ ບໍ່​ມີ​ພຣະ​ເຈົ້າ, ແລະ ພວກ​ເຂົາ​ໄປ​ໃນ​ທາງ​ກົງ​ກັນ​ຂ້າມ​ກັບ​ທຳ​ມະ​ຊາດ​ຂອງ​ພຣະ​ເຈົ້າ; ສະ​ນັ້ນ, ພວກ​ເຂົາ​ຈຶ່ງ​ຢູ່​ໃນ​ສະ​ພາບ​ກົງ​ກັນ​ຂ້າມ​ກັບ​ທຳ​ມະ​ຊາດ​ຂອງ​ຄວາມ​ສຸກ.

12 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ຄວາມ​ໝາຍ​ຂອງ​ຄຳ​ວ່າ​ການ​ນຳ​ກັບ​ຄືນ​ມາ​ຄື​ການ​ນຳ​ເອົາ​ສິ່ງ​ທີ່​ຢູ່​ໃນ​ສະ​ພາບ​ທຳ​ມະ​ຊາດ​ມາ ແລະ ວາງ​ໄວ້​ໃນ​ສະ​ພາບ​ທີ່​ບໍ່​ເປັນ​ທຳ​ມະ​ຊາດ, ຫລື ວາງ​ໄວ້​ໃນ​ສະ​ພາບ​ກົງ​ກັນ​ຂ້າມ​ກັບ​ທຳ​ມະ​ຊາດ​ຂອງ​ມັນ​ບໍ?

13 ໂອ້, ລູກ​ຂອງ​ພໍ່, ມັນ​ບໍ່​ໄດ້​ເປັນ​ເຊັ່ນ​ນັ້ນ; ແຕ່​ຄວາມ​ໝາຍ​ຂອງ​ຄຳ​ວ່າ​ການ​ນຳ​ກັບ​ຄືນ​ມາ​ນັ້ນ​ຄື​ການ​ນຳ​ເອົາ​ຄວາມ​ຊົ່ວ​ກັບ​ມາ​ຫາ​ຄວາມ​ຊົ່ວ, ຫລື ກາມ​ມະ​ລົມ​ມາ​ຫາ​ກາມ​ມະ​ລົມ, ຫລື ຄວາມ​ຕ່ຳ​ຊ້າ​ມາ​ຫາ​ຄວາມ​ຕ່ຳ​ຊ້າ—ຄວາມ​ດີ​ມາ​ຫາ​ສິ່ງ​ທີ່​ດີ; ຄວາມ​ຊອບ​ທຳ​ມາ​ຫາ​ສິ່ງ​ທີ່​ຊອບ​ທຳ; ຄວາມ​ທ່ຽງ​ທຳ​ມາ​ຫາ​ສິ່ງ​ທີ່​ທ່ຽງ​ທຳ; ຄວາມ​ເມດ​ຕາ​ມາ​ຫາ​ສິ່ງ​ທີ່​ມີ​ຄວາມ​ເມດ​ຕາ.

14 ສະ​ນັ້ນ, ລູກ​ຂອງ​ພໍ່, ຈົ່ງ​ເບິ່ງ​ວ່າ​ລູກ​ມີ​ຄວາມ​ເມດ​ຕາ​ຕໍ່​ພີ່​ນ້ອງ​ຂອງ​ລູກ; ປະ​ຕິ​ບັດ ໂດຍ​ທ່ຽງ​ທຳ, ຕັດ​ສິນ​ໂດຍ​ຊອບ​ທຳ, ແລະ ກະ​ທຳ ຄວາມ​ດີ​ຕະ​ຫລອດ​ເວ​ລາ; ແລະ ຖ້າ​ຫາກ​ລູກ​ເຮັດ​ສິ່ງ​ທັງ​ໝົດ​ນີ້ ແລ້ວ​ລູກ​ຈະ​ໄດ້​ຮັບ​ລາງ​ວັນ​ຂອງ​ລູກ; ແທ້​ຈິງ​ແລ້ວ, ຄວາມ​ເມດ​ຕາ​ຈະ​ກັບ​ຄືນ​ມາ​ຫາ​ລູກ​ອີກ; ຄວາມ​ຍຸດ​ຕິ​ທຳ​ຈະ​ກັບ​ຄືນ​ມາ​ຫາ​ລູກ​ອີກ; ການ​ພິ​ພາກ​ສາ​ອັນ​ຊອບ​ທຳ​ຈະ​ກັບ​ຄືນ​ມາ​ຫາ​ລູກ​ອີກ; ແລະ ລູກ​ຈະ​ມີ​ຄວາມ​ດີ​ເປັນ​ລາງວັນ​ແກ່​ລູກ​ອີກ.

15 ເພາະ​ສິ່ງ​ທີ່​ລູກ​ໄດ້​ສົ່ງ​ອອກ​ໄປ​ຈະ​ກັບ​ຄືນ​ມາ​ຫາ​ລູກ​ອີກ, ແລະ ຈະ​ຖືກ​ນຳ​ກັບ​ຄືນ​ມາ​ຫາ; ສະ​ນັ້ນ, ຄຳ​ວ່າ​ການ​ກັບ​ຄືນ​ມາ​ຈຶ່ງ​ກ່າວ​ໂທດ​ຄົນ​ບາບ​ໂດຍ​ຄົບ​ຖ້ວນ, ແລະ ບໍ່​ໄດ້​ເຮັດ​ໃຫ້​ຜູ້​ນັ້ນ​ເປັນ​ຄົນ​ຖືກ​ຕ້ອງ​ໄດ້​ເລີຍ.