ບົດທີ 43
ແອວມາ ແລະ ລູກຊາຍໄດ້ສັ່ງສອນພຣະຄຳ—ຊາວໂຊຣຳ ແລະ ຊາວນີໄຟຄົນອື່ນໆທີ່ແຍກອອກໄປ ກາຍເປັນຊາວເລມັນ—ຊາວເລມັນມາກໍ່ສົງຄາມກັບຊາວນີໄຟ—ໂມໂຣໄນປະກອບອາວຸດໃຫ້ຊາວນີໄຟດ້ວຍເຄື່ອງປ້ອງກັນຕ່າງໆ—ພຣະຜູ້ເປັນເຈົ້າເປີດເຜີຍແຜນການຍຸດທະສາດຂອງຊາວເລມັນຕໍ່ແອວມາ—ຊາວນີໄຟປ້ອງກັນບ້ານເຮືອນ, ເສລີພາບ, ຄອບຄົວ, ແລະ ສາດສະໜາຂອງພວກເຂົາ—ກອງທັບຂອງໂມໂຣໄນກັບລີໄຮປິດລ້ອມຊາວເລມັນ. ປະມານ 74 ປີ ກ່ອນ ຄ.ສ.
1 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ພວກລູກຊາຍຂອງແອວມາໄດ້ອອກໄປໃນບັນດາຜູ້ຄົນ, ເພື່ອປະກາດພຣະຄຳແກ່ພວກເຂົາ. ແລະ ແອວມາເອງກໍໄດ້ອອກໄປຢ່າງບໍ່ໄດ້ພັກຜ່ອນເລີຍ.
2 ບັດນີ້ພວກເຮົາຈະບໍ່ກ່າວເຖິງການສັ່ງສອນຂອງເຂົາເຈົ້າຕໍ່ໄປອີກ, ນອກຈາກວ່າເຂົາເຈົ້າໄດ້ສັ່ງສອນພຣະຄຳ ແລະ ຄວາມຈິງຕາມວິນຍານແຫ່ງການທຳນາຍ ແລະ ການເປີດເຜີຍ; ແລະ ເຂົາເຈົ້າໄດ້ສັ່ງສອນຕາມ ລະບຽບອັນສັກສິດຂອງພຣະເຈົ້າຜູ້ໄດ້ເອີ້ນເຂົາເຈົ້າ.
3 ແລະ ບັດນີ້ຂ້າພະເຈົ້າຈະກັບມາເວົ້າກ່ຽວກັບສົງຄາມລະຫວ່າງຊາວນີໄຟ ແລະ ຊາວເລມັນໃນປີທີສິບແປດແຫ່ງການປົກຄອງຂອງຜູ້ຕັດສິນ.
4 ເພາະຈົ່ງເບິ່ງ, ເຫດການໄດ້ບັງເກີດຂຶ້ນຄື ຊາວໂຊຣຳໄດ້ກາຍເປັນຊາວເລມັນ; ສະນັ້ນ, ໃນຕົ້ນປີທີສິບແປດນີ້ ຜູ້ຄົນຂອງນີໄຟໄດ້ເຫັນວ່າຊາວເລມັນກຳລັງຈະມາໂຈມຕີພວກເຂົາ; ສະນັ້ນ ພວກເຂົາຈຶ່ງໄດ້ຕຽມເພື່ອສົງຄາມ; ແທ້ຈິງແລ້ວ, ພວກເຂົາໄດ້ເຕົ້າໂຮມເອົາກອງທັບຂອງພວກເຂົາທີ່ຢູ່ໃນແຜ່ນດິນເຈີຊອນ.
5 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊາວເລມັນໄດ້ຍົກກອງທັບທະຫານມາເປັນຈຳນວນຫລາຍພັນຄົນ; ແລະ ພວກເຂົາໄດ້ຍົກກອງທັບເຂົ້າມາໃນແຜ່ນດິນອານທິໂອນຳ, ຊຶ່ງເປັນແຜ່ນດິນຂອງຊາວໂຊຣຳ; ແລະ ຜູ້ນຳກອງທັບຂອງພວກເຂົາມີຊື່ວ່າ ເຊຣາເຮັມນາ.
6 ແລະ ບັດນີ້, ໂດຍທີ່ຊາວອາມາລະໄຄເປັນຄົນຊົ່ວ ແລະ ມັກຂ້າຄົນຫລາຍກວ່າຊາວເລມັນ, ສະນັ້ນ, ເຊຣາເຮັມນາຈຶ່ງໄດ້ແຕ່ງຕັ້ງຫົວໜ້ານາຍທະຫານຂຶ້ນເພື່ອດູແລຊາວເລມັນ, ຊຶ່ງພວກຫົວໜ້າເຫລົ່ານັ້ນເປັນຊາວອາມາລະໄຄ ແລະ ຊາວໂຊຣຳ.
7 ບັດນີ້ລາວໄດ້ເຮັດແບບນີ້ເພື່ອວ່າລາວຈະໄດ້ເກັບກຳຄວາມຄຽດແຄ້ນຂອງພວກເຂົາທີ່ມີຕໍ່ຊາວນີໄຟໄວ້, ເພື່ອລາວຈະໄດ້ເອົາຄົນເຫລົ່ານັ້ນມາຢູ່ພາຍໃຕ້ການປົກຄອງຕາມແຜນການຂອງລາວ.
8 ເພາະຈົ່ງເບິ່ງ, ແຜນການຂອງລາວຄື ຍຸແຍ່ໃຫ້ຊາວເລມັນຄຽດແຄ້ນໃຫ້ຊາວນີໄຟ; ລາວເຮັດແບບນີ້ເພື່ອວ່າລາວຈະໄດ້ແຍ້ງຊີງເອົາອຳນາດເພື່ອປົກຄອງຄົນເຫລົ່ານັ້ນ, ແລະ ເພື່ອວ່າລາວຈະໄດ້ມີອຳນາດປົກຄອງຊາວນີໄຟ ໂດຍເອົາພວກເຂົາເຫລົ່ານັ້ນມາເປັນທາດນຳອີກ.
9 ແລະ ບັດນີ້ແຜນການຂອງຊາວນີໄຟນັ້ນແມ່ນ ການປົກປັກຮັກສາແຜ່ນດິນຂອງພວກເຂົາ, ແລະ ບ້ານເຮືອນຂອງພວກເຂົາ, ແລະ ເມຍຂອງພວກເຂົາ, ແລະ ລູກຂອງພວກເຂົາ, ເພື່ອພວກເຂົາຈະໄດ້ປົກປັກຮັກສາສິ່ງເຫລົ່ານີ້ໃຫ້ພົ້ນຈາກກຳມືຂອງສັດຕູຂອງພວກເຂົາ; ແລະ ເພື່ອພວກເຂົາຈະໄດ້ຮັກສາສິດ ແລະ ສິດທິພິເສດຂອງພວກເຂົານຳອີກ, ແທ້ຈິງແລ້ວ, ເສລີພາບຂອງພວກເຂົານຳອີກ, ເພື່ອພວກເຂົາຈະໄດ້ນະມັດສະການພຣະເຈົ້າຕາມຄວາມປາດຖະໜາຂອງຕົນ.
10 ເພາະພວກເຂົາຮູ້ວ່າ ຖ້າຫາກພວກເຂົາຕົກຢູ່ໃນກຳມືຂອງຊາວເລມັນແລ້ວ, ຄືຊາວເລມັນຈະທຳລາຍຜູ້ໃດກໍຕາມທີ່ ນະມັດສະການພຣະເຈົ້າໃນ ວິນຍານ ແລະ ໃນຄວາມຈິງ, ຊຶ່ງເປັນພຣະເຈົ້າທີ່ທ່ຽງແທ້ ແລະ ຊົງພຣະຊົນຢູ່.
11 ແທ້ຈິງແລ້ວ, ແລະ ພວກເຂົາຮູ້ຈັກເຖິງຄວາມກຽດຊັງອັນຍິ່ງໃຫຍ່ຂອງຊາວເລມັນທີ່ມີຕໍ່ ພີ່ນ້ອງຂອງພວກເຂົາ, ຜູ້ຊຶ່ງເປັນຜູ້ຄົນຂອງອານໄທ-ນີໄຟ-ລີໄຮ, ຊຶ່ງມີຊື່ວ່າຜູ້ຄົນຂອງອຳໂມນ—ແລະ ຜູ້ຄົນເຫລົ່ານີ້ບໍ່ຍອມຈັບອາວຸດ, ແທ້ຈິງແລ້ວ, ພວກເຂົາໄດ້ເຂົ້າຢູ່ໃນພັນທະສັນຍາ ແລະ ພວກເຂົາຈະບໍ່ລະເມີດ—ສະນັ້ນ, ຖ້າຫາກພວກເຂົາຕົກຢູ່ໃນກຳມືຂອງຊາວເລມັນ, ພວກເຂົາກໍຈະຖືກທຳລາຍ.
12 ແລະ ຊາວນີໄຟບໍ່ຍອມໃຫ້ພວກເຂົາຖືກທຳລາຍ; ສະນັ້ນ ຊາວນີໄຟຈຶ່ງໄດ້ມອບແຜ່ນດິນໃຫ້ພວກເຂົາເພື່ອເປັນມູນມໍລະດົກ.
13 ແລະ ຜູ້ຄົນຂອງອຳໂມນໄດ້ມອບເຂົ້າຂອງຢ່າງຫລວງຫລາຍຂອງຕົນໃຫ້ແກ່ຊາວນີໄຟ ເພື່ອອູ້ມຊູກອງທັບຂອງພວກເຂົາ; ແລະ ດັ່ງນັ້ນ ຊາວນີໄຟຈຶ່ງຖືກບັງຄັບໃຫ້ຕ້ານທານຊາວເລມັນແຕ່ຝ່າຍດຽວ, ຊຶ່ງເປັນເຊື້ອສາຍຂອງເລມັນ ແລະ ເລມູເອນ, ແລະ ພວກລູກຫລານຂອງອິດຊະມາເອນ, ແລະ ຄົນທັງໝົດທີ່ໄດ້ແຍກອອກໄປຈາກຊາວນີໄຟຄື ຊາວອາມາລະໄຄ, ຊາວໂຊຣຳ, ແລະ ເຊື້ອສາຍຂອງພວກປະໂລຫິດຂອງກະສັດໂນອາຄົນນັ້ນ.
14 ບັດນີ້ຜູ້ສືບເຊື້ອສາຍເຫລົ່ານີ້ມີຈຳນວນຫລວງຫລາຍເກືອບເທົ່າກັບຊາວນີໄຟ; ແລະ ສະນັ້ນຊາວນີໄຟຈຶ່ງຖືກບັງຄັບໃຫ້ຕໍ່ສູ້ກັບພີ່ນ້ອງຂອງຕົນດັ່ງນີ້, ຈົນກະທັ້ງມີການນອງເລືອດເກີດຂຶ້ນ.
15 ແລະ ເຫດການໄດ້ບັງເກີດຂຶ້ນ ໃນຂະນະທີ່ກອງທັບຂອງຊາວເລມັນມາເຕົ້າໂຮມກັນຢູ່ໃນແຜ່ນດິນອານທິໂອນຳ, ຈົ່ງເບິ່ງ, ກອງທັບຂອງຊາວນີໄຟພ້ອມແລ້ວທີ່ຈະພົບກັບພວກເຂົາໃນແຜ່ນດິນເຈີຊອນ.
16 ບັດນີ້, ຜູ້ນຳຂອງຊາວນີໄຟ ຫລື ຜູ້ຖືກແຕ່ງຕັ້ງໃຫ້ເປັນຫົວໜ້ານາຍທະຫານຂອງຊາວນີໄຟ—ບັດນີ້ຫົວໜ້ານາຍທະຫານຜູ້ນີ້ເປັນຜູ້ບັງຄັບບັນຊາກອງທັບທັງໝົດຂອງຊາວນີໄຟ—ແລະ ຊື່ຂອງເພິ່ນຄື ໂມໂຣໄນ;
17 ແລະ ໂມໂຣໄນໄດ້ຮັບຕຳແໜ່ງໃຫ້ເປັນຜູ້ບັງຄັບບັນຊາທັງໝົດ ແລະ ພ້ອມກັບການປົກຄອງກ່ຽວກັບສົງຄາມ. ແລະ ເພິ່ນມີອາຍຸພຽງແຕ່ຊາວຫ້າປີເທົ່ານັ້ນຕອນເພິ່ນຖືກແຕ່ງຕັ້ງໃຫ້ເປັນຫົວໜ້ານາຍທະຫານຂອງກອງທັບຊາວນີໄຟ.
18 ແລະ ເຫດການໄດ້ບັງເກີດຂຶ້ນຄື ເພິ່ນໄດ້ພົບກັບຊາວເລມັນທີ່ຊາຍແດນເຈີຊອນ, ແລະ ພວກທະຫານຂອງເພິ່ນໄດ້ຖືຫອກ, ແລະ ດາບ, ແລະ ອາວຸດແຫ່ງສົງຄາມທຸກຊະນິດ.
19 ແລະ ເມື່ອກອງທັບຊາວເລມັນເຫັນວ່າຜູ້ຄົນຂອງນີໄຟ ຫລື ວ່າໂມໂຣໄນຕຽມກອງທະຫານຂອງເພິ່ນໄວ້ພ້ອມດ້ວຍແຜ່ນປົກເອິກ ແລະ ພ້ອມດ້ວຍເຄື່ອງປ້ອງກັນແຂນ, ແທ້ຈິງແລ້ວ, ພ້ອມທັງເຄື່ອງປ້ອງກັນຫົວຂອງພວກເຂົານຳອີກ, ແລະ ພວກເຂົານຸ່ງຫົ່ມເສື້ອຜ້າໜາ—
20 ບັດນີ້ກອງທັບຂອງເຊຣາເຮັມນາບໍ່ໄດ້ມີການຕຽມສິ່ງເຫລົ່ານີ້ເລີຍ; ພວກເຂົາມີພຽງແຕ່ຫອກ ແລະ ດາບ, ແລະ ຄັນທະນູ ແລະ ລູກທະນູ, ແລະ ມີກ້ອນຫີນກັບກະຖຸນຂອງພວກເຂົາ; ແລະ ຕົນຕົວຂອງພວກເຂົາ ເປືອຍເປົ່າ, ນອກຈາກແຜ່ນໜັງຄຽນແອວເທົ່ານັ້ນ; ແທ້ຈິງແລ້ວ, ຕົນຕົວຂອງພວກເຂົາທຸກຄົນເປືອຍເປົ່າໝົດ, ເວັ້ນເສຍແຕ່ຊາວໂຊຣຳ ແລະ ຊາວອາມາລະໄຄເທົ່ານັ້ນ;
21 ແຕ່ພວກເຂົາບໍ່ມີແຜ່ນປົກເອິກ ຫລື ໂລ່—ສະນັ້ນ, ພວກເຂົາຈຶ່ງມີຄວາມຢ້ານກົວກອງທັບຂອງຊາວນີໄຟຫລາຍທີ່ສຸດ ເພາະວ່າເຄື່ອງນຸ່ງຂອງພວກນີໄຟ, ທັງໆທີ່ຈຳນວນຄົນຂອງພວກເຂົາມີຫລາຍກວ່າຊາວນີໄຟຕັ້ງຫລາຍເທົ່າ.
22 ຈົ່ງເບິ່ງ, ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາບໍ່ກ້າມາສູ້ຮົບກັບຊາວນີໄຟທີ່ຊາຍແດນເຈີຊອນເລີຍ; ສະນັ້ນພວກເຂົາຈຶ່ງໄດ້ອອກໄປຈາກແຜ່ນດິນອານທິໂອນຳ ແລະ ເຂົ້າໄປໃນຖິ່ນແຫ້ງແລ້ງກັນດານໃກ້ຫົວແມ່ນ້ຳຊີໂດນ, ເພື່ອພວກເຂົາຈະໄດ້ເຂົ້າໄປຫາແຜ່ນດິນແມນທາຍ ແລະ ຍຶດເອົາຫົວເມືອງ; ເພາະພວກເຂົາບໍ່ຄິດວ່າກອງທັບຂອງໂມໂຣໄນຮູ້ຈັກແລ້ວວ່າ ພວກເຂົາໄດ້ໄປທາງໃດ.
23 ແຕ່ເຫດການໄດ້ບັງເກີດຂຶ້ນ, ໃນທັນທີທີ່ພວກເຂົາເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ ໂມໂຣໄນກໍໄດ້ສົ່ງນັກສືບເຂົ້າໄປໃນຖິ່ນແຫ້ງແລ້ງກັນດານເພື່ອຕິດຕາມເບິ່ງຄ້າຍພັກຂອງພວກເຂົາ; ແລະ ໂມໂຣໄນໂດຍທີ່ຮູ້ຈັກເຖິງການທຳນາຍຂອງແອວມາ, ຈຶ່ງໄດ້ສົ່ງຄົນຈຳນວນໜຶ່ງໄປຫາເພິ່ນ, ໂດຍປາດຖະໜາຈະໃຫ້ເພິ່ນທູນຖາມພຣະຜູ້ເປັນເຈົ້າວ່າ ກອງທັບຂອງຊາວນີໄຟຄວນຈະໄປສູ້ຮົບກັບຊາວເລມັນ ຢູ່ບ່ອນໃດເພື່ອປົກປ້ອງຕົວເອງ.
24 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະຄຳຂອງພຣະຜູ້ເປັນເຈົ້າໄດ້ມາເຖິງແອວມາ, ແລະ ແອວມາໄດ້ບອກຂ່າວແກ່ພວກສົ່ງສານຂອງໂມໂຣໄນວ່າ ກອງທັບຂອງຊາວເລມັນກຳລັງຍົກທັບເດີນເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ ເພື່ອຈະໄດ້ຂ້າມມາຫາແຜ່ນດິນແມນທາຍ, ເພື່ອຈະໄດ້ເລີ່ມໂຈມຕີຜູ້ຄົນທີ່ອ່ອນແອກວ່າພວກເຂົາ. ແລະ ພວກສົ່ງສານໄດ້ໄປແຈ້ງຕໍ່ໂມໂຣໄນ.
25 ບັດນີ້ໂມໂຣໄນ, ຈຶ່ງໄດ້ໃຫ້ກອງທັບສ່ວນໜຶ່ງຂອງເພິ່ນຄຸ້ມກັນຢູ່ໃນແຜ່ນດິນເຈີຊອນ, ເພາະຢ້ານວ່າໂດຍວິທີໃດວິທີໜຶ່ງຊາວເລມັນບາງຈຳນວນອາດຈະເຂົ້າມາຍຶດເອົາແຜ່ນດິນນັ້ນ ແລະ ເຂົ້າເປັນເຈົ້າຂອງ, ຈຶ່ງໄດ້ຍົກກອງທັບສ່ວນທີ່ເຫລືອຢູ່ຂອງເພິ່ນ ແລະ ຂ້າມໄປຫາແຜ່ນດິນແມນທາຍ.
26 ແລະ ເພິ່ນໄດ້ສັ່ງໃຫ້ຜູ້ຄົນທັງໝົດໃນແຜ່ນດິນສ່ວນນັ້ນມາເຕົ້າໂຮມກັນເພື່ອຈະໄດ້ຕໍ່ສູ້ກັບຊາວເລມັນ, ເພື່ອ ປົກປ້ອງແຜ່ນດິນ ແລະ ປະເທດຊາດຂອງພວກເຂົາ, ແລະ ສິດທິ ແລະ ເສລີພາບຂອງພວກເຂົາ; ສະນັ້ນ ຜູ້ຄົນຈຶ່ງໄດ້ຕຽມພ້ອມຢູ່ສະເໝີທີ່ຈະຕໍ່ສູ້ກັບຊາວເລມັນເມື່ອເວລາພວກເຂົາເຂົ້າມາໂຈມຕີ.
27 ແລະ ເຫດການໄດ້ບັງເກີດຂຶ້ນຄື ໂມໂຣໄນໄດ້ສັ່ງໃຫ້ກອງທັບຂອງເພິ່ນໄປລີ້ຖ້າຢູ່ໃນຮ່ອມພູ ຊຶ່ງຢູ່ໃກ້ກັບຝັ່ງແມ່ນ້ຳຊີໂດນ, ຊຶ່ງມັນຢູ່ທາງຕາເວັນຕົກຂອງແມ່ນ້ຳຊີໂດນ ໃນຖິ່ນແຫ້ງແລ້ງກັນດານ.
28 ແລະ ໂມໂຣໄນໄດ້ວາງຄົນສອດແນມໄວ້ໂດຍຮອບ, ເພື່ອເພິ່ນຈະໄດ້ຮູ້ຈັກວ່າເວລາໃດຄ້າຍຂອງຊາວເລມັນຈະມາຕັ້ງຂຶ້ນ.
29 ແລະ ບັດນີ້, ໂມໂຣໄນຮູ້ຈັກເຈດຕະນາຂອງຊາວເລມັນ, ວ່າພວກເຂົາຢາກຈະທຳລາຍພີ່ນ້ອງຂອງຕົນ, ຫລື ເພື່ອຈະໄດ້ນຳເອົາພວກເຂົາມາຂຶ້ນກັບພວກເຂົາ ແລະ ເອົາພວກເຂົາເຫລົ່ານັ້ນມາເປັນທາດ ເພື່ອພວກເຂົາເອງຈະໄດ້ສະຖາປະນາອານາຈັກຂອງຕົນຂຶ້ນ ເພື່ອພວກເຂົາຈະໄດ້ປົກຄອງທົ່ວແຜ່ນດິນ;
30 ແລະ ໂດຍທີ່ເພິ່ນໄດ້ຮູ້ຈັກອີກວ່າ ຄວາມປາດຖະໜາຢ່າງດຽວຂອງຊາວນີໄຟນັ້ນຄື ເພື່ອປົກປັກຮັກສາແຜ່ນດິນຂອງພວກເຂົາ, ແລະ ເສລີພາບຂອງພວກເຂົາ, ແລະ ສາດສະໜາຈັກຂອງພວກເຂົາ, ສະນັ້ນເພິ່ນຈຶ່ງຄິດວ່າມັນບໍ່ເປັນການກະທຳບາບທີ່ເພິ່ນຈະປ້ອງກັນຊາວນີໄຟດ້ວຍກົນອຸບາຍ; ສະນັ້ນ, ເພິ່ນຈຶ່ງຮູ້ຈັກໂດຍຄົນສອດແນມຂອງເພິ່ນວ່າ ຊາວເລມັນຈະໄປທາງໃດ.
31 ສະນັ້ນ, ເພິ່ນຈຶ່ງໄດ້ແບ່ງກອງທັບຂອງເພິ່ນ ແລະ ໄດ້ນຳເອົາສ່ວນໜຶ່ງໄປໃນຮ່ອມພູ, ແລະ ລີ້ຢູ່ທາງຕາເວັນອອກ ແລະ ທາງໃຕ້ຂອງເນີນພູຣິບລາ;
32 ແລະ ສ່ວນທີ່ເຫລືອນັ້ນ ເພິ່ນໄດ້ໃຫ້ລີ້ຢູ່ໃນຮ່ອມພູທາງຕາເວັນຕົກຂອງແມ່ນ້ຳຊີໂດນ, ຈົນສຸດຊາຍແດນຂອງແຜ່ນດິນແມນທາຍ.
33 ເມື່ອເພິ່ນໄດ້ຈັດວາງກອງທັບຂອງເພິ່ນໄວ້ຕາມຄວາມປາດຖະໜາຂອງເພິ່ນຮຽບຮ້ອຍແລ້ວ, ເພິ່ນກໍພ້ອມແລ້ວທີ່ຈະພົບກັບພວກເຂົາ.
34 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊາວເລມັນໄດ້ຍົກກອງທັບມາທາງເໜືອຂອງເນີນພູ, ຊຶ່ງກອງທັບສ່ວນໜຶ່ງຂອງໂມໂຣໄນໄດ້ລີ້ຖ້າຢູ່ແລ້ວ.
35 ແລະ ເວລາທີ່ຊາວເລມັນຜ່ານເນີນພູຣິບລາ, ແລະ ມາຮອດຮ່ອມພູ, ແລະ ກຳລັງຈະຂ້າມແມ່ນ້ຳຊີໂດນຢູ່ນັ້ນ, ກອງທັບທີ່ລີ້ຖ້າຢູ່ທາງໃຕ້ຂອງເນີນພູ ຊຶ່ງນຳໂດຍຄົນຜູ້ໜຶ່ງຊື່ວ່າ ລີໄຮ, ແລະ ລາວໄດ້ນຳເອົາກອງທັບຂອງລາວອອກມາ ແລະ ລ້ອມຊາວເລມັນໄວ້ທາງຕາເວັນອອກທາງດ້ານຫລັງ.
36 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາຊາວເລມັນເຫັນກອງທັບຊາວນີໄຟເຂົ້າໂຈມຕີຂ້າງຫລັງ, ພວກເຂົາຈຶ່ງໄດ້ຫັນກັບຄືນໄປ ແລະ ເລີ່ມຕໍ່ສູ້ກັບກອງທັບຂອງລີໄຮ.
37 ແລະ ການຕາຍໄດ້ທະວີຂຶ້ນທັງສອງຝ່າຍ, ແຕ່ວ່າການຕາຍຂອງຝ່າຍຊາວເລມັນເປັນໜ້າຢ້ານກົວຫລາຍທີ່ສຸດ, ເພາະວ່າ ຄວາມເປືອຍເປົ່າຂອງພວກເຂົາທີ່ຮັບການຟັນຢ່າງໜັກຂອງຊາວນີໄຟດ້ວຍດາບ ແລະ ຖືກແທງດ້ວຍຫອກ, ຄືທຸກເທື່ອທີ່ໄດ້ຟັນລົງໄປຕ້ອງໄດ້ຂ້າເກືອບທຸກເທື່ອ.
38 ສ່ວນໃນບັນດາຊາວນີໄຟນັ້ນ, ດົນໆຈຶ່ງຕາຍຄົນໜຶ່ງດ້ວຍດາບ ແລະ ດ້ວຍການເສຍເລືອດ, ໂດຍທີ່ພວກເຂົາມີເຄື່ອງປ້ອງກັນພາກສ່ວນສຳຄັນຂອງຮ່າງກາຍ, ແລະ ພາກສ່ວນສຳຄັນທີ່ສຸດຂອງຮ່າງກາຍກໍມີເຄື່ອງປ້ອງກັນໃຫ້ພົ້ນຈາກການຟັນຂອງຊາວເລມັນ, ໂດຍມີ ແຜ່ນປົກເອິກ ແລະ ເຄື່ອງປ້ອງກັນແຂນ ແລະ ປ້ອງກັນຫົວຂອງພວກເຂົາ; ດ້ວຍເຫດນີ້ ຊາວນີໄຟຈຶ່ງໄດ້ຂ້າຊາວເລມັນຢ່າງຫລວງຫລາຍ.
39 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊາວເລມັນມີຄວາມຢ້ານກົວຫລາຍ, ເພາະຄວາມພິນາດອັນໃຫຍ່ຫລວງໃນບັນດາພວກເຂົາ, ຈົນວ່າພວກເຂົາໄດ້ເລີ່ມປົບໜີໄປທາງແມ່ນ້ຳຊີໂດນ.
40 ແລະ ພວກເຂົາຖືກລີໄຮ ແລະ ທະຫານຂອງລາວໄລ່ຕິດຕາມໄປ; ແລະ ພວກເຂົາຖືກລີໄຮໄລ່ລົງໄປໃນນ້ຳຊີໂດນ ແລະ ພວກເຂົາໄດ້ຂ້າມນ້ຳຊີໂດນໄປ. ແລະ ລີໄຮສັ່ງໃຫ້ກອງທັບຂອງລາວຢຸດທີ່ຝັ່ງແມ່ນ້ຳຊີໂດນບໍ່ໃຫ້ຂ້າມໄປ.
41 ແລະ ເຫດການໄດ້ບັງເກີດຂຶ້ນຄື ໂມໂຣໄນ ແລະ ກອງທັບຂອງເພິ່ນໄດ້ພົບກັບຊາວເລມັນໃນຮ່ອມພູທາງຝັ່ງແມ່ນ້ຳຊີໂດນເບື້ອງນັ້ນ ແລະ ເລີ່ມໂຈມຕີ ແລະ ຂ້າຟັນພວກເຂົາ.
42 ແລະ ຊາວເລມັນໄດ້ປົບໜີໄປທາງໜ້າຂອງພວກເຂົາ, ໄປທາງແຜ່ນດິນແມນທາຍ; ແລະ ພວກເຂົາໄດ້ພົບກັບກອງທັບຂອງໂມໂຣໄນອີກ.
43 ບັດນີ້ເມື່ອເປັນດັ່ງນີ້ແລ້ວ ຊາວເລມັນຈຶ່ງໄດ້ຕໍ່ສູ້ຈົນສຸດກຳລັງ; ແທ້ຈິງແລ້ວ, ມັນບໍ່ເຄີຍມີຈັກເທື່ອທີ່ຊາວເລມັນຈະຕໍ່ສູ້ດ້ວຍກຳລັງ ແລະ ດ້ວຍຄວາມກ້າຫານອັນໃຫຍ່ຫລວງພຽງນີ້, ບໍ່ມີຈັກເທື່ອ, ບໍ່ເຄີຍມີເລີຍຕັ້ງແຕ່ຕົ້ນ.
44 ແລະ ພວກເຂົາໄດ້ຮັບກຳລັງໃຈຈາກ ຊາວໂຊຣຳ ແລະ ຊາວອາມາລະໄຄ, ຜູ້ທີ່ເປັນນາຍທະຫານຊັ້ນຫົວໜ້າ ແລະ ຜູ້ນຳຂອງພວກເຂົາ, ແລະ ຈາກເຊຣາເຮັມນາ ຜູ້ເປັນຫົວໜ້ານາຍທະຫານຂອງພວກເຂົາ, ຫລື ຫົວໜ້າຜູ້ນຳ ແລະ ຜູ້ບັງຄັບບັນຊາຂອງພວກເຂົາ; ແທ້ຈິງແລ້ວ, ພວກເຂົາໄດ້ຕໍ່ສູ້ຄືກັນກັບມັງກອນ, ແລະ ຊາວນີໄຟຫລາຍຄົນໄດ້ຖືກຂ້າຕາຍດ້ວຍມືຂອງພວກເຂົາ, ແທ້ຈິງແລ້ວ, ເພາະວ່າພວກເຂົາໄດ້ຟັນເຄື່ອງປ້ອງກັນຫົວເປັນຈຳນວນຫລວງຫລາຍຂອງຊາວນີໄຟຂາດອອກເປັນສອງຕ່ອນ, ແລະ ພວກເຂົາໄດ້ແທງແຜ່ນປົກເອິກຂອງຊາວນີໄຟຊອດ, ແລະ ພວກເຂົາໄດ້ຟັນແຂນຂອງຊາວນີໄຟຂາດຫລາຍແຂນ, ແລະ ຊາວເລມັນໄດ້ຟັນລົງດ້ວຍຄວາມຄຽດແຄ້ນທີ່ສຸດຂອງພວກເຂົາ.
45 ເຖິງຢ່າງໃດກໍຕາມ, ຊາວນີໄຟຍັງໄດ້ຮັບກຳລັງໃຈດ້ວຍອຸດົມການທີ່ດີກວ່າ, ເພາະວ່າພວກເຂົາບໍ່ໄດ້ ຕໍ່ສູ້ເພື່ອກະສັດ ຫລື ວ່າເພື່ອອຳນາດໃດໆ ແຕ່ພວກເຂົາໄດ້ຕໍ່ສູ້ເພື່ອບ້ານເຮືອນຂອງພວກເຂົາ ແລະ ເພື່ອ ເສລີພາບຂອງພວກເຂົາ, ແລະ ເພື່ອເມຍຂອງພວກເຂົາ ແລະ ເພື່ອລູກຂອງພວກເຂົາ, ແລະ ເພື່ອທຸກສິ່ງທຸກຢ່າງຂອງພວກເຂົາ, ແທ້ຈິງແລ້ວ, ເພື່ອພິທີການແຫ່ງການນະມັດສະການ ແລະ ເພື່ອສາດສະໜາຈັກຂອງພວກເຂົານຳອີກ.
46 ແລະ ພວກເຂົາໄດ້ເຮັດທຸກສິ່ງທຸກຢ່າງທີ່ພວກເຂົາຮູ້ວ່າອັນໃດເປັນ ໜ້າທີ່ ຊຶ່ງພວກເຂົາໄດ້ເປັນໜີ້ພຣະເຈົ້າຂອງພວກເຂົາຢູ່; ເພາະວ່າພຣະຜູ້ເປັນເຈົ້າໄດ້ກ່າວກັບພວກເຂົາ ແລະ ບັນພະບຸລຸດຂອງພວກເຂົານຳອີກວ່າ: ຕາບໃດທີ່ເຈົ້າບໍ່ມີຄວາມຜິດຍ້ອນການຮຸກຮານເທື່ອ ທຳອິດ, ຫລື ເທື່ອທີສອງ, ຕາບນັ້ນເຮົາຈະບໍ່ຍອມໃຫ້ເຈົ້າຖືກຂ້າດ້ວຍມືສັດຕູຂອງເຈົ້າ.
47 ແລະ ອີກເທື່ອໜຶ່ງ, ພຣະຜູ້ເປັນເຈົ້າໄດ້ກ່າວວ່າ: ເຈົ້າຈົ່ງ ປ້ອງກັນຄອບຄົວຂອງເຈົ້າ ຈົນເຖິງການນອງເລືອດ. ສະນັ້ນ ຍ້ອນວ່າອຸດົມການອັນນີ້ ຊາວນີໄຟຈຶ່ງມີກຳລັງໃຈຕໍ່ສູ້ກັບຊາວເລມັນ ເພື່ອປ້ອງກັນຕົວເອງ, ແລະ ຄອບຄົວຂອງພວກເຂົາ, ແລະ ແຜ່ນດິນຂອງພວກເຂົາ, ແລະ ປະເທດຊາດຂອງພວກເຂົາ, ແລະ ສິດທິຂອງພວກເຂົາ, ແລະ ສາດສະໜາຂອງພວກເຂົາ.
48 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອຄົນຂອງໂມໂຣໄນໄດ້ເຫັນຄວາມເປັນໜ້າຢ້ານກົວ ແລະ ຄວາມຄຽດແຄ້ນຂອງຊາວເລມັນ ພວກເຂົາກໍເກືອບຈະປົບໜີໄປຈາກພວກນັ້ນ. ແລະ ໂມໂຣໄນໂດຍທີ່ເຫັນເຈດຕະນາຂອງພວກເຂົາ ຈຶ່ງໄດ້ອອກຄຳສັ່ງໂດຍໃຫ້ກຳລັງໃຈພວກເຂົາດ້ວຍຄວາມຄິດດັ່ງນີ້—ແທ້ຈິງແລ້ວ, ຄວາມຄິດເຖິງແຜ່ນດິນຂອງພວກເຂົາ, ເສລີພາບຂອງພວກເຂົາ, ແທ້ຈິງແລ້ວ, ອິດສະລະພາບຂອງພວກເຂົາຈາກຄວາມເປັນທາດ.
49 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ຫັນກັບຄືນໄປຕໍ່ສູ້ກັບຊາວເລມັນ, ແລະ ພວກເຂົາໄດ້ ຮ້ອງອອກມາເພື່ອທູນຂໍຕໍ່ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາເປັນສຽງດຽວກັນ, ເພື່ອເສລີພາບຂອງພວກເຂົາ ແລະ ເພື່ອອິດສະລະພາບຂອງພວກເຂົາຈາກຄວາມເປັນທາດ.
50 ແລະ ພວກເຂົາເລີ່ມຢືນຕໍ່ສູ້ກັບຊາວເລມັນດ້ວຍພະລັງ; ແລະ ໃນຕອນທີ່ພວກເຂົາກຳລັງຮ້ອງທູນຂໍຕໍ່ພຣະຜູ້ເປັນເຈົ້າເພື່ອອິດສະລະພາບຂອງຕົນຢູ່ນັ້ນ, ຊາວເລມັນກໍເລີ່ມຖອຍໜີໄປຕໍ່ໜ້າຂອງພວກເຂົາ; ແລະ ພວກເຂົາໄດ້ໜີໄປຈົນເຖິງແມ່ນ້ຳຊີໂດນ.
51 ບັດນີ້, ຊາວເລມັນມີຈຳນວນຫລາຍກວ່າ, ແທ້ຈິງແລ້ວ, ຫລາຍກວ່າຕັ້ງສອງເທົ່າຂອງຈຳນວນຂອງຊາວນີໄຟ; ປານນັ້ນ, ພວກເຂົາຍັງຖືກໄລ່ເຖິງຂະໜາດທີ່ພວກເຂົາຕ້ອງໄປເຕົ້າໂຮມກັນເປັນກອງດຽວຢູ່ໃນຮ່ອມພູເທິງຝັ່ງແມ່ນ້ຳຊີໂດນ.
52 ສະນັ້ນກອງທັບຂອງໂມໂຣໄນຈຶ່ງອ້ອມພວກເຂົາໄວ້ທັງສອງຝັ່ງແມ່ນ້ຳ, ຈົ່ງເບິ່ງ, ທາງຕາເວັນອອກກໍມີຄົນຂອງລີໄຮເຕັມຢູ່.
53 ສະນັ້ນ ເວລາເຊຣາເຮັມນາເຫັນຄົນຂອງລີໄຮຢູ່ທາງຕາເວັນອອກຂອງແມ່ນ້ຳຊີໂດນ, ແລະ ກອງທັບຂອງໂມໂຣໄນຢູ່ທາງຕາເວັນຕົກຂອງແມ່ນ້ຳຊີໂດນ, ແລະ ເຫັນວ່າເຂົາຖືກຊາວນີໄຟລ້ອມ ກໍເກີດມີຄວາມຢ້ານກົວ ແລະ ຕົກໃຈຫລາຍຂຶ້ນ.
54 ບັດນີ້ໂມໂຣໄນ, ເມື່ອເຫັນຄວາມຢ້ານກົວຂອງຊາວເລມັນ, ແລ້ວເພິ່ນກໍສັ່ງໃຫ້ຄົນຂອງເພິ່ນຢຸດການຂ້າຟັນລົງ.