ເລື່ອງລາວຂອງຜູ້ຄົນຂອງນີໄຟ, ແລະ ລາຍລະອຽດຂອງສົງຄາມ ແລະ ການແຕກແຍກກັນຂອງພວກເຂົາ, ໃນວັນເວລາຂອງຮີລາມັນ, ອີງຕາມບັນທຶກຂອງຮີລາມັນ, ຊຶ່ງເພິ່ນໄດ້ເຮັດໄວ້ໃນວັນເວລາຂອງເພິ່ນ.
ມີຢູ່ໃນບົດທີ 45 ຈົນເຖິງບົດທີ 62.
ບົດທີ 45
ຮີລາມັນເຊື່ອຄຳເວົ້າຂອງແອວມາ—ແອວມາທຳນາຍເຖິງການທຳລາຍທີ່ຈະມາເຖິງຊາວນີໄຟ—ເພິ່ນໃຫ້ພອນ ແລະ ສາບແຊ່ງແຜ່ນດິນ—ແອວມາອາດຖືກພຣະວິນຍານພາຂຶ້ນໄປເໝືອນກັນກັບໂມເຊ—ການແຕກແຍກເຕີບໂຕຂຶ້ນໃນສາດສະໜາຈັກ. ປະມານ 73 ປີ ກ່ອນ ຄ.ສ.
1 ຈົ່ງເບິ່ງ, ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ຜູ້ຄົນຂອງນີໄຟມີຄວາມປິຕິຍິນດີຢ່າງຍິ່ງ, ເພາະວ່າພຣະເຈົ້າໄດ້ປົດປ່ອຍພວກເຂົາໃຫ້ພົ້ນຈາກກຳມືຂອງສັດຕູ; ສະນັ້ນ ພວກເຂົາຈຶ່ງໄດ້ຖວາຍຄວາມຂອບພຣະໄທຕໍ່ອົງພຣະຜູ້ເປັນເຈົ້າຂອງພວກເຂົາ; ແທ້ຈິງແລ້ວ, ພວກເຂົາໄດ້ ຖືສິນອົດເຂົ້າ ແລະ ອະທິຖານຫລາຍທີ່ສຸດ, ແລະ ພວກເຂົາໄດ້ນະມັດສະການພຣະເຈົ້າດ້ວຍຄວາມຊື່ນຊົມຢ່າງລົ້ນເຫລືອ.
2 ແລະ ເຫດການໄດ້ບັງເກີດຂຶ້ນໃນປີທີສິບເກົ້າແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟ, ຄື ແອວມາໄດ້ມາຫາຮີລາມັນລູກຊາຍຂອງເພິ່ນ ແລະ ເວົ້າກັບເພິ່ນວ່າ: ລູກເຊື່ອຄຳເວົ້າຊຶ່ງພໍ່ໄດ້ເວົ້າກັບລູກກ່ຽວກັບ ບັນທຶກເຫລົ່ານັ້ນ ຊຶ່ງໄດ້ຖືກຮັກສາໄວ້ຕໍ່ໆກັນມາຫລືບໍ່?
3 ແລະ ຮີລາມັນຕອບວ່າ: ແທ້ຈິງແລ້ວ, ລູກເຊື່ອ.
4 ແລະ ແອວມາຖາມອີກວ່າ: ລູກເຊື່ອໃນພຣະເຢຊູຄຣິດຜູ້ຈະສະເດັດມາບໍ?
5 ແລະ ເພິ່ນຕອບວ່າ: ແທ້ຈິງແລ້ວ, ລູກເຊື່ອຄຳເວົ້າທັງໝົດທີ່ພໍ່ໄດ້ເວົ້າໄວ້.
6 ແລະ ແອວມາຖາມເພິ່ນອີກວ່າ: ລູກຈະ ຮັກສາຄຳສັ່ງຂອງພໍ່ໄດ້ບໍ?
7 ແລະ ເພິ່ນຕອບວ່າ: ແທ້ຈິງແລ້ວ, ລູກຈະຮັກສາຄຳສັ່ງຂອງພໍ່ດ້ວຍສຸດໃຈຂອງລູກ.
8 ຈາກນັ້ນ ແອວມາໄດ້ເວົ້າກັບເພິ່ນອີກວ່າ: ລູກເປັນສຸກແລ້ວ; ແລະ ພຣະຜູ້ເປັນເຈົ້າຈະເຮັດໃຫ້ລູກ ຈະເລີນຮຸ່ງເຮືອງຢູ່ໃນແຜ່ນດິນນີ້.
9 ແລະ ຈົ່ງເບິ່ງ, ພໍ່ມີບາງຢ່າງທີ່ຈະ ທຳນາຍໃຫ້ລູກ; ແຕ່ອັນໃດກໍຕາມທີ່ພໍ່ທຳນາຍໄວ້ຈະຕ້ອງບໍ່ໃຫ້ຜູ້ໃດຮູ້ຈັກ; ແທ້ຈິງແລ້ວ, ເລື່ອງທີ່ພໍ່ທຳນາຍໃຫ້ລູກນີ້ຈະຕ້ອງບໍ່ໃຫ້ຜູ້ໃດຮູ້ຈັກ, ຈົນກວ່າຄຳທຳນາຍນັ້ນຈະເກີດເປັນຈິງເສຍກ່ອນ; ສະນັ້ນ ຈົ່ງຂຽນສິ່ງທີ່ພໍ່ຈະເວົ້າຕໍ່ໄປນີ້.
10 ແລະ ນີ້ຄືຂໍ້ຄວາມຕ່າງໆ: ຈົ່ງເບິ່ງ, ຕາມວິນຍານແຫ່ງການເປີດເຜີຍອັນມີຢູ່ກັບພໍ່, ພໍ່ຈຶ່ງຫລິງເຫັນວ່າພາຍໃນ ສີ່ຮ້ອຍປີຫລັງຈາກເວລາທີ່ພຣະເຢຊູຄຣິດໄດ້ສະແດງພຣະອົງເອງໃຫ້ປະຈັກແກ່ຊາວນີໄຟ, ຜູ້ຄົນເຫລົ່ານີ້ຈະເສື່ອມໂຊມຢູ່ໃນຄວາມ ບໍ່ເຊື່ອຖື.
11 ແທ້ຈິງແລ້ວ, ແລະ ເວລານັ້ນ ພວກເຂົາຈະປະສົບກັບສົງຄາມ ແລະ ພະຍາດໂລຄາ, ແທ້ຈິງແລ້ວ, ມັນຈະມີຄວາມອຶດຢາກ ແລະ ການນອງເລືອດເກີດຂຶ້ນ, ຈົນວ່າຜູ້ຄົນຂອງນີໄຟຈະ ສູນສິ້ນໄປໝົດ—
12 ແທ້ຈິງແລ້ວ, ແລະ ມັນເປັນເຊັ່ນນີ້ກໍຍ້ອນວ່າພວກເຂົາເສື່ອມໂຊມຢູ່ໃນຄວາມບໍ່ເຊື່ອຖື ແລະ ຕົກໄປສູ່ວຽກງານແຫ່ງຄວາມມືດ, ແລະ ກິເລດຕັນຫາ, ແລະ ຄວາມຊົ່ວຮ້າຍນາໆປະການ; ແທ້ຈິງແລ້ວ, ພໍ່ກ່າວກັບລູກ ຍ້ອນວ່າພວກເຂົາຈະເຮັດບາບຂັດກັບຄວາມສະຫວ່າງ ແລະ ຄວາມຮູ້ອັນຍິ່ງໃຫຍ່, ແທ້ຈິງແລ້ວ, ພໍ່ກ່າວກັບລູກ, ວ່ານັບແຕ່ມື້ນັ້ນໄປ, ແມ່ນແຕ່ຄົນລຸ້ນທີສີ່ຈະຍັງບໍ່ຜ່ານໄປໝົດ ກ່ອນທີ່ຄວາມຊົ່ວຮ້າຍອັນໃຫຍ່ຫລວງຈະມາເຖິງ.
13 ແລະ ເມື່ອມື້ສຳຄັນມາເຖິງ, ຈົ່ງເບິ່ງ, ມັນຈະມາເຖິງຢ່າງວ່ອງໄວທີ່ສຸດສຳລັບຄົນມີຊີວິດຢູ່ໃນປະຈຸບັນນີ້, ຫລື ວ່າລູກຫລານຂອງຄົນທີ່ມີຊີວິດຢູ່ໃນປະຈຸບັນນີ້ ເພາະຜູ້ຖືກນັບເຂົ້າຢູ່ໃນບັນດາຜູ້ຄົນຂອງນີໄຟ, ຈະບໍ່ຖືກນັບເຂົ້າເປັນຜູ້ຄົນຂອງນີໄຟ ອີກເລີຍ.
14 ແລະ ຜູ້ໃດກໍຕາມທີ່ຍັງເຫລືອຢູ່ ຊຶ່ງບໍ່ໄດ້ຖືກທຳລາຍໃນມື້ອັນຍິ່ງໃຫຍ່ ແລະ ໜ້າຢ້ານກົວນັ້ນ ພວກນັ້ນກໍຈະຖືກ ນັບເຂົ້າຢູ່ໃນບັນດາຊາວເລມັນ, ແລະ ຈະກາຍມາເປັນຊາວເລມັນທັງໝົດ ນອກຈາກບໍ່ເທົ່າໃດຄົນຜູ້ທີ່ຈະຖືກເອີ້ນວ່າສານຸສິດຂອງພຣະຜູ້ເປັນເຈົ້າ, ແລະ ຊາວເລມັນຈະໄລ່ຕາມລ້າ ຈົນວ່າພວກເຂົາສາບສູນໄປ. ແລະ ບັດນີ້, ເປັນຍ້ອນຄວາມຊົ່ວຮ້າຍນີ້, ມັນຈຶ່ງຈະເຮັດໃຫ້ຄຳທຳນາຍສຳເລັດ.
15 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກແອວມາໄດ້ກ່າວເລື່ອງເຫລົ່ານີ້ກັບຮີລາມັນແລ້ວ, ເພິ່ນໄດ້ໃຫ້ພອນແກ່ຮີລາມັນ, ແລະ ລູກຊາຍຄົນອື່ນໆຂອງເພິ່ນ; ແລະ ເພິ່ນໄດ້ໃຫ້ພອນແກ່ໂລກນີ້ອີກ ເພື່ອເຫັນແກ່ ຄົນຊອບທຳ.
16 ແລະ ເພິ່ນໄດ້ກ່າວວ່າ: ອົງພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້—ແຜ່ນດິນຈະຖືກ ສາບແຊ່ງ, ແທ້ຈິງແລ້ວ, ແຜ່ນດິນນີ້, ແກ່ທຸກປະຊາຊາດ, ທຸກຕະກຸນ, ທຸກພາສາ, ແລະ ທຸກຜູ້ຄົນທັງປວງຊຶ່ງເຮັດຄວາມຊົ່ວໃຫ້ໄປສູ່ຄວາມພິນາດ, ເມື່ອພວກເຂົາສຸກເຕັມທີ່; ແລະ ມັນຈະເປັນໄປດັ່ງນັ້ນ ດັ່ງທີ່ພໍ່ເວົ້າໄວ້; ເພາະວ່າມັນເປັນການສາບແຊ່ງ ແລະ ເປັນພອນຂອງພຣະເຈົ້າເທິງແຜ່ນດິນ, ເພາະພຣະຜູ້ເປັນເຈົ້າບໍ່ສາມາດເບິ່ງບາບດ້ວຍລະດັບການຍິນຍອມແມ່ນແຕ່ ໜ້ອຍທີ່ສຸດ.
17 ແລະ ບັດນີ້, ເມື່ອແອວມາກ່າວຂໍ້ຄວາມນີ້ແລ້ວ ເພິ່ນກໍໃຫ້ພອນແກ່ ສາດສະໜາຈັກ, ແທ້ຈິງແລ້ວ, ເພິ່ນໄດ້ໃຫ້ພອນແກ່ຄົນທັງໝົດຜູ້ທີ່ຍຶດໝັ້ນຢູ່ໃນສັດທາ ນັບແຕ່ເວລານັ້ນເປັນຕົ້ນໄປ.
18 ແລະ ເມື່ອແອວມາເຮັດສິ່ງນີ້ແລ້ວ ເພິ່ນກໍໄດ້ອອກຈາກແຜ່ນດິນເຊຣາເຮັມລາໄປ, ຄ້າຍຄືກັບວ່າເພິ່ນຈະໄປຫາແຜ່ນດິນມີເລັກ. ແລະ ເຫດການໄດ້ບັງເກີດຂຶ້ນຄື ບໍ່ມີຜູ້ໃດໄດ້ຍິນເລື່ອງຂອງເພິ່ນອີກຕໍ່ໄປເລີຍ; ແລະ ພວກເຮົາບໍ່ຮູ້ກ່ຽວກັບການຕາຍ ຫລື ການຝັງສົບຂອງເພິ່ນເລີຍ.
19 ຈົ່ງເບິ່ງ, ພວກເຮົາຮູ້ຈັກວ່າ ເພິ່ນເປັນຄົນຊອບທຳ; ແລະ ມີຂ່າວລືໄປທົ່ວສາດສະໜາຈັກວ່າ ພຣະວິນຍານໄດ້ຮັບເອົາເພິ່ນຂຶ້ນໄປ ຫລື ຖືກຝັງໂດຍພຣະຫັດຂອງພຣະຜູ້ເປັນເຈົ້າເໝືອນດັ່ງໂມເຊ. ແຕ່ຈົ່ງເບິ່ງ, ພຣະຄຳພີໄດ້ກ່າວວ່າ ພຣະຜູ້ເປັນເຈົ້າໄດ້ເອົາໂມເຊໄປຢູ່ກັບພຣະອົງ; ແລະ ພວກເຮົາຄິດວ່າພຣະອົງໄດ້ຮັບເອົາແອວມາ ໄປໃນວິນຍານໄວ້ກັບພຣະອົງຄືກັນ; ສະນັ້ນ ເພາະເຫດນີ້, ພວກເຮົາຈຶ່ງບໍ່ຮູ້ຫຍັງເລີຍກ່ຽວກັບການຕາຍ ແລະ ການຝັງຂອງເພິ່ນ.
20 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນໃນຕົ້ນປີທີສິບເກົ້າແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟ, ຮີລາມັນໄດ້ອອກໄປໃນບັນດາຜູ້ຄົນເພື່ອປະກາດພຣະຄຳຕໍ່ພວກເຂົາ.
21 ເພາະຈົ່ງເບິ່ງ, ເນື່ອງຈາກວ່າພວກເຂົາໄດ້ມີສົງຄາມກັບຊາວເລມັນ ແລະ ມີຄວາມຫຍຸ້ງຍາກເລັກໜ້ອຍຫລາຍເທື່ອ ແລະ ມີການແຕກແຍກກັນໃນບັນດາຜູ້ຄົນ, ມັນຈຶ່ງສົມຄວນທີ່ຈະປະກາດ ພຣະຄຳຂອງພຣະເຈົ້າຕໍ່ພວກເຂົາ, ແທ້ຈິງແລ້ວ, ມັນສົມຄວນທີ່ຈະຈັດຕັ້ງຂໍ້ບັງຄັບຂຶ້ນທົ່ວສາດສະໜາຈັກ.
22 ສະນັ້ນ, ຮີລາມັນ ແລະ ພີ່ນ້ອງຂອງເພິ່ນ ຈຶ່ງໄດ້ອອກໄປທົ່ວແຜ່ນດິນເພື່ອສະຖາປະນາສາດສະໜາຈັກຂຶ້ນໃໝ່, ແທ້ຈິງແລ້ວ, ພວກເຂົາໄດ້ສະຖາປະນາສາດສະໜາຈັກຂຶ້ນໃນທຸກຫົວເມືອງຕະຫລອດແຜ່ນດິນ ຊຶ່ງຜູ້ຄົນຂອງນີໄຟເປັນເຈົ້າຂອງ. ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາເຫລົ່ານັ້ນໄດ້ແຕ່ງຕັ້ງປະໂລຫິດ ແລະ ຜູ້ສອນໄວ້ທົ່ວແຜ່ນດິນ, ເພື່ອດູແລສາດສະໜາຈັກທຸກບ່ອນ.
23 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກຮີລາມັນ ແລະ ພີ່ນ້ອງຂອງເພິ່ນໄດ້ແຕ່ງຕັ້ງປະໂລຫິດ ແລະ ຜູ້ສອນເພື່ອດູແລສາດສະໜາຈັກແລ້ວ, ມັນມີ ການແຕກແຍກກັນໃນບັນດາຜູ້ຄົນ ແລະ ພວກເຂົາບໍ່ຍອມເອົາໃຈໃສ່ໃນຄຳເວົ້າຂອງຮີລາມັນ ແລະ ພີ່ນ້ອງຂອງເພິ່ນເລີຍ;
24 ແຕ່ພວກເຂົາກັບມາອວດດີ, ໂດຍທີ່ລະເມີເພີ້ຝັນດ້ວຍຄວາມທະນົງໃຈ, ເພາະ ຄວາມຮັ່ງມີເປັນດີຢ່າງຍິ່ງຂອງພວກເຂົາ; ສະນັ້ນ ພວກເຂົາຈຶ່ງຮັ່ງມີເປັນດີຢ່າງຍິ່ງໃນສາຍຕາ ຂອງຕົນເອງ, ແລະ ບໍ່ຍອມເອົາໃຈໃສ່ຄຳເວົ້າຂອງພວກເພິ່ນ, ເພື່ອເດີນໄປຢ່າງພາກພູມໃຈຕໍ່ພຣະພັກຂອງພຣະເຈົ້າ.