ບົດທີ 4
ແອວມາໃຫ້ບັບຕິສະມາແກ່ຄົນເປັນຈຳນວນຫລາຍພັນຄົນທີ່ເຫລື້ອມໃສ—ຄວາມຊົ່ວຮ້າຍເຂົ້າມາໃນສາດສະໜາຈັກ, ແລະ ຄວາມກ້າວໜ້າຂອງສາດສະໜາຈັກຖືກຂັດຂວາງ—ນີໄຟຮາໄດ້ຖືກແຕ່ງຕັ້ງໃຫ້ເປັນຫົວໜ້າຜູ້ຕັດສິນ—ແອວມາ, ຊຶ່ງເປັນມະຫາປະໂລຫິດ, ໄດ້ອຸທິດຕົນເພື່ອປະຕິບັດສາດສະໜາກິດ. ປະມານ 86–83 ປີ ກ່ອນ ຄ.ສ.
1 ບັດນີ້ເຫດການໄດ້ບັງເກີດຂຶ້ນໃນປີທີຫົກແຫ່ງການປົກຄອງຂອງຜູ້ຕັດສິນຜູ້ຄົນຂອງນີໄຟ, ມັນບໍ່ມີການຂັດແຍ້ງ ຫລື ສົງຄາມໃນ ແຜ່ນດິນເຊຣາເຮັມລາເລີຍ;
2 ແຕ່ວ່າຜູ້ຄົນໄດ້ຮັບຄວາມເປັນທຸກ, ແທ້ຈິງແລ້ວ, ແມ່ນເປັນທຸກຢ່າງແສນສາຫັດ ເພາະວ່າ ການລົ້ມຕາຍຂອງພີ່ນ້ອງຂອງພວກເຂົາ, ແລະ ເພາະການສູນເສຍຝູງສັດລ້ຽງຂອງພວກເຂົາ ແລະ ຝູງສັດໃຊ້ແຮງງານຂອງພວກເຂົານຳອີກ, ແລະ ເພາະວ່າການສູນເສຍເຄື່ອງປູກຂອງຝັງໃນທົ່ງຂອງພວກເຂົາ ຊຶ່ງຖືກຊາວເລມັນຢຽບຍ່ຳໄວ້ໃຕ້ພື້ນຕີນ ແລະ ທຳລາຍຈົນໝົດ.
3 ແລະ ຄວາມທຸກຂອງພວກເຂົານັ້ນແສນສາຫັດຈົນວ່າທຸກຄົນຕ້ອງເປັນທຸກ; ແລະ ພວກເຂົາເຊື່ອວ່າມັນເປັນຈາກການພິພາກສາຂອງພຣະເຈົ້າ ຊຶ່ງສົ່ງມາຫາພວກເຂົາ ເພາະວ່າຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງຂອງພວກເຂົາ; ສະນັ້ນ ພວກເຂົາຈຶ່ງໄດ້ຖືກປຸກໃຫ້ຕື່ນຂຶ້ນຫາຄວາມຊົງຈຳເຖິງໜ້າທີ່ຂອງພວກເຂົາ.
4 ແລະ ພວກເຂົາໄດ້ເລີ່ມຕົ້ນສະຖາປະນາສາດສະໜາຈັກໃຫ້ສົມບູນຂຶ້ນ; ແທ້ຈິງແລ້ວ, ຫລາຍຄົນໄດ້ຮັບ ບັບຕິສະມາໃນແມ່ນ້ຳຊີໂດນ ແລະ ໄດ້ເຂົ້າຮ່ວມສາດສະໜາຈັກຂອງພຣະເຈົ້າ; ແທ້ຈິງແລ້ວ, ພວກເຂົາໄດ້ຮັບບັບຕິສະມາໂດຍມືຂອງແອວມາ, ຜູ້ຖືກແຕ່ງຕັ້ງໃຫ້ເປັນ ມະຫາປະໂລຫິດດ້ວຍມືຂອງແອວມາຜູ້ເປັນບິດາຂອງເພິ່ນ ເພື່ອເບິ່ງແຍງຜູ້ຄົນໃນສາດສະໜາຈັກ.
5 ແລະ ເຫດການໄດ້ບັງເກີດຂຶ້ນໃນປີທີເຈັດແຫ່ງການປົກຄອງຂອງຜູ້ຕັດສິນ ໄດ້ມີຄົນປະມານສາມພັນຫ້າຮ້ອຍຄົນທີ່ໄດ້ເຂົ້າຮ່ວມ ສາດສະໜາຈັກຂອງພຣະເຈົ້າ ແລະ ໄດ້ຮັບບັບຕິສະມາ. ແລະ ປີທີເຈັດແຫ່ງການປົກຄອງຜູ້ຄົນຂອງນີໄຟຂອງຜູ້ຕັດສິນໄດ້ສິ້ນສຸດລົງດັ່ງນີ້; ແລະ ມີສັນຕິສຸກຕິດຕໍ່ກັນຕະຫລອດເວລານັ້ນ.
6 ແລະ ເຫດການໄດ້ບັງເກີດຂຶ້ນໃນປີທີແປດແຫ່ງການປົກຄອງຂອງຜູ້ຕັດສິນ, ຄືປະຊາຊົນເລີ່ມອວດດີຂຶ້ນ ເພາະ ຄວາມຮັ່ງມີຂອງພວກເຂົາ, ແລະ ເພາະຜ້າໄໝ ແນວດີຂອງພວກເຂົາ, ແລະ ຜ້າລີນິນຕ່ຳຢ່າງດີຂອງພວກເຂົາ, ແລະ ເພາະຝູງສັດລ້ຽງ ແລະ ຝູງສັດໃຊ້ແຮງງານຢ່າງຫລວງຫລາຍຂອງພວກເຂົາ, ແລະ ເພາະຄຳຂອງພວກເຂົາ ແລະ ເງິນຂອງພວກເຂົາ, ແລະ ສິ່ງຂອງມີຄ່ານາໆຊະນິດຊຶ່ງພວກເຂົາໄດ້ມາຈາກການອຸດສາຫະກຳຂອງພວກເຂົາ; ແລະ ດ້ວຍສິ່ງທັງໝົດນີ້ ພວກເຂົາຈຶ່ງລະເມີເພີ້ຝັນດ້ວຍຄວາມທະນົງຕົວໃນສາຍຕາຂອງຕົນເອງ, ເພາະພວກເຂົາເລີ່ມໃສ່ເສື້ອຜ້າທີ່ມີລາຄາແພງ.
7 ບັດນີ້ມັນເປັນເຫດໃຫ້ແອວມາມີຄວາມທຸກຫລາຍ, ແທ້ຈິງແລ້ວ, ແລະ ຕໍ່ຫລາຍຄົນທີ່ແອວມາໄດ້ ແຕ່ງຕັ້ງໃຫ້ເປັນຜູ້ສອນ, ແລະ ເປັນປະໂລຫິດ, ແລະ ເປັນແອວເດີເພື່ອດູແລສາດສະໜາຈັກ; ແທ້ຈິງແລ້ວ ຄົນຢ່າງຫລວງຫລາຍໃນພວກເຂົາໂສກເສົ້າເພາະຄວາມຊົ່ວຮ້າຍທີ່ພວກເຂົາເຫັນ ແລະ ມັນກຳລັງເລີ່ມເກີດຂຶ້ນໃນບັນດາຜູ້ຄົນຂອງພວກເຂົາ.
8 ເພາະວ່າພວກເຂົາໄດ້ເຫັນ ແລະ ໄດ້ເບິ່ງດ້ວຍຄວາມເສົ້າສະຫລົດໃຈ ວ່າຜູ້ຄົນຂອງສາດສະໜາຈັກເລີ່ມລະເມີເພີ້ຝັນດ້ວຍ ຄວາມທະນົງຕົວໃນສາຍຕາຂອງຕົນເອງ, ແລະ ໝົກໝຸ້ນຢູ່ກັບຂອງມີຄ່າ ແລະ ກັບສິ່ງທີ່ບໍ່ມີປະໂຫຍດຂອງໂລກ, ຈົນວ່າພວກເຂົາໄດ້ໝິ່ນປະໝາດຊຶ່ງກັນແລະກັນ, ແລະ ພວກເຂົາເລີ່ມກົດຂີ່ຂົ່ມເຫັງຜູ້ທີ່ ບໍ່ເຊື່ອໃນຄວາມປາດຖະໜາ ຫລື ຄວາມພໍໃຈຂອງພວກເຂົາ.
9 ແລະ ໃນປີທີແປດແຫ່ງການປົກຄອງຂອງຜູ້ຕັດສິນ, ມັນເລີ່ມມີ ການຂັດແຍ້ງກັນຢ່າງໃຫຍ່ຫລວງໃນບັນດາຜູ້ຄົນຂອງສາດສະໜາຈັກດັ່ງນີ້; ແທ້ຈິງແລ້ວ, ມີ ການອິດສາບັງບຽດ, ແລະ ການຜິດຖຽງກັນ, ແລະ ເຈດຕະນາຮ້າຍ, ແລະ ຂົ່ມເຫັງ, ແລະ ຄວາມທະນົງຕົວ, ເຖິງຂະໜາດທີ່ກັບມາຫລາຍກວ່າຄວາມທະນົງຕົວຂອງຜູ້ທີ່ບໍ່ໄດ້ເປັນສະມາຊິກຂອງສາດສະໜາຈັກຂອງພຣະເຈົ້າຊ້ຳອີກ.
10 ແລະ ປີທີແປດແຫ່ງການປົກຄອງຂອງຜູ້ຕັດສິນໄດ້ສິ້ນສຸດລົງດັ່ງນີ້; ແລະ ຄວາມຊົ່ວຮ້າຍຂອງຜູ້ຄົນຂອງສາດສະໜາຈັກເປັນສິ່ງທີ່ເຮັດໃຫ້ສະດຸດອັນໃຫຍ່ຫລວງແກ່ຜູ້ທີ່ບໍ່ເປັນຂອງສາດສະໜາຈັກ; ແລະ ສາດສະໜາຈັກເລີ່ມເສື່ອມໂຊມລົງຕາມຄວາມກ້າວໜ້າຂອງສິ່ງທີ່ບໍ່ດີດັ່ງນີ້.
11 ແລະ ເຫດການໄດ້ບັງເກີດຂຶ້ນໃນຕົ້ນປີທີເກົ້າ, ແອວມາໄດ້ເຫັນຄວາມຊົ່ວຮ້າຍຂອງສາດສະໜາຈັກ ແລະ ເພິ່ນເຫັນອີກວ່າ ຕົວຢ່າງຂອງສາດສະໜາຈັກເລີ່ມພາຜູ້ຄົນທີ່ບໍ່ເຊື່ອເຮັດຄວາມຊົ່ວຮ້າຍຈາກຢ່າງໜຶ່ງຫາອີກຢ່າງໜຶ່ງ, ນັ້ນເປັນການນຳຄວາມພິນາດມາສູ່ຜູ້ຄົນ.
12 ແທ້ຈິງແລ້ວ, ເພິ່ນໄດ້ເຫັນຄວາມບໍ່ສະເໝີພາບຫລາຍຢ່າງໃນບັນດາຜູ້ຄົນ, ບາງຄົນເພີ້ຝັນດ້ວຍຄວາມທະນົງຕົວ, ໝິ່ນປະໝາດຄົນອື່ນ, ຫັນຫລັງໃສ່ ຄົນຂັດສົນ ແລະ ຄົນທີ່ເປືອຍເປົ່າ ແລະ ຄົນຫິວໂຫຍ, ແລະ ຄົນທີ່ກະຫາຍ, ແລະ ຄົນເຈັບປ່ວຍ ແລະ ເປັນທຸກ.
13 ບັດນີ້ມັນເປັນຕົ້ນເຫດ ແລະ ສ້າງການຄ່ຳຄວນໃນບັນດາຜູ້ຄົນ, ຂະນະທີ່ຄົນອື່ນໆກຳລັງຖ່ອມຕົວ, ກຳລັງຊ່ວຍເຫລືອຄົນທີ່ຕ້ອງການຄວາມຊ່ວຍເຫລືອ, ເປັນຕົ້ນ ການໃຫ້ເຂົ້າຂອງແກ່ຄົນຍາກຈົນ ແລະ ຄົນຂັດສົນ, ໃຫ້ອາຫານແກ່ຄົນທີ່ຫິວໂຫຍ, ແລະ ທົນຕໍ່ ຄວາມທຸກນາໆປະການ ເພື່ອເຫັນແກ່ພຣະຄຣິດຜູ້ຈະສະເດັດມາຕາມວິນຍານແຫ່ງການທຳນາຍ;
14 ໂດຍການຄອຍຫາມື້ນັ້ນ, ໂດຍ ການຮັກສາການປົດບາບຂອງພວກເຂົາໄວ້, ໂດຍເຕັມໄປດ້ວຍ ຄວາມຊື່ນຊົມອັນຍິ່ງໃຫຍ່ ເພາະການຟື້ນຄືນຊີວິດຂອງຄົນຕາຍຕາມພຣະປະສົງ ແລະ ອຳນາດ ແລະ ການປົດປ່ອຍຂອງພຣະເຢຊູຄຣິດຈາກສາຍຮັດແຫ່ງຄວາມຕາຍ.
15 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ແອວມາ, ໂດຍທີ່ໄດ້ເຫັນຄວາມທຸກຂອງຜູ້ຕິດຕາມທີ່ຖ່ອມຕົວຂອງພຣະເຈົ້າ, ແລະ ການຂົ່ມເຫັງຊຶ່ງກອງຂຶ້ນກັບຄົນເຫລົ່ານັ້ນໂດຍຜູ້ຄົນຂອງເພິ່ນທີ່ເຫລືອຢູ່, ແລະ ຄວາມບໍ່ສະເໝີພາບທຸກຢ່າງຂອງພວກເຂົາ, ຈຶ່ງເລີ່ມມີຄວາມເສົ້າສະຫລົດໃຈທີ່ສຸດ; ເຖິງຢ່າງໃດກໍຕາມ ພຣະວິນຍານຂອງພຣະຜູ້ເປັນເຈົ້າບໍ່ໄດ້ເຮັດໃຫ້ເພິ່ນຜິດຫວັງເລີຍ.
16 ແລະ ເພິ່ນໄດ້ເລືອກເອົາຄົນທີ່ສະຫລາດຜູ້ໜຶ່ງໃນບັນດາແອວເດີຂອງສາດສະໜາຈັກ, ແລະ ໃຫ້ອຳນາດແກ່ເພິ່ນຕາມ ສຽງຂອງຜູ້ຄົນ, ເພື່ອເພິ່ນຈະໄດ້ມີອຳນາດອອກ ກົດຕາມກົດໝາຍທີ່ມີໄວ້, ແລະ ໃຊ້ບັງຄັບຄວາມຊົ່ວຮ້າຍ ແລະ ຄວາມຜິດຂອງຜູ້ຄົນ.
17 ບັດນີ້ຊື່ຂອງຊາຍຄົນນັ້ນແມ່ນ ນີໄຟຮາ, ແລະ ເພິ່ນໄດ້ຖືກແຕ່ງຕັ້ງໃຫ້ເປັນ ຫົວໜ້າຜູ້ຕັດສິນ; ແລະ ເພິ່ນໄດ້ນັ່ງຢູ່ເທິງບັນລັງຕັດສິນເພື່ອຕັດສິນ ແລະ ເພື່ອປົກຄອງຜູ້ຄົນ.
18 ບັດນີ້ແອວມາບໍ່ໄດ້ມອບຕຳແໜ່ງມະຫາປະໂລຫິດເພື່ອດູແລສາດສະໜາຈັກໃຫ້ແກ່ເພິ່ນ, ແຕ່ເພິ່ນໄດ້ຮັກສາຕຳແໜ່ງມະຫາປະໂລຫິດໄວ້ໃຫ້ຕົນເອງ; ເພິ່ນພຽງແຕ່ມອບບັນລັງຕັດສິນໃຫ້ແກ່ນີໄຟຮາ ເທົ່ານັ້ນ.
19 ແລະ ເພິ່ນເຮັດສິ່ງນີ້ເພື່ອວ່າ ຕົນເອງຈະໄດ້ອອກໄປໃນບັນດາຜູ້ຄົນຂອງເພິ່ນ ຫລື ໃນບັນດາຜູ້ຄົນຂອງນີໄຟ, ເພື່ອເພິ່ນຈະໄດ້ສັ່ງສອນ ພຣະຄຳຂອງພຣະເຈົ້າແກ່ພວກເຂົາເພື່ອ ກະຕຸ້ນພວກເຂົາໃຫ້ ສຳນຶກເຖິງໜ້າທີ່ຂອງພວກເຂົາ, ແລະ ໂດຍພຣະຄຳຂອງພຣະເຈົ້າ, ເພິ່ນຈະໄດ້ດຶງເອົາຄວາມທະນົງຕົວ ແລະ ກົນອຸບາຍທັງໝົດ ແລະ ການຂັດແຍ້ງທັງໝົດ ຊຶ່ງມີຢູ່ໃນບັນດາຜູ້ຄົນຂອງເພິ່ນລົງມາ, ໂດຍບໍ່ເຫັນທາງອື່ນແລ້ວທີ່ເພິ່ນຈະກູ້ພວກເຂົາກັບຄືນ ນອກຈາກເພິ່ນຈະພະຍາຍາມຢ່າງເຕັມທີ່ດ້ວຍ ປະຈັກພະຍານອັນບໍລິສຸດເພື່ອຕຳນິພວກເຂົາ.
20 ແລະ ດັ່ງນີ້ ໃນຕົ້ນປີທີເກົ້າແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟ, ແອວມາຈຶ່ງໄດ້ມອບບັນລັງຕັດສິນໃຫ້ ນີໄຟຮາ, ແລະ ເພິ່ນຈະປະຕິບັດຕົນສະເພາະແຕ່ໃນ ຖານະປະໂລຫິດສູງເທົ່ານັ້ນ ແຫ່ງລະບຽບອັນສັກສິດຂອງພຣະເຈົ້າ, ໃນການເປັນພະຍານເຖິງພຣະຄຳຕາມພຣະວິນຍານແຫ່ງການເປີດເຜີຍ ແລະ ການທຳນາຍ.