ບົດທີ 54
ອາມໂມຣອນ ແລະ ໂມໂຣໄນເຈລະຈາກັນເພື່ອແລກປ່ຽນຊະເລີຍເສິກ—ໂມໂຣໄນສັ່ງໃຫ້ຊາວເລມັນຖອນອອກໄປ ແລະ ຢຸດຕິການໂຈມຕີອັນປ່າເຖື່ອນລົງ—ອາມໂມຣອນສັ່ງໃຫ້ຊາວນີໄຟວາງອາວຸດຂອງພວກເຂົາ ແລະ ໃຫ້ມາຂຶ້ນກັບຊາວເລມັນ. ປະມານ 63 ປີ ກ່ອນ ຄ.ສ.
1 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນໃນຕົ້ນປີທີຊາວເກົ້າແຫ່ງການປົກຄອງຂອງຜູ້ຕັດສິນ, ຄື ອາມໂມຣອນໄດ້ສົ່ງຄຳຂໍຮ້ອງໄປຫາໂມໂຣໄນ ໂດຍປາດຖະໜາທີ່ຈະແລກປ່ຽນຊະເລີຍເສິກກັນ.
2 ແລະ ເຫດການໄດ້ບັງເກີດຂຶ້ນຄື ໂມໂຣໄນຮູ້ສຶກປິຕິຍິນດີຢ່າງຍິ່ງໃນຄຳຂໍຮ້ອງນີ້ ເພາະວ່າເພິ່ນດີໃຈທີ່ຈະໄດ້ສະບຽງອາຫານທີ່ເອົາໄປລ້ຽງຊະເລີຍເສິກຊາວເລມັນນັ້ນມາລ້ຽງຜູ້ຄົນຂອງເພິ່ນເອງ; ແລະ ເພິ່ນດີໃຈທີ່ຈະໄດ້ຜູ້ຄົນຂອງເພິ່ນຄືນມາເສີມກຳລັງກອງທັບຂອງເພິ່ນນຳອີກ.
3 ບັດນີ້ຊາວເລມັນໄດ້ຈັບເອົາພວກແມ່ຍິງ ແລະ ເດັກນ້ອຍຫລາຍຄົນໄປເປັນຊະເລີຍເສິກ, ແຕ່ຊະເລີຍເສິກທັງໝົດຂອງໂມໂຣໄນ, ຫລື ວ່າພວກຊະເລີຍເສິກທີ່ໂມໂຣໄນຈັບມາບໍ່ມີພວກແມ່ຍິງ ຫລື ເດັກນ້ອຍຈັກຄົນເລີຍ; ສະນັ້ນໂມໂຣໄນຈຶ່ງຕົກລົງໃຈໃຊ້ກົນອຸບາຍເພື່ອຈະໄດ້ຊະເລີຍເສິກຊາວນີໄຟຈາກຊາວເລມັນ ໃຫ້ຫລາຍທີ່ສຸດເທົ່າທີ່ຈະເປັນໄປໄດ້.
4 ສະນັ້ນ ເພິ່ນຈຶ່ງໄດ້ຂຽນສານສະບັບໜຶ່ງ, ແລະ ສົ່ງໄປນຳຂ້າໃຊ້ຂອງອາມໂມຣອນ, ຊຶ່ງເປັນຜູ້ດຽວກັນກັບຜູ້ທີ່ຖືສານມາໃຫ້ໂມໂຣໄນ. ບັດນີ້ ນີ້ຄືຂໍ້ຄວາມຊຶ່ງເພິ່ນໄດ້ຂຽນເຖິງອາມໂມຣອນ, ມີຄວາມວ່າ:
5 ຈົ່ງເບິ່ງ ອາມໂມຣອນ, ຂ້າພະເຈົ້າຂຽນຫາທ່ານກ່ຽວກັບສົງຄາມເທື່ອນີ້ ຊຶ່ງທ່ານເປັນຜູ້ສ້າງຂຶ້ນຕໍ່ຜູ້ຄົນຂອງຂ້າພະເຈົ້າ, ຫລື ວ່າແທ້ຈິງແລ້ວ ອ້າຍຂອງທ່ານເປັນຜູ້ສ້າງຂຶ້ນມາ, ແລະ ຊຶ່ງທ່ານຍັງຕັ້ງໃຈທີ່ຈະເຮັດຢູ່ຕໍ່ໄປ ເຖິງແມ່ນວ່າອ້າຍຂອງທ່ານໄດ້ຕາຍໄປແລ້ວ.
6 ຈົ່ງເບິ່ງ, ຂ້າພະເຈົ້າຈະບອກທ່ານບາງຢ່າງກ່ຽວກັບ ຄວາມຍຸດຕິທຳຂອງພຣະເຈົ້າ, ແລະ ດາບແຫ່ງພຣະພິໂລດທີ່ຊົງລິດອຳນາດຍິ່ງໃຫຍ່ຂອງພຣະອົງ, ຊຶ່ງແຂວນຢູ່ເທິງຫົວຂອງທ່ານ ຖ້າຫາກທ່ານບໍ່ກັບໃຈ ແລະ ຖອນກອງທັບຂອງທ່ານກັບຄືນໄປແຜ່ນດິນຂອງທ່ານເອງ, ຫລືວ່າແຜ່ນດິນທີ່ທ່ານເປັນເຈົ້າຂອງ, ຄືແຜ່ນດິນນີໄຟນັ້ນ.
7 ແທ້ຈິງແລ້ວ, ຂ້າພະເຈົ້າຈະບອກທ່ານເຖິງເລື່ອງນີ້ ຖ້າຫາກທ່ານສາມາດທີ່ຈະເຊື່ອຟັງມັນ; ແທ້ຈິງແລ້ວ, ຂ້າພະເຈົ້າຈະບອກທ່ານກ່ຽວກັບ ນະລົກອັນເປັນຕາຢ້ານທີ່ຄອຍຮັບ ຄາດຕະກອນຄືກັນກັບຕົວທ່ານເອງ ຊຶ່ງອ້າຍຂອງທ່ານໄດ້ຮັບຢູ່ໃນຂະນະນີ້, ຖ້າຫາກທ່ານບໍ່ກັບໃຈ ແລະ ລົ້ມເລີກຈຸດປະສົງອັນເປັນຄາດຕະກຳນັ້ນເສຍ, ແລະ ກັບຄືນໄປຫາແຜ່ນດິນຂອງທ່ານເອງພ້ອມດ້ວຍກອງທັບຂອງທ່ານ.
8 ແຕ່ຖ້າຫາກທ່ານເຄີຍປະຕິເສດສິ່ງເຫລົ່ານີ້ມາກ່ອນແລ້ວ, ແລະ ເຄີຍໄດ້ຕໍ່ສູ້ກັບຜູ້ຄົນຂອງພຣະຜູ້ເປັນເຈົ້າມາກ່ອນແລ້ວ, ຂ້າພະເຈົ້າຮູ້ວ່າ ທ່ານກໍຈະເຮັດສິ່ງນີ້ອີກ.
9 ແລະ ບັດນີ້ຈົ່ງເບິ່ງ, ພວກເຮົາໄດ້ຕຽມພ້ອມແລ້ວທີ່ຈະຮັບມືກັບທ່ານ; ແທ້ຈິງແລ້ວ, ຖ້າຫາກທ່ານບໍ່ລົ້ມເລີກຈຸດປະສົງຂອງທ່ານເສຍ, ຈົ່ງເບິ່ງ, ທ່ານຈະດຶງເອົາພຣະພິໂລດຂອງພຣະເຈົ້າລົງມາເທິງທ່ານ ຊຶ່ງເປັນອົງທີ່ທ່ານບໍ່ຍອມຮັບ, ຈົນວ່າທ່ານໄປສູ່ຄວາມພິນາດ.
10 ແຕ່ວ່າ, ຕາບໃດທີ່ພຣະຜູ້ເປັນເຈົ້າຊົງພຣະຊົນຢູ່, ກອງທັບຂອງຂ້າພະເຈົ້າຈະຍົກມາຕີທ່ານ ຖ້າຫາກທ່ານບໍ່ຖອຍກັບໄປເສຍກ່ອນ, ແລະ ໃນບໍ່ຊ້ານີ້ ຄວາມຕາຍຈະມາຢ້ຽມຢາມທ່ານ ເພາະພວກເຮົາຈະຮັກສາເມືອງ ແລະ ແຜ່ນດິນຂອງພວກເຮົາໄວ້ໃຫ້ໝັ້ນຄົງ; ແທ້ຈິງແລ້ວ, ແລະ ພວກເຮົາຈະຮັກສາສາດສະໜາຂອງພວກເຮົາ ແລະ ອຸດົມການຂອງພຣະເຈົ້າຂອງພວກເຮົາຕໍ່ໄປ.
11 ແຕ່ຈົ່ງເບິ່ງ, ຂ້າພະເຈົ້າຄິດວ່າ ຂ້າພະເຈົ້າເວົ້າກັບທ່ານກ່ຽວກັບເລື່ອງເຫລົ່ານີ້ໂດຍບໍ່ມີປະໂຫຍດ; ເພາະທ່ານເປັນ ລູກຂອງນະລົກ; ສະນັ້ນ ຂ້າພະເຈົ້າຂໍຈົບສານຂອງຂ້າພະເຈົ້າໂດຍບອກທ່ານວ່າ ຂ້າພະເຈົ້າຈະບໍ່ແລກປ່ຽນຊະເລີຍເສິກ, ນອກຈາກໂດຍມີເງື່ອນໄຂວ່າ ທ່ານຈະສົ່ງມອບຊາຍຜູ້ໜຶ່ງພ້ອມທັງເມຍຂອງລາວ ແລະ ລູກຂອງລາວ ມາແລກກັບຊະເລີຍເສິກຜູ້ໜຶ່ງຂອງທ່ານ; ຖ້າຫາກທ່ານເຮັດໄດ້, ຂ້າພະເຈົ້າກໍຈະແລກປ່ຽນ.
12 ແລະ ຈົ່ງເບິ່ງ, ຖ້າຫາກທ່ານບໍ່ເຮັດດັ່ງນັ້ນ, ຂ້າພະເຈົ້າຈະມາສູ້ຮົບກັບທ່ານ ພ້ອມດ້ວຍກອງທັບຂອງຂ້າພະເຈົ້າ; ແທ້ຈິງແລ້ວ, ຂ້າພະເຈົ້າຈະມອບອາວຸດໃຫ້ແກ່ພວກຜູ້ຍິງຂອງຂ້າພະເຈົ້າ ແລະ ເດັກນ້ອຍຂອງຂ້າພະເຈົ້າ, ແລະ ຂ້າພະເຈົ້າຈະມາສູ້ຮົບກັບທ່ານ ແລະ ຂ້າພະເຈົ້າຈະຕິດຕາມທ່ານໄປຈົນເຖິງແຜ່ນດິນຂອງທ່ານ, ຊຶ່ງເປັນແຜ່ນດິນມູນມໍລະດົກບ່ອນທຳອິດ ຂອງພວກເຮົາ; ແທ້ຈິງແລ້ວ, ມັນຈະເປັນເລືອດຕໍ່ເລືອດ, ແທ້ຈິງແລ້ວ, ຊີວິດຕໍ່ຊີວິດ; ແລະ ຂ້າພະເຈົ້າຈະສູ້ຮົບກັບທ່ານ ຈົນວ່າທ່ານຈະຖືກທຳລາຍໃຫ້ສິ້ນໄປຈາກຜືນແຜ່ນດິນໂລກ.
13 ຈົ່ງເບິ່ງ, ຂ້າພະເຈົ້າກຳລັງຄຽດແຄ້ນຢູ່, ແລະ ຜູ້ຄົນຂອງຂ້າພະເຈົ້າກໍຄືກັນ; ທ່ານພະຍາຍາມຈະຂ້າພວກເຮົາ, ແຕ່ພວກເຮົາພຽງແຕ່ຕໍ່ຕ້ານເພື່ອປ້ອງກັນຕົວເທົ່ານັ້ນ. ແຕ່ຈົ່ງເບິ່ງ, ຖ້າຫາກທ່ານຍັງພະຍາຍາມທຳລາຍພວກເຮົາອີກ ພວກເຮົາກໍຈະພະຍາຍາມທຳລາຍທ່ານຄືກັນ; ແທ້ຈິງແລ້ວ, ພວກເຮົາຈະພະຍາຍາມເອົາແຜ່ນດິນຂອງພວກເຮົາຄືນມາ, ຊຶ່ງເປັນແຜ່ນດິນມູນມໍລະດົກບ່ອນທຳອິດຂອງພວກເຮົາ.
14 ບັດນີ້ຂ້າພະເຈົ້າຂໍຈົບສານຂອງຂ້າພະເຈົ້າພຽງເທົ່ານີ້. ຂ້າພະເຈົ້າຄືໂມໂຣໄນ; ຊຶ່ງເປັນຜູ້ນຳຂອງຊາວນີໄຟ.
15 ບັດນີ້ ເຫດການໄດ້ບັງເກີດຂຶ້ນຄື ອາມໂມຣອນ, ເມື່ອລາວໄດ້ຮັບສານສະບັບນີ້ແລ້ວ, ລາວກໍມີຄວາມຄຽດແຄ້ນຫລາຍ; ແລະ ລາວໄດ້ຂຽນສານສະບັບໜຶ່ງຕອບໂມໂຣໄນ, ແລະ ນີ້ຄືຂໍ້ຄວາມທີ່ລາວຂຽນ, ມີຄວາມວ່າ:
16 ຂ້າພະເຈົ້າຄືອາມໂມຣອນ, ກະສັດຂອງຊາວເລມັນ; ຂ້າພະເຈົ້າເປັນນ້ອງຊາຍຂອງອະມາລີໄຄຢາ ຜູ້ທີ່ທ່ານ ລອບຂ້ານັ້ນ. ຈົ່ງເບິ່ງ, ຂ້າພະເຈົ້າຈະແກ້ແຄ້ນແທນເພິ່ນ, ແທ້ຈິງແລ້ວ, ແລະ ຂ້າພະເຈົ້າຈະຍົກທັບມາຕີທ່ານພ້ອມດ້ວຍກອງທັບຂອງຂ້າພະເຈົ້າ ເພາະວ່າຂ້າພະເຈົ້າບໍ່ໄດ້ຢ້ານຄຳຂູ່ຂອງທ່ານເລີຍ.
17 ເພາະຈົ່ງເບິ່ງ, ບັນພະບຸລຸດຂອງທ່ານເຮັດຜິດຕໍ່ພີ່ນ້ອງຂອງພວກເຂົາ, ເຖິງຂະໜາດທີ່ພວກເຂົາໄດ້ລັກເອົາ ສິດທິໃນການປົກຄອງຂອງພວກເຂົາໄປ ໃນເມື່ອສິດທິນັ້ນເປັນຂອງພວກເຂົາແລ້ວໂດຍແທ້ຈິງ.
18 ແລະ ບັດນີ້ຈົ່ງເບິ່ງ, ຖ້າຫາກທ່ານຈະຍອມວາງອາວຸດຂອງທ່ານ, ແລະ ຍອມຕົວໃຫ້ຜູ້ທີ່ເປັນເຈົ້າຂອງສິດທິໂດຍແທ້ຈິງມາປົກຄອງ, ເວລານັ້ນຂ້າພະເຈົ້າຈະໃຫ້ຜູ້ຄົນຂອງຂ້າພະເຈົ້າວາງອາວຸດ ແລະ ຈະບໍ່ກໍ່ສົງຄາມອີກຕໍ່ໄປ.
19 ຈົ່ງເບິ່ງ, ທ່ານເວົ້າຂູ່ຂ້າພະເຈົ້າ ແລະ ຜູ້ຄົນຂອງຂ້າພະເຈົ້າຕັ້ງຫລາຍເທື່ອ; ແຕ່ຈົ່ງເບິ່ງ, ພວກເຮົາບໍ່ຢ້ານຄຳຂູ່ຂອງທ່ານເລີຍ.
20 ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າຈະອະນຸຍາດໃຫ້ແລກປ່ຽນຊະເລີຍເສິກກັນຕາມຄຳຂໍຮ້ອງຂອງທ່ານດ້ວຍຄວາມຍິນດີ ເພື່ອຂ້າພະເຈົ້າຈະໄດ້ເກັບອາຫານຂອງຂ້າພະເຈົ້າໄວ້ສຳລັບພວກທະຫານຂອງຂ້າພະເຈົ້າເອງ; ແລະ ພວກເຮົາຈະໄດ້ເຮັດເສິກກັນຕໍ່ໄປ, ເພື່ອພວກເຮົາຈະໄດ້ເອົາຊາວນີໄຟມາຢູ່ໃຕ້ສິດອຳນາດຂອງພວກເຮົາ ຫລື ເພື່ອການສູນສິ້ນນິລັນດອນຂອງພວກເຂົາ.
21 ແລະ ຄືສິ່ງທີ່ກ່ຽວກັບພຣະເຈົ້າອົງນັ້ນ ຜູ້ຊຶ່ງທ່ານກ່າວວ່າ ພວກເຮົາບໍ່ຍອມຮັບ, ຈົ່ງເບິ່ງ, ພວກເຮົາບໍ່ຮູ້ຈັກເລື່ອງນີ້ເລີຍ; ທັງທ່ານເອງກໍບໍ່ຮູ້ຈັກຄືກັນ; ແຕ່ຖ້າຫາກຈະເປັນໄປວ່າສິ່ງນີ້ມີຈິງ, ພວກເຮົາກໍບໍ່ຮູ້ຈັກ ເຖິງຢ່າງໃດກໍຕາມ ພຣະອົງໄດ້ສ້າງພວກເຮົາຂຶ້ນມາຄືກັນກັບທ່ານ.
22 ແລະ ຖ້າຫາກເປັນໄປວ່າມັນມີມານ ແລະ ນະລົກແທ້, ຈົ່ງເບິ່ງ ພຣະອົງຈະບໍ່ສົ່ງທ່ານໄປບ່ອນນັ້ນບໍ ເພື່ອວ່າທ່ານຈະໄດ້ຢູ່ກັບອ້າຍຂອງຂ້າພະເຈົ້າ ຜູ້ທີ່ທ່ານໄດ້ລອບຂ້າ, ຜູ້ທີ່ທ່ານເວົ້າວ່າເພິ່ນໄດ້ໄປຫາບ່ອນນັ້ນ? ແຕ່ຈົ່ງເບິ່ງ, ເລື່ອງເຫລົ່ານີ້ບໍ່ສຳຄັນເລີຍ.
23 ຂ້າພະເຈົ້າຄືອາມໂມຣອນ, ແລະ ເປັນຜູ້ສືບເຊື້ອສາຍຂອງ ໂຊຣຳ, ຜູ້ທີ່ຖືກບັນພະບຸລຸດຂອງທ່ານບີບບັງຄັບ ແລະ ພາໜີມາຈາກເຢຣູຊາເລັມ.
24 ແລະ ຈົ່ງເບິ່ງບັດນີ້, ຂ້າພະເຈົ້າເປັນຊາວເລມັນຜູ້ອາດຫານ; ຈົ່ງເບິ່ງ, ສົງຄາມນີ້ມີຂຶ້ນກໍເພື່ອຈະໄດ້ແກ້ແຄ້ນຄວາມຜິດຂອງພວກເຂົາເຫລົ່ານັ້ນ, ແລະ ເພື່ອຈະໄດ້ຮັກສາສິດທິຂອງພວກເຂົາໃນການປົກຄອງ; ແລະ ຂ້າພະເຈົ້າຂໍຈົບສານຂອງຂ້າພະເຈົ້າຫາໂມໂຣໄນພຽງເທົ່ານີ້.