ບົດທີ 61
ເພໂຮຣັນບອກໂມໂຣໄນເຖິງການຕໍ່ຕ້ານ ແລະ ການກະບົດຕໍ່ຝ່າຍຜູ້ປົກຄອງ—ກຸ່ມນິຍົມກະສັດຍຶດເອົາເມືອງເຊຣາເຮັມລາໄປ ແລະ ສ້າງມິດຕະພາບກັບຊາວເລມັນ—ເພໂຮຣັນຮ້ອງຂໍຄວາມຊ່ວຍເຫລືອທາງທະຫານເພື່ອຈະໄດ້ຕໍ່ສູ້ກັບພວກກະບົດ. ປະມານ 62 ປີ ກ່ອນ ຄ.ສ.
1 ຈົ່ງເບິ່ງ, ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ບໍ່ດົນຫລັງຈາກທີ່ໂມໂຣໄນສົ່ງສານຂອງເພິ່ນໄປຫາຫົວໜ້າຜູ້ປົກຄອງ, ແລ້ວເພິ່ນກໍໄດ້ຮັບສານຈາກ ເພໂຮຣັນຫົວໜ້າຜູ້ປົກຄອງ ແລະ ນີ້ຄືເນື້ອຄວາມທີ່ເພິ່ນໄດ້ຮັບ:
2 ຂ້າພະເຈົ້າເພໂຮຣັນຜູ້ເປັນຫົວໜ້າຜູ້ປົກຄອງແຜ່ນດິນ, ໄດ້ສົ່ງຂໍ້ຄວາມເຫລົ່ານີ້ມາຫາໂມໂຣໄນ, ຫົວໜ້ານາຍທະຫານຂອງກອງທັບ. ຈົ່ງເບິ່ງ, ຂ້າພະເຈົ້າກ່າວກັບທ່ານໂມໂຣໄນວ່າຂ້າພະເຈົ້າບໍ່ໄດ້ຊື່ນຊົມໃນ ຄວາມທຸກຂອງທ່ານເລີຍ, ແທ້ຈິງແລ້ວ, ມັນເຮັດໃຫ້ຈິດວິນຍານຂອງຂ້າພະເຈົ້າໂສກເສົ້າຫລາຍ.
3 ແຕ່ຈົ່ງເບິ່ງ, ມັນມີບາງຄົນທີ່ຊື່ນຊົມໃນຄວາມທຸກຂອງທ່ານ, ແທ້ຈິງແລ້ວ, ເຖິງຂະໜາດທີ່ພວກເຂົາໄດ້ລຸກຂຶ້ນໃນການກະບົດຕໍ່ຂ້າພະເຈົ້າ, ແລະ ຕໍ່ຜູ້ຄົນຂອງຂ້າພະເຈົ້າຜູ້ເປັນ ກຸ່ມອິດສະລະ, ແທ້ຈິງແລ້ວ, ມັນມີຄົນຫລວງຫລາຍທີ່ລຸກຂຶ້ນກະບົດ.
4 ແລະ ມັນແມ່ນຜູ້ທີ່ພະຍາຍາມຈະເອົາບັນລັງຕັດສິນໄປຈາກຂ້າພະເຈົ້າ ທີ່ເປັນສາເຫດໃຫ້ຄວາມຊົ່ວຮ້າຍອັນໃຫຍ່ຫລວງນີ້ເກີດຂຶ້ນ; ເພາະວ່າພວກເຂົາໃຊ້ຄຳຍົກຍ້ອງ ແລະ ຊັກຈູງໃຈຂອງຜູ້ຄົນເປັນຈຳນວນຫລວງຫລາຍໄປນຳ, ຊຶ່ງໄດ້ເປັນສາເຫດໃຫ້ມີຄວາມທຸກຢ່າງສາຫັດເກີດຂຶ້ນໃນບັນດາພວກເຮົາ; ພວກເຂົາກໍໄດ້ກັກສະບຽງອາຫານຂອງພວກເຮົາໄວ້, ແລະ ໄດ້ຂົ່ມຂູ່ກຸ່ມອິດສະລະຈົນວ່າພວກເຂົາບໍ່ກ້າມາຫາທ່ານ.
5 ແລະ ຈົ່ງເບິ່ງ, ພວກເຂົາໄດ້ໄລ່ຂ້າພະເຈົ້າອອກຈາກບັນລັງຕັດສິນ, ແລະ ຂ້າພະເຈົ້າໄດ້ໜີໄປຫາແຜ່ນດິນກີເດໂອນພ້ອມດ້ວຍຄົນຈຳນວນໜຶ່ງ ເທົ່າທີ່ຂ້າພະເຈົ້າຈະຫາໄດ້.
6 ແລະ ຈົ່ງເບິ່ງ, ຂ້າພະເຈົ້າໄດ້ສົ່ງໃບປະກາດໄປທົ່ວແຜ່ນດິນພາກນີ້; ແລະ ຈົ່ງເບິ່ງ, ພວກເຂົາກຳລັງພາກັນມາຫາພວກເຮົາແຕ່ລະມື້, ແລະ ຮັບເອົາອາວຸດເພື່ອປ້ອງກັນປະເທດຊາດຂອງພວກເຂົາ ແລະ ອິດສະລະພາບຂອງພວກເຂົາ ແລະ ເພື່ອຕໍ່ສູ້ກັບຄວາມບໍ່ຖືກຕ້ອງທີ່ພວກເຂົາໄດ້ຮັບມາ.
7 ແລະ ພວກເຂົາໄດ້ມາຫາພວກເຮົາ, ເຖິງຂະໜາດທີ່ພວກທີ່ລຸກຂຶ້ນໃນການກະບົດຕໍ່ພວກເຮົາຕ້ອງຢຸດສະຫງັກໃນການຕໍ່ຕ້ານ, ແທ້ຈິງແລ້ວ, ເຖິງຂະໜາດທີ່ພວກເຂົາມີຄວາມຢ້ານກົວພວກເຮົາ ແລະ ບໍ່ກ້າອອກມາສູ້ຮົບກັບພວກເຮົາ.
8 ພວກເຂົາໄດ້ເຂົ້າໄປຄອບຄອງແຜ່ນດິນ ຫລື ເມືອງເຊຣາເຮັມລາ; ພວກເຂົາໄດ້ສະຖາປະນາໃຫ້ມີກະສັດຂຶ້ນປົກຄອງພວກເຂົາເອງ, ແລະ ກະສັດໄດ້ຂຽນຈົດໝາຍໄປຫາກະສັດຊາວເລມັນ, ຊຶ່ງໃນນັ້ນໄດ້ສັນຍາຮ່ວມສຳພັນທະໄມຕີກັບຊາວເລມັນ; ຊຶ່ງໃນຄຳສັນຍາສຳພັນທະໄມຕີນັ້ນ ລາວຕົກລົງວ່າຈະຮັກສາເມືອງເຊຣາເຮັມລາໄວ້, ລາວຄິດວ່າ ການຮັກສານັ້ນ ຈະເຮັດໃຫ້ຊາວເລມັນສາມາດຍຶດເອົາແຜ່ນດິນຕ່າງໆ ທີ່ຍັງເຫລືອຢູ່, ແລະ ເມື່ອພວກເຂົາໄດ້ເປັນຫົວເມືອງຂຶ້ນຂອງຊາວເລມັນແລ້ວ, ລາວເອງຈະໄດ້ເປັນກະສັດປົກຄອງຜູ້ຄົນພວກນີ້.
9 ແລະ ບັດນີ້, ໃນສານຂອງທ່ານນັ້ນ ທ່ານຕຳນິຂ້າພະເຈົ້າ, ແຕ່ກໍບໍ່ເປັນຫຍັງ; ຂ້າພະເຈົ້າບໍ່ໃຈຮ້າຍເລີຍ, ແຕ່ໄດ້ປິຕິຍິນດີໃນນ້ຳໃຈອັນປະເສີດຂອງທ່ານ. ຂ້າພະເຈົ້າເພໂຮຣັນບໍ່ໄດ້ສະແຫວງຫາອຳນາດອັນໃດເລີຍນອກຈາກບັນລັງຕັດສິນ ເພື່ອຂ້າພະເຈົ້າຈະໄດ້ຮັກສາຄວາມຍຸດຕິທຳ ແລະ ເສລີພາບຂອງຜູ້ຄົນຂອງຂ້າພະເຈົ້າໄວ້ເທົ່ານັ້ນ. ຈິດວິນຍານຂອງຂ້າພະເຈົ້າໝັ້ນຄົງຢູ່ໃນເສລີພາບສະເໝີມາ ຊຶ່ງໃນນັ້ນພຣະເຈົ້າໄດ້ເຮັດໃຫ້ພວກເຮົາເປັນ ອິດສະລະ.
10 ແລະ ບັດນີ້, ຈົ່ງເບິ່ງພວກເຮົາຈະຕໍ່ຕ້ານຄວາມຊົ່ວຮ້າຍຈົນເຖິງການນອງເລືອດ. ພວກເຮົາຈະບໍ່ເຮັດໃຫ້ຊາວເລມັນເສຍເລືອດເນື້ອເລີຍ ຖ້າຫາກພວກເຂົາຢູ່ໃນແຜ່ນດິນຂອງພວກເຂົາເອງ.
11 ພວກເຮົາຈະບໍ່ເຮັດໃຫ້ພີ່ນ້ອງຂອງພວກເຮົາຕ້ອງເສຍເລືອດເນື້ອເລີຍ ຖ້າຫາກພວກເຂົາບໍ່ລຸກຂຶ້ນໃນການກະບົດ ແລະ ຈັບດາບຂຶ້ນຕໍ່ສູ້ກັບພວກເຮົາ.
12 ພວກເຮົາຈະຍອມຕົວຂຶ້ນຢູ່ກັບແອກແຫ່ງຄວາມເປັນທາດ ຖ້າຫາກມັນເປັນສິ່ງຈຳເປັນກັບຄວາມຍຸດຕິທຳຂອງພຣະເຈົ້າ, ຫລື ຖ້າຫາກພຣະອົງຈະບັນຊາພວກເຮົາໃຫ້ເຮັດເຊັ່ນນີ້.
13 ແຕ່ຈົ່ງເບິ່ງ ພຣະອົງບໍ່ໄດ້ບັນຊາພວກເຮົາໃຫ້ຍອມຕົວຂຶ້ນຢູ່ກັບສັດຕູຂອງພວກເຮົາເລີຍ, ແຕ່ໃຫ້ພວກເຮົາ ໄວ້ວາງໃຈໃນພຣະອົງ, ແລະ ພຣະອົງຈະປົດປ່ອຍພວກເຮົາ.
14 ສະນັ້ນ, ໂມໂຣໄນອ້າຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂໍໃຫ້ພວກເຮົາຈົ່ງຕໍ່ຕ້ານຄວາມຊົ່ວ ແລະ ຄວາມຊົ່ວໃດກໍຕາມທີ່ພວກເຮົາບໍ່ອາດ ຕ້ານທານໄດ້ດ້ວຍຄຳເວົ້າຂອງພວກເຮົາ, ແທ້ຈິງແລ້ວ, ເຊັ່ນດຽວກັບການກະບົດ ແລະ ການແຕກແຍກນັ້ນ, ຂໍໃຫ້ພວກເຮົາຈົ່ງຕໍ່ຕ້ານມັນດ້ວຍດາບຂອງພວກເຮົາ, ເພື່ອພວກເຮົາຈະໄດ້ຮັກສາອິດສະລະພາບຂອງພວກເຮົາໄວ້, ເພື່ອພວກເຮົາຈະໄດ້ປິຕິຍິນດີໃນສິດທິອັນຍິ່ງໃຫຍ່ຂອງສາດສະໜາຈັກຂອງພວກເຮົາ, ແລະ ໃນອຸດົມການຂອງພຣະຜູ້ໄຖ່ ແລະ ພຣະເຈົ້າຂອງພວກເຮົາ.
15 ສະນັ້ນ, ຂໍໃຫ້ທ່ານມາຫາຂ້າພະເຈົ້າໂດຍໄວ, ພ້ອມດ້ວຍຄົນຂອງທ່ານຈຳນວນໜຶ່ງ, ແລະ ໃຫ້ຄົນທີ່ເຫລືອຢູ່ນັ້ນຢູ່ໃຕ້ບັງຄັບບັນຊາກອງທັບຂອງລີໄຮ ແລະ ຂອງທີອານຄຳ; ໃຫ້ເຂົາເຈົ້າມີອຳນາດທີ່ຈະດຳເນີນສົງຄາມໃນແຜ່ນດິນສ່ວນນັ້ນຕາມ ພຣະວິນຍານຂອງພຣະເຈົ້າ, ຊຶ່ງເປັນພຣະວິນຍານແຫ່ງອິດສະລະພາບທີ່ມີຢູ່ກັບເຂົາເຈົ້າ.
16 ຈົ່ງເບິ່ງ ຂ້າພະເຈົ້າໄດ້ສົ່ງສະບຽງອາຫານເລັກໜ້ອຍມາໃຫ້ພວກເຂົາ, ເພື່ອພວກເຂົາຈະບໍ່ໄດ້ຫິວຕາຍ ຈົນກວ່າທ່ານຈະມາເຖິງຂ້າພະເຈົ້າ.
17 ຈົ່ງເຕົ້າໂຮມກຳລັງທະຫານເທົ່າທີ່ທ່ານສາມາດເຮັດໄດ້ ແລະ ໃຫ້ເດີນທັບມາທີ່ນີ້, ແລະ ພວກເຮົາຈະໄປຕໍ່ສູ້ທັນທີກັບພວກທີ່ແຕກແຍກອອກໄປ ດ້ວຍພະລັງຂອງພຣະເຈົ້າຂອງພວກເຮົາຕາມສັດທາທີ່ພວກເຮົາມີ.
18 ແລະ ພວກເຮົາຈະຍຶດເອົາເມືອງເຊຣາເຮັມລານັ້ນຄືນມາ, ເພື່ອພວກເຮົາຈະໄດ້ມີອາຫານເພີ່ມຂຶ້ນ ເພື່ອສົ່ງໄປໃຫ້ລີໄຮ ແລະ ທີອານຄຳ; ແທ້ຈິງແລ້ວ, ພວກເຮົາຈະອອກໄປຕໍ່ສູ້ກັບພວກເຂົາດ້ວຍພະລັງຂອງພຣະຜູ້ເປັນເຈົ້າ, ແລະ ພວກເຮົາຈະເຮັດໃຫ້ຄວາມຊົ່ວຮ້າຍອັນໃຫຍ່ຫລວງນີ້ສິ້ນສຸດລົງ.
19 ແລະ ບັດນີ້, ໂມໂຣໄນ, ຂ້າພະເຈົ້າດີໃຈຫລາຍທີ່ໄດ້ຮັບສານຂອງທ່ານ, ເພາະວ່າຂ້າພະເຈົ້າກຳລັງກຸ້ມໃຈຫລາຍບໍ່ຮູ້ວ່າຈະເຮັດແນວໃດດີ, ວ່າມັນເປັນການຖືກຕ້ອງຫລືບໍ່ທີ່ພວກເຮົາຈະອອກໄປສູ້ຮົບກັບພີ່ນ້ອງຂອງພວກເຮົາເອງ.
20 ແຕ່ທ່ານໄດ້ເວົ້າວ່າ ຖ້າຫາກພວກເຂົາບໍ່ກັບໃຈ ພຣະຜູ້ເປັນເຈົ້າໄດ້ບັນຊາໃຫ້ທ່ານໄປສູ້ຮົບກັບພວກເຂົາ.
21 ຈົ່ງຊ່ວຍໃຫ້ລີໄຮ ແລະ ທີອານຄຳ ເຂັ້ມແຂງຂຶ້ນໃນພຣະຜູ້ເປັນເຈົ້າ; ຈົ່ງບອກເຂົາເຈົ້າບໍ່ໃຫ້ຢ້ານກົວ, ເພາະວ່າພຣະເຈົ້າຈະປົດປ່ອຍເຂົາເຈົ້າ, ແທ້ຈິງແລ້ວ, ພ້ອມທັງທຸກຄົນທີ່ໝັ້ນຄົງຢູ່ໃນເສລີພາບ ຊຶ່ງພຣະເຈົ້າເຮັດໃຫ້ພວກເຂົາເປັນອິດສະລະ. ແລະ ບັດນີ້ຂ້າພະເຈົ້າຂໍຈົບສານຂອງຂ້າພະເຈົ້າຫາໂມໂຣໄນອ້າຍນ້ອງທີ່ຮັກແພງຂອງຂ້າພະເຈົ້າພຽງເທົ່ານີ້.