ຄຳເວົ້າຂອງແອວມາ, ແລະ ຄຳເວົ້າຂອງແອມມິວເລັກນຳອີກ, ຊຶ່ງໄດ້ປະກາດແກ່ຜູ້ຄົນທີ່ຢູ່ໃນແຜ່ນດິນອຳໂມນໄນຮາ. ແລະ ພວກເພິ່ນຖືກຈັບເຂົ້າຄຸກນຳອີກ, ແລະ ຖືກປົດປ່ອຍໂດຍອຳນາດອັນໜ້າອັດສະຈັນໃຈຂອງພຣະເຈົ້າຊຶ່ງຢູ່ກັບພວກເພິ່ນ, ຕາມບັນທຶກຂອງແອວມາ.
ມີຢູ່ໃນບົດທີ 9 ຈົນເຖິງບົດທີ 14.
ບົດທີ 9
ແອວມາສັ່ງໃຫ້ຜູ້ຄົນຂອງອຳໂມນໄນຮາກັບໃຈ—ພຣະຜູ້ເປັນເຈົ້າຈະເມດຕາຕໍ່ຊາວເລມັນໃນຍຸກສຸດທ້າຍ—ຖ້າຫາກຊາວນີໄຟປະຖິ້ມຄວາມສະຫວ່າງ, ແລ້ວພວກເຂົາຈະຖືກທຳລາຍໂດຍຊາວເລມັນ—ພຣະບຸດຂອງພຣະເຈົ້າຈະສະເດັດມາໃນບໍ່ດົນ—ພຣະອົງຈະໄຖ່ຜູ້ທີ່ກັບໃຈ, ຮັບບັບຕິສະມາ, ແລະ ມີສັດທາໃນພຣະນາມຂອງພຣະອົງ. ປະມານ 82 ປີ ກ່ອນ ຄ.ສ.
1 ແລະ ອີກເທື່ອໜຶ່ງ, ຂ້າພະເຈົ້າແອວມາໂດຍທີ່ໄດ້ຮັບບັນຊາຈາກພຣະເຈົ້າວ່າ ຂ້າພະເຈົ້າຄວນພາແອມມິວເລັກອອກໄປສັ່ງສອນຜູ້ຄົນພວກນີ້ອີກ ຫລື ຜູ້ຄົນທີ່ຢູ່ໃນເມືອງອຳໂມນໄນຮາ, ເຫດການໄດ້ບັງເກີດຂຶ້ນ ເມື່ອຂ້າພະເຈົ້າເລີ່ມຕົ້ນສັ່ງສອນພວກເຂົາ, ພວກເຂົາກໍຂັດແຍ້ງກັບຂ້າພະເຈົ້າ, ໂດຍກ່າວວ່າ:
2 ທ່ານແມ່ນໃຜ? ທ່ານຄິດບໍວ່າພວກເຮົາຈະເຊື່ອປະຈັກພະຍານຂອງຄົນ ຜູ້ດຽວ, ເຖິງແມ່ນວ່າທ່ານຈະສັ່ງສອນພວກເຮົາວ່າ ແຜ່ນດິນໂລກຈະຜ່ານໄປ?
3 ບັດນີ້ຄົນພວກນີ້ບໍ່ເຂົ້າໃຈຄຳເວົ້າທີ່ພວກເຂົາເວົ້າໄປນັ້ນເລີຍ; ເພາະວ່າພວກເຂົາບໍ່ຮູ້ວ່າ ແຜ່ນດິນໂລກຈະຜ່ານໄປ.
4 ແລະ ພວກເຂົາເວົ້າອີກວ່າ: ພວກເຮົາຈະບໍ່ເຊື່ອຄຳເວົ້າຂອງທ່ານເຖິງແມ່ນທ່ານຈະທຳນາຍວ່າ ເມືອງໃຫຍ່ຈະຖືກທຳລາຍໄປໃນມື້ ດຽວ.
5 ບັດນີ້ພວກເຂົາບໍ່ຮູ້ວ່າ ພຣະເຈົ້າຈະກະທຳສິ່ງອັດສະຈັນເຊັ່ນນີ້ໄດ້, ເພາະວ່າພວກເຂົາເປັນຄົນທີ່ມີໃຈແຂງກະດ້າງ ແລະ ແຂງຄໍ.
6 ແລະ ພວກເຂົາເວົ້າວ່າ: ພຣະເຈົ້າ ແມ່ນໃຜ, ເປັນຫຍັງເພິ່ນຈຶ່ງ ບໍ່ສົ່ງສິດອຳນາດຂອງເພິ່ນມາໃນບັນດາຜູ້ຄົນ ພວກນີ້, ຊຶ່ງມີຫລາຍກວ່າຄົນຜູ້ດຽວເພື່ອປະກາດຄວາມຈິງຂອງສິ່ງທີ່ຍິ່ງໃຫຍ່ ແລະ ໜ້າອັດສະຈັນເຊັ່ນນີ້ແກ່ພວກເຂົາ?
7 ແລະ ພວກເຂົາຢືນຂຶ້ນເພື່ອຫວັງທີ່ຈະຈັບຂ້າພະເຈົ້າ; ແຕ່ຈົ່ງເບິ່ງ, ພວກເຂົາຈັບບໍ່ໄດ້. ແລະ ຂ້າພະເຈົ້າໄດ້ຢືນຂຶ້ນຢ່າງອາດຫານເພື່ອປະກາດແກ່ພວກເຂົາ, ແທ້ຈິງແລ້ວ, ຂ້າພະເຈົ້າໄດ້ໃຫ້ຖ້ອຍຄຳຢ່າງກ້າຫານແກ່ພວກເຂົາ, ໂດຍກ່າວວ່າ:
8 ຈົ່ງເບິ່ງ, ໂອ້ ພວກເຈົ້າ ລຸ້ນທີ່ຊົ່ວ ແລະ ເສຍຄົນເອີຍ, ພວກເຈົ້າລືມປະເພນີຂອງບັນພະບຸລຸດຂອງພວກເຈົ້າໄດ້ແນວໃດ; ແທ້ຈິງແລ້ວ, ເປັນຫຍັງພວກເຈົ້າຈຶ່ງລືມພຣະບັນຍັດຂອງພຣະເຈົ້າ.
9 ພວກເຈົ້າຈື່ບໍ່ໄດ້ບໍວ່າ ລີໄຮບັນພະບຸລຸດຂອງພວກເຮົາໄດ້ຖືກນຳພາອອກຈາກເຢຣູຊາເລັມໂດຍ ພຣະຫັດ ຂອງພຣະເຈົ້າ? ພວກເຈົ້າຈື່ບໍ່ໄດ້ບໍວ່າ ຄົນພວກນັ້ນຖືກນຳເອົາຜ່ານຖິ່ນແຫ້ງແລ້ງກັນດານມາທັງໝົດໂດຍພຣະອົງ?
10 ພວກເຈົ້າຫລົງລືມກັນຢ່າງວ່ອງໄວໄດ້ແນວໃດວ່າ ຕັ້ງຫລາຍເທື່ອທີ່ພຣະອົງໄດ້ປົດປ່ອຍບັນພະບຸລຸດຂອງພວກເຮົາໃຫ້ພົ້ນຈາກກຳມືຂອງສັດຕູຂອງພວກເຂົາ ແລະ ປົກປັກຮັກສາພວກເຂົາໃຫ້ພົ້ນຈາກການຖືກທຳລາຍຈາກກຳມືຂອງພີ່ນ້ອງຂອງພວກເຂົາ?
11 ແທ້ຈິງແລ້ວ, ແລະ ຖ້າຫາກບໍ່ແມ່ນຍ້ອນອຳນາດ ແລະ ຄວາມເມດຕາອັນຫາທີ່ປຽບບໍ່ໄດ້ຂອງພຣະອົງ ແລະ ຄວາມອົດກັ້ນຂອງພຣະອົງທີ່ມີຕໍ່ພວກເຮົາແລ້ວ, ພວກເຮົາກໍຈະຖືກຕັດອອກຈາກຜືນແຜ່ນດິນໂລກຢ່າງຫລີກລ້ຽງບໍ່ໄດ້ແຕ່ດົນແລ້ວກ່ອນເຖິງໄລຍະນີ້, ແລະ ອາດຖືກສົ່ງໄປສູ່ສະພາບແຫ່ງຄວາມທຸກທໍລະມານ ແລະ ຈິບຫາຍອັນ ບໍ່ມີບ່ອນຈົບ.
12 ຈົ່ງເບິ່ງ, ບັດນີ້ຂ້າພະເຈົ້າກ່າວກັບພວກເຈົ້າວ່າ ພຣະອົງໄດ້ບັນຊາໃຫ້ພວກເຈົ້າກັບໃຈ; ແລະ ພວກເຈົ້າກໍຈະບໍ່ມີທາງໃດທີ່ຈະໄດ້ຮັບອານາຈັກຂອງພຣະເຈົ້າມາເປັນມູນມໍລະດົກເລີຍ ຖ້າຫາກພວກເຈົ້າບໍ່ກັບໃຈ. ແຕ່ຈົ່ງເບິ່ງ, ນີ້ຍັງບໍ່ໝົດ—ພຣະອົງໄດ້ບັນຊາໃຫ້ພວກເຈົ້າກັບໃຈ, ຖ້າບໍ່ດັ່ງນັ້ນ ພຣະອົງຈະ ທຳລາຍພວກເຈົ້າໃຫ້ໝົດໄປຈາກຜືນແຜ່ນດິນໂລກ; ແທ້ຈິງແລ້ວ, ພຣະອົງຈະສະເດັດມາຢ້ຽມຢາມພວກເຈົ້າດ້ວຍຄວາມຄຽດແຄ້ນຂອງພຣະອົງ, ແລະ ໃນຄວາມຄຽດແຄ້ນ ທີ່ສຸດນັ້ນ ພຣະອົງຈະບໍ່ຫັນໜີເລີຍ.
13 ຈົ່ງເບິ່ງ, ພວກເຈົ້າຈື່ຈຳພຣະຄຳທີ່ພຣະອົງຮັບສັ່ງກັບລີໄຮໄດ້ບໍວ່າ: ຕາບໃດທີ່ເຈົ້າຈະຮັກສາບັນຍັດຂອງເຮົາ, ເຈົ້າຈະຮຸ່ງເຮືອງຢູ່ໃນແຜ່ນດິນ? ແລະ ໄດ້ກ່າວໄວ້ອີກວ່າ: ແລະ ຕາບໃດທີ່ເຈົ້າຈະບໍ່ຮັກສາບັນຍັດຂອງເຮົາ ເຈົ້າຈະຖືກຕັດອອກຈາກທີ່ປະທັບຂອງພຣະຜູ້ເປັນເຈົ້າ.
14 ບັດນີ້ຂ້າພະເຈົ້າຢາກໃຫ້ພວກເຈົ້າຈື່ໄວ້ວ່າ ຕາບໃດທີ່ຊາວເລມັນບໍ່ໄດ້ຮັກສາພຣະບັນຍັດຂອງພຣະເຈົ້າ, ພວກເຂົາຈຶ່ງໄດ້ຖືກ ຕັດອອກຈາກທີ່ປະທັບຂອງພຣະຜູ້ເປັນເຈົ້າ. ບັດນີ້ ພວກເຮົາຈຶ່ງເຫັນວ່າ ພຣະຄຳຂອງພຣະຜູ້ເປັນເຈົ້າເປັນຄວາມຈິງແລ້ວໃນເລື່ອງນີ້, ແລະ ຊາວເລມັນໄດ້ຖືກຕັດອອກຈາກທີ່ປະທັບຂອງພຣະອົງ, ນັບຕັ້ງແຕ່ຕົ້ນຂອງການລ່ວງລະເມີດຄັ້ງທຳອິດຂອງພວກເຂົາໃນແຜ່ນດິນນີ້.
15 ເຖິງຢ່າງໃດກໍຕາມ ຂ້າພະເຈົ້າຂໍເວົ້າກັບພວກເຈົ້າວ່າ, ໃນວັນແຫ່ງການພິພາກສາ ພຣະອົງຈະ ທົນກັບພວກເຂົາໄດ້ຫລາຍກວ່າທົນກັບພວກເຈົ້າ ຖ້າຫາກວ່າພວກເຈົ້າຍັງຄົງຢູ່ໃນບາບຂອງພວກເຈົ້າ, ແທ້ຈິງແລ້ວ, ແມ່ນໃນຊີວິດນີ້ ພຣະອົງຈະທົນກັບພວກເຂົາໄດ້ຫລາຍກວ່າທົນກັບພວກເຈົ້າ ຖ້າຫາກພວກເຈົ້າບໍ່ກັບໃຈ.
16 ເພາະມີສັນຍາຢູ່ຫລາຍຂໍ້ທີ່ ໃຫ້ໄວ້ກັບຊາວເລມັນ; ເປັນຍ້ອນ ຮີດຄອງປະເພນີຂອງບັນພະບຸລຸດຂອງພວກເຂົາທີ່ເຮັດໃຫ້ພວກເຂົາຢູ່ໃນສະພາບຂອງ ຄວາມໂງ່ຈ້າ; ສະນັ້ນ ພຣະຜູ້ເປັນເຈົ້າຈະເມດຕາພວກເຂົາ ແລະ ຕໍ່ການເປັນຢູ່ຂອງພວກເຂົາໃຫ້ ຍາວນານອອກໄປໃນແຜ່ນດິນ.
17 ແລະ ໃນໄລຍະເວລາໜຶ່ງ ພວກເຂົາຈະຖືກ ນຳມາໃຫ້ເຊື່ອຖືໃນພຣະຄຳຂອງພຣະອົງໃຫ້ຮູ້ເຖິງຄວາມບໍ່ຖືກຕ້ອງຂອງຮີດຄອງປະເພນີຂອງບັນພະບຸລຸດຂອງພວກເຂົາ; ແລະ ຄົນເປັນຈຳນວນຫລວງຫລາຍຂອງພວກເຂົາຈະລອດ, ເພາະພຣະຜູ້ເປັນເຈົ້າຈະເມດຕາທຸກຄົນທີ່ ເອີ້ນຫາພຣະນາມຂອງພຣະອົງ.
18 ແຕ່ຈົ່ງເບິ່ງ, ຂ້າພະເຈົ້າກ່າວກັບພວກເຈົ້າວ່າ ຖ້າຫາກພວກເຈົ້າຂຶ້ນຢູ່ກັບຄວາມຊົ່ວຮ້າຍ ວັນເວລາຂອງພວກເຈົ້າກໍຈະບໍ່ຍືນນານໃນແຜ່ນດິນນີ້, ເພາະ ຊາວເລມັນຈະຖືກສົ່ງມາຫາພວກເຈົ້າ; ແລະ ຖ້າຫາກພວກເຈົ້າບໍ່ກັບໃຈ ພວກເຂົາຈະມາໃນເວລາທີ່ພວກເຈົ້າບໍ່ຮູ້ ແລະ ຈະມາຢ້ຽມຢາມພວກເຈົ້າດ້ວຍຄວາມພິນາດ ສິ້ນ ແລະ ມັນຈະເປັນໄປຕາມ ພຣະພິໂລດອັນຮຸນແຮງຂອງພຣະຜູ້ເປັນເຈົ້າ.
19 ເພາະພຣະອົງຈະບໍ່ຍອມໃຫ້ພວກເຈົ້າມີຊີວິດຢູ່ໃນຄວາມຊົ່ວຮ້າຍຂອງພວກເຈົ້າ, ເພື່ອທຳລາຍຜູ້ຄົນຂອງພຣະອົງ. ຂ້າພະເຈົ້າກ່າວກັບພວກເຈົ້າວ່າ, ບໍ່ເລີຍ; ພຣະອົງຈະຍອມໃຫ້ຊາວເລມັນ ທຳລາຍຜູ້ຄົນຂອງພຣະອົງທັງໝົດທີ່ມີຊື່ວ່າຊາວນີໄຟເສຍດີກວ່າ, ຖ້າຫາກເປັນໄປໄດ້ວ່າພວກເຂົາຈະ ຕົກຢູ່ໃນບາບ ແລະ ໃນການລ່ວງລະເມີດ, ເຖິງແມ່ນພວກເຂົາໄດ້ຮັບຄວາມສະຫວ່າງ ແລະ ຄວາມຮູ້ຫລາຍຢ່າງຈາກພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາແລ້ວ;
20 ແທ້ຈິງແລ້ວ, ຫລັງຈາກທີ່ເປັນຜູ້ຄົນທີ່ໂປດປານທີ່ສຸດຂອງພຣະຜູ້ເປັນເຈົ້າ; ແທ້ຈິງແລ້ວ, ຫລັງຈາກທີ່ເປັນຜູ້ຄົນທີ່ໂປດປານທີ່ສຸດກວ່າທຸກປະຊາຊາດ, ທຸກຕະກຸນ, ທຸກພາສາ, ຫລື ທຸກຜູ້ຄົນທັງປວງ; ຫລັງຈາກທີ່ທຸກສິ່ງທຸກຢ່າງໄດ້ໃຫ້ເປັນ ທີ່ປະກົດແຈ້ງແກ່ພວກເຂົາແລ້ວຕາມຄວາມປາດຖະໜາ ແລະ ສັດທາຂອງພວກເຂົາ ແລະ ຄຳອະທິຖານກ່ຽວກັບເລື່ອງທີ່ເປັນມາ ແລະ ທີ່ເປັນຢູ່ ແລະ ທີ່ຈະມາເຖິງ.
21 ໂດຍທີ່ໄດ້ຮັບການຢ້ຽມຢາມໂດຍພຣະວິນຍານຂອງພຣະເຈົ້າ; ໂດຍທີ່ໄດ້ສົນທະນາກັບເຫລົ່າທູດ, ແລະ ໂດຍທີ່ສຸລະສຽງຂອງພຣະຜູ້ເປັນເຈົ້າໄດ້ຮັບສັ່ງນຳອີກ; ແລະ ໂດຍທີ່ມີວິນຍານແຫ່ງການທຳນາຍ ແລະ ວິນຍານແຫ່ງການເປີດເຜີຍ, ແລະ ມີຂອງປະທານຫລາຍຢ່າງນຳອີກ, ຂອງປະທານແຫ່ງການເວົ້າພາສາ, ແລະ ຂອງປະທານແຫ່ງການສັ່ງສອນ, ແລະ ຂອງປະທານແຫ່ງພຣະວິນຍານບໍລິສຸດ, ແລະ ຂອງປະທານແຫ່ງ ການແປ;
22 ແທ້ຈິງແລ້ວ, ຫລັງຈາກທີ່ໄດ້ຮັບການ ປົດປ່ອຍໂດຍພຣະເຈົ້າໃຫ້ອອກຈາກແຜ່ນດິນເຢຣູຊາເລັມໂດຍພຣະຫັດຂອງພຣະຜູ້ເປັນເຈົ້າ; ໂດຍໄດ້ຮັບການໂຜດໃຫ້ພົ້ນຈາກຄວາມອຶດຢາກ, ແລະ ໃຫ້ພົ້ນຈາກຄວາມເຈັບປ່ວຍ, ແລະ ໃຫ້ພົ້ນຈາກພະຍາດຕ່າງໆ; ແລະ ພວກເຂົາໄດ້ເຂັ້ມແຂງຂຶ້ນໃນການສູ້ຮົບເພື່ອພວກເຂົາຈະບໍ່ໄດ້ຖືກທຳລາຍ; ແລະ ໂດຍທີ່ໄດ້ຖືກນຳພາອອກມາຈາກ ຄວາມເປັນທາດຫລາຍຕໍ່ຫລາຍເທື່ອ, ແລະ ໂດຍທີ່ໄດ້ຮັບການດູແລ ແລະ ປົກປັກຮັກສາຈົນກະທັ້ງດຽວນີ້; ແລະ ພວກເຂົາໄດ້ຈະເລີນຮຸ່ງເຮືອງຂຶ້ນຈົນວ່າຮັ່ງມີເປັນດີໃນສິ່ງຂອງຫລາຍຢ່າງ—
23 ແລະ ບັດນີ້ຈົ່ງເບິ່ງ ຂ້າພະເຈົ້າກ່າວກັບພວກເຈົ້າວ່າ ຖ້າຫາກຜູ້ຄົນພວກນີ້ ຊຶ່ງໄດ້ຮັບພອນມາຢ່າງຫລວງຫລາຍຈາກພຣະຫັດຂອງພຣະຜູ້ເປັນເຈົ້າຍັງລ່ວງລະເມີດ, ແລະ ເຮັດສິ່ງກົງກັນຂ້າມກັບຄວາມສະຫວ່າງ ແລະ ຄວາມຮູ້ທີ່ພວກເຂົາມີຢູ່ແລ້ວ, ຂ້າພະເຈົ້າກໍກ່າວກັບພວກເຈົ້າຖ້າຫາກເປັນໄປແບບນີ້, ພວກເຂົາຈະຕົກໄປສູ່ການລ່ວງລະເມີດ, ແລະ ພຣະອົງຈະ ທົນກັບຊາວເລມັນໄດ້ຫລາຍກວ່າທົນກັບພວກເຂົາ.
24 ເພາະຈົ່ງເບິ່ງ, ພຣະຜູ້ເປັນເຈົ້າໄດ້ຕໍ່ ສັນຍາອອກໃຫ້ຊາວເລມັນ, ແຕ່ບໍ່ໄດ້ຕໍ່ໃຫ້ພວກເຈົ້າ ຖ້າຫາກພວກເຈົ້າລ່ວງລະເມີດ; ເພາະພຣະຜູ້ເປັນເຈົ້າບໍ່ໄດ້ສັນຍາໄວ້ຢ່າງແຈ່ມແຈ້ງບໍ ແລະ ກຳນົດໄວ້ຢ່າງແນ່ນອນບໍວ່າຖ້າຫາກພວກເຈົ້າຈະກະບົດຕໍ່ພຣະອົງແລ້ວ ພວກເຈົ້າຈະຖືກທຳລາຍໃຫ້ໝົດໄປຈາກຜືນແຜ່ນດິນໂລກ?
25 ແລະ ບັດນີ້ດ້ວຍເຫດນີ້, ເພື່ອພວກເຈົ້າຈະບໍ່ຖືກທຳລາຍ, ພຣະຜູ້ເປັນເຈົ້າຈະສົ່ງທູດຂອງພຣະອົງລົງມາຢ້ຽມຢາມຜູ້ຄົນຂອງພຣະອົງຫລາຍຄົນ, ປະກາດແກ່ພວກເຂົາວ່າພວກເຂົາຈະຕ້ອງອອກໄປປ່າວເຕືອນຢ່າງສຸດກຳລັງຕໍ່ຜູ້ຄົນພວກນີ້, ໂດຍກ່າວວ່າ: ພວກເຈົ້າຈົ່ງ ກັບໃຈເຖີດ, ເພາະວ່າອານາຈັກສະຫວັນໃກ້ຈະມາເຖິງແລ້ວ;
26 ແລະ ຍັງອີກ ບໍ່ເທົ່າໃດມື້ຈາກມື້ນີ້ໄປ ພຣະບຸດຂອງພຣະເຈົ້າຈະສະເດັດມາໃນລັດສະໝີພາບຂອງພຣະອົງ; ແລະ ລັດສະໝີພາບຂອງພຣະອົງຈະເປັນລັດສະໝີພາບຂອງ ພຣະອົງດຽວທີ່ຖືກຳເນີດຈາກພຣະບິດາ, ເຕັມປ່ຽມໄປດ້ວຍ ພຣະຄຸນ, ຄວາມທ່ຽງທຳ, ແລະ ຄວາມຈິງ, ເຕັມປ່ຽມໄປດ້ວຍຄວາມອົດທົນ, ຄວາມເມດຕາ, ແລະ ຄວາມອົດກັ້ນ, ໄດ້ຍິນສຽງຮ້ອງຫາຂອງຜູ້ຄົນຂອງພຣະອົງຢ່າງວ່ອງໄວ ແລະ ທີ່ຈະຕອບຄຳອະທິຖານຂອງພວກເຂົາ.
27 ແລະ ຈົ່ງເບິ່ງ, ພຣະອົງຈະສະເດັດມາເພື່ອ ໄຖ່ຜູ້ທີ່ໄດ້ຮັບ ບັບຕິສະມາໄວ້ກັບການກັບໃຈ, ຜ່ານສັດທາໃນພຣະນາມຂອງພຣະອົງ.
28 ສະນັ້ນ, ພວກເຈົ້າຈົ່ງຕຽມທາງຂອງພຣະຜູ້ເປັນເຈົ້າເຖີດ, ເພາະວ່າເວລາໃກ້ເຂົ້າມາເຖິງແລ້ວທີ່ມະນຸດທັງປວງຈະເກັບກ່ຽວລາງວັນຂອງ ຜົນງານຂອງຕົນເອງຕາມສິ່ງທີ່ພວກເຂົາກະທຳມາ—ຖ້າຫາກພວກເຂົາຊອບທຳ ພວກເຂົາກໍຈະ ເກັບກ່ຽວຄວາມລອດຂອງຈິດວິນຍານຂອງພວກເຂົາ, ອັນເປັນໄປຕາມອຳນາດ ແລະ ການປົດປ່ອຍຂອງພຣະເຢຊູຄຣິດ; ແລະ ຖ້າຫາກພວກເຂົາຊົ່ວ, ພວກເຂົາກໍຈະເກັບກ່ຽວ ຄວາມອັບປະໂຫຍດຂອງຈິດວິນຍານຂອງພວກເຂົາ, ອັນເປັນໄປຕາມອຳນາດ ແລະ ການຈັບກຸມຂອງມານ.
29 ບັດນີ້ຈົ່ງເບິ່ງ, ນີ້ຄືສຽງຂອງທູດ, ປ່າວເຕືອນຕໍ່ຜູ້ຄົນ.
30 ແລະ ບັດນີ້, ພີ່ນ້ອງ ທີ່ຮັກແພງຂອງຂ້າພະເຈົ້າ, ເພາະວ່າພວກເຈົ້າເປັນພີ່ນ້ອງຂອງຂ້າພະເຈົ້າ, ແລະ ພວກເຈົ້າຄວນເປັນທີ່ຮັກຫອມ, ແລະ ພວກເຈົ້າຄວນນຳເອົາວຽກງານອັນເໝາະສົມເພື່ອການກັບໃຈອອກມາ, ເຫັນວ່າໃຈຂອງພວກເຈົ້າຖືກເຮັດໃຫ້ແຂງກະດ້າງທີ່ສຸດຕໍ່ພຣະຄຳຂອງພຣະເຈົ້າ, ແລະ ເຫັນວ່າພວກເຈົ້າເປັນຄົນ ຫລົງທາງ ແລະ ຕົກໄປ.
31 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ເວລາຂ້າພະເຈົ້າແອວມາກ່າວຄຳເຫລົ່ານີ້ແລ້ວ, ຈົ່ງເບິ່ງ, ປະຊາຊົນກໍຄຽດແຄ້ນໃຫ້ຂ້າພະເຈົ້າ ເພາະວ່າຂ້າພະເຈົ້າໄດ້ກ່າວຕໍ່ພວກເຂົາວ່າ ພວກເຂົາເປັນຄົນທີ່ມີໃຈແຂງກະດ້າງ ແລະ ແຂງຄໍ.
32 ແລະ ເພາະວ່າຂ້າພະເຈົ້າເວົ້າກັບພວກເຂົາອີກວ່າ ພວກເຂົາເປັນຄົນຫລົງທາງ ແລະ ຕົກໄປ ພວກເຂົາຈຶ່ງຄຽດແຄ້ນໃຫ້ຂ້າພະເຈົ້າ ແລະ ພະຍາຍາມທີ່ຈະຈັບເອົາຂ້າພະເຈົ້າເຂົ້າຄຸກ.
33 ແຕ່ເຫດການໄດ້ບັງເກີດຂຶ້ນຄື ພຣະຜູ້ເປັນເຈົ້າບໍ່ຍອມໃຫ້ພວກເຂົາຈັບຂ້າພະເຈົ້າເຂົ້າຄຸກໃນເວລານັ້ນ.
34 ແລະ ເຫດການໄດ້ບັງເກີດຂຶ້ນຄື ແອມມິວເລັກໄດ້ອອກໄປຢືນຢູ່ຕໍ່ໜ້າພວກເຂົາ, ແລະ ເລີ່ມສັ່ງສອນພວກເຂົາອີກ. ແລະ ບັດນີ້ ຄຳເວົ້າຂອງແອມມິວເລັກບໍ່ໄດ້ຖືກຂຽນໄວ້ທັງໝົດ, ເຖິງຢ່າງໃດກໍຕາມ, ພາກສ່ວນໜຶ່ງຂອງຄຳເວົ້າຂອງລາວໄດ້ມີຂຽນໄວ້ຢູ່ໃນໜັງສືເຫລັ້ມນີ້.