ສິ່ງ​ຊ່ວຍ​ສຶກ​ສາ
6. ການ​ເດີນ​ທາງ​ຂອງ​ສາດ​ສະ​ໜາ​ຈັກ​ໄປ​ຫາ​ພາກ​ຕາ​ເວັນ​ຕົກ


6. ການ​ເດີນ​ທາງ​ຂອງ​ສາດ​ສະ​ໜາ​ຈັກ​ໄປ​ຫາ​ພາກ​ຕາ​ເວັນ​ຕົກ

ຮູບ​ພາບ
ແຜນ​ທີ່​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ 6

ກາ​ນາ​ດາ

ນິວ​ຢອກ

ເຂດ​ອໍ​ເຣ​ກອນ

ເຂດ​ຂອງ​ຊາວ​ອິນ​ເດຍ​ແດງ

ເຟ​ແອດ

ເມືອງ​ນິວ​ຢອກ

ແມ່​ນ້ຳ​ສະ​ເນັກ

ຄ້າຍ​ຮອລ໌

ຄ້າຍ​ບຣີດ​ເຈີ

ແມ່​ນ້ຳ​ພະ​ແລັດ​ເໜືອ

ມະ​ຫາ​ສະ​ໝຸດ ປາ​ຊີ​ຟິກ

ຄ້າຍ​ລາ​ຣາ​ມີ

ວິນ​ເຕີ​ຄວດ​ເຕີສ໌

ໄອ​ໂອ​ວາ

ເພັນ​ໂຊ​ເວ​ເນຍ

4 ກຸມ​ພາ, 1846 ການ​ເດີນ​ທາງ​ຂອງ​ກຳ​ປັ່ນ ບຣຸກ​ລິນ ເລີ່ມ​ຕົ້ນ

ຄັນ​ໂຊ ບລັບສ໌

ອິ​ລິ​ນອຍ

ອິນ​ດີ​ອາ​ນາ

ເຄີດ​ແລນ

ແຊນ​ແຟຣນ​ຊິ​ສະ​ໂກ

ທາງ​ແຄ​ລິ​ໂຟ​ເນຍ

ທະ​ເລ​ສາບ ເກຣດ​ເຊົາ​ເລັກ

ເມືອງ​ເຊົາ​ເລັກ

ແມ່​ນ້ຳ​ພະ​ແລັດ​ໃຕ້

ນາ​ວູ

ຟີ​ລາ​ແດວ​ເຟຍ

ຄ້າຍ​ລີ​ເວັນ​ເວີດ

ຟາ​ແວັດ

ໂອ​ໄຮ​ໂອ

ວໍ​ຊິງ​ຕັນ​ດີ​ຊີ

ມະ​ຫາ​ສະ​ໝຸດ ແອັດ​ແລນ​ຕິກ

ສັກ​ກຣາ​ເມັນ​ໂຕ

ຄວິນ​ສີ

ລີ​ເບີ​ຕີ

ຄາ​ລິ​ຟໍ​ເນຍ

ແມັກ​ຊິ​ໂກ

ປວຍ​ບະ​ໂລ

ແມ່​ນ້ຳ​ອາ​ແຄນ​ຊໍ

ອິນ​ດີ​ເພັນ​ເດັນສ໌

ກຳ​ປັ່ນ ບຣຸກ​ລິນ ໄດ້​ໄປ​ເຖິງ ເຢີ​ບາ ບວຍ​ນາ (ແຊນ​ແຟຣນ​ຊິ​ສະ​ໂກ) 31 ກໍ​ລະ​ກົດ, 1846

ລອສ໌ ແອນ​ໂຈ​ເລັສ໌

ມີ​ເຊີ​ຣີ

ແຊນ​ຕາ​ເຟ

ແມ່​ນ້ຳ​ກາ​ນາ​ດາ

ເຂດ​ຂອງ​ຊາວ​ອິນ​ເດຍ​ແດງ

ແຊນ​ເບີ​ນາ​ດີ​ໂນ

ເຂດ​ເຜີຍ​ແຜ່​ແຊນ​ລຸຍ​ເຣ

ແມ່​ນ້ຳ​ກີ​ລາ

ຣຽວ ກຣານ​ເດ

ແມ່​ນ້ຳ​ເພ​ໂກສ໌

ແຊນ​ດີ​ເອ​ໂກ

ທູ​ສັນ

ເຄື່ອງ​ໝາຍ​ໃຊ້​ແທນ

ເສັ້ນ​ທາງ​ຂອງ​ກອງ​ທັບ​ມໍ​ມອນ

ເສັ້ນ​ທາງ​ໄປ​ຫາ​ພາກ​ຕາ​ເວັນ​ຕົກ​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ

ເສັນ​ທາງ​ຂອງ​ກຳ​ປັ່ນ ບຣຸກ​ລິນ

ກິ​ໂລ​ແມັດ

0 150 300 450 600

ກ ຂ ຄ ງ ຈ ສ ຊ ຍ

1 2 3 4

1

2

3

4

5

6

7

8

9

10

11

12

13

14

15

  1. ເຟ​ແອດ ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ໜີ​ຈາກ​ເມືອງ​ເຟ​ແອດ ໄປ​ຫາ​ເມືອງ​ເຄີດ​ແລນ, ລັດ​ໂອ​ໄຮ​ໂອ, ໃນ​ເດືອນ​ມັງ​ກອນ ປີ 1831. ສາ​ຂາ​ສາມ​ແຫ່ງ​ໃນ​ນິວ​ຢອກ (ເຟ​ແອດ, ໂຄນ​ສະ​ວຽວ, ແລະ ແມນ​ເຈດ​ສະ​ເຕີ) ໄດ້​ຕິດ​ຕາມ​ໄປ ໃນ​ເດືອນ​ເມ​ສາ ແລະ ເດືອນ​ພຶດ​ສະ​ພາ ປີ 1831 ພາຍ​ໃຕ້​ພຣະ​ບັນ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ໃຫ້​ໄປ​ເຕົ້າ​ໂຮມ​ກັນ (ເບິ່ງ ຄພ 37–38).

  2. ເຄີດ​ແລນ ສູນ​ກາງ​ໃຫຍ່​ແຫ່ງ​ທຳ​ອິດ​ຂອງ​ສາດ​ສະ​ໜາ​ຈັກ ແມ່ນ​ຕັ້ງ​ຢູ່​ໃນ​ເມືອງ​ເຄີດ​ແລນ ຈາກ​ປີ 1831 ເຖິງ​ປີ 1838.

  3. ອິນ​ດີ​ເພັນ​ເດັນສ໌ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແຈ້ງ​ບອກ​ອິນ​ດີ​ເພັນ​ເດັນສ໌ (ໃນ​ເຂດ​ແຈ໊ກ​ສັນ, ລັດ​ມີ​ເຊີ​ຣີ) ໃຫ້​ເປັນ​ສູນ​ກາງ​ຂອງ​ຊີ​ໂອນ ໃນ​ເດືອນ​ກໍ​ລະ​ກົດ ປີ 1831 (ເບິ່ງ ຄພ 57:3). ກຸ່ມ​ອັນ​ຕະ​ພານ​ໄດ້​ບັງ​ຄັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ໃຫ້​ອອກ​ຈາກ​ເຂດ​ແຈ໊ກ​ສັນ ໃນ​ເດືອນ​ພະ​ຈິກ ປີ 1833.

  4. ລີ​ເບີ​ຕີ ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຈາກ​ເຂດ​ແຈ໊ກ​ສັນ ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ເຂດ​ຄະ​ເລ ຈາກ​ປີ 1833 ເຖິງ​ປີ 1836, ເມື່ອ​ເຂົາ​ເຈົ້າ​ໄດ້​ຖືກ​ຮຽກ​ຮ້ອງ​ໃຫ້​ໜີ​ໄປ​ອີກ. ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ແລະ ຫ້າ​ຄົນ​ອື່ນ​ອີກ ໄດ້​ຖືກ​ຈັບ​ເຂົ້າ​ຄຸກ​ຢ່າງ​ບໍ່​ຍຸດ​ຕິ​ທຳ ຢູ່​ບ່ອນ​ນີ້ ຈາກ​ເດືອນ​ທັນ​ວາ ປີ 1838 ເຖິງ​ເດືອນ​ເມ​ສາ ປີ 1839.

  5. ຟາ​ແວັດ ໄດ້​ຕັ້ງ​ສະ​ຖານ​ທີ່​ພັກ​ເຊົາ​ຢູ່​ບ່ອນ​ນີ້​ສຳ​ລັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ຈາກ​ປີ 1836–1838. ມັນ​ເປັນ​ສູນ​ກາງ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ ໃນ​ປີ 1838. ໃນ​ປີ 1838–1839 ໄພ່​ພົນ​ຂອງ​ພຣະ​ເຈົ້າ ໄດ້​ຖືກ​ບັງ​ຄັບ​ໃຫ້​ໜີ​ໄປ​ຫາ​ລັດ​ອິ​ລິ​ນອຍ.

  6. ນາ​ວູ ສູນ​ກາງ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ ຈາກ​ປີ 1839–1846. ຫລັງ​ຈາກ​ການ​ສັງ​ຫານ​ສາດ​ສະ​ດາ ແລະ ໄຮ​ຣຳ ອ້າຍ​ຂອງ​ເພິ່ນ, ໄພ່​ພົນ​ຂອງ​ພຣະ​ເຈົ້າ ໄດ້​ຍ້າຍ​ໄປ​ຫາ​ພາກ​ຕາ​ເວັນ​ຕົກ.

  7. ຄັນ​ໂຊ ບລັບສ໌ ຜູ້​ບຸກ​ເບີກ​ໄດ້​ມາ​ເຖິງ​ບ່ອນ​ນີ້ ໃນ​ເດືອນ​ມິ​ຖຸ​ນາ ປີ 1846. ສະ​ມາ​ຊິກ​ໃນ​ກອງ​ທັບ​ມໍ​ມອນ ໄດ້​ຈາກ​ໄປ ໃນ​ວັນ​ທີ 21 ເດືອນ​ກໍ​ລະ​ກົດ, 1846, ພາຍ​ໃຕ້​ການ​ນຳ​ພາ​ຂອງ ເຈມສ໌ ອາ​ເລນ.

  8. ວິນ​ເຕີ​ຄວດ​ເຕີສ໌ ສະ​ຖານ​ທີ່​ພັກ​ເຊົາ​ຊົ່ວ​ຄາວ​ແຫ່ງ​ສຳ​ຄັນ, ຈາກ​ປີ 1846–1848. ຂະ​ບວນ​ລໍ້​ກວຽນ​ແວນ​ກາດ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ປະ​ທານ​ບຣິ​ກຳ ຢັງ ໄດ້​ອອກ​ເດີນ​ທາງ​ໄປ​ຫາ​ພາກ​ຕາ​ເວັນ​ຕົກ ໃນ​ເດືອນ​ເມ​ສາ ປີ 1847.

  9. ຄ້າຍ​ລີ​ເວັນ​ເວີດ ກອງ​ທັບ​ມໍ​ມອນ​ໄດ້​ມາ​ຮ່ວມ​ກັນ​ຢູ່​ບ່ອນ​ນີ້ ກ່ອນ​ເລີ່ມ​ຕົ້ນ​ອອກ​ເດີນ​ທາງ​ໄປ​ພາກ​ຕາ​ເວັນ​ຕົກ ໃນ​ເດືອນ​ສິງ​ຫາ ປີ 1846.

  10. ແຊນ​ຕາ​ເຟ ຟີ​ລິບ ຄຸກ ໄດ້​ເປັນ​ຜູ້​ບັນ​ຊາ​ການ​ກອງ​ທັບ​ມໍ​ມອນ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ເດີນ​ທາງ​ຈາກ​ບ່ອນ​ນີ້ ໃນ​ວັນ​ທີ 19 ເດືອນ​ຕຸ​ລາ, 1846.

  11. ປວຍ​ບະ​ໂລ ທະ​ຫານ​ສາມ​ຄົນ​ທີ່​ເຈັບ​ປ່ວຍ​ຂອງ​ກອງ​ທັບ​ມໍ​ມອນ ໄດ້​ຖືກ​ສັ່ງ​ໃຫ້​ໄປ​ເມືອງ​ປວຍ​ບະ​ໂລ ເພື່ອ​ຮັບ​ການ​ປິ່ນ​ປົວ, ບ່ອນ​ທີ່​ເຂົາ​ເຈົ້າ​ໄດ້​ພັກ​ເຊົາ​ຢູ່​ໃນ​ລະ​ດູ​ໜາວ ຈາກ​ປີ 1846–1847 ຢູ່​ນຳ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ຈາກ​ລັດ​ມິດ​ຊີ​ຊິບ​ປີ. ຂະ​ບວນ​ເຫລົ່າ​ນີ້ ໄດ້​ມາ​ເຖິງ​ຫ່ອມ​ພູ​ເຊົາ​ເລັກ​ໃນ​ເດືອນ​ກໍ​ລະ​ກົດ ປີ 1847.

  12. ແຊນ​ດີ​ເອ​ໂກ ກອງ​ທັບ​ມໍ​ມອນ​ໄດ້​ສຳ​ເລັດ​ການ​ເດີນ​ທາງ 3,200 ກິ​ໂລ​ມັດ ເມື່ອ​ມາ​ເຖິງ​ເມືອງ​ນີ້ ໃນ​ວັນ​ທີ 29 ເດືອນ​ມັງ​ກອນ, 1847.

  13. ລອສ໌ ແອນ​ໂຈ​ເລັສ໌ ກອງ​ທັບ​ມໍ​ມອນ​ໄດ້​ຖືກ​ປົດ​ຈາກ​ໜ້າ​ທີ່​ຢູ່​ເມືອງ​ນີ້ ໃນ​ວັນ​ທີ 16 ເດືອນ​ກໍ​ລະ​ກົດ, 1847.

  14. ສັກ​ກຣາ​ເມັນ​ໂຕ ອະ​ດີດ​ທະ​ຫານ​ມໍ​ມອນ​ບາງ​ຄົນ​ໄດ້​ທຳ​ງານ​ຢູ່​ເມືອງ​ນີ້ ແລະ ຢູ່​ໂຮງ​ສີ​ຊັດ​ເທີ ທີ່​ຫ່າງ​ໄກ​ທາງ​ທິດ​ຕາ​ເວັນ​ອອກ ແຄມ​ແມ່​ນ້ຳ​ອາ​ເມ​ຣິ​ກັນ. ເຂົາ​ເຈົ້າ​ກໍ​ຢູ່​ທີ່​ນັ້ນ ຕອນ​ມີ​ການ​ຄົ້ນ​ພົບ​ຄຳ ໃນ​ເດືອນ​ມັງ​ກອນ ປີ 1848.

  15. ເມືອງ​ເຊົາ​ເລັກ ສູນ​ກາງ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ ຈາກ​ປີ 1847 ເຖິງ​ປະ​ຈຸ​ບັນ. ທ່ານ​ບຣິ​ກຳ ຢັງ ໄດ້​ມາ​ເຖິງ​ຮ່ອມ​ພູ​ເມືອງ​ເຊົາ​ເລັກ ໃນ​ວັນ​ທີ 24 ເດືອນ​ກໍ​ລະ​ກົດ, 1847.

ພິມ