ສິ່ງ​ຊ່ວຍ​ສຶກ​ສາ
3. ນິວ​ຢອກ, ເພັນ​ໂຊ​ເວ​ເນຍ, ແລະ ເຂດ​ໂອ​ໄຮ​ໂອ ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ


3. ນິວ​ຢອກ, ເພັນ​ໂຊ​ເວ​ເນຍ, ແລະ ເຂດ​ໂອ​ໄຮ​ໂອ ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ

ຮູບ​ພາບ
ແຜນ​ທີ່​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ 3

ໂທ​ຣອນ​ໂທ

ທະ​ເລ​ສາບ​ອອນ​ແທ​ຣິ​ໂອ

ໂຣ​ເຈສ໌​ເຕີ

ທະ​ເລ​ສາບ​ຮູ​ໂຣນ

ຕະ​ຄອງ​ເອ​ຣີ

ພາ​ໄມ​ຣາ

ເມນ​ດອນ

ບັບ​ຟາ​ໂລ

ເຟ​ແອດ

ແມນ​ເຈດ​ສະ​ເຕີ

ຊ້າວ​ເບນ​ບຣີຈ໌

ແພ​ຣີ​ສະ​ເບີກ

ຟຣີ​ດົມ

ທະ​ເລ​ສາບ ຟິງ​ເກີ

ໂຄນ​ສະ​ວຽວ

ນິວ​ຢອກ

ບ້ານ​ຂອງ​ໂຈ​ເຊັບ ໄນ້ ຜູ້​ພໍ່

ທະ​ເລ​ສາບ​ເອ​ຣີ

ກາ​ນາ​ດາ

ບ້ານ​ຂອງ​ໂຈ​ເຊັບ ສະ​ມິດ ຜູ້​ລູກ

ສະ​ຫະ​ລັດ​ອາ​ເມ​ຣິ​ກາ

ທອມ​ສັນ

ແມ່​ນ້ຳ​ຊັສ​ຄູ​ຮັນ​ນາ

ຮາມ​ໂມ​ນີ

ຄລີບ​ແລນ

ເຄີດ​ແລນ

ເພັນ​ໂຊ​ເວ​ເນຍ

ໂອ​ໄຮ​ໂອ

ອາມ​ເຮີດ

ອໍ​ເຮັນຈ໌

ໄຮ​ຣຳ

ກິ​ໂລ​ແມັດ

0 50 100 150 200

ກ ຂ ຄ ງ ຈ ສ ຊ ຍ

1 2 3 4

1

2

3

4

5

6

7

8

9

10

  1. ຊ້າວ​ເບນ​ບຣີຈ໌ ໂຈ​ເຊັບ ສະ​ມິດ ຜູ້​ລູກ ແລະ ເອມ​ມາ ເຮວ ໄດ້​ແຕ່ງ​ງານ​ກັນ​ຢູ່​ບ່ອນ​ນີ້ ໃນ​ວັນ​ທີ 18 ເດືອນ​ມັງ​ກອນ, 1827 (ເບິ່ງ ຈສ—ປ 1:57).

  2. ໂຄນ​ສະ​ວຽວ ສາ​ຂາ​ແຫ່ງ​ທຳ​ອິດ​ຂອງ​ສາດ​ສະ​ໜາ​ຈັກ ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ​ທີ່​ບ້ານ​ຂອງ​ໂຈ​ເຊັບ ໄນ້ ຜູ້​ພໍ່, ໃນ​ເມືອງ​ໂຄນ​ສະ​ວຽວ, ໃນ​ປີ 1830.

  3. ບ້ານ​ຂອງ​ໂຈ​ເຊັບ ສະ​ມິດ ຜູ້​ລູກ ໃນ ຮາມ​ໂມ​ນີ ພາກ​ສ່ວນ​ໃຫຍ່​ຂອງ​ການ​ແປ​ພຣະ​ຄຳ​ພີ​ມໍ​ມອນ ໄດ້​ເຮັດ​ສຳ​ເລັດ​ຢູ່​ບ່ອນ​ນີ້. ຖາ​ນະ​ປະ​ໂລ​ຫິດ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່​ໃກ້ໆ​ທີ່​ນັ້ນ ໃນ​ປີ 1829 (ເບິ່ງ ຄພ 13; 128:20; ຈສ—ປ 1:71–72).

  4. ເຟ​ແອດ ພະ​ຍານ​ສາມ​ຄົນ​ໄດ້​ເຫັນ​ແຜ່ນ​ຈາ​ລຶກ​ຄຳ ແລະ ທູດ​ໂມ​ໂຣ​ໄນ​ຢູ່​ບ່ອນ​ນີ້ (ຄພ 17). ການ​ແປ​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ສຳ​ເລັດ​ຢູ່​ບ່ອນ​ນີ້ ໃນ​ເດືອນ​ມິ​ຖຸ​ນາ 1829. ສາດ​ສະ​ໜາ​ຈັກ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ​ຢູ່​ບ່ອນ​ນີ້ ໃນ​ວັນ​ທີ 6 ເດືອນ​ເມ​ສາ, 1830 (ເບິ່ງ ຄພ 20–21).

  5. ເມນ​ດອນ ເຮືອນ​ຫລັງ​ທຳ​ອິດ​ຂອງ​ບຣິ​ກຳ ຢັງ ແລະ ຮີ​ເບີ ຊີ ຄິມ​ໂບ.

  6. ເຄີດ​ແລນ ຜູ້​ສອນ​ສາດ​ສະ​ໜາ​ທີ່​ໄດ້​ຖືກ​ສົ່ງ​ໄປ​ຫາ​ຊາວ​ເລ​ມັນ ໄດ້​ຢຸດ​ຢູ່​ບ່ອນ​ນີ້ ໃນ​ປີ 1830 ແລະ ໄດ້​ໃຫ້​ບັບ​ຕິ​ສະ​ມາ​ແກ່​ຊິດ​ນີ ຣິກ​ດອນ ແລະ ຄົນ​ອື່ນໆ​ໃນ​ເຂດ​ເມືອງ​ເຄດ​ແລນ. ມັນ​ເປັນ​ສູນ​ກາງ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ ຈາກ​ປີ 1831 ເຖິງ​ປີ 1838. ພຣະ​ວິ​ຫານ​ແຫ່ງ​ທຳ​ອິດ​ຂອງ​ຍຸກ​ສະ​ໄໝ​ນີ້ ໄດ້​ຖືກ​ສ້າງ​ຂຶ້ນ​ໃນ​ເມືອງ​ເຄີດ​ແລນ ແລະ ໄດ້​ຖືກ​ອຸ​ທິດ ໃນ​ວັນ​ທີ 27 ເດືອນ​ມີ​ນາ, 1836 (ເບິ່ງ ຄພ 109).

  7. ຕະ​ຄອງເອ​ຣີ ສາ​ຂາ​ສາມ​ແຫ່ງ​ຂອງ​ສາດ​ສະ​ໜາ​ຈັກ ໃນ​ລັດ​ນິວ​ຢອກ (ໂຄນ​ສະ​ວຽວ, ເຟ​ແອດ, ແລະ ແມນ​ເຈດ​ສະ​ເຕີ) ໄດ້​ອົບ​ພະ​ຍົບ​ໄປ​ທາງ​ຕະ​ຄອງ​ເອ​ຣີ ແລະ ທະ​ເລ​ສາບ​ເອ​ຣີ ເຖິງ​ເມືອງ​ເຄີດ​ແລນ, ລັດ​ໂອ​ໄຮ​ໂອ, ໃນ​ເດືອນ​ເມ​ສາ ແລະ ເດືອນ​ພຶດ​ສະ​ພາ ປີ 1831.

  8. ໄຮ​ຣຳ ໂຈ​ເຊັບ ແລະ ເອມ​ມາ ໄດ້​ອາ​ໄສ​ຢູ່​ບ່ອນ​ນີ້ ຈາກ​ເດືອນ​ກັນ​ຍາ ປີ 1831 ເຖິງ​ເດືອນ​ກັນ​ຍາ ປີ 1832. ໂຈ​ເຊັບ ແລະ ຊິດ​ນີ ຣິກ​ດອນ ໄດ້​ທຳ​ການ​ແປ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ຂອງ​ໂຈ​ເຊັບ ສະ​ມິດ (ປຈສ). ການ​ເປີດ​ເຜີຍ​ທີ່​ໄດ້​ຮັບ​ຢູ່​ບ່ອນ​ນີ້: ຄພ 1; 65–71; 73; 76–77; 79–81; 99; 133.

  9. ອາມ​ເຮີດ ໂຈ​ເຊັບ ສະ​ມິດ ໄດ້​ຖືກ​ສະ​ໜັບ​ສະ​ໜູນ​ເປັນ​ປະ​ທານ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ສູງ ໃນ​ວັນ​ທີ 25 ເດືອນ​ມັງ​ກອນ, 1832 (ເບິ່ງ ຄພ 75).

  10. ໂທ​ຣອນ​ໂທ ບ້ານ​ຂອງ​ຈອນ ເທ​ເລີ, ປະ​ທານ​ຄົນທີ​ສາມ​ຂອງ​ສາດ​ສະ​ໜາ​ຈັກ, ແລະ ແມ​ຣີ ຟຽວ​ດິງ ສະ​ມິດ, ພັນ​ລະ​ຍາ​ຂອງ​ໄຮ​ຣຳ ສະ​ມິດ.

ພິມ