ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 11–17 ເດືອນ​ມີ​ນາ: “ງານ​ແປກ​ປະ​ຫລາດ ແລະ ອັດ​ສະ​ຈັນ.” 2 ນີ​ໄຟ 26–30


“ວັນ​ທີ 11–17 ເດືອນ​ມີ​ນາ: ‘ງານ​ແປກ​ປະ​ຫລາດ ແລະ ອັດ​ສະ​ຈັນ.’ 2 ນີ​ໄຟ 26–30,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2024)

“ວັນ​ທີ 11–17 ເດືອນ​ມີ​ນາ. 2 ນີ​ໄຟ 26–30,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2024)

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ເດ່​ພຣະ​ຫັດ​ອອກ​ໄປ​ຫາ​ຜູ້​ຍິງ​ຄົນ​ໜຶ່ງ

He Will Lead Thee by the Hand [ພຣະ​ອົງ​ຈະ​ຈູງ​ມື​ທ່ານ​ໄປ], ໂດຍ ແຊນ​ດຣາ ແຣສຕ໌

ວັນ​ທີ 11–17 ເດືອນ​ມີ​ນາ: “ງານ​ແປກ​ປະ​ຫລາດ ແລະ ອັດ​ສະ​ຈັນ”

2 ນີ​ໄຟ 26–30

“ຂ້າ​ພະ​ເຈົ້າ​ທຳ​ນາຍ​ຕໍ່​ພວກ​ທ່ານ​ກ່ຽວ​ກັບ​ຍຸກ​ສຸດ​ທ້າຍ,” ນີ​ໄຟ​ໄດ້​ຂຽນ (2 ນີ​ໄຟ 26:14). ໃນ​ອີກ​ຄຳ​ໜຶ່ງ, ເພິ່ນ​ໄດ້​ຂຽນ​ກ່ຽວ​ກັບ​ວັນ​ເວ​ລາ​ຂອງ​ເຮົາ. ແລະ ມັນ​ມີ​ເຫດ​ຜົນ​ທີ່​ຕ້ອງ​ເປັນ​ຫ່ວງ​ກ່ຽວ​ກັບ​ສິ່ງ​ທີ່​ເພິ່ນ​ໄດ້​ເຫັນ: ຜູ້​ຄົນ​ປະ​ຕິ​ເສດ​ອຳ​ນາດ ແລະ ການ​ມະ​ຫັດ​ສະ​ຈັນ​ຂອງ​ພຣະ​ເຈົ້າ; ການ​ອິດ​ສາ​ບັງ​ບຽດ ແລະ ການ​ຜິດ​ຖຽງ​ກັນ​ທີ່​ແຜ່​ຫລາຍ. ແຕ່​ນອກ​ເໜືອ​ໄປ​ຈາກ “ວຽກ​ງານ​ແຫ່ງ​ຄວາມ​ມືດ” ໃນ​ຍຸກ​ສຸດ​ທ້າຍ (2 ນີ​ໄຟ 26:10, 22) ທີ່​ນຳ​ພາ​ໂດຍ​ຜູ້​ປໍ​ລະ​ປັກ​ແລ້ວ, ນີ​ໄຟ​ຍັງ​ໄດ້​ກ່າວ​ເຖິງ “ງານ​ແປກ​ປະ​ຫລາດ ແລະ ອັດ​ສະ​ຈັນ” ທີ່​ນຳ​ພາ​ໂດຍ​ພຣະ​ເຈົ້າ​ເອງ (2 ນີ​ໄຟ 27:26). ໃຈ​ກາງ​ຂອງ​ວຽກ​ງານ​ນັ້ນ ຈະ​ເປັນ​ໜັງ​ສື​ເຫລັ້ມ​ໜຶ່ງ—ຄື​ໜັງ​ສື​ທີ່​ເປີດ​ເຜີຍ​ຄວາມ​ຕົວະ​ຂອງ​ຊາ​ຕານ ແລະ ເຕົ້າ​ໂຮມ​ຄົນ​ຊອບ​ທຳ. ໜັງ​ສື​ເຫລັ້ມ​ນັ້ນ​ຄື ພຣະ​ຄຳ​ພີ​ມໍ​ມອນ, ງານ​ອັດ​ສະ​ຈັນ​ຄື ວຽກ​ງານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ຍຸກ​ສຸດ​ທ້າຍ, ແລະ ງານ​ແປກ​ປະ​ຫລາດ​ຄື—ໃນ​ສ່ວນ​ທີ່​ໜ້ອຍ​ທີ່​ສຸດ—ພຣະ​ເຈົ້າ​ເຊື້ອ​ເຊີນ​ເຮົາ​ທຸກ​ຄົນ, ເຖິງ​ແມ່ນ​ໃນ​ຄວາມ​ອ່ອນ​ແອ​ຂອງ​ເຮົາ, ໃຫ້​ເຂົ້າ​ຮ່ວມ​ໃນ​ການ​ເຕົ້າ​ໂຮມ.

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

2 ນີ​ໄຟ 26–27; 29–30

ພຣະ​ເຈົ້າ​ໄດ້​ຕຽມ​ພຣະ​ຄຳ​ພີ​ມໍ​ມອນ​ໄວ້​ສຳ​ລັບ​ວັນ​ເວ​ລາ​ຂອງ​ເຮົາ.

ໃນ 2 ນີ​ໄຟ 26–27, ນີ​ໄຟ​ໄດ້​ອ້າງ​ເຖິງ ຄຳ​ທຳ​ນາຍ​ກ່ອນ​ໜ້າ​ນີ້​ຂອງ​ເອ​ຊາ​ຢາ (ເບິ່ງ ເອ​ຊາ​ຢາ 29) ແລະ ປຽບ​ທຽບ​ມັນ​ໃສ່​ກັບ​ຜູ້​ຄົນ​ຂອງ​ເພິ່ນ ແລະ ບັນ​ທຶກ​ຂອງ​ເຂົາ​ເຈົ້າ—ພຣະ​ຄຳ​ພີ​ມໍ​ມອນ. ເພິ່ນ​ຮູ້​ຈັກ​ໂດຍ​ການ​ເປີດ​ເຜີຍ, ແມ່ນ​ແຕ່​ກ່ອນ​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ຖືກ​ຂຽນ​ຢ່າງ​ຮຽບ​ຮ້ອຍ, ວ່າ​ມັນ​ຈະ “ມີ​ຄຸນ​ຄ່າ​ຢ່າງ​ໃຫຍ່​ຫລວງ​ຕໍ່​ລູກ​ຫລານ​ມະ​ນຸດ” ໃນ​ມື້​ໜຶ່ງ (2 ນີ​ໄຟ 28:2). ເປັນ​ຫຍັງ​ພຣະ​ຄຳ​ພີ​ມໍ​ມອນ​ຈຶ່ງ​ມີ​ຄຸນ​ຄ່າ​ຢ່າງ​ໃຫຍ່​ຫລວງ​ຕໍ່​ທ່ານ? ໃຫ້​ຄິດ​ກ່ຽວ​ກັບ​ຄຳ​ຖາມ​ຂໍ້​ນີ້ ຂະ​ນະ​ທີ່​ທ່ານ​ອ່ານ 2 ນີ​ໄຟ 29–30. ມີ “ງານ​ອັດ​ສະ​ຈັນ” ໃດ​ແດ່ (2 ນີ​ໄຟ 27:26) ທີ່​ພຣະ​ເຈົ້າ​ກຳ​ລັງ​ສຳ​ເລັດ​ຢູ່​ໃນ​ໂລກ ແລະ ໃນ​ຊີ​ວິດ​ຂອງ​ທ່ານ ຜ່ານ​ທາງ​ພຣະ​ຄຳ​ພີ​ມໍ​ມອນ?

ເບິ່ງ ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:62–65 ນຳ​ອີກ.

2 ນີ​ໄຟ 26:23–33

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ພຣະ​ເຢ​ຊູ​ຄຣິດ​ເຊື້ອ​ເຊີນ​ເຮົາ​ແຕ່​ລະ​ຄົນ​ໃຫ້​ເຂົ້າ​ມາ​ຫາ​ພຣະ​ອົງ.

ມັນ​ມີ​ຄວາມ​ຈິງ​ທີ່​ງົດ​ງາມ​ຫລາຍ​ຢ່າງ​ໃຫ້​ພິ​ຈາ​ລະ​ນາ​ໃນ 2 ນີ​ໄຟ 26:23–24. ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ພຣະ​ເຢ​ຊູ​ຄຣິດ​ໄດ້​ກະ​ທຳ “[ເພື່ອ] ຜົນ​ປະ​ໂຫຍດ​ແກ່​ໂລກ”—ແລະ ເພື່ອ​ທ່ານ. ພຣະ​ອົງ “ພາ​ມະ​ນຸດ​ທັງ​ປວງ”—ແລະ ທ່ານ—“ມາ​ຫາ​ພຣະ​ອົງ” ແນວ​ໃດ? ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ສິ່ງ​ໃດ ເພື່ອ​ຕອບ​ແທນ​ການ​ສະ​ແດງ​ຄວາມ​ຮັກ​ຂອງ​ພຣະ​ອົງ?

ໃຫ້​ສືບ​ຕໍ່​ອ່ານ ແລະ ຊອກ​ຫາ​ຄວາມ​ຈິງ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ ຂໍ້​ທີ 25–33. ສັງ​ເກດ​ເບິ່ງ ໂດຍ​ສະ​ເພາະ​ແມ່ນ ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ອົງ. ທ່ານ​ຈະ​ສະ​ຫລຸບ​ຂ່າວ​ສານ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຕໍ່​ທ່ານ​ໃນ​ປະ​ໂຫຍກ​ດຽວ​ແນວ​ໃດ? ເພງ​ສວດ​ເຊັ່ນ “ເຮົາ​ຮ້ອງ​ສັນ​ເສີນ​ນາມ​ເຢ​ຊູ​ເຈົ້າ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 27) ສາ​ມາດ​ເປີດ​ໃຈ​ທ່ານ​ໃຫ້​ຮັບ​ເອົາ​ຄວາມ​ປະ​ທັບ​ໃຈ​ເພີ່ມ​ເຕີມ​ໄດ້.

ໃຫ້​ພິ​ຈາ​ລະ​ນາ​ວ່າ ຂໍ້​ເຫລົ່າ​ນີ້ ອາດ​ມີ​ອິດ​ທິ​ພົນ​ຕໍ່​ວິ​ທີ​ທີ່​ທ່ານ​ປະ​ຕິ​ສຳ​ພັນ​ກັບ​ຄົນ​ອື່ນ ແລະ ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ມາ​ຫາ​ພຣະ​ຄຣິດ​ແນວ​ໃດ. ທ່ານ​ອາດ​ພົບ​ແນວ​ຄິດ​ບາງ​ຢ່າງ​ໃນ​ຂ່າວ​ສານ​ຂອງ​ແອວ​ເດີ ດີ ທອດ ຄຣິສ​ໂຕ​ເຟີ​ສັນ “The Doctrine of Belonging” (Liahona, Nov. 2022, 53–56).

ເບິ່ງ 3 ນີ​ໄຟ 18:30–32; Dallin H. Oaks, “What Has Our Savior Done for Us?,” Liahona, May 2021, 75–77; Gospel Topics, “Belonging in the Church of Jesus Christ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ຢ່າ​ຢ້ານ​ຄວາມ​ງຽບ. ຄຳ​ຖາມ​ທີ່​ດີ​ໃຊ້​ເວ​ລາ​ທີ່​ຈະ​ໄດ້​ຄຳ​ຕອບ. ມັນ​ຮຽກ​ຮ້ອງ​ໃຫ້​ມີ​ການ​ຄົ້ນ​ຫາ, ການ​ຄິດ, ແລະ ການ​ດົນ​ໃຈ. ເວ​ລາ​ທີ່​ທ່ານ​ໃຊ້​ລໍ​ຖ້າ​ຄຳ​ຕອບ​ຕໍ່​ຄຳ​ຖາມ​ໜຶ່ງ ສາ​ມາດ​ເປັນ​ຊ່ວງ​ເວ​ລາ​ອັນ​ສັກ​ສິດ​ແຫ່ງ​ການ​ໄຕ່​ຕອງ​ໄດ້. ຈົ່ງ​ຫລີກ​ລ້ຽງ​ຈາກ​ການ​ລໍ້​ລວງ​ໃນ​ການ​ເຮັດ​ໃຫ້​ເວ​ລາ​ນີ້​ສິ້ນ​ສຸດ​ລົງ​ໄວ​ເກີນ​ໄປ ໂດຍ​ການ​ຍ້າຍ​ໄປ​ຫາ​ສິ່ງ​ອື່ນ.

2 ນີ​ໄຟ 28

ຊາ​ຕານ​ສະ​ແຫວງ​ຫາ​ທີ່​ຈະ​ຫລອກ​ລວງ.

ຄວາມ​ຕົວະ ແລະ ຍຸດ​ທະ​ວິ​ທີ​ຫລາຍ​ຢ່າງ​ຂອງ​ຊາ​ຕານ ໄດ້​ຖືກ​ເປີດ​ເຜີຍ ຢູ່​ໃນ 2 ນີ​ໄຟ 28. ໃຫ້​ຊອກ​ຫາ​ມັນ​ໃນ ຂໍ້​ທີ 6, 8, 21–23, 29. ເປັນ​ຫຍັງ​ທ່ານ​ຈຶ່ງ​ຕ້ອງ​ຮູ້​ຈັກ​ກ່ຽວ​ກັບ​ຄວາມ​ຕົວະ​ຂອງ​ຊາ​ຕານ? ທ່ານ​ຈະ​ເຮັດ​ສິ່ງ​ໃດ ເມື່ອ​ຜູ້​ປໍ​ລະ​ປັກ​ພະ​ຍາ​ຍາມ​ຫລອກ​ລວງ​ທ່ານ?

ລາຍ​ການ​ທີ່​ມີ​ຂຽນ​ໄວ້​ຢູ່​ຂ້າງ​ລຸ່ມ​ນີ້ ແມ່ນ​ຂໍ້​ພຣະ​ຄຳ​ພີ​ບາງ​ຂໍ້​ທີ່​ປະ​ຕິ​ເສດ​ຄວາມ​ຕົວະ​ຂອງ​ຊາ​ຕານ. ລອງ​ເບິ່ງ​ວ່າ ທ່ານ​ຈະ​ສາ​ມາດ​ຈັບ​ຄູ່​ຄຳ​ສອນ​ແທ້​ໃນ​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້​ກັບ​ຄຳ​ສອນ​ປອມ​ທີ່​ນີ​ໄຟ​ໄດ້​ເຕືອນ​ພວກ​ເຮົາ​ໃນ 2 ນີ​ໄຟ 28 ໄດ້​ຫລື​ບໍ່:

ເບິ່ງ Gary E. Stevenson, “Deceive Me Not,” Liahona, Nov. 2019, 93–96 ນຳ​ອີກ.

2 ນີ​ໄຟ 28:27–3129

ພຣະ​ເຈົ້າ​ສືບ​ຕໍ່​ປະ​ທານ​ການ​ເປີດ​ເຜີຍ​ໃຫ້ ເພື່ອ​ນຳ​ພາ​ລູກໆ​ຂອງ​ພຣະ​ອົງ.

ໃນ​ຖາ​ນະ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ເຮົາ​ໄດ້​ຮັບ​ພອນ​ຢ່າງ​ອຸ​ດົມ​ສົມ​ບູນ​ກັບ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ. ແລະ, ດັ່ງ​ທີ່​ນີ​ໄຟ​ໄດ້​ເຕືອນ, ເຮົາ​ຈະ​ຕ້ອງ​ບໍ່​ຮູ້​ສຶກ​ຈັກ​ເທື່ອ​ວ່າ “ເຮົາ​ມີ​ພໍ​ແລ້ວ!” ຂະ​ນະ​ທີ່​ທ່ານ​ອ່ານ​ຄຳ​ເຕືອນ​ໃນ 2 ນີ​ໄຟ 28:27–31 ແລະ 2 ນີ​ໄຟ 29, ໃຫ້​ຄິດ​ກ່ຽວ​ກັບ​ຄຳ​ຖາມ ດັ່ງ​ຕໍ່​ໄປ​ນີ້:

  • ພຣະ​ເຈົ້າ​ປະ​ສົງ​ໃຫ້​ເຮົາ​ຮູ້​ສຶກ​ຕໍ່ ແລະ ຕອບ​ຮັບ​ພຣະ​ຄຳ​ຂອງ​ພຣະ​ອົງ​ແນວ​ໃດ?

  • ເປັນ​ຫຍັງ​ບາງ​ເທື່ອ​ຜູ້​ຄົນ “ໃຈ​ຮ້າຍ” ກ່ຽວ​ກັບ​ການ​ໄດ້​ຮັບ​ຄວາມ​ຈິງ​ຈາກ​ພຣະ​ເຈົ້າ ຫລາຍ​ກວ່າ​ເກົ່າ? (2 ນີ​ໄຟ 28:28). ເຮົາ​ເຄີຍ​ຮູ້​ສຶກ​ແບບ​ນີ້​ບໍ? ຖ້າ​ເຄີຍ, ເຮົາ​ຈະ​ສາ​ມາດ​ປ່ຽນ​ແປງ​ໄດ້​ແນວ​ໃດ?

  • ການ​ຮັບ​ເອົາ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ໝາຍ​ຄວາມ​ວ່າ​ແນວ​ໃດ? ເຮົາ​ຈະ​ສາ​ມາດ​ສະ​ແດງ​ໃຫ້​ພຣະ​ອົງ​ເຫັນ​ວ່າ ເຮົາ​ຢາກ​ຮັບ​ເອົາ​ພຣະ​ຄຳ​ຂອງ​ພຣະ​ອົງ​ຕື່ມ​ອີກ​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

2 ນີ​ໄຟ 26:23–28, 33

ພຣະ​ເຢ​ຊູ​ຄຣິດ​ຢາກ​ໃຫ້​ທຸກ​ຄົນ​ເຂົ້າ​ມາ​ຫາ​ພຣະ​ອົງ.

  • ເພື່ອ​ສິດ​ສອນ​ລູກໆ​ຂອງ​ທ່ານ​ກ່ຽວ​ກັບ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ຂໍ້​ເຫລົ່າ​ນີ້, ທ່ານ​ອາດ​ເວົ້າ​ລົມ​ກັບ​ພວກ​ເຂົາ​ກ່ຽວ​ກັບ​ຊ່ວງ​ເວ​ລາ​ທີ່​ພວກ​ເຂົາ​ໄດ້​ເຊື້ອ​ເຊີນ​ຜູ້​ຄົນ​ໃຫ້​ມາ​ຮ່ວມ​ງານ​ພິ​ເສດ, ເຊັ່ນ ງານ​ກິນ​ລ້ຽງ​ວັນ​ເກີດ. ແລ້ວ​ພວກ​ທ່ານ​ສາ​ມາດ​ອ່ານ 2 ນີ​ໄຟ 26:23–28 ນຳ​ກັນ ແລະ ຊອກ​ຫາ​ສິ່ງ​ທີ່​ພຣະ​ເຢ​ຊູ​ກຳ​ລັງ​ເຊື້ອ​ເຊີນ​ໃຫ້​ເຮົາ​ເຮັດ. ລູກໆ​ຂອງ​ທ່ານ​ອາດ​ຢາກ​ເຮັດ​ບັດ​ເຊີນ​ໃຫ້​ໃຜ​ບາງ​ຄົນ​ເຂົ້າ​ມາ​ຫາ​ພຣະ​ເຢ​ຊູ​ຄຣິດ. ຊຸກ​ຍູ້​ໃຫ້​ພວກ​ເຂົາ​ໃຊ້​ວະ​ລີ​ຈາກ​ຂໍ້​ເຫລົ່າ​ນີ້​ໃນ​ຄຳ​ເຊີນ​ຂອງ​ພວກ​ເຂົາ.

  • ຮູບ​ແຕ້ມ​ຢູ່​ທ້າຍ​ໂຄງ​ຮ່າງ​ນີ້ ສະ​ແດງ​ໃຫ້​ເຫັນ​ເຖິງ​ຜູ້​ຄົນ​ຈາກ​ຫລາກ​ຫລາຍ​ພູມ​ຖານ. ບາງ​ເທື່ອ​ລູກໆ​ຂອງ​ທ່ານ​ສາ​ມາດ​ເບິ່ງ​ຮູບ​ນີ້ ຂະ​ນະ​ທີ່​ທ່ານ​ອ່ານ 2 ນີ​ໄຟ 26:33. ທ່ານ​ສາ​ມາດ​ລຶ້ມ​ຄືນ​ວະ​ລີ​ທີ່​ວ່າ “ພຣະ​ເຢ​ຊູ​ຈະ​ເຊື້ອ​ເຊີນ​ເຂົາ​ທັງ​ໝົດ​ໃຫ້​ເຂົ້າ​ມາ​ຫາ​ພຣະ​ອົງ” ຂະ​ນະ​ທີ່​ລູກໆ​ຂອງ​ທ່ານ​ຊີ້​ໃສ່​ແຕ່​ລະ​ຄົນ​ຢູ່​ໃນ​ຮູບ—ແລ້ວ​ກໍ​ຊີ້​ໃສ່​ຕົວ​ເຂົາ​ເອງ. ເຮົາ​ຈະ​ເຂົ້າ​ມາ​ຫາ​ພຣະ​ເຢ​ຊູ​ໄດ້​ແນວ​ໃດ?

  • ເພງ​ກ່ຽວ​ກັບ​ການ​ຮັກ​ທຸກ​ຄົນ, ເຊັ່ນ “ປັນ​ຍາ ແລະ ຄວາມ​ຮັກ​ຍິ່ງ​ໃຫຍ່” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 20), ອາດ​ສາ​ມາດ​ຊ່ວຍ​ທ່ານ​ສິດ​ສອນ​ຂ່າວ​ສານ​ຂອງ 2 ນີ​ໄຟ 26:33 ໄດ້.

2 ນີ​ໄຟ 28:2; 29:7–11; 30:3–6

ພຣະ​ຄຳ​ພີ​ມໍ​ມອນ​ແມ່ນ​ພອນ​ຢ່າງ​ໜຶ່ງ.

  • ເພື່ອ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ຮູ້​ສຶກ​ວ່າ ພຣະ​ຄຳ​ພີ​ມໍ​ມອນ​ແມ່ນ “ມີ​ຄຸນ​ຄ່າ​ຢ່າງ​ໃຫຍ່​ຫລວງ” (2 ນີ​ໄຟ 28:2), ທ່ານ​ສາ​ມາດ​ຫໍ່​ພຣະ​ຄຳ​ພີ​ມໍ​ມອນ​ຫົວ​ໜຶ່ງ​ໃຫ້​ເປັນ​ຄື​ກັນ​ກັບ​ຂອງ​ຂວັນ ແລະ ໃຫ້​ພວກ​ເຂົາ​ເດົາ​ເບິ່ງ​ວ່າ​ແມ່ນ​ຫຍັງ​ຢູ່​ທາງ​ໃນ. ພວກ​ເຂົາ​ສາ​ມາດ​ຊອກ​ຫາ​ຮ່ອງ​ຮອຍ​ໄດ້​ໃນ 2 ນີ​ໄຟ 30:2–6. ບອກ​ລູກໆ​ຂອງ​ທ່ານ​ວ່າ ເປັນ​ຫຍັງ​ພຣະ​ຄຳ​ພີ​ມໍ​ມອນ​ຈຶ່ງ​ມີ​ຄຸນ​ຄ່າ​ຢ່າງ​ໃຫຍ່​ຫລວງ​ຕໍ່​ທ່ານ, ແລະ ໃຫ້​ພວກ​ເຂົາ​ແບ່ງ​ປັນ​ຄວາມ​ຮູ້​ສຶກ​ຂອງ​ພວກ​ເຂົາ​ເຊັ່ນ​ກັນ.

  • ໃຫ້​ຄິດ​ທີ່​ຈະ​ຂໍ​ໃຫ້​ລູກໆ​ຂອງ​ທ່ານ​ຈິນ​ຕະ​ນາ​ການ​ເບິ່ງ​ວ່າ​ມີ​ໝູ່​ຄົນ​ໜຶ່ງ​ເວົ້າ​ວ່າ, “ຂ້ອຍ​ບໍ່​ຈຳ​ເປັນ​ຕ້ອງ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ. ຂ້ອຍ​ມີ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ແລ້ວ.” ເຮົາ​ຈະ​ສາ​ມາດ​ເວົ້າ​ຫຍັງ​ຕໍ່​ໝູ່​ຂອງ​ເຮົາ​ໄດ້​ແດ່? ອ່ານ 2 ນີ​ໄຟ 29:7–11 ນຳ​ກັນ ເພື່ອ​ຮຽນ​ຮູ້​ວ່າ ເປັນ​ຫຍັງ​ພຣະ​ເຈົ້າ​ຈຶ່ງ​ປະ​ສົງ​ໃຫ້​ເຮົາ​ມີ​ປຶ້ມ​ທັງ​ສອງ​ຫົວ.

2 ນີ​ໄຟ 28:30–31

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສິດ​ສອນ​ເຮົາ​ເທື່ອ​ລະ​ໜ້ອຍ.

  • ບາງ​ທີ​ທ່ານ​ສາ​ມາດ​ຄິດ​ກ່ຽວ​ກັບ​ບົດ​ຮຽນ​ທີ່​ໃຊ້​ສິ່ງ​ຂອງ ທີ່​ຈະ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ເຂົ້າ​ໃຈ​ວ່າ ການ​ຮຽນ “ເປັນ​ບັນ​ທັດ” ນັ້ນ​ໝາຍ​ຄວາມ​ວ່າ​ແນວ​ໃດ. ຍົກ​ຕົວ​ຢ່າງ, ພວກ​ເຂົາ​ສາ​ມາດ​ຕໍ່​ຈິກ​ຊໍ ຫລື ສ້າງ​ອັນ​ໃດ​ອັນ​ໜຶ່ງ​ດ້ວຍ​ທ່ອນ​ໄມ້, ເທື່ອ​ລະ​ອັນ. ຫລື ທ່ານ​ສາ​ມາດ​ສອນ​ທັກ​ສະ​ໜຶ່ງ​ໃຫ້​ພວກ​ເຂົາ​ເທື່ອ​ລະ​ຂັ້ນ​ຕອນ, ເຊັ່ນ​ການ​ມັດ​ໂບ ຫລື ການ​ແຕ້ມ​ຮູບ. ແລ້ວ​ພວກ​ທ່ານ​ກໍ​ສາ​ມາດ​ອ່ານ 2 ນີ​ໄຟ 28:30 ແລະ ສົນ​ທະ​ນາ​ກ່ຽວ​ກັບ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສິດ​ສອນ​ຄວາມ​ຈິງ​ໃຫ້​ແກ່​ເຮົາ​ເທື່ອ​ລະ​ຢ່າງ​ແນວ​ໃດ.

  • ອີກ​ແນວ​ຄິດ​ໜຶ່ງ​ສາ​ມາດ​ເປັນ​ການ​ເລືອກ​ວະ​ລີ​ໜຶ່ງ​ຈາກ 2 ນີ​ໄຟ 28:30 ແລະ ປ່ຽນ​ຜຽນ​ກັນ​ຂຽນ​ມັນ, ເທື່ອ​ລະ​ຄຳ. ສິ່ງ​ນີ້​ເປັນ​ຄື​ກັນ​ກັບ​ວິ​ທີ​ທີ່​ພຣະ​ເຈົ້າ​ປະ​ທານ​ຄວາມ​ຈິງ​ໃຫ້​ແກ່​ເຮົາ​ແນວ​ໃດ? ເປັນ​ຫຍັງ​ພຣະ​ເຈົ້າ​ຈຶ່ງ​ເປີດ​ເຜີຍ​ຄວາມ​ຈິງ​ຕໍ່​ເຮົາ “ເປັນ​ບັນ​ທັດ, ເປັນ​ຂໍ້​ເລັກໆ​ໜ້ອຍໆ, ນີ້​ໜ້ອຍ​ໜຶ່ງ ແລະ ນັ້ນ​ໜ້ອຍ​ໜຶ່ງ” ແທນ​ທີ່​ຈະ​ມອບ​ໃຫ້​ໝົດ​ບາດ​ດຽວ? ເຮົາ​ຈະ​ສາ​ມາດ​ສະ​ແດງ​ໃຫ້​ພຣະ​ອົງ​ເຫັນ​ວ່າ ເຮົາ​ຢາກ​ຮັບ​ເອົາ​ຄວາມ​ຈິງ​ຈາກ​ພຣະ​ອົງ​ຕື່ມ​ອີກ​ໄດ້​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ​ຢູ່​ໃນ​ທ່າມ​ກາງ​ຝູງ​ຊົນ

Christ in the Midst [ພຣະ​ຄຣິດ​ຢູ່​ໃນ​ທ່າມ​ກາງ], ໂດຍ ຈູ​ດິດ ເອ ແມ

ພິມ