“ວັນທີ 27 ເດືອນພຶດສະພາ–ວັນທີ 2 ເດືອນມິຖຸນາ: ‘ພວກເຂົາຖືກເອີ້ນວ່າຜູ້ຄົນຂອງພຣະເຈົ້າ.’ ໂມໄຊຢາ 25–28,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ພຣະຄຳພີມໍມອນ 2024 (2024)
“ວັນທີ 27 ເດືອນພຶດສະພາ–ວັນທີ 2 ເດືອນມິຖຸນາ. ໂມໄຊຢາ 25–28,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: 2024 (2024)
ວັນທີ 27 ເດືອນພຶດສະພາ–ວັນທີ 2 ເດືອນມິຖຸນາ: “ພວກເຂົາຖືກເອີ້ນວ່າຜູ້ຄົນຂອງພຣະເຈົ້າ”
ໂມໄຊຢາ 25–28
ຫລັງຈາກເກືອບເຖິງສາມລຸ້ນຄົນຂອງການອາໄສຢູ່ໃນຕ່າງແຜ່ນດິນ, ແລ້ວຊາວນີໄຟກໍໄດ້ລວມເຂົ້າເປັນຜູ້ຄົນດຽວກັນອີກ. ຜູ້ຄົນຂອງລິມໄຮ, ຜູ້ຄົນຂອງແອວມາ, ແລະ ຜູ້ຄົນຂອງໂມໄຊຢາ—ແມ່ນແຕ່ຜູ້ຄົນຂອງເຊຣາເຮັມລາ, ຜູ້ບໍ່ໄດ້ເປັນທາຍາດຂອງນີໄຟ—ບັດນີ້ ທຸກຄົນຖືກ “ນັບເຂົ້າຢູ່ກັບຊາວນີໄຟ” (ໂມໄຊຢາ 25:13). ພວກເຂົາຫລາຍຄົນກໍຢາກກາຍເປັນສະມາຊິກຂອງສາດສະໜາຈັກຂອງພຣະຜູ້ເປັນເຈົ້າ, ດັ່ງທີ່ຜູ້ຄົນຂອງແອວມາໄດ້ເປັນ. ສະນັ້ນ ທຸກຄົນທີ່ “ປາດຖະໜາທີ່ຈະຮັບເອົາພຣະນາມຂອງພຣະຄຣິດ” ຈຶ່ງໄດ້ຮັບບັບຕິສະມາ, “ແລະ ພວກເຂົາຖືກເອີ້ນວ່າຜູ້ຄົນຂອງພຣະເຈົ້າ” (ໂມໄຊຢາ 25:23–24). ຫລັງຈາກຫລາຍປີຂອງການຂັດແຍ້ງ ແລະ ການເປັນຊະເລີຍ, ເບິ່ງຄືວ່າໃນທີ່ສຸດ ຊາວນີໄຟຈະໄດ້ຊື່ນຊົມກັບຄວາມສະຫງົບສຸກ.
ແຕ່ບໍ່ດົນ, ຜູ້ທີ່ບໍ່ເຊື່ອກໍເລີ່ມຕົ້ນຂົ່ມເຫັງໄພ່ພົນ. ສິ່ງທີ່ເຮັດໃຫ້ເຈັບປວດໃຈຫລາຍໂດຍສະເພາະແມ່ນວ່າ ຜູ້ທີ່ບໍ່ເຊື່ອເຫລົ່ານີ້ ແມ່ນລູກຂອງຜູ້ທີ່ເຊື່ອນັ້ນເອງ—ພວກ “ຄົນລຸ້ນໃໝ່” (ໂມໄຊຢາ 26:1), ລວມທັງພວກລູກຊາຍຂອງໂມໄຊຢາ ແລະ ລູກຊາຍຄົນໜຶ່ງຂອງແອວມາ. ເລື່ອງລາວບອກເຖິງການມາຢ້ຽມຢາມຂອງທູດຢ່າງອັດສະຈັນ. ແຕ່ການມະຫັດສະຈັນທີ່ແທ້ຈິງຂອງເລື່ອງນີ້ບໍ່ແມ່ນພຽງແຕ່ກ່ຽວກັບການມາປະກົດຕົວຂອງທູດຕໍ່ພວກລູກຊາຍທີ່ຫົວດື້ເທົ່ານັ້ນ. ການປ່ຽນໃຈເຫລື້ອມໃສແມ່ນການມະຫັດສະຈັນທີ່, ບໍ່ວ່າໃນທາງໃດກໍທາງໜຶ່ງ, ຈຳເປັນຕ້ອງເກີດຂຶ້ນກັບເຮົາທຸກຄົນ.
ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ
ເຮົາສາມາດຊ່ວຍໃຫ້ຄົນອື່ນມາຫາພຣະເຢຊູຄຣິດ.
ການປ່ຽນໃຈເຫລື້ອມໃສແມ່ນເປັນເລື່ອງສ່ວນຕົວ—ມັນບໍ່ສາມາດຖືກສົ່ງຕໍ່ໃຫ້ລູກໆຄືກັນກັບມໍລະດົກ. ຂະນະທີ່ທ່ານອ່ານ ໂມໄຊຢາ 26:1–6, ໃຫ້ໄຕ່ຕອງເຫດຜົນທີ່ເປັນໄປໄດ້ ທີ່ “ຄົນລຸ້ນໃໝ່” ໄດ້ຕົກໄປ, ແລະ ສັງເກດເບິ່ງຜົນສະທ້ອນຂອງຄວາມບໍ່ເຊື່ອຖືຂອງພວກເຂົາ. ທ່ານອາດຄິດກ່ຽວກັບຜູ້ຄົນທີ່ທ່ານຢາກພາມາຫາພຣະຄຣິດນຳອີກ. ຕະຫລອດທົ່ວການສຶກສາຂອງທ່ານໃນ ໂມໄຊຢາ 25–28, ພຣະວິນຍານອາດສື່ມບອກທ່ານກ່ຽວກັບສິ່ງທີ່ທ່ານສາມາດເຮັດ ເພື່ອຊ່ວຍພັດທະນາສັດທາຂອງພວກເຂົາໃນພຣະເຢຊູຄຣິດ.
ຜູ້ຮັບໃຊ້ທີ່ຊື່ສັດຂອງພຣະເຈົ້າ ຈະສະແຫວງຫາທີ່ຈະເຮັດຕາມພຣະປະສົງຂອງພຣະອົງ.
ບາງເທື່ອເຮົາອາດຄິດວ່າ ຜູ້ນຳຂອງສາດສະໜາຈັກເຊັ່ນ ແອວມາຮູ້ຈັກວ່າຈະເຮັດສິ່ງໃດສະເໝີ. ໃນ ໂມໄຊຢາ 26 ເຮົາອ່ານກ່ຽວກັບບັນຫາໃນສາດສະໜາຈັກທີ່ແອວມາບໍ່ເຄີຍປະເຊີນມາກ່ອນ. ແອວມາໄດ້ເຮັດສິ່ງໃດ ໃນສະຖານະການເຊັ່ນນີ້? (ເບິ່ງ ໂມໄຊຢາ 26:13–14, 33–34, 38–39). ປະສົບການຂອງແອວມາ ແນະນຳສິ່ງໃດກ່ຽວກັບວິທີທີ່ທ່ານອາດເຂົ້າຫາບັນຫາທີ່ຫຍຸ້ງຍາກຢູ່ໃນຄອບຄົວຂອງທ່ານ ຫລື ໃນການຮັບໃຊ້ສາດສະໜາຈັກຂອງທ່ານ?
ພຣະຜູ້ຊ່ວຍໃຫ້ລອດໄດ້ສິດສອນຫຍັງແດ່ໃຫ້ກັບແອວມາໃນ ໂມໄຊຢາ 26:15–32? ໃຫ້ສັງເກດເບິ່ງຄຳຕອບຂອງພຣະຜູ້ເປັນເຈົ້າບາງຢ່າງ ບໍ່ໄດ້ກົງກັບຄຳຖາມຂອງແອວມາ. ສິ່ງນີ້ແນະນຳຫຍັງກ່ຽວກັບການອະທິຖານ ແລະ ການຮັບການເປີດເຜີຍສ່ວນຕົວ?
ຫລັກທຳແມ່ນນິລັນດອນ. ໃຫ້ພິຈາລະນາວິທີທີ່ເລື່ອງລາວ ແລະ ຄຳສອນໃນພຣະຄຳພີກ່ຽວຂ້ອງກັບຊີວິດຂອງທ່ານແນວໃດ. ຍົກຕົວຢ່າງ, ທ່ານສາມາດຖາມຕົວເອງວ່າ, “ປະສົບການໃດແດ່ທີ່ເຮົາເຄີຍມີ ທີ່ຄ້າຍຄືກັນກັບຂອງແອວມາ?” ຫລື “ຄວາມຈິງຢ່າງໃດແດ່ທີ່ສິດສອນໂດຍແອວມາ ສາມາດຊ່ວຍເຮົາໄດ້?”
ພຣະເຈົ້າໃຫ້ອະໄພແກ່ເຮົາຢ່າງເຕັມພຣະໄທ ເມື່ອເຮົາກັບໃຈ ແລະ ໃຫ້ອະໄພຄົນອື່ນ.
ການກັບໃຈ ແລະ ການໃຫ້ອະໄພແມ່ນຫົວຂໍ້ທີ່ເກີດຂຶ້ນຊ້ຳໆໃນ ໂມໄຊຢາ 26–27. ໃຫ້ຊອກຫາຂໍ້ຄວາມ ແລະ ວະລີທີ່ສິດສອນກ່ຽວກັບການກັບໃຈ ແລະ ການໃຫ້ອະໄພໃນ ໂມໄຊຢາ 26:22–24, 29–31; 27:23–37.
ບາງຄົນອາດສົງໄສວ່າພຣະເຈົ້າໄດ້ໃຫ້ອະໄພແກ່ເຂົາເຈົ້າແທ້ໆບໍ. ທ່ານຄິດວ່າ ແອວມາຜູ້ເປັນບິດາໄດ້ແນະນຳສະມາຊິກຄົນໜຶ່ງຂອງສາດສະໜາຈັກໃນເຊຣາເຮັມລາ ທີ່ມີຄວາມກັງວົນເຊັ່ນນັ້ນແນວໃດ? ແອວມາໄດ້ຮຽນຮູ້ຫຍັງແດ່ຈາກພຣະຜູ້ເປັນເຈົ້າໃນ ໂມໄຊຢາ 26:15–31 ທີ່ສາມາດຊ່ວຍສະມາຊິກຂອງສາດສະໜາຈັກຄົນນີ້? (ເບິ່ງ ໂມໂຣໄນ 6:8; ຄຳສອນ ແລະ ພັນທະສັນຍາ 19:16–18; 58:42–43 ນຳອີກ).
ຮູບພາບໄອຄອນຫ້ອງຮຽນສາດສະໜາ ຜ່ານທາງພຣະເຢຊູຄຣິດ, ເຮົາສາມາດປ່ຽນເປັນຄົນດີກວ່າເກົ່າ.
ເຫັນໄດ້ຢ່າງແຈ່ມແຈ້ງວ່າ ແອວມາຜູ້ເປັນລູກຕ້ອງການເກີດໃໝ່ທາງວິນຍານ. ເພິ່ນ ແລະ ພວກລູກຊາຍຂອງໂມໄຊຢາເປັນຄົນ “ຊົ່ວຮ້າຍແທ້ໆໃນຄົນບາບ” (ໂມໄຊຢາ 28:4). ແຕ່ບໍ່ດົນຫລັງຈາກການປ່ຽນໃຈເຫລື້ອມໃສຂອງເພິ່ນ, ແອວມາໄດ້ເປັນພະຍານວ່າ ການປ່ຽນໃຈເຫລື້ອມໃສແມ່ນຈຳເປັນ—ຕໍ່ທຸກຄົນ: “ຢ່າໄດ້ແປກໃຈເລີຍ,” ເພິ່ນເວົ້າ, “ວ່າມະນຸດ ທັງປວງ … ຕ້ອງເກີດໃໝ່ເສຍກ່ອນ” (ໂມໄຊຢາ 27:25; ເນັ້ນຄຳເນີ້ງ).
ຂະນະທີ່ທ່ານອ່ານກ່ຽວກັບປະສົບການຂອງແອວມາໃນ ໂມໄຊຢາ 27:8–37, ໃຫ້ຄິດທີ່ຈະລອງເອົາຕົວເອງເຂົ້າໄປຢູ່ໃນເລື່ອງລາວຂອງເພິ່ນ. ທ່ານສາມາດຄິດຫາສິ່ງໃດບໍທີ່ຕົວທ່ານເອງຕ້ອງການປ່ຽນແປງ? ເຊັ່ນດຽວກັນກັບບິດາຂອງແອວມາ, ທີ່ອາດອະທິຖານເພື່ອທ່ານ “ດ້ວຍສັດທາຫລາຍ”? ປະສົບການໃດແດ່ທີ່ໄດ້ຊ່ວຍ “ເຮັດໃຫ້ [ທ່ານ] ສຳນຶກເຖິງອຳນາດ ແລະ ສິດອຳນາດຂອງພຣະເຈົ້າ”? (ໂມໄຊຢາ 27:14). “ສິ່ງຍິ່ງໃຫຍ່” ໃດແດ່ທີ່ພຣະຜູ້ເປັນເຈົ້າໄດ້ກະທຳເພື່ອທ່ານ ຫລື ຄອບຄົວຂອງທ່ານ ທີ່ທ່ານຄວນ “ຈື່ຈຳ”? (ໂມໄຊຢາ 27:16). ທ່ານຮຽນຮູ້ຫຍັງແດ່ຈາກຖ້ອຍຄຳ ແລະ ການກະທຳຂອງແອວມາຜູ້ເປັນລູກ ກ່ຽວກັບຄວາມໝາຍຂອງການເກີດໃໝ່? ທ່ານເຄີຍເຫັນຕົວຢ່າງໃດແດ່?
ໃຫ້ໃຊ້ເວລາບຶດໜຶ່ງເພື່ອບັນທຶກບາງວິທີທີ່ພຣະຜູ້ຊ່ວຍໃຫ້ລອດກຳລັງຊ່ວຍທ່ານປ່ຽນແປງ—ຫລື ເກີດໃໝ່ອີກຄັ້ງ—ເຖິງແມ່ນວ່າປະສົບການຂອງທ່ານອາດບໍ່ຕື່ນເຕັ້ນ ຫລື ກະທັນຫາຄືກັນກັບຂອງແອວມາ. ມີເພງສວດໃດບໍທີ່ທ່ານສາມາດຮ້ອງ ຫລື ຟັງ ທີ່ສະແດງຄວາມຮູ້ສຶກຂອງທ່ານ, ເຊັ່ນ “ຂ້າເຝົ້າພິສະຫວົງ”? (ເພງສວດ ແລະ ເພງຂອງເດັກນ້ອຍ, 24). ໃຜອາດຈະໄດ້ຮັບຜົນປະໂຫຍດຈາກການໄດ້ຍິນກ່ຽວກັບປະສົບການຂອງທ່ານ?
ແອວເດີ ເດວິດ ເອ ແບ໊ດນາ ໄດ້ປຽບທຽບການເກີດໃໝ່ອີກຄັ້ງກັບຂັ້ນຕອນຂອງໝາກແຕງທີ່ກາຍເປັນໝາກແຕງດອງ (ເບິ່ງ “Ye Must Be Born Again,” Liahona, May 2007, 19–22). ການປຽບທຽບນີ້ສິດສອນທ່ານຫຍັງແດ່ກ່ຽວກັບການປ່ຽນໃຈເຫລື້ອມໃສ?
ເບິ່ງ Gospel Topics, “Become like Jesus Christ,” ຫ້ອງສະໝຸດພຣະກິດຕິຄຸນ; “Alma Testifies He Has Been Born of God” (ວິດີໂອ), ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ.
ພຣະເຈົ້າໄດ້ຍິນຄຳອະທິຖານຂອງເຮົາ ແລະ ຈະຕອບຄຳອະທິຖານເຫລົ່ານັ້ນອີງຕາມພຣະປະສົງ ແລະ ເວລາຂອງພຣະອົງ.
ບາງທີທ່ານເຄີຍຢູ່ໃນສະຖານະການແບບດຽວກັນກັບແອວມາຜູ້ເປັນບິດາ ກັບສະມາຊິກຄົນໃດຄົນໜຶ່ງໃນຄອບຄົວທີ່ເລືອກທຳລາຍ. ທ່ານພົບເຫັນຫຍັງແດ່ໃນ ໂມໄຊຢາ 27:8–24 ທີ່ໃຫ້ຄວາມຫວັງແກ່ທ່ານ? ຂໍ້ເຫລົ່ານີ້ມີອິດທິພົນຕໍ່ຄຳອະທິຖານຂອງທ່ານ ເພື່ອຄົນອື່ນແນວໃດ?
ສຳລັບແນວຄິດເພີ່ມເຕີມ, ໃຫ້ເບິ່ງວາລະສານ Liahona ແລະ For the Strength of Youth ສະບັບຂອງເດືອນນີ້.
ແນວຄິດສຳລັບການສິດສອນເດັກນ້ອຍ
ພຣະຜູ້ເປັນເຈົ້າຕ້ອງການໃຫ້ເຮົາໃຫ້ອະໄພ.
-
ເພື່ອໃຫ້ລູກໆຂອງທ່ານຄົ້ນພົບສິ່ງທີ່ພຣະຜູ້ເປັນເຈົ້າໄດ້ສິດສອນແອວມາກ່ຽວກັບການໃຫ້ອະໄພ, ທ່ານສາມາດເຊື້ອເຊີນພວກເຂົາໃຫ້ອ່ານ ໂມໄຊຢາ 26:29–31 ແລະ ນັບເບິ່ງຄຳວ່າ “ໃຫ້ອະໄພ” ປະກົດຈັກເທື່ອ. ຂໍ້ເຫລົ່ານີ້ສິດສອນຫຍັງແດ່ກ່ຽວກັບການໃຫ້ອະໄພຄົນອື່ນ? (ເບິ່ງ “ຄວາມເມດຕາເລີ່ມຈາກເຮົາ,” ເພງສວດ ແລະ ເພງຂອງເດັກນ້ອຍ, 69 ນຳອີກ.)
-
ເພື່ອເນັ້ນຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດກ່ຽວກັບການໃຫ້ອະໄພ, ທ່ານສາມາດສະແດງຮູບຂອງພຣະອົງຢູ່ເທິງໄມ້ກາງແຂນໃຫ້ພວກເຂົາເບິ່ງ ແລະ ອ່ານ ລູກາ 23:33–34 ນຳກັນ. ພຣະເຢຊູໄດ້ທູນຂໍໃຫ້ພຣະບິດາເທິງສະຫວັນເຮັດຫຍັງເພື່ອຜູ້ຄົນທີ່ຄຶງພຣະອົງ? ຫລັງຈາກການສົນທະນານີ້ແລ້ວ, ລູກໆຂອງທ່ານສາມາດຫລິ້ນລະຄອນກ້ອມກ່ຽວກັບການໃຫ້ອະໄພກັນແລະກັນ.
-
ບາງເທື່ອມັນຍາກທີ່ຈະໃຫ້ອະໄພຕົວເອງ ເມື່ອເຮົາເຮັດຄວາມຜິດ. ພຣະຄຳຂອງພຣະເຈົ້າຕໍ່ແອວມາຊ່ວຍໄດ້ແນວໃດ? ລູກໆຂອງທ່ານສາມາດທຳທ່າວ່າພວກເຂົາກຳລັງເວົ້າກັບຄົນໃດຄົນໜຶ່ງ ຜູ້ທີ່ຄິດວ່າພຣະເຈົ້າຈະບໍ່ມີວັນໃຫ້ອະໄພແກ່ເຂົາ. ເຊື້ອເຊີນລູກໆຂອງທ່ານໃຫ້ຊອກຫາບາງສິ່ງໃນ ໂມໄຊຢາ 26:22–23, 29–30 ທີ່ອາດຊ່ວຍບຸກຄົນນັ້ນໄດ້.
ພຣະເຢຊູຄຣິດຊ່ວຍໃຫ້ເຮົາກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນ.
-
ການກັບໃຈຂອງແອວມາຜູ້ເປັນລູກ ແລະ ພວກລູກຊາຍຂອງໂມໄຊຢາ ສາມາດສະແດງໃຫ້ລູກໆຂອງທ່ານເຫັນວ່າ, ດ້ວຍອຳນາດຂອງພຣະຜູ້ຊ່ວຍໃຫ້ລອດ, ທຸກຄົນສາມາດປ່ຽນແປງໄດ້. ທ່ານ ຫລື ລູກໆຂອງທ່ານສາມາດໃຊ້ຮູບພາບຢູ່ໃນໂຄງຮ່າງນີ້, ໜ້າກິດຈະກຳຂອງອາທິດນີ້, ແລະ ຂໍ້ພຣະຄຳພີສຳຄັນສອງສາມຂໍ້ຈາກ ໂມໄຊຢາ 27:8–37 ເພື່ອເລົ່າເລື່ອງ (ເບິ່ງ “ບົດທີ 18: ແອວມາຜູ້ເປັນລູກກັບໃຈ,” ໃນ ເລື່ອງພຣະຄຳພີມໍມອນ, 49–52 ນຳອີກ). ໃຫ້ເນັ້ນຂໍ້ທີ 24 ເປັນພິເສດ, ເພື່ອສິດສອນວ່າ ແອວມາໄດ້ກັບໃຈ ແລະ ພຣະເຢຊູຄຣິດໄດ້ຊ່ວຍໃຫ້ເພິ່ນປ່ຽນແປງ. ປ່ອຍໃຫ້ລູກໆຂອງທ່ານສະແດງຕາມເລື່ອງຖ້າຫາກພວກເຂົາຢາກເຮັດ.
His Father Rejoiced [ບິດາຂອງເພິ່ນປິຕິຍິນດີ], ໂດຍ ວາວເຕີ ເຣນ
ເຮົາສາມາດອະທິຖານ ແລະ ຖືສິນອົດເຂົ້າເພື່ອໃຫ້ພຣະເຈົ້າໃຫ້ພອນແກ່ຜູ້ຄົນທີ່ເຮົາຮັກ.
-
ອ່ານ ໂມໄຊຢາ 27:8–24 ນຳກັນ, ແລະ ຂໍໃຫ້ລູກໆຂອງທ່ານລະບຸສິ່ງທີ່ແອວມາ ແລະ ຜູ້ຄົນຂອງເພິ່ນໄດ້ເຮັດ ເພື່ອຊ່ວຍແອວມາຜູ້ເປັນລູກ. ທ່ານເຄີຍຖືສິນອົດເຂົ້າ ແລະ ອະທິຖານເພື່ອຄົນໃດຄົນໜຶ່ງບໍ? ແບ່ງປັນປະສົບການຂອງທ່ານກັບລູກໆຂອງທ່ານ, ແລະ ປ່ອຍໃຫ້ພວກເຂົາແບ່ງປັນປະສົບການຂອງພວກເຂົາ.
-
ທ່ານ ຫລື ລູກໆຂອງທ່ານຮູ້ຈັກຄົນໃດຄົນໜຶ່ງທີ່ຕ້ອງການຄວາມຊ່ວຍເຫລືອຈາກພຣະເຈົ້າບໍ? ໃນການເຮັດຕາມຕົວຢ່າງຂອງແອວມາ, ບາງທີພວກທ່ານສາມາດອະທິຖານນຳກັນເພື່ອບຸກຄົນນັ້ນ ແລະ, ຖ້າຫາກລູກໆຂອງທ່ານສາມາດ, ຖືສິນອົດເຂົ້າເພື່ອເຂົານຳອີກ.
ສຳລັບແນວຄິດເພີ່ມເຕີມ, ໃຫ້ເບິ່ງວາລະສານ Friend ສະບັບຂອງເດືອນນີ້.
ຮູບພາບທູດກຳລັງປະກົດຕົວຕໍ່ແອວມາຜູ້ເປັນລູກ, ໂດຍ ແຄວິນ ຂຽວ