ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 17–23 ເດືອນ​ມິ​ຖຸ​ນາ: “ພຣະ​ເຢ​ຊູ​ຄຣິດ​ຈະ​ສະ​ເດັດ​ມາ​ໄຖ່​ຜູ້​ຄົນ​ຂອງ​ພຣະ​ອົງ.” ແອວ​ມາ 8–12


“ວັນ​ທີ 17–23 ເດືອນ​ມິ​ຖຸ​ນາ: ‘ພຣະ​ເຢ​ຊູ​ຄຣິດ​ຈະ​ສະ​ເດັດ​ມາ​ໄຖ່​ຜູ້​ຄົນ​ຂອງ​ພຣະ​ອົງ.’ ແອວ​ມາ 8–12,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2024)

“ວັນ​ທີ 17–23 ເດືອນ​ມິ​ຖຸ​ນາ. ແອວ​ມາ 8–12,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2024)

ຮູບ​ພາບ
ແອວ​ມາ​ກຳ​ລັງ​ສັ່ງ​ສອນ

Teaching True Doctrine [ການ​ສິດ​ສອນ​ຄຳ​ສອນ​ທີ່​ແທ້​ຈິງ], ໂດຍ ໄມ​ໂກ ທີ ມອມ

ວັນ​ທີ 17–23 ເດືອນ​ມິ​ຖຸ​ນາ: ພຣະ​ເຢ​ຊູ​ຄຣິດ​ຈະ​ສະ​ເດັດ​ມາ​ໄຖ່​ຜູ້​ຄົນ​ຂອງ​ພຣະ​ອົງ

ແອວ​ມາ 8–12

ວຽກ​ງານ​ຂອງ​ພຣະ​ເຈົ້າ​ຈະ​ບໍ່​ລົ້ມ​ເຫລວ. ແຕ່​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ທີ່​ຈະ​ຊ່ວຍ​ໃນ​ວຽກ​ງານ​ຂອງ​ພຣະ​ອົງ ບາງ​ເທື່ອ​ກໍ​ເບິ່ງ​ຄື​ວ່າ​ລົ້ມ​ເຫລວ—ຢ່າງ​ໜ້ອຍ, ເຮົາ​ບໍ່​ເຫັນ​ຜົນ​ທີ່​ເຮົາ​ຄາດ​ໝາຍ​ໃນ​ທັນ​ທີ​ທັນ​ໃດ. ເຮົາ​ອາດ​ຮູ້​ສຶກ​ຄື​ກັນ​ກັບ​ແອວ​ມາ ເມື່ອ​ເພິ່ນ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຢູ່​ເມືອງ​ອຳ​ໂມນ​ໄນ​ຮາ—ຖືກ​ປະ​ຕິ​ເສດ, ຖືກ​ຖົ່ມ​ນ້ຳ​ລາຍ​ໃສ່, ແລະ ຖືກ​ຂັບ​ໄລ່​ໜີ. ແຕ່​ເມື່ອ​ທູດ​ອົງ​ໜຶ່ງ​ໄດ້​ແນະ​ນຳ​ເພິ່ນ​ໃຫ້​ກັບ​ຄືນ​ໄປ ແລະ ພະ​ຍາ​ຍາມ​ເຮັດ​ອີກ, ແອວ​ມາ​ກໍ​ໄດ້ “ກັບ​ຄືນ​ໄປ​ຢ່າງ​ວ່ອງ​ໄວ” ດ້ວຍ​ຄວາມ​ກ້າ​ຫານ (ແອວ​ມາ 8:18), ແລະ ພຣະ​ເຈົ້າ​ໄດ້​ຈັດ​ກຽມ​ວິ​ທີ​ທາງ​ໄວ້​ໃຫ້​ເພິ່ນ. ບໍ່​ພຽງ​ແຕ່​ພຣະ​ອົງ​ໄດ້​ຈັດ​ຫາ​ອາ​ຫານ ແລະ ທີ່​ພັກ​ອາ​ໄສ​ໃຫ້​ແອວ​ມາ​ເທົ່າ​ນັ້ນ, ແຕ່​ພຣະ​ອົງ​ຍັງ​ໄດ້​ຈັດ​ກຽມ​ແອມ​ມິວ​ເລັກ​ໄວ້​ໃຫ້​ເພິ່ນ​ນຳ​ອີກ, ຜູ້​ທີ່​ໄດ້​ກາຍ​ເປັນ​ເພື່ອນ​ຮ່ວມ​ງານ​ຂອງ​ເພິ່ນ, ເປັນ​ຜູ້​ປົກ​ປ້ອງ​ພຣະ​ກິດ​ຕິ​ຄຸນ​ທີ່​ມີ​ພະ​ລັງ, ແລະ ເປັນ​ເພື່ອນ​ທີ່​ຊື່​ສັດ. ເມື່ອ​ເຮົາ​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງ​ຍາກ ແລະ ຄວາມ​ຜິດ​ຫວັງ ຂະ​ນະ​ທີ່​ເຮົາ​ຮັບ​ໃຊ້​ຢູ່​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເຮົາ​ສາ​ມາດ​ຈື່​ຈຳ​ວິ​ທີ​ທີ່​ພຣະ​ເຈົ້າ​ຄ້ຳ​ຈູນ ແລະ ນຳ​ພາ​ແອວ​ມາ, ແລະ ເຮົາ​ສາ​ມາດ​ໄວ້​ວາງ​ໃຈ​ວ່າ​ພຣະ​ເຈົ້າ​ຈະ​ຄ້ຳ​ຈູນ ແລະ ນຳ​ພາ​ເຮົາ​ຄື​ກັນ, ແມ່ນ​ແຕ່​ໃນ​ສະ​ຖາ​ນະ​ການ​ທີ່​ຫຍຸ້ງ​ຍາກ​ກໍ​ຕາມ.

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ແອວ​ມາ 8

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ທີ່​ຈະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຮຽກ​ຮ້ອງ​ຄວາມ​ອົດ​ທົນ.

ທ່ານ​ເຄີຍ​ພະ​ຍາ​ຍາມ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໃຫ້​ກັບ​ຄົນ​ໃດ​ຄົນ​ໜຶ່ງ, ແຕ່​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ຖືກ​ປະ​ຕິ​ເສດ​ຫລື​ບໍ່? ແອວ​ມາ​ກໍ​ເຄີຍ​ປະ​ສົບ​ຄື​ກັນ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ເພິ່ນ​ໃນ ແອວ​ມາ 8:13–16 ກ່ຽວ​ກັບ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ເຖິງ​ແມ່ນ​ຈະ​ມີ​ການ​ທ້າ​ທາຍ ແລະ ການ​ຕໍ່​ຕ້ານ? ສືບ​ຕໍ່​ອ່ານ​ໃນ ຂໍ້​ທີ 17–32, ແລະ ຊອກ​ຫາ​ວະ​ລີ​ທີ່​ດົນ​ໃຈ​ທ່ານ​ໃຫ້​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຕໍ່​ໄປ, ເຖິງ​ແມ່ນ​ເບິ່ງ​ຄື​ວ່າ​ທ່ານ​ບໍ່​ປະ​ສົບ​ຄວາມ​ສຳ​ເລັດ​ກໍ​ຕາມ.

ສາດ​ສະ​ດາ ແລະ ອັກຄະ​ສາ​ວົກ​ເປັນ​ພະ​ຍານ​ພິ​ເສດ​ຂອງ​ພຣະ​ຄຣິດ, ສະ​ນັ້ນ​ພວກ​ເພິ່ນ​ຈຶ່ງ​ມີ​ຄຳ​ແນະ​ນຳ​ທີ່​ດົນ​ໃຈ​ຢ່າງ​ຫລວງ​ຫລາຍ​ເພື່ອ​ແບ່ງ​ປັນ​ກ່ຽວ​ກັບ​ການ​ເປັນ​ພະ​ຍານ​ເຖິງ​ພຣະ​ອົງ. ໃຫ້​ເບິ່ງ​ສິ່ງ​ທີ່​ແອວ​ເດີ ດີ​ເດີ ແອັຟ ອຸກ​ດອບ ໄດ້​ກ່າວ​ໃນ “But What If It’s Hard?” (ພາກ​ສ່ວນ​ໜຶ່ງ​ໃນ “Missionary Work: Sharing What Is in Your Heart,” Liahona, May 2019, 18) ຫລື ສິ່ງ​ທີ່​ແອວ​ເດີ ແກ​ຣີ ອີ ສະ​ຕີບ​ເວັນ​ສັນ ໄດ້​ແບ່ງ​ປັນ​ໃນ “Love, Share, Invite,” (Liahona, May 2022, 84–87). ທ່ານ​ພົບ​ເຫັນ​ຫຍັງ​ແດ່​ໃນ​ນັ້ນ​ທີ່​ສາ​ມາດ​ຊ່ວຍ​ຄົນ​ໃດ​ຄົນ​ໜຶ່ງ​ຜູ້​ເລີ່ມ​ຮູ້​ສຶກ​ທໍ້​ຖອຍ​ໃຈ​ກ່ຽວ​ກັບ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ?

ທ່ານ​ຈະ​ສະ​ຫລຸບ​ທຸກ​ສິ່ງ​ທີ່​ທ່ານ​ໄດ້​ສຶກ​ສາ​ໃນ​ນີ້​ເປັນ​ໜຶ່ງ ຫລື ສອງ​ຂໍ້​ກ່ຽວ​ກັບ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ໄດ້​ແນວ​ໃດ? ໃຫ້​ຄິດ​ທີ່​ຈະ​ເຮັດ​ໂປສ​ເຕີ້ ຫລື ສິ່ງ​ຂອງ​ທີ່​ໜ້າ​ສົນ​ໃຈ ທີ່​ສາ​ມາດ​ດົນ​ໃຈ​ທ່ານ (ແລະ ຄົນ​ອື່ນໆ) ໃຫ້​ພະ​ຍາ​ຍາມ​ຕໍ່​ໄປ.

ເບິ່ງ “ສິດ​ທິ​ຊົນ​ມາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 2; “Alma Is Commanded by an Angel to Return to Ammonihah” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; Gospel Topics, “Inviting All to Receive the Gospel of Jesus Christ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ແອວ​ມາ 9:14–23

ພອນ​ຂອງ​ພຣະ​ເຈົ້າ​ມາ​ກັບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຍິ່ງ​ໃຫຍ່.

ເມື່ອ​ອ່ານ​ກ່ຽວ​ກັບ​ວິ​ທີ​ທີ່​ຊາວ​ນີ​ໄຟ ຢູ່​ໃນ​ເມືອງ​ອຳ​ໂມນ​ໄນ​ຮາ​ກະ​ທຳ​ຕໍ່​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ມັນ​ງ່າຍ​ທີ່​ຈະ​ລືມ​ໄປ​ວ່າ ຄັ້ງ​ໜຶ່ງ​ພວກ​ເຂົາ​ເຄີຍ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ ແລະ “ເປັນ​ຄົນ​ທີ່​ໂປດ​ປານ​ທີ່​ສຸດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” (ແອວ​ມາ 9:20). ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ພອນ​ທີ່​ຍິ່ງ​ໃຫຍ່​ທີ່​ພຣະ​ເຈົ້າ​ປະ​ທານ​ໃຫ້​ຜູ້​ຄົນ​ຂອງ​ນີ​ໄຟ (ເບິ່ງ ໂດຍ​ສະ​ເພາະ ແອວ​ມາ 9:14–23), ໃຫ້​ໄຕ່​ຕອງ​ກ່ຽວ​ກັບ​ພອນ​ທີ່​ຍິ່ງ​ໃຫຍ່​ທີ່​ພຣະ​ອົງ​ໄດ້​ປະ​ທານ​ໃຫ້​ທ່ານ. ໜ້າ​ທີ່​ຮັບ​ຜິດ​ຊອບ​ໃດ​ທີ່​ມາ​ກັບ​ພອນ​ເຫລົ່າ​ນີ້? ທ່ານ​ກຳ​ລັງ​ເຮັດ​ຫຍັງ​ເພື່ອ​ຍຶດ​ໝັ້ນ​ໃນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ເຫລົ່າ​ນີ້?

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 50:24; 82:3; 93:39 ນຳ​ອີກ.

ແອວ​ມາ 11–12

ແຜນ​ຂອງ​ພຣະ​ເຈົ້າ​ເປັນ​ແຜນ​ແຫ່ງ​ການ​ໄຖ່.

ໃນ ແອວ​ມາ 11–12, ແອວ​ມາ ແລະ ແອມ​ມິວ​ເລັກ​ໄດ້​ອ້າງ​ເຖິງ​ແຜນ​ຂອງ​ພຣະ​ເຈົ້າ​ວ່າ​ເປັນ​ແຜນ​ແຫ່ງ​ການ​ໄຖ່. ຂະ​ນະ​ທີ່​ທ່ານ​ອ່ານ​ບົດ​ເຫລົ່າ​ນີ້, ໃຫ້​ໄຕ່​ຕອງ​ວ່າ​ເປັນ​ຫຍັງ ການ​ໄຖ່ ຖືກ​ໃຊ້​ເພື່ອ​ບັນ​ຍາຍ​ແຜນ​ຂອງ​ພຣະ​ເຈົ້າ. ໃຫ້​ຄິດ​ທີ່​ຈະ​ຂຽນ​ບົດ​ສະ​ຫລຸບ​ສັ້ນໆ​ເຖິງ​ສິ່ງ​ທີ່​ແອວ​ມາ ແລະ ແອມ​ມິວ​ເລັກ​ໄດ້​ສິດ​ສອນ​ກ່ຽວ​ກັບ​ພາກ​ສ່ວນ​ຂອງ​ແຜນ​ດັ່ງ​ຕໍ່​ໄປ​ນີ້:

  • ການ​ຕົກ

  • ພຣະ​ຜູ້​ໄຖ່

  • ການ​ກັບ​ໃຈ

  • ຄວາມ​ຕາຍ

  • ການ​ຟື້ນ​ຄືນ​ຊີ​ວິດ

  • ການ​ພິ​ພາກ​ສາ

ໃຫ້​ສັງ​ເກດ​ເບິ່ງ​ຜົນ​ກະ​ທົບ​ຂອງ​ຖ້ອຍ​ຄຳ​ຂອງ​ແອມ​ມິວ​ເລັກ ທີ່​ມີ​ຕໍ່​ຜູ້​ຄົນ (ເບິ່ງ ແອວ​ມາ 11:46). ການ​ຮູ້​ຈັກ​ກ່ຽວ​ກັບ​ແຜນ​ຂອງ​ພຣະ​ເຈົ້າ​ມີ​ຜົນ​ກະ​ທົບ​ຕໍ່​ທ່ານ​ແນວ​ໃດ?

ເບິ່ງ Dallin H. Oaks, “The Great Plan,” Liahona, May 2020, 93–96; “Amulek Testifies of Jesus Christ” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ແອວ​ມາ 12:8–18

ຖ້າ​ຫາກ​ເຮົາ​ບໍ່​ເຮັດ​ໃຈ​ແຂງ​ກະ​ດ້າງ, ເຮົາ​ຈະ​ສາ​ມາດ​ຮັບ​ເອົາ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໄດ້​ຫລາຍ​ກວ່າ​ເກົ່າ.

ບາງ​ຄົນ​ອາດ​ສົງ​ໄສ​ວ່າ ເປັນ​ຫຍັງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຈຶ່ງ​ບໍ່​ເຮັດ​ໃຫ້​ທຸກ​ສິ່ງ​ເປັນ​ທີ່​ຮູ້​ຈັກ​ແກ່​ເຮົາ. ໃນ ແອວ​ມາ 12:9–14, ແອວ​ມາ​ໄດ້​ອະ​ທິ​ບາຍ​ເຫດ​ຜົນ​ທີ່​ເປັນ​ໄປ​ໄດ້​ຢ່າງ​ໜຶ່ງ. ຄຳ​ຖາມ​ເຫລົ່າ​ນີ້​ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ໄຕ່​ຕອງ​ກ່ຽວ​ກັບ​ສິ່ງ​ທີ່​ເພິ່ນ​ໄດ້​ສິດ​ສອນ:

  • ທ່ານ​ເຮັດ​ໃຈ​ແຂງ​ກະ​ດ້າງ​ໝາຍ​ຄວາມ​ວ່າ​ແນວ​ໃດ? ແມ່ນ​ຫຍັງ​ຄື​ຜົນ​ສະ​ທ້ອນ​ຂອງ​ການ​ມີ​ໃຈ​ແຂງ​ກະ​ດ້າງ? (ເບິ່ງ ແອວ​ມາ 8:9–11; 9:5, 30–31; ແລະ 10:6, 25 ນຳ​ອີກ).

  • ທ່ານ​ສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຫັນ​ຫົວ​ໃຈ​ມາ​ຫາ​ພຣະ​ເຈົ້າ? (ເບິ່ງ ເຢ​ເຣ​ມີ​ຢາ 24:7; ແອວ​ມາ 16:16; ຮີ​ລາ​ມັນ 3:35).

  • ທ່ານ​ສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່ ເພື່ອ​ໃຫ້​ແນ່​ໃຈ​ວ່າ ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຖືກ “ພົບ​ໃນ​ຕົວ [ທ່ານ]”? (ແອວ​ມາ 12:13). ເມື່ອ​ທ່ານ​ມີ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຢູ່​ໃນ​ຕົວ​ທ່ານ, ມັນ​ມີ​ຜົນ​ກະ​ທົບ​ຫຍັງ​ແດ່​ຕໍ່ “ຄຳ​ເວົ້າ,” “ການ​ກະ​ທຳ,” ແລະ “ຄວາມ​ນຶກ​ຄິດ” ຂອງ​ທ່ານ? (ແອວ​ມາ 12:14).

ປະ​ສົບ​ການ​ຂອງ​ແອມ​ມິວ​ເລັກ​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ພອນ​ຂອງ​ການ​ມີ​ຫົວ​ໃຈ​ທີ່​ອ່ອນ​ໂຍນ? (ເບິ່ງ ແອວ​ມາ 10:1–11).

ເບິ່ງ “Alma Warns Zeezrom” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ແອວ​ມາ 8–10

ເຮົາ​ສາ​ມາດ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

  • ໜ້າ​ກິດ​ຈະ​ກຳ​ຂອງ​ອາ​ທິດ​ນີ້​ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ສະ​ຫລຸບ​ເຫດ​ການ​ໃນ ແອວ​ມາ 8–10 ສຳ​ລັບ​ລູກໆ​ຂອງ​ທ່ານ​ໄດ້. ທ່ານ​ອາດ​ຕ້ອງ​ໄດ້​ຊ່ວຍ​ພວກ​ເຂົາ​ຊອກ​ຫາ​ຫລັກ​ທຳ​ທີ່​ເຮັດ​ໃຫ້​ແອວ​ມາ ແລະ ແອມ​ມິວ​ເລັກ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ດີ. ຍົກ​ຕົວ​ຢ່າງ, ພວກ​ເພິ່ນ​ບໍ່​ໄດ້​ຍອມ​ແພ້ (ເບິ່ງ ແອວ​ມາ 8:8–13), ພວກ​ເພິ່ນ​ໄດ້​ເປັນ​ພະ​ຍານ​ເຖິງ​ພຣະ​ຄຣິດ (ເບິ່ງ ແອວ​ມາ 9:26–27), ແລະ ພວກ​ເພິ່ນ​ໄດ້​ເຮັດ​ວຽກ​ງານ​ນຳ​ກັນ (ເບິ່ງ ແອວ​ມາ 10:12).

  • ເພງ​ກ່ຽວ​ກັບ​ການ​ເຮັດ​ວຽກ​ງານ​ເຜີຍ​ແຜ່, ດັ່ງ​ເຊັ່ນ “ເຮົາ​ຈະ​ໄປ​ທີ່​ພຣະ​ອົງ​ບັນ​ຊາ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 50) ສາ​ມາດ​ໃຫ້​ແນວ​ຄິດ​ແກ່​ລູກໆ​ຂອງ​ທ່ານ​ໄດ້ ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ກັບ​ໝູ່​ເພື່ອນ​ຂອງ​ພວກ​ເຂົາ. ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ຂຽນ​ແນວ​ຄິດ​ບາງ​ຢ່າງ​ທີ່​ພວກ​ເຂົາ​ພົບ​ເຫັນ ແລະ ຜູ້​ຄົນ​ທີ່​ພວກ​ເຂົາ​ສາ​ມາດ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ໃຫ້. ທ່ານ​ກໍ​ຍັງ​ສາ​ມາດ​ປ່ອຍ​ໃຫ້​ພວກ​ເຂົາ​ຫລິ້ນ​ລະ​ຄອນ​ກ້ອມ​ກ່ຽວ​ກັບ​ສິ່ງ​ທີ່​ພວກ​ເຂົາ​ຈະ​ເວົ້າ ຫລື ເຮັດ​ນຳ​ອີກ.

ຊຸກ​ຍູ້​ການ​ມີ​ສ່ວນ​ຮ່ວມ. ຂະ​ນະ​ທີ່​ທ່ານ​ກະ​ກຽມ​ເພື່ອ​ສິດ​ສອນ, ແທນ​ທີ່​ຈະ​ວາງ​ແຜນ​ສິ່ງ​ທີ່​ຈະ​ເວົ້າ, ໃຫ້​ຖາມ​ຕົວ​ເອງ​ວ່າ, “ເດັກ​ນ້ອຍ​ຈະ​ເຮັດ​ຫຍັງ ເພື່ອ​ຮຽນ​ຮູ້?” ເດັກ​ນ້ອຍ​ຈະ​ຮຽນ​ຮູ້​ໄດ້​ດີ​ກວ່າ ແລະ ຈື່​ຈຳ​ໄດ້​ດົນ​ນານ​ກວ່າ ເມື່ອ​ພວກ​ເຂົາ​ມີ​ສ່ວນ​ຮ່ວມ​ຢ່າງ​ແຂງ​ຂັນ.

ແອວ​ມາ 11–12

ແຜນ​ຂອງ​ພຣະ​ເຈົ້າ​ເປັນ​ແຜນ​ແຫ່ງ​ການ​ໄຖ່.

  • ບາງ​ທີ​ລູກໆ​ຂອງ​ທ່ານ​ສາ​ມາດ​ແຕ້ມ​ຮູບ​ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ຫລັກ​ທຳ​ຂອງ​ແຜນ​ແຫ່ງ​ການ​ໄຖ່, ດັ່ງ​ເຊັ່ນ​ການ​ຕົກ​ຂອງ​ອາ​ດາມ ແລະ ເອ​ວາ, ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ, ການ​ກັບ​ໃຈ, ຄວາມ​ຕາຍ, ການ​ຟື້ນ​ຄືນ​ຊີ​ວິດ, ແລະ ການ​ພິ​ພາກ​ສາ. ແລ້ວ​ທ່ານ​ສາ​ມາດ​ຊ່ວຍ​ພວກ​ເຂົາ​ຈັບ​ຄູ່​ຮູບ​ພາບ​ກັບ​ຂໍ້​ຄວາມ​ໃນ ແອວ​ມາ 11–12 ທີ່​ສິດ​ສອນ​ກ່ຽວ​ກັບ​ຫລັກ​ທຳ​ເຫລົ່າ​ນີ້.

ແອວ​ມາ 8:18–22

ເຮົາ​ສາ​ມາດ​ເປັນ​ເພື່ອນ​ທີ່​ດີ.

  • ທ່ານ​ສາ​ມາດ​ເຊື້ອ​ເຊີນ​ລູກ​ຄົນ​ໜຶ່ງ​ໃຫ້​ທຳ​ທ່າ​ເປັນ​ແອມ​ມິວ​ເລັກ ແລະ ອີກ​ຄົນ​ໜຶ່ງ​ທຳ​ທ່າ​ເປັນ​ແອວ​ມາ ຂະ​ນະ​ທີ່​ທ່ານ​ເລົ່າ​ເລື່ອງ​ໃນ ແອວ​ມາ 8:18–22. ແອມ​ມິວ​ເລັກ​ເປັນ​ເພື່ອນ​ທີ່​ດີ​ຕໍ່​ແອວ​ມາ​ແນວ​ໃດ? ແລ້ວ​ລູກໆ​ຂອງ​ທ່ານ​ສາ​ມາດ​ແບ່ງ​ປັນ​ວ່າ ບາງ​ຄົນ​ໄດ້​ເປັນ​ເພື່ອນ​ທີ່​ດີ​ຕໍ່​ພວກ​ເຂົາ​ແນວ​ໃດ ແລະ ວ່າ​ປະ​ສົບ​ການ​ນັ້ນ​ເຮັດ​ໃຫ້​ພວກ​ເຂົາ​ຮູ້​ສຶກ​ແນວ​ໃດ.

  • ບາງ​ທີ​ທ່ານ​ສາ​ມາດ​ເຮັດ​ແຜ່ນ​ຈິກ​ຊໍ​ມິດ​ຕະ​ພາບ: ຊອກ​ຫາ ຫລື ແຕ້ມ​ຮູບ​ທີ່​ເປັນ​ຕົວ​ແທນ​ໃຫ້​ກັບ​ມິດ​ຕະ​ພາບ ແລະ ຕັດ​ມັນ​ເປັນ​ຫລາຍໆ​ຕ່ອນ. ຢູ່​ຂ້າງ​ຫລັງ​ຂອງ​ແຕ່​ລະ​ຕ່ອນ, ໃຫ້​ຂຽນ​ບາງ​ສິ່ງ​ທີ່​ທ່ານ​ສາ​ມາດ​ເຮັດ ເພື່ອ​ເປັນ​ເພື່ອນ​ທີ່​ດີ, ລວມ​ທັງ​ສິ່ງ​ທີ່​ແອວ​ມາ ແລະ ແອມ​ມິວ​ເລັກ​ໄດ້​ເຮັດ. ລູກໆ​ຂອງ​ທ່ານ​ສາ​ມາດ​ປ່ຽນ​ຜຽນ​ກັນ​ເລືອກ​ເອົາ​ຕ່ອນ​ໜຶ່ງ ແລະ ຕື່ມ​ໃສ່​ໃນ​ຈິກ​ຊໍ ຂະ​ນະ​ທີ່​ທ່ານ​ອ່ານ​ສິ່ງ​ທີ່​ຂຽນ​ໄວ້​ຢູ່​ຂ້າງ​ຫລັງ. ແມ່ນ​ໃຜ​ຕ້ອງ​ການ​ມິດ​ຕະ​ພາບ​ຂອງ​ເຮົາ?

ຮູບ​ພາບ
ເດັກ​ຍິງ​ສອງ​ຄົນ​ກຳ​ລັງ​ຫົວ

ເຮົາ​ສາ​ມາດ​ເປັນ​ເພື່ອນ​ທີ່​ດີ​ກັບ​ຄົນ​ອື່ນ.

ແອວ​ມາ 11:43–44

ເພາະ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຈຶ່ງ​ຈະ​ໄດ້​ຟື້ນ​ຄືນ​ຊີ​ວິດ.

  • ໃຫ້​ຄິດ​ທີ່​ຈະ​ໃຊ້​ບົດ​ຮຽນ​ທີ່​ໃຊ້​ສິ່ງ​ຂອງ​ດັ່ງ​ເຊັ່ນ​ບົດ​ນີ້​ທີ່​ສິດ​ສອນ​ກ່ຽວ​ກັບ​ການ​ຟື້ນ​ຄືນ​ຊີ​ວິດ: ມື​ຂອງ​ທ່ານ​ສາ​ມາດ​ເປັນ​ຕົວ​ແທນ​ໃຫ້​ແກ່​ວິນ​ຍານ, ແລະ ຊົບ​ມື​ສາ​ມາດ​ເປັນ​ຕົວ​ແທນ​ໃຫ້​ແກ່​ຮ່າງ​ກາຍ. ຖອດ​ມື​ອອກ​ຈາກ​ຊົບ​ມື ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ​ວິນ​ຍານ ແລະ ຮ່າງ​ກາຍ​ຂອງ​ເຮົາ​ຈະ​ແຍກ​ອອກ​ຈາກ​ກັນ​ເມື່ອ​ເຮົາ​ຕາຍ. ແລ້ວ​ໃສ່​ຊົບ​ມື​ຄືນ​ອີກ ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ​ວິນ​ຍານ ແລະ ຮ່າງ​ກາຍ​ຂອງ​ເຮົາ​ຈະ​ເຂົ້າ​ຄືນ​ຫາ​ກັນ​ອີກ​ໃນ​ຕອນ​ຟື້ນ​ຄືນ​ຊີ​ວິດ. ປ່ອຍ​ໃຫ້​ລູກໆ​ຂອງ​ທ່ານ​ປ່ຽນ​ຜຽນ​ກັນ​ໃສ່​ຊົບ​ມື ແລະ ຖອດ​ມັນ​ອອກ ຂະ​ນະ​ທີ່​ທ່ານ​ອ່ານ ແອວ​ມາ 11:43 ໃຫ້​ພວກ​ເຂົາ​ຟັງ. ສະ​ແດງ​ຮູບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຟື້ນ​ຄືນ​ພຣະ​ຊົນ (ເບິ່ງ ປຶ້ມ​ຮູບ​ພຣະ​ກິດ​ຕິ​ຄຸນ, ເລກ​ທີ 59), ແລະ ເປັນ​ພະ​ຍານ​ວ່າ ພຣະ​ເຢ​ຊູ​ຄຣິດ​ໄດ້​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ທຸກ​ຄົນ​ທີ່​ຈະ​ຟື້ນ​ຄືນ​ຊີ​ວິດ​ແນວ​ໃດ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ແອວ​ມາ​ກຳ​ລັງ​ກິນ​ເຂົ້າ​ກັບ​ແອມ​ມິວ​ເລັກ

ຮູບ​ພາບ​ແອວ​ມາ​ກຳ​ລັງ​ກິນ​ເຂົ້າ​ກັບ​ແອມ​ມິວ​ເລັກ, ໂດຍ ແດນ ເບີ

ພິມ