“ວັນທີ 10–16 ເດືອນມິຖຸນາ: ‘ພວກທ່ານເຄີຍປະສົບການປ່ຽນແປງອັນຍິ່ງໃຫຍ່ນີ້ໃນໃຈຂອງພວກທ່ານແລ້ວບໍ?’ ແອວມາ 5–7,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ພຣະຄຳພີມໍມອນ 2024 (2024)
“ວັນທີ 10–16 ເດືອນມິຖຸນາ. ແອວມາ 5–7,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: 2024 (2024)
ວັນທີ 10–16 ເດືອນມິຖຸນາ: “ພວກທ່ານເຄີຍປະສົບການປ່ຽນແປງອັນຍິ່ງໃຫຍ່ນີ້ໃນໃຈຂອງພວກທ່ານແລ້ວບໍ?”
ແອວມາ 5–7
ແອວມາບໍ່ຮູ້ກ່ຽວກັບການຜ່າຕັດປ່ຽນຫົວໃຈໃນປະຈຸບັນນີ້, ຊຶ່ງເປັນການເອົາຫົວໃຈທີ່ດີ ມາໃສ່ແທນຫົວໃຈທີ່ບໍ່ດີ ຫລື ເປັນພະຍາດ. ແຕ່ເພິ່ນຮູ້ກ່ຽວກັບສິ່ງທີ່ມະຫັດສະຈັນຫລາຍກວ່າ ນັ້ນຄື “ການປ່ຽນແປງໃນໃຈ” (ແອວມາ 5:26)—ຊຶ່ງໂດຍທາງນັ້ນ ພຣະຜູ້ຊ່ວຍໃຫ້ລອດໄດ້ປະທານຊີວິດໃໝ່ທາງວິນຍານໃຫ້ເຮົາ, ຄືກັນກັບການ “ເກີດໃໝ່” (ເບິ່ງ ແອວມາ 5:14, 49). ແອວມາສາມາດເຫັນໄດ້ວ່າ ການປ່ຽນແປງໃນໃຈນີ້ ເປັນສິ່ງທີ່ຊາວນີໄຟຢ່າງຫລວງຫລາຍຕ້ອງການ. ບາງຄົນຮັ່ງມີ ແລະ ບາງຄົນຍາກຈົນ, ບາງຄົນທະນົງຕົວ ແລະ ບາງຄົນຖ່ອມຕົວ, ບາງຄົນຂົ່ມເຫັງ ແລະ ບາງຄົນຖືກຂົ່ມເຫັງ (ເບິ່ງ ແອວມາ 4:6–15). ແຕ່ທຸກຄົນໃນພວກເຂົາຕ້ອງໄດ້ມາຫາພຣະເຢຊູຄຣິດ ເພື່ອຮັບການປິ່ນປົວ—ຄືກັນກັບທີ່ເຮົາທຸກຄົນຕ້ອງເຮັດ. ບໍ່ວ່າເຮົາຈະສະແຫວງຫາທີ່ຈະເອົາຊະນະຄວາມທະນົງຕົວ ຫລື ອົດທົນກັບຄວາມທຸກທໍລະມານ, ຂ່າວສານຂອງແອວມາກໍຍັງເໝືອນເດີມ ທີ່ວ່າ: “ຈົ່ງມາເຖີດ, ຢ່າສູ່ຢ້ານ” (ແອວມາ 7:15). ຈົ່ງໃຫ້ພຣະຜູ້ຊ່ວຍໃຫ້ລອດປ່ຽນແປງໃຈທີ່ແຂງກະດ້າງ, ເປັນບາບ, ຫລື ເຈັບປວດ ເປັນໃຈທີ່ຖ່ອມ, ບໍລິສຸດ, ແລະ ໃໝ່.
ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ
ເຮົາຕ້ອງປະສົບກັບ—ແລະ ສືບຕໍ່ຮູ້ສຶກ—ການປ່ຽນແປງອັນຍິ່ງໃຫຍ່ໃນໃຈ.
ປະທານເອັມ ຣະໂຊ ບາເລີດ ໄດ້ກ່າວວ່າ: “ຂ້າພະເຈົ້າຕ້ອງໃຊ້ເວລາຖາມຕົວເອງເປັນປະຈຳວ່າ, ‘ເຮົາເປັນຈັ່ງໃດ?’ … ເພື່ອຈະໃຫ້ມີການຊີ້ນຳສຳລັບຕົວຂ້າພະເຈົ້າລະຫວ່າງການສຳພາດສ່ວນຕົວນີ້, ຂ້າພະເຈົ້າມັກອ່ານ ແລະ ໄຕ່ຕອງຖ້ອຍຄຳທີ່ກໍ່ໃຫ້ເກີດການທົບທວນເຖິງຊີວິດຂອງຕົນ ທີ່ພົບເຫັນຢູ່ໃນບົດທີຫ້າຂອງ ແອວມາ” (“Return and Receive,” Liahona, May 2017, 64).
ໃຫ້ຄິດທີ່ຈະອ່ານ ແອວມາ 5:14–33 ຄືກັບວ່າທ່ານກຳລັງສຳພາດຕົວເອງ ແລະ ສຳຫລວດໃຈຂອງທ່ານ. ທ່ານກໍຄວນບັນທຶກຄຳຕອບຂອງທ່ານ ຕໍ່ຄຳຖາມເຫລົ່ານັ້ນໄວ້. ທ່ານຮຽນຮູ້ຫຍັງແດ່ກ່ຽວກັບຕົວທ່ານເອງ? ທ່ານຮູ້ສຶກໄດ້ຮັບການດົນໃຈໃຫ້ເຮັດສິ່ງໃດ ຕາມຜົນຂອງການສຳພາດຂອງທ່ານ?
ເບິ່ງ Dale G. Renlund, “Preserving the Heart’s Mighty Change,” Liahona, Nov. 2009, 97–99 ນຳອີກ.
ເມື່ອເຮົາຫັນໄປຫາພຣະເຈົ້າ, ເຮົາຈະສາມາດປະສົບກັບ “ການປ່ຽນແປງໃນໃຈ.”
ເຮົາສາມາດມີປະຈັກພະຍານຂອງຕົວເອງເຖິງພຣະຜູ້ຊ່ວຍໃຫ້ລອດ ແລະ ຄຳສອນຂອງພຣະອົງ ຜ່ານທາງພຣະວິນຍານບໍລິສຸດ.
ໃນ ແອວມາ 5, ເມື່ອແອວມາໄດ້ອະທິບາຍວ່າເພິ່ນໄດ້ຮັບປະຈັກພະຍານຂອງເພິ່ນເຖິງພຣະຜູ້ຊ່ວຍໃຫ້ລອດແນວໃດ, ເພິ່ນບໍ່ໄດ້ກ່າວເຖິງປະສົບການຂອງເພິ່ນທີ່ໄດ້ເຫັນທູດສະຫວັນ (ເບິ່ງ ໂມໄຊຢາ 27:10–17). ແອວມາໄດ້ມາຮູ້ຄວາມຈິງດ້ວຍຕົວເອງໄດ້ແນວໃດ? ບາງທີທ່ານສາມາດໃຊ້ສິ່ງທີ່ທ່ານພົບເຫັນຢູ່ໃນ ແອວມາ 5:44–51 ເພື່ອຂຽນ “ສູດ” ສຳລັບການໄດ້ຮັບປະຈັກພະຍານເຖິງພຣະເຢຊູຄຣິດ ແລະ ຄຳສອນຂອງພຣະອົງ. ມີ “ສ່ວນປະກອບ” (ຄວາມຈິງຂອງພຣະກິດຕິຄຸນ) ແລະ “ຄຳແນະນຳ” (ສິ່ງທີ່ເຮົາສາມາດສະແຫວງຫາເພື່ອຄວາມຈິງ) ໃດແດ່ທີ່ແອວມາໄດ້ລວມເຂົ້າໄວ້? ມີ “ສ່ວນປະກອບ” ແລະ “ຄຳແນະນຳ” ໃດແດ່ທີ່ທ່ານສາມາດເພີ່ມໃສ່ສູດຂອງທ່ານຈາກປະສົບການຂອງທ່ານເອງ ຫລື ປະສົບການອື່ນໆໃນພຣະຄຳພີ?
“ຂ້າພະເຈົ້າເຫັນວ່າພວກທ່ານຢູ່ໃນທາງອັນຊອບທຳ.”
ບາງເທື່ອເຮົາກໍເປັນຄືກັນກັບຜູ້ຄົນຂອງເຊຣາເຮັມລາ, ຜູ້ທີ່ຈຳເປັນຕ້ອງຖືກເອີ້ນໃຫ້ກັບໃຈ (ເບິ່ງ ແອວມາ 5:32) ບາງເທື່ອເຮົາກໍເປັນຄືກັນກັບຜູ້ຄົນຂອງກີເດໂອນຫລາຍກວ່າ, ຜູ້ທີ່ໄດ້ພະຍາຍາມກ້າວເດີນໄປ “ຢູ່ໃນທາງອັນຊອບທຳ” (ແອວມາ 7:19). ທ່ານພົບເຫັນຫຍັງແດ່ໃນຂ່າວສານຂອງແອວມາໃນເມືອງກີເດໂອນ (ຢູ່ໃນ ແອວມາ 7) ທີ່ຄ້າຍຄືກັນກັບສິ່ງທີ່ເພິ່ນໄດ້ກ່າວຢູ່ໃນແຜ່ນດິນເຊຣາເຮັມລາ (ຢູ່ໃນ ແອວມາ 5)? ທ່ານສັງເກດເຫັນຄວາມແຕກຕ່າງຢ່າງໃດແດ່? ໃຫ້ຊອກຫາສິ່ງທີ່ແອວມາໄດ້ສິດສອນທີ່ສາມາດຊ່ວຍທ່ານໃຫ້ “ຢູ່ໃນທາງຊຶ່ງຈະນຳໄປສູ່ອານາຈັກຂອງພຣະເຈົ້າ” (ແອວມາ 7:19).
ຮູບພາບໄອຄອນຫ້ອງຮຽນສາດສະໜາ ພຣະຜູ້ຊ່ວຍໃຫ້ລອດໄດ້ຮັບເອົາບາບ, ຄວາມເຈັບປວດ, ແລະ ຄວາມທຸກທໍລະມານຂອງເຮົາໄປ.
ທ່ານເຄີຍຮູ້ສຶກວ່າ ບໍ່ມີໃຜເຂົ້າໃຈການດີ້ນລົນ ຫລື ການທ້າທາຍຂອງທ່ານຢູ່ບໍ? ຖ້າເຄີຍ, ຄວາມຈິງທີ່ແອວມາໄດ້ສິດສອນສາມາດຊ່ວຍໄດ້. ຂະນະທີ່ທ່ານອ່ານ, ໃຫ້ສະທ້ອນຄິດກ່ຽວກັບສິ່ງທີ່ຂໍ້ເຫລົ່ານີ້ສິດສອນກ່ຽວກັບຈຸດປະສົງຂອງການເສຍສະລະຂອງພຣະຜູ້ຊ່ວຍໃຫ້ລອດ. ທ່ານອາດເຮັດຕາຕະລາງພ້ອມດ້ວຍຫົວຂໍ້ ສິ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ທົນທຸກທໍລະມານ ແລະ ເປັນຫຍັງພຣະອົງຈຶ່ງທົນທຸກທໍລະມານ ແລະ ຂຽນລາຍການກ່ຽວກັບສິ່ງທີ່ທ່ານພົບເຫັນຢູ່ໃນ ແອວມາ 7:7–16 (ເບິ່ງ ເອຊາຢາ 53:3–5) ນຳອີກ. ທ່ານສາມາດຄິດເຖິງເວລາທີ່ທ່ານໄດ້ທົນທຸກທໍລະມານກັບສິ່ງເຫລົ່ານີ້ໄດ້ບໍ? ຕໍ່ໄປນີ້ຄືບາງຕົວຢ່າງຈາກພຣະຄຳພີ: ມັດທາຍ 4:1–13; 26:55–56; 27:39–44; ມາຣະໂກ 14:43–46; ລູກາ 9:58. ທ່ານສາມາດເພີ່ມຫຍັງແດ່ໃສ່ກັບລາຍການຂອງທ່ານຈາກຂໍ້ເຫລົ່ານີ້?
ມັນເປັນອີກເລື່ອງໜຶ່ງທີ່ຈະເຊື່ອວ່າພຣະຜູ້ຊ່ວຍໃຫ້ລອດໄດ້ທົນທຸກທໍລະມານເພື່ອທ່ານ. ແຕ່ຄວາມທຸກທໍລະມານຂອງພຣະອົງສ້າງຄວາມແຕກຕ່າງໃນຊີວິດປະຈຳວັນຂອງທ່ານແນວໃດ? ຕໍ່ໄປນີ້ແມ່ນຂໍ້ພຣະຄຳພີທີ່ສະແດງໃຫ້ເຫັນວ່າ ພຣະເຢຊູຄຣິດສາມາດ “ຊ່ວຍເຫລືອ” ທ່ານໄດ້: ເອໂນດ 1:5–6; ໂມໄຊຢາ 16:7–8; 21:15; 24:14–15; 3 ນີໄຟ 17:6–7; ອີເທີ 12:27–29; ຄຳສອນ ແລະ ພັນທະສັນຍາ 121:7–10. ທ່ານຮຽນຮູ້ຫຍັງແດ່ຈາກຂໍ້ເຫລົ່ານີ້? ມີວິທີໃດອີກແດ່ທີ່ພຣະອົງເຂົ້າມາຊ່ວຍເຫລືອທ່ານ? ເມື່ອໃດທີ່ທ່ານໄດ້ປະສົບຄວາມຊ່ວຍເຫລືອຂອງພຣະອົງ?
ເພງສວດດັ່ງເຊັ່ນ “ຂໍເພິ່ງພຣະທຸກຊົ່ວໂມງ” ຫລື “ເຮົາຮູ້ພຣະຜູ້ໄຖ່ຊົງພຣະຊົນ” (ເພງສວດ ແລະ ເພງຂອງເດັກນ້ອຍ, 12, 42) ສາມາດເຮັດໃຫ້ຄວາມຮູ້ສຶກບຸນຄຸນຂອງທ່ານສຳລັບຄວາມຊ່ວຍເຫລືອຂອງພຣະຜູ້ຊ່ວຍໃຫ້ລອດເລິກເຊິ່ງຫລາຍຂຶ້ນໄດ້. ມີວະລີໃດແດ່ໃນເພງສວດເຫລົ່ານີ້ທີ່ສະແດງເຖິງຄວາມຮູ້ສຶກຂອງທ່ານທີ່ມີຕໍ່ພຣະອົງ?
ເບິ່ງ Gospel Topics, “Atonement of Jesus Christ,” ຫ້ອງສະໝຸດພຣະກິດຕິຄຸນ; “His Grace” (ບ່ອນເກັບກຳວິດີໂອ), ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ.
ເປັນພະຍານເຖິງພຣະເຢຊູຄຣິດ. ໃຫ້ໄຕ່ຕອງວິທີທີ່ທ່ານສາມາດແບ່ງປັນປະຈັກພະຍານຂອງທ່ານເຖິງພຣະຜູ້ຊ່ວຍໃຫ້ລອດ ແລະ ຄວາມສູງສົ່ງ, ພຣະຄຸນ, ແລະ ຄວາມຮັກຂອງພຣະອົງ. ທ່ານສາມາດຊຸກຍູ້ຜູ້ຄົນທີ່ທ່ານສິດສອນໃຫ້ເປັນພະຍານເຖິງພຣະອົງ ໂດຍການຖາມຄຳຖາມທີ່ກະຕຸ້ນເຂົາເຈົ້າໃຫ້ແບ່ງປັນວ່າເຂົາເຈົ້າຮູ້ສຶກແນວໃດກ່ຽວກັບພຣະອົງ.
ສຳລັບແນວຄິດເພີ່ມເຕີມ, ໃຫ້ເບິ່ງວາລະສານ Liahona ແລະ For the Strength of Youth ສະບັບຂອງເດືອນນີ້.
ແນວຄິດສຳລັບການສິດສອນເດັກນ້ອຍ
ເຮົາສາມາດມີປະຈັກພະຍານຂອງເຮົາເອງ ຜ່ານທາງພຣະວິນຍານບໍລິສຸດ.
-
ເພື່ອຊ່ວຍລູກໆຂອງທ່ານຮຽນຮູ້ທີ່ຈະເຮັດໃຫ້ປະຈັກພະຍານຂອງພວກເຂົາເຕີບໂຕ, ທ່ານສາມາດສະແດງຮູບພາບທີ່ຢູ່ຂ້າງລຸ່ມ ແລະ ຖາມພວກເຂົາວ່າ ເຮົາຊ່ວຍລູກສັດໃຫ້ເຕີບໂຕແນວໃດ. ແລ້ວທ່ານກໍສາມາດປຽບທຽບສິ່ງນີ້ໃສ່ກັບການດູແລປະຈັກພະຍານຂອງເຮົາ. ປະຈັກພະຍານຂອງເຮົາຕ້ອງການການດູແລແບບໃດແດ່? ເຮົາຈະຮູ້ໄດ້ແນວໃດວ່າ ມັນກຳລັງເຕີບໂຕ?
ຮູບພາບເດັກຊາຍສອງຄົນກັບລູກສັດເມື່ອເຮົາຮັບເອົາພຣະກິດຕິຄຸນ, ມັນກໍຄືກັນກັບການເລີ່ມຕົ້ນຊີວິດໃໝ່.
-
ແອວມາໄດ້ຮັບປະຈັກພະຍານທີ່ເຂັ້ມແຂງຂອງເພິ່ນເຖິງພຣະເຢຊູຄຣິດໄດ້ແນວໃດ? ທ່ານສາມາດອ່ານ ແອວມາ 5:44–46 ກັບລູກໆຂອງທ່ານ ເພື່ອທີ່ຈະຊອກຫາຄຳຕອບໃຫ້ກັບຄຳຖາມຂໍ້ນີ້. ບາງທີລູກໆຂອງທ່ານກໍສາມາດຂຽນແຜນການລົງໄວ້ທີ່ຈະເຮັດສິ່ງໜຶ່ງໃນອາທິດນີ້ ເພື່ອເພີ່ມຄວາມເຂັ້ມແຂງໃຫ້ແກ່ປະຈັກພະຍານຂອງພວກເຂົາ.
ພຣະຜູ້ຊ່ວຍໃຫ້ລອດໄດ້ຮັບເອົາບາບ, ຄວາມເຈັບປວດ, ແລະ ຄວາມທຸກທໍລະມານຂອງເຮົາໄປ.
-
ທ່ານຈະສາມາດຊ່ວຍລູກໆຂອງທ່ານໃຫ້ເຂົ້າໃຈ ແອວມາ 7:10–13 ເພື່ອວ່າພວກເຂົາຈະສາມາດຮູ້ໄດ້ວ່າ ພຣະເຢຊູຄຣິດຫ່ວງໃຍພວກເຂົາ ແລະ ສາມາດຊ່ວຍພວກເຂົາໄດ້ແນວໃດ? ບາງທີທ່ານກໍສາມາດຂໍໃຫ້ພວກເຂົາແບ່ງປັນປະສົບການຕອນທີ່ພວກເຂົາບໍ່ສະບາຍ ຫລື ເຈັບປວດ ຫລື ມີບັນຫາຢ່າງອື່ນ ທີ່ເຮັດໃຫ້ພວກເຂົາເສົ້າໃຈ. ຄົນອື່ນໄດ້ຊ່ວຍພວກເຂົາໃຫ້ຮູ້ສຶກດີຂຶ້ນແນວໃດ? ສະແດງປະຈັກພະຍານຂອງທ່ານວ່າພຣະຜູ້ຊ່ວຍໃຫ້ລອດໄດ້ທົນທຸກກັບສິ່ງເຫລົ່ານີ້ຄືກັນ, ແລະ ເວົ້າລົມກັນກ່ຽວກັບເວລາຕອນທີ່ພຣະອົງໄດ້ປອບໂຍນ ແລະ ຊ່ວຍເຫລືອທ່ານ.
-
ຂະນະທີ່ທ່ານ ແລະ ລູກໆຂອງທ່ານອ່ານ ແອວມາ 7:11–13, ໃຫ້ຊອກຫາສິ່ງທີ່ພຣະເຢຊູຄຣິດໄດ້ທົນທຸກທໍລະມານແທນເຮົາ. ເຊື້ອເຊີນລູກໆຂອງທ່ານໃຫ້ໃຊ້ຖ້ອຍຄຳ ແລະ ວະລີທີ່ພວກເຂົາໄດ້ພົບເຫັນ ເພື່ອປະກອບປະໂຫຍກນີ້ໃຫ້ສົມບູນ: “ພຣະເຢຊູໄດ້ທົນທຸກທໍລະມານ ເພື່ອວ່າພຣະອົງຈະສາມາດຊ່ວຍເຫລືອເຮົາ.” ມັນຊ່ວຍເຮົາໄດ້ແນວໃດທີ່ຈະຮູ້ວ່າພຣະເຢຊູເຂົ້າໃຈການດີ້ນລົນຂອງເຮົາ? ເຮົາຈະຮັບເອົາຄວາມຊ່ວຍເຫລືອຂອງພຣະອົງແນວໃດ? ແບ່ງປັນປະຈັກພະຍານຂອງທ່ານເຖິງພຣະເຢຊູຄຣິດ.
ການຕິດຕາມພຣະເຢຊູຄຣິດຮັກສາເຮົາໃຫ້ຄົງຢູ່ໃນເສັ້ນທາງຊື່ທີ່ນຳກັບຄືນໄປຫາພຣະບິດາເທິງສະຫວັນ.
-
ໃຫ້ລູກໆຂອງທ່ານຫລຽວເບິ່ງກະຈົກຂະນະທີ່ທ່ານອ່ານ ແອວມາ 5:14 (ເບິ່ງໜ້າກິດຈະກຳສຳລັບອາທິດນີ້ນຳອີກ). ການມີເງົາຂອງພຣະຜູ້ຊ່ວຍໃຫ້ລອດຢູ່ໃນໃບໜ້າຂອງເຮົາໝາຍຄວາມວ່າແນວໃດ?
-
ທ່ານຈະສາມາດໃຊ້ຄຳບັນຍາຍຂອງແອວມາເຖິງເສັ້ນທາງທີ່ນຳກັບຄືນໄປຫາພຣະບິດາເທິງສະຫວັນ ເພື່ອຊ່ວຍລູກໆຂອງທ່ານໃຫ້ຮຽນຮູ້ທີ່ຈະເລືອກສິ່ງດີໄດ້ແນວໃດ? ທ່ານສາມາດອ່ານ ແອວມາ 7:19–20 ໃຫ້ພວກເຂົາຟັງ ແລະ ໃຫ້ພວກເຂົາທຳທ່າຍ່າງໄປໃນ “ເສັ້ນທາງຄົດ” ແລະ ຍ່າງໄປໃນເສັ້ນທາງຊື່. ຊ່ວຍພວກເຂົາໃຫ້ຄິດເຖິງທາງເລືອກທີ່ຊ່ວຍເຮົາໃຫ້ຄົງຢູ່ໃນເສັ້ນທາງ ແລະ ທາງເລືອກອື່ນທີ່ນຳເຮົາອອກໄປຈາກເສັ້ນທາງ. ພວກທ່ານກໍສາມາດເບິ່ງຮູບພາບຂອງພຣະເຢຊູນຳກັນ ແລະ ເວົ້າລົມກ່ຽວກັບສິ່ງທີ່ພຣະອົງໄດ້ເຮັດເພື່ອສະແດງໃຫ້ເຮົາເຫັນເສັ້ນທາງທີ່ນຳກັບຄືນໄປຫາພຣະບິດາເທິງສະຫວັນ. ເພງດັ່ງເຊັ່ນ: “ເຮົາຮ້ອງສັນເສີນນາມເຢຊູເຈົ້າ,” (ເພງສວດ ແລະ ເພງຂອງເດັກນ້ອຍ, 27) ກໍໃຫ້ແນວຄິດບາງຢ່າງໄດ້.
ສຳລັບແນວຄິດເພີ່ມເຕີມ, ໃຫ້ເບິ່ງວາລະສານ Friend ສະບັບຂອງເດືອນນີ້.
Our Advocate [ຜູ້ວິງວອນແທນເຮົາ], ໂດຍ ເຈ ບະໄຣອັນ ຫວອດ