“ວັນທີ 20–26 ເດືອນພຶດສະພາ: ‘ພວກເຮົາໄດ້ເຂົ້າເຮັດພັນທະສັນຍາກັບພຣະເຈົ້າ.’ ໂມໄຊຢາ 18–24,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ພຣະຄຳພີມໍມອນ 2024 (2024)
“ວັນທີ 20–26 ເດືອນພຶດສະພາ. ໂມໄຊຢາ 18–24,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: 2024 (2024)
ວັນທີ 20–26 ເດືອນພຶດສະພາ: ພວກເຮົາໄດ້ເຂົ້າເຮັດພັນທະສັນຍາກັບພຣະເຈົ້າ
ໂມໄຊຢາ 18–24
ເລື່ອງລາວຂອງແອວມາ ແລະ ຜູ້ຄົນຂອງເພິ່ນ ຢູ່ໃນ ໂມໄຊຢາ 18; 23–24 ສະແດງໃຫ້ເຫັນເຖິງຄວາມໝາຍຂອງການ “ມາຫາຝູງຊົນຂອງພຣະເຈົ້າ” (ໂມໄຊຢາ 18:8). ເມື່ອຜູ້ຄົນຂອງແອວມາໄດ້ຮັບບັບຕິສະມາ, ພວກເຂົາກໍໄດ້ເຮັດພັນທະສັນຍາກັບພຣະເຈົ້າ ທີ່ຈະ “ຮັບໃຊ້ພຣະອົງ ແລະ ຮັກສາພຣະບັນຍັດຂອງພຣະອົງ” (ໂມໄຊຢາ 18:10). ເຖິງແມ່ນສິ່ງນີ້ເປັນການເຮັດຄຳໝັ້ນສັນຍາສ່ວນຕົວກັບພຣະເຈົ້າ, ແຕ່ມັນຍັງມີສ່ວນກ່ຽວຂ້ອງກັບວິທີທີ່ພວກເຂົາປະຕິບັດຕໍ່ກັນແລະກັນນຳອີກ. ແມ່ນແລ້ວ, ການເດີນທາງກັບໄປຫາພຣະບິດາເທິງສະຫວັນ ເປັນສ່ວນບຸກຄົນ, ແລະ ບໍ່ມີຄົນໃດສາມາດຮັກສາພັນທະສັນຍາຂອງເຮົາໃຫ້ເຮົາ, ແຕ່ກໍບໍ່ໄດ້ໝາຍຄວາມວ່າ ເຮົາຢູ່ຕາມລຳພັງ. ເຮົາຕ້ອງການກັນແລະກັນ. ໃນຖານະສະມາຊິກຂອງສາດສະໜາຈັກຂອງພຣະຄຣິດ, ເຮົາເຮັດພັນທະສັນຍາທີ່ຈະຮັບໃຊ້ພຣະເຈົ້າ ໂດຍການຊ່ວຍ ແລະ ຮັບໃຊ້ຊຶ່ງກັນແລະກັນ ຢູ່ໃນເສັ້ນທາງ, “ແບກຫາບພາລະຂອງກັນແລະກັນ” (ໂມໄຊຢາ 18:8–10). ຜູ້ຄົນຂອງແອວມາ ໄດ້ມີພາລະແບກຫາບທີ່ໜັກໜ່ວງແທ້ໆ, ຄືກັນກັບເຮົາທຸກຄົນ. ແລະ ວິທີໜຶ່ງທີ່ພຣະຜູ້ເປັນເຈົ້າຊ່ວຍເຫລືອເຮົາໃຫ້ “ທົນຕໍ່ພາລະແບກຫາບ [ຂອງເຮົາ] ຢ່າງງ່າຍດາຍ” (ໂມໄຊຢາ 24:15) ແມ່ນໂດຍການມອບຊຸມຊົນຂອງໄພ່ພົນໃຫ້ເຮົາ ຜູ້ທີ່ໄດ້ສັນຍາທີ່ຈະເປັນທຸກກັບເຮົາ ແລະ ປອບໃຈເຮົາ, ຄືກັນກັບທີ່ເຮົາໄດ້ສັນຍາທີ່ຈະເຮັດເພື່ອເຂົາເຈົ້າ.
ເບິ່ງ “The Lord Delivers the Covenant Peoples of Alma and Limhi” (ວິດີໂອ), ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ.
ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ
ເມື່ອເຮົາຮັບບັບຕິສະມາ, ເຮົາເຮັດພັນທະສັນຍາກັບພຣະເຈົ້າ.
ໃຫ້ພິຈາລະນາວ່າຜູ້ຄົນທີ່ເຊື່ອທີ່ຖືກບັນຍາຍຢູ່ໃນ ໂມໄຊຢາ 18 ໄດ້ຮູ້ສຶກຢ່າງເລິກເຊິ່ງຂະໜາດໃດກ່ຽວກັບພຣະເຢຊູຄຣິດ. ເຂົາເຈົ້າໄດ້ຊຸມນຸມກັນຢ່າງລັບໆ, ໂດຍມີຄວາມສ່ຽງສູງ, ເພື່ອຈະໄດ້ຮຽນຮູ້ກ່ຽວກັບພຣະອົງ (ເບິ່ງ ຂໍ້ທີ 3). ແລະ ເມື່ອໄດ້ຮັບໂອກາດທີ່ຈະສະແດງໃຫ້ເຫັນຄຳໝັ້ນສັນຍາຂອງພວກເຂົາໂດຍພັນທະສັນຍາຂອງການບັບຕິສະມາ, “ພວກເຂົາຕົບມືດ້ວຍຄວາມສຸກ ແລະ ຮ້ອງອອກມາວ່າ: ນີ້ຄືຄວາມປາດຖະໜາຂອງໃຈຂອງພວກເຮົາ” (ໂມໄຊຢາ 18:11).
ການອ່ານຂໍ້ເຫລົ່ານີ້ສາມາດເປັນໂອກາດທີ່ດີທີ່ຈະໄຕ່ຕອງວ່າ ພັນທະສັນຍາຂອງທ່ານສຳຄັນຂະໜາດໃດຕໍ່ທ່ານ. ຂະນະທີ່ທ່ານສຶກສາ ໂມໄຊຢາ 18:8–14 ໂດຍສະເພາະ, ໃຫ້ພິຈາລະນາຄຳຖາມແບບດັ່ງຕໍ່ໄປນີ້:
-
ທ່ານຮຽນຮູ້ຫຍັງແດ່ຈາກຂໍ້ເຫລົ່ານີ້ ກ່ຽວກັບຄຳສັນຍາທີ່ທ່ານໄດ້ເຮັດຕອນຮັບບັບຕິສະມາ? ພຣະເຈົ້າສັນຍາຫຍັງແດ່ກັບທ່ານ? (ເບິ່ງ ຂໍ້ທີ 10, 13).
-
ການເຮັດພັນທະສັນຍາທີ່ຈະຮັບໃຊ້ພຣະເຈົ້າກ່ຽວພັນກັບຄວາມພະຍາຍາມຂອງເຮົາ ທີ່ຈະປະຕິບັດສາດສະໜາກິດຕໍ່ກັນແລະກັນແນວໃດ? (ເບິ່ງ ຂໍ້ທີ 8–9).
-
ການ “ຢືນເປັນ [ພະຍານ] ຂອງພຣະເຈົ້າ” ໝາຍຄວາມວ່າແນວໃດ? (ຂໍ້ທີ 9).
-
ການຮັກສາພັນທະສັນຍາແຫ່ງການບັບຕິສະມາຂອງທ່ານ ຊ່ວຍທ່ານໃຫ້ “ເຕັມໄປດ້ວຍພຣະວິນຍານ” ແນວໃດ? (ໂມໄຊຢາ 18:14). ພຣະວິນຍານຊ່ວຍທ່ານຮັກສາພັນທະສັນຍາຂອງທ່ານແນວໃດ?
ການຕອບຄຳຖາມເຫລົ່ານີ້ອາດນຳພາທ່ານໃຫ້ໄຕ່ຕອງວ່າ ເປັນຫຍັງພັນທະສັນຍາ ແລະ ພິທີການຈຶ່ງສຳຄັນຕໍ່ພຣະເຈົ້າ. ທ່ານສາມາດພົບເຫັນຄວາມຮູ້ແຈ້ງຢູ່ໃນຂ່າວສານຂອງ ແອວເດີ ແກຣິດ ດັບເບິນຢູ ກອງ “Covenant Belonging” (Liahona, Nov. 2019, 80–83) ຫລື ຂ່າວສານຂອງປະທານ ຈີນ ບີ ບິງກຳ “Covenants with God Strengthen, Protect, and Prepare Us for Eternal Glory” (Liahona, May 2022, 66–69). ເປັນຫຍັງທ່ານຈຶ່ງກະຕັນຍູສຳລັບພັນທະສັນຍາຂອງທ່ານ? ທ່ານກຳລັງເຮັດຫຍັງເພື່ອຮັກສາຄຳສັນຍາຂອງທ່ານ?
ເບິ່ງ Gospel Topics, “Baptism,” ຫ້ອງສະໝຸດພຣະກິດຕິຄຸນ; “Alma the Elder Teaches and Baptizes at the Waters of Mormon” (ວິດີໂອ), ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ.
ພຣະເຈົ້າບັນຊາຜູ້ຄົນຂອງພຣະອົງໃຫ້ເຕົ້າໂຮມ, ຈັດລະບຽບ, ແລະ ເປັນນ້ຳໜຶ່ງໃຈດຽວກັນ.
ບາງຄົນສົງໄສວ່າ, ເປັນຫຍັງເຮົາຈຶ່ງຕ້ອງການສາດສະໜາຈັກ? ໃຫ້ຄົ້ນຄວ້າ ໂມໄຊຢາ 18:17–31, ເພື່ອຊອກຫາຄຸນຄ່າທີ່ຜູ້ຄົນຂອງແອວມາໄດ້ພົບເຫັນໃນການເຕົ້າໂຮມກັນຢູ່ໃນ “ສາດສະໜາຈັກຂອງພຣະຄຣິດ,” (ໂມໄຊຢາ 18:17). ທ່ານເຫັນຄວາມຄ້າຍຄືກັນຢ່າງໃດແດ່ໃນສາດສະໜາຈັກຂອງພຣະເຢຊູຄຣິດ ໃນວັນເວລາຂອງແອວມາ ແລະ ວັນເວລາຂອງເຮົາ?
ທ່ານຈະຕອບຮັບແນວໃດຕໍ່ໝູ່ເພື່ອນ ຫລື ສະມາຊິກໃນຄອບຄົວ ຜູ້ທີ່ບໍ່ເຊື່ອວ່າສາດສະໜາຈັກທີ່ຖືກຈັດຕັ້ງນັ້ນແມ່ນຈຳເປັນ? ເປັນຫຍັງທ່ານຈຶ່ງກະຕັນຍູທີ່ຈະເປັນພາກສ່ວນໃນສາດສະໜາຈັກຂອງພຣະເຢຊູຄຣິດ?
ໃຫ້ຄິດກ່ຽວກັບວ່າ ທ່ານສາມາດເຮັດຫຍັງແດ່ເພື່ອຊ່ວຍສະມາຊິກຂອງຫວອດ ຫລື ສາຂາຂອງທ່ານ ໃຫ້ “ຜູກພັນກັນໄວ້ໃນຄວາມເປັນອັນໜຶ່ງດຽວກັນ ແລະ ໃນຄວາມຮັກ” (ໂມໄຊຢາ 18:21)?
ເບິ່ງ Dallin H. Oaks, “The Need for a Church,” Liahona, Nov. 2021, 24–26; “ເຮັດແຕ່ຄວາມດີ,” ເພງສວດ ແລະ ເພງຂອງເດັກນ້ອຍ, 38 ນຳອີກ.
ພຣະເຈົ້າຊ່ວຍເຮົາແບກຫາບພາລະຂອງເຮົາ.
ທັງຜູ້ຄົນຂອງລິມໄຮ ແລະ ຜູ້ຄົນຂອງແອວມາ ໄດ້ຕົກຢູ່ໃນຄວາມເປັນທາດ, ເຖິງແມ່ນດ້ວຍສະຖານະການທີ່ແຕກຕ່າງກັນກໍຕາມ. ທ່ານສາມາດຮຽນຮູ້ຫຍັງແດ່ໂດຍການປຽບທຽບເລື່ອງລາວຂອງຜູ້ຄົນຂອງລິມໄຮ ຢູ່ໃນ ໂມໄຊຢາ 19–22 ໃສ່ກັບຜູ້ຄົນຂອງແອວມາ ຢູ່ໃນ ໂມໄຊຢາ 18; 23–24? ເມື່ອທ່ານເຮັດເຊັ່ນນັ້ນ, ຈົ່ງຊອກຫາຂ່າວສານທີ່ນຳໃຊ້ໄດ້ກັບຊີວິດຂອງທ່ານ. ຍົກຕົວຢ່າງ, ຄຳວ່າ “ຈະເລີນຮຸ່ງເຮືອງຂຶ້ນເປັນລະດັບ” ໝາຍຄວາມວ່າແນວໃດ? ໂມໄຊຢາ 21:16). ທ່ານຈະນຳໃຊ້ຫລັກທຳນີ້ໄດ້ແນວໃດ?
ເຮົາສາມາດໄວ້ວາງໃຈພຣະຜູ້ເປັນເຈົ້າ.
ເຖິງແມ່ນວ່າເຂົາເຈົ້າໄດ້ກັບໃຈຈາກບາບຂອງເຂົາເຈົ້າແລ້ວ, ແຕ່ແອວມາ ແລະ ຜູ້ຄົນຂອງເພິ່ນຍັງໄດ້ພົບເຫັນຕົວເອງຢູ່ໃນຄວາມເປັນທາດຢູ່ຄືເກົ່າ. ປະສົບການຂອງເຂົາເຈົ້າສະແດງໃຫ້ເຫັນວ່າ ການໄວ້ວາງໃຈພຣະຜູ້ເປັນເຈົ້າ ແລະ ການດຳລົງຊີວິດຕາມພັນທະສັນຍາຂອງເຮົາ ບໍ່ໄດ້ເອົາການທ້າທາຍຂອງເຮົາອອກໄປສະເໝີໄປ, ແຕ່ມັນຊ່ວຍເຮົາໃຫ້ເອົາຊະນະການທ້າທາຍເຫລົ່ານັ້ນ. ຂະນະທີ່ທ່ານອ່ານ ໂມໄຊຢາ 23:21–24 ແລະ 24:8–17, ໃຫ້ສັງເກດເບິ່ງຂໍ້ຄວາມ ແລະ ວະລີ ທີ່ສາມາດຊ່ວຍທ່ານໃຫ້ຮຽນຮູ້ທີ່ຈະໄວ້ວາງໃຈໃນພຣະຜູ້ເປັນເຈົ້າ, ບໍ່ວ່າສະຖານະການຂອງທ່ານຈະເປັນແບບໃດກໍຕາມ.
ເບິ່ງ David A. Bednar, “Bear Up Their Burdens with Ease,” Liahona, May 2014, 87–90 ນຳອີກ.
ແນວຄິດສຳລັບການສິດສອນເດັກນ້ອຍ
ເມື່ອເຮົາຮັບບັບຕິສະມາ, ເຮົາເຮັດພັນທະສັນຍາກັບພຣະເຈົ້າ.
-
ວິທີທີ່ສຳຄັນຢ່າງໜຶ່ງທີ່ຈະຊ່ວຍລູກໆຂອງທ່ານໃຫ້ກະກຽມສຳລັບການບັບຕິສະມາຄືທີ່ຈະສິດສອນພວກເຂົາກ່ຽວກັບພັນທະສັນຍາທີ່ພວກເຂົາຈະເຮັດເມື່ອພວກເຂົາຮັບບັບຕິສະມາ. ສິ່ງນີ້ເປັນເລື່ອງທີ່ລຽບງ່າຍໄດ້ດັ່ງເຊັ່ນ ການສະແດງຮູບພາບທີ່ຢູ່ທ້າຍໂຄງຮ່າງຂອງອາທິດນີ້ ແລະ ການອ່ານກ່ຽວກັບພັນທະສັນຍາກັບພວກເຂົາຢູ່ໃນ ໂມໄຊຢາ 18:9–10. ໃຫ້ພິຈາລະນາທີ່ຈະເຊື້ອເຊີນເດັກຄົນໜຶ່ງທີ່ໄດ້ຮັບບັບຕິສະມາແລ້ວໃຫ້ສິດສອນເລື່ອງນີ້ໃຫ້ກັບເດັກນ້ອຍທີ່ນ້ອຍກວ່າ. ລູກໆຂອງທ່ານອາດມັກຈະໄດ້ຍິນກ່ຽວກັບການບັບຕິສະມາຂອງທ່ານ. ການຮັກສາພັນທະສັນຍາຂອງທ່ານກັບພຣະເຈົ້າໄດ້ເປັນພອນໃຫ້ແກ່ຊີວິດຂອງທ່ານແນວໃດ?
-
ເດັກນ້ອຍທີ່ໄດ້ຮັບບັບຕິສະມາແລ້ວກໍສາມາດໄດ້ຮັບການເຕືອນເລື້ອຍໆກ່ຽວກັບພັນທະສັນຍາທີ່ພວກເຂົາໄດ້ເຮັດ ແລະ ເຮັດຄືນອີກແຕ່ລະອາທິດດ້ວຍສິນລະລຶກ. ບາງທີລູກໆຂອງທ່ານສາມາດປຽບທຽບພັນທະສັນຍາແຫ່ງການບັບຕິສະມາທີ່ຖືກບັນຍາຍຢູ່ໃນ ໂມໄຊຢາ 18:8–10 ກັບຄຳອະທິຖານສຳລັບສິນລະລຶກ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 20:77, 79). ເຮົາຈະສາມາດເຮັດໃຫ້ສິນລະລຶກເປັນເວລາທີ່ພິເສດ, ແລະ ຄາລະວະ, ຄືກັນກັບການບັບຕິສະມາຂອງເຮົາໄດ້ແນວໃດ?
ເມື່ອເຮົາໄດ້ຮັບບັບຕິສະມາ, ເຮົາກາຍເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.
-
ລູກໆຂອງທ່ານຮູ້ຄວາມໝາຍຂອງການເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍບໍ? ໃຫ້ພິຈາລະນາທີ່ຈະຊ່ວຍພວກເຂົາໃຫ້ຊອກຫາຮູບພາບທີ່ເປັນຕົວແທນຂອງສິ່ງທີ່ສະມາຊິກຂອງສາດສະໜາຈັກໄດ້ເຮັດຢູ່ໃນ ໂມໄຊຢາ 18:17–28. ຍົກຕົວຢ່າງ, ຮູບພາບການແຕ່ງຕັ້ງສູ່ຖານະປະໂລຫິດ ແລະ ການຈ່າຍເງິນສ່ວນສິບ (ປຶ້ມຮູບພຣະກິດຕິຄຸນ, 106, 113) ອາດເປັນຕົວແທນ ຂໍ້ທີ 18 ແລະ 27–28. ບອກພວກເຂົາວ່າ ເປັນຫຍັງທ່ານຈຶ່ງກະຕັນຍູທີ່ຈະເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດ.
-
ການຊ່ວຍໃຫ້ເດັກນ້ອຍຮູ້ສຶກ “ຜູກພັນກັນໄວ້ໃນ ຄວາມເປັນອັນໜຶ່ງດຽວກັນ ແລະ ໃນຄວາມຮັກ.” (ໂມໄຊຢາ 18:21) ຈະຊ່ວຍພວກເຂົາໃຫ້ຕິດຕໍ່ພົວພັນກັບສາດສະໜາຈັກຕະຫລອດຊີວິດຂອງພວກເຂົາ. ໃຫ້ຄິດທີ່ຈະເຊື້ອເຊີນລູກໆຂອງທ່ານໃຫ້ອ່ານ ໂມໄຊຢາ 18:17–28. ສະມາຊິກຂອງສາດສະໜາຈັກຂອງພຣະຄຣິດໃນວັນເວລາຂອງແອວມາໄດ້ເຮັດຫຍັງແດ່ເພື່ອຈະຮັກ ແລະ ຮັບໃຊ້ກັນແລະກັນ? ເຮົາຈະສາມາດເຮັດສິ່ງນີ້ໄດ້ແນວໃດໃນຫວອດ, ສາຂາ, ຫລື ຊຸມຊົນຂອງເຮົາ? ເພງທີ່ກ່ຽວກັບຄວາມຮັກ, ດັ່ງເຊັ່ນ “ຄວາມເມດຕາເລີ່ມຈາກເຮົາ” (ເພງສວດ ແລະ ເພງຂອງເດັກນ້ອຍ, 69), ສາມາດຊ່ວຍຢືນຢັນຂ່າວສານນີ້.
ພຣະເຈົ້າສາມາດເຮັດໃຫ້ພາລະຂອງເຮົາເບົາບາງລົງ.
-
ບົດຮຽນທີ່ໃຊ້ສິ່ງຂອງສາມາດເຮັດໃຫ້ການຮຽນຮູ້ເປັນທີ່ໜ້າຊົງຈຳໄດ້ດີ. ໃຫ້ພິຈາລະນາທີ່ຈະເອົາສິ່ງຂອງໜັກໃສ່ໃນຖົງ (ເພື່ອເປັນຕົວແທນໃຫ້ແກ່ພາລະ) ແລະ ເຊື້ອເຊີນໃຫ້ລູກຄົນໜຶ່ງຖືຖົງນັ້ນ. ຂະນະທີ່ທ່ານອ່ານ ໂມໄຊຢາ 24:8–17 ກັບລູກໆຂອງທ່ານ, ຂໍໃຫ້ພວກເຂົາເອົາສິ່ງຂອງອັນໜຶ່ງອອກຈາກຖົງທຸກໆເທື່ອທີ່ພວກເຂົາໄດ້ຍິນກ່ຽວກັບບາງສິ່ງທີ່ແອວມາ ແລະ ຜູ້ຄົນຂອງເພິ່ນໄດ້ເຮັດ ໃນການສະແຫວງຫາຄວາມຊ່ວຍເຫລືອຂອງພຣະເຈົ້າກັບພາລະຂອງເຂົາເຈົ້າ. ແລ້ວທ່ານສາມາດເວົ້າລົມກັບພວກເຂົາກ່ຽວກັບວິທີທີ່ພຣະບິດາເທິງສະຫວັນສາມາດເຮັດໃຫ້ພາລະຂອງເຮົາເບົາບາງລົງ ເມື່ອເຮົາສະແຫວງຫາຄວາມຊ່ວຍເຫລືອຈາກພຣະອົງ.