“ວັນທີ 29 ເດືອນເມສາ–ວັນທີ 5 ເດືອນພຶດສະພາ: ‘ການປ່ຽນແປງອັນໃຫຍ່ຫລວງ.’ ໂມໄຊຢາ 4–6,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ພຣະຄຳພີມໍມອນ 2024 (2024)
“ວັນທີ 29 ເດືອນເມສາ–ວັນທີ 5 ເດືອນພຶດສະພາ. ໂມໄຊຢາ 4–6,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: 2024 (2024)
ວັນທີ 29 ເດືອນເມສາ–ວັນທີ 5 ເດືອນພຶດສະພາ: “ການປ່ຽນແປງອັນໃຫຍ່ຫລວງ”
ໂມໄຊຢາ 4–6
ທ່ານເຄີຍໄດ້ຍິນບາງຄົນເວົ້າ ແລະ ທ່ານຮູ້ສຶກໄດ້ຮັບການດົນໃຈໃຫ້ປ່ຽນແປງຊີວິດຂອງທ່ານຢູ່ບໍ? ບາງທີທ່ານໄດ້ຕັດສິນໃຈໃຊ້ຊີວິດທີ່ແຕກຕ່າງໜ້ອຍໜຶ່ງ ເພາະສິ່ງທີ່ທ່ານໄດ້ຍິນ—ຫລື ແຕກຕ່າງຫລາຍກວ່ານັ້ນ. ຄຳເທດສະໜາຂອງກະສັດເບັນຢາມິນ ກໍເປັນຄຳເທດສະໜາແບບນັ້ນຫລະ, ແລະ ຄວາມຈິງທີ່ເພິ່ນໄດ້ສິດສອນ ກໍມີຜົນກະທົບແບບນັ້ນຄືກັນ ຕໍ່ຜູ້ຄົນທີ່ໄດ້ຍິນເພິ່ນກ່າວ. ກະສັດເບັນຢາມິນໄດ້ບອກຜູ້ຄົນຂອງເພິ່ນເຖິງສິ່ງທີ່ທູດສະຫວັນໄດ້ສິດສອນເພິ່ນ—ວ່າພອນທີ່ປະເສີດນັ້ນ ຈະຮັບໄດ້ຜ່ານທາງ “ການຊົດໃຊ້ດ້ວຍໂລຫິດຂອງພຣະຄຣິດ” (ໂມໄຊຢາ 4:2). ເພາະຂ່າວສານຂອງເພິ່ນ, ເຂົາເຈົ້າໄດ້ປ່ຽນແປງຄວາມຄິດກ່ຽວກັບຕົວເອງ (ເບິ່ງ ໂມໄຊຢາ 4:2), ໄດ້ປ່ຽນຄວາມປາດຖະໜາຂອງເຂົາເຈົ້າ (ເບິ່ງ ໂມໄຊຢາ 5:2), ແລະ ເຂົາເຈົ້າໄດ້ເຮັດພັນທະສັນຍານຳພຣະເຈົ້າ ວ່າເຂົາເຈົ້າຈະເຮັດຕາມພຣະປະສົງຂອງພຣະອົງສະເໝີ (ເບິ່ງ ໂມໄຊຢາ 5:5). ນີ້ຄືວິທີທີ່ຖ້ອຍຄຳຂອງກະສັດເບັນຢາມິນ ມີຜົນກະທົບຕໍ່ຜູ້ຄົນຂອງເພິ່ນ. ຖ້ອຍຄຳເຫລົ່ານັ້ນມີຜົນກະທົບຕໍ່ທ່ານແນວໃດ?
ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ
ຜ່ານທາງພຣະເຢຊູຄຣິດ, ເຮົາສາມາດຮັບ ແລະ ຮັກສາການປົດບາບຂອງເຮົາໄວ້ໄດ້.
ບາງເທື່ອ, ແມ່ນແຕ່ຕອນທີ່ທ່ານຮູ້ສຶກວ່າໄດ້ຮັບການໃຫ້ອະໄພຈາກບາບແລ້ວ, ແຕ່ທ່ານກໍຍາກທີ່ຈະເກັບຄວາມຮູ້ສຶກນັ້ນໄວ້ ແລະ ຄົງຢູ່ໃນເສັ້ນທາງແຫ່ງຄວາມຊອບທຳ. ກະສັດເບັນຢາມິນໄດ້ສິດສອນຜູ້ຄົນຂອງເພິ່ນ ເຖິງວິທີຮັບ ແລະ ຮັກສາການປົດບາບ. ຂະນະທີ່ທ່ານສຶກສາ ບົດທີ 4 ຂອງ ໂມໄຊຢາ, ທ່ານອາດຖາມຄຳຖາມແບບດັ່ງຕໍ່ໄປນີ້:
-
ຂໍ້ທີ 1–8.ພາຍໃຕ້ເງື່ອນໄຂໃດແດ່ທີ່ພຣະເຈົ້າປະທານການປົດບາບໃຫ້ແກ່ທ່ານ? ທ່ານຮຽນຮູ້ຫຍັງແດ່ກ່ຽວກັບພຣະອົງຢູ່ໃນຂໍ້ເຫລົ່ານີ້ທີ່ດົນໃຈທ່ານໃຫ້ກັບໃຈ? ທ່ານສາມາດຮູ້ໄດ້ແນວໃດວ່າທ່ານໄດ້ກັບໃຈແລ້ວ?
-
ຂໍ້ທີ 11–16.ອີງຕາມຂໍ້ເຫລົ່ານີ້, ຈະມີຫຍັງເກີດຂຶ້ນຢູ່ໃນຊີວິດຂອງເຮົາ ຖ້າຫາກເຮົາເຮັດຕາມສິ່ງທີ່ບັນຍາຍຢູ່ໃນ ຂໍ້ທີ 11? ທ່ານ ຫລື ຄົນທີ່ທ່ານຮັກເຄີຍປະສົບກັບການປ່ຽນແປງເຫລົ່ານີ້ແນວໃດ? ໃຫ້ປຽບທຽບການປ່ຽນແປງເຫລົ່ານີ້ກັບການປ່ຽນແປງທີ່ບັນຍາຍຢູ່ໃນ ໂມໄຊຢາ 3:19.
-
ຂໍ້ທີ 16–30.ການແບ່ງປັນສິ່ງທີ່ທ່ານມີກັບຄົນອື່ນອາດຊ່ວຍທ່ານໃຫ້ຮັກສາການປົດບາບຂອງທ່ານໄວ້ແນວໃດ? ທ່ານຈະນຳໃຊ້ ຂໍ້ທີ 27 ໃນຄວາມພະຍາຍາມຂອງທ່ານ ທີ່ຈະກາຍເປັນເໝືອນດັ່ງພຣະຄຣິດແນວໃດ?
ໃນທາງໃດແດ່ທີ່ເຮົາເປັນຄົນຂໍທານທັງໝົດ? ອີງຕາມຂໍ້ເຫລົ່ານີ້, ເຮົາຄວນປະຕິບັດຕໍ່ລູກໆຂອງພຣະເຈົ້າໃນແບບໃດ? (ເບິ່ງ ໂມໄຊຢາ 4:26). ແມ່ນໃຜຕ້ອງການຄວາມຊ່ວຍເຫລືອຈາກທ່ານ?
ເບິ່ງ Becky Craven, “Keep the Change,” Liahona, Nov. 2020, 58–60 ນຳອີກ.
ເຮົາເຊື່ອ ແລະ ໄວ້ວາງໃຈໃນພຣະເຈົ້າ.
ຄຳເຊື້ອເຊີນຂອງກະສັດເບັນຢາມິນທີ່ໃຫ້ເຊື່ອ ແລະ ໄວ້ວາງໃຈພຣະເຈົ້າກໍຍັງສຳຄັນຢູ່ໃນວັນເວລານີ້ດັ່ງໃນສະໄໝບູຮານ. ຂະນະທີ່ທ່ານອ່ານ ໂມໄຊຢາ 4:5–10, ໃຫ້ຊອກຫາຄວາມຈິງກ່ຽວກັບພຣະເຈົ້າທີ່ໃຫ້ເຫດຜົນແກ່ທ່ານທີ່ຈະໄວ້ວາງໃຈພຣະອົງ. ໃຫ້ສັງເກດເບິ່ງຄຳເຊື້ອເຊີນທີ່ກະສັດເບັນຢາມິນມອບໃຫ້ໃນຂໍ້ທີ 10. ເປັນຫຍັງການໄວ້ວາງໃຈພຣະເຈົ້າຈຶ່ງເຮັດໃຫ້ມັນງ່າຍຂື້ນທີ່ຈະເຮັດຕາມສິ່ງທີ່ກະສັດເບັນຢາມິນເຊື້ອເຊີນ?
ໃຫ້ພິຈາລະນາທີ່ຈະຄົ້ນຄວ້າຂໍ້ພຣະຄຳພີເພີ່ມເຕີມເຫລົ່ານີ້ ເພື່ອຂຽນຄຸນລັກສະນະຂອງພຣະເຈົ້າລົງໄວ້: ເຢເຣມີຢາ 32:17; 1 ໂຢຮັນ 4:8; 2 ນີໄຟ 9:17; ແອວມາ 32:22; ມໍມອນ 9:9; ອີເທີ 3:12; ຄຳສອນ ແລະ ພັນທະສັນຍາ 19:1–3; 88:41 (ເບິ່ງ ວິດີໂອ “Christlike Attributes,” ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ). ທ່ານສາມາດໃຊ້ຄຸນລັກສະນະທີ່ທ່ານໄດ້ຂຽນໄວ້ ເພື່ອຫາວິທີອື່ນໆທີ່ຈະປະກອບປະໂຫຍກທີ່ຄ້າຍຄືກັນນີ້ໃຫ້ສົມບູນ: “ເພາະເຮົາຮູ້ວ່າພຣະເຈົ້າ , ເຮົາຈຶ່ງສາມາດໄວ້ວາງໃຈພຣະອົງທີ່ຈະ .”
ການໄວ້ວາງໃຈຂອງເຮົາໃນພຣະເຈົ້າຈະເພີ່ມທະວີຂຶ້ນຂະນະທີ່ເຮົາມີປະສົບການກັບພຣະອົງ. ຢູ່ໃນ ໂມໄຊຢາ 4:1–3, ແມ່ນຫຍັງໄດ້ຊ່ວຍຜູ້ຄົນຂອງກະສັດເບັນຢາມິນໃຫ້ມາ “ຮູ້ເລື່ອງພຣະກະລຸນາທິຄຸນຂອງພຣະເຈົ້າ”? (ຂໍ້ທີ 6). ໃຫ້ຄິດກ່ຽວກັບປະສົບການທີ່ທ່ານເຄີຍໄດ້ມີກັບພຣະເຈົ້າ. ປະສົບການເຫລົ່ານີ້ໄດ້ສິດສອນທ່ານຫຍັງແດ່ກ່ຽວກັບພຣະອົງ? ທ່ານກຳລັງເຮັດຕາມຂັ້ນຕອນໃດແດ່ (ຫລື ສາມາດເຮັດ) ເພື່ອຈະເຮັດໃຫ້ຄວາມເຊື່ອ ຫລື ຄວາມໄວ້ວາງໃຈຂອງທ່ານໃນພຣະເຈົ້າເລິກເຊິ່ງຫລາຍຂຶ້ນ?
ເບິ່ງ Jeffrey R. Holland, “The Grandeur of God,” Liahona, Nov. 2003, 70–73; Gospel Topics “God the Father,” ຫ້ອງສະໝຸດພຣະກິດຕິຄຸນ; “ເຮົາຮູ້ພຣະຜູ້ໄຖ່ຊົງພຣະຊົນ,” ເພງສວດ ແລະ ເພງຂອງເດັກນ້ອຍ, 41 ນຳອີກ.
ເຮົາຕ້ອງລະວັງຄວາມນຶກຄິດ, ຄຳເວົ້າ, ແລະ ການກະທຳຂອງເຮົາ.
ພຣະເຈົ້າຈະບໍ່ມອບລາຍການຂອງບາບທີ່ເປັນໄປໄດ້ທັງໝົດໃຫ້ເຮົາ. ອີງຕາມ ໂມໄຊຢາ 4:29–30, ພຣະອົງຈະເຮັດສິ່ງໃດແທນນັ້ນ? ໃຫ້ໄຕ່ຕອງວ່າຄວາມນຶກຄິດ, ຄຳເວົ້າ, ແລະ ການກະທຳຂອງທ່ານມີຜົນກະທົບຕໍ່ຕົວທ່ານເອງ ແລະ ຕໍ່ຄົນອື່ນແນວໃດ. ມັນມີຜົນກະທົບຕໍ່ຄວາມສຳພັນຂອງທ່ານກັບພຣະເຈົ້າແນວໃດ? ທ່ານຈະ “ລະວັງ [ຕົວທ່ານເອງ]” ແນວໃດ?
ພຣະວິນຍານຂອງພຣະຜູ້ເປັນເຈົ້າສາມາດເຮັດໃຫ້ເກີດການປ່ຽນແປງອັນໃຫຍ່ຫລວງ ຢູ່ໃນໃຈຂອງເຮົາໄດ້.
ມັນເປັນເລື່ອງປົກກະຕິທີ່ຜູ້ຄົນຈະເວົ້າວ່າ, “ຂ້ອຍປ່ຽນບໍ່ໄດ້. ຂ້ອຍເປັນຄົນແນວນີ້ຢູ່ແລ້ວ.” ກົງກັນຂ້າມ, ປະສົບການຂອງຜູ້ຄົນຂອງກະສັດເບັນຢາມິນ ສະແດງໃຫ້ເຮົາເຫັນວ່າພຣະວິນຍານຂອງພຣະຜູ້ເປັນເຈົ້າສາມາດປ່ຽນແປງໃຈຂອງເຮົາແທ້ໆ. ຂະນະທີ່ທ່ານອ່ານ ໂມໄຊຢາ 5:1–5, ໃຫ້ຄິດກ່ຽວກັບວ່າ “ການປ່ຽນແປງອັນໃຫຍ່ຫລວງ” ພາໄປສູ່ການປ່ຽນໃຈເຫລື້ອມໃສທີ່ແທ້ຈິງ ທີ່ໄດ້ເກີດຂຶ້ນແລ້ວ—ຫລື ສາມາດເກີດຂຶ້ນ—ໃນຊີວິດຂອງທ່ານແນວໃດ. ໃຫ້ຄິດກ່ຽວກັບການປ່ຽນແປງທີ່ເຫັນໄດ້ຍາກ, ເທື່ອລະເລັກລະນ້ອຍ ພ້ອມທັງປະສົບການອັນ “ໃຫຍ່ຫລວງ”. ປະສົບການເຫລົ່ານີ້ຊ່ວຍທ່ານແນວໃດເມື່ອທ່ານປະເຊີນໜ້າກັບການລໍ້ລວງ?
ເບິ່ງ ເອເຊກຽນ 36:26–27; ແອວມາ 5:14; “A Change of Heart,” “The People of King Benjamin Make a Covenant” (ວິດີໂອ), ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ.
ເຮົາຮັບເອົາພຣະນາມຂອງພຣະຄຣິດ ເມື່ອເຮົາເຮັດພັນທະສັນຍາກັບພຣະອົງ.
ທ່ານຮຽນຮູ້ຫຍັງແດ່ຈາກ ໂມໄຊຢາ 5:7–9 ວ່າການຮັບເອົາພຣະນາມຂອງພຣະຄຣິດ ໝາຍຄວາມວ່າແນວໃດ? ຄຳອະທິຖານສຳລັບສິນລະລຶກ (ເບິ່ງ ໂມໂຣໄນ 4–5) ສິດສອນຫຍັງກ່ຽວກັບສິ່ງນີ້? ທ່ານຈະສະແດງໃຫ້ເຫັນໃນວິທີໃດ ເພື່ອບອກວ່າທ່ານ “ເປັນຂອງ” ພຣະຜູ້ຊ່ວຍໃຫ້ລອດ?
ເບິ່ງ D. Todd Christofferson, “Why the Covenant Path,” Liahona, May 2021, 116–19 ນຳອີກ.
ແນວຄິດສຳລັບການສິດສອນເດັກນ້ອຍ
ການກັບໃຈນຳຄວາມຊື່ນຊົມມາໃຫ້.
-
ເພື່ອສິດສອນກ່ຽວກັບຄວາມຊື່ນຊົມຂອງການກັບໃຈ, ບາງທີທ່ານສາມາດປ່ອຍໃຫ້ລູກໆຂອງທ່ານເຮັດໃຫ້ມືຂອງພວກເຂົາໜຽວ ຫລື ເປື້ອນ ແລະ ສັງເກດເຫັນວ່າພວກເຂົາຮູ້ສຶກແນວໃດຫລັງຈາກໄດ້ລ້າງມື. ແລ້ວທ່ານສາມາດປຽບທຽບສິ່ງນັ້ນໃສ່ກັບວິທີທີ່ຜູ້ຄົນຢູ່ໃນ ໂມໄຊຢາ 4:1–3 ໄດ້ຮູ້ສຶກແນວໃດ ກ່ອນ ແລະ ຫລັງຈາກເຂົາເຈົ້າໄດ້ຮັບການໃຫ້ອະໄພບາບ. ແບ່ງປັນປະຈັກພະຍານຂອງທ່ານເຖິງອຳນາດຂອງພຣະຜູ້ຊ່ວຍໃຫ້ລອດທີ່ຈະຊຳລະລ້າງເຮົາໃຫ້ສະອາດທາງວິນຍານ.
-
ລູກໆຂອງທ່ານຮູ້ບໍວ່າຈະກັບໃຈຢ່າງເຕັມທີ່ ແລະ ຢ່າງຈິງໃຈແນວໃດ? ຊ່ວຍພວກເຂົາໃຫ້ພົບເຫັນສິ່ງທີ່ຜູ້ຄົນຂອງກະສັດເບັນຢາມິນໄດ້ເຮັດຢູ່ໃນ ໂມໄຊຢາ 4:1–3, 10. ພວກເຂົາຍັງສາມາດທົບທວນ “ກັບໃຈ, ການກັບໃຈ” ຢູ່ໃນຄູ່ມືພຣະຄຳພີນຳອີກ. ພຣະເຢຊູຄຣິດເຮັດໃຫ້ການກັບໃຈເປັນໄປໄດ້ແນວໃດ?
ພຣະກິດຕິຄຸນຂອງພຣະເຢຊູຄຣິດດົນໃຈເຮົາໃຫ້ປະຕິບັດຕໍ່ຄົນອື່ນດ້ວຍຄວາມຮັກ ແລະ ຄວາມເມດ.
-
ການຮັບໃຊ້ຄົນອື່ນເຮັດໃຫ້ເຮົາຮູ້ສຶກດີໃຈ. ບາງທີລູກໆຂອງທ່ານສາມາດເວົ້າລົມກັນກ່ຽວກັບເວລາໃດໜຶ່ງຕອນທີ່ພວກເຂົາໄດ້ຮັກ ແລະ ໄດ້ຮັບໃຊ້ບາງຄົນ ແລະ ວ່າປະສົບການນັ້ນໄດ້ເຮັດໃຫ້ພວກເຂົາຮູ້ສຶກແນວໃດ. ແມ່ນຫຍັງຄືເຫດຜົນບາງຢ່າງທີ່ຜູ້ຄົນອາດບໍ່ຢາກຮັບໃຊ້ຄົນອື່ນ? ເຮົາສາມາດເວົ້າຫຍັງແດ່ກັບບາງຄົນເພື່ອເຊື້ອເຊີນເຂົາເຈົ້າໃຫ້ຊ່ວຍເຫລືອຄົນທີ່ຂັດສັນ? ໃຫ້ຊອກຫາແນວຄິດຢູ່ໃນ ໂມໄຊຢາ 4:16–26.
-
ກະສັດເບັນຢາມິນໄດ້ສິດສອນວ່າ ເມື່ອເຮົາມາຫາພຣະຄຣິດ ແລະ ໄດ້ຮັບການປົດບາບຂອງເຮົາ, ເຮົາກໍ “ຈະເຕັມໄປດ້ວຍຄວາມຮັກຂອງພຣະເຈົ້າ” (ໂມໄຊຢາ 4:12). ສິ່ງນີ້ຈະນຳພາເຮົາໃຫ້ມີຄວາມຮັກ ແລະ ຄວາມເມດຕາຕໍ່ຄົນອື່ນ. ທ່ານ ແລະ ລູກໆຂອງທ່ານສາມາດຄົ້ນຄວ້າ ໂມໄຊຢາ 4:13–16, 26 (ຫລື ຮ້ອງເພງເຊັ່ນ “ຮັກທີ່ບ້ານ,” ເພງສວດ ແລະ ເພງຂອງເດັກນ້ອຍ, 48) ແລະ ຊອກຫາວະລີທີ່ບັນຍາຍວິທີທີ່ເຮົາສາມາດຮັບໃຊ້ຄົນອື່ນໄດ້ແນວໃດ. ແລ້ວພວກເຂົາກໍສາມາດສະແດງທ່າທີຂອງວິທີເຫລົ່ານີ້ ຫລື ແຕ້ມຮູບ ແລະ ທວາຍວະລີຂອງກັນແລະກັນ. ເຮົາຈະສະແດງຄວາມຮັກ ແລະ ຄວາມເມດຕາຢູ່ທີ່ບ້ານ, ຢູ່ທີ່ໂຮງຮຽນ, ຫລື ຢູ່ທີ່ໂບດໄດ້ແນວໃດ?
ເມື່ອເຮົາເຮັດພັນທະສັນຍາກັບພຣະເຈົ້າ, ເຮົາຮັບເອົາພຣະນາມຂອງພຣະຄຣິດໄວ້ກັບຕົນ.
-
ລູກໆຂອງທ່ານອາດມັກເຮັດປ້າຍທີ່ສະແດງພຣະນາມຂອງ “ພຣະເຢຊູຄຣິດ” ແລະ ໃສ່ມັນໄວ້ເທິງຫົວໃຈຂອງພວກເຂົາ (ເບິ່ງໜ້າກິດຈະກຳຂອງອາທິດນີ້). ຂະນະທີ່ພວກເຂົາເຮັດດັ່ງນັ້ນ, ທ່ານສາມາດອ່ານໃຫ້ພວກເຂົາຟັງຈາກ ໂມໄຊຢາ 5:12 ແລະ ເວົ້າລົມກັນກ່ຽວກັບວ່າການເຮັດພັນທະສັນຍາ, ຫລື ຄຳສັນຍາ, ກັບພຣະເຈົ້າກໍຄືກັນກັບການມີພຣະນາມຂອງພຣະຄຣິດ “ຈາລຶກໄວ້ໃນໃຈ [ຂອງເຮົາ] ສະເໝີໄປ.”