ພັນທະສັນຍາກັບພຣະເຈົ້າເສີມສ້າງຄວາມເຂັ້ມແຂງ, ປົກປ້ອງ, ແລະ ກະກຽມເຮົາສຳລັບລັດສະໝີພາບນິລັນດອນ
ເມື່ອເຮົາເລືອກທີ່ຈະເຮັດພັນທະສັນຍາ ແລະ ຮັກສາມັນ, ເຮົາຈະໄດ້ຮັບພອນດ້ວຍຄວາມສຸກຫລາຍຂຶ້ນ ໃນຊີວິດນີ້ ແລະ ຊີວິດນິລັນດອນທີ່ຮຸ່ງໂລດທີ່ຈະມາເຖິງ.
ເອື້ອຍນ້ອງທັງຫລາຍ, ຊ່າງເປັນຄວາມຊື່ນຊົມທີ່ໄດ້ມາເຕົ້າໂຮມກັນໃນການເປັນເອື້ອຍນ້ອງຕະຫລອດທົ່ວໂລກ! ໃນຖານະສະຕີທີ່ເຮັດ ແລະ ຮັກສາພັນທະສັນຍາກັບພຣະເຈົ້າ, ເຮົາມີຄວາມຜູກພັນທາງວິນຍານ ທີ່ຊ່ວຍເຮົາໃຫ້ປະເຊີນກັບການທ້າທາຍໃນວັນເວລາຂອງເຮົາ ແລະ ກະກຽມເຮົາສຳລັບການສະເດັດມາຄັ້ງທີສອງຂອງພຣະເຢຊູຄຣິດ. ແລະ ການຮັກສາພັນທະສັນຍາເຫລົ່ານັ້ນອະນຸຍາດໃຫ້ເຮົາເປັນສະຕີແຫ່ງອິດທິພົນ ຜູ້ທີ່ສາມາດດຶງດູດຄົນອື່ນໃຫ້ມາຫາພຣະຜູ້ຊ່ວຍໃຫ້ລອດ.
ຜູ້ຄົນທີ່ໄດ້ຮັບບັບຕິສະມາແລ້ວ ໄດ້ເຮັດພັນທະສັນຍາໃນວັນທີ່ຈະບໍ່ມີວັນລືມ ທີ່ຈະຮັບເອົາພຣະນາມຂອງພຣະເຢຊູຄຣິດ, ທີ່ຈະລະນຶກເຖິງພຣະອົງຕະຫລອດເວລາ, ເພື່ອຮັກສາພຣະບັນຍັດຂອງພຣະອົງ, ແລະ ເພື່ອຮັບໃຊ້ພຣະອົງຈົນເຖິງທີ່ສຸດ. ເມື່ອເຮົາເຮັດສິ່ງເຫລົ່ານີ້, ພຣະບິດາເທິງສະຫວັນສັນຍາວ່າຈະໃຫ້ອະໄພບາບຂອງເຮົາ ແລະ ປະທານພຣະວິນຍານບໍລິສຸດ. ພອນເຫລົ່ານີ້ຊ່ວຍໃຫ້ເຮົາເລີ່ມຕົ້ນໃນເສັ້ນທາງນັ້ນ, ຖ້າຫາກເຮົາຈະກ້າວໄປໜ້າ ແລະ ອົດທົນຈົນເຖິງທີ່ສຸດ, ຈະອະນຸຍາດໃຫ້ເຮົາດຳລົງຊີວິດຢູ່ກັບພຣະອົງ ແລະ ພຣະບຸດຂອງພຣະອົງ, ໃນອານາຈັກຊັ້ນສູງ. ທຸກ ຄົນທີ່ໄດ້ຮັບບັບຕິສະມາໄດ້ຮັບຄຳສັນຍາຂອງສິດທິພິເສດເຫລົ່ານີ້ ຖ້າຫາກເຂົາເຈົ້າຮັກສາພັນທະສັນຍາທີ່ໄດ້ເຮັດໃນວັນພິເສດນັ້ນ.
ຜູ້ຄົນທີ່ເຮັດພັນທະສັນຍາຕື່ມອີກໃນພຣະວິຫານ ກໍໄດ້ຮັບຄຳສັນຍາທີ່ມີພະລັງ ທີ່ຂຶ້ນຢູ່ກັບຄວາມຊື່ສັດສ່ວນຕົວ. ເຮົາສັນຍາຢ່າງຈິງໃຈທີ່ຈະເຊື່ອຟັງພຣະບັນຍັດຂອງພຣະເຈົ້າ, ດຳລົງຊີວິດຕາມພຣະກິດຕິຄຸນຂອງພຣະເຢຊູຄຣິດ, ບໍລິສຸດທາງສິນທຳ, ແລະ ອຸທິດເວລາ ແລະ ພອນສະຫວັນຂອງເຮົາແດ່ພຣະຜູ້ເປັນເຈົ້າ. ໃນການຕອບແທນ, ພຣະເຈົ້າສັນຍາຈະປະທານພອນໃນຊີວິດນີ້ ແລະ ໂອກາດທີ່ຈະກັບຄືນໄປຫາພຣະອົງ.1 ໃນຂັ້ນຕອນນັ້ນ, ເຮົາຈະຖືກມອບ, ຫລື ຖືກປະທານດ້ວຍ, ອຳນາດທີ່ສາມາດຫລິງເຫັນລະຫວ່າງຄວາມຈິງ ແລະ ຄວາມຜິດ, ລະຫວ່າງຄວາມຖືກຕ້ອງ ແລະ ຄວາມບໍ່ຖືກຕ້ອງ, ໃນທ່າມກາງສຽງທີ່ສັບສົນ ແລະ ໃນທາງລົບ ທີ່ໂຈມຕີເຮົາ. ນີ້ຊ່າງເປັນຂອງປະທານທີ່ມີພະລັງແທ້ໆ!
ໃນການກະກຽມສຳລັບການໄປພຣະວິຫານເທື່ອທຳອິດຂອງຂ້າພະເຈົ້າ, ແມ່ຂອງຂ້າພະເຈົ້າ ແລະ ເອື້ອຍນ້ອງໃນສະມາຄົມສະຕິສົງເຄາະທີ່ມີປະສົບການໄດ້ຊ່ວຍຂ້າພະເຈົ້າເລືອກເອົາສິ່ງຂອງທີ່ຂ້າພະເຈົ້າຈຳເປັນຕ້ອງມີ, ລວມທັງເສື້ອຜ້າພິທີການທີ່ສວຍງາມ. ແຕ່ການກະກຽມທີ່ສຳຄັນທີ່ສຸດໄດ້ມາກ່ອນການຮູ້ສິ່ງທີ່ຕ້ອງນຸ່ງຖື. ຫລັງຈາກໄດ້ສຳພາດຂ້າພະເຈົ້າເພື່ອພິຈາລະນາວ່າຂ້າພະເຈົ້າມີຄ່າຄວນຫລືບໍ່, ອະທິການຂອງຂ້າພະເຈົ້າໄດ້ອະທິບາຍເລື່ອງພັນທະສັນຍາທີ່ຂ້າພະເຈົ້າຈະເຮັດ. ຄຳອະທິບາຍທີ່ລະມັດລະວັງຂອງເພິ່ນໄດ້ໃຫ້ໂອກາດຂ້າພະເຈົ້າຄິດ ແລະ ກຽມພ້ອມທີ່ຈະເຮັດພັນທະສັນຍາເຫລົ່ານັ້ນ.
ເມື່ອມື້ນັ້ນມາເຖິງ, ຂ້າພະເຈົ້າໄດ້ໄປຮ່ວມດ້ວຍຄວາມຮູ້ສຶກກະຕັນຍູ ແລະ ຄວາມສະຫງົບສຸກ. ເຖິງແມ່ນວ່າຂ້າພະເຈົ້າບໍ່ໄດ້ເຂົ້າໃຈຄວາມສຳຄັນຂອງພັນທະສັນຍາຢ່າງຄົບຖ້ວນທີ່ຂ້າພະເຈົ້າໄດ້ເຮັດ, ຂ້າພະເຈົ້າໄດ້ຮູ້ວ່າ ຂ້າພະເຈົ້າຖືກຜູກມັດເຂົ້າກັບພຣະເຈົ້າ ຜ່ານທາງພັນທະສັນຍາເຫລົ່ານັ້ນ ແລະ ໄດ້ຮັບຄຳສັນຍາທີ່ຂ້າພະເຈົ້າບໍ່ຄ່ອຍເຂົ້າໃຈໄດ້ ຖ້າຫາກຂ້າພະເຈົ້າໄດ້ຮັກສາມັນ. ນັບຕັ້ງແຕ່ປະສົບການເທື່ອທຳອິດນັ້ນ, ຂ້າພະເຈົ້າໄດ້ຮັບການຮັບຮອງຕະຫລອດມາວ່າການຮັກສາພັນທະສັນຍາທີ່ເຮົາເຮັດກັບພຣະເຈົ້າ ອະນຸຍາດໃຫ້ເຮົາເພິ່ງອາໄສອຳນາດຂອງພຣະຜູ້ຊ່ວຍໃຫ້ລອດ, ທີ່ເສີມສ້າງຄວາມເຂັ້ມແຂງໃຫ້ເຮົາໃນການທົດລອງຂອງເຮົາທີ່ຫລີກລ້ຽງບໍ່ໄດ້, ໃຫ້ການປົກປ້ອງຈາກອິດທິພົນຂອງຜູ້ປໍລະປັກ, ແລະ ກະກຽມເຮົາສຳລັບລັດສະໝີພາບນິລັນດອນ.
ປະສົບການຊີວິດຈະປ່ຽນໄປມາ ຈາກໜ້າຕະຫລົກເຖິງໂສກເສົ້າທີ່ສຸດ, ຈາກຄວາມໂຫດຮ້າຍເຖິງຄວາມຮຸ່ງໂລດ. ປະສົບການແຕ່ລະຢ່າງຊ່ວຍເຮົາໃຫ້ເຂົ້າໃຈຫລາຍຂຶ້ນກ່ຽວກັບຄວາມຮັກທີ່ສົມບູນແບບຂອງພຣະບິດາ ແລະ ຄວາມສາມາດຂອງເຮົາທີ່ຈະປ່ຽນແປງ ຜ່ານທາງຂອງປະທານແຫ່ງພຣະຄຸນຂອງພຣະຜູ້ຊ່ວຍໃຫ້ລອດ. ການຮັກສາພັນທະສັນຍາຂອງເຮົາອະນຸຍາດໃຫ້ອຳນາດຂອງພຣະຜູ້ຊ່ວຍໃຫ້ລອດຊຳລະລ້າງເຮົາໃຫ້ສະອາດ ຂະນະທີ່ເຮົາຮຽນຮູ້ ຜ່ານທາງປະສົບການ—ບໍ່ວ່ານັ້ນຈະເປັນການຕັດສິນຜິດພາດເລັກນ້ອຍ ຫລື ການລົ້ມເຫລວຄັ້ງໃຫຍ່. ພຣະຜູ້ໄຖ່ຂອງເຮົາຈະປະທັບຢູ່ທີ່ນັ້ນເພື່ອຮັບເອົາເຮົາໄວ້ບາດເຮົາລົ້ມລົງ ຖ້າ ເຮົາຈະຫັນໄປຫາພຣະອົງ.
ທ່ານເຄີຍຢືນຢູ່ເທິງໜ້າຜາ ດ້ວຍຕີນຂອງທ່ານຢູ່ທີ່ຂອບ ແລະ ປິ່ນຫລັງໃສ່ເຫວທີ່ຢູ່ຂ້າງລຸ່ມບໍ? ໃນການປີນໜ້າຜາ, ເຖິງແມ່ນວ່າທ່ານຖືກມັດຕິດຢູ່ຢ່າງໝັ້ນຄົງກັບລະບົບເຊືອກທີ່ແຂງແກ່ນ ແລະ ອຸປະກອນທີ່ສາມາດສົ່ງທ່ານໃຫ້ລົງໄປຢ່າງປອດໄພໄດ້ ຕອນຢືນຢູ່ທີ່ຂອບໜ້າຜາກໍຍັງເປັນປະສົບການທີ່ເຮັດໃຫ້ຫົວໃຈເຕັ້ນໄວໆ. ການປິ່ນຫລັງປີນລົງໜ້າຜາ ແລະ ແກວ່ງໄກວໄປມາໃນອາກາດຮຽກຮ້ອງຄວາມໄວ້ວາງໃຈໃນສະໝໍ ທີ່ຖືກມັດໄວ້ກັບວັດຖຸທີ່ໝັ້ນຄົງ. ມັນຮຽກຮ້ອງຄວາມໄວ້ວາງໃຈໃນຕົວຄົນທີ່ຈະເອົາຄວາມເຄັ່ງຕຶງໃສ່ເຊືອກຂະນະທີ່ທ່ານປີນລົງໄປ. ເຖິງແມ່ນວ່າອຸປະກອນໃຫ້ຄວາມສາມາດທ່ານບາງຢ່າງ ເພື່ອຄວບຄຸມການປີນລົງຂອງທ່ານ, ແຕ່ທ່ານຕ້ອງມີຄວາມໝັ້ນໃຈວ່າ ຄູ່ຂອງທ່ານຈະບໍ່ປ່ອຍໃຫ້ທ່ານຕົກ.
ຂ້າພະເຈົ້າຈື່ຈຳໄດ້ຢ່າງຈະແຈ້ງ ຕອນໄປປີນໜ້າຜາກັບກຸ່ມຍິງໜຸ່ມ. ຂ້າພະເຈົ້າເປັນຄົນທຳອິດໃນກຸ່ມທີ່ຕ້ອງປີນກ່ອນ. ຂະນະທີ່ຂ້າພະເຈົ້າປິ່ນຫລັງປີນລົງໜ້າຜາ, ຂ້າພະເຈົ້າກໍເລີ່ມຕົກລົງໄປ ປາດສະຈາກການຄວບຄຸມ. ໂຊກດີທີ່ເຊືອກນັ້ນກະຕຸກ ແລະ ການຕົກລົງໄປຢ່າງໄວຂອງຂ້າພະເຈົ້າກໍໄດ້ຢຸດ. ຂະນະທີ່ຂ້າພະເຈົ້າໄດ້ແຂວນຢູ່ເຄິ່ງທາງໜ້າຜາ, ຂ້າພະເຈົ້າໄດ້ອະທິຖານຢ່າງຈິງໃຈເພື່ອຜູ້ຄົນ ຫລື ສິ່ງຂອງທີ່ຊ່ວຍບໍ່ໃຫ້ຂ້າພະເຈົ້າຕົກລົງໄປໃສ່ກ້ອນຫີນ.
ຕໍ່ມາ, ຂ້າພະເຈົ້າໄດ້ຮຽນຮູ້ວ່າ ກອນສະໝໍບໍ່ໄດ້ຖືກໃສ່ໄວ້ຢ່າງໝັ້ນຄົງ, ແລະ ຂະນະທີ່ຂ້າພະເຈົ້າໄດ້ກ້າວລົງໄປຈາກຂອບຜາ, ຄົນທີ່ຈັບເຊືອກໃຫ້ຂ້າພະເຈົ້າກໍຖືກກະຕຸກທາງຫລັງລາວ ແລະ ຖືກດຶງໄປຫາຂອບຜາ. ໂດຍວິທີໃດວິທີໜຶ່ງ, ລາວໄດ້ເອົາຕີນຂອງລາວຍັດເຂົ້າລະຫວ່າງກ້ອນຫີນ. ເມື່ອໝັ້ນຄົງຢູ່ໃນທີ່, ລາວໄດ້ອອກແຮງໜັກເພື່ອລົດຂ້າພະເຈົ້າລົງໄປດ້ວຍເຊືອກນັ້ນເທື່ອລະເລັກເທື່ອລະນ້ອຍ. ເຖິງແມ່ນວ່າຂ້າພະເຈົ້າບໍ່ເຫັນລາວ, ແຕ່ຂ້າພະເຈົ້າກໍຮູ້ວ່າລາວໄດ້ເຮັດວຽກໜັກດ້ວຍສຸດກຳລັງຂອງລາວເພື່ອຊ່ວຍຂ້າພະເຈົ້າ. ເພື່ອນອີກຄົນໜຶ່ງໄດ້ຢູ່ທີ່ຕີນຜາ, ກຽມພ້ອມທີ່ຈະຮັບເອົາຂ້າພະເຈົ້າ ຖ້າຫາກວ່າເຊືອກຢຸດຈັ້ງຂ້າພະເຈົ້າໄວ້. ເມື່ອຂ້າພະເຈົ້າລົງໄປເຖິງຂັ້ນທີ່ຍື້ເຖິງ, ລາວກໍໄດ້ຈັບເອົາສາຍຮັດຂອງຂ້າພະເຈົ້າ ແລະ ໄດ້ລົດຂ້າພະເຈົ້າລົງໄປເຖິງພື້ນ.
ໂດຍທີ່ມີພຣະເຢຊູຄຣິດເປັນສະໝໍ ແລະ ຄູ່ທີ່ສົມບູນແບບຂອງເຮົາ, ເຮົາຖືກຮັບປະກັນວ່າຈະມີພະລັງແຫ່ງຄວາມຮັກຂອງພຣະອົງໃນຊ່ວງການທົດລອງ ແລະ ການປົດປ່ອຍທີ່ຈະມີມາໃນທີ່ສຸດ ຜ່ານທາງພຣະອົງ. ດັ່ງທີ່ປະທານເອັມ ຣະໂຊ ບາເລີດ ໄດ້ສິດສອນວ່າ: “ສັດທາໃນພຣະເຈົ້າ ແລະ ໃນພຣະບຸດຂອງພຣະອົງ, ອົງພຣະເຢຊູຄຣິດເຈົ້າ, ຄື … ສະໝໍທີ່ເຮົາຕ້ອງມີໃນຊີວິດຂອງເຮົາ ເພື່ອຈະຍຶດຖືເຮົາເອົາໄວ້ລະຫວ່າງເວລາທີ່ປັ່ນປ່ວນ ແລະ ຊົ່ວຮ້າຍທາງສັງຄົມ. … ສັດທາຂອງເຮົາ … ຕ້ອງມີຈຸດໃຈກາງຢູ່ທີ່ພຣະເຢຊູຄຣິດ, ພຣະຊົນຊີບຂອງພຣະອົງ ແລະ ການຊົດໃຊ້ຂອງພຣະອົງ, ແລະ ໃນການຟື້ນຟູພຣະກິດຕິຄຸນຂອງພຣະອົງ.”2
ອຸປະກອນທາງວິນຍານ ທີ່ຈະຮັກສາເຮົາເອົາໄວ້ຈາກການແຕກຫັກຢູ່ເທິງກ້ອນຫີນແຫ່ງຄວາມຍາກລຳບາກ ແມ່ນປະຈັກພະຍານຂອງເຮົາ ເຖິງພຣະເຢຊູຄຣິດ ແລະ ພັນທະສັນຍາທີ່ເຮົາເຮັດ. ເຮົາສາມາດເພິ່ງອາໄສຄວາມຊ່ວຍເຫລືອເຫລົ່ານີ້ ເພື່ອນຳພາ ແລະ ອູ້ມເຮົາໄປສູ່ຄວາມປອດໄພ. ໃນຖານະຄູ່ທີ່ເຕັມພຣະໄທ, ພຣະຜູ້ຊ່ວຍໃຫ້ລອດຈະບໍ່ປ່ອຍໃຫ້ເຮົາຕົກໄປໄກເກີນການເອື້ອມຂອງພຣະອົງ. ແມ່ນແຕ່ໃນຊ່ວງເວລາຂອງການທົນທຸກທໍລະມານ ແລະ ຄວາມໂສກເສົ້າຂອງເຮົາ, ພຣະອົງກໍຈະປະທັບຢູ່ທີ່ນັ້ນ ເພື່ອຍົກເຮົາຂຶ້ນ ແລະ ຊຸກຍູ້. ອຳນາດຂອງພຣະອົງຊ່ວຍເຮົາໃຫ້ຟື້ນຕົວນຳອີກ ຈາກຜົນກະທົບທີ່ຮ້າຍກາດຂອງການເລືອກຂອງຄົນອື່ນ. ເຖິງຢ່າງໃດກໍຕາມ, ເຮົາແຕ່ລະຄົນຕ້ອງໃສ່ສາຍຮັດ ແລະ ໃຫ້ແນ່ໃຈວ່າສາຍນັ້ນຖືກມັດໄວ້ຢ່າງໝັ້ນຄົງ. ເຮົາຕ້ອງເລືອກທີ່ຈະຖືກມັດໄວ້ກັບພຣະຜູ້ຊ່ວຍໃຫ້ລອດ, ຖືກຜູກມັດເຂົ້າກັບພຣະອົງໂດຍພັນທະສັນຍາຂອງເຮົາ.3
ເຮົາຈະເຮັດໃຫ້ສະໝໍນັ້ນແຂງແກ່ນໄດ້ແນວໃດ? ເຮົາອະທິຖານດ້ວຍຫົວໃຈທີ່ຖ່ອມ, ສຶກສາ ແລະ ໄຕ່ຕອງພຣະຄຳພີ, ຮັບສ່ວນສິນລະລຶກດ້ວຍວິນຍານແຫ່ງການກັບໃຈ ແລະ ຄວາມຄາລະວະ, ພະຍາຍາມທີ່ຈະຮັກສາພຣະບັນຍັດ, ແລະ ເຮັດຕາມຄຳແນະນຳຂອງສາດສະດາ. ແລະ ຂະນະທີ່ເຮົາບັນລຸວຽກງານປະຈຳວັນຂອງເຮົາໃນວິທີທາງທີ່ “ສູງກວ່າ ແລະ ສັກສິດກວ່າ”4 ເຮົາຈະເຊື່ອມຕໍ່ເຂົ້າກັບພຣະຜູ້ຊ່ວຍໃຫ້ລອດຫລາຍຂຶ້ນ, ແລະ ໃນເວລາດຽວກັນນັ້ນ, ຊ່ວຍຄົນອື່ນໃຫ້ມາຫາພຣະອົງ.
ວິທີທາງທີ່ “ສູງກວ່າ ແລະ ສັກສິດກວ່າ” ນັ້ນເປັນແບບໃດ? ເຮົາພະຍາຍາມທີ່ຈະດຳລົງຊີວິດຕາມພຣະກິດຕິຄຸນ ໃນທຸກໆການປະຕິສຳພັນຂອງເຮົາ. ເຮົາດູແລຜູ້ຄົນທີ່ຂັດສົນ ໂດຍການປະຕິບັດສາດສະໜາກິດຢ່າງຈິງໃຈ, ສະແດງຄວາມຮັກຜ່ານທາງການຮັບໃຊ້ທີ່ລຽບງ່າຍ. ເຮົາແບ່ງປັນຂ່າວປະເສີດຂອງພຣະກິດຕິຄຸນກັບຜູ້ຄົນທີ່ຕ້ອງການຄວາມສະຫງົບ ແລະ ຄວາມເຂັ້ມແຂງ ແລະ “ບໍ່ຮູ້ວ່າຈະຊອກຫາມັນໄດ້ຢູ່ບ່ອນໃດ.”5 ເຮົາເຮັດວຽກເພື່ອເຕົ້າໂຮມຄອບຄົວຊົ່ວນິລັນດອນຢູ່ທັງສອງຟາກມ່ານ. ແລະ ສຳລັບຜູ້ທີ່ໄດ້ເຮັດພັນທະສັນຍາໃນບ້ານຂອງພຣະຜູ້ເປັນເຈົ້າແລ້ວ, ດັ່ງທີ່ປະທານຣະໂຊ ເອັມ ແນວສັນ ໄດ້ອະທິບາຍວ່າ, “ຜູ້ໃຫຍ່ທຸກຄົນທີ່ໄປພຣະວິຫານກໍເຂົ້າໃຈວ່າ ເຂົາເຈົ້າຈະນຸ່ງເສື້ອຜ້າສັກສິດຂອງຖານະປະໂລຫິດ, [ຊຶ່ງ] … ເຕືອນໃຈເຮົາ … ທີ່ຈະເດີນໄປໃນເສັ້ນທາງແຫ່ງພັນທະສັນຍາທຸກວັນ ໃນວິທີທາງທີ່ສູງກວ່າ ແລະ ສັກສິດກວ່າ.”6 ການກະທຳເຫລົ່ານີ້ບໍ່ໄດ້ເປັນພຽງແຕ່ສິ່ງທີ່ເຮົາເຮັດເປັນບາງຄັ້ງບາງຄາວເທົ່ານັ້ນ ແຕ່ເປັນສິ່ງທີ່ຈຳເປັນຕໍ່ຄວາມສຸກປະຈຳວັນຂອງເຮົາ—ແລະ ຄວາມຊື່ນຊົມນິລັນດອນ.
ບໍ່ມີສິ່ງໃດສຳຄັນຕໍ່ຄວາມກ້າວໜ້ານິລັນດອນຂອງເຮົາກວ່າການຮັກສາພັນທະສັນຍາຂອງເຮົາກັບພຣະເຈົ້າ. ເມື່ອພັນທະສັນຍາຂອງພຣະວິຫານມີຜົນບັງຄັບໃຊ້ໃນຊີວິດຂອງເຮົາ, ເຮົາສາມາດໄວ້ໃຈໄດ້ ໃນການໄດ້ຢູ່ນຳກັນຢ່າງຊື່ນຊົມກັບຄົນທີ່ເຮົາຮັກ ຢູ່ຟາກມ່ານເບື້ອງນັ້ນ. ລູກຄົນນັ້ນ ຫລື ພໍ່ແມ່ ຫລື ຄູ່ຄອງ ຜູ້ທີ່ໄດ້ຈາກໂລກມະຕະໄປ ກໍຫວັງດ້ວຍສຸດຫົວໃຈຂອງເຂົາເຈົ້າວ່າ ທ່ານຈະຈິງໃຈຕໍ່ພັນທະສັນຍາທີ່ຜູກມັດພວກທ່ານເຂົ້າກັນ. ຖ້າຫາກເຮົາບໍ່ເອົາໃຈໃສ່ ຫລື ບໍ່ເຫັນຄຸນຄ່າພັນທະສັນຍາຂອງເຮົາກັບພຣະເຈົ້າ, ເຮົາກໍເຮັດໃຫ້ຄວາມຜູກພັນນິລັນດອນເຫລົ່ານັ້ນຕົກຢູ່ໃນອັນຕະລາຍ. ບັດນີ້ເປັນເວລາທີ່ຈະກັບໃຈ, ແກ້ໄຂ, ແລະ ພະຍາຍາມອີກຄັ້ງ.
ຄວາມສຸກແມ່ນຫວ່າງເປົ່າ ຖ້າເຮົາເອົາພອນຂອງຄວາມຊື່ນຊົມນິລັນດອນໄປແລກປ່ຽນກັບຄວາມສະດວກສະບາຍພຽງຊົ່ວຄາວ. ບໍ່ວ່າເຮົາຈະມີອາຍຸເທົ່າໃດກໍຕາມ, ນັ້ນແມ່ນຄວາມຈິງທີ່ແນ່ນອນ: ເຄັດລັບຂອງຄວາມສຸກທີ່ເປັນນິດຄື ການດຳລົງຊີວິດຕາມພຣະກິດຕິຄຸນຂອງພຣະເຢຊູຄຣິດ ແລະ ການຮັກສາພັນທະສັນຍາຂອງເຮົາ. ສາດສະດາຂອງເຮົາ, ປະທານແນວສັນ, ໄດ້ຢືນຢັນວ່າ “ຄວາມໝັ້ນຄົງຂອງເຮົາໃນທີ່ສຸດ ແລະ ຄວາມສຸກອັນຍືນຍົງຂອງເຮົາພຽງຢ່າງດຽວແມ່ນຂຶ້ນຢູ່ກັບການຈັບຮາວເຫລັກຂອງພຣະກິດຕິຄຸນທີ່ຟື້ນຟູຂອງພຣະເຢຊູຄຣິດເອົາໄວ້, ຄົບບໍລິບູນ ດ້ວຍພັນທະສັນຍາ ແລະ ພິທີການຂອງມັນ. ເມື່ອເຮົາເຮັດດັ່ງນັ້ນ, ເຮົາຈະສາມາດຄົງຢູ່ຢ່າງເຂັ້ມແຂງ ຜ່ານຜ່າການທົດລອງທີ່ຍາກລຳບາກ ເພາະເຮົາເຂົ້າເຖິງອຳນາດຂອງພຣະເຈົ້າໄດ້.”7
ເຮົາຫລາຍຄົນກໍກຳລັງປະເຊີນກັບການທົດລອງທີ່ຫຍຸ້ງຍາກ. ຂະນະທີ່ເຮົາຖືກຊັດໄປຊັດມາໂດຍຄື້ນແຫ່ງຄວາມຍາກລຳບາກ ແລະ ບາງເທື່ອກໍຫລຽວບໍ່ເຫັນເພາະນ້ຳຕາທີ່ຫລັ່ງໄຫລມາໃນຄວາມຫຍຸ້ງຍາກເຫລົ່ານັ້ນ, ເຮົາອາດບໍ່ຮູ້ວ່າຈະພາຍເຮືອຊີວິດຂອງເຮົາໄປທາງໃດ. ເຮົາອາດແມ່ນແຕ່ຈະຄິດວ່າເຮົາມີແຮງພໍທີ່ຈະໄປເຖິງຝັ່ງຫລືບໍ່. ການຈື່ຈຳວ່າ ທ່ານເປັນ ໃຜ—ລູກທີ່ຮັກຂອງພຣະເຈົ້າ—ວ່າເປັນຫຍັງ ທ່ານຈຶ່ງຢູ່ເທິງໂລກ, ແລະ ເປົ້າໝາຍ ຂອງທ່ານທີ່ຈະດຳລົງຊີວິດຢູ່ກັບພຣະເຈົ້າ ແລະ ຜູ້ຄົນທີ່ທ່ານຮັກ ສາມາດເຮັດໃຫ້ສາຍຕາຂອງທ່ານແຈ່ມແຈ້ງ ແລະ ຊີ້ນຳທ່ານໄປໃນທິດທາງທີ່ຖືກຕ້ອງ. ໃນທ່າມກາງພະຍຸທີ່ຮ້າຍແຮງ, ກໍຍັງມີແສງສະຫວ່າງທີ່ຈະສ່ອງແສງນຳທາງ. “ເຮົາຄື ຄວາມສະຫວ່າງຊຶ່ງສ່ອງແສງຢູ່ໃນຄວາມມືດ,” ພຣະເຢຊູປະກາດ.8 ເຮົາຖືກຮັບຮອງຄວາມປອດໄພເມື່ອເຮົາຫລຽວໄປຫາຄວາມສະຫວ່າງຂອງພຣະອົງ ແລະ ຊື່ສັດຕໍ່ພັນທະສັນຍາຂອງເຮົາ.
ມັນໄດ້ເປັນສິດທິພິເສດ ທີ່ໄດ້ພົບສະຕີໃນທຸກໆໄວ ດຳລົງຊີວິດຢູ່ໃນຫລາກຫລາຍສະຖານະການ ຜູ້ທີ່ຮັກສາພັນທະສັນຍາຂອງເຂົາເຈົ້າ. ແຕ່ລະວັນ, ເຂົາເຈົ້າຫລຽວໄປຫາພຣະຜູ້ເປັນເຈົ້າ ແລະ ສາດສະດາຂອງພຣະອົງສຳລັບການຊີ້ນຳ, ແທນທີ່ຈະຫລຽວໄປຫາສື່ມວນຊົນທີ່ນິຍົມ. ເຖິງແມ່ນວ່າຈະມີການທ້າທາຍສ່ວນຕົວ ແລະ ປັດຊະຍາອັນຕະລາຍຂອງໂລກ ທີ່ພະຍາຍາມຊັກຊວນເຂົາເຈົ້າບໍ່ໃຫ້ຮັກສາພັນທະສັນຍາຂອງເຂົາເຈົ້າ, ແຕ່ເຂົາເຈົ້າກໍຕັ້ງໃຈທີ່ຈະຄົງຢູ່ໃນເສັ້ນທາງແຫ່ງພັນທະສັນຍາ. ເຂົາເຈົ້າເພິ່ງອາໄສຄຳສັນຍາທີ່ວ່າ “ທຸກສິ່ງທີ່ພຣະບິດາມີ.”9 ບໍ່ວ່າອາຍຸຂອງທ່ານຈະເທົ່າໃດກໍຕາມ, ທ່ານສະຕີແຕ່ລະຄົນທີ່ໄດ້ເຮັດພັນທະສັນຍາກັບພຣະເຈົ້າແລ້ວ ກໍມີຄວາມສາມາດທີ່ຈະຍົກຄວາມສະຫວ່າງຂອງພຣະຜູ້ເປັນເຈົ້າຂຶ້ນ ແລະ ນຳພາຄົນອື່ນມາຫາພຣະອົງ.10 ຜ່ານທາງການຮັກສາພັນທະສັນຍາຂອງທ່ານ, ພຣະອົງຈະປະທານພອນໃຫ້ແກ່ທ່ານ ດ້ວຍອຳນາດຖານະປະໂລຫິດຂອງພຣະອົງ ແລະ ເຮັດໃຫ້ທ່ານສາມາດມີອິດທິພົນອັນເລິກເຊິ່ງຕໍ່ທຸກໆຄົນທີ່ທ່ານພົວພັນດ້ວຍ. ດັ່ງທີ່ປະທານແນວສັນໄດ້ປະກາດວ່າ, ທ່ານເປັນສະຕີຜູ້ທີ່ຈະເຮັດໃຫ້ການພະຍາກອນໄວ້ລ່ວງໜ້າເກີດເປັນຈິງ!11
ເອື້ອຍນ້ອງທີ່ຮັກແພງທັງຫລາຍ, ເໜືອສິ່ງອື່ນໃດ, ຂໍໃຫ້ຄົງຢູ່ໃນເສັ້ນທາງແຫ່ງພັນທະສັນຍາທີ່ນຳໄປຫາພຣະເຢຊູຄຣິດ! ເຮົາໄດ້ຮັບພອນທີ່ໄດ້ມາສູ່ໂລກເມື່ອພຣະວິຫານມີຢູ່ຢ່າງຫລວງຫລາຍຕະຫລອດທົ່ວໂລກ. ການເຮັດ ແລະ ການຮັກສາພັນທະສັນຍາຂອງພຣະວິຫານກໍມີໃຫ້ສະມາຊິກຂອງສາດສະໜາຈັກທີ່ມີຄ່າຄວນທຸກໆຄົນ. ຜູ້ໃຫຍ່ໜຸ່ມທັງຫລາຍ, ພວກທ່ານບໍ່ຈຳເປັນຕ້ອງລໍຖ້າຈົນກວ່າແຕ່ງງານ ຫລື ຈົນກວ່າໄປເຜີຍແຜ່ກ່ອນຈະເຮັດພັນທະສັນຍາສັກສິດເຫລົ່ານັ້ນ. ພວກເຈົ້າຍິງໜຸ່ມກໍສາມາດກະກຽມຄືກັນ ເພື່ອຮັບການປົກປ້ອງ ແລະ ຄວາມເຂັ້ມແຂງທີ່ພັນທະສັນຍາຂອງພຣະວິຫານມີໃຫ້ ຫລັງຈາກອາຍຸ 18 ປີ ເມື່ອພວກເຈົ້າພ້ອມແລ້ວ ແລະ ຮູ້ສຶກມີຄວາມປາດຖະໜາທີ່ຈະໃຫ້ກຽດພັນທະສັນຍາຂອງພຣະວິຫານເຫລົ່ານັ້ນ.12 ພວກເຈົ້າໄດ້ຮັບພອນຂອງພຣະວິຫານແລ້ວ, ຢ່າປ່ອຍໃຫ້ຜູ້ວິຈານ ຫລື ສິ່ງລົບກວນໃດໆດຶງພວກເຈົ້າໄປຈາກຄວາມຈິງນິລັນດອນ. ໃຫ້ສຶກສາ ແລະ ສອບຖາມແຫລ່ງທີ່ໄວ້ໃຈໄດ້ສຳລັບຄວາມເຂົ້າໃຈເຖິງຄວາມສຳຄັນທີ່ສັກສິດ ຂອງພັນທະສັນຍາທີ່ພວກເຈົ້າໄດ້ເຮັດແລ້ວ. ໃຫ້ໄປພຣະວິຫານເລື້ອຍໆເທົ່າທີ່ພວກເຈົ້າສາມາດເຮັດໄດ້ ແລະ ໃຫ້ຮັບຟັງພຣະວິນຍານ. ພວກເຈົ້າຈະພົບເຫັນການຮັບຮອງທີ່ຫວານຊື່ນ ວ່າພວກເຈົ້າຄົງຢູ່ໃນເສັ້ນທາງຂອງພຣະຜູ້ເປັນເຈົ້າ. ພວກເຈົ້າຈະພົບຄວາມກ້າຫານເພື່ອດຳເນີນຕໍ່ໄປ ພ້ອມທັງພາຄົນອື່ນມານຳພວກເຈົ້າ.
ຂ້າພະເຈົ້າເປັນພະຍານວ່າ ເມື່ອເຮົາເລືອກທີ່ຈະເຮັດພັນທະສັນຍາກັບພຣະບິດາເທິງສະຫວັນ ແລະ ເຂົ້າເຖິງອຳນາດຂອງພຣະຜູ້ຊ່ວຍໃຫ້ລອດ ທີ່ຈະຮັກສາມັນ, ເຮົາຈະໄດ້ຮັບພອນດ້ວຍຄວາມສຸກຫລາຍຂຶ້ນ ຫລາຍກວ່າທີ່ເຮົາສາມາດຈິນຕະນາການໄດ້ໃນຊີວິດນີ້ ແລະ ຊີວິດນິລັນດອນທີ່ຮຸ່ງໂລດ ທີ່ຈະມາເຖິງ.13 ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.