![](https://www.churchofjesuschrist.org/imgs/https%3A%2F%2Fassets.churchofjesuschrist.org%2F5a%2F18%2F5a1808443e38ca3c88c123e0efbd87c16bd66312%2F5a1808443e38ca3c88c123e0efbd87c16bd66312.jpeg/full/!250,/0/default)
ການລາຍງານຂອງພະແນກກວດສອບບັນຊີຂອງສາດສະໜາຈັກ, ປີ 2021
ຮຽນ ຝ່າຍປະທານສູງສຸດຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ
ອ້າຍນ້ອງທັງຫລາຍ: ດັ່ງທີ່ໄດ້ອະທິບາຍໄວ້ໂດຍການເປີດເຜີຍໃນ ພາກທີ 120 ຂອງ ຄຳສອນ ແລະ ພັນທະສັນຍາ, ສະພາຈັດການເລື່ອງເງິນສ່ວນສິບ—ຊຶ່ງປະກອບດ້ວຍຝ່າຍປະທານສູງສຸດ, ກຸ່ມອັກຄະສາວົກສິບສອງ, ແລະ ຝ່າຍອະທິການຄວບຄຸມ—ມີສິດອຳນາດໃນການໃຊ້ຈ່າຍເງິນທຶນຂອງສາດສະໜາຈັກ. ພະແນກຕ່າງໆຂອງສາດສະໜາຈັກຈະໃຊ້ຈ່າຍເງິນທຶນຕາມທີ່ງົບປະມານຖືກອະນຸມັດ, ຕາມນະໂຍບາຍ, ແລະ ຕາມລະບຽບ.
ພະແນກກວດສອບບັນຊີ, ຊຶ່ງຮ່ວມດ້ວຍເຈົ້າໜ້າທີ່ອື່ນໆລະດັບມືອາຊີບ ແລະ ເປັນໜ່ວຍທີ່ເຮັດວຽກຢ່າງເປັນອິດສະລະ ໂດຍບໍ່ຂຶ້ນຢູ່ກັບພະແນກ ແລະ ໜ່ວຍງານໃດໆຂອງສາດສະໜາຈັກ, ມີໜ້າທີ່ຮັບຜິດຊອບທີ່ຈະກວດສອບເພື່ອໃຫ້ແນ່ໃຈກ່ຽວກັບລາຍໄດ້, ລາຍຈ່າຍ, ແລະ ການປົກປ້ອງດູແລຊັບສິນຂອງສາດສະໜາຈັກ.
ອີງຕາມການດຳເນີນງານການກວດສອບ, ພະແນກກວດສອບບັນຊີລົງຄວາມເຫັນວ່າ, ລາຍໄດ້, ລາຍຈ່າຍ, ແລະ ຊັບສິນຂອງສາດສະໜາຈັກ ສຳລັບປີ 2021 ໄດ້ຖືກບັນທຶກແລະ ປະຕິບັດຕາມລະບົບບັນຊີງົບປະມານ, ຕາມລະບຽບຂອງການປະຕິບັດບັນຊີ, ແລະ ຕາມນະໂຍບາຍ ທີ່ໄດ້ຮັບການອະນຸມັດຈາກສາດສະໜາຈັກ. ສາດສະໜາຈັກເຮັດຕາມການປະຕິບັດທີ່ສອນສະມາຊິກຂອງສາດສະໜາຈັກວ່າ ໃຫ້ດຳລົງຊີວິດຢູ່ໃນຂອບເຂດງົບປະມານ, ຫລີກເວັ້ນໜີ້ສິນ, ແລະ ອອມສິນໄວ້ສຳລັບໃນຍາມທີ່ຂັດສົນ.
ດ້ວຍຄວາມນັບຖືເປັນຢ່າງສູງ,
ພະແນກກວດສອບບັນຊີຂອງສາດສະໜາຈັກ
ແຈເຣັດ ບີ ລາສັນ
ຫົວໜ້າຜູ້ອຳນວຍການ