ການຮັບໃຊ້ເຜີຍແຜ່ເປັນພອນໃຫ້ແກ່ຊີວິດຂອງຂ້າພະເຈົ້າຕະຫລອດໄປ
ຂ້າພະເຈົ້າອະທິຖານວ່າພວກເຈົ້າຊາຍໜຸ່ມ ແລະ ຍິງໜຸ່ມ ແລະ ພໍ່ແມ່ຂອງພວກເຈົ້າຈະເຫັນ ແລະ ຮູ້ວ່າການຮັບໃຊ້ເຜີຍແຜ່ຈະເປັນພອນໃຫ້ແກ່ຊີວິດຂອງພວກເຈົ້າຕະຫລອດໄປແນວໃດ.
ຂໍຂອບໃຈ, ປະທານແນວສັນ, ທີ່ແບ່ງປັນຄຳແນະນຳກ່ຽວກັບການຮັບໃຊ້ເຜີຍແຜ່ນັ້ນອີກຄັ້ງ.
ອ້າຍເອື້ອຍນ້ອງທັງຫລາຍ, ເມື່ອຫລາຍປີກ່ອນ ຕອນກ່າວປາໄສຢູ່ໃນກອງປະຊຸມໃຫຍ່ສາມັນ, ໃນທັນໃດນັ້ນສາຍຕາເບື້ອງຊ້າຍຂອງຂ້າພະເຈົ້າກໍໄດ້ປ່ຽນໄປ ເພາະພະຍາດທີ່ເອີ້ນວ່າ ສາຍຕາເສື່ອມ, ຊຶ່ງຕໍ່ຈາກນັ້ນມັນໄດ້ຮ້າຍແຮງຂຶ້ນເລື້ອຍໆ ແລະ ໄດ້ເຮັດໃຫ້ສາຍຕາເບື້ອງຊ້າຍໃຊ້ການບໍ່ໄດ້ເລີຍ.
ຂະນະທີ່ຂ້າພະເຈົ້າຮັບມືກັບການທ້າທາຍນີ້, ຂ້າພະເຈົ້າຮູ້ສຶກບຸນຄຸນສຳລັບການມອງເຫັນແບບອື່ນ, ລວມທັງການມອງເຫັນອະດີດ. ຂະນະທີ່ຂ້າພະເຈົ້າກັບໄປໄຕ່ຕອງຊີວິດຂອງຂ້າພະເຈົ້າ, ຂ້າພະເຈົ້າສາມາດເຫັນປະສົບການບາງຢ່າງທີ່ໄດ້ສ້າງຄວາມແຕກຕ່າງທີ່ສຳຄັນ. ໜຶ່ງໃນປະສົບການເຫລົ່ານັ້ນກໍແມ່ນວ່າ ການຮັບໃຊ້ເຜີຍແຜ່ເຕັມເວລາຂອງຂ້າພະເຈົ້າ ຕອນຍັງໜຸ່ມຢູ່ທີ່ປະເທດອັງກິດ ໄດ້ເປັນພອນໃຫ້ແກ່ຊີວິດຂອງຂ້າພະເຈົ້າ ແລະ ໄດ້ປັບປ່ຽນຈຸດໝາຍທາງວິນຍານຂອງຂ້າພະເຈົ້າແນວໃດ.
ຂ້າພະເຈົ້າໄດ້ສະທ້ອນຄິດເຖິງການທ້າທາຍທາງດ້ານເສດຖະກິດ ທີ່ກ່ຽວພັນກັບພາວະເສດຖະກິດຕົກຕ່ຳຄັ້ງໃຫຍ່ໃນປີ 1930 ທີ່ເປັນໂຊກຮ້າຍສຳລັບພໍ່ແມ່ ແລະ ຄອບຄົວຂອງພວກເຮົາ. ພໍ່ຂອງຂ້າພະເຈົ້າກໍໄດ້ເອົາໃຈໃສ່ກັບການຮັກສາຮ້ານຂາຍລົດຂອງເພິ່ນໃຫ້ລອດ ແລະ ຈັດຫາໃຫ້ຄອບຄົວໃນຊ່ວງເວລາທີ່ຍາກລຳບາກນັ້ນ ຈົນພໍ່ແມ່ຂອງຂ້າພະເຈົ້າບໍ່ໄດ້ໄປໂບດ.
ເຖິງແມ່ນວ່າພວກເຮົາບໍ່ໄດ້ໄປໂບດເປັນຄອບຄົວ, ແຕ່ນັ້ນກໍບໍ່ໄດ້ກີດກັນຂ້າພະເຈົ້າຈາກການໄປຮ່ວມເປັນບາງຄັ້ງບາງຄາວ ກັບໝູ່ເພື່ອນຂອງຂ້າພະເຈົ້າ.
ໃນສະໄໝນັ້ນ, ຂ້າພະເຈົ້າກໍຢາກໄປເຜີຍແຜ່, ແຕ່ມັນບໍ່ໄດ້ເປັນສິ່ງທີ່ຂ້າພະເຈົ້າໄດ້ເວົ້າລົມກັບພໍ່ແມ່ຂອງຂ້າພະເຈົ້າ.
ຕອນໄປຮຽນທີ່ວິທະຍາໄລ, ໝູ່ເພື່ອນຫລາຍຄົນ ແລະ ຂ້າພະເຈົ້າໄດ້ຕັດສິນໃຈຈະໄປເຜີຍແຜ່. ຫລັງຈາກໄດ້ພົບກັບອະທິການຂອງຂ້າພະເຈົ້າແລ້ວ, ຂ້າພະເຈົ້າກໍໄດ້ປະກອບໃບສະໝັກຕອນພໍ່ແມ່ຂອງຂ້າພະເຈົ້າອອກໄປຕ່າງເມືອງ. ເມື່ອພໍ່ແມ່ຂອງຂ້າພະເຈົ້າກັບມາ, ຂ້າພະເຈົ້າໄດ້ເຮັດໃຫ້ພວກເພິ່ນແປກໃຈດ້ວຍຂ່າວທີ່ວ່າ ຂ້າພະເຈົ້າຖືກເອີ້ນໄປຮັບໃຊ້ຢູ່ທີ່ປະເທດອັງກິດ. ຂ້າພະເຈົ້າກະຕັນຍູສຳລັບການສະໜັບສະໜູນທີ່ຕື່ນເຕັ້ນຂອງພວກເພິ່ນກ່ຽວກັບການຕັດສິນໃຈນີ້ ແລະ ສຳລັບໝູ່ເພື່ອນທີ່ດີ ຜູ້ທີ່ໄດ້ຊ່ວຍຂ້າພະເຈົ້າຕັດສິນໃຈໄປຮັບໃຊ້.
ການຮັບໃຊ້ເຜີຍແຜ່ຂອງຂ້າພະເຈົ້າໄດ້ກະກຽມຂ້າພະເຈົ້າໃຫ້ເປັນສາມີ ແລະ ພໍ່ທີ່ດີ ແລະ ໃຫ້ປະສົບຜົນສຳເລັດທາງດ້ານທຸລະກິດ. ມັນໄດ້ກະກຽມຂ້າພະເຈົ້ານຳອີກ ສຳລັບການຮັບໃຊ້ພຣະຜູ້ເປັນເຈົ້າຕະຫລອດຊີວິດໃນສາດສະໜາຈັກຂອງພຣະອົງ.
ໃນກອງປະຊຸມໃຫຍ່ສາມັນ ເດືອນເມສາ ປີ 1985, ຂ້າພະເຈົ້າຖືກມອບໝາຍໃຫ້ກ່າວປາໄສໃນພາກຖານະປະໂລຫິດ. ຂ້າພະເຈົ້າໄດ້ເຈາະຈົງຂ່າວສານຂອງຂ້າພະເຈົ້າໃສ່ບັນດາຊາຍໜຸ່ມ. ຂ້າພະເຈົ້າໄດ້ກ່າວກ່ຽວກັບການກະກຽມ ທີ່ຈະຮັບໃຊ້ເປັນຜູ້ສອນສາດສະໜາ. ຂ້າພະເຈົ້າໄດ້ກ່າວວ່າ, “ໃນບັນດາການຝຶກອົບຮົມທັງໝົດທີ່ຂ້າພະເຈົ້າໄດ້ຮັບ ໃນການມອບໝາຍຂອງຂ້າພະເຈົ້າໃນສາດສະໜາຈັກ, ບໍ່ມີອັນໃດສຳຄັນຕໍ່ຂ້າພະເຈົ້າຫລາຍໄປກວ່າ ການຝຶກອົບຮົມທີ່ຂ້າພະເຈົ້າໄດ້ຮັບຕອນເປັນແອວເດີອາຍຸສິບເກົ້າປີ ຮັບໃຊ້ເປັນຜູ້ສອນສາດສະໜາເຕັມເວລາ.”1
ພຣະຜູ້ເປັນເຈົ້າຮູ້ຈັກພວກເຈົ້າ. ເມື່ອພວກເຈົ້າຮັບໃຊ້ເຜີຍແຜ່, ພວກເຈົ້າຈະມີປະສົບການທີ່ຈະຊ່ວຍພວກເຈົ້າໃຫ້ມາຮູ້ຈັກພຣະອົງດີຂຶ້ນ. ພວກເຈົ້າຈະເຕີບໂຕທາງວິນຍານໃນການຮັບໃຊ້ພຣະອົງ. ໃນພຣະນາມຂອງພຣະອົງ, ພວກເຈົ້າຈະຖືກສົ່ງໄປປະຕິບັດວຽກງານຮັບໃຊ້ຄົນອື່ນ. ພຣະອົງຈະປະທານປະສົບການໃຫ້ແກ່ພວກເຈົ້າ ດ້ວຍການກະຕຸ້ນຈາກພຣະວິນຍານບໍລິສຸດ. ພຣະຜູ້ເປັນເຈົ້າຈະປະທານສິດອຳນາດໃຫ້ແກ່ພວກເຈົ້າ ເພື່ອສິດສອນໃນພຣະນາມຂອງພຣະອົງ. ພວກເຈົ້າສາມາດສະແດງໃຫ້ພຣະອົງເຫັນວ່າ ພຣະອົງສາມາດໄວ້ພຣະໄທພວກເຈົ້າ ແລະ ສາມາດເພິ່ງອາໄສພວກເຈົ້າໄດ້.
ພຽງແຕ່ຫ້າເດືອນຜ່ານມານີ້, ແອວເດີ ແຈັບຟະຣີ ອາ ຮໍແລນ ແລະ ແອວເດີ ຄວິນຕິນ ແອວ ຄຸກ, ຜູ້ທີ່ໄດ້ຮັບໃຊ້ເປັນຜູ້ສອນສາດສະໜາໃນເຂດເກາະອັງກິດຄືກັນ, ໄດ້ໄປຮ່ວມກັບຂ້າພະເຈົ້າໃນການຢ້ຽມຢາມສະມາຊິກ ແລະ ຜູ້ສອນສາດສະໜາຢູ່ໃນແຜ່ນດິນທີ່ສວຍງາມນັ້ນ. ຂະນະຢູ່ທີ່ນັ້ນ, ຂ້າພະເຈົ້າໄດ້ສະທ້ອນຄິດເຖິງປະສົບການຂອງຂ້າພະເຈົ້າ ຕອນເປັນຜູ້ສອນສາດສະໜາໜຸ່ມ. ຂ້າພະເຈົ້າເປັນພະຍານວ່າ ການເຜີຍແຜ່ຂອງຂ້າພະເຈົ້າຄືບ່ອນທີ່ຂ້າພະເຈົ້າໄດ້ມາຮູ້ຈັກວ່າ ພຣະບິດາເທິງສະຫວັນຂອງຂ້າພະເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງຂ້າພະເຈົ້າ, ພຣະເຢຊູຄຣິດ, ຮູ້ຈັກ ແລະ ຮັກຂ້າພະເຈົ້າ.
ຂ້າພະເຈົ້າໄດ້ຮັບພອນທີ່ໄດ້ມີປະທານເຜີຍແຜ່ທີ່ດີເລີດສອງທ່ານ, ແຊວໂວຍ ເຈ ໂບເຍີ ແລະ ສະເຕເນີ ຣິເຈີດສ໌, ພ້ອມທັງຄູ່ຄອງທີ່ອຸທິດຕົນຂອງພວກເພິ່ນ ກະແລດັສ ໂບເຍີ ແລະ ເຈນ ຣິເຈີດສ໌. ເມື່ອຫວນຄິດຄືນຫລັງ, ຂ້າພະເຈົ້າສາມາດເຫັນໄດ້ຢ່າງແຈ່ມແຈ້ງຫລາຍຂຶ້ນວ່າ ພວກເພິ່ນໄດ້ໄວ້ວາງໃຈຂ້າພະເຈົ້າ ແລະ ຮັກຂ້າພະເຈົ້າ. ພວກເພິ່ນໄດ້ສິດສອນພຣະກິດຕິຄຸນໃຫ້ແກ່ຂ້າພະເຈົ້າ. ພວກເພິ່ນໄດ້ມີຄວາມຄາດຫວັງສູງຈາກຂ້າພະເຈົ້າ. ພວກເພິ່ນໄດ້ມອບການມອບໝາຍ ແລະ ໂອກາດການເປັນຜູ້ນຳທີ່ທ້າທາຍໃຫ້ແກ່ຂ້າພະເຈົ້າ ເພື່ອຊ່ວຍໃຫ້ຂ້າພະເຈົ້າເຕີບໂຕ ແລະ ກະກຽມສຳລັບຊີວິດແຫ່ງການຮັບໃຊ້.
ຂ້າພະເຈົ້າຍັງໄດ້ສະທ້ອນຄິດເຖິງຕອນປະທານສະເປັນເຊີ ດັບເບິນຢູ ຄິມໂບ ໄດ້ເອີ້ນຂ້າພະເຈົ້າໃຫ້ເປັນປະທານເຂດເຜີຍແຜ່ການາດາ ໂຕຣອນໂຕ ກັບບາບາຣາ ພັນລະຍາທີ່ຮັກຂອງຂ້າພະເຈົ້າ ແລະ ລູກໆຂອງພວກເຮົາຢູ່ຄຽງຂ້າງ. ປະທານຄິມໂບໄດ້ເອີ້ນພວກເຮົາໃຫ້ຮັບໃຊ້ໃນເດືອນເມສາ ປີ 1974, ບໍ່ດົນຫລັງຈາກເພິ່ນໄດ້ກ່າວປາໄສຂ່າວສານທີ່ດົນໃຈຂອງຜູ້ສອນສາດສະໜາ ທີ່ມີຊື່ວ່າ “ວັນເວລາທີ່ຊາວໂລກຈະປ່ຽນໃຈເຫລື້ອມໃສ.”2 ຢູ່ໃນຂ່າວສານນັ້ນ ປະທານຄິມໂບໄດ້ອະທິບາຍເຖິງວິໄສທັດຂອງເພິ່ນວ່າ ພຣະກິດຕິຄຸນຈະຖືກນຳອອກໄປສູ່ຊາວໂລກແນວໃດ. ເພິ່ນໄດ້ຮຽກຮ້ອງໃຫ້ມີຜູ້ສອນສາດສະໜາອີກຫລາຍຄົນ ຈາກທົ່ວໂລກ. ເພິ່ນໄດ້ເຕືອນເຮົາເຖິງຄວາມຄາດຫວັງຂອງພຣະຜູ້ເປັນເຈົ້າວ່າ “ໃຫ້ມະນຸດທຸກຄົນ … ເປັ່ງສຽງເຕືອນຜູ້ອາໄສຂອງແຜ່ນດິນໂລກ.”3 ຄຳສອນຂອງປະທານຄິມໂບກ່ຽວກັບຄວາມຄາດຫວັງສຳລັບຊາຍໜຸ່ມ ທີ່ຈະຮັບໃຊ້ເຜີຍແຜ່ກໍໄດ້ກາຍມາເປັນຫົວຂໍ້ການສົນທະນາ ຢູ່ທີ່ບ້ານຕະຫລອດທົ່ວໂລກ. ຄວາມຄາດຫວັງນັ້ນຍັງບໍ່ປ່ຽນແປງ. ຂ້າພະເຈົ້າມີຄວາມກະຕັນຍູທີ່ປະທານຣະໂຊ ເອັມ ແນວສັນ ກໍໄດ້ຢືນຢັນຄວາມຄາດຫວັງຂອງພຣະຜູ້ເປັນເຈົ້າໃນເຊົ້າມື້ນີ້ເຊັ່ນກັນ.
ເກືອບ 10 ປີແລ້ວຕັ້ງແຕ່ປະທານທອມມັສ ແອັສ ມອນສັນ ໄດ້ປະກາດການຫລຸດອາຍຸຂອງຜູ້ສອນສາດສະໜາສຳລັບຊາຍໜຸ່ມ ແລະ ຍິງໜຸ່ມ.4 ໃນມຸມມອງຂອງຂ້າພະເຈົ້າ, ເຫດຜົນຕົ້ນຕໍສຳລັບການປ່ຽນແປງນີ້ຄືເພື່ອເປີດໂອກາດປ່ຽນແປງຊີວິດແກ່ຊາວໜຸ່ມຂອງພວກເຮົາຫລາຍຂຶ້ນ ໃນການຮັບໃຊ້ເປັນຜູ້ສອນສາດສະໜາ.
ໃນຖານະອັກຄະສາວົກຂອງອົງພຣະເຢຊູຄຣິດເຈົ້າ, ບັດນີ້ຂ້າພະເຈົ້າຂໍຮ້ອງໃຫ້ພວກເຈົ້າຊາຍໜຸ່ມທັງຫລາຍ—ແລະ ຍິງໜຸ່ມຜູ້ທີ່ປາດຖະໜາຈະຮັບໃຊ້ເຜີຍແຜ່—ໃຫ້ເລີ່ມຕົ້ນເວົ້າລົມກັບພໍ່ແມ່ຂອງພວກເຈົ້າກ່ຽວກັບການຮັບໃຊ້ເຜີຍແຜ່ດຽວນີ້ເລີຍ. ຂ້າພະເຈົ້າຍັງຂໍເຊື້ອເຊີນພວກເຈົ້າ ໃຫ້ເວົ້າລົມກັບໝູ່ເພື່ອນຂອງພວກເຈົ້ານຳອີກ ກ່ຽວກັບການຮັບໃຊ້ເຜີຍແຜ່, ແລະ ຖ້າຫາກໝູ່ເພື່ອນຂອງພວກເຈົ້າບໍ່ແນ່ໃຈກ່ຽວກັບການຮັບໃຊ້, ກໍຊຸກຍູ້ພວກເຂົາໃຫ້ເວົ້າລົມກັບອະທິການຂອງພວກເຂົາ.
ໃຫ້ຄຳໝັ້ນສັນຍາກັບຕົວເອງ ແລະ ກັບພຣະບິດາເທິງສະຫວັນຂອງພວກເຈົ້າວ່າ ພວກເຈົ້າຈະໄປຮັບໃຊ້ເຜີຍແຜ່ ແລະ ວ່ານັບຕັ້ງແຕ່ເວລານີ້ເປັນຕົ້ນໄປ ພວກເຈົ້າຈະພະຍາຍາມຮັກສາຫົວໃຈ, ມື, ແລະ ຈິດໃຈຂອງພວກເຈົ້າໃຫ້ສະອາດ ແລະ ມີຄ່າຄວນ. ຂ້າພະເຈົ້າຂໍເຊື້ອເຊີນພວກເຈົ້າ ໃຫ້ມີປະຈັກພະຍານທີ່ໜັກແໜ້ນ ເຖິງພຣະກິດຕິຄຸນທີ່ຖືກຟື້ນຟູຂອງພຣະເຢຊູຄຣິດ.
ພໍ່ ແລະ ແມ່ທັງຫລາຍຂອງຊາວໜຸ່ມທີ່ປະເສີດເຫລົ່ານີ້, ພວກທ່ານມີບົດບາດທີ່ສຳຄັນໃນຂັ້ນຕອນຂອງການກະກຽມນີ້. ໃຫ້ເລີ່ມຕົ້ນເວົ້າລົມກັບລູກໆຂອງພວກທ່ານ ກ່ຽວກັບການຮັບໃຊ້ເຜີຍແຜ່ໃນມື້ນີ້ເລີຍ. ພວກເຮົາຮູ້ວ່າຄອບຄົວມີອິດທິພົນທີ່ເລິກເຊິ່ງທີ່ສຸດ ໃນການຊ່ວຍເຫລືອຊາຍໜຸ່ມ ແລະ ຍິງໜຸ່ມຂອງເຮົາກະກຽມ.
ຖ້າຫາກພວກເຈົ້າຍັງຢູ່ໃນໄວຂອງການຮັບໃຊ້ເຜີຍແຜ່ ແຕ່ຍັງບໍ່ທັນໄດ້ຮັບໃຊ້ເທື່ອເພາະການແຜ່ລະບາດ ຫລື ເຫດຜົນອື່ນໆ, ຂ້າພະເຈົ້າຂໍເຊື້ອເຊີນພວກເຈົ້າໃຫ້ຮັບໃຊ້ໃນເວລານີ້. ໃຫ້ເວົ້າລົມກັບອະທິການຂອງພວກເຈົ້າ, ແລະ ກະກຽມທີ່ຈະຮັບໃຊ້ພຣະຜູ້ເປັນເຈົ້າ.
ຂ້າພະເຈົ້າຂໍຊຸກຍູ້ພວກທ່ານອະທິການ ໃຫ້ຊ່ວຍຊາຍໜຸ່ມ ແລະ ຍິງໜຸ່ມຜູ້ທີ່ໃກ້ຈະເຖິງໄວຂອງຜູ້ສອນສາດສະໜາໃຫ້ກະກຽມທີ່ຈະຮັບໃຊ້, ແລະ ຂ້າພະເຈົ້າຍັງຂໍຊຸກຍູ້ພວກທ່ານອະທິການນຳອີກ ໃຫ້ກວດເບິ່ງວ່າ ມີຜູ້ໃດແດ່ທີ່ມີອາຍຸພໍທີ່ຈະຮັບໃຊ້ແຕ່ຍັງບໍ່ທັນຮັບໃຊ້ເທື່ອ. ເຊື້ອເຊີນຊາຍໜຸ່ມແຕ່ລະຄົນໃຫ້ເປັນຜູ້ສອນສາດສະໜາ, ພ້ອມທັງຍິງໜຸ່ມແຕ່ລະຄົນທີ່ປາດຖະໜາຈະຮັບໃຊ້ນຳອີກ.
ຕໍ່ຜູ້ສອນສາດສະໜາທີ່ກຳລັງຮັບໃຊ້ຢູ່ໃນເວລານີ້, ພວກເຮົາຂໍຂອບໃຈພວກເຈົ້າ. ການເຜີຍແຜ່ຂອງພວກເຈົ້າໄດ້ເກີດຂຶ້ນລະຫວ່າງການແຜ່ລະບາດທົ່ວໂລກ. ເພາະເຫດນີ້, ປະສົບການເຜີຍແຜ່ຂອງພວກເຈົ້າກໍບໍ່ຄືກັນກັບປະສົບການຂອງຂ້າພະເຈົ້າ ຫລື ປະສົບການຂອງຜູ້ສອນສາດສະໜາໃດໆທີ່ໄດ້ຮັບໃຊ້ກ່ອນປີ 2020. ຂ້າພະເຈົ້າຮູ້ວ່າ ມັນບໍ່ໄດ້ເປັນເລື່ອງງ່າຍ. ແມ່ນແຕ່ໃນຊ່ວງເວລາທີ່ຍາກລຳບາກເຫລົ່ານີ້, ພຣະຜູ້ເປັນເຈົ້າກໍຍັງມີວຽກງານໃຫ້ພວກເຈົ້າເຮັດ, ແລະ ພວກເຈົ້າກໍໄດ້ສຳເລັດວຽກງານນັ້ນໄດ້ດີຫລາຍ. ຍົກຕົວຢ່າງ, ພວກເຈົ້າໄດ້ໃຊ້ເທັກໂນໂລຈີໃນວິທີທາງໃໝ່ ເພື່ອຊອກຫາຜູ້ຄົນທີ່ພ້ອມແລ້ວ ທີ່ຈະຮຽນຮູ້ກ່ຽວກັບການຟື້ນຟູພຣະກິດຕິຄຸນຂອງພຣະເຢຊູຄຣິດ. ຂະນະທີ່ພວກເຈົ້າໄດ້ຮັບໃຊ້ຢ່າງພາກພຽນ ແລະ ອີງຕາມຄວາມສາມາດຂອງພວກເຈົ້າ, ຂ້າພະເຈົ້າຮູ້ວ່າ ພຣະຜູ້ເປັນເຈົ້າພໍພຣະໄທກັບຄວາມພະຍາຍາມຂອງພວກເຈົ້າ. ຂ້າພະເຈົ້າຮູ້ວ່າ ການຮັບໃຊ້ຂອງພວກເຈົ້າ ຈະເປັນພອນໃຫ້ແກ່ຊີວິດຂອງພວກເຈົ້າ.
ເມື່ອພວກເຈົ້າຖືກປົດຈາກການເຜີຍແຜ່ຂອງພວກເຈົ້າ, ຂໍໃຫ້ຈຳໄວ້ວ່າ ພວກເຈົ້າບໍ່ໄດ້ຖືກປົດຈາກກິດຈະກຳໃນສາດສະໜາຈັກ. ໃຫ້ພັດທະນານິໄສທີ່ພວກເຈົ້າໄດ້ຮຽນຮູ້ຈາກການເຜີຍແຜ່ຂອງພວກເຈົ້າ, ເຮັດໃຫ້ປະຈັກພະຍານຂອງພວກເຈົ້າເຂັ້ມແຂງ, ຂະຫຍັນໝັ່ນພຽນ, ອະທິຖານ, ແລະ ເຊື່ອຟັງພຣະຜູ້ເປັນເຈົ້າຕໍ່ໄປ. ໃຫ້ກຽດພັນທະສັນຍາທີ່ພວກເຈົ້າໄດ້ເຮັດ. ເປັນພອນ ແລະ ຮັບໃຊ້ຄົນອື່ນຕໍ່ໄປ.
ຂ້າພະເຈົ້າອະທິຖານວ່າພວກເຈົ້າຊາຍໜຸ່ມ ແລະ ຍິງໜຸ່ມ ແລະ ພໍ່ແມ່ຂອງພວກເຈົ້າຈະເຫັນ ແລະ ຮູ້ວ່າການຮັບໃຊ້ເຜີຍແຜ່ຈະເປັນພອນໃຫ້ແກ່ຊີວິດຂອງພວກເຈົ້າຕະຫລອດໄປແນວໃດ. ຂໍໃຫ້ພວກເຈົ້າຈົ່ງຮູ້ໃນຈິດໃຈ ແລະ ຮູ້ສຶກໄດ້ໃນຫົວໃຈຂອງພວກເຈົ້າ ເຖິງພະລັງຂອງຄຳເຊື້ອເຊີນທີ່ພຣະຜູ້ເປັນເຈົ້າໄດ້ມອບໃຫ້ແກ່ພວກລູກຊາຍຜູ້ສອນສາດສະໜາທີ່ຍິ່ງໃຫຍ່ຂອງໂມໄຊຢາ. ພຣະອົງໄດ້ກ່າວວ່າ, “ຈົ່ງອອກໄປ … ແລະ ສະຖາປະນາຄຳຂອງເຮົາ; ເຖິງຢ່າງໃດກໍຕາມ, ພວກເຈົ້າຈົ່ງອົດທົນໃນຄວາມອົດກັ້ນ ແລະ ຄວາມທຸກ, ເພື່ອພວກເຈົ້າຈະໄດ້ສະແດງຕົວຢ່າງອັນດີ … ໃນເຮົາ, ແລະ ເຮົາຈະເຮັດໃຫ້ພວກເຈົ້າເປັນເຄື່ອງມືໃນພຣະຫັດຂອງເຮົາ ເພື່ອຈິດວິນຍານຫລາຍດວງຈະໄດ້ຮັບຄວາມລອດ.”5
ຂໍໃຫ້ພຣະເຈົ້າຈົ່ງອວຍພອນຊາວໜຸ່ມຂອງສາດສະໜາຈັກ ເພື່ອໃຫ້ປາດຖະໜາທີ່ຈະກະກຽມ ແລະ ຮັບໃຊ້ພຣະອົງ ນີ້ຄືຄຳອະທິຖານຂອງຂ້າພະເຈົ້າ, ຊຶ່ງຂ້າພະເຈົ້າກ່າວໃນເຊົ້າມື້ນີ້ ໃນພຣະນາມອັນສັກສິດຂອງອົງພຣະເຢຊູຄຣິດເຈົ້າ, ອາແມນ.