ເຮົາ ເປັນສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ
ສາດສະໜາຈັກມີຄວາມໝາຍຫລາຍກວ່າຕຶກຕ່າງໆ ແລະ ໂຄງສ້າງທາງຝ່າຍສາດສະໜາ; ສາດສະໜາຈັກຄືພວກເຮົາ, ທີ່ເປັນສະມາຊິກ, ພ້ອມດ້ວຍພຣະຄຣິດທີ່ເປັນປະມຸກ ແລະ ສາດສະດາທີ່ເປັນຜູ້ກ່າວແທນພຣະອົງ.
ຫລັງຈາກໄດ້ຮັບການເຊື້ອເຊີນໃຫ້ “ມາເບິ່ງເອົາ,”1 ຂ້າພະເຈົ້າໄດ້ໄປໂບດຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ເປັນເທື່ອທຳອິດຕອນອາຍຸ 26 ປີ. ຂ້າພະເຈົ້າຫາກໍໄດ້ແຍກທາງຈາກສາມີຄົນທຳອິດ. ຕອນນັ້ນຂ້າພະເຈົ້າມີລູກຊາຍນ້ອຍອາຍຸສາມປີ. ແລະ ຂ້າພະເຈົ້າຮູ້ສຶກສິ້ນຫວັງດ້ວຍຄວາມຢ້ານກົວ. ຕອນຂ້າພະເຈົ້າໄດ້ເຂົ້າໄປໃນຕຶກນັ້ນ, ຂ້າພະເຈົ້າກໍໄດ້ເຕັມໄປດ້ວຍຄວາມອົບອຸ່ນ ຂະນະທີ່ຂ້າພະເຈົ້າໄດ້ເຫັນສັດທາ ແລະ ຄວາມຊື່ນຊົມຂອງຜູ້ຄົນທີ່ຢູ່ອ້ອມຮອບຂ້າພະເຈົ້າ. ມັນໄດ້ເປັນ “ບ່ອນຊົ້ນຈາກພະຍຸຮ້າຍ” ແທ້ໆ.2 ສາມອາທິດຕໍ່ຈາກນັ້ນ, ຂ້າພະເຈົ້າໄດ້ເຮັດພັນທະສັນຍາແຫ່ງການບັບຕິສະມາກັບພຣະບິດາເທິງສະຫວັນ ແລະ ໄດ້ເລີ່ມຕົ້ນໃນການເດີນທາງ ໃນຖານະສານຸສິດຂອງພຣະຄຣິດ, ເຖິງແມ່ນວ່າຊີວິດຂອງຂ້າພະເຈົ້າກໍບໍ່ໄດ້ສົມບູນແບບຕະຫລອດການເດີນທາງນັ້ນກໍຕາມ.
ເພື່ອຂ້າພະເຈົ້າຈະໄດ້ຮັບພອນນິລັນດອນເຫລົ່ານັ້ນ, ອົງປະກອບຫລາຍຢ່າງທາງຮ່າງກາຍ ແລະ ວິນຍານຕ້ອງຢູ່ໃນທີ່ຂອງມັນ. ພຣະກິດຕິຄຸນຂອງພຣະເຢຊູຄຣິດກໍຖືກຟື້ນຟູ ແລະ ຖືກສິດສອນ; ຕຶກໂບດກໍຖືກສ້າງຂຶ້ນ ແລະ ຖືກຮັກສາ; ມີໂຄງສ້າງທາງຝ່າຍສາດສະໜາ, ຈາກສາດສະດາລົງໄປເຖິງຜູ້ນຳໃນທ້ອງຖິ່ນ; ແລະ ສາຂາທີ່ເຕັມໄປດ້ວຍສະມາຊິກທີ່ເຮັດພັນທະສັນຍາກໍພ້ອມທີ່ຈະຕ້ອນຮັບຂ້າພະເຈົ້າ ແລະ ລູກຊາຍ ຂະນະທີ່ພວກເຮົາຖືກພາມາຫາພຣະຜູ້ຊ່ວຍໃຫ້ລອດ, “ຖືກບຳລຸງລ້ຽງດ້ວຍພຣະຄຳອັນປະເສີດຂອງພຣະເຈົ້າ,”3 ແລະ ໄດ້ຮັບໂອກາດທີ່ຈະຮັບໃຊ້.4
ຕັ້ງແຕ່ຕົ້ນ, ພຣະເຈົ້າໄດ້ສະແຫວງຫາທີ່ຈະເຕົ້າໂຮມ ແລະ ຈັດລະບຽບລູກໆຂອງພຣະອົງ5 “ທີ່ຈະເຮັດໃຫ້ເກີດຄວາມເປັນອະມະຕະ ແລະ ຊີວິດນິລັນດອນ [ຂອງເຮົາ].”6 ດ້ວຍຈຸດປະສົງນັ້ນ, ພຣະອົງໄດ້ແນະນຳເຮົາໃຫ້ສ້າງສະຖານທີ່ນະມັດສະການ7 ບ່ອນທີ່ເຮົາຮັບເອົາຄວາມຮູ້ ແລະ ພິທີການແຫ່ງຄວາມລອດ ແລະ ຄວາມສູງສົ່ງ; ເຮັດ ແລະ ຮັກສາພັນທະສັນຍາທີ່ຜູກມັດເຮົາເຂົ້າກັບພຣະເຢຊູຄຣິດ;8 ໄດ້ຮັບ “ອຳນາດຂອງຄວາມເປັນເໝືອນພຣະເຈົ້າ”;9 ແລະ ຊຸມນຸມກັນເລື້ອຍໆ ເພື່ອລະນຶກເຖິງພຣະເຢຊູ ແລະ ເສີມກຳລັງໃຫ້ກັນແລະກັນໃນພຣະອົງ.10 ການຈັດຕັ້ງຂອງສາດສະໜາຈັກ ແລະ ຕຶກຕ່າງໆກໍມີຢູ່ເພື່ອຜົນປະໂຫຍດທາງວິນຍານຂອງເຮົາ. “ສາດສະໜາຈັກ … ເປັນໂຄງສ້າງທີ່ຊ່ວຍເຮົາສ້າງຄອບຄົວນິລັນດອນ.”11
ຂະນະທີ່ເວົ້າລົມກັບເພື່ອນຄົນໜຶ່ງທີ່ກຳລັງຜ່ານຜ່າຊ່ວງເວລາທີ່ຍາກລຳບາກ, ຂ້າພະເຈົ້າໄດ້ຖາມວ່າລາວຢູ່ລອດໄດ້ແນວໃດທາງການເງິນ. ດ້ວຍນ້ຳຕາ, ລາວໄດ້ຕອບວ່າ ອະທິການຂອງລາວໄດ້ຊ່ວຍລາວໂດຍການໃຊ້ເງິນທຶນບໍລິຈາກຖືສິນອົດເຂົ້າ. ລາວໄດ້ເວົ້າຕື່ມວ່າ, “ຂ້ອຍບໍ່ຮູ້ວ່າຄອບຄົວ ແລະ ຂ້ອຍຈະເປັນແນວໃດ ປາດສະຈາກສາດສະໜາຈັກ.” ຂ້າພະເຈົ້າຕອບໄປວ່າ, “ສາດສະໜາຈັກຄື ສະມາຊິກ. ເຂົາເຈົ້າເປັນຜູ້ທີ່ໃຫ້ເງິນບໍລິຈາກຢ່າງເຕັມໃຈ ແລະ ຢ່າງຊື່ນຊົມ ເພື່ອຊ່ວຍເຫລືອເຮົາໃນຍາມຂັດສົນ. ເຈົ້າກຳລັງໄດ້ຮັບໝາກຜົນແຫ່ງສັດທາ ແລະ ຄວາມຕັ້ງໃຈຂອງເຂົາເຈົ້າທີ່ຈະຕິດຕາມພຣະເຢຊູຄຣິດ.”
ເພື່ອນສານຸສິດຂອງພຣະຄຣິດຂອງຂ້າພະເຈົ້າ, ຂໍໃຫ້ເຮົາຢ່າປະໝາດວຽກງານທີ່ໜ້າອັດສະຈັນທີ່ພຣະຜູ້ເປັນເຈົ້າກຳລັງກະທຳຢູ່ຜ່ານທາງ ເຮົາ, ສາດສະໜາຈັກຂອງພຣະອົງ, ເຖິງແມ່ນວ່າເຮົາຈະມີຂໍ້ບົກພ່ອງກໍຕາມ. ບາງເທື່ອເຮົາກໍເປັນຜູ້ໃຫ້ ແລະ ບາງເທື່ອເຮົາກໍເປັນຜູ້ຮັບ, ແຕ່ເຮົາທຸກຄົນກໍເປັນຄອບຄົວດຽວກັນໃນພຣະຄຣິດ. ສາດສະໜາຈັກຂອງພຣະອົງເປັນໂຄງສ້າງທີ່ພຣະອົງໄດ້ປະທານໃຫ້ເພື່ອຊີ້ນຳ ແລະ ໃຫ້ພອນເຮົາ ຂະນະທີ່ເຮົານະມັດສະການພຣະອົງ ແລະ ຮັບໃຊ້ກັນແລະກັນ.
ເອື້ອຍນ້ອງບາງຄົນໄດ້ຂໍໂທດນຳຂ້າພະເຈົ້າ, ໂດຍຄິດວ່າເຂົາເຈົ້າບໍ່ໄດ້ເປັນສະມາຊິກທີ່ເຂັ້ມແຂງຂອງສະມາຄົມສະຕີສົງເຄາະ ເພາະວ່າເຂົາເຈົ້າຮັບໃຊ້ຢູ່ໃນຊັ້ນປະຖົມໄວ ຫລື ອົງການຍິງໜຸ່ມ. ເອື້ອຍນ້ອງເຫລົ່ານັ້ນກໍຢູ່ໃນບັນດາສະມາຊິກຂອງສະມາຄົມສະຕີສົງເຄາະທີ່ເຂັ້ມແຂງທີ່ສຸດ ເພາະວ່າເຂົາເຈົ້າກຳລັງຊ່ວຍເຫລືອເດັກນ້ອຍ ແລະ ຊາວໜຸ່ມທີ່ລ້ຳຄ່າ ເພື່ອເສີມສ້າງສັດທາຂອງພວກເຂົາໃນພຣະເຢຊູຄຣິດ.
ສະມາຄົມສະຕີສົງເຄາະບໍ່ໄດ້ຈຳກັດຢູ່ທີ່ຫ້ອງໃດຫ້ອງໜຶ່ງໃນຕຶກໂບດ, ໃນບົດຮຽນວັນອາທິດ, ກິດຈະກຳ, ຫລື ຝ່າຍປະທານໃດໆຢູ່ໃນທ້ອງຖິ່ນ ຫລື ລະດັບສາມັນ. ສະມາຄົມສະຕີສົງເຄາະຄືສະຕີແຫ່ງພັນທະສັນຍາຂອງສາດສະໜາຈັກ, ມັນແມ່ນ ພວກເຮົາ—ເຮົາແຕ່ລະຄົນ ແລະ ເຮົາທຸກຄົນ. ມັນແມ່ນ “ຊຸມຊົນແຫ່ງຄວາມເຫັນອົກເຫັນໃຈ ແລະ ການຮັບໃຊ້ຕະຫລອດທົ່ວໂລກ”12 ຂອງເຮົາ. ໃນທຸກບ່ອນ ແລະ ຢູ່ທົ່ວທຸກແຫ່ງຫົນທີ່ເຮົາໄປ, ເຮົາກໍເປັນພາກສ່ວນຂອງສະມາຄົມສະຕີສົງເຄາະສະເໝີ ຂະນະທີ່ເຮົາພະຍາຍາມທີ່ຈະບັນລຸຈຸດປະສົງແຫ່ງສະຫວັນຂອງເຮົາ, ຊຶ່ງແມ່ນເພື່ອໃຫ້ບັນດາສະຕີສຳເລັດວຽກງານຂອງພຣະເຈົ້າ ຢູ່ໃນວິທີທາງຂອງສ່ວນບຸກຄົນ ແລະ ສ່ວນລວມ13 ໂດຍການໃຫ້ການບັນເທົາທຸກ: “ບັນເທົາຈາກຄວາມທຸກຍາກ, ບັນເທົາຈາກຄວາມເຈັບປ່ວຍ; ບັນເທົາຈາກຄວາມສົງໄສ, ບັນເທົາຈາກຄວາມໂງ່ຈ້າ—ການບັນເທົາຈາກທຸກສິ່ງທີ່ກີດກັນ … ຄວາມຊື່ນຊົມ ແລະ ຄວາມກ້າວໜ້າ.”14
ການເປັນພາກສ່ວນຄ້າຍຄືກັນນີ້ກໍມີຢູ່ໃນກຸ່ມແອວເດີ ແລະ ໃນອົງການຕ່າງໆຂອງສາດສະໜາຈັກ ສຳລັບທຸກໆໄວ, ລວມທັງເດັກນ້ອຍ ແລະ ຊາວໜຸ່ມຂອງເຮົາ. ສາດສະໜາຈັກມີຄວາມໝາຍຫລາຍກວ່າຕຶກຕ່າງໆ ແລະ ໂຄງສ້າງທາງຝ່າຍສາດສະໜາ; ສາດສະໜາຈັກຄື ພວກເຮົາ, ທີ່ເປັນສະມາຊິກ. ເຮົາ ເປັນສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ພ້ອມດ້ວຍພຣະຄຣິດທີ່ເປັນປະມຸກ ແລະ ສາດສະດາທີ່ເປັນຜູ້ກ່າວແທນພຣະອົງ. ພຣະຜູ້ເປັນເຈົ້າໄດ້ກ່າວວ່າ:
“ຈົ່ງເບິ່ງ, ນີ້ຄືຄຳສອນຂອງເຮົາ—ຄົນໃດກໍຕາມທີ່ກັບໃຈ ແລະ ມາຫາເຮົາ, ຄົນໆນັ້ນກໍເປັນສາດສະໜາຈັກຂອງເຮົາ. …
“ແລະ … ຄົນໃດກໍຕາມທີ່ເປັນສາດສະໜາຈັກຂອງເຮົາ, ແລະ ອົດທົນຕໍ່ສາດສະໜາຈັກຂອງເຮົາຈົນເຖິງທີ່ສຸດ, ຄົນໆນັ້ນເຮົາຈະສະຖາປະນາໄວ້ເທິງດານຫີນຂອງເຮົາ.”15
ເອື້ອຍອ້າຍນ້ອງທັງຫລາຍ, ຂໍໃຫ້ເຮົາຈົ່ງຮັບຮູ້ວ່າເຮົາມີສິດທິພິເສດພຽງໃດທີ່ໄດ້ເປັນພາກສ່ວນຂອງສາດສະໜາຈັກຂອງພຣະເຢຊູຄຣິດ, ບ່ອນທີ່ເຮົາສາມາດຮ່ວມສັດທາ, ຫົວໃຈ, ພະລັງ, ຈິດໃຈ, ແລະ ມືຂອງເຮົາເພື່ອພຣະອົງຈະໄດ້ກະທຳສິ່ງອັດສະຈັນທີ່ຍິ່ງໃຫຍ່ຂອງພຣະອົງ. “ດ້ວຍວ່າຮ່າງກາຍ [ຂອງສາດສະໜາຈັກຂອງພຣະຄຣິດ] ບໍ່ໄດ້ປະກອບດ້ວຍອະໄວຍະວະອັນດຽວ, ແຕ່ໄດ້ປະກອບດ້ວຍອະໄວຍະວະຫລາຍອັນ.”16
ຊາຍໄວລຸ້ນຄົນໜຶ່ງໄດ້ບອກແມ່ລາວວ່າ, “ຕອນລູກຍັງນ້ອຍ, ທຸກໆເທື່ອທີ່ລູກໄດ້ມອບໜຶ່ງໂດລາໃນການຈ່າຍສ່ວນສິບ, ລູກໄດ້ຄິດວ່າ ດ້ວຍເງິນ ໜຶ່ງ ໂດລານັ້ນຕຶກໂບດ ທັງຕຶກ ຈະຖືກສ້າງຂຶ້ນ. ນັ້ນກໍຕະຫລົກດີແມ່ນບໍ?”
ດ້ວຍຄວາມຊາບຊຶ້ງໃຈ, ນາງໄດ້ຕອບວ່າ, “ນັ້ນຊ່າງສວຍງາມແທ້! ລູກໄດ້ວາດພາບເຫັນມັນໃນຄວາມຄິດຂອງລູກບໍ?”
“ໂດຍ!” ລາວໄດ້ຕອບ. “ມັນສວຍງາມ, ແລະ ກໍມີຫລາຍເປັນລ້ານໆແຫ່ງ!”17
ເພື່ອນທີ່ຮັກແພງຂອງຂ້າພະເຈົ້າ, ຂໍໃຫ້ເຮົາຈົ່ງມີສັດທາຂອງເດັກນ້ອຍ ແລະ ປິຕິຍິນດີໃນການຮູ້ວ່າ ແມ່ນແຕ່ຄວາມພະຍາຍາມທີ່ນ້ອຍທີ່ສຸດຂອງເຮົາກໍກຳລັງສ້າງຄວາມແຕກຕ່າງທີ່ສຳຄັນໃນອານາຈັກຂອງພຣະເຈົ້າ.
ຈຸດປະສົງຂອງເຮົາໃນອານາຈັກຂອງພຣະອົງຄວນເປັນທີ່ຈະນຳເອົາກັນແລະກັນມາຫາພຣະຄຣິດ. ຕາມທີ່ເຮົາໄດ້ອ່ານໃນພຣະຄຳພີ, ພຣະຜູ້ຊ່ວຍໃຫ້ລອດໄດ້ສະເໜີຄຳເຊື້ອເຊີນແກ່ຊາວນີໄຟວ່າ:
“ມີຜູ້ໃດເຈັບປ່ວຍຢູ່ໃນບັນດາພວກເຈົ້າບໍ່? ຈົ່ງນຳເອົາພວກເຂົາມານີ້. ມີຜູ້ໃດທີ່ … ເປັນທຸກອັນໃດບໍ່? ຈົ່ງນຳເອົາພວກເຂົາມານີ້ ແລະ ເຮົາຈະປິ່ນປົວພວກເຂົາ, ເພາະເຮົາມີຄວາມເມດຕາສົງສານເຈົ້າ; ອຸທອນຂອງເຮົາເຕັມໄປດ້ວຍຄວາມເມດຕາສົງສານ.
“… ເຮົາເຫັນວ່າເຈົ້າມີສັດທາພຽງພໍທີ່ຈະໃຫ້ເຮົາປິ່ນປົວເຈົ້າ.”18
ເຮົາທຸກຄົນກໍມີຄວາມເປັນທຸກທີ່ສາມາດນຳມາທີ່ພຣະບາດຂອງພຣະອົງບໍ່ແມ່ນບໍ? ເຖິງແມ່ນວ່າເຮົາບາງຄົນມີການທ້າທາຍທາງຮ່າງກາຍ, ອີກຫລາຍຄົນກໍຕໍ່ສູ້ຢູ່ກັບການຂັດແຍ້ງທາງຈິດໃຈ, ຫລາຍຄົນອື່ນອີກກໍດີ້ນລົນທີ່ຈະບຳລຸງລ້ຽງການເຊື່ອມຕໍ່ທາງສັງຄົມ, ແລະ ທຸກຄົນກໍສະແຫວງຫາການພັກຜ່ອນເມື່ອວິນຍານຂອງເຮົາຖືກທ້າທາຍ. ເຮົາ ທຸກຄົນ ກໍເປັນທຸກໃນທາງໃດທາງໜຶ່ງ.
ເຮົາໄດ້ອ່ານວ່າ “ຝູງຊົນທັງໝົດໄດ້ອອກໄປພ້ອມກັນ, ພ້ອມດ້ວຍຄົນເຈັບຂອງພວກເຂົາ ແລະ … ພ້ອມດ້ວຍຄົນ ທັງໝົດ ທີ່ເປັນທຸກໃດໆ; ແລະ ພຣະອົງ ໄດ້ ປິ່ນປົວພວກເຂົາ ທຸກຄົນ ເມື່ອພວກເຂົາຖືກພາມາຫາພຣະອົງ.
“ແລະ ພວກເຂົາທັງໝົດ ທັງຜູ້ທີ່ໄດ້ຮັບການປິ່ນປົວ ແລະ ຜູ້ມີສຸຂະພາບແຂງແຮງ, ໄດ້ກົ້ມຂາບລົງແທບພຣະບາດ ແລະ ໄດ້ນະມັດສະການພຣະອົງ.”19
ຈາກເດັກຊາຍນ້ອຍທີ່ຈ່າຍສ່ວນສິບດ້ວຍສັດທາຕະຫລອດເຖິງແມ່ລ້ຽງດ່ຽວທີ່ຕ້ອງການພຣະຄຸນທີ່ປ່ຽມດ້ວຍພະລັງຂອງພຣະຜູ້ເປັນເຈົ້າ ຈົນເຖິງພໍ່ຄົນໜຶ່ງທີ່ດີ້ນລົນເພື່ອຈັດຫາໃຫ້ຄອບຄົວຂອງລາວ, ຕະຫລອດເຖິງບັນພະບຸລຸດຂອງເຮົາທີ່ຕ້ອງການພິທີການແຫ່ງຄວາມລອດ ແລະ ຄວາມສູງສົ່ງ ຈົນເຖິງເຮົາແຕ່ລະຄົນ ຜູ້ທີ່ຕໍ່ພັນທະສັນຍາກັບພຣະເຈົ້າທຸກໆອາທິດ, ເຮົາຕ້ອງການກັນແລະກັນ, ແລະ ເຮົາສາມາດນຳເອົາກັນແລະກັນມາຫາການປິ່ນປົວທີ່ໄຖ່ຂອງພຣະຜູ້ຊ່ວຍໃຫ້ລອດ.
ເອື້ອຍອ້າຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂໍໃຫ້ເຮົາຈົ່ງເຮັດຕາມຄຳເຊື້ອເຊີນຂອງພຣະເຢຊູຄຣິດ ທີ່ໃຫ້ນຳເອົາຕົວເຮົາເອງ ແລະ ຄວາມທຸກໃດໆຂອງເຮົາມາຫາພຣະອົງ. ເມື່ອເຮົາມາຫາພຣະອົງ ແລະ ນຳເອົາຜູ້ຄົນທີ່ເຮົາຮັກມາຫາພຣະອົງ, ພຣະອົງຈະເຫັນສັດທາຂອງເຮົາ. ພຣະອົງຈະເຮັດໃຫ້ເຂົາເຈົ້າຫາຍດີ, ແລະ ພຣະອົງຈະເຮັດໃຫ້ເຮົາຫາຍດີ.
ໃນຖານະ “ຜູ້ຕິດຕາມ ແລະ ເປັນຜູ້ທີ່ຮັກສັນຕິສຸກຂອງພຣະຄຣິດ,”20 ເຮົາພະຍາຍາມຈະກາຍເປັນຄົນທີ່ມີ “ໃຈດຽວ ແລະ ມີຄວາມຄິດດຽວ”21 ແລະ ຖ່ອມຕົວ; ເປັນຄົນສອນງ່າຍ; ອ່ອນໂຍນ; ເຮັດຕາມຄຳຂໍຮ້ອງ; ເຕັມໄປດ້ວຍຄວາມອົດທົນ ແລະ ຄວາມອົດກັ້ນ; ຮູ້ຈັກຫ້າມຕົນເອງໃນທຸກສິ່ງທຸກຢ່າງ; ພາກພຽນໃນການຮັກສາພຣະບັນຍັດຂອງພຣະເຈົ້າຕະຫລອດເວລາ; ມີສັດທາ, ຄວາມຫວັງ, ແລະ ຄວາມໃຈບຸນ, ແລະ ເມື່ອນັ້ນພວກທ່ານຈະມີວຽກງານດີຫລວງຫລາຍສະເໝີໄປ.22 ເຮົາກຳລັງພະຍາຍາມຈະກາຍເປັນເໝືອນດັ່ງພຣະເຢຊູຄຣິດ.
ຂ້າພະເຈົ້າເປັນພະຍານວ່າ ໃນຖານະສາດສະໜາຈັກຂອງພຣະຄຣິດ, ເຮົາຄືຊ່ອງທາງທີ່ “ພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ, ພຣະເຢຊູຄຣິດ, ຈະສະແດງວຽກງານທີ່ຍິ່ງໃຫຍ່ທີ່ສຸດຂອງພຣະອົງ ນັບຈາກເວລານີ້ໄປ ຈົນເຖິງເວລາທີ່ພຣະອົງສະເດັດມາອີກ.”23
ພຣະຜູ້ເປັນເຈົ້າໄດ້ກ່າວວ່າ:
“ຈົ່ງເບິ່ງ, ເຮົາຈະເລັ່ງວຽກງານຂອງເຮົາເມື່ອເຖິງເວລາຂອງມັນ.
“ແລະ ເຮົາມອບໃຫ້ແກ່ພວກເຈົ້າ … ບັນຍັດຂໍ້ໜຶ່ງວ່າ ໃຫ້ພວກເຈົ້າຈັດການຊຸມນຸມກັນ, ແລະ ວາງລະບຽບຕົນເອງ, ແລະ ຕຽມຕົນເອງ, ແລະ ຊຳລະຕົນເອງໃຫ້ບໍລິສຸດ; ແທ້ຈິງແລ້ວ, ເຮັດໃຫ້ຫົວໃຈຂອງພວກເຈົ້າບໍລິສຸດ, ແລະ ຊຳລະມື ແລະ ຕີນຂອງພວກເຈົ້າຢູ່ຕໍ່ໜ້າເຮົາ, ເພື່ອວ່າເຮົາຈະເຮັດໃຫ້ພວກເຈົ້າສະອາດ.”24
ຂໍໃຫ້ເຮົາຈົ່ງຮັບເອົາຄຳເຊື້ອເຊີນແຫ່ງສະຫວັນນີ້ ແລະ ຈັດການຊຸມນຸມກັນ, ວາງລະບຽບ, ຕຽມຕົວຢ່າງຊື່ນຊົມ, ແລະ ຊຳລະຕົວເຮົາເອງໃຫ້ບໍລິສຸດ, ນີ້ຄືຄຳອະທິຖານທີ່ຖ່ອມຕົນຂອງຂ້າພະເຈົ້າ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.