ຈົ່ງເຮັດສິ່ງສຳຄັນທີ່ສຸດ
ເມື່ອເຮົາໃຫ້ພຣະເຢຊູຄຣິດເປັນຈຸດສູນກາງໃນຊີວິດຂອງເຮົາ, ເຮົາຈະໄດ້ຮັບພອນດ້ວຍຄວາມເຂັ້ມແຂງທາງວິນຍານ, ຄວາມພໍໃຈ, ແລະ ຄວາມຊື່ນຊົມ.
ບໍ່ດົນມານີ້, ເພື່ອນຮັກຄົນໜຶ່ງໄດ້ຮັບຄວາມປະທັບໃຈໃຫ້ໄປຢ້ຽມຢາມຍິງຄົນໜຶ່ງໃນຫວອດຂອງລາວ. ລາວໄດ້ປັດປ່າຍການກະຕຸ້ນນັ້ນຍ້ອນວ່າລາວບໍ່ຮູ້ຈັກກັບຍິງຄົນນັ້ນຫລາຍປານໃດ—ມັນບໍ່ສົມເຫດສົມຜົນ. ແຕ່ໃນເມື່ອຄວາມຄິດນັ້ນກັບມາຫາລາວຕະຫລອດ, ລາວກໍເລີຍຕັດສິນໃຈເຮັດຕາມການກະຕຸ້ນນັ້ນ. ຍ້ອນວ່າລາວຮູ້ສຶກບໍ່ສະບາຍໃຈກັບການຢ້ຽມຢາມທີ່ໃກ້ຈະມາຮອດ, ລາວກໍເລີຍຕັ້ງໃຈວ່າການເອົາຂອງຝາກຂອງຕ້ອນໄປໃຫ້ເອື້ອຍນ້ອງຄົນນັ້ນຈະຊ່ວຍບັນເທົາຄວາມກັງວົນຂອງລາວໄດ້. ແນ່ນອນເລີຍວ່າ ລາວຈະໄປມືເປົ່າບໍ່ໄດ້! ສະນັ້ນລາວກໍເລີຍຊື້ກະແລັມໄປນຳກ່ອງໜຶ່ງ, ແລະ ລາວກໍໄດ້ໄປເພື່ອເລີ່ມຕົ້ນກັບສິ່ງທີ່ເຮັດໃຫ້ລາວເປັນກັງວົນວ່າອາດຈະເປັນການຢ້ຽມຢາມແບບເຂີນໆ.
ລາວໄດ້ເຄາະປະຕູຂອງຍິງຄົນນັ້ນ, ແລະ ບໍ່ດົນເອື້ອຍນ້ອງຄົນນັ້ນກໍເປີດປະຕູໃຫ້. ເພື່ອນຂອງຂ້າພະເຈົ້າໄດ້ຍື່ນກະແລັມໃນຖົງເຈ້ຍສີນ້ຳຕານໃຫ້ກັບລາວ, ແລ້ວການສົນທະນາກໍເລີ່ມຂຶ້ນ. ເພື່ອນຂອງຂ້າພະເຈົ້າໃຊ້ເວລາບໍ່ດົນກໍຮູ້ເຫດຜົນວ່າເປັນຫຍັງຈຶ່ງຕ້ອງມາຢ້ຽມ. ຂະນະທີ່ເຂົາເຈົ້ານັ່ງນຳກັນຢູ່ທີ່ລະບຽງໜ້າບ້ານ, ຍິງຄົນນັ້ນກໍໄດ້ເປີດເຜີຍການທ້າທາຍຫລາຍຢ່າງທີ່ລາວກຳລັງປະເຊີນຢູ່. ຫລັງຈາກການລົມກັນເປັນເວລາໜຶ່ງຊົ່ວໂມງໃນຄວາມອົບອຸ່ນຂອງອາກາດລະດູຮ້ອນ, ເພື່ອນຂອງຂ້າພະເຈົ້າໄດ້ສັງເກດເຫັນວ່າກະແລັມກຳລັງເປື່ອຍອອກມາຈາກຖົງເຈ້ຍສີນ້ຳຕານນັ້ນ.
ລາວໄດ້ຮ້ອງຂຶ້ນວ່າ, “ຂໍໂທດເດີ ກະແລັມຂອງເຈົ້າເປື່ອຍແລ້ວ!”
ຜູ້ຍິງຄົນນັ້ນໄດ້ຕອບຢ່າງອ່ອນຫວານວ່າ, “ບໍ່ເປັນຫຍັງດອກ! ຂ້ອຍແພ້ນ້ຳຕານໃນນົມຢູ່ແລ້ວ!”
ໃນຄວາມຝັນ, ພຣະຜູ້ເປັນເຈົ້າໄດ້ບອກກັບສາດສະດາລີໄຮວ່າ, “ເຈົ້າເປັນສຸກແລ້ວລີໄຮ, ເພາະສິ່ງທີ່ເຈົ້າ ກະທຳໄວ້.”1
ການເປັນສານຸສິດຂອງພຣະເຢຊູຄຣິດ ແມ່ນມີສ່ວນກ່ຽວຂ້ອງຫລາຍກວ່າການມີຄວາມຫວັງ ຫລື ຄວາມເຊື່ອເທົ່ານັ້ນ. ມັນຮຽກຮ້ອງໃຫ້ມີຄວາມພະຍາຍາມ, ການເຄື່ອນໄຫວ, ແລະ ຄວາມມຸ່ງໝັ້ນ. ມັນຮຽກຮ້ອງໃຫ້ເຮົາເຮັດບາງສິ່ງບາງຢ່າງ “ບໍ່ພຽງແຕ່ຟັງເທົ່ານັ້ນ, ແຕ່ຈົ່ງປະຕິບັດຕາມ.”2
ໃນກໍລະນີຂອງກະແລັມທີ່ລະລາຍແລ້ວ, ແມ່ນຫຍັງສຳຄັນທີ່ສຸດ? ກະແລັມນັ້ນບໍ? ຫລື ວ່າເພື່ອນຂອງຂ້າພະເຈົ້າໄດ້ເຮັດບາງສິ່ງ?
ຂ້າພະເຈົ້າໄດ້ມີປະສົບການອັນແສນຫວານກັບຍິງໜຸ່ມທີ່ໜ້າຮັກຄົນໜຶ່ງຜູ້ທີ່ໄດ້ຖາມຄຳຖາມທີ່ຈິງໃຈຫລາຍວ່າ: “ຊິດສະເຕີ ຄະເຣເວັນ, ທ່ານຮູ້ໄດ້ແນວໃດວ່າສິ່ງທີ່ກ່ຽວກັບສາດສະໜາຈັກເປັນຄວາມຈິງ? ເພາະວ່າຂ້ານ້ອຍບໍ່ຮູ້ສຶກຫຍັງເລີຍ.”
ກ່ອນຈະຕອບທັນທີ, ຂ້າພະເຈົ້າໄດ້ຖາມຄຳຖາມນາງກ່ອນ. “ຈົ່ງບອກຂ້ອຍກ່ຽວກັບພຣະຄຳພີທີ່ເຈົ້າສຶກສາເປັນການສ່ວນຕົວ.”
ລາວໄດ້ຕອບວ່າ, “ຂ້ານ້ອຍບໍ່ໄດ້ອ່ານພຣະຄຳພີ.”
ຂ້າພະເຈົ້າໄດ້ຖາມວ່າ, “ແລະ ກັບຄອບຄົວຂອງເຈົ້າເດ?” ພວກເຈົ້າໄດ້ສຶກສາ ຈົ່ງຕາມເຮົາມາ ນຳກັນບໍ?”
ນາງໄດ້ເວົ້າວ່າ, “ບໍ່ເລີຍ.”
ຂ້າພະເຈົ້າໄດ້ຖາມກ່ຽວກັບການອະທິຖານຂອງນາງວ່າ: “ເຈົ້າຮູ້ສຶກເຖິງຫຍັງບໍຕອນເຈົ້າອະທິຖານ?
ຄຳຕອບຂອງນາງຄື: “ຂ້ານ້ອຍບໍ່ໄດ້ອະທິຖານ.”
ຄຳຕອບຂອງຂ້າພະເຈົ້າຕໍ່ນາງແມ່ນລຽບງ່າຍ: “ຖ້າເຈົ້າຢາກຮູ້ອັນໃດ, ເຈົ້າຈະຕ້ອງເຮັດບາງສິ່ງບາງຢ່າງ.”
ນັ້ນຄືຄວາມຈິງແມ່ນບໍກັບອັນໃດທີ່ເຮົາຕ້ອງການຮຽນຮູ້ ຫລື ຮູ້ຈັກ? ຂ້າພະເຈົ້າໄດ້ເຊື້ອເຊີນເພື່ອນຄົນໃໝ່ຂອງຂ້າພະເຈົ້າຄົນນີ້ໃຫ້ເລີ່ມ ການກະທຳ ຕໍ່ພຣະກິດຕິຄຸນຂອງພຣະເຢຊູຄຣິດຄື: ການອະທິຖານ, ການສຶກສາ, ການຮັບໃຊ້ຄົນອື່ນ, ແລະ ການໄວ້ວາງໃຈໃນພຣະຜູ້ເປັນເຈົ້າ. ການປ່ຽນໃຈເຫລື້ອມໃສນັ້ນຈະບໍ່ມາເຖິງໄດ້ໃນຂະນະທີ່ບໍ່ມີການກະທຳຫຍັງເລີຍ. ມັນມາໂດຍຜ່ານທາງອຳນາດຂອງພຣະວິນຍານບໍລິສຸດ ໃນຂະນະທີ່ເຮົາຕັ້ງໃຈພະຍາຍາມຮູ້ໂດຍການທູນຂໍ, ການຊອກຫາ, ແລະ ການເຄາະ. ມັນມາໂດຍການກະທຳ.3
ໃນຄຳສອນ ແລະ ພັນທະສັນຍາ, ພຣະຜູ້ເປັນເຈົ້າໄດ້ກ່າວເປັນບາງຄັ້ງວ່າ, “ມັນບໍ່ສຳຄັນ.”4 ມັນເຮັດໃຫ້ຂ້າພະເຈົ້າໄຕ່ຕອງວ່າ ຖ້າຫາກມີສິ່ງທີ່ບໍ່ສຳຄັນ, ຫລື ສຳຄັນໜ້ອຍກວ່າ, ມັນກໍຕ້ອງມີສິ່ງທີ່ສຳຄັນທີ່ສຸດ. ຄວາມພະຍາຍາມຂອງເຮົາໃນການ ເຮັດບາງສິ່ງບາງຢ່າງ ຫລື ເຮັດສິ່ງໃດສິ່ງໜຶ່ງ, ເຮົາອາດຕ້ອງຖາມຕົວເອງວ່າ, “ແມ່ນຫຍັງສຳຄັນທີ່ສຸດ?”
ຜູ້ໂຄສະນາມັກໃຊ້ຄຳໂຄສະນາທີ່ວ່າ “ຈຳເປັນ” ຫລື “ຕ້ອງມີ” ດ້ວຍຄວາມຫວັງທີ່ຈະລໍ້ເຮົາໃຫ້ເຊື່ອໃນຜະລິດຕະພັນທີ່ເຂົາເຈົ້າຂາຍນັ້ນ ວ່າຈຳເປັນສຳລັບຄວາມສຸກຂອງເຮົາ ຫລື ຊີວິດການເປັນຢູ່ທີ່ດີຂອງເຮົາ. ແຕ່ສິ່ງທີ່ເຂົາເຈົ້າຂາຍນັ້ນແມ່ນ ຈຳເປັນ ແທ້ໆ ບໍ? ເຮົາຈຳເປັນຕ້ອງມີມັນ ແທ້ໆ ບໍ? ມັນສຳຄັນ ແທ້ໆ ບໍ?
ຕໍ່ໄປນີ້ແມ່ນຄວາມຄິດບາງຢ່າງ ເພື່ອໃຫ້ພິຈາລະນາ. ແມ່ນຫຍັງທີ່ສຳຄັນທີ່ສຸດ?
-
ເຮົາໄດ້ຮັບ “ການກົດໄລ້” ຈັກຄັ້ງຂອງການລົງຂໍ້ຄວາມຂອງເຮົາໃນສື່ສັງຄົມ? ຫລື ວ່າເຮົາເປັນທີ່ຮັກ ແລະ ມີຄຸນຄ່າຕໍ່ພຣະບິດາເທິງສະຫວັນຫລາຍປານໃດ?
-
ການສວມໃສ່ເສື້ອຜ້າແບບສະໄໝນິຍົມບໍ? ຫລື ການໃຫ້ຄວາມເຄົາລົບຕໍ່ຮ່າງກາຍເຮົາເອງໂດຍການນຸ່ງຖືແບບສຸພາບ?
-
ການຊອກຫາຄຳຕອບຜ່ານທາງການຄົ້ນຫາທາງອິນເຕີເນັດບໍ? ຫລື ການໄດ້ຮັບຄຳຕອບຈາກພຣະເຈົ້າຜ່ານທາງພຣະວິນຍານບໍລິສຸດ?
-
ຕ້ອງການເພີ່ມອີກບໍ? ຫລື ພໍໃຈກັບສິ່ງທີ່ເຮົາໄດ້ຮັບມາ?
ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ:
“ໂດຍມີພຣະວິນຍານບໍລິສຸດເປັນເພື່ອນຂອງພວກເຈົ້າ, ພວກເຈົ້າສາມາດເບິ່ງເຫັນໄດ້ຖືກຕ້ອງ ຜ່ານວັດທະນະທຳຂອງຄົນມີຊື່ສຽງທີ່ທຳລາຍສັງຄົມຂອງເຮົາ. ພວກເຈົ້າສາມາດເປັນຄົນສະຫລາດຫລາຍກວ່າລຸ້ນຄົນກ່ອນໆທີ່ເຄີຍເປັນມາ. …
ຈົ່ງຕັ້ງມາດຕະຖານໃຫ້ກັບໂລກທັງໝົດ!”5
ມັນຕ້ອງໃຊ້ຄວາມພະຍາຍາມໃນການເອົາໃຈໃສ່ກັບສິ່ງທີ່ ຈຳເປັນແທ້ໆ ສຳລັບຄວາມສຸກທີ່ຍືນຍົງ. ຊາຕານບໍ່ຕ້ອງການຫຍັງຫລາຍໄປກວ່າການທີ່ເຮົາວາງຄຸນຄ່ານິລັນດອນຂອງເຮົາໄວ້ຜິດບ່ອນ, ເຮັດໃຫ້ເຮົາເສຍເວລາອັນມີຄຸນຄ່າ, ພອນສະຫວັນ, ຫລື ຄວາມເຂັ້ມແຂງທາງວິນຍານກັບສິ່ງທີ່ບໍ່ສຳຄັນ. ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ພິຈາລະນາດ້ວຍການອະທິຖານເຖິງສິ່ງເຫລົ່ານັ້ນທີ່ລົບກວນເຮົາຈາກການເຮັດສິ່ງທີ່ສຳຄັນທີ່ສຸດ.
ນາຍຄູ ຊັ້ນ ປ3 ຂອງລູກຊາຍກົກຂອງພວກເຮົາໄດ້ສອນຫ້ອງຮຽນຂອງລາວໃຫ້ “ຄວບຄຸມສະໝອງຂອງຕົວເອງ.” ມັນເປັນການເຕືອນສະຕິເດັກນັກຮຽນຂອງລາວວ່າ ພວກເຂົາຄວບຄຸມຄວາມຄິດຂອງຕົນເອງໄດ້ ແລະ ສະນັ້ນຈຶ່ງສາມາດຄວບຄຸມສິ່ງທີ່ພວກເຂົາເຮັດເຊັ່ນກັນ. ຂ້າພະເຈົ້າເຕືອນຕົວເອງໃຫ້ “ຄວບຄຸມສະໝອງ ຂອງຂ້າພະເຈົ້າ ເອງ” ເມື່ອຂ້າພະເຈົ້າເຫັນວ່າຕົວເອງກຳລັງລ່ອງລອຍໄປຫາສິ່ງທີ່ສຳຄັນໜ້ອຍກວ່າ.
ບໍ່ດົນມານີ້ນັກຮຽນຊັ້ນມັດທະຍົມປາຍຄົນໜຶ່ງໄດ້ບອກກັບຂ້າພະເຈົ້າວ່າ ມັນກາຍເປັນທີ່ນິຍົມກັນໃນໝູ່ຊາວໜຸ່ມບາງຄົນຂອງສາດສະໜາຈັກທີ່ບໍ່ສົນໃຈພຣະບັນຍັດ ໂດຍມີແຜນຈະກັບໃຈໃນພາຍຫລັງ. “ພວກເຂົາພູມໃຈກັບສິ່ງທີ່ພວກເຂົາເຮັດ,” ຂ້າພະເຈົ້າໄດ້ຖືກບອກ. ແນ່ນອນວ່າ ພຣະຜູ້ເປັນເຈົ້າຈະສືບຕໍ່ໃຫ້ອະໄພຜູ້ທີ່ກັບໃຈຢ່າງຖ່ອມຕົນ “ດ້ວຍເຈດຕະນາອັນແທ້ຈິງ.”6 ແຕ່ການຊົດໃຊ້ທີ່ເຕັມໄປດ້ວຍຄວາມເມດຕາຂອງພຣະຜູ້ຊ່ວຍໃຫ້ລອດບໍ່ຄວນຖືກນຳໃຊ້ໃນວິທີທີ່ເຍາະເຍີ້ຍແບບນີ້. ເຮົາຮູ້ຄຳອຸປະມາເລື່ອງແກະໂຕໜຶ່ງທີ່ເສຍໄປ. ແນ່ນອນວ່າ, ຜູ້ລ້ຽງແກະຈະປະແກະ 99 ໂຕນັ້ນໄວ້ເພື່ອໄປຊອກຫາແກະໂຕໜຶ່ງທີ່ຫລົງທາງໄປ. ແຕ່ວ່າທ່ານສາມາດຈິນຕະນາການເຖິງຄວາມສຸກທີ່ຜູ້ເລືອກເປັນແກະໃນບັນດາ 99 ໂຕ ນຳມາໃຫ້ຜູ້ທີ່ລ້ຽງແກະທີ່ດີໄດ້ບໍ? ຜູ້ທີ່ຍຶດໝັ້ນຢູ່ນຳກັນ ແລະ ຊ່ວຍເຫລືອຊຶ່ງກັນແລະກັນໃນການດຳລົງຊີວິດຕາມພັນທະສັນຍາຂອງເຂົາເຈົ້າ? ທ່ານສາມາດວາດພາບໄດ້ບໍວ່າໂລກນີ້ ຫລື ໂຮງຮຽນຂອງທ່ານ ຫລື ບ່ອນເຮັດວຽກຂອງທ່ານ ຫລື ບ້ານຂອງທ່ານຈະເປັນແນວໃດຖ້າວ່າການເຊື່ອຟັງເປັນສິ່ງທີ່ນິຍົມກັນເຮັດ? ມັນບໍ່ກ່ຽວກັບການ ເຮັດ ໃຫ້ຊີວິດສົມບູນແບບ—ແຕ່ມັນກ່ຽວກັບການພົບເຫັນຄວາມສຸກໃນຂະນະທີ່ກຳລັງ ເຮັດໃຫ້ດີທີ່ສຸດ ໃນການດຳລົງຊີວິດຕາມພັນທະສັນຍາທີ່ເຮົາໄດ້ເຮັດໄວ້ກັບພຣະເຈົ້າ.
ເມື່ອໂລກສະແດງຄວາມສົງໄສກ່ຽວກັບພຣະເຈົ້າຫລາຍຂຶ້ນ ແລະ ຄວາມສັບສົນ ແລະ ແຮງກົດດັນກໍກຳລັງເພີ່ມຂຶ້ນ, ນີ້ແມ່ນເວລາທີ່ເຮົາຈະຕ້ອງຢູ່ໃກ້ກັບສາດສະດາຫລາຍທີ່ສຸດ. ໃນຖານະທີ່ເພິ່ນເປັນກະບອກສຽງຂອງພຣະຜູ້ເປັນເຈົ້າ, ເຮົາສາມາດໄວ້ວາງໃຈໄດ້ວ່າສິ່ງທີ່ເພິ່ນຮຽກຮ້ອງ, ແນະນຳ, ແລະ ວິງວອນໃຫ້ເຮົາເຮັດແມ່ນສິ່ງທີ່ສຳຄັນທີ່ສຸດ.
ເຖິງແມ່ນວ່າມັນອາດຈະບໍ່ງ່າຍ, ແຕ່ຍ່ອມມີຫົນທາງທີ່ຈະເຮັດສິ່ງທີ່ຖືກຕ້ອງສະເໝີ. ໃນຂະນະທີ່ກຳລັງລົມກັບໝູ່ເພື່ອນກຸ່ມໜຶ່ງທີ່ໂຮງຮຽນ, ຍິງໜຸ່ມຄົນໜຶ່ງຮູ້ສຶກຕົກໃຈເມື່ອການສົນທະນາກາຍເປັນການວິຈານມາດຕະຖານຂອງສາດສະໜາຈັກ. ລາວໄດ້ຮັບຮູ້ວ່າລາວບໍ່ສາມາດຢູ່ໂດຍບໍ່ມີປາກສຽງຫຍັງໄດ້—ລາວຕ້ອງເຮັດບາງສິ່ງບາງຢ່າງ. ດ້ວຍຄວາມເຄົາລົບ, ລາວໄດ້ເວົ້າເຖິງຄວາມຮັກຂອງພຣະບິດາເທິງສະຫວັນ ແລະ ພຣະບັນຍັດທີ່ພຣະອົງຊົງກຳນົດໄວ້ເພື່ອເປັນພອນ ແລະ ປົກປ້ອງລູກໆຂອງພຣະອົງ. ມັນອາດຈະງ່າຍກວ່າສຳລັບລາວທີ່ຈະບໍ່ເຮັດຫຍັງເລີຍ. ແຕ່ແມ່ນຫຍັງລະທີ່ສຳຄັນທີ່ສຸດ? ເປັນເຊັ່ນດຽວກັນກັບໝູ່ພວກບໍ? ຫລື ຈະຢືນ ຂຶ້ນ ເປັນພະຍານຂອງພຣະເຈົ້າ ໃນ “ທຸກເວລາ ແລະ ໃນທຸກສິ່ງ, ແລະ ໃນທຸກບ່ອນບໍ”?7
ຖ້າວ່າສາດສະໜາຈັກທີ່ຖືກຟື້ນຟູຂອງພຣະເຢຊູຄຣິດຈະອອກມາຈາກຄວາມມືດມົວ, ເຮົາກໍຕ້ອງອອກມາຈາກຄວາມມືດມົວນັ້ນເຊັ່ນກັນ. ໃນຖານະທີ່ເປັນສະຕີທີ່ຮັກສາພັນທະສັນຍາ, ເຮົາຕ້ອງສາຍແສງພຣະກິດຕິຄຸນຂອງເຮົາໄປທົ່ວໂລກໂດຍການກ້າວຂຶ້ນ ແລະ ໂດດເດັ່ນ. ເຮົາເຮັດສິ່ງນີ້ນຳກັນໃນຖານະທິດາຂອງພຣະເຈົ້າ—ພະລັງຂອງສະຕີ 8.2 ລ້ານຄົນອາຍຸ 11 ປີຂຶ້ນໄປ, ຊຶ່ງມີວຽກງານອັນດຽວກັນທຸກປະການ. ເຮົາກຳລັງເຕົ້າໂຮມອິດສະຣາເອນຂະນະທີ່ເຮົາມີສ່ວນຮ່ວມໃນວຽກງານແຫ່ງຄວາມລອດ ແລະ ຄວາມສູງສົ່ງ: ພະຍາຍາມດຳລົງຊີວິດຕາມພຣະກິດຕິຄຸນຂອງພຣະເຢຊູຄຣິດ, ດູແລຄົນຂັດສົນ, ເຊື້ອເຊີນທຸກຄົນໃຫ້ຮັບເອົາພຣະກິດຕິຄຸນ, ແລະ ເຕົ້າໂຮມຄອບຄົວສຳລັບນິລັນດອນ.8 ພຣະກິດຕິຄຸນຂອງພຣະເຢຊູຄຣິດ ເປັນພຣະກິດຕິຄຸນແຫ່ງການກະທຳ ແລະ ເປັນພຣະກິດຕິຄຸນແຫ່ງຄວາມສຸກ! ຂໍໃຫ້ເຮົາຢ່າປະໝາດຄວາມສາມາດຂອງເຮົາໃນການເຮັດສິ່ງເຫລົ່ານັ້ນທີ່ສຳຄັນທີ່ສຸດ. ມໍລະດົກສືບທອດຈາກສະຫວັນຂອງເຮົາໃຫ້ຄວາມກ້າຫານ ແລະ ຄວາມໝັ້ນໃຈແກ່ເຮົາເພື່ອໃຫ້ເຮັດ ແລະ ເປັນທຸກສິ່ງທີ່ພຣະບິດາເທິງສະຫວັນທີ່ຊົງຮັກຂອງເຮົາຮູ້ຈັກວ່າເຮົາສາມາດເປັນໄດ້.
ຫົວຂໍ້ຂອງຊາວໜຸ່ມສໍາລັບປີນີ້ແມ່ນມາຈາກ ສຸພາສິດ 3:5–6:
“ຈົ່ງໄວ້ວາງໃຈໃນພຣະຜູ້ເປັນເຈົ້າດ້ວຍສຸດໃຈຂອງເຈົ້າ, ຢ່າເຊື່ອໝັ້ນຈັກເທື່ອໃນສິ່ງທີ່ເຈົ້າຄິດວ່າເຈົ້າຮູ້ຈັກ.
“ຈົ່ງລະນຶກເຖິງພຣະເຈົ້າໃນທຸກສິ່ງທີ່ເຈົ້າກະທຳ, ແລະ ພຣະອົງຈະໃຫ້ເຈົ້າເຫັນຫົນທາງອັນຖືກຕ້ອງ.”
ອົງປະກອບສຳຄັນໃນການໄວ້ວາງໃຈໃນພຣະຜູ້ເປັນເຈົ້າຄືການກ້າວໄປທາງໜ້າ, ໂດຍເຊື່ອວ່າພຣະອົງຈະນຳທາງເຮົາ ແມ່ນແຕ່ໃນເວລາທີ່ເຮົາບໍ່ໄດ້ຮັບຄຳຕອບທັງໝົດ.
ເອື້ອຍນ້ອງເອີຍ, ມັນບໍ່ໄດ້ກ່ຽວກັບກະແລັມ. ແລະ ມັນບໍ່ໄດ້ກ່ຽວກັບວ່າຕ້ອງເຮັດຫລາຍຂຶ້ນ. ມັນກ່ຽວກັບການເຮັດສິ່ງທີ່ສຳຄັນ. ມັນຄືການນຳໃຊ້ຄຳສອນຂອງພຣະຄຣິດໃນຊີວິດຂອງເຮົາ ຂະນະທີ່ເຮົາພະຍາຍາມກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນ.
ເມື່ອເຮົາຢູ່ໃນເສັ້ນທາງແຫ່ງພັນທະສັນຍາຢ່າງໝັ້ນຄົງຫລາຍຂຶ້ນເທົ່າໃດ, ສັດທາຂອງເຮົາໃນພຣະເຢຊູຄຣິດກໍຈະຍິ່ງເຕີບໂຕຫລາຍຂຶ້ນເທົ່ານັ້ນ. ເມື່ອສັດທາຂອງເຮົາເຕີບໂຕຫລາຍຂຶ້ນເທົ່າໃດ, ເຮົາຈະຍິ່ງມີຄວາມປາດຖະໜາທີ່ຈະກັບໃຈຫລາຍຂຶ້ນເທົ່ານັ້ນ. ແລະ ເມື່ອເຮົາກັບໃຈຫລາຍຂຶ້ນເທົ່າໃດ, ເຮົາຈະຍິ່ງເພີ່ມຄວາມເຂັ້ມແຂງໃຫ້ແກ່ຄວາມສຳພັນແຫ່ງພັນທະສັນຍາຂອງເຮົາກັບພຣະເຈົ້າຫລາຍຂຶ້ນເທົ່ານັ້ນ. ຄວາມສຳພັນແຫ່ງພັນທະສັນຍານັ້ນຈະນຳເຮົາໄປພຣະວິຫານ ເພາະວ່າການຮັກສາພັນທະສັນຍາຂອງພຣະວິຫານເປັນວິທີທີ່ເຮົາອົດທົນຈົນເຖິງທີ່ສຸດ.
ເມື່ອເຮົາໃຫ້ພຣະເຢຊູຄຣິດເປັນຈຸດສູນກາງໃນຊີວິດຂອງເຮົາ, ເຮົາຈະຖືກຊີ້ນຳໃຫ້ເຮັດສິ່ງສຳຄັນທີ່ສຸດ. ແລະ ເຮົາຈະໄດ້ຮັບພອນດ້ວຍຄວາມເຂັ້ມແຂງທາງວິນຍານ, ຄວາມພໍໃຈ, ແລະ ດ້ວຍຄວາມ ຊື່ນຊົມ! ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.