ການເປັນສານຸສິດທີ່ກ້າຫານໃນຍຸກສຸດທ້າຍ
ຂໍໃຫ້ເຮົາໝັ້ນໃຈ, ບໍ່ຂໍໂທດ, ກ້າຫານ, ບໍ່ຂີ້ຢ້ານ, ຊື່ສັດ, ບໍ່ຢ້ານກົວ ຂະນະທີ່ເຮົາຍົກຄວາມສະຫວ່າງຂອງພຣະຜູ້ເປັນເຈົ້າຂຶ້ນ ໃນວັນເວລາສຸດທ້າຍເຫລົ່ານີ້.
ອຳເພີໃຈທາງສິນທຳເປັນຂອງປະທານອັນລ້ຳຄ່າຈາກພຣະເຈົ້າທີ່ມອບໃຫ້ແກ່ລູກໆທຸກຄົນຂອງພຣະອົງ.1 ເຮົາ “ເປັນອິດສະລະທີ່ຈະເລືອກເສລີພາບ ແລະ ຊີວິດນິລັນດອນ, ໂດຍທາງພຣະຜູ້ເປັນກາງທີ່ຍິ່ງໃຫຍ່ຂອງມະນຸດທັງປວງ, ຫລື ຈະເລືອກການເປັນຊະເລີຍ ແລະ ຄວາມຕາຍ, ຕາມການເປັນຊະເລີຍ ແລະ ອຳນາດຂອງມານ.”2 ພຣະເຈົ້າ ຈະບໍ່ ບັງຄັບເຮົາໃຫ້ເຮັດຄວາມດີ, ແລະ ມານ ບໍ່ສາມາດ ບັງຄັບເຮົາໃຫ້ເຮັດຄວາມຊົ່ວໄດ້.3 ເຖິງແມ່ນວ່າ ບາງຄົນອາດຄິດວ່າຄວາມເປັນມະຕະເປັນການແຂ່ງຂັນລະຫວ່າງພຣະເຈົ້າກັບຜູ້ປໍລະປັກ, ແຕ່ພຣະຄຳດຽວຈາກພຣະຜູ້ຊ່ວຍໃຫ້ລອດ “ແລ້ວຊາຕານກໍມິດງຽບ ແລະ ຖືກໄລ່ອອກໄປ. … ແມ່ນພະລັງ [ຂອງເຮົາ] ທີ່ຖືກທົດສອບ—ບໍ່ແມ່ນຂອງພຣະເຈົ້າ.”4
ດັ່ງນັ້ນໃນທີ່ສຸດເຮົາຈະເກັບກ່ຽວສິ່ງທີ່ເຮົາເລືອກມາຕະຫລອດຊີວິດຂອງເຮົາ.5 ສະນັ້ນຄວາມຄິດ, ຄວາມປາດຖະໜາ, ຄຳເວົ້າ, ແລະ ວຽກງານທັງໝົດຂອງເຮົາ ຈະກ່າວແນວໃດກ່ຽວກັບຄວາມຮັກທີ່ເຮົາມີຕໍ່ພຣະຜູ້ຊ່ວຍໃຫ້ລອດ, ຜູ້ຮັບໃຊ້ທີ່ພຣະອົງໄດ້ເລືອກ, ແລະ ສາດສະໜາຈັກທີ່ຖືກຟື້ນຟູຂອງພຣະອົງ? ການບັບຕິສະມາ, ຖານະປະໂລຫິດ, ແລະ ພັນທະສັນຍາພຣະວິຫານມີຄວາມໝາຍຕໍ່ເຮົາຫລາຍກວ່າຄຳຍ້ອງຍໍຂອງໂລກ ຫລື ຈຳນວນ “ກົດໄລ້” ຢູ່ໃນສື່ສັງຄົມຫລືບໍ່? ຄວາມຮັກທີ່ເຮົາມີຕໍ່ພຣະຜູ້ເປັນເຈົ້າ ແລະ ພຣະບັນຍັດຂອງພຣະອົງແຂງແກ່ນຫລາຍກວ່າຄວາມຮັກທີ່ເຮົາມີຕໍ່ສິ່ງໃດ ຫລື ຄົນໃດໃນຊີວິດນີ້ຫລືບໍ່?
ຜູ້ປໍລະປັກ ແລະ ບໍລິວານຂອງມັນໄດ້ພະຍາຍາມທຳລາຍວຽກງານຂອງພຣະຄຣິດ ແລະ ສາດສະດາຂອງພຣະອົງສະເໝີ. ພຣະບັນຍັດຂອງພຣະຜູ້ຊ່ວຍໃຫ້ລອດ, ຖ້າຫາກບໍ່ຖືກລະເລີຍທັງໝົດ, ກໍຖືກໃຫ້ເຫດຜົນວ່າບໍ່ມີຄວາມໝາຍ ໂດຍຜູ້ຄົນຢ່າງຫລວງຫລາຍໃນທຸກວັນນີ້. ຜູ້ສົ່ງຂ່າວຂອງພຣະເຈົ້າທີ່ສິດສອນຄວາມຈິງທີ່ “ບໍ່ສະດວກ” ມັກຈະຖືກປະຕິເສດ. ແມ່ນແຕ່ພຣະຜູ້ຊ່ວຍໃຫ້ລອດ ພຣະອົງເອງກໍເຄີຍຖືກເອີ້ນວ່າ “ເປັນຄົນກິນເກີນສ່ວນ, ແລະ ມັກເມົາ,”6 ຖືກກ່າວຫາວ່າລົບກວນຄວາມຮູ້ສຶກສາທາລະນະ ແລະ ສ້າງຄວາມແຕກແຍກ. ຜູ້ຄົນທີ່ອ່ອນແອ ແລະ ຮູ້ເຫັນເປັນໃຈ “ໄດ້ປຶກສາກັນວາງແຜນ ເພື່ອຈັບຜິດ,”7 ແລະ “ນິກາຍ” ຂອງພຣະອົງ ຊາວຄຣິດລຸ້ນທຳອິດ ກໍໄດ້ຖືກ “ກ່າວຕໍ່ຕ້ານ … ໃນທຸກບ່ອນ.”8
ພຣະຜູ້ຊ່ວຍໃຫ້ລອດ ແລະ ຜູ້ຕິດຕາມລຸ້ນທຳອິດຂອງພຣະອົງໄດ້ປະເຊີນກັບການຕໍ່ຕ້ານທີ່ຮ້າຍແຮງ ທັງພາຍໃນ ແລະ ພາຍນອກ, ແລະ ເຮົາກໍປະເຊີນເຊັ່ນກັນ. ທຸກວັນນີ້ເກືອບເປັນໄປບໍ່ໄດ້ເລີຍທີ່ຈະດຳລົງຊີວິດຕາມສັດທາຂອງເຮົາຢ່າງກ້າຫານ ໂດຍປາດສະຈາກການດູຖູກ ແລະ ການຖືກຊີ້ມືເຍາະເຍີ້ຍຕໍ່ໜ້າ ຫລື ໃນອອນລາຍ ຈາກທາງໂລກເປັນບາງຄັ້ງ. ການເຮັດຕາມພຣະຜູ້ຊ່ວຍໃຫ້ລອດຢ່າງໝັ້ນໃຈແມ່ນເປັນລາງວັນ, ແຕ່ບາງຄັ້ງເຮົາອາດກາຍເປັນເປົ້າຂອງຜູ້ສະໜັບສະໜູນທິດສະດີທີ່ວ່າ “ຈົ່ງກິນ, ຈົ່ງດື່ມ, ແລະ ເຮັດໃຫ້ຕົນເອງມ່ວນຊື່ນ”9 ຊຶ່ງສັດທາໃນພຣະຄຣິດ, ການເຊື່ອຟັງ, ແລະ ການກັບໃຈຖືກແທນທີ່ດ້ວຍພາບລວງຕາ ວ່າພຣະເຈົ້າຈະຍອມຕໍ່ການກະທຳບາບເລັກນ້ອຍ ເພາະພຣະອົງຮັກເຮົາຫລາຍ.
ການກ່າວ “ໂດຍສຽງ [ຂອງພຣະອົງ] ເອງ ຫລື ໂດຍສຽງຂອງຜູ້ຮັບໃຊ້ [ຂອງພຣະອົງ],”10 ພຣະຜູ້ຊ່ວຍໃຫ້ລອດບໍ່ໄດ້ກ່າວກ່ຽວກັບວັນເວລາຂອງເຮົາບໍວ່າ “ເພາະຈະເຖິງເວລາທີ່ຄົນຈະບໍ່ຍອມຟັງຄຳສອນອັນແທ້ຈິງ; ແຕ່ຈະປະຕິບັດຕາມຄວາມປາດຖະໜາຂອງເຂົາເອງ ແລະ ຈະຮວບຮວມຄຳສອນໄວ້ເພື່ອຕອບສະໜອງຄວາມຕ້ອງການຂອງເຂົາ” ແລະ ຄົນຫລາຍຄົນເຫລົ່ານັ້ນ “ຈະບໍ່ຟັງຄວາມຈິງອີກຕໍ່ໄປ; ເຂົາຈະຫັນໄປສົນໃຈນິຍາຍເລື່ອງຕ່າງໆ”?11 ພຣະອົງບໍ່ໄດ້ຄ່ຳຄວນບໍວ່າ “ການທີ່ພວກເຂົານະມັດສະການເຮົານັ້ນ ເປັນການໄຮ້ປະໂຫຍດ, ເພາະພວກເຂົາເອົາຄຳສັ່ງສອນຕາມທຳນຽມຂອງມະນຸດ”?12 ພຣະອົງບໍ່ໄດ້ເຕືອນບໍວ່າ “ໃນທ່າມກາງພວກທ່ານເອງ ຈະມີຄົນເວົ້າປີ້ນຄວາມຈິງ, ແລະ ຊັກຊວນເອົາຄົນທີ່ເຊື່ອໃຫ້ຫລົງໄປຕາມພວກເຂົາ”?13 ພຣະອົງບໍ່ໄດ້ຫລິງເຫັນລ່ວງໜ້າບໍວ່າ “ສິ່ງທີ່ຊົ່ວ [ຈະຖືກເອີ້ນວ່າ] ສິ່ງທີ່ດີ, ແລະ ສິ່ງທີ່ດີຈະຖືກເອີ້ນວ່າສິ່ງທີ່ຊົ່ວ”14 ແລະ ວ່າ “ສະມາຊິກໃນຄອບຄົວຂອງຕົນກໍຈະເປັນສັດຕູຜູ້ຮ້າຍຕໍ່ກັນ”?15
ແລ້ວເຮົາເດ? ເຮົາຄວນຖືກຂົ່ມຂູ່ ຫລື ຢ້ານກົວບໍ? ເຮົາຄວນດຳລົງຊີວິດຕາມສາດສະໜາຂອງເຮົາແບບລັບໆບໍ? ຄົງບໍ່ເປັນແນວນັ້ນດອກ! ດ້ວຍສັດທາໃນພຣະຄຣິດ, ເຮົາບໍ່ຕ້ອງຢ້ານກົວຄຳຕຳນິຂອງມະນຸດ ຫລື ຢ່າຢ້ານຄຳປ້ອຍດ່າຂອງພວກເຂົາ.16 ໂດຍມີພຣະຜູ້ຊ່ວຍໃຫ້ລອດເປັນຫາງເສືອ ແລະ ສາດສະດາທີ່ມີຊີວິດຢູ່ເພື່ອນຳພາ ແລະ ຊີ້ນຳພວກເຮົາ, “ຜູ້ໃດຈະຕໍ່ສູ້ພວກເຮົາໄດ້?”17 ຂໍໃຫ້ເຮົາໝັ້ນໃຈ, ບໍ່ຂໍໂທດ, ກ້າຫານ, ບໍ່ຂີ້ຢ້ານ, ຊື່ສັດ, ບໍ່ຢ້ານກົວ ຂະນະທີ່ເຮົາຍົກຄວາມສະຫວ່າງຂອງພຣະຜູ້ເປັນເຈົ້າຂຶ້ນ ໃນວັນເວລາສຸດທ້າຍເຫລົ່ານີ້.18
ພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວຢ່າງແຈ່ມແຈ້ງວ່າ “ທຸກຄົນທີ່ຮັບເຮົາຕໍ່ໜ້າມະນຸດ, ເຮົາກໍຈະຮັບຜູ້ນັ້ນຕໍ່ພຣະພັກພຣະບິດາຂອງເຮົາໃນສະຫວັນເໝືອນກັນ. … ແຕ່ຖ້າຜູ້ໃດປະຕິເສດເຮົາຕໍ່ໜ້າມະນຸດ, ເຮົາກໍຈະປະຕິເສດຜູ້ນັ້ນຕໍ່ພຣະພັກພຣະບິດາຂອງເຮົາໃນສະຫວັນເໝືອນກັນ.”19
ເພາະເຫດນີ້, ໃນຂະນະທີ່ບາງຄົນອາດມັກໃຫ້ມີພຣະເຈົ້າຜູ້ສະເດັດມາໂດຍບໍ່ມີພຣະບັນຍັດ, ແຕ່ຂໍໃຫ້ເຮົາເປັນພະຍານຢ່າງກ້າຫານ, ໃນຖ້ອຍຄຳຂອງແອວເດີ ດີ ທອດ ຄຣິສໂຕເຟີສັນ ວ່າ “ພຣະເຈົ້າທີ່ບໍ່ມີການຮຽກຮ້ອງ ກໍເທົ່າກັບເປັນພຣະເຈົ້າທີ່ບໍ່ມີຢູ່.”20
ເຖິງແມ່ນບາງຄົນອາດມັກເລືອກທີ່ຈະເຮັດຕາມພຣະບັດຍັດຂໍ້ທີ່ພວກເຂົາມັກ, ຂໍໃຫ້ເຮົາຈົ່ງຮັບເອົາຄຳເຊື້ອເຊີນຂອງພຣະຜູ້ຊ່ວຍໃຫ້ລອດ ໃຫ້ “ດຳລົງຊີວິດຕາມ ທຸກ ຄຳຊຶ່ງອອກມາຈາກພຣະໂອດຂອງພຣະເຈົ້າ.”21
ໃນຂະນະທີ່ຫລາຍຄົນເຊື່ອວ່າພຣະຜູ້ເປັນເຈົ້າ ແລະ ສາດສະໜາຈັກຂອງພຣະອົງຮັບຮູ້ການ “ເຮັດສິ່ງໃດກໍຕາມ ຕາມຄວາມປາດຖະໜາຂອງໃຈ [ເຮົາ],”22 ຂໍໃຫ້ເຮົາຈົ່ງປະກາດຢ່າງກ້າຫານວ່າ ມັນຜິດທີ່ຈະ “ເຂົ້າຂ້າງສຽງສ່ວນຫລາຍເມື່ອພວກເຂົາເຮັດຜິດ,”23 ເພາະວ່າ “ຝູງຊົນບໍ່ສາມາດເຮັດໃຫ້ຖືກຕ້ອງໃນສິ່ງທີ່ພຣະເຈົ້າປະກາດວ່າຜິດ.”24
“ໂອ້ ຈົ່ງຈື່ຈຳໄວ້, ຈື່ຈຳໄວ້ … ພຣະບັນຍັດຂອງພຣະເຈົ້ານັ້ນເຄັ່ງຄັດ [ແຕ່ຍັງປົດປ່ອຍ] ພຽງໃດ.”25 ບາງຄັ້ງການສິດສອນພຣະບັນຍັດຢ່າງແຈ່ມແຈ້ງ ອາດຈະຖືກເຫັນວ່າເປັນການບໍ່ອົດທົນ. ສະນັ້ນຂໍໃຫ້ເຮົາຈົ່ງສະແດງຄວາມນັບຖືວ່າ ມັນບໍ່ພຽງເປັນໄປໄດ້ເທົ່ານັ້ນ ແຕ່ຈຳເປັນທີ່ຈະຮັກລູກຂອງພຣະເຈົ້າຜູ້ຮັບເອົາຄວາມເຊື່ອທີ່ແຕກຕ່າງໄປຈາກເຮົານຳອີກ.
ເຮົາສາມາດຍອມຮັບ ແລະ ນັບຖືຄົນອື່ນໂດຍບໍ່ຕ້ອງສະໜັບສະໜູນຄວາມເຊື່ອຂອງພວກເຂົາ ຫລື ການກະທຳທີ່ບໍ່ສອດຄ່ອງກັບພຣະປະສົງຂອງພຣະເຈົ້າ. ບໍ່ຈຳເປັນຕ້ອງປະຖິ້ມຄວາມຈິງ ຍ້ອນການເຫັນດ້ວຍ ແລະ ຕາມຄວາມປາດຖະໜາຂອງສັງຄົມ.
ຊີໂອນ ແລະ ບາບີໂລນປຽບທຽບກັນບໍ່ໄດ້. “ບໍ່ຫ່ອນມີຜູ້ໃດເປັນຂ້າສອງເຈົ້າ ບ່າວສອງນາຍໄດ້.”26 ຂໍໃຫ້ເຮົາທຸກຄົນຈົ່ງຈື່ຈຳຄຳຖາມທີ່ເຈາະເລິກຂອງພຣະຜູ້ຊ່ວຍໃຫ້ລອດທີ່ວ່າ, “ເປັນຫຍັງເຈົ້າທັງຫລາຍຈຶ່ງເອີ້ນເຮົາວ່າ, ພຣະອົງເຈົ້າຂ້າ, ພຣະອົງເຈົ້າຂ້າ, ແຕ່ ບໍ່ ໄດ້ປະຕິບັດຕາມສິ່ງທີ່ເຮົາບອກພວກເຈົ້າ?”27
ຂໍໃຫ້ເຮົາຈົ່ງສະແດງຄວາມຮັກຂອງເຮົາຕໍ່ພຣະຜູ້ເປັນເຈົ້າຜ່ານທາງການເຊື່ອຟັງທີ່ເຕັມໃຈ ແລະ ດ້ວຍຄວາມສະໝັກໃຈ.
ຖ້າຫາກທ່ານຮູ້ສຶກຢູ່ລະຫວ່າງກາງການເປັນສານຸສິດກັບໂລກ, ຂໍໃຫ້ຈື່ຈຳວ່າ ພຣະຜູ້ຊ່ວຍໃຫ້ລອດທີ່ຊົງຮັກ “ໄດ້ສົ່ງຄຳເຊີນ … , ເພາະພຣະພາຫາແຫ່ງຄວາມເມດຕາຂອງພຣະອົງໄດ້ເດ່ອອກມາ [ຫາທ່ານ], ແລະ ພຣະອົງໄດ້ກ່າວວ່າ: ຈົ່ງກັບໃຈເຖີດ, ແລະ ເຮົາຈະຮັບເຈົ້າໄວ້.”28
ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ ພຣະເຢຊູຄຣິດ “ຈະສະແດງວຽກງານທີ່ຍິ່ງໃຫຍ່ທີ່ສຸດຂອງພຣະອົງ ນັບຈາກເວລານີ້ໄປ ຈົນເຖິງເວລາທີ່ພຣະອົງສະເດັດມາອີກ.”29 ແຕ່ເພິ່ນກໍໄດ້ສິດສອນອີກວ່າ “ຜູ້ທີ່ເລືອກວິທີທາງຂອງພຣະຜູ້ເປັນເຈົ້າເບິ່ງຄືວ່າຈະອົດທົນຕໍ່ການຂົ່ມເຫັງ.”30 ການ “ຖືວ່າຕົນເປັນຜູ້ສົມຄວນທີ່ຕ້ອງຖືກໝິ່ນປະໝາດ ເພາະເຫັນແກ່ພຣະນາມຂອງພຣະອົງ”31 ບາງເທື່ອອາດເປັນເລື່ອງທີ່ເຮົາຕ້ອງຈັດການ ຂະນະທີ່ເຮົາ “ອະນຸຍາດໃຫ້ສຸລະສຽງຂອງພຣະອົງມີຄວາມສຳຄັນກວ່າສິ່ງອື່ນໆ.”32
ພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວວ່າ, “ຜູ້ໃດທີ່ ບໍ່ ສົງໄສເຮົາກໍເປັນສຸກ.”33 ໃນບ່ອນອື່ນໆເຮົາຮຽນຮູ້ວ່າ “ຄົນທີ່ ຮັກ ກົດບັນຍັດກໍປອດໄພດີ: ແລະ ບໍ່ມີສິ່ງໃດ ທີ່ເຮັດໃຫ້ພວກເຂົາລົ້ມລົງໄດ້.”34 ບໍ່ມີສິ່ງໃດ! ສະນັ້ນຂໍໃຫ້ເຮົາຖາມຕົວເອງວ່າ, “ເຮົາທົນຢູ່ໄດ້ດົນບໍ, ເມື່ອເກີດຄວາມຍາກລຳບາກ ຫລື ຖືກຂົ່ມເຫັງ ເພາະພຣະທຳນັ້ນ ຕົນຈຶ່ງເຊົາເຊື່ອພຣະທຳນັ້ນທັນທີ?35 ເຮົາຖືກສ້າງຂຶ້ນເທິງດານຫີນຂອງພຣະເຢຊູຄຣິດ ແລະ ຜູ້ຮັບໃຊ້ຂອງພຣະອົງຫລືບໍ່?”
ນັກສຳພັນທາງສິນທຳສະໜັບສະໜູນວ່າ ຄວາມຈິງນັ້ນເປັນພຽງໂຄງສ້າງທາງສັງຄົມເທົ່ານັ້ນ, ວ່າມັນບໍ່ມີຄວາມສົມບູນທາງສິນທຳເລີຍ. ສິ່ງທີ່ພວກເຂົາເວົ້າແທ້ໆແມ່ນວ່າ ມັນບໍ່ມີບາບ,36 ວ່າ “ແມ່ນຫຍັງກໍຕາມທີ່ຕົນເອງ [ເຮັດ] ຈະບໍ່ມີຄວາມຜິດເລີຍ,”37 ເປັນປັດຊະຍາທີ່ຜູ້ປໍລະປັກອ້າງວ່າເປັນຜູ້ປະພັນທີ່ພາກພູມໃຈ! ສະນັ້ນຂໍໃຫ້ເຮົາຈົ່ງລະວັງໝາໄນທີ່ນຸ່ງຂົນແກະ ຊຶ່ງກຳລັງຮັບສະໝັກຢູ່ ແລະ “ມັກໃຊ້ຄວາມສົງໄສທາງປັນຍາເປັນຂໍ້ແກ້ຕົວສຳລັບການປະພຶດທີ່ບໍ່ດີຂອງ [ຕົນເອງ].”38
ຖ້າຫາກເຮົາຢາກເປັນສານຸສິດທີ່ກ້າຫານຂອງພຣະຄຣິດແທ້ໆ, ເຮົາຈະພົບຫົນທາງ. ຖ້າບໍ່ດັ່ງນັ້ນ, ຜູ້ປໍລະປັກຈະສະເໜີທາງເລືອກທີ່ດຶງດູດໃຈ. ແຕ່ໃນຖານະສານຸສິດທີ່ຊື່ສັດ, “ເຮົາບໍ່ຈຳເປັນຕ້ອງຂໍໂທດສຳລັບຄວາມເຊື່ອຂອງເຮົາ ຫລື ຖອຍຫລັງຈາກສິ່ງທີ່ເຮົາຮູ້ວ່າເປັນຄວາມຈິງ.”39
ສຸດທ້າຍນີ້, ມີຄຳເວົ້າກ່ຽວກັບຜູ້ຮັບໃຊ້ 15 ທ່ານຂອງພຣະເຈົ້າທີ່ນັ່ງຢູ່ຂ້າງຫລັງຂ້າພະເຈົ້າ. ໃນຂະນະທີ່ຊາວໂລກ “ບອກຜູ້ທຳນາຍໃຫ້ມິດງຽບ,”40 ຜູ້ຊື່ສັດ “ໄດ້ຮັບມົງກຸດດ້ວຍພອນຈາກເບື້ອງເທິງ, ແທ້ຈິງແລ້ວ, ແລະ ດ້ວຍບັນຍັດທີ່ບໍ່ແມ່ນໜ້ອຍ, ແລະ ດ້ວຍການເປີດເຜີຍໃນເວລາທີ່ເໝາະສົມຂອງມັນ.”41
ບໍ່ເປັນໜ້າແປກໃຈເລີຍທີ່, ທ່ານເຫລົ່ານີ້ກາຍເປັນສາຍຟ້າແມບເຫລື້ອມສຳລັບຜູ້ທີ່ບໍ່ເພິ່ງພໍໃຈກັບພຣະຄຳຂອງພຣະເຈົ້າ ທີ່ສາດສະດາປະກາດ. ຜູ້ທີ່ປະຕິເສດສາດສະດາ ບໍ່ຮູ້ວ່າ “ຜູ້ໃດຜູ້ໜຶ່ງຈະຕີຄວາມໝາຍຂອງຄຳທຳນາຍໃນພຣະຄຳພີເອງບໍ່ໄດ້” ຫລື ເປັນຜົນຈາກຄວາມປະສົງຂອງມະນຸດ, “ແຕ່ມະນຸດໄດ້ກ່າວຄຳທີ່ມາຈາກພຣະເຈົ້າ ຕາມທີ່ພຣະວິນຍານບໍລິສຸດຊົງດົນໃຈ.”42
ເໝືອນດັ່ງໂປໂລ, ທ່ານເຫລົ່ານີ້ຂອງພຣະເຈົ້າ “ບໍ່ໄດ້ … ລະອາຍທີ່ຈະເປັນພະຍານຝ່າຍພຣະຜູ້ເປັນເຈົ້າຂອງເຮົາທັງຫລາຍ” ແລະ ຖືກ “ຈຳຈອງ”43 ໃນແງ່ທີ່ຄຳສອນທີ່ພວກເພິ່ນສິດສອນບໍ່ໄດ້ເປັນຂອງພວກເພິ່ນ ແຕ່ເປັນຂອງພຣະອົງຜູ້ໄດ້ເອີ້ນພວກເພິ່ນ. ເໝືອນດັ່ງເປໂຕ, ຈະໃຫ້ພວກເພິ່ນ “ປິດບັງ ບໍ່ໃຫ້ເວົ້າສິ່ງທີ່ໄດ້ເຫັນ ແລະ ສິ່ງທີ່ [ພວກເພິ່ນ] ໄດ້ຍິນບໍ່ໄດ້.”44 ຂ້າພະເຈົ້າເປັນພະຍານວ່າ ຝ່າຍປະທານສູງສຸດ ແລະ ກຸ່ມອັກຄະສາວົກສິບສອງເປັນຄົນດີ ແລະ ຊື່ສັດ ທີ່ຮັກພຣະເຈົ້າ ແລະ ລູກໆຂອງພຣະອົງ ແລະ ເປັນທີ່ຮັກຂອງພຣະອົງ. ເຮົາຄວນຮັບເອົາຖ້ອຍຄຳຂອງພວກເພິ່ນ ຄືກັບວ່າມັນອອກມາຈາກພຣະໂອດຂອງພຣະຜູ້ເປັນເຈົ້າເອງ “ດ້ວຍຄວາມອົດທົນທີ່ສຸດ ແລະ ສັດທາທັງໝົດ. ເພາະໂດຍການເຮັດສິ່ງເຫລົ່ານີ້ ປະຕູນະລົກຈະເອົາຊະນະ [ເຮົາ] ບໍ່ໄດ້;… ອົງພຣະຜູ້ເປັນເຈົ້າຈະເຮັດໃຫ້ອຳນາດແຫ່ງຄວາມມືດກະຈາຍໄປຕໍ່ໜ້າ [ເຮົາ].”45
“ມືທີ່ບໍ່ສັກສິດບໍ່ສາມາດຢຸດຢັ້ງວຽກງານໃຫ້ກ້າວໜ້າໄດ້”;46 ມັນຈະເດີນໄປດ້ວຍໄຊຊະນະ ບໍ່ວ່າຈະມີທ່ານກັບຂ້າພະເຈົ້າຢູ່ນຳກໍຕາມ, ສະນັ້ນ “ຈົ່ງຕັດສິນໃຈໃນມື້ນີ້ວ່າ ພວກເຈົ້າຈະບົວລະບັດຮັບໃຊ້ຜູ້ໃດ.”47 ຢ່າຕົກໂງ່ ຫລື ຢ້ານກົວໂດຍສຽງຂອງຝ່າຍຄ້ານທີ່ດັງກ້ອງມາຈາກອາຄານໃຫຍ່ ແລະ ກວ້າງຂວາງນັ້ນ. ສຽງດັງກ້ອງສະນັ່ນຢ່າງສິ້ນຫວັງຂອງພວກເຂົາບໍ່ມີພະລັງເທົ່າກັບສຽງອັນເບົາໆທີ່ເຂົ້າສູ່ຫົວໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ.
ຂ້າພະເຈົ້າເປັນພະຍານວ່າ ພຣະຄຣິດຊົງພຣະຊົນຢູ່, ວ່າພຣະອົງເປັນພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ, ແລະ ວ່າພຣະອົງນຳພາສາດສະໜາຈັກຂອງພຣະອົງ ຜ່ານທາງຝ່າຍປະທານສູງສຸດ ແລະ ກຸ່ມອັກຄະສາວົກສິບສອງ, ດັ່ງນັ້ນ ຈຶ່ງໝັ້ນໃຈໄດ້ວ່າ ເຮົາບໍ່ໄດ້ “ຖືກພັດໄປພັດມາ, ແລະ ຫັນເຫໄປມາດ້ວຍລົມປາກແຫ່ງຄຳສັ່ງສອນທຸກຢ່າງ.”48
“ສານຸສິດທີ່ແທ້ຈິງຂອງພຣະເຢຊູຄຣິດ,” ປະທານແນວສັນໄດ້ສິດສອນວ່າ, “ຈະເຕັມໃຈທີ່ຈະຢືນຂຶ້ນ, ກ້າເວົ້າ, ແລະ ແຕກຕ່າງຈາກຄົນອື່ນໃນໂລກ. ເຂົາເຈົ້າຈະບໍ່ຫວາດຫວັ່ນ, ອຸທິດຕົນ, ແລະ ກ້າຫານ.”49
ອ້າຍເອື້ອຍນ້ອງທັງຫລາຍ, ມັນເປັນມື້ທີ່ດີ ທີ່ຈະເປັນຄົນດີ! ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.