ອັດສະຈັນໃຈໃນພຣະຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ
ຂໍຈົ່ງໃຫ້ຄວາມຊົງຈຳຂອງສິ່ງທີ່ຕາຂອງເຮົາໄດ້ເຫັນ, ແລະ ຫົວໃຈຂອງເຮົາໄດ້ຮູ້ສຶກ ເພີ່ມຂະຫຍາຍຄວາມປະຫລາດໃຈຂອງເຮົາເຖິງການເສຍສະລະຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ.
ຂ້າພະເຈົ້າມີເພື່ອນຮັກຄົນໜຶ່ງທີ່ສະຫລາດຫລັກແຫລມ, ເປັນອາຈານມະຫາວິທະຍາໄລທີ່ບຳນານແລ້ວ, ເປັນນັກປະພັນທີ່ມີຜົນງານຫລາຍ, ແລະ ເໜືອສິ່ງອື່ນໃດ ເປັນສານຸສິດທີ່ອຸທິດຕົນຂອງພຣະເຢຊູຄຣິດ. ລາວໄດ້ໄປຢ້ຽມຢາມແຜ່ນດິນສັກສິດສິບກວ່າເທື່ອແລ້ວ ເພື່ອໄປຮ່ວມໃນການປະຊຸມ, ໄປກຳກັບການຄົ້ນຄວ້າດ້ານວິຊາການ, ແລະ ໄດ້ນຳພາການທ່ອງທ່ຽວນຳອີກ. ອີງຕາມລາວແລ້ວ, ທຸກໆເທື່ອທີ່ລາວໄດ້ໄປຢ້ຽມຢາມແຜ່ນດິນບ່ອນທີ່ພຣະເຢຊູໄດ້ເດີນໄປ, ລາວກໍອັດສະຈັນໃຈ ເພາະວ່າລາວໄດ້ຮຽນຮູ້ສິ່ງໃໝ່ໆ, ທີ່ໜ້າປະຫລາດໃຈ, ແລະ ໜ້າສົນໃຈກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ, ການປະຕິບັດສາດສະໜາກິດຂອງພຣະອົງ, ແລະ ບ້ານເກີດທີ່ຊົງຮັກຂອງພຣະອົງ. ຄວາມອັດສະຈັນໃຈທີ່ເພື່ອນຂອງຂ້າພະເຈົ້າສະແດງອອກເມື່ອລາວກ່າວເຖິງທຸກສິ່ງທີ່ລາວຮຽນຮູ້ຢູ່ໃນແຜ່ນດິນສັກສິດນັ້ນກໍແຜ່ກະຈາຍອອກມາ; ແລະ ຄວາມປະຫລາດໃຈນີ້ກໍໄດ້ເປັນພື້ນຖານໃນຄວາມສຳເລັດຢ່າງຫລວງຫລາຍຂອງລາວ ແລະ ການສະແຫວງຫາທາງດ້ານວິຊາການໃນຊີວິດຂອງລາວ.
ຂະນະທີ່ຂ້າພະເຈົ້າໄດ້ຟັງປະສົບການຂອງລາວ ແລະ ໄດ້ຮູ້ສຶກເຖິງຄວາມຕື່ນເຕັ້ນຂອງລາວ, ຂ້າພະເຈົ້າໄດ້ສະທ້ອນຄິດເຖິງການແປກປະຫລາດທາງວິນຍານ, ເມື່ອກ່າວຢ່າງປຽບທຽບ, ທີ່ເຮົາສາມາດ ແລະ ຄວນຮູ້ສຶກໄດ້ຫລາຍເທົ່າໃດສຳລັບພຣະກິດຕິຄຸນຂອງພຣະເຢຊູຄຣິດ ແລະ ຄວາມແຕກຕ່າງທີ່ມັນສາມາດເຮັດໄດ້ໃນການເປັນສານຸສິດຂອງເຮົາ ແລະ ໃນການເດີນທາງຂອງເຮົາໄປສູ່ຊີວິດນິລັນດອນ. ການແປກປະຫລາດທີ່ຂ້າພະເຈົ້າອ້າງເຖິງຄືຄວາມຮູ້ສຶກທາງດ້ານອາລົມ, ຄວາມອັດສະຈັນໃຈ, ຫລື ຄວາມປະຫລາດໃຈທີ່ທຸກຄົນມີດ້ວຍກັນ ຜູ້ທີ່ໃຫ້ພຣະຜູ້ຊ່ວຍໃຫ້ລອດ ແລະ ຄຳສອນຂອງພຣະອົງເປັນຈຸດສູນກາງໃນຊີວິດຂອງເຂົາເຈົ້າ ແລະ ຮັບຮູ້ຢ່າງຖ່ອມຕົນເຖິງການປະທັບຢູ່ຂອງພຣະອົງໃນຊີວິດຂອງເຂົາເຈົ້າ. ຄວາມຮູ້ສຶກເຖິງການແປກປະຫລາດດັ່ງກ່າວ, ຖືກດົນໃຈໂດຍອິດທິພົນຂອງພຣະວິນຍານບໍລິສຸດ, ກະຕຸ້ນຄວາມຕື່ນເຕັ້ນໃນການດຳລົງຊີວິດຢ່າງຊື່ນຊົມຕາມຄຳສອນຂອງພຣະຄຣິດ.1
ພຣະຄຳພີກໍມີີຫລາຍຕົວຢ່າງທີ່ຄວາມຮູ້ສຶກນີ້ຖືກສະແດງໃຫ້ປະຈັກແນວໃດ. ຍົກຕົວຢ່າງ, ສາດສະດາເອຊາຢາ, ໄດ້ສະແດງເຖິງຄວາມກະຕັນຍູທີ່ເລິກເຊິ່ງຂອງເພິ່ນຕໍ່ພຣະຜູ້ເປັນເຈົ້າຜ່ານການປິຕິຍິນດີໃນພຣະອົງ.2 ຜູ້ຄົນທີ່ໄດ້ຍິນພຣະເຢຊູສັ່ງສອນໃນທຳມະສາລາຢູ່ທີ່ເມືອງກາເປນາອູມກໍປະຫລາດໃຈກັບຄຳສອນຂອງພຣະອົງ ແລະ ພະລັງທີ່ພຣະອົງໄດ້ສິດສອນ.3 ມັນແມ່ນຄວາມຮູ້ສຶກອັນດຽວກັນນີ້ທີ່ໄດ້ເຂົ້າເຖິງຈິດໃຈຂອງຊາຍໜຸ່ມໂຈເຊັບ ສະມິດ ຂະນະທີ່ເພິ່ນໄດ້ອ່ານຈາກພຣະຄຣິສຕະທຳຄຳພີ ບົດທີໜຶ່ງຂອງຢາໂກໂບ, ໄດ້ນຳພາເພິ່ນໃຫ້ສະແຫວງຫາປັນຍາຈາກພຣະເຈົ້າ.4
ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າ, ເມື່ອເຮົາອັດສະຈັນໃຈແທ້ໆໃນພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ, ເຮົາຈະມີຄວາມສຸກຫລາຍຂຶ້ນ, ເຮົາຈະມີຄວາມຕື່ນເຕັ້ນສຳລັບວຽກງານຂອງພຣະເຈົ້າຫລາຍຂຶ້ນ, ແລະ ເຮົາຈະຮັບຮູ້ພຣະຫັດຂອງພຣະຜູ້ເປັນເຈົ້າໃນທຸກສິ່ງທັງປວງ. ນອກເໜືອໄປຈາກນີ້, ການສຶກສາຂອງເຮົາຈາກພຣະຄຳຂອງພຣະເຈົ້າຈະມີຄວາມໝາຍຫລາຍຂຶ້ນ; ການອະທິຖານຂອງເຮົາ, ຈະມີຄວາມຕັ້ງໃຈຫລາຍຂຶ້ນ; ການນະມັດສະການຂອງເຮົາ, ຈະມີຄວາມຄາລະວະຫລາຍຂຶ້ນ; ການຮັບໃຊ້ຂອງເຮົາໃນອານາຈັກຂອງພຣະເຈົ້າ, ກໍຈະພາກພຽນຫລາຍຂຶ້ນ. ການກະທຳທັງໝົດນີ້ມີສ່ວນເຮັດໃຫ້ອິດທິພົນຂອງພຣະວິນຍານສັກສິດເຂົ້າມາໃນຊີວິດເຮົາເລື້ອຍກວ່າເກົ່າ.5 ດັ່ງນັ້ນ, ປະຈັກພະຍານຂອງເຮົາເຖິງພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະກິດຕິຄຸນຂອງພຣະອົງຈະເຂັ້ມແຂງຂຶ້ນ, ເຮົາຈະຮັກສາໃຫ້ພຣະຄຣິດພຣະຊົນຢູ່ໃນຕົວເຮົາ,6 ແລະ ເຮົາຈະດຳລົງຊີວິດ “ຢັ່ງຮາກ ແລະ ກໍ່ຮ່າງສ້າງຊີວິດຂອງພວກເຈົ້າຂຶ້ນເທິງພຣະອົງ ແລະ ຈົ່ງຕັ້ງໝັ້ນຄົງຢູ່ໃນ [ສັດທາ], … ໃຫ້ຈິດໃຈເຕັມລົ້ນດ້ວຍການຂອບພຣະຄຸນ.”7 ເມື່ອເຮົາດຳລົງຊີວິດໃນວິທີທາງນີ້, ເຮົາຈະທົນທານໄດ້ຫລາຍຂຶ້ນທາງວິນຍານ ແລະ ຖືກປົກປ້ອງຈາກການຕົກຢູ່ໃນກັບດັກຂອງການເສີຍເມີຍທາງວິນຍານ.
ການເສີຍເມີຍມີລັກສະນະໂດຍການສູນເສຍຄວາມຕື່ນເຕັ້ນເທື່ອລະເລັກເທື່ອລະນ້ອຍກັບການມີສ່ວນຮ່ວມຢ່າງເຕັມທີ່ໃນພຣະກິດຕິຄຸນຂອງພຣະຜູ້ເປັນເຈົ້າ. ໂດຍທົ່ວໄປມັນຈະເລີ່ມຕົ້ນເມື່ອເຮົາຮູ້ສຶກວ່າ ເຮົາໄດ້ຮັບຄວາມຮູ້ ແລະ ພອນທີ່ຈຳເປັນທັງໝົດ ເພື່ອຄວາມສຸກຂອງເຮົາໃນຊີວິດນີ້ແລ້ວ. ເມື່ອກ່າວຢ່າງປຽບທຽບແລ້ວ, ຄວາມເພິ່ງພໍໃຈນີ້, ເຮັດໃຫ້ເຮົາບໍ່ເຫັນຄຸນຄ່າຂອງ ຂອງປະທານແຫ່ງພຣະກິດຕິຄຸນ, ແລະ ຕໍ່ຈາກນັ້ນ, ເຮົາຈະຕົກຢູ່ໃນການສ່ຽງທີ່ຈະລະເລີຍທັງໃນການມີສ່ວມຮ່ວມຢ່າງສະໝ່ຳສະເໝີໃນສ່ວນທີ່ຈຳເປັນຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ8 ແລະ ພັນທະສັນຍາທີ່ເຮົາໄດ້ເຮັດ. ດັ່ງນັ້ນ, ເຮົາຈະແຍກຕົວເຮົາເອງອອກໄປຫ່າງໄກຈາກພຣະຜູ້ເປັນເຈົ້າເທື່ອລະເລັກເທື່ອລະນ້ອຍ, ເຮັດໃຫ້ຄວາມສາມາດຂອງເຮົາທີ່ຈະ “ຟັງທ່ານ”9 ອ່ອນແອລົງ, ບໍ່ສົນໃຈ ແລະ ເມີນເສີຍຕໍ່ຄວາມຍິ່ງໃຫຍ່ຂອງວຽກງານຂອງພຣະອົງ. ຄວາມສົງໄສກ່ຽວກັບຄວາມຈິງທີ່ເຮົາໄດ້ຮັບແລ້ວ ອາດເຂົ້າມາໃນຈິດໃຈ ແລະ ຫົວໃຈຂອງເຮົາ, ເຮັດໃຫ້ເຮົາອ່ອນແອຕໍ່ການລໍ້ລວງຂອງສັດຕູ.10
ຄຸນພໍ່ ເອເດັນ ວິວສັນ ໂທເຊີ, ນັກປະພັນຊື່ສຽງດັງ ແລະ ເປັນຄົນຄຣິດສະຕຽນທີ່ຊື່ສັດ, ໄດ້ຂຽນວ່າ, “ຄວາມເພິ່ງພໍໃຈຄືສັດຕູຮ້າຍຂອງຄວາມເຕີບໂຕທາງວິນຍານທັງໝົດ.”11 ນັ້ນບໍ່ແມ່ນສິ່ງທີ່ໄດ້ເກີດຂຶ້ນກັບຜູ້ຄົນຂອງນີໄຟບໍ ບໍ່ດົນຫລັງຈາກການກຳເນີດຂອງພຣະຄຣິດ? ພວກເຂົາໄດ້ “ເລີ່ມແປກໃຈໜ້ອຍລົງກ່ຽວກັບເຄື່ອງໝາຍ ຫລື ການແປກປະຫລາດຈາກສະຫວັນ, … [ບໍ່ເຊື່ອ] ທຸກສິ່ງຊຶ່ງພວກເຂົາໄດ້ຍິນ ແລະ ເຫັນມາ.” ດັ່ງນັ້ນ ຊາຕານໄດ້ “ເຮັດໃຫ້ຕາຂອງພວກເຂົາບອດ ແລະ ຊັກນຳພວກເຂົາໄປໃຫ້ເຊື່ອວ່າ ຄຳສອນຂອງພຣະຄຣິດເປັນສິ່ງທີ່ໂງ່ຈ້າລ້າຫລັງ ແລະ ບໍ່ມີປະໂຫຍດ.”12
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ໃນຄວາມຮັກທີ່ສົມບູນແບບ ແລະ ເປັນນິດຂອງພຣະອົງ ແລະ ໂດຍທີ່ຮູ້ຈັກທຳມະຊາດມະນຸດຂອງເຮົາ,13 ພຣະຜູ້ຊ່ວຍໃຫ້ລອດໄດ້ສະຖາປະນາວິທີທາງໃຫ້ແກ່ເຮົາ ເພື່ອຈະຫລີກລ້ຽງການຕົກຢູ່ໃນກັບດັກຂອງການເສີຍເມີຍທາງວິນຍານ. ຄຳເຊື້ອເຊີນຂອງພຣະຜູ້ຊ່ວຍໃຫ້ລອດເຮັດໃຫ້ເຮົາມີທັດສະນະທີ່ກວ້າງໄກກວ່າ ໂດຍສະເພາະໃນການພິຈາລະນາໂລກທີ່ຊັບຊ້ອນທີ່ເຮົາອາໄສຢູ່ວ່າ: “ຈົ່ງຮຽນຮູ້ຈາກເຮົາ, ແລະ ຟັງຖ້ອຍຄຳຂອງເຮົາ; ຈົ່ງເດີນໄປໃນຄວາມອ່ອນໂຍນແຫ່ງພຣະວິນຍານຂອງເຮົາ, ແລະ ເຈົ້າຈະມີສັນຕິສຸກໃນເຮົາ.”14 ເມື່ອເຮົາຮັບເອົາຄຳເຊື້ອເຊີນຂອງພຣະຜູ້ຊ່ວຍໃຫ້ລອດ, ເຮົາສະແດງໃຫ້ເຫັນຄວາມຖ່ອມຕົນຂອງເຮົາ, ຄວາມປາດຖະໜາຂອງເຮົາທີ່ຈະເປັນຄົນທີ່ສອນງ່າຍ, ແລະ ຄວາມຫວັງຂອງເຮົາທີ່ຈະກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນ.15 ຄຳເຊື້ອເຊີນຍັງລວມທັງການຮັບໃຊ້ພຣະອົງ ແລະ ການປະຕິບັດສາດສະໜາກິດຕໍ່ລູກໆຂອງພຣະເຈົ້າ “ດ້ວຍສຸດໃຈ, ພະລັງ, ຄວາມນຶກຄິດ ແລະ ກຳລັງ [ຂອງເຮົາ].”16 ແນ່ນອນວ່າ, ຢູ່ໃນຈຸດໃຈກາງຂອງຄວາມພະຍາຍາມຂອງເຮົາໃນການເດີນທາງນີ້ແມ່ນພຣະບັນຍັດທີ່ຍິ່ງໃຫຍ່ສອງປະການ: ຈົ່ງຮັກພຣະຜູ້ເປັນເຈົ້າຂອງເຮົາ ແລະ ຮັກເພື່ອນບ້ານຂອງເຮົາເໝືອນຮັກຕົນເອງ.17
ການປະພຶດແບບນີ້ເປັນພາກສ່ວນຂອງຄຸນລັກສະນະແຫ່ງສະຫວັນຂອງພຣະເຢຊູ ແລະ ມັນກໍເຫັນໄດ້ຢ່າງຊັດເຈນໃນທຸກສິ່ງທີ່ພຣະອົງໄດ້ກະທຳ ລະຫວ່າງການປະຕິບັດສາດສະໜາກິດຂອງພຣະອົງຢູ່ເທິງໂລກ.18 ດັ່ງນັ້ນ, ເມື່ອເຮົາອຸທິດຕົນຢ່າງຕັ້ງໃຈ ແລະ ຈິງໃຈ ທີ່ຈະມອງໄປທີ່ພຣະອົງ ແລະ ຮຽນຮູ້ຈາກຕົວຢ່າງທີ່ດີພ້ອມຂອງພຣະອົງ,19 ເຮົາຈະຮູ້ຈັກພຣະອົງດີຂຶ້ນ. ເຮົາຈະເຕີບໂຕໃນຄວາມກະຕືລືລົ້ນ ແລະ ຄວາມປາດຖະໜາທີ່ຈະລວມເອົາມາດຕະຖານທີ່ສູງສົ່ງເຂົ້າມາໃນຊີວິດຂອງເຮົາເຖິງວິທີທີ່ເຮົາຄວນດຳລົງຊີວິດ, ຕົວຢ່າງທີ່ເຮົາຄວນເປັນ, ແລະ ພຣະບັນຍັດທີ່ເຮົາຄວນເຮັດຕາມ. ເຮົາກໍຍັງຈະມີຄວາມເຂົ້າໃຈ, ມີສະຕິປັນຍາ, ມີຄຸນລັກສະນະແຫ່ງສະຫວັນ, ແລະ ມີພຣະຄຸນເພີ່ມເຕີມຕໍ່ພຣະເຈົ້າ ແລະ ເພື່ອນບ້ານຂອງເຮົານຳອີກ.20 ຂ້າພະເຈົ້າສາມາດໃຫ້ທ່ານແນ່ໃຈໄດ້ວ່າ ຄວາມສາມາດຂອງເຮົາທີ່ຈະຮູ້ສຶກເຖິງອິດທິພົນ ແລະ ຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດຫລາຍຂຶ້ນໃນຊີວິດຂອງເຮົາ, ຂະຫຍາຍສັດທາຂອງເຮົາ, ຄວາມປາດຖະໜາຂອງເຮົາທີ່ຈະກະທຳຢ່າງຊອບທຳ, ແລະ ແຮງຈູງໃຈທີ່ຈະຮັບໃຊ້ພຣະອົງ ແລະ ຄົນອື່ນ.21 ນອກຈາກນັ້ນ, ຄວາມກະຕັນຍູຂອງເຮົາສຳລັບພອນ ແລະ ການທ້າທາຍທີ່ເຮົາປະເຊີນຢູ່ໃນຊ່ວງມະຕະຈະແຂງແກ່ນ ແລະ ກາຍເປັນພາກສ່ວນຂອງການນະມັດສະການທີ່ແທ້ຈິງຂອງເຮົາ.22
ເພື່ອນທີ່ຮັກແພງຂອງຂ້າພະເຈົ້າ, ທຸກສິ່ງທັງໝົດນີ້ຈະເຮັດໃຫ້ການແປກປະຫລາດທາງວິນຍານຂອງເຮົາ ກ່ຽວກັບພຣະກິດຕິຄຸນເຂັ້ມແຂງຂຶ້ນ ແລະ ດົນໃຈເຮົາໃຫ້ຮັກສາພັນທະສັນຍາທີ່ເຮົາເຮັດໄວ້ກັບພຣະຜູ້ເປັນເຈົ້າຢ່າງຊື່ນຊົມ—ແມ່ນແຕ່ໃນທ່າມກາງການທົດລອງ ແລະ ການທ້າທາຍທີ່ເຮົາປະເຊີນຢູ່. ແນ່ນອນ, ເພື່ອໃຫ້ຜົນເຫລົ່ານີ້ເກີດຂຶ້ນ, ເຮົາຕ້ອງມີພາກສ່ວນດ້ວຍເຈດຕະນາທີ່ແທ້ຈິງໃນຄຳສອນຂອງພຣະຜູ້ຊ່ວຍໃຫ້ລອດ,23 ພະຍາຍາມລວມເອົາຄຸນລັກສະນະຂອງພຣະອົງເຂົ້າຢູ່ໃນວິທີທີ່ເຮົາດຳລົງຊີວິດ.24 ນອກຈາກນັ້ນ, ເຮົາຕ້ອງເຂົ້າໃກ້ພຣະອົງຫລາຍຂຶ້ນຜ່ານທາງການກັບໃຈຂອງເຮົາ,26 ສະແຫວງຫາການໃຫ້ອະໄພຈາກພຣະອົງ ແລະ ອຳນາດແຫ່ງການໄຖ່ຂອງພຣະອົງໃນຊີວິດຂອງເຮົາ ແລະ ຮັກສາພຣະບັນຍັດຂອງພຣະອົງ. ພຣະຜູ້ເປັນເຈົ້າເອງໄດ້ສັນຍາວ່າ ພຣະອົງຈະຊີ້ນຳເສັ້ນທາງຂອງເຮົາຖ້າຫາກເຮົາຈະໄວ້ວາງໃຈໃນພຣະອົງດ້ວຍສຸດຫົວໃຈຂອງເຮົາ, ລະນຶກເຖິງພຣະອົງໃນທຸກສິ່ງທີ່ເຮົາກະທຳ ແລະ ບໍ່ເຊື່ອໝັ້ນໃນສິ່ງທີ່ເຮົາຄິດວ່າເຮົາຮູ້ຈັກ.26
ຊາຍຄົນໜຶ່ງທີ່ຂ້າພະເຈົ້າໄດ້ພົບເມື່ອບໍ່ດົນມານີ້, ທີ່ມີຊື່ວ່າ ແວສ໌ ແລະ ກໍໄດ້ມາຮ່ວມກອງປະຊຸມໃຫຍ່ມື້ນີ້, ໄດ້ຮັບເອົາຄຳເຊື້ອເຊີນຂອງພຣະຄຣິດທີ່ໃຫ້ຮຽນຮູ້ຈາກພຣະອົງ ແລະ ພຣະກິດຕິຄຸນຂອງພຣະອົງ ແລະ ໄດ້ເລີ່ມມີຄວາມອັດສະຈັນໃຈເຖິງຄວາມຮັກຂອງພຣະອົງ ຫລັງຈາກເວລາ 27 ປີ ທີ່ໄດ້ແຍກຕົວເອງອອກຫ່າງຈາກເສັ້ນທາງແຫ່ງພັນທະສັນຍາ. ລາວໄດ້ບອກຂ້າພະເຈົ້າວ່າ ມື້ໜຶ່ງຜູ້ສອນສາດສະໜາຊື່ ແອວເດີ ໂຈນສ໌ ໄດ້ຕິດຕໍ່ຫາລາວຜ່ານທາງເຟດບຸກ, ຜູ້ທີ່ຖືກມອບໝາຍເປັນເວລາຊົ່ວຄາວໃນເຂດຂອງແວສ໌ ກ່ອນຈະເດີນທາງໄປຫາເຂດມອບໝາຍຕົ້ນຕໍຂອງລາວຢູ່ປະເທດປານາມາ. ເມື່ອແອວເດີ ໂຈນສ໌ ໄດ້ເຫັນຂໍ້ມູນຂອງແວສ໌, ໂດຍບໍ່ຮູ້ລ່ວງໜ້າວ່າລາວເປັນສະມາຊິກຂອງສາດສະໜາຈັກແລ້ວ, ລາວໄດ້ຮູ້ສຶກເຖິງການຊີ້ນຳຂອງພຣະວິນຍານບໍລິສຸດ ແລະ ໄດ້ຮູ້ວ່າລາວຄວນຕິດຕໍ່ຫາແວສ໌ທັນທີ. ລາວກໍໄດ້ເຮັດຕາມຄວາມປະທັບໃຈນີ້ຢ່າງໄວ. ແວສ໌ກໍປະຫລາດໃຈໂດຍການຕິດຕໍ່ທີ່ບໍ່ໄດ້ຄາດຄິດນີ້ ແລະ ໄດ້ເລີ່ມຮັບຮູ້ວ່າ ພຣະຜູ້ເປັນເຈົ້າຮູ້ຈັກລາວເຖິງແມ່ນວ່າລາວໄດ້ແຍກຕົວອອກຫ່າງຈາກເສັ້ນທາງແຫ່ງພັນທະສັນຍາຂອງລາວກໍຕາມ.
ນັບແຕ່ເວລານັ້ນ, ແວສ໌ ແລະ ຜູ້ສອນສາດສະໜາໄດ້ເລີ່ມຕິດຕໍ່ຫາກັນເລື້ອຍໆ. ແອວເດີ ໂຈນສ໌ ແລະ ຄູ່ສອນສາດສະໜາຂອງລາວໄດ້ໃຫ້ການຮັບໃຊ້ ແລະ ຂ່າວສານທາງວິນຍານແຕ່ລະອາທິດ ທີ່ໄດ້ຊ່ວຍໃຫ້ແວສ໌ມີຄວາມອັດສະຈັນໃຈເຖິງພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະກິດຕິຄຸນຂອງພຣະອົງ. ມັນໄດ້ຊ່ວຍເຮັດໃຫ້ປະຈັກພະຍານຂອງແວສ໌ ເຖິງຄວາມຈິງ ແລະ ຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດທີ່ມີໃຫ້ລາວກັບຄືນມາອີກຄັ້ງ. ແວສ໌ໄດ້ຮູ້ສຶກເຖິງຄວາມສະຫງົບສຸກທີ່ມາຈາກພຣະຜູ້ປອບໂຍນ ແລະ ໄດ້ຮັບຄວາມເຂັ້ມແຂງທີ່ລາວຕ້ອງການ ທີ່ຈະກັບຄືນມາຫາສາດສະໜາຈັກ. ລາວໄດ້ບອກຂ້າພະເຈົ້າວ່າ ປະສົບການນີ້ໄດ້ນຳລາວກັບຄືນມາມີຊີວິດຊີວາທັງທາງວິນຍານ ແລະ ທາງອາລົມ ແລະ ໄດ້ຊ່ວຍລາວໃຫ້ກຳຈັດຄວາມຮູ້ສຶກຂອງຄວາມຂົມຂື່ນທີ່ໄດ້ສະສົມມາຫລາຍປີ ເພາະປະສົບການທີ່ຍາກລຳບາກທີ່ລາວໄດ້ຜ່ານຜ່າມາ.
ດັ່ງທີ່ເພື່ອນຜູ້ເປັນອາຈານສອນທີ່ດີ ແລະ ຊ່າງຄິດຂອງຂ້າພະເຈົ້າໄດ້ສັງເກດ, ຍັງມີສິ່ງມະຫັດສະຈັນ ແລະ ໜ້າສົນໃຈ ທີ່ຈະຮຽນຮູ້ສະເໝີກ່ຽວກັບພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ.27 ພຣະຜູ້ເປັນເຈົ້າໄດ້ໃຫ້ຄຳສັນຍາທີ່ມະຫັດສະຈັນ ທີ່ເອື້ອມອອກໄປສູ່ທຸກຄົນ, ລວມທັງພວກເຮົາ, ຜູ້ທີ່ສະແຫວງຫາທີ່ຈະຮຽນຮູ້ຈາກພຣະອົງ ແລະ ລວມເອົາພຣະຄຳຂອງພຣະອົງເຂົ້າໄປຢູ່ໃນຊີວິດຂອງເຂົາເຈົ້າ. ຕໍ່ເອນົກ, ພຣະອົງໄດ້ກ່າວວ່າ, “ຈົ່ງເບິ່ງ ພຣະວິນຍານຂອງເຮົາ [ຈະ] ຢູ່ກັບເຈົ້າ, ດັ່ງນັ້ນ ຖ້ອຍຄຳຂອງເຈົ້າທັງໝົດເຮົາຈະຮັບຮອງ; ແລະ ພູເຂົາຈະຫລົບໜີໄປຕໍ່ໜ້າເຈົ້າ, ແລະ ແມ່ນ້ຳຈະໄຫລຫັນໜີຈາກເສັ້ນທາງຂອງມັນ; ແລະ ເຈົ້າຈະສະໜິດຢູ່ໃນເຮົາ, ແລະ ເຮົາຈະແນບສະໜິດຢູ່ໃນເຈົ້າ.”28 ຜ່ານທາງກະສັດເບັນຢາມິນຜູ້ຮັບໃຊ້ຂອງພຣະອົງ, ພຣະອົງໄດ້ປະກາດວ່າ, “ພວກທ່ານຈະຖືກເອີ້ນວ່າ ລູກຂອງພຣະຄຣິດ, ບຸດຂອງພຣະອົງ, ແລະ ທິດາຂອງພຣະອົງ; ເພາະຈົ່ງເບິ່ງ, ມື້ນີ້ພຣະອົງໄດ້ໃຫ້ກຳເນີດພວກທ່ານທາງວິນຍານ; ເພາະພວກທ່ານເວົ້າວ່າ ໃຈຂອງພວກທ່ານປ່ຽນແປງແລ້ວ ໂດຍມີສັດທາໃນພຣະນາມຂອງພຣະອົງ; ສະນັ້ນ, ພວກທ່ານຈຶ່ງຖືກກຳເນີດຈາກພຣະອົງ ແລະ ມາເປັນບຸດ ແລະ ທິດາຂອງພຣະອົງ.”29
ສະນັ້ນ, ຂະນະທີ່ເຮົາພະຍາຍາມຢ່າງຈິງໃຈ ແລະ ຕໍ່ເນື່ອງ ທີ່ຈະຮຽນຮູ້ຈາກພຣະຜູ້ຊ່ວຍໃຫ້ລອດ ແລະ ຕິດຕາມຕົວຢ່າງຂອງພຣະອົງ, ຂ້າພະເຈົ້າສັນຍາກັບທ່ານ, ໃນພຣະນາມຂອງພຣະອົງ, ວ່າຄຸນສົມບັດແຫ່ງສະຫວັນຂອງພຣະອົງຈະຖືກຂຽນໄວ້ຢູ່ໃນຄວາມຄິດ ແລະ ຫົວໃຈຂອງເຮົາ,30 ເພື່ອວ່າເຮົາຈະກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນ, ແລະ ວ່າເຮົາຈະເດີນໄປກັບພຣະອົງ.31
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າອະທິຖານວ່າ ເຮົາຈະອັດສະຈັນໃຈຕະຫລອດໄປເຖິງພຣະເຢຊູຄຣິດ ແລະ ຄວາມຮັກທີ່ຄົບຖ້ວນ, ອັນເປັນນິດ, ແລະ ສົມບູນຂອງພຣະອົງ. ຂໍຈົ່ງໃຫ້ຄວາມຊົງຈຳຂອງສິ່ງທີ່ຕາຂອງເຮົາໄດ້ເຫັນ ແລະ ຫົວໃຈຂອງເຮົາໄດ້ຮູ້ສຶກ ເພີ່ມຂະຫຍາຍຄວາມປະຫລາດໃຈຂອງເຮົາເຖິງການເສຍສະລະຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ, ຊຶ່ງສາມາດປິ່ນປົວເຮົາຈາກບາດແຜທາງວິນຍານ ແລະ ທາງອາລົມຂອງເຮົາ ແລະ ຊ່ວຍເຮົາໃຫ້ເຂົ້າໃກ້ພຣະອົງຫລາຍຂຶ້ນ. ຂໍໃຫ້ເຮົາຈົ່ງອັດສະຈັນໃຈກັບຄຳສັນຍາທີ່ຍິ່ງໃຫຍ່ທີ່ພຣະບິດາມີໄວ້ໃນພຣະຫັດຂອງພຣະອົງ ແລະ ທີ່ພຣະອົງໄດ້ກະກຽມໄວ້ສຳລັບຜູ້ຄົນທີ່ຊື່ສັດ:
“ອານາຈັກເປັນຂອງເຈົ້າ ແລະ ພອນໃນນັ້ນເປັນຂອງເຈົ້າ, ແລະ ຄວາມຮັ່ງມີແຫ່ງຊົ່ວນິລັນດອນກໍເປັນຂອງເຈົ້າ.
“ແລະ ຄົນທີ່ຮັບເອົາທຸກສິ່ງທັງປວງດ້ວຍຄວາມຂອບຄຸນຈະຖືກເຮັດໃຫ້ຮຸ່ງເຫລື້ອມ.”32
ພຣະເຢຊູເປັນພຣະຜູ້ໄຖ່ຂອງໂລກ, ແລະ ນີ້ແມ່ນສາດສະໜາຈັກຂອງພຣະອົງ. ຂ້າພະເຈົ້າເປັນພະຍານເຖິງຄວາມຈິງເຫລົ່ານີ້ ໃນພຣະນາມທີ່ອັດສະຈັນໃຈ, ສັກສິດ, ແລະ ສູງສົ່ງຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ອາແມນ.