ຄວາມສຳພັນຂອງເຮົາກັບພຣະເຈົ້າ
ບໍ່ວ່າປະສົບການໃນຊ່ວງມະຕະຂອງເຮົາຈະເປັນແບບໃດ, ເຮົາສາມາດໄວ້ວາງໃຈໃນພຣະເຈົ້າ ແລະ ພົບຄວາມຊື່ນຊົມໃນພຣະອົງ.
ເໝືອນດັ່ງໂຢບໃນພຣະຄຳພີເດີມ, ໃນຊ່ວງເວລາແຫ່ງຄວາມທຸກທໍລະມານ ບາງຄົນອາດຈະຮູ້ສຶກວ່າພຣະເຈົ້າໄດ້ປະຖິ້ມພວກເຂົາ. ເພາະເຮົາຮູ້ວ່າພຣະເຈົ້າມີອຳນາດໃນການປ້ອງກັນ ຫລື ກຳຈັດຄວາມທຸກໃດໆ, ເຮົາອາດຄິດຢາກເວົ້າຈົ່ມຖ້າຫາກພຣະອົງບໍ່ເຮັດ, ບາງທີອາດຖາມວ່າ, “ຖ້າຫາກພຣະເຈົ້າບໍ່ປະທານຄວາມຊ່ວຍເຫລືອດັ່ງທີ່ເຮົາໄດ້ອະທິຖານທູນຂໍ, ແລ້ວເຮົາຈະມີສັດທາໃນພຣະອົງໄດ້ແນວໃດ?” ໃນຈຸດໜຶ່ງຂອງການທົດລອງທີ່ແສນສາຫັດຂອງເພິ່ນ, ໂຢບຜູ້ຊອບທຳໄດ້ກ່າວວ່າ:
“ພວກເຈົ້າບໍ່ເຫັນບໍວ່າ ແມ່ນພຣະເຈົ້າທີ່ໄດ້ທຳການ. ພຣະອົງໄດ້ວາງແຜນເພື່ອດັກຈັບຂ້ອຍ.
“ຂ້ອຍປະທ້ວງຕໍ່ຄວາມຮຸນແຮງ, ‘ແຕ່ບໍ່ມີຜູ້ໃດຟັງເລີຍ!’ ບໍ່ມີຜູ້ໃດໄດ້ຍິນຄຳຮ້ອງຂໍຄວາມຍຸດຕິທຳສຳລັບຂ້ອຍ.”1
ຄຳຕອບຂອງພຣະອົງຕໍ່ໂຢບ, ພຣະອົງໄດ້ຖາມວ່າ “ເຈົ້າຫາວ່າເຮົາເປັນຝ່າຍຜິດ ເຈົ້າເປັນຝ່າຍຖືກຫລືນີ້?”2 ຫລື ໃນອີກຄຳໜຶ່ງ, “ເຈົ້າກຳລັງພິສູດເບິ່ງວ່າເຮົາບໍ່ທ່ຽງທຳບໍ? ຫາວ່າເປັນຝ່າຍຜິດ ເຈົ້າເປັນຝ່າຍຖືກບໍ?”3 ພຣະເຢໂຮວາເຕືອນໂຢບຢ່າງຮຸນແຮງເຖິງລິດອຳນາດຍິ່ງໃຫຍ່ ແລະ ຮອບຮູ້ທຸກຢ່າງ, ແລະ ໂຢບໃນຄວາມຖ່ອມໃຈທີ່ສຸດ ກໍຍອມຮັບວ່າເພິ່ນບໍ່ມີຍັງຢູ່ໃກ້ຄວາມຮູ້, ອຳນາດ, ແລະ ຄວາມຊອບທຳຂອງພຣະເຈົ້າ ແລະ ບໍ່ສາມາດຢືນຢູ່ໃນການພິພາກສາຂອງຜູ້ຊົງລິດອຳນາດຍິ່ງໃຫຍ່:
“ຂ້ານ້ອຍຮູ້ວ່າ ພຣະອົງມີລິດອຳນາດຍິ່ງໃຫຍ່,” ເພິ່ນກ່າວ, “ແລະ ພຣະອົງເຮັດທຸກໆສິ່ງຕາມໃຈມັກດ້ວຍ.
“… ຂ້ານ້ອຍໄດ້ເວົ້າເຖິງສິ່ງທີ່ຂ້ານ້ອຍບໍ່ເຂົ້າໃຈ; ເຖິງສິ່ງທີ່ອັດສະຈັນຍິ່ງໃຫຍ່ທີ່ຂ້ານ້ອຍຈະຮູ້ໄດ້. …
“ດັ່ງນັ້ນ ຂ້ານ້ອຍຈຶ່ງອັບອາຍຕໍ່ສິ່ງທີ່ໄດ້ກ່າວຈາ. ຂ້ານ້ອຍເສຍໃຈຈຶ່ງນັ່ງທີ່ຂີ້ຝຸ່ນດິນ ແລະ ຂີ້ເຖົ່າ.”4
ໃນທີ່ສຸດ, ໂຢບກໍໄດ້ຮັບສິດທິພິເສດທີ່ໄດ້ເຫັນພຣະຜູ້ເປັນເຈົ້າ, ແລະ “ພຣະຜູ້ເປັນເຈົ້າໄດ້ອວຍພອນຊີວິດບັ້ນປາຍຂອງໂຢບ ຫລາຍກວ່າພຣະອົງໄດ້ອວຍພອນຊີວິດບັ້ນຕົ້ນຂອງເພິ່ນ.”5
ມັນເປັນເລື່ອງໂງ່ແທ້ໆສຳລັບເຮົາກັບສາຍຕາສັ້ນໃນຄວາມເປັນມະຕະຂອງເຮົາ ທີ່ຈະສັນນິຖານຕັດສິນພຣະເຈົ້າ, ທີ່ຈະຄິດ, ຍົກຕົວຢ່າງ, “ເຮົາບໍ່ມີຄວາມສຸກ, ສະນັ້ນ ພຣະເຈົ້າຄົງເຮັດບາງສິ່ງທີ່ຜິດ.” ສຳລັບເຮົາແລ້ວ, ລູກໆແຫ່ງມະຕະຂອງພຣະອົງໃນໂລກທີ່ຕົກ, ຜູ້ຮູ້ອະດີດ, ປະຈຸບັນ, ແລະ ອະນາຄົດພຽງເລັກນ້ອຍ, ພຣະອົງປະກາດວ່າ, “ທຸກສິ່ງທັງປວງຢູ່ຕໍ່ໜ້າເຮົາ, ເພາະເຮົາຮູ້ຈັກມັນທັງໝົດ.”6 ຢາໂຄບໄດ້ຖືກແນະນຳຢ່າງສະຫລາດວ່າ: “ຢ່າພະຍາຍາມແນະນຳພຣະຜູ້ເປັນເຈົ້າ, ແຕ່ໃຫ້ຮັບເອົາຄຳແນະນຳຈາກພຣະຫັດຂອງພຣະອົງ.” ເພາະຈົ່ງເບິ່ງ, ຕົວຂອງພວກທ່ານກໍຮູ້ຈັກແລ້ວວ່າ ພຣະອົງໄດ້ແນະນຳດ້ວຍຄວາມສະຫລຽວສະຫລາດ ແລະ ດ້ວຍຄວາມຍຸດຕິທຳ ແລະ ດ້ວຍຄວາມເມດຕາອັນຍິ່ງໃຫຍ່ ຕໍ່ວຽກງານທັງໝົດຂອງພຣະອົງ.”7
ບາງຄົນເຂົ້າໃຈຜິດກ່ຽວກັບຄຳສັນຍາຂອງພຣະເຈົ້າ ທີ່ໝາຍຄວາມວ່າ ການເຊື່ອຟັງພຣະອົງເຮັດໃຫ້ເກີດຜົນຮັບສະເພາະໃດໜຶ່ງ ຕາມຕາຕະລາງທີ່ກຳນົດໄວ້. ພວກເຂົາອາດຄິດວ່າ, “ຖ້າຂ້ອຍຮັບໃຊ້ເຜີຍແຜ່ເຕັມເວລາຢ່າງພາກພຽນ, ແລ້ວພຣະເຈົ້າຈະອວຍພອນຂ້ອຍດ້ວຍການແຕ່ງງານ ແລະ ມີລູກທີ່ມີຄວາມສຸກ,” ຫລື “ຖ້າຂ້ອຍຫລີກເວັ້ນຈາກການເຮັດການບ້ານໃນວັນຊະບາໂຕ, ແລ້ວພຣະເຈົ້າຈະອວຍພອນຂ້ອຍດ້ວຍຄະແນນທີ່ດີ” ຫລື “ຖ້າຂ້ອຍຈ່າຍເງິນສ່ວນສິບ, ແລ້ວພຣະເຈົ້າຈະອວຍພອນຂ້ອຍດ້ວຍການງານທີ່ຂ້ອຍຕ້ອງການ.” ຖ້າຫາກຊີວິດບໍ່ເປັນໄປຕາມວິທີນີ້ ຫລື ອີງຕາມຕາຕະລາງເວລາທີ່ຄາດໝາຍໄວ້, ແລ້ວພວກເຂົາຈະຮູ້ສຶກຖືກທໍລະຍົດໂດຍພຣະເຈົ້າ. ແຕ່ສິ່ງຕ່າງໆຈະບໍ່ເປັນແບບອັດຕະໂນມັດໃນການບໍລິຫານງານຂອງສະຫວັນ. ເຮົາບໍ່ຄວນຄິດວ່າແຜນຂອງພຣະເຈົ້າເປັນຄືກັນກັບຕູ້ປ່ອນເງິນເລືອກເອົາສິ່ງຂອງ (1) ເລືອກເອົາພອນທີ່ຢາກໄດ້, (2) ປ່ອນຈຳນວນວຽກງານດີຕາມຂໍ້ຮຽກຮ້ອງ, ແລ້ວ (3) ກໍກົດເອົາທັນທີ.8
ພຣະເຈົ້າຈະນັບຖືພັນທະສັນຍາຂອງພຣະອົງ ແລະ ຄຳສັນຍາທີ່ໄດ້ເຮັດໄວ້ກັບເຮົາແຕ່ລະຄົນສະເໝີ. ເຮົາບໍ່ຈຳເປັນຕ້ອງເປັນຫ່ວງກ່ຽວກັບເລື່ອງນັ້ນ.9 ອຳນາດແຫ່ງການຊົດໃຊ້ຂອງພຣະເຢຊູຄຣິດ—ຜູ້ໄດ້ສະເດັດລົງຕ່ຳກວ່າທຸກສິ່ງ ແລະ ແລ້ວໄດ້ສະເດັດຂຶ້ນເບື້ອງບົນ10 ແລະ ຜູ້ທີ່ມີອຳນາດທັງໝົດໃນສະຫວັນ ແລະ ທີ່ແຜ່ນດິນໂລກ11—ຮັບປະກັນວ່າພຣະເຈົ້າສາມາດ ແລະ ຈະບັນລຸຄຳສັນຍາຂອງພຣະອົງ. ມັນເປັນສິ່ງສຳຄັນທີ່ເຮົາໃຫ້ກຽດ ແລະ ເຊື່ອຟັງກົດຂອງພຣະອົງ, ແຕ່ບໍ່ແມ່ນພອນທຸກປະການທີ່ຖືກກຳນົດໄວ້ກັບການເຊື່ອຟັງຕໍ່ກົດນັ້ນ12 ຖືກປັ້ນແຕ່ງ, ຖືກອອກແບບ, ແລະ ຖືກຕັ້ງໄວ້ອີງຕາມຄວາມຄາດໝາຍຂອງເຮົາ. ເຮົາເຮັດຈົນສຸດຄວາມສາມາດຂອງເຮົາ ແຕ່ຈະຕ້ອງປ່ອຍໃຫ້ພຣະອົງຈັດການກັບພອນ, ທັງຝ່າຍໂລກ ແລະ ຝ່າຍວິນຍານ.
ປະທານບຣິກຳ ຢັງ ໄດ້ອະທິບາຍວ່າ ສັດທາຂອງເພິ່ນບໍ່ໄດ້ຖືກສ້າງຂຶ້ນຈາກຜົນໄດ້ຮັບ ຫລື ພອນໃດໜຶ່ງ ແຕ່ຈາກການເປັນພະຍານ ແລະ ຄວາມສຳພັນຂອງເພິ່ນກັບພຣະເຢຊູຄຣິດ. ເພິ່ນໄດ້ກ່າວວ່າ: “ສັດທາຂອງຂ້າພະເຈົ້າບໍ່ໄດ້ຂຶ້ນກັບວຽກງານຂອງພຣະຜູ້ເປັນເຈົ້າກັບເກາະໃນທະເລ, ຊຶ່ງໄດ້ພາຜູ້ຄົນມາທີ່ນີ້, … ທັງບໍ່ໄດ້ຂຶ້ນກັບຄວາມໂປດປານທີ່ພຣະອົງມີຕໍ່ຜູ້ຄົນເຫລົ່ານີ້ ຫລື ຜູ້ຄົນເຫລົ່ານັ້ນ, ຫລື ຂຶ້ນກັບການໄດ້ຮັບພອນ ຫລື ບໍ່ໄດ້ຮັບພອນ, ແຕ່ ສັດທາຂອງຂ້າພະເຈົ້າຂຶ້ນກັບອົງພຣະເຢຊູຄຣິດເຈົ້າ, ແລະ ຄວາມຮູ້ທີ່ຂ້າພະເຈົ້າໄດ້ຮັບຈາກພຣະອົງ.”13
ການກັບໃຈ ແລະ ການເຊື່ອຟັງຂອງເຮົາ, ການຮັບໃຊ້ ແລະ ການເສຍສະລະຂອງເຮົາແມ່ນສຳຄັນ. ເຮົາຢາກຢູ່ໃນບັນດາຜູ້ທີ່ອີເທີບັນຍາຍວ່າ “ເຮັດວຽກງານດີໃຫ້ຫລາຍຢູ່ສະເໝີ.”14 ແຕ່ມັນມີບໍ່ຫລາຍປານໃດ ເພາະຈຳນວນໜຶ່ງໄດ້ຖືກບັນທຶກໄວ້ໃນປຶ້ມເລື່ອງລາວຊັ້ນສູງ. ສິ່ງເຫລົ່ານີ້ມີຄວາມສຳຄັນ ເພາະມັນມີສ່ວນໃນວຽກງານຂອງພຣະເຈົ້າ ແລະ ມັນເປັນຊ່ອງທາງທີ່ເຮົາຮ່ວມມືກັບພຣະອົງ ໃນການປ່ຽນຈາກການເປັນມະນຸດທີ່ມີຈິດໃຈທຳມະດາເພື່ອກາຍເປັນໄພ່ພົນ.15 ສິ່ງທີ່ພຣະບິດາເທິງສະຫວັນສະເໜີມອບໃຫ້ເຮົາແມ່ນພຣະອົງເອງ ແລະ ພຣະບຸດຂອງພຣະອົງ, ຄວາມສຳພັນອັນໃກ້ຊິດທີ່ຍືນຍົງກັບພວກພຣະອົງ ຜ່ານທາງພຣະຄຸນ ແລະ ການເປັນກາງຂອງພຣະເຢຊູຄຣິດ, ພຣະຜູ້ໄຖ່ຂອງເຮົາ.
ເຮົາເປັນລູກຂອງພຣະເຈົ້າ, ຖືກມອບໝາຍສຳລັບຊີວິດອະມະຕະ ແລະ ນິລັນດອນ. ຈຸດໝາຍປາຍທາງຂອງເຮົາຄືການເປັນທາຍາດຂອງພຣະອົງ, “ເປັນຜູ້ຮ່ວມຮັບມໍລະດົກກັບພຣະຄຣິດ.”16 ພຣະບິດາເທິງສະຫວັນຂອງເຮົາເຕັມພຣະໄທທີ່ຈະນຳພາເຮົາແຕ່ລະຄົນໄປໃນເສັ້ນທາງແຫ່ງພັນທະສັນຍາຂອງພຣະອົງ ດ້ວຍຂັ້ນຕອນທີ່ໄດ້ອອກແບບໄວ້ຕາມຄວາມຕ້ອງການຂອງແຕ່ລະຄົນ ແລະ ປັບໃຫ້ເຂົ້າກັບແຜນຂອງພຣະອົງ ເພື່ອຄວາມສຸກອັນສູງສຸດກັບພຣະອົງ. ເຮົາສາມາດມີຄວາມຫວັງທີ່ຈະໄວ້ວາງໃຈ ແລະ ມີສັດທາຫລາຍຂຶ້ນໃນພຣະບິດາ ແລະ ພຣະບຸດ, ມີຄວາມຮູ້ສຶກຫລາຍຂຶ້ນກັບຄວາມຮັກຂອງພຣະອົງ, ແລະ ການປອບໂຍນ ແລະ ການນຳພາທີ່ສະໝ່ຳສະເໝີຂອງພຣະວິນຍານບໍລິສຸດ.
ເຖິງຢ່າງໃດກໍຕາມ, ເສັ້ນທາງນີ້ຈະບໍ່ງ່າຍສຳລັບຄົນໃດເລີຍໃນພວກເຮົາ. ມັນຈະຕ້ອງມີການຫລໍ່ຫລອມຫລາຍສົມຄວນກ່ອນຈະງ່າຍຂຶ້ນ. ພຣະເຢຊູໄດ້ກ່າວວ່າ:
“ເຮົາເປັນເຄືອອະງຸ່ນອັນແທ້ຈິງ, ແລະ ພຣະບິດາຂອງເຮົາເປັນຜູ້ດູແລຮັກສາ.
“ກິ່ງທຸກກິ່ງໃນເຮົາທີ່ບໍ່ເກີດຜົນ [ພຣະບິດາ] ຊົງລິຖິ້ມເສຍ: ແລະ ກິ່ງທຸກກິ່ງທີ່ເກີດຜົນ, ພຣະອົງຊົງຕອນ, ເພື່ອໃຫ້ເກີດຜົນຫລາຍຂຶ້ນ.”17
ຂະບວນການຫລໍ່ຫລອມ ແລະ ເຮັດໃຫ້ບໍລິສຸດຂອງພຣະເຈົ້າ, ຊຶ່ງຈຳເປັນ, ຈະກະທັນຫັນ ແລະ ເຈັບປວດເປັນບາງຄັ້ງ. ເມື່ອຄິດເຖິງຄຳເວົ້າຂອງໂປໂລ, ເຮົາ “ເປັນຜູ້ຮ່ວມຮັບມໍລະດົກກັບພຣະຄຣິດ; ຖ້າແມ່ນເຮົາທັງຫລາຍໄດ້ທົນທຸກທໍລະມານດ້ວຍກັນກັບພຣະອົງນັ້ນ, ພວກເຮົາກໍຈະໄດ້ຮັບສະຫງ່າລາສີກັບພຣະອົງເໝືອນກັນ.”18
ສະນັ້ນ, ທ່າມກາງໄຟຫລໍ່ຫລອມນີ້, ແທນທີ່ຈະໃຈຮ້າຍໃຫ້ພຣະເຈົ້າ, ເຮົາຄວນເຂົ້າໃກ້ພຣະເຈົ້າ. ເອີ້ນຫາພຣະບິດາໃນພຣະນາມຂອງພຣະບຸດ. ເດີນໄປກັບພວກພຣະອົງໃນພຣະວິນຍານ, ທຸກວັນ. ຍອມໃຫ້ພວກພຣະອົງສະແດງຄວາມຈົງຮັກພັກດີຕໍ່ທ່ານເມື່ອເວລາຜ່ານໄປ. ຮູ້ຈັກພວກພຣະອົງຢ່າງສົມບູນ ແລະ ຮູ້ຈັກຕົວທ່ານເອງຢ່າງສົມບູນ.19 ໃຫ້ພຣະເຈົ້າໄຊຊະນະ.20 ພຣະຜູ້ຊ່ວຍໃຫ້ລອດໃຫ້ເຮົາໝັ້ນໃຈໄດ້ວ່າ:
“ຈົ່ງຟັງພຣະອົງ ຜູ້ວິງວອນແທນພວກເຈົ້ານຳພຣະບິດາ, ຜູ້ອ້ອນວອນແກ້ຕາງພວກເຈົ້ານຳພຣະອົງ—
“ມີຄວາມວ່າ: ພຣະບິດາເອີຍ, ຈົ່ງເບິ່ງ ຄວາມທຸກທໍລະມານ ແລະ ຄວາມຕາຍຂອງຄົນທີ່ບໍ່ໄດ້ເຮັດບາບ, ຜູ້ຊຶ່ງພຣະອົງພໍພຣະໄທຫລາຍ, ຂໍພຣະອົງຈົ່ງເບິ່ງໂລຫິດຂອງບຸດຂອງພຣະອົງທີ່ໄດ້ຫລັ່ງໄຫລ, ໂລຫິດຂອງຄົນທີ່ພຣະອົງໄດ້ມອບໃຫ້ ເພື່ອພຣະອົງເອງຈະໄດ້ຮັບສະຫງ່າລາສີ;
“ດັ່ງນັ້ນ, ພຣະບິດາເອີຍ, ຈົ່ງໂຜດ [ພວກນ້ອງຊາຍ ແລະ ນ້ອງສາວ] ເຫລົ່ານີ້ຂອງລູກທີ່ ເຊື່ອໃນນາມຂອງລູກ, ເພື່ອວ່າພວກເຂົາຈະມາຫາລູກ ແລະ ມີຊີວິດອັນເປັນນິດ.”21
ໃຫ້ພິຈາລະນາບາງຕົວຢ່າງຂອງຊາຍ ແລະ ຍິງທີ່ຊື່ສັດ ຜູ້ໄວ້ວາງໃຈໃນພຣະເຈົ້າ, ໝັ້ນໃຈວ່າພອນທີ່ສັນຍາໄວ້ຂອງພຣະອົງຈະມາສູ່ເຂົາເຈົ້າໃນຊີວິດ ຫລື ໃນຄວາມຕາຍ. ສັດທາຂອງເຂົາເຈົ້າບໍ່ໄດ້ຂຶ້ນກັບສິ່ງທີ່ພຣະເຈົ້າໄດ້ກະທຳ ຫລື ບໍ່ໄດ້ກະທຳ ໃນສະພາບການສະເພາະ ຫລື ໃນຊ່ວງເວລາໜຶ່ງ ແຕ່ການຮູ້ຈັກພຣະອົງໃນຖານະພຣະບິດາຜູ້ມີເມດຕາ ແລະ ພຣະເຢຊູຄຣິດເປັນພຣະຜູ້ໄຖ່ທີ່ຊື່ສັດຂອງເຂົາເຈົ້າ.
ເມື່ອອັບຮາຣາມກຳລັງຈະຖືກຖວາຍໂດຍປະໂລຫິດຊາວເອຢິບຂອງເອເຄນາ, ເພິ່ນໄດ້ເອີ້ນຫາພຣະເຈົ້າຂໍໃຫ້ຊ່ວຍຊີວິດເພິ່ນໄວ້, ແລະ ພຣະເຈົ້າກໍໄດ້ຊ່ວຍ.22 ອັບຮາຮາມໄດ້ມີຊີວິດເພື່ອກາຍເປັນບິດາຂອງຜູ້ທີ່ຊື່ສັດ ຊຶ່ງຜ່ານທາງເພິ່ນຄອບຄົວທັງໝົດຂອງແຜ່ນດິນໂລກຈະໄດ້ຮັບພອນ.23 ກ່ອນໜ້ານັ້ນ, ເທິງແທ່ນບູຊາບ່ອນດຽວກັນນີ້, ປະໂລຫິດຜູ້ດຽວກັນນັ້ນຂອງເອເຄນາໄດ້ຖວາຍຜູ້ຍິງບໍລິສຸດສາມຄົນ “ເພາະຄຸນນະທຳຂອງພວກນາງ … ບໍ່ໄດ້ກົ້ມຂາບລົງນະມັດສະການພຣະເຈົ້າທີ່ເປັນໄມ້ ຫລື ຫີນ.”24 ພວກນາງຕາຍຢູ່ທີ່ນັ້ນໃນຖານະຜູ້ທີ່ຖືກຂ້າຍ້ອນຄວາມເຊື່ອ.
ໂຢເຊັບໃນສະໄໝບູຮານ, ທີ່ຖືກຂາຍໄປເປັນຂ້າທາດຕອນເປັນໜຸ່ມໂດຍພວກອ້າຍຂອງເພິ່ນ, ໃນຄວາມທຸກລຳບາກຂອງເພິ່ນ ໄດ້ຫັນຫາພຣະເຈົ້າ. ເພິ່ນຄ່ອຍມີຊື່ສຽງຂຶ້ນຢູ່ໃນບ້ານຂອງເຈົ້ານາຍຂອງເພິ່ນໃນເອຢິບ ແຕ່ແລ້ວຄວາມກ້າວໜ້າທັງໝົດນີ້ໄດ້ພັງທະລາຍລົງ ເພາະການກ່າວຫາເທັດຂອງເມຍຂອງໂປຕີຟາ. ໂຢເຊັບສາມາດຄິດວ່າ “ເຮົາໄດ້ເຂົ້າຄຸກເພາະການຮັກສາກົດພົມມະຈັນ.” ແຕ່ແທນທີ່ຈະຄິດແນວນັ້ນ ເພິ່ນໄດ້ຫັນຫາພຣະເຈົ້າ ແລະ ຈະເລີນຮຸ່ງເຮືອງແມ່ນແຕ່ຢູ່ໃນຄຸກ. ໂຢເຊັບຮູ້ສຶກຜິດຫວັງຢ່າງໜັກເມື່ອນັກໂທດທີ່ເພິ່ນເປັນເພື່ອນດ້ວຍ, ເຖິງແມ່ນສັນຍາກັບໂຢເຊັບ, ແຕ່ໄດ້ລືມທຸກຢ່າງກ່ຽວກັບເພິ່ນຫລັງຈາກທີ່ຖືກນຳກັບຄືນສູ່ຕຳແໜ່ງເດີມ ໃນສຳນັກຂອງຟາໂຣ. ເມື່ອເຖິງເວລາທີ່ເໝາະສົມ, ດັ່ງທີ່ທ່ານຮູ້ຈັກ, ພຣະຜູ້ເປັນເຈົ້າໄດ້ເຂົ້າແຊກແຊງ ເພື່ອໃຫ້ໂຢເຊັບຢູ່ໃນຕຳແໜ່ງທີ່ສູງສຸດຂອງຄວາມໄວ້ວາງໃຈ ແລະ ອຳນາດຖັດຈາກຟາໂຣ, ເຮັດໃຫ້ໂຢເຊັບສາມາດຊ່ວຍກູ້ລູກຫລານອິດສະຣາເອນ. ແນ່ນອນ ໂຢເຊັບສາມາດຢືນຢັນວ່າ “ພຣະເຈົ້າຊົງຮ່ວມກັບຄົນທັງຫລາຍທີ່ຮັກພຣະອົງ ເພື່ອໃຫ້ເກີດຜົນດີໃນທຸກສິ່ງ.”25
ອະບີນາໄດໄດ້ຕັ້ງໃຈທີ່ຈະບັນລຸການມອບໝາຍຈາກສະຫວັນຂອງເພິ່ນ. “ຂ້າພະເຈົ້າຈົບຂ່າວຂອງຂ້າພະເຈົ້າ,” ເພິ່ນກ່າວ, “ແລະ ບໍ່ສຳຄັນເລີຍວ່າ [ຈະມີຫຍັງເກີດຂຶ້ນກັບຂ້າພະເຈົ້າ], ຖ້າຫາກເປັນໄປວ່າຂ້າພະເຈົ້າລອດ.”26 ເພິ່ນບໍ່ລອດຈາກການຕາຍຍ້ອນຄວາມເຊື່ອ, ແຕ່ແນ່ນອນວ່າເພິ່ນລອດໃນອານາຈັກຂອງພຣະເຈົ້າ, ແລະ ແອວມາຜູ້ປ່ຽນໃຈເຫລື້ອມໃສທີ່ລ້ຳຄ່າຂອງເພິ່ນໄດ້ປ່ຽນເສັ້ນທາງປະຫວັດສາດຂອງຊາວນີໄຟ ທີ່ນຳໄປສູ່ການສະເດັດມາຂອງພຣະຄຣິດ.
ແອວມາກັບແອມມິວເລັກໄດ້ຖືກປົດປ່ອຍຈາກຄຸກໃນເມືອງອຳໂມນໂນຮາ ໃນການຕອບສະໜອງຕໍ່ຄຳຂໍຮ້ອງຂອງພວກເພິ່ນ, ແລະ ພວກທີ່ຂົ່ມເຫັງພວກເພິ່ນໄດ້ຖືກຂ້າ.27 ເຖິງຢ່າງໃດກໍຕາມ, ກ່ອນໜ້ານັ້ນ, ພວກທີ່ຂົ່ມເຫັງເຫລົ່ານີ້ໄດ້ໂຍນພວກຜູ້ຍິງ ແລະ ເດັກນ້ອຍຂອງພວກເຂົາເຂົ້າໃນກອງໄຟ. ແອວມາ, ຂະນະທີ່ຫລຽວເບິ່ງພາບທີ່ສະຫຍົດສະຫຍອງດ້ວຍຄວາມເຈັບປວດ ຖືກຫັກຫ້າມໂດຍພຣະວິນຍານບໍ່ໃຫ້ໃຊ້ອຳນາດຂອງພຣະເຈົ້າ ເພື່ອຊ່ວຍຜູ້ຄົນ “ໃຫ້ພົ້ນຈາກແປວໄຟ,”28 ເພື່ອວ່າພວກເຂົາຈະຖືກຮັບຂຶ້ນໄປຫາພຣະເຈົ້າໃນລັດສະໝີພາບ.29
ສາດສະດາໂຈເຊັບ ສະມິດ ອ່ອນເພຍໃຈໃນຄຸກທີ່ເມືອງລີເບີຕີ, ລັດມີເຊີຣີ, ບໍ່ມີອຳນາດທີ່ຈະຊ່ວຍໄພ່ພົນຂະນະທີ່ເຂົາເຈົ້າຖືກປຸ້ນ ແລະ ຖືກຂັບໄລ່ອອກຈາກບ້ານເຮືອນຂອງເຂົາເຈົ້າໃນລະດູໜາວທີ່ເຢັນທີ່ສຸດ. “ໂອ້ພຣະອົງເຈົ້າ, ພຣະອົງຊົງປະທັບຢູ່ບ່ອນໃດ?” ໂຈເຊັບໄດ້ຮ້ອງຂຶ້ນ. “ອີກດົນປານໃດທີ່ພຣະຫັດຂອງພຣະອົງຈະຢັ້ງໄວ້?”30 ໃນການຕອບ, ພຣະຜູ້ເປັນເຈົ້າໄດ້ສັນຍາວ່າ: “ຄວາມຍາກລຳບາກຂອງເຈົ້າ ແລະ ຄວາມທຸກທໍລະມານຂອງເຈົ້າຈະເປັນຢູ່ພຽງຊົ່ວຄາວ; ແລະ ແລ້ວ, ຖ້າຫາກເຈົ້າອົດທົນມັນໄດ້ດີ, ພຣະເຈົ້າຈະຍົກເຈົ້າຂຶ້ນສູ່ເບື້ອງບົນ. … ເຈົ້າຍັງບໍ່ໄດ້ເປັນດັ່ງໂຢບ.”31
ໃນທີ່ສຸດ, ໂຈເຊັບສາມາດປະກາດຮ່ວມກັບໂຢບໄດ້ວ່າ, “[ເຖິງແມ່ນພຣະເຈົ້າປະຫານຂ້າເສຍ, ແຕ່ຂ້າກໍຍັງໄວ້ວາງໃຈໃນພຣະອົງ].”32
ແອວເດີ ບະຣຸກ ພີ ແຮວສ໌ ໄດ້ເລົ່າເລື່ອງຂອງຊິດສະເຕີ ພາທຣິເຊຍ ພາກິນສັນ ຜູ້ໄດ້ເກີດມາກັບສາຍຕາທີ່ດີປົກກະຕິ ແຕ່ນາງໄດ້ຕາບອດຕອນອາຍຸ 11 ປີ.
ແອວເດີ ແຮວສ໌ ໄດ້ເລົ່າວ່າ: “ຂ້າພະເຈົ້າຮູ້ຈັກນາງແພັດມາເປັນເວລາຫລາຍປີ ແລະ ເມື່ອບໍ່ດົນມານີ້ ໄດ້ບອກນາງວ່າ ຂ້າພະເຈົ້າປະທັບໃຈກັບຄວາມຄິດໃນແງ່ດີ ແລະ ຄວາມຍິ້ມແຍ້ມແຈ່ມໃສສະເໝີຂອງນາງ. ນາງໄດ້ຕອບວ່າ, ‘ໂອ້, ທ່ານບໍ່ເຄີຍຢູ່ເຮືອນນຳຂ້ານ້ອຍເນາະ? ຂ້ານ້ອຍກໍເຄີຍມີອາລົມຮ້າຍຢູ່. ຂ້ານ້ອຍກໍເຄີຍໂສກເສົ້າຢ່າງໜັກ, ແລະ ກໍເຄີຍຮ້ອງໄຫ້ຫລາຍເທື່ອ.’ ແຕ່ນາງໄດ້ເວົ້າຕື່ມວ່າ, ‘ນັບຈາກເວລາທີ່ຂ້ານ້ອຍໄດ້ເສຍສາຍຕາ, ມັນແປກຫລາຍ, ແຕ່ຂ້ານ້ອຍຮູ້ວ່າ ພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດ ໄດ້ຢູ່ກັບຄອບຄົວຂອງຂ້ານ້ອຍ ແລະ ຢູ່ກັບຂ້ານ້ອຍ. ຕໍ່ຜູ້ທີ່ຖາມຂ້ານ້ອຍວ່າ ຂ້ານ້ອຍໃຈຮ້າຍບໍທີ່ຕາບອດ, ຂ້ານ້ອຍໄດ້ຕອບວ່າ, ‘ຂ້ານ້ອຍຊິໃຈຮ້າຍໃຫ້ໃຜ? ພຣະບິດາເທິງສະຫວັນຢູ່ກັບຂ້ານ້ອຍໃນເລື່ອງນີ້; ຂ້ານ້ອຍບໍ່ໄດ້ຢູ່ຄົນດຽວ. ພຣະອົງຢູ່ກັບຂ້ານ້ອຍຕະຫລອດເວລາ.’”33
ໃນທີ່ສຸດ, ມັນເປັນພອນຂອງຄວາມສຳພັນທີ່ໃກ້ຊິດ ແລະ ແນບສະໜິດກັບພຣະບິດາ ແລະ ພຣະບຸດທີ່ເຮົາສະແຫວງຫາ. ມັນສ້າງຄວາມແຕກຕ່າງ ແລະ ກຸ້ມຄ່າອັນເປັນນິດ. ພວກເຮົາຈະເປັນພະຍານຮ່ວມກັບໂປໂລ “ວ່າຄວາມທຸກລຳບາກຂອງພວກເຮົາໃນເວລາປະຈຸບັນ [ໃນມະຕະ] ນີ້ ບໍ່ອາດທຽບໃສ່ກັບສະຫງ່າລາສີ ທີ່ຈະຖືກເປີດເຜີຍແກ່ພວກເຮົາໃນພາຍໜ້າໄດ້.”34 ຂ້າພະເຈົ້າເປັນພະຍານວ່າ ບໍ່ວ່າປະສົບການໃນຊ່ວງມະຕະຂອງເຮົາຈະເປັນແບບໃດ, ເຮົາສາມາດໄວ້ວາງໃຈໃນພຣະເຈົ້າ ແລະ ພົບຄວາມຊື່ນຊົມໃນພຣະອົງ.
“ຈົ່ງໄວ້ວາງໃຈໃນພຣະຜູ້ເປັນເຈົ້າດ້ວຍສຸດໃຈຂອງເຈົ້າ, ຢ່າເຊື່ອໝັ້ນຈັກເທື່ອໃນສິ່ງທີ່ເຈົ້າຄິດວ່າເຈົ້າຮູ້ຈັກ.
“ຈົ່ງລະນຶກເຖິງພຣະຜູ້ເປັນເຈົ້າໃນທຸກສິ່ງທີ່ເຈົ້າກະທຳ, ແລະ ພຣະອົງຈະໃຫ້ເຈົ້າເຫັນຫົນທາງອັນຖືກຕ້ອງ.”35
ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.